xtgmf]k; 4 3]d c]t gsfdko 21/01/2025 glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ,tstdedkomj v'mj P;vk-Po 2025 w00B o1j k'gxa omk'dkomuj xtgmf,kg]g-p l6 o;a fmtotme 9u o xt9e]k; lts]v'[5 od5 f9u o xu 2025 ຂປລ. ສູນວັດທະນະທຳຈີນ ປະຈຳ ລາວຈັດກິດຈະກໍາສະເຫລີມສະຫລອງ ບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດ ວັດທະນະທໍາຫູເປີຍທີ່ປະເທດລາວ” ໃນຕອນບ່າຍວັນທີ17ມັງກອນ2025 ທີ່ສູນວັດທະນະທໍາຈີນ ປະຈໍາ ສປປ ລາວ ໂດຍມີ ທ່ານ ວັນສີ ກົວມົວ ຮອງ ລັດຖະມົນຕີ ກະຊວງ ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ນາງ ຟາງຫົງ ເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາລາວ,ທ່ານ ນາງ ຫລີຢີ່ຜິງ ຫົວໜ້າສູນວັດທະນະທໍາຈີນ ປະຈໍາລາວ ເຂົ້າຮ່ວມ. ໃນປະເທດຈີນ, ບຸນກຸດຈີນ ແມ່ນ ສັນຍະລັກແຫ່ງການເລິ່ມຕົ້ນປີໃໝ່ ເຊິ່ງ ຈະເລີ່ມຕົ້ນໃນວັນທີ 1 ເດືອນ 1 ຕາມ ປະຕິທິນຈີນ. ໄລຍະກ່ອນ ແລະ ຫລັງ ບຸນກຸດຈີນ ຜູ້ຄົນຈະປະຕິບັດກິດຈະກໍາ ທາງສັງຄົມຕ່າງໆ ເພື່ອເປັນການບອກ ລາປີເກົ່າຕ້ອນຮັບປີໃໝ່ ແລະ ການອະ ທິຖານຂໍພອນໂຊກລາບ, ຄົນໃນຄອບ ຄົວເຕົ້າໂຮມກັນສະຫລອງ, ເສີມຂະ ຫຍາຍຄວາມສາມັກຄີໃນສັງຄົມ, ຂະ ບວນການດັ່ງກ່າວຖືກເອີ້ນວ່າ “ການ ສະເຫລີມສະຫລອງປີໃໝ່”. ອີງຕາມ ການຂະຫຍາຍຂອບເຂດ ການເຜີຍແຜ່ ສູ່ຕ່າງປະເທດ, ບຸນກຸດຈີນ ກາຍເປັນ ສັນຍະລັກແຫ່ງວັດທະນະທໍາຈີນ ທີ່ ທົ່ວໂລກໃຫ້ການຍອມຮັບ, ເຫັນພ້ອມ ແລະ ຊື່ນຊົມ. ທ່ານ ວັນສີ ກົວມົວ ໄດ້ກ່າວວ່າ: ການຈັດກິດຈະກຳຄັ້ງນີ້, ເປັນການ ນຳເອົາວັດທະນະທຳ ອັນອຸດົມສົມບູນ ແລະ ເປັນເອກະລັກຂອງແຂວງຫູເປີຍ ມາສູ່ສາຍຕາຂອງປະຊາຊົນລາວ ໂດຍ ສະເພາະແມ່ນ ການສະແດງສິລະປະ, ດົນຕີ, ການວາງສະແດງມໍລະດົກ ວັດ ທະນະທຳນາມມະທຳ, ອາຫານພື້ນ ເມືອງ ແລະ ຜົນງານຮູບແຕ້ມ ລ້ວນແຕ່ ສະທ້ອນ ໃຫ້ເຫັນເຖິງມູນເຊື້ອວັດທະ ນະທຳອັນເກົ່າແກ່ ແລະ ມີຊີວິດຊີວາ ຂອງແຂວງຫູເປີຍ. ກິດຈະກຳຄັ້ງນີ້, ບໍ່ພຽງແຕ່ເປັນການແລກປ່ຽນວັດທະ ນະທຳເທົ່ານັ້ນ, ແຕ່ຍັງເປັນການສະ ທ້ອນໃຫ້ເຫັນເຖິງສາຍພົວພັນອັນແໜ້ນ ແຟ້ນ ພາຍໃຕ້ກອບການຮ່ວມມື “ໜຶ່ງ ແລວ ໜຶ່ງເສັ້ນທາງ” ທີ່ນັບມື້ນັບມີ ຜົນສຳເລັດຢ່າງເປັນຮູບປະທຳ. ໃນຂອບ“ໜຶ່ງແລວໜຶ່ງເສັ້ນທາງ” ໂຄງການທາງລົດໄຟ ລາວ-ຈີນ ເຊິ່ງ ເປັນໂຄງການເຊື່ອມຈອດຍຸດທະສາດ ລະຫວ່າງສອງປະເທດ ໄດ້ກາຍເປັນ ເສັ້ນທາງແຫ່ງການພັດທະນາ, ເສັ້ນ ທາງແຫ່ງຄວາມຜາສຸກຂອງປະຊາຊົນ ແລະ ເສັ້ນທາງແຫ່ງມິດຕະພາບ ທີ່ນັບ ມື້ນັບໃກ້ຊິດຍິ່ງຂຶ້ນ. ທ່ານຮອງລັດຖະ ມົນຕີ ຍັງໄດ້ສະແດງຄວາມເຊື່ອໝັ້ນ ວ່າ ກິດຈະກຳຄັ້ງນີ້, ຈະເປັນຂົວຕໍ່ໃນ ການແລກປ່ຽນຮຽນຮູ້ເຊິ່ງກັນ ແລະ ກັນ, ເພີ່ມພູນຄວາມເຂົ້າອົກເຂົ້າໃຈ, ຄວາມຮັກແພງລະຫວ່າງປະຊາຊົນ ສອງຊາດ, ທັງເປັນການສົ່ງເສີມການ ທ່ອງທ່ຽວ ແລະ ການຮ່ວມມືໃນດ້ານ ຕ່າງໆ ລະຫວ່າງ ລາວ ແລະ ແຂວງ ຫູເປີຍ ໃນອະນາຄົດ, ດັ່ງຄຳສຸພາສິດ ລາວທີ່ວ່າ “ຮັກແພງກັນຄືເຂົ້າໜຽວ ຕິດກະຕິບເຂົ້າ. ຂ່າວ: ກິດຕາ; ພາບ: ເກດສະໜາ ຂປລ. ມະຫະກໍາການທ່ອງທ່ຽວອາ ຊຽນ 2025 (ASEAN Tourism Forum2025)ຫລືATFໄຂຂຶ້ນຢ່າງ ເປັນທາງການ ໃນວັນທີ 18 ມັງກອນ 2025 ຢູ່ ຈໍຮໍ ບາຣູ ມາເລເຊຍ, ໃຫ້ ກຽດເຂົ້າຮ່ວມໂດຍ ທ່ານ ດາໂຕະ ສິຣິ ຟາດດິວລາ ບິນ ຮາຈິ ຢູຊອບ ຮອງນາຍົກລັດຖະມົນຕີມາເລເຊຍ, ມີ ບັນດາລັດຖະມົນຕີທ່ອງທ່ຽວອາຊຽນ. ສຳລັບ ສປປ ລາວ ເປັນກຽດເຂົ້າ ຮ່ວມໂດຍ ທ່ານ ນາງ ດາລານີ ພົມມະ ວົງສາ ຮອງລັດຖະມົນຕີກະຊວງຖະ ແຫລງຂ່າວ ວັດທະນະທຳ ແລະ ທ່ອງ ທ່ຽວ, ພ້ອມດ້ວຍລັດຖະມົນຕີທ່ອງ ທ່ຽວຈາກ ຕີມໍແລັດສະເຕ, ຄະນະຜູ້ ແທນຈາກພາກລັດ, ອົງການຈັດຕັ້ງສາ ກົນ, ທຸລະກິດທ່ອງທ່ຽວ ຈາກບັນດາ ປະເທດອາຊຽນ ເຂົ້າຮ່ວມ. ໃນພິທີ, ທ່ານຮອງນາຍົກລັດຖະ ມົນຕີມາເລເຊຍ ໄດ້ກ່າວວ່າ: ມະຫະກໍາ ການທ່ອງທ່ຽວອາຊຽນ 2025 ຈັດ ຂຶ້ນພາຍໃຕ້ຫົວຂໍ້ “ຄວາມສາມັກຄີໃນ ການເຄື່ອນໄຫວ: ສ້າງອະນາຄົດການ ທ່ອງທ່ຽວ ຂອງອາຊຽນ” (UNITY IN MOTION: SHAPING ASEAN’s TOURISM TOMORROW) ເຊິ່ງປີ ນີ້ ລັດຖະບານມາເລເຊຍ ໄດ້ຮັບກຽດ ເປັນເຈົ້າພາບ ໄດ້ດຳເນີນມາແຕ່ວັນທີ 15-20 ມັງກອນ 2025 ເພື່ອສົ່ງເສີມ ການທ່ອງທ່ຽວ ບັນດາປະເທດອາ ຊຽນ ໃນຖານະເປັນຈຸດໝາຍປາຍທາງ ການທ່ອງທ່ຽວຮ່ວມກັນເປັນໜຶ່ງ ດຽວ ໂດຍມີເປົ້າໝາຍເພື່ອພັດທະນາ ອຸດສາຫະກຳການທ່ອງທ່ຽວຂອງອາ ຊຽນ ໃຫ້ມີຄວາມຍືນຍົງ ແລະ ໃນນາມ ທີ່ປະເທດມາເລເຊຍ ໄດ້ເປັນປະທານ ອາຊຽນ ຢືນຢັນວ່າ ຈະສືບຕໍ່ຊຸກຍູ້ສົ່ງ ເສີມການຮ່ວມມືດ້ານການທ່ອງທ່ຽວ ອາຊຽນ ໃຫ້ມີຄວາມຍືນຍົງ ເຊິ່ງມາເລ ເຊຍ ໄດ້ສະແດງໃຫ້ເຫັນເຖິງບົດບາດ ສຳຄັນໃຫ້ການສົ່ງເສີມການທ່ອງທ່ຽວ ທາງດ້ານອະນຸລັກວັດທະນະທຳ ການ ຮັກສາສິ່ງແວດລ້ອມ ດ້ວຍການຫລຸດ ຜ່ອນກາກບອນໃນອຸດສາຫະກຳການ ບິນພະລັງງານໝູນວຽນແລະການພັດ ທະນາການທ່ອງທ່ຽວທີ່ເປັນວັດທະ ນະທຳເຊັ່ນ: ການທ່ອງທ່ຽວຊຸມຊົນ, ການທ່ຽວລະບົບນິເວດ ແລະ ການ ທ່ອງທ່ຽວເຊີງອະນຸລັກ ເຊິ່ງໂຄງການ ເຫລົ່ານີ້ມີເປົ້າໝາຍ ເພື່ອໃຫ້ຊຸມຊົນ ທ້ອງຖິ່ນໄດ້ຮັບຜົນປະໂຫຍດ, ພ້ອມ ທັງຮັກສາຄວາມເປັນເອກກະລັກທາງ ດ້ານວັດທະນະທຳ ແລະ ການປົກປັກ ຮັກສາສິ່ງແວດລ້ອມ. ງານດັ່ງກ່າວ, ເປັນການຮ່ວມມື ຂອງບັນດາປະເທດອາຊຽນ ເພື່ອສ້າງ ເສດຖະກິດຈາກການທ່ອງທ່ຽວທີ່ແຂງ ແກ່ນ ເຊິ່ງເປັນປະໂຫຍດຕໍ່ທຸກຝ່າຍ ຕັ້ງແຕ່ທ້ອງຖິ່ນໄປເຖິງທຸລະກິດຂະ ໜາດນ້ອຍ ເພື່ອຮ່ວມກັນສ້າງລະ ບົບ ນິເວດການທ່ອງທ່ຽວ ທີ່ຍືນຍົງໃນໄລ ຍະຍາວ. ຂ່າວ-ພາບ: ສຸກທະວີ ຂປລ. ສື່ມວນຊົນ ຈາກ ສປປ ລາວ ສໍາເລັດການເຂົ້າຮ່ວມຝຶກອົບຮົມ ພາຍ ໃຕ້ຫົວຂໍ້ “ສຸຂະພາບໜຶ່ງດຽວ” ໃນ ວັນທີ 13-17 ມັງກອນ 2025 ຢູ່ຣາ ຊະອານາຈັກໄທ ໂດຍໄດ້ຮຽນຮູ້ການ ເຮັດຄລິບວິດີໂອ ດ້ວຍມືຖື ເພື່ອໂຄສະ ນາກ່ຽວກັບການເຝົ້າລະວັງພະຍາດ ຕ່າງໆ ພາຍໃຕ້ໂຄງການດັ່ງກ່າວ. ໂອກາດນີ້, ສື່ມວນຊົນລາວທີ່ ເຂົ້າຮ່ວມຝຶກອົບຮົມ ຍັງໄດ້ເດີນທາງ ໄປ ແຂວງຊົນບູລີ ເພື່ອຕິດຕາມເບິ່ງ ການເກັບຕົວຢ່າງຂີ້ເຈຍ ເພື່ອມາວິໄຈ ຊອກຫາເຊື້ອພະຍາດ ນິປາໄວຣັດ (ເປັນເຊື້ອພະຍາດທີ່ເກີດຈາກສັດສູ່ ຄົນ) ຢູ່ວັດຫລວງພົມມະວາດ ແລະ ການໃຊ້ຊີວິດຂອງເຈຍ ແລະ ປະຊາຊົນ ຢູ່ໃນເຂດດັ່ງກ່າວ. ທ່ານນາງ ສຸພາພອນ ວັດສະລະ ພຸດສະດີ ນັກຄົ້ນຄວ້າຈາກມະຫາວິທະ ຍາໄລຈຸລາລົງກອນ ປະເທດໄທ ໄດ້ ໃຫ້ຮູ້ກ່ຽວກັບ ສຸຂະພາບໜຶ່ງດຽວ ກໍຄື ການເຝົ້າລະວັງເຊື້ອພະຍາດ ນິປາໄວ ຣັດ ທີ່ຢູ່ໃນເຈຍແມ່ໄກ່, ປັດຈຸບັນ ແມ່ນ ກວດພົບເຊື້ອພະຍາດດັ່ງກ່າວ ຈາກ ເຈຍແມ່ໄກ່ ຢູ່ແຂວງຊົນບູລີ ແຕ່ຍັງບໍ່ ພົບເຊື້ອພະຍາດ ນິປາໄວຣັດ ຕິດຕໍ່ສູ່ ຄົນເທື່ອ. ປັດຈຸບັນ, ປະຊາກອນ ເຈຍ ແມ່ໄກ່ ຢູ່ແຂວງຊົນບູລີ ມີປະມານ 8.000-10.000 ໂຕ ແລະ ທົ່ວປະທດ ໄທ ມີປະມານ 20 ລ້ານໂຕ. ເຊື້ອພະຍາດ ນິປາໄວຣັດ ແມ່ນ ເຮັດໃຫ້ເກີດພະຍາດສະໝອງອັກເສບ, ພະຍາດທາງເດີນຫາຍໃຈ ເຊິ່ງພະຍາດ ດັ່ງກ່າວ ເປັນອັນຕະລາຍຫລາຍ ເຊິ່ງ ອາການຂອງພະຍາດດັ່ງກ່າວແມ່ນ ມີໄຂ້, ໄອ ແລະ ເຈັບຫົວ ຖ້າຕິດເຊື້ອ ຂປລ. ທ້າຍອາທິດຜ່ານມາ, ຄະນະ ກວດກາພັກ ອົງການໄອຍະການປະຊາ ຊົນສູງສຸດ (ອອປສ) ໄດ້ດໍາເນີນກອງ ປະຊຸມວຽກງານກວດກາພັກ ປະຈໍາໄຕ ມາດ IV ປະຈຳປີ 2024 ເພື່ອສະຫລຸບ ຕີລາຄາຄືນການຈັດຕັ້ງປະຕິບັດວຽກ ງານກວດກາພັກ ພາຍໃຕ້ການເປັນ ປະທານຂອງ ສະຫາຍ ຄໍານຸທອນ ສູນວິເລີດ ຮອງປະທານກວດກາພັກ, ຫົວໜ້າກົມກວດກາ, ມີບັນດາສະຫາຍ ຮອງເລຂາໜ່ວຍພັກ ຜູ້ເຮັດວຽກງານ ກວດກາໜ່ວຍພັກຂອງຫ້ອງການ, ບັນ ດາກົມ, ສະຖາບັນຄົ້ນຄວ້າ ແລະ ຝຶກ ອົມຮົມໄອຍະການ, ພະນັກງານຫລັກ ແຫລ່ງຂອງກົມກວດກາອົງການໄອ ຍະການປະຊາຊົນສູງສຸດ ເຂົ້າຮ່ວມ. ສະຫາຍ ສົມພອນໄຊ ເມືອງປາກ ຮອງເລຂາໜ່ວຍພັກ ກົມກວດກາ ໄດ້ ຜ່ານບົດສະຫລຸບຕີລາຄາການເຄື່ອນ ໄຫວວຽກງານກວດກາພັກ ປະຈຳໄຕ ມາດ IV(10,11,12) ປີ 2024 ແລະ ທິດທາງແຜນການວຽກງານຈຸດສຸມ ປະຈຳໄຕມາດ I (1,2,3) ປີ 2025 ເຊິ່ງໄດ້ຍົກໃຫ້ເຫັນເຖິງດ້ານດີ, ຂໍ້ຄົງ ຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ ໃນການຈັດຕັ້ງປະຕິບັດວຽກງານກວດ ກາໄຕມາດທີ່ຜ່ານມາ ເປັນຕົ້ນແມ່ນ ການຕິດຕາມ, ກວດກາການປະຕິບັດ ໜ້າທີ່ຂອງການຈັດຕັ້ງ, ສະມາຊິກພັກ, ພະນັກງານ-ລັດຖະກອນຂອງອົງການ ໄອຍະການປະຊາຊົນສູງສຸດ ຈາກນັ້ນ ບັນດາສະຫາຍຜູ້ເຂົ້າຮ່ວມກອງປະຊຸມ ກໍໄດ້ພ້ອມກັນ ປະກອບຄໍາຄິດເຫັນຕໍ່ ບົດສະຫລຸບຢ່າງກົງໄປກົງມາ. ນອກ ຈາກນີ້, ກອງປະຊຸມຍັງໄດ້ຮັບຟັງການ ລາຍງານບັນດາປະກົດການຫຍໍ້ທໍ້ ກໍຄື ສະພາບການຕ່າງໆ ທີ່ເກີດຂຶ້ນຢູ່ບັນດາ ໜ່ວຍພັກ ແລະ 3 ອົງການຈັດຕັ້ງມະ ຫາຊົນ ທີ່ຂຶ້ນກັບອົງຄະນະພັກອົງການ ໄອຍະການປະຊາຊົນສູງສຸດ. ພ້ອມກັນ ນັ້ນ, ກໍໄດ້ແລກປ່ຽນບາງບັນຫາ ໃນ ການແກ້ໄຂສະພາບການຕ່າງໆ ທີ່ເກີດ 7totd;fdkra d vvxl lts]5 [ ;Pd'koxt9ew8,kf IV xt9exu 2024 ຂປລ. ສູນວັດທະນະທໍາຈີນ ປະ ຈໍາລາວ ເປີດໃຫ້ມວນຊົນເຂົ້າຮ່ວມກິດ ຈະກຳສະເຫລີມສະຫລອງບຸນກຸດຈີນ ປີ 2025 ໃນຫົວຂໍ້ “ສໍາຜັດວັດທະນະ ທໍາຫູເປີຍ ທີ່ປະເທດລາວ” ລະຫວ່າງ ວັນທີ 18-19 ມັງກອນ 2025 ແບບ ບໍ່ເສຍຄ່າ ຢູ່ສູນວັດທະນະທໍາຈີນ ປະ ຈໍາລາວ, ພາຍໃນງານມີຫລາຍກິດ ຈະກຳ ເປັນຕົ້ນ ຫລິ້ນເກມ, ລະບາຍສີ, ການຂຽນໂຕໜັງສືຈີນ, ການຕັດເຈ້ຍ, ການແຕ້ມໜ້າກາກ ແລະ ກິດຈະກຳ ສະຫລອງບຸນກຸດຈີນອື່ນໆ ເພື່ອລຸ້ນຮັບ ລາງວັນ ຈາກສູນວັດທະນະທຳຈີນ. ການສະເຫລີມສະຫລອງບຸນກຸດ ຈີນ ເປັນກິດຈະກໍາແລກປ່ຽນວັດທະ ນະທໍາຈີນ ກັບຕ່າງປະເທດ ເຊິ່ງການ ສະຫລອງບຸນກຸດຈີນໃນປີນີ້ ຈະຈັດໃຫ້ ມີກິດຈະກໍາແລກປ່ຽນຮູບແບບຕ່າງໆ ໃນທົ່ວໂລກ. ສຳລັບ ສປປ ລາວ ໃນປີ ນີ້, ໄດ້ສຳຜັດກັບວັດທະນະທຳຫູເປີຍ ທີ່ປະເທດລາວ ເຊິ່ງເປັນການນຳເອົາ ວັດທະນະທຳອັນອຸດົມສົມບູນ ແລະ ເປັນເອກະລັກຂອງແຂວງຫູເປີຍ ມາສູ່ ສາຍຕາຂອງປະຊາຊົນລາວ ເປັນຕົ້ນ ການສະແດງສິລະປະ, ດົນຕີ, ການ ວາງສະແດງມໍລະດົກວັດທະນະທຳ ນາມມະທຳ, ອາຫານພື້ນເມືອງ ແລະ ຜົນງານຮູບແຕ້ມ ເຊິ່ງລ້ວນແຕ່ສະ ,;o-q o16j ot7vos];';P'9a o g0Q kIj ;,dy f9tdelts]v'[5 od5 f9u o ທ້ອນໃຫ້ເຫັນເຖິງມູນເຊື້ອວັດທະນະ ທຳອັນເກົ່າແກ່ ແລະ ມີຊີວິດຊີວາ ຂອງ ແຂວງຫູເປີຍ. ໃນປະເທດຈີນ,ບຸນກຸດຈີນແມ່ນສັນ ຍະລັກແຫ່ງການເລີ່ມຕົ້ນປີໃໝ່ ເຊິ່ງ ຈະເລີ່ມຕົ້ນໃນວັນທີ 1 ເດືອນ 1 ຕາມ ປະຕິທິນຈີນ ໄລຍະກ່ອນ ແລະ ຫລັງ ບຸນກຸດຈີນ ຜູ້ຄົນຈະປະຕິບັດກິດຈະ ກິດທາງສັງຄົມຕ່າງໆ ເພື່ອເປັນການ ບອກລາປີເກົ່າຕ້ອນຮັບປີໃໝ່ ແລະ ອະທິຖານຂໍພອນ, ຂໍໂຊກລາບ, ຄົນ ໃນຄອບຄົວເຕົ້າໂຮມກັນສະເຫລີມສະ ຫລອງ, ເສີມຂະຫຍາຍຄວາມສາມັກຄີ ຮ່ວມກັນຂອງສັງຄົມ, ຂະບວນການ ດັ່ງກ່າວ ເອີ້ນວ່າ “ການສະເຫລີມສະ ຫລອງປີໃໝ່”. ອີງຕາມການຂະຫຍາຍ ຂອບເຂດການ ເຜີຍແຜ່ສູ່ຕ່າງປະເທດ, ບຸນກຸດຈີນ ກາຍເປັນສັນຍະລັກແຫ່ງ ວັດທະນະທໍາຈີນ ທີ່ທົ່ວໂລກໃຫ້ການ ຍອມຮັບ, ເຫັນພ້ອມ ແລະ ຊື່ນຊົມ. ໃນວັນທີ 4 ທັນວາ 2024 ການ ສະເໜີ “ບຸນກຸດຈີນ ການສະເຫລີມ ສະຫລອງບຸນປີໃໝ່ ອັນເປັນມູນເຊື້ອທີ່ ປະຕິບັດກັນໃນສັງຄົມຂອງປະຊາຊົນ ຊາວຈີນ” ຖືກບັນທຶກເຂົ້າໃນລາຍຊື່ມໍ ລະດົກວັດທະນະທໍານາມມະທໍາ ຂອງ ອົງການອຸຍແນັສໂກ. ຂ່າວ: ກິດຕາ; ພາບ: ເກດສະໜາ ຂຶ້ນ ເພື່ອຮັບປະກັນເຮັດໃຫ້ການແກ້ໄຂ ບັນຫາຖືກຕ້ອງ, ສອດຄ່ອງຕາມພາລະ ບົດບາດ, ສິດ, ໜ້າທີ່ ແລະ ທັນຕາມສະ ພາບການ. ໃນໂອກາດກ່າວດັ່ງກ່າວ, ສະຫາຍ ຄໍານຸທອນ ສູນວິເລີດ ຮອງປະທານ ກວດກາພັກ, ຫົວໜ້າກົມກວດກາ ກໍໄດ້ ມີຄໍາເຫັນບາງບັນຫາຕໍ່ກອງປະຊຸມ ເປັນຕົ້ນ ບັນດາສະຫາຍຜູ້ເຮັດວຽກ ງານກວດກາຢູ່ແຕ່ລະໜ່ວຍພັກ ຕ້ອງ ໄດ້ເພີ່ມທະວີວຽກງານຕິດຕາມ, ກວດ ກາ ໃນການກໍາສະພາບຕ່າງໆທີ່ເກີດ ຂຶ້ນ ລວມເຖິງແນວຄິດ ຂອງສະມາຊິກ ພັກ, ພະນັກງານ-ລັດຖະກອນ ໃຫ້ມີ ຄວາມເຂັ້ມແຂງຂຶ້ນ, ພ້ອມກັນນັ້ນກໍ ເປັນເສນາທິການ ໃຫ້ແກ່ໜ່ວຍພັກ ໃນ ການຊຸກຍູ້ວຽກງານການເມືອງແນວ ຄິດໃຫ້ສະມາຊິກພັກ, ພະນັກງານ-ລັດ ຖະກອນໃຫ້ສູງຂຶ້ນ. ຂໍ້ມູນ: ກົມກວດກາ ອອປສ lnj ,;o-q o]k; leg]a f/b dvq [Iq , ;Pdl5 0trk[|b j 'fP; 16 j ik-tvkok9a dwm ພະຍາດດັ່ງກ່າວແລ້ວ ແມ່ນເຮັດໃຫ້ ເສຍຊີວິດໄດ້ ເພາະປັດຈຸບັນ, ຍັງບໍ່ທັນ ມີວັກຊິນປ້ອງກັນ ແລະ ຍັງບໍ່ທັນມີຢາ ປົວພະຍາດດັ່ງກ່າວ. ເຊື້ອພະຍາດນິປາໄວຣັດ ເກີດຈາກ ສັດສູ່ຄົນ ເຊິ່ງໄລຍະຜ່ານມາແມ່ນໄດ້ ຄົ້ນພົບຈາກ ໝູ, ເຈຍ, ມ້າ ຢູ່ປະເທດ ມາເລເຊຍ, ຟີລິບປິນ, ອິນເດຍ, ບັງ ກະລາເທດ, ສິງກະໂປ ແລະ ມີຄົນເສຍ ຊີວິດຈາກພະຍາດດັ່ງກ່າວແລ້ວ ເປັນ ຈໍານວນຫລາຍ. ໂອກາດດຽວກັນ, ສື່ມວນຊົນລາວ ຍັງໄດ້ໄປຢ້ຽມຢາມ ມະຫາວິທະຍາ ໄລມະຫິດົນ, ສະຖານບັນຄົ້ນຄວ້າວິໄຈ ເຊື້ອພະຍາດ ແລະ ກະຊວງສາທາ ລະນະສຸກ ຢູ່ກຸງເທບມະຫານະຄອນ ຕື່ມອີກ. ຂ່າວ: ວິນນາລີ
RkJQdWJsaXNoZXIy MTc3MTYxMQ==