6055

4Edv']= cs]j 'mj v'mj P;muj 7;owxleza f glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ:​ແສງສະຫວັນ ​ແັ ນ xtgmf]k; 6 27/01/2025 glf4tdy f{la '7q , ຮຽບຮຽງໂດຍ: ແສງສະຫວັນັນ g8a doy ddkox6 dgsa fg2n v' * ເຫດເຟືອງເປັນເຫັດທີ່ຜູ້ຄົນ ໃນສັງຄົມນິຍົມນຳມາບໍລິໂພກ, ປຸງ​ ແຕ່ງອາຫານໄດ້ຫລາຍຢ່າງເຊັ່ນ: ແກງເຫັດ, ແຈ່ວເຫັດ, ໃສ່ຕົ້ນຍຳ, ຂົ້ວ ແລະອື່ນໆ ເຊິ່ງເມື່ອກ່ອນແມ່ນ ອາໃສຫາກິນຕາມທຳມະຊາດເທົ່າ​ ນັ້ນ, ແຕ່ຍ້ອນໄດ້ຮັບຄວາມນິຍົມ ຈາກສັງຄົມຫລາຍຈຶ່ງເຮັດໃຫ້ບໍ່ ພຽງພໍຕາມຄວາມຕ້ອງການຂອງຜູ້​ ບໍລິໂພກໄດ້, ຈຶ່ງເຮັດໃຫ້ຜູ້ຄົນຫັນມາ​ ປູກກິນເອງ ຫລື ບາງຄອບຄົວກໍ່ປູກ​ ຂາຍກາຍເປັນສິນຄ້າສາມາດສ້າງ​ ລາຍຮັບເຂົ້າຄອບຄົວໄດ້ຫລາຍ ພໍສົມຄວນ. ນອກຈາກນັ້ນ, ເຫັດ ເຟືອງຍັງມີປະໂຫຍດຢ່າງຫລວງ​ ຫລາຍເຊັ່ນ: ຊ່ວຍບຳລຸງຮ່າງກາຍ, ບຳລຸງເລືອດ, ແກ້ຮ້ອນໃນ...ແລະ ມື້ນີ້ຄໍລຳສຶກສາຫາຄວາມຮູ້ຂໍແລກ ປ່ຽນເຕັກນິກວິທີການປູກເຫັດ ເຟືອງນຳທ່ານຜູ້ອ່ານດັ່ງນີ້: ວິທີການປູກເຫັດເຟືອງ: ເອົາ ເຟືອງມາແຊ່ນ້ຳ 1 ຄືນ ຫລັງຈາກ ໄດ້ 1 ຄືນ ໃຫ້ນຳເອົາເຟືອງມາພື່ ໃຫ້ໝາດໆ, ທຸບກ້ອນເຊື້ອ (ຈາກ ຖົງເຊື້ອ) ໃຫ້ແຕກພໍແຫລກ, ແຕ່ dko]q '3mf * ໂທດແມ່ນມາດຕະການບັງ ຄັບຂອງລັດ ທີ່ກຳນົດໄວ້ໃນກົດ ໝາຍອາຍາ, ນຳໃຊ້ເພື່ອຈຳກັດສິດ, ຕັດສິດ ແລະ ຜົນປະໂຫຍດຂອງຜູ້ ກະທຳຜິດ ຊຶ່ງໃນມາດຕາ 43 ຂອງ ປະມວນກົດໝາຍອາຍາໄດ້ກຳນົດ ວ່າ: ການລົງໂທດບໍ່ພຽງແຕ່ຈະມີ ຈຸດປະສົງລົງໂທດຜູ້ກະທຳຜິດເທົ່າ ນັ້ນ ແຕ່ຫາກຍັງມີຈຸດປະສົງເພື່ອ ດັດສ້າງ ແລະ ສຶກສາອົບຮົມຜູ້ຖືກ ລົງໂທດໃຫ້ມີຈິດໃຈບໍລິສຸດຕໍ່ການ​ ອອກແຮງງານ, ໃຫ້ປະຕິບັດກົດ ໝາຍຢ່າງຖືກຕ້ອງ ແລະ ເຄັ່ງຄັດ, ໃຫ້ເຄົາລົບລະບຽບການດຳລົງຊີ ວິດຂອງສັງຄົມພ້ອມທັງເປັນການ ປ້ອງກັນບໍ່ໃຫ້ການກະທຳຜິດເທື່ອ ໃໝ່ເກີດຂຶ້ນສຳລັບຜູ້ຖືກຕັດສີນລົງ​ ໂທດແລະບຸກຄົນອື່ນອີກດ້ວຍ.ການ​ ລົງໂທດບໍ່ມີຈຸດປະສົງຈະກໍ່ຄວາມ ທຸກທໍລະມານແກ່ຮ່າງກາຍ ຫລື ຢຽບຢ່ຳກຽດສັກສີຂອງມະນຸດ. ໃນມາດຕາ 44 ຂອງປະມວນ ກົດໝາຍອາຍາ ໄດ້ກຳນົດປະເພດ ຂອງໂທດປະກອບດ້ວຍ: ໂທດຕົ້ນ​ ຕໍ, ໂທດເພີ່ມ ແລະ ໂທດທາງເລືອກ.​ ໂທດຕົ້ນຕໍ ມີດັ່ງນີ້: ໂທດຕຳນິວິ ຈານ; ໂທດປັບໃໝ; ໂທດດັດສ້າງ ໂດຍບໍ່ຕັດອິດສະລະພາບ; ໂທດເນ ລະເທດ; ໂທດຕັດອິດສະລະພາບ ທີ່ມີກຳນົດ; ໂທດຕັດອິດສະລະພາບ ຕະຫລອດຊີວິດ; ໂທດປະຫານຊີ​ ວິດ.ໂທດເພີ່ມມີດັ່ງນີ້: ໂທດປັບໃໝ ໃນກໍລະນີທີ່ບໍ່ເປັນໂທດຕົ້ນຕໍ; ໂທດ ຮິບຊັບ; ໂທດຮິບວັດຖຸສິ່ງຂອງ; ໂທດປົດສິດເລືອກຕັ້ງ ແລະ ສະໝັກ ຮັບເລືອກຕັ້ງ; ໂທດຈຳກັດທີ່ຢູ່; ໂທດເນລະເທດ ໃນກໍລະນີທີ່ບໍ່ເປັນ ໂທດຕົ້ນຕໍ; ໂທດຟື້ນຟູຄືນ; ໂທດ ຖອນໃບອະນຸຍາດ; ໂທດຫ້າມດຳ ລົງຕຳແໜ່ງ ຫລື ປະກອບອາຊີບໃດ​ ໜຶ່ງ ຫລື ຖອນຫລຽນ ຫລື ປົດນາມ​ ມະຍົດ. ສຳລັບການກະທຳຜິດຖານ​ ໂທສານຸໂທດ ສານສາມາດລົງໂທດ​ ໜຶ່ງ ຫລື ສອງໂທດເພີ່ມແທນ ໂທດ​ ຕົ້ນຕໍ. ໂທດທາງເລືອກມີດັ່ງນີ້:​ ໂທດອອກແຮງງານເພື່ອສາທາ​ ລະນະ; ໂທດຈຳກັດບໍລິເວນ. ສານ ອາດນຳໃຊ້ ໂທດທາງເລືອກແທນ ໂທດຕົ້ນຕໍ ຫລື ໂທດເພີ່ມ ຫລື ນຳ ໃຊ້ແທນທັງ ສອງໂທດນັ້ນກໍໄດ້. ມາດຕາ 45 ໂທດຕຳນິວິຈານ ແມ່ນ ການຕຳນິວິຈານຜູ້ກະທຳຜິດ ໃນທີ່ປະຊຸມສານ. ໃນກໍລະນີຈຳ ເປັນກໍອາດຈະ ເອົາຄຳຕັດສິນຂອງ ສານ ລົງໃນໜ້າໜັງສືພິມ ຫລື ນຳ ໃຊ້ວິທີການອື່ນກໍໄດ້. ມາດຕາ 46 ໂທດປັບໃໝ ແມ່ນໂທດທາງດ້ານ ການເງິນ ຊຶ່ງແມ່ນສານເປັນຜູ້ວາງ​ ຕາມກໍລະນີ ແລະ ຂອບເຂດທີ່ກົດ ໝາຍກຳນົດໄວ້. ສຳລັບຈຳນວນ ເງິນທີ່ຈະປັບໃໝນັ້ນ ສານຕ້ອງອີງ ໃສ່ລະດັບຄວາມເປັນອັນຕະລາຍ ຂອງການກະທຳຜິດ, ສະພາບທາງ ດ້ານຊັບສິນຂອງຜູ້ກະທຳຜິດ, ຄ່າ ຄອງຊີບໃນແຕ່ລະໄລຍະ. ເງິນທີ່ໄດ້ ຈາກການປັບໃໝ ຕ້ອງມອບເຂົາ ງົບປະມານແຫ່ງລັດ. ຄ່າປັບໃໝ ສາມາດຈ່າຍເທື່ອດຽວ ຫລື ຈ່າຍ​ ເປັນງວດພາຍໃນກຳນົດເວລາຕາມ​ ຄຳຕັດສິນຂອງສານ. ໃນກໍລະນີທີ່ ຜູ້ກະທຳຜິດຫາກບໍ່ສາມາດເສຍຄ່າ ປັບໃໝໄດ້ໃນເວລານັ້ນ ສານສາ ມາດປ່ຽນໂທດປັບໃໝມາເປັນໂທດ ອອກແຮງງານເພື່ອສາທາລະນະ ຫລື ໂທດດັດສ້າງໂດຍບໍ່ຕັດອິດສະ ລະພາບ. ໃນກໍລະນີທີ່ຜູ້ກະທຳຜິດ ຫາກບໍ່ສາມາດເສຍຄ່າປັບໃໝຕາມ ຄຳຕັດສີນຂອງສານ ພາຍຫລັງໄດ້ ປະຕິບັດໂທດຕັດອິດສະລະພາບ ສຳເລັດແລ້ວ ສານສາມາດປ່ຽນ ໂທດປັບໃໝນັ້ນ ມາເປັນໂທດອອກ ແຮງງານ ເພື່ອສາທາລະນະ ຫລື ໂທດດັດສ້າງໂດຍບໍ່ຕັດອິດສະລະ ພາບ. ຫ້າມເອົາໂທດປັບໃໝມາ​ ເປັນໂທດຕັດອິດສະລະພາບ ແລະ ຫ້າມເອົາໂທດຕັດອິດສະລະພາບ ມາເປັນໂທດປັບໃໝ ໃນກໍລະນີການ​ ກະທຳຜິດທີ່ກົດໝາຍກຳນົດໂທດ ຕັດອິດສະລະພາບເກີນກວ່າສາມ ປີຂຶ້ນໄປ. ສຳລັບການກະທຳຜິດ ກ່ຽວກັບເສດຖະກິດ ແລະ ການເງິນ​ ທີ່ກົດໝາຍ ກຳນົດໂທດຕັດອິດສະ​ ລະພາບຕ່ຳກວ່າສາມປີລົງມາ ຍົກ​ ເວັ້ນການກະທຳຜິດທີ່ບໍ່ເຂັດຫລາບ ຫລືເປັນອາຈິນນັ້ນສາມາດລົງໂທດ​ ປັບໃໝ ເປັນໂທດຕົ້ນຕໍ; ແຕ່ຖ້າວ່າ​ ຜູ້ກະທຳຜິດຫາກບໍ່ສາມາດປະຕິບັດ​ ໂທດປັບໃໝໄດ້ ສານກໍຈະຕັດສີນ ລົງໂທດຕັດອິດສະລະພາບແທນ ໂດຍຄິດໄລ່ໂທດຕັດອິດສະລະພາບ ໜຶ່ງວັນ ເທົ່າກັບຄ່າແຮງງານຕ່ຳສຸດ​ ຕໍ່ວັນ ຂອງຜູ້ອອກແຮງງານ. ມາດຕາ 47 ໂທດດັດສ້າງໂດຍ ບໍ່ຕັດອິດສະລະພາບ ແມ່ນໂທດທີ່ ລົງໃສ່ຜູ້ກະທຳຜິດດ້ວຍການປະໃຫ້ ຜູ້ກ່ຽວສືບຕໍ່ອອກແຮງງານຢູ່ບ່ອນ ເຮັດວຽກເດີມ ຫລື ຢູ່ບ່ອນອື່ນ ໂດຍ ຫັກເອົາແຕ່ຫ້າ ຫາ ຊາວສ່ວນຮ້ອຍ ຂອງຄ່າແຮງງານທັງໝົດຂອງຜູ້ ກະທຳຜິດ ເຂົ້າເປັນລາຍຮັບຂອງລັດ ຕາມຄຳຕັດສີນຂອງສານ. ໂທດ​ ດັດສ້າງ ໂດຍບໍ່ຕັດອິດສະລະພາບທີ່​ ຈະລົງໃສ່ຜູ້ກະທຳຜິດນັ້ນ ບໍ່ໃຫ້ເກີນ​ ໜຶ່ງປີ. ບໍ່ຕ້ອງລະອຽດ (ຫົວເຊື້ອ 1 ກ້ອນ ແບ່ງອອກເປັນ 3 ກອງ) ສາມາດ ປູກໄດ້ 3 ກະຕ່າ. ຈາກນັ້ນ ເອົາ ເຟືອງອັດລົງໃສ່ກົ້ນກະຕ່າ ເນັ້ນໃຫ້ ແໜ້ນ ສູງ 1 ຝາມື; ໃສ່ອາຫານເສີມ ຕ່າງໆ (ຖ້າມີ) ເຊັ່ນ: ຂີ້ເລື່ອຍແຊ ນ້ຳພໍຊື່ນ ໂຮຍໃສ່ຕາມຂອບກະຕ່າ, ຫລັງຈາກນັ້ນ ໂຮຍເຊື້ອເຫັດເຟືອງ 1 ສ່ວນ ໃສ່ທັບອາຫານເສີມ ຊັ້ນທີ 1, ເຮັດຊັ້ນທີ 2 ແລະ ຊັ້ນທີ 3 ຄື ຊັ້ນທີ 1. ສ່ວນຊັ້ນເທິງສຸດໂຮຍຮຳ ຫລື ຂີ້ເລື່ອຍເຕັມໜ້າກະຕ່າເລີຍ, ໂຮຍເຊື້ອເຫັດໃຫ້ທົ່ວ ແລະ ປົກດ້ວຍ ຮຳ ຫລື ຂີ້ເລື່ອຍອີກເທື່ອໜຶ່ງ, ເມື່ອ ສຳເລັດແລ້ວນຳເອົາຖົງ ຫລື ຜ້າ ຢາງມາປົກຄຸມໄວ້. ຜົນຜະລິດ 1 ກະຕ່າ ເກັບໄດ້ 1-2 ກິໂລ ຂຶ້ນຢູ່ກັບອາຫານເສີມ ຍິ່ງໃສ່ອາຫານເສີມຫລາຍຍິ່ງອອກ ຜົນຜະລິດຫລາຍ. ສຳລັບອຸນຫະ ພູນໃນເຮືອນເຫັດໃຫ້ຢູ່ ໃນລະດັບ 33-38 ອົງສາ, ເມື່ອເກີດຕຸ່ມດອກ​ ແລ້ວ ໃຫ້ຮັກສາອຸນຫະພູມລະຫວ່າງ 28-32 ອົງສາ ໄລຍະນີ້ເຫັດເຟືອງ ກຳລັງເຕີບໃຫຍ່ຂຶ້ນ. ການເບິ່ງແຍງ ເຫັດເຟືອງ: ສະ ຖານທີ່ຄວນເປັນພື້ນດິນ ກ້ອງຮົ່ມ ໄມ້ ຫລື ຮົ່ມເຮືອນເຫັດ; ຫົດນ້ຳໃສ່​ ພື້ນດິນໃຫ້ປຽກຊຸ່ມ ຈະໄດ້ຄວາມ ຊຸ່ມຈາກການລະເຫີຍອາຍຂອງນ້ຳ ຈາກດິນ; ປົກດ້ວຍເຟືອງແຫ້ງ ຫລື ຜ້າຢາງປະໄວ 3 ຄືນ, ຫລັງຈາກຄົບ 3 ຄືນແລ້ວເປີດລະບາຍອາກາດ​ ບ່ອນກາງ ແລ້ວປິດໄວ້ຄືເກົ່າອີກ 3-​ 4 ມື້ ກໍສາມາດເກັບຜົນຜະລິດໄດ້. ພາບປະກອບ *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ * ເມື່ອເວົ້າເຖິງແຫລ່ງທ່ອງ ທ່ຽວ ບໍ່ວ່າຈະເປັນແຫລ່ງທ່ອງ ທ່ຽວທາງທໍາມະຊາດ, ປະຫວັດ ສາດ, ວັດທະນະທຳແລ້ວ ຢູ່ປະເທດ ເຮົາແມ່ນບໍ່ໜ້ອຍໜ້າປະເທດອື່ນ​ ເພາະຢູ່ເມືອງລາວມີສະຖານທີ່ ທ່ອງທ່ຽວທົ່ວທຸກແຂວງທີ່ສວຍສົດ ງົດງາມ ສາມາດສ້າງຄວາມປະທັບ ໃຈໃຫ້ນັກທ່ອງທ່ຽວທາງພາຍໃນ ແລະ ຕ່າງປະເທດ ເຖິງແນວໃດ​ ກໍດີ ມື້ນີ້ຜູ້ຂຽນໄດ້ນໍາບາງແຫລ່ງ ທ່ອງທ່ຽວທີ່ໜ້າຄົ້ນຫາມານຳສະ ເໜີໂດຍສະເພາະ ຖ້ຳກອງລໍ ສະ​ ຖານທີ່ທ່ອງທ່ຽວຊື່ດັງຂອງແຂວງ ຄຳມ່ວນ ຕັ້ງຢູ່ລະຫວ່າງເຂດບ້ານ ກອງລໍ-ນາຕານ ຫ່າງຈາກເທສະ ບານ ເມືອງຄູນຄຳ ແຂວງຄຳມ່ວນ ປະມານ 46 ກິໂລແມັດ. ຖ້ຳກອງລໍ ມີຄວາມງົດງາມ ຫລາຍ ເປັນຖ້ຳທີ່ມີສາຍນໍ້າຫີນບູນ​ ໄຫລຜ່ານອຸມົງຂອງພູຫີນປູນ, ພາຍ ໃນຖ້ຳມີແກ້ງ, ມີຫີນຍ້ອຍ, ຫິນງອກ​ ແລະ ຫາດຊາຍ ຈໍານວນ 20 ກວ່າ ຈຸດ, ສາມາດຂີ່ເຮືອຂຶ້ນລ່ອງເຂົ້າ ໄປໃນຖ້ຳ. ລະດູແລ້ງ ເປັນໄລຍະທີ່​ ເໝາະສົມຫລາຍ ໃນການເຂົ້າໄປ ທ່ຽວຊົມສີສັນຂອງຖ້ຳແຫ່ງນີ້ ເພາະ​ ລະດັບນໍ້າຫລຸດລົງ, ເມື່ອຂີ່ເຮືອເຂົ້າ ໄປກໍ່ສາມາດລົງຍ່າງເລາະຫລີ້ນ ຕາມຫາດຊາຍຂາວ ເພື່ອສໍາຜັດກັບ ອາກາດເຢັນສະບາຍພາຍໃນຖ້ຳ. ສຳລັບການປະຈົນໄພໃນຖ້ຳ ກອງລໍ ນັກທ່ອງທ່ຽວສາມາດສຳ ຫລວດຖ້ຳໄດ້ດ້ວຍການລ່ອງເຮືອ ຫາງຍາວ ໂດຍຈະມີຊາວບ້ານ ໃນເຂດດັ່ງກ່າວພາເຂົ້າໄປໃນຖ້ຳ ດ້ວຍໄຟສາຍຄົນລະອັນເພື່ອໃຊ້ໃນ ການສ່ອງເບິ່ງຖ້ຳ ແລະ ເສັ້ນທາງ ໃນຂະນະທີ່ລ່ອງເຮືອ, ພາຍໃນຖ້ຳ ຈະມີຫ້ອງໂຖງໃຫຍ່ ເມື່ອເຂົ້າໄປ ແລ້ວນັກທ່ອງທ່ຽວຈະໄດ້ສຳຜັດ ກັບຫີນຍ້ອຍ, ຫີນງອກ, ຫີນປູນ ເຫລົ່ານີ້້ເປັນຕົ້ນ ເຊິ່ງຫີນຍ້ອຍດັ່ງ​ ກ່າວເມື່ອກະທົບໃສ່ແສງໄຟແລ້ວ ຈະມີແສງລະຍິບລະຍັບຢ່າງງົດ ງາມເຊິ່ງເຮັດໃຫ້ນັກທ່ອງທ່ຽວ ທຸກຄົນທີ່ໄດ້ເຫັນຮູ້ສຶກປະທັບໃຈ ກັບຄວາມສວຍງາມຂອງຖ້ຳນັ້ນ, ເມື່ອໄປຮອດບໍລິເວນປາຍຖ້ຳ ທ່ານ ຈະໄດ້ເຫັນແສງແດດທີ່ຄ່ອຍໆສາດ ສ່ອງເຂົ້າມາໃນຖ້ຳ. ນອກຈາກນັ້ນ, ນັກທ່ອງທ່ຽວຍັງຈະໄດ້ໄປຢ້ຽມ ຢາມໝູ່ບ້ານນ້ອຍໆຊື່ວ່າ: ບ້ານ ນາຕານ ເຊິ່ງຈະມີຮ້ານຄ້າທີ່ທ່ານ ສາມາດຊື້ອາຫານຫວ່າງ ແລະ ເຄື່ອງຫັດຖະກຳຕ່າງໆໄດ້ ແລະ ຍັງ ມີລົດຖີບໃຫ້ນັກທ່ອງທ່ຽວໄດ້ເຊົ່າ ແລະ ຂີ່ສຳຫລວດພູເຂົາຕື່ມອີກ. ຄໍາວ່າ ກອງລໍ ມີຄວາມໝາຍ ມາຈາກ “ກອງທັບລໍຖ້າໃນສະໄໝ ທີ່ກອງທັບຂອງອານາຈັກລ້ານ ຊ້າງ ພວມສະກັດລັດຕີຕ້ານການ ເຂົ້າມາຮຸກຮານຂອງກອງທັບສັກ ດີນາສະຫຍາມ. ຖ້ຳດັ່ງກ່າວມີ ຄວາມຍາວປະມານ 7,5 ກິໂລແມັດ ກວ້າງ 30 ແມັດ ແລະ ສູງແຕ່ 20-100 ແມັດ, ເລີ່ມເປີດໃຫ້ເຂົ້າ​ ທ່ຽວຊົມຢ່າງເປັນທາງການໃນ ປີ 2002 ເປັນຕົ້ນມາ ແລະ ໄດ້ມີ ການພັດທະນາຢ່າງຕໍ່ເນື່ອງໂດຍ​ ການສະໜັບສະໜູນຈາກຫລາຍ ພາກສ່ວນເປັນຕົ້ນອົງການຈັດຕັ້ງ ພາກລັດ, ອົງການຈັດຕັ້ງສາກົນ ເຮັດໃຫ້ການພັດທະນາແຫລ່ງທ່ອງ​ ທ່ຽວດັ່ງກ່າວໄດ້ຮັບການປັບປຸງດີ​ ຂຶ້ນເລື້ອຍໆ ໂດຍສະເພາະແມ່ນດ້ານ ການບໍລິການ, ດ້ານການຮັກສາ ສິ່ງແວດລ້ອມລວມເຖິງບັນດາກິດ ຈະກຳຕ່າງໆກໍໄດ້ເນັ້ນໃສ່ການມີ ສ່ວນຮ່ວມຂອງປະຊາຊົນ ແລະ ໄດ້ ຖືກຮັບຮອງເປັນບ້ານມາດຕະຖານ ການທ່ອງທ່ຽວແບບປະຊົາຊົນມີ ສ່ວນຮ່ວມອາຊຽນ ໃນປີ 2017.

RkJQdWJsaXNoZXIy MTc3MTYxMQ==