6055

xtgmf]k; 3 27/01/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me dv'xt-5 ,7tot-U oe37'dkolt|v'mb o.odkos]5 fzj voc]t dko75 h ,7v'1kxk[la f86 rn fmu j gxa ova o8t]kp .o lxx ]k; ຜັນຂະຫຍາຍມະຕິັ ນິ ກອງປະຊຸມໃຫຍ່ ຸ ມ່ ຄັ້ງງີທີ ັ້ XI ຂອງພັກັກ 5 xu zj ko,k glf4tdy fg,n v''vp 0tspkp8q ;1j k'8+ gonj v' ໂດຍ: ເພັດສາຄອນ ສິມມະວົງັ ດິ ມົ ງ ໂດຍ: ຢ່າຕົ່ງ່ າົ່ ງ 9q dmb o 2 8N du [ x6 dza d xvflkory f lt|v'rkp.o * ໃນໄລຍະ 5 ປີຜ່ານມາ ເມືອງ ງອຍ ເປັນເມືອງໜຶ່ງທີ່ມີສະຖຽນລະ ພາບທາງດ້ານການເມືອງ, ສັງ ຄົມ ມີຄວາມສະຫງົບ ແລະເປັນລະບຽບ ຮຽບຮ້ອຍ, ຊີວິດການເປັນຢູ່ຂອງ ປະຊາຊົນບັນດາເຜົ່າໄດ້ຮັບການ ພັດທະນາດີຂຶ້ນເລື້້ອຍໆ, ເສດຖະ ກິດ ມີທ່າອ່ຽງຂະຫຍາຍຕົວຢ່າງ ຕໍ່ເນື່ອງ. ທ່ານ ສອນເພັດ ທະສິິນິພອນ ຮອງເຈົ້າເມືອງໆງອຍໄດ້ລາຍງານ ໃນກອງປະຊຸມຜູ້ແທນອົງຄະນະພັກ ເມືອງຄັ້ງທີ XII ວ່າ: ເສດຖະກິດ ຂອງເມືອງງອຍ ໄດ້ຂະຫຍາຍຕົວ ຢູ່ໃນລະດັບ 4,2%, ລວມຍອດ ມູນຄ່າຜະລິດຕະພັນພາຍໃນ ບັນລຸ 643,04 ຕື້ກີບ ທຽບໃສ່ແຜນ 5 ປີ ເກີນ 43%; ສະເລ່ຍລາຍຮັບໃສ່ ຫົວຄົນໄດ້ 21.786.000 ກີບ/ຄົນ/ ປີ ເທົ່າກັບ 1.054 ໂດລາ (ອັດ ຕາແລກປ່ຽນ 1 ໂດລາ ເທົ່າກັບ 20.670 ກີບ) ໃນນັ້ນ, ລວມຍອດ ມູນຄ່າຜະລິດຕະພັນ ກະສິກຳ-ປ່າ ໄມ້ ບັນລຸ 392,25 ຕື້ກີບ, ກວມ 61% ຂອງ (GO). ລວມຍອດ ມູນຄ່າຜະລິດຕະພັນການບໍລິການ ບັນລຸ 192,91 ຕື້ກີບ ກວມ 30% ຂອງGO. ລວມຍອດມູນຄ່າຜະລິດ ຕະພັນ ອຸດສາຫະກຳ-ຫັດຖະກຳ ບັນລຸ 57,87 ຕື້ກີບ ກວມ 9% ຂອງ GO. ການຜະລິດສະບຽງອາ ຫານ ທົ່ວເມືອງ ສາມາດຜະລິດເຂົ້າ ໄດ້ທັງໝົດ 12.889,31 ໂຕນ, ສະ ເລ່ຍໃສ່ປະຊາກອນໄດ້ 436 ກິໂລ/ ຄົນ/ປີ ສາມາດກຸ້ມກິນ 15 ເດືອນ, ເຂົ້ານາປີ ໃນເນື້ອທີ່ 1.021,14 ເຮັກຕາ ຜົນຜະລິດໄດ້ 4.084,56 ໂຕນ ສະເລ່ຍສະມັດຕະພາບ 4 ໂຕນ/ເຮັກຕາ ທຽບໃສ່ແຜນປະຕິບັດ ເກີນແຜນ 156,56 ໂຕນ; ເຂົ້ານາ ແຊງ ໃນເນື້ອທີ່ 73,5 ເຮັກຕາ, ຜົນ ຜະລິດໄດ້ 330,75 ໂຕນ ສະເລ່ຍ ສະມັດຕະພາບ 4,5 ໂຕນ/ເຮັກຕາ ທຽບໃສ່ແຜນ ປະຕິບັດໄດ້ 37% ຍ້ອນເນື້ອທີ່ນາຈຳນວນໜຶ່ງຖືກ ເຊາະເຈື່ອນ,ນໍ້າບົກແຫ້ງ. ສ່ວນເຂົ້າ ໄຮ່ ໃນເນື້ອທີ່ 4.708 ເຮັກຕາ ຜົນ ຜະລິດ 8.474 ໂຕນ, ສະມັດຕະ ພາບ 1,8 ໂຕນ/ເຮັກຕາ ທຽບແຜນ 5 ປີ ແມ່ນເກີນແຜນ 4.499 ໂຕນ ໃນນັ້ນ, ເນື້ອທີ່ເພີ່ມຂຶ້ນ 1.240 ເຮັກ ຕາ ຍ້ອນປະຊາຊົນໄດ້ເພີ່ມການຜະ ລິດເຂົ້າເປັນສິນຄ້າເພື່ອສົ່ງອອກ. ສຳລັບການປູກພືດຜັກປະເພດ ຕ່າງໆໄດ້ແກ່: ໝາກເຜັດ, ໝາກ ເຂືອ, ໝາກແຕງ, ໝາກອຶ, ຖົ່ວຍາວ, ມັນດ້າງ, ຂີງ ແລະ ພືດຜັກອື່ນໆ ຜົນ ຜະລິດໄດ້ 24.000 ໂຕນ ໃນເນື້ອ ທີ່ 300 ເຮັກຕາ, ສະມັດຕະພາບ 8 ໂຕນ/ເຮັກຕາ, ປະຕິບັດເກີນແຜນ 50 ເຮັກຕາ. ການປູກພຶດອຸດສາຫະ ກຳເປັນສິນຄ້າປະເພດສາລີຫວານ, ສາລີແຂງ, ໝາກເດືອຍ, ໝາກ ງາ, ມັນຕົ້ນ ໃນເນື້ອທີ່ 935,15 ເຮັກຕາ, ຜົນຜະລິດໄດ້ 6.400,8 ໂຕນ. ເດັ່ນກວ່າໝູ່ແມ່ນປູກສາລີ ຫວານ-ສາລີແຂງ ທຽບແຜນ ແມ່ນ ປະຕິບັດເກີນ 168,7 ເຮັກຕາ; ປະ ເພດເຄື່ອງປ່າ ໝາກຂ່າ, ໝາກ ແໜ່ງ, ແຂມ ໃນເນື້ອທີ່ 1.495,2 ເຮັກຕາ, ຜົນຜະລິດໄດ້ 4.460,76 ໂຕນ, ເດັ່ນກວ່າໝູ່ແມ່ນປູກແຂມ ເນື້ອທີ່ 308 ເຮັກຕາ, ຜົນຜະລິດ ໄດ້ 1.386 ໂຕນ. ສ່ວນການປູກໄມ້ ໃຫ້ໝາກ ໄດ້ຊຸກຍູ້ ແລະ ສົ່ງເສີມໃຫ້ ປະຊາຊົນປູກໄມ້ໃຫ້ໝາກ ປະເພດ ໝາກກ້ຽງ, ສົ້ມຂຽວ, ເງາະ ແລະ ລິນຈີ່ ໃນເນື້ອທີ່ 148,5 ເຮັກຕາ, ຜົນຜະລິດ 1.479,97 ໂຕນ, ເດັ່ນ ກວ່າໝູ່ແມ່ນປູກໝາກກ້ຽງ ໃນ ເນື້ອທີ່ 97,3 ເຮັກຕາ, ຜົນຜະລິດ 875,7 ໂຕນ, ໄມ້ໃຫ້ໝາກປະເພດ ອື່ນໆ ມີເນື້ອທີ່ 223,9 ເຮັກຕາ, ຜົນຜະລິດໄດ້ 1.119,5 ໂຕນ, ສະ ມັດຕະພາບ 5 ໂຕນ/ເຮັກຕາ ທຽບ ແຜນເກີນ 42%. ພ້ອມນັ້ນ ກໍໄດ້ຝຶກ ອົບຮົມດ້ານເຕັກນິກການຂະຫຍາຍ ພັນໄມ້ໃຫ້ໝາກໄດ້ 3 ຄັ້ງ ມີຜູ້ຮ່ວມ 65 ຄົນ, ຍິງ 13 ຄົນ. ເດັ່ນກວ່າໝູ່ ແມ່ນຄອບຄົວຕົວແບບໃນການປູກ ໄມ້ໃຫ້ໝາກໄດ້ 3 ຄອບຄົວ ຄື: ຄອບ ຄົວ ທ້າວ ແພງວັນ ຢູ່ບ້ານສົບວັນ ປູກໝາກກ້ຽງ ແລະ ໝາກສົ້ມຂຽວ ໃນເນື້ອທີ່ 3 ເຮັກຕາ ຜົນຜະລິດໄດ້ 27 ໂຕນ ສ້າງລາຍຮັບໄດ້ 189 ລ້ານກີບ/ປີ; ຄອບຄົວ ທ້າວ ທອງ ວັນ ຢູ່ບ້ານປາກບາກ ປູກໝາກ ສົ້ມຂຽວ ແລະ ໄມ້ໃຫ້ໝາກປະສົມ ປະສານ ໃນເນື້ອທີ່ 1 ເຮັກຕາ ຜົນ ຜະລິດໄດ້ 7 ໂຕນ ສ້າງລາຍຮັບໄດ້ 70 ລ້ານກີບ/ປີ ແລະ ຄອບຄົວ ທ່ານ ອ່ອນສີ ຢູ່ບ້ານປາກບາກ ປູກໄມ້ໃຫ້ ໝາກເປັນແບບປະສົມປະສານ ໃນ ເນື້ອມທີ່ 2 ເຮັກຕາ, ຜະລິດໄດ້ 14 ໂຕນ ສ້າງລາຍຮັບໃຫ້ແກ່ຄອບຄົວ ໄດ້ 120 ລ້ານກີບຕໍ່ປີ. * ການປູກພືດຜັກປອດສານພິດ ແມ່ນຄວາມຕ້ອງການຂອງຜູ້ບໍລິ ໂພກກໍ່ຄືຕະຫລາດ. ຂະນະທີ່ການ ປູກພືດປອດສານພິດ ຍັງເປັນການ ຫລຸດຜ່ອນຜົນກະທົບຕໍ່ສຸຂະພາບ ຜູ້ຜະລິດ, ຜູ້ບໍລິໂພກລວມທັງສິ່ງ ແວດລ້ອມຕື່ມອີກ. ຄໍລຳ “ພັດທະນາອາຊີບໜັງສື ພິມປະເທດລາວ” ສະບັບມື້ນີ້ ຂໍພາ ທ່ານຜູ້ອ່ານໄປຮູ້ກັບບໍລິສັດ ໜຶ່ງ ຢູ່ແຂວງຫລວງນ້ຳທາ ທີ່ເຫັນໄດ້ ຄວາມຕ້ອງການຂອງສັງຄົມໃນ ການບໍລິໂພກພືດຜັດປອດສານພິດ ທັງເປັນການຜະລິດພືດຮັບໃຊ້ພາຍ ໃນ ເພື່ອບໍລິໂພກພາຍໃນ ແລະ ຫລຸດ ຜ່ອນການນຳເຂົ້າຈາກພາຍນອກ ຕາມແນວທາງທີ່ລັດໄດ້ວາງອອກ. ໜຶ່ງໃນນັ້ນ ບໍລິສັດ ສີມອນ ພັດທະ ນາກະສິກໍາ ແລະ ບໍລິການຂາເຂົ້າຂາອອກ ຈໍາກັດ ທີ່ໄດ້ລົງທຶນປະ ມານ 2 ຕື້ກີບ ເຂົ້າໃນການປູກພືດ ປອດສານພິດ ເພື່ອຕອບສະໜອງ ແກ່ສັງຄົມ. ຕາມການໃຫ້ຮູ້ຂອງ ທ່ານ ນາງ ສີມອນ ແກ້ວວົງເພັດ ຫົວໜ້າບໍລິສັດ ສີມອນ ພັດທະນາກະສິກຳ ແລະ ບໍ ລິການ ຂາເຂົ້າ-ຂາອອກ ຈຳກັດ ເມື່ອມໍ່ໆນີ້ວ່າ: ການປູກພືດຜັກປອດ ສານພິດ ແມ່ນອາຊີບທີ່ທາງບໍລິສັດ ໃຫ້ຄວາມສົນໃຈຢາກທົດລອງແລະ ຖືເປັນອາຊີບ ເພື່ອເປັນການສ້າງ ວຽກເຮັດງານທຳໃຫ້ປະຊາຊົນໄດ້ ມີລາຍຮັບ, ເຊິ່ງບໍລິສັດໄດ້ລົງທຶນ ທົດລອງປູກຜັກປອດສານພິດໃນ * ໃນວັນທີ 16 ມັງກອນ 2025, ທີ່ໂຮງແຮມຄຣາວພລາຊານະຄອນ ຫລວງວຽງຈັນ ໄດ້ມີກອງປະຊຸມ ຄະນະຊີ້ນໍາໂຄງການສະໜອງທຶນ ໃນການຫລຸດຜ່ອນ ແລະ ການຄຸ້ມ ຄອງຢາປາບສັດຕູພືດ ທີ່ເປັນອັນ ຕະລາຍ ໃນ ສປປ ລາວ ຂຶ້ນ ໂດຍ ການເປັນປະທານຂອງທ່ານ ບຸນຊູ ສຸດມາລີ ຮອງຫົວໜ້າກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້ ແລະ ທ່ານດາວຊວນລາຍ (DaoXuan Lai) ຮອງຜູ້ຕາງໜ້າຈາກອົງການ ສະຫະປະຊາຊົນ ເພື່ອການພັດທະນາ ປະຈໍາລາວ, ເຂົ້າຮ່ວມມີຕາງໜ້າ ຈາກກົມກ່ຽວຂ້ອງ, ພະແນກກະສິ ກໍາແລະປ່າໄມ້ແຂວງ, ຂະແໜງປູກ ຝັງ, ອົງການຈັດຕັ້ງສາກົນ ແລະ ຂະແໜງການອ້ອມຂ້າງເຂົ້າຮ່ວມ. ທ່ານ ບຸນຊູ ສຸດມາລີ ຮອງຫົວ ໜ້າກົມປູກຝັງໄດ້ກ່າວວ່າ: ກອງ ປະຊຸມຄັ້ງນີ້ ແມ່ນມີຄວາມໝາຍສໍາ ຄັນໃນຂະແໜງການກະສິກໍາ ແລະ ປ່າໄມ້ ໂດຍສະເພາະແມ່ນການ ພັດທະນາລະບົບກົນໄກການຄຸ້ມ ຄອງສິນຄ້າເປັນຕົ້ນແມ່ນຢາປາບ ສັດຕູພືດຢູ່ພາຍໃນປະເທດ ເຊິ່ງ ຕິດພັນກັບການອໍານວຍຄວາມສະ ດວກທາງດ້ານການນໍາເຂົ້າ, ການ ກວດກາຕິດຕາມ ແລະ ປະເມີນຜົນ ເພື່ອໃຫ້ສອດຄ່ອງກັບນະໂຍບາຍ ປ່ຽນແປງໃໝ່ຂອງພັກ ແລະ ລັດ ຖະບານ ໃນການເຊື່ອມໂຍງເສດຖະ ກິດກັບພາກພື້ນ ແລະ ສາກົນ ການ ອໍານວຍທາງດ້ານການຄ້າ ໂດຍ ສະເພາະການສ້າງຄວາມຍືນຍົງ ສະອາດສີຂຽວ ປອດໄພ. ພ້ອມທັງ ຮັບຟັງການລາຍງານຜົນສໍາເລັດ ຂອງການຈັດຕັ້ງປະຕິບັດກິດຈະ ກໍາຂອງໂຄງການໃນໄລຍະຜ່ານ ມາ ແລະ ແຜນກິດຈະກໍາຂອງໂຄງ ການປະຈໍາປີ 2025. ກອງປະຊຸມຄັ້ງນີ້ ນອກຈາກ ໄດ້ຮັບຟັງບົດລາຍງານຜົນສໍາເລັດ ແລະ ການກວດກາໂຄງການໄລຍະ ຜ່ານມາ ຜູ້ເຂົ້າຮ່ວມຍັງໄດ້ພ້ອມ ກັນປະກອບຄໍາຄິດຄໍາເຫັນຮ່ວມກັນ ຢ່າງກົງໄປກົງມາຕໍ່ກັບແຜນກິດຈະ ກໍາຂອງໂຄງການໃນປີ 2025 ເພື່ອ ຄວາມເປັນເອກະພາບ ກ່ອນການ ສະເໜີຜູ້ໃຫ້ທຶນ ເພື່ອການຈັດຕັ້ງປະ ຕິບັດໃນຕໍ່ໜ້າ. ເບື້ອງຕົ້ນ ແຕ່ເດືອນຕຸລາ 2024 ໃນເນື້ອທີ່ 14 ເຮັກຕາ ຢູ່ສູນບ້ານ ຫລວງ ແລະ ສູນຄົ້ນຄວ້າກະສິກຳ ບ້ານໃໝ່ ເມືອງຫລວງນໍ້າທາ ໂດຍ ໃຊ້ທຶນ 2 ຕື້ກີບ. ໃນນັ້ນ, ສຸມໃສ່ປູກ ພືດຜັກ 7 ຊະນິດຄື: ຫອມປ້ອມ, ຜັກ ກາດຂາວ, ຜັກກາດກວາງຕຸງ, ຜັກ ກາດຕິນໝີ, ກາລົດ, ຜັກເປິກ ແລະ ໝາກເລັ່ນ. ສຳລັບການປູກຜັກປອດ ສານພິດ ໃນໄລຍະຜ່ານມາ ເຮັດໃຫ້ ໄດ້ຮູ້ເຖິງຜົນຜະລິດທີ່ໄດ້ຮັບ, ຊະ ນິດພືດທີ່ນໍາມາປູກ, ໄລຍະເວລາ, ພູມມີປະເທດ, ອາກາດ ແລະ ຊະນິດ ຂອງດິນ ທີ່ເໝາະສົມກັບຜັກຊະນິດ ນັ້ນໆ ຖືວ່າໄດ້ຮັບຜົນເປັນຢ່າງດີ. ສຳລັບແຜນການໃນຕໍ່ໜ້າ ນອກ ຈາກປູກຜັກຈໍາໜ່າຍພາຍໃນແຂວງ ແລ້ວ ບໍລິສັດຈະໄດ້ມີການພັດທະ ນາ ຜັກປອດສານພິດ ໃຫ້ກາຍເປັນ ສິນຄ້າສົ່ງອອກຕ່າງເມືອງ, ແຂວງ ແລະຕ່າງປະເທດຕື່ມອີກ.ໄປພ້ອມໆ ກັບການສົ່ງເສີມໃຫ້ປະຊາຊົນເຂົ້າ ມາມີສ່ວນຮ່ວມໃນການປູກພືດຜັກ ປອດສານພິດຂາຍເປັນສິນຄ້າໃຫ້ ຫລາຍຂຶ້ນ ເພື່ອສ້າງລາຍໄດ້ໃຫ້ປະ ຊາຊົນບ້ານໃກ້ຄຽງ ຕິດພັນກັບການ ທ່ອງທ່ຽວ, ຈັດກິດຈະກໍາການປຸງ ແຕ່ງອາຫານຜັກສົດ ປອດສານພິດ ເພື່ອສຸຂະພາບ, ອາຫານແບບທ້ອງ ຖິ່ນແລະກິດຈະກໍາອື່ນໆທັງຕອບສະ ໜອງພືດຜັກ ໄວ້ໃຫ້ບໍລິການແຂກທີ່ ເຂົ້າມາທ່ຽວຊົມຢ່າງພຽງພໍ.

RkJQdWJsaXNoZXIy MTc3MTYxMQ==