6051

ບັນຊາໂດຍກົງ. ຖັດຈາກນັ້ນມາກໍໄດ້ ປະກາດຮັບເອົາບັນດາກອງເອກະ ລາດອື່ນໆເຊັ່ນ: ກອງໄຊຈັກກະພັດ, ກອງຟ້າງຸ່ມ, ກອງປັດໄຈ ແລະ ກອງ ໄຊເຊດຖາ ໂຮມເຂົ້າເປັນກອງທັບ ລາວອິດສະຫລະ. ນັບແຕ່ນັ້ນມາ ວັນທີ 20 ມັງກອນ 1949 ຈຶ່ງກາຍ ເປັນວັນປະຫວັດສາດແຫ່ງການ ສ້າງຕັ້ງ ກອງທັບປະຊາຊົນລາວ. ກອງທັບປະຊາຊົນລາວໄດ້ຜ່ານ ຍານແຫ່ງການສ້າງຕັ້ງ, ສູ້ຮົບມີໄຊ ແລະ ເຕີບໃຫຍ່ຂະຫຍາຍຕົວ ພາຍ ໃຕ້ການນຳພາອັນປີຊາສາມາດ ສະ ຫລາດສ່ອງໃສຂອງພັກປະຊາຊົນ ປະຕິວັດລາວ ກອງທັບປະຊາຊົນ ລາວ ໄດ້ຜ່ານຜ່າອຸປະສັກນາໆ ປະການ ບໍ່ຈັກວ່າເທົ່າໃດ ແລະເຕັມ ໄປດ້ວຍການເສຍສະຫລະອັນໃຫຍ່ ຫລວງໃນພາລະກິດຕໍ່ສູ້ປົດປ່ອຍ ຊາດ ເຮັດສຳເລັດພາລະກຳປະຫວັດ ສາດທີ່ພັກ ແລະ ປະຊາຊົນມອບ ໝາຍໃຫ້ຢ່າງມີໄຊ. ຕະຫລອດໄລຍະເວລາແຫ່ງການ ກຳເນີດ, ສູ້ຮົບມີໄຊເຕີບໃຫຍ່ຂະ ຫຍາຍຕົວ 76 ປີ ຜ່ານມາ ກອງທັບ ພວກເຮົາໄດ້ເຮັດສຳເລັດພາລະກິດ ອັນຍິ່ງໃຫຍ່ແລະ ສ້າງຜົນງານດີເດັ່ນ ແລະ ວິລະກຳອັນລໍ້າເລີດໄວ້ໃນໜ້າ ປະຫວັດສາດຢ່າງສົມກຽດກອງທັບ ຍາມໃດກໍນຳໜ້າທຸກວຽກງານ, ເດັດດ່ຽວຜ່ານຜ່າອຸປະສັກ ເຮັດສຳ ເລັດໜ້າທີ່ ຕີເອົາຊະນະສັດຕູທຸກໂຕ ສົມແລ້ວທີ່ເປັນກຳລັງແກ່ນສານ ທີ່ເຂັ້ມແຂງຂອງການປະຕິວັດ ເປັນ ເຄື່ອງມືອັນແຫລມຄົມຂອງພັກ ແລະ ເປັນກອງທັບວິລະຊົນຂອງ ຊາດລາວ. ໃນການປາຖະກະຖາຄັ້ງນີ້ ເພື່ອ ແນໃສ່ສຶກສາອົບຮົມພະນັກງານ, ທະຫານ, ຕໍາຫລວດ ປະຊາຊົນ ບັນດາເຜົ່າໃນທົ່ວສັງຄົມ ໄດ້ທົບ ທວນຄືນຮູ້ໄດ້ການກໍາເນີດການ ເຕີບໃຫຍ່ຂະຫຍາຍຕົວ ເຫັນໄດ້ຜົນ ງານໄຊຊະນະທີ່ຍາດມາໄດ້ ແລະ ກໍາໄດ້ທາດແທ້ມູນເຊື້ອອັນສະຫງ່າ ງາມ ຂອງກອງທັບປະຊາຊົນລາວ, ທັງເປັນການປູກຈິດສໍານຶກມີຄວາມ ກະຕັນຍູຮູ້ບຸນຄຸນນັກວິລະຊົນແຫ່ງ ຊາດ, ນັກຮົບແຂ່ງຂັນ, ພະນັກງານ- ນັກຮົບ ແລະ ພໍ່ແມ່ປະຊາຊົນບັນດາ ເຜົ່າ ທີ່ໄດ້ອຸທິດຊີວິດເພື່ອພາລະກິດ ປະຕິວັດ ເພື່ອປະເທດຊາດ ແລະ ເປັນການເສີມຂະຫຍາຍທາດແທ້ມູນ ເຊື້ອອັນສະຫງ່າງາມຂອງກອງທັບ ປະຊາຊົນລາວ. 07 xtgmf]k; gsfdko{dkora fmtok a 21/01/2025 ຂ່າວ: ມະນີວັນ່ າີ ວັນ g-a ola opk]q 'mb ox6 dc8'3, gxa oly o7h k 16 j g,n v'cdj omh k; ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ແຂວງຄໍາມ່ວນ ຈັດປາຖະກະຖາ ຫວນຄືນມູນເຊື້ອ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 76 ປີ (20 ມັງກອນ 1949 - 20 ມັງກອນ 2025) ໃນເມື່ອບໍ່ດົນມານີ້ ໂດຍການປາຖະ ກະຖາຂອງ ທ່ານ ພົນໂທ ແສງນວນ ໄຊຍະລາດ ປະທານສະຫະພັນນັກ ຮົບເກົ່າແຫ່ງຊາດລາວ, ມີທ່ານ ພົນຈັດຕະວາ ສົມແຄນ ອັບປະສອນ ຄະນະປະຈໍາພັກແຂວງເລຂາພັກຫົວ ໜ້າການເມືອງ ກອງບັນຊາການ ທະຫານແຂວງຄຳມ່ວນ ພ້ອມດ້ວຍ ອະດີດພະນັກງານປະຕິວັດອາວຸໂສ ບໍານານ, ກຳລັງ ປກຊ-ປກສ, ແລະ ພະນັກງານຫລັກແຫລ່ງອ້ອມຂ້າງ ແຂວງເຂົ້າຮ່ວມ. ທ່ານພົນໂທແສງນວນໄຊຍະລາດ ໄດ້ຫວນຄືນເຖິງປະຫວັດການກໍາ ເນີດຂອງກອງທັບປະຊາຊົນລາວ, ຜົນງານ, ໄຊຊະນະ ແລະ ການເຕີບ ໃຫຍ່ຂະຫຍາຍຕົວໃນແຕ່ລະໄລຍະ ໂດຍສະເພາະ ໄລຍະດຳເນີນການ ປະຕິວັດຕໍ່ສູ້ປົດປ່ອຍຊາດ, ໄລຍະປະ ຕິບັດສອງໜ້າທີ່ຍຸດທະສາດປົກປັກ ຮັກສາ ແລະ ສ້າງສາພັດທະນາປະ ເທດຊາດ. ໃນວັນທີ 20 ມັງກອນ { 7e,j ;o s;o7n o,6 og-B v ;a olh k'8A ' dv'ma [xt-k-q o]k; 7q [Iv[ 76 xu ຂປລ. ແຫລ່ງຂ່າວຈາກ ແຂວງ ໄຊຍະບູລີ ໃຫ້ຮູ້ວ່າ: ເມືອງແກ່ນທ້າວ ແຂວງໄຊຍະບູລີ ເຊັນສັນຍາລົງທຶນ ປູກແຕງໂມ ເປັນສິນຄ້າ ລະຫວ່າງ ຫ້ອງການແຜນການ ແລະ ການ ລົງທຶນເມືອງ ກັບ ບໍລິສັດ ວຽງແກ້ວ ພັດທະນາ ແລະ ສົ່ງເສີມກະສິກໍາ ຂາອອກ-ຂາເຂົ້າ ຈໍາກັດ ໃນວັນທີ 16ມັງກອນ2025ຜ່ານມານີ້ທີ່ຫ້ອງ ວ່າການເມືອງ ໂດຍມີທ່ານ ສົມສີ ຊາວພິລາຮອງເຈົ້າເມືອງແກ່ນທ້າວ, ມີຄະນະຮັບຜິດຊອບຄຸ້ມຄອງການ ປູກພືດເປັນສິນຄ້າ, ຕາງໜ້າບໍລິສັດ ແລະ ເຈົ້າຂອງດິນເຂົ້າຮ່ວມ. ທ່ານ ໂອລາ ໄພວົງ ຫົວໜ້າ ຫ້ອງການແຜນການ ແລະ ການ ລົງທຶນເມືອງ ໄດ້ຜ່ານຮ່າງສັນຍາ ລົງທຶນປູກແຕງໂມ ເປັນສິນຄ້າ ຊຶ່ງໃນສັນຍາດັ່ງກ່າວ ມີຈຸດປະສົງ ໃນການສົ່ງເສີມແຜນພັດທະນາ ເສດຖະກິດ-ສັງຄົມຂອງເມືອງ ດ້ານ ກະສິກໍາ ໃນການຜະລິດເປັນສິນຄ້າ ເພື່ອສົ່ງອອກ, ເພື່ອເຮັດໃຫ້ປະຊາຊົນ ໄດ້ມີວຽກເຮັດງານທໍາ, ມີລາຍຮັບ, ມີຊີວິດການເປັນຢູ່ດີຂຶ້ນເທື່ອລະກ້າວ ແລະ ເຊົ່າດິນປະຊາຊົນ ປູກແຕງໂມ ເພື່ອສົ່ງຜົນຜະລິດອອກໄປ ສປ ຈີນ, ໃນສັນຍາ ໄດ້ເຊົ່າດິນປະຊາຊົນ ແລະ ດິນລັດ ຢູ່ຂອບເຂດບ້ານບຸ່ງ ຄ້າ ເນື້ອທີ່ທັງໝົດ 70,73 ເຮັກຕາ, ການມອບທຶນພັດທະນາ ແລະ ພັນ ທະ 1,5 ລ້ານກີບຕໍ່ເຮັກຕາຕໍ່ປີ ລວມ ເປັນເງິນທັງໝົດ 106 ລ້ານກວ່າ ກີບຕໍ່ປີ. ໃນນີ້, ບ້ວງແຂວງ 50%, ເມືອງ 24%, ບ້ານ 13% ແລະ ບ້ວງວິຊາການ 13% ກໍານົດເວລາ ຂອງສັນຍາ 1 ປີ (1 ຕຸລາ 2024-1 ຕຸລາ 2025). 1949 ຢູ່ເຂດທີ່ໝັ້ນຖໍ້າແມ ເຂດລາວ ຮຸ່ງພຽງສາ ເມືອງຊຽງຄໍ້ ແຂວງ ຫົວພັນ, ທ່ານ ໄກສອນ ພົມວິຫານ ໄດ້ປະກາດສ້າງຕັ້ງ “ກອງລາດຊະ ວົງ” ຂຶ້ນຢ່າງເປັນທາງການ ໂດຍ ແມ່ນທ່ານ ເພັດສະວົງ ເປັນຫົວໜ້າ ການທະຫານ, ທ່ານ ສີສະຫວາດ ແກ້ວບຸນພັນ ເປັນຫົວໜ້າການເມືອງ ແລະ ທ່ານ ຄໍາມູນ ເປັນຮອງຜູ້ບັນ ຊາການ. ໃນມື້ດຽວກັນນັ້ນ, ໂດຍ ພາຍໃຕ້ການນໍາພາອັນແທດເຖິງ ຂອງສາຂາພັກກອມມູນິດອິນດູຈີນ ປະຈຳແຄວ້ນລາວ ໄດ້ຈັດຕັ້ງກອງ ປະຊຸມ ໂດຍເອົາສະຖານທີ່ກອງ ລາດຊະວົງເປັນບ່ອນປະຊຸມ ແລະ ໄດ້ປະກາດສ້າງຕັ້ງກອງທັບລາວ ອິດສະຫລະຢ່າງເປັນທາງການ ໂດຍແມ່ນທ່ານ ໄກສອນ ພົມວິຫານ ເປັນຜູ້ປະກາດສ້າງຕັ້ງ ແລະ ເປັນຜູ້

RkJQdWJsaXNoZXIy MTc3MTYxMQ==