16/01/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *ປີໃໝ່ສາກົນ ເລີ່ມຕົ້ນມາໄດ້ 9 ມື້ ຖືວ່າຍັງອຸ່ນໆກໍ່ວ່າໄດ້, ໄລຍະນີ້ ອຸນຫະພູມອາກາດອ່າວເຢັນແດ່, ການຮັກສາສຸຂະພາບຮ່າງກາຍໃຫ້ ອົບອຸ່ນບໍ່ສ່ຽງຕໍ່ການເປັນຫວັດເປັນ ໄອໄຂ້ປ່ວຍແມ່ນສໍາຄັນ. ມາພ້ອມ ໄລຍະອາກາດເຢັນລະດູແລ້ງຜັກ ນາງອາງຫຍ້າເຫັນວ່າອຸດົມສົມບູນ ຂຶ້ນ, ລາຄາພໍຟັງວ່າຊັ້ນ ເພາະ spt{pt{spa d c]t pa d .orklk]k; *ຄສ ໃໝ່ 2025 ເຂົ້າມາບໍ່ ເທົ່າໃດມື້ອາກາດປີນີ້ອ່າວໜາວ ກວ່າປີຜ່ານມາ, ຜູ້ມັກກໍ່ຖືກໃຈ, ຜູ້ ບໍ່ມັກກໍ່ບໍ່ຢາກວ່າປານໃດ ອີງໃສ່ ສຸຂະພາບຈຸດພິເສດຂອງຮ່າງກາຍ ໃຜລາວ. ສໍາລັບຄໍລໍາ ຮັກພາສາ ລາວ ແມ່ນສືບຕໍ່ຕາມຈຸດປະສົງເດີມ ໃນການນໍາສະເໜີຂໍ້ມູນກ່ຽວກັບ ພາສາລາວ ຮິບໂຮມມາໄດ້ ເພື່ອ ປະໂຫຍດໃນການພິຈາລະນານໍາ ໃຊ້ຢ່າງຖືກຕ້ອງກັບສະພາບຂອງ ຍຸກສະໄໝທີ່ມີການປ່ຽນແປງໄປ * ຮິບໂຮມໂດຍ: ພະກາ ຕາມເວລາ. ບົດນີ້ ນໍາເອົາຄໍາ: ຫຍະ, ຍະ, ຫຍັກ ແລະ ຍັກ ມາທົບ ທວນນໍາກັນ. ຄໍາ “ຫຍະ” ເປັນຄໍາຄຸນນາມ ໝາຍເຖິງບໍ່ກ້ຽງ, ຄຸນລັກສະນະ ເປັນຊາໆ ເວລາສໍາຜັດທາງກາຍ ຫລື ລີ້ນ ເຊັ່ນປະໂຫຍກທີ່ວ່າ: ກິນເຂົ້າມີເມັດດິນຊາຍທັງຫຍະລີ້ນ ແລະ ຫຍະແຂ້ວ; ລົງນໍ້າເປື້ອນມາ ຫຍະໂຕໝົດດັ່ງນີ້ເປັນຕົ້ນ. ຄໍາ “ຍະ” ເປັນຄໍາກິລິຍາ ຫລື ກໍາມະ ໝາຍເຖິງຫ່າງອອກຈາກ ກັນ, ຫ້ຽນອອກ. ເຮົາໃຊ້ເຊັ່ນ: ຍະ ວ່າງ, ຍະອອກ... ສ່ວນຄໍາ “ຫຍັກ” ເປັນກໍາມະ ໝາຍເຖິງການກະທໍາຂອງຄົນ ໂດຍການໃຊ້ໄມ້ ຫລື ສິ່ງຂອງມີ ລັກສະນະຮູບຍາວ ໂດຍມີຂໍ ຫລື ອື່ນ ເພື່ອເກາະ-ຄ້ອງສິ່ງໃດໜຶ່ງທີ່ຢູ່ສູງ ຈາກໜ້າດິນໃຫ້ຕົກ ຫລື ຂາດອອກ ຈາກບ່ອນຍຶດເຊັ່ນ ຫຍັກຮັງຕໍ່... ຄໍາ “ຍັກ” ເປັນຄໍານາມ ມີເຄົ້າ ມາຈາກປາລີ ໝາຍເຖິງຊື່ອະມະນຸດ ພວກໜຶ່ງ ຊຶ່ງໃນນິທານພື້ນເມືອງ ຫລາຍເລື່ອງພັນລະນາເຖິງ ເຊັ່ນ: ຍັກກຸມພັນ, ຍັກຂີນີ, ຍັກຕາດຽວ... ດັ່ງນັ້ນ ຈຶ່ງນໍາມາສຶກສາຮ່ວມ ກັນຄືດ່ັງນີ້ແລ, ພໍ້ກັນໃໝ່ບົດຕໍ່ໄປ. ໂດຍ: ຄ້ອງໃໝ່ -5 dp6h zt]y f.sh ,u rP'r z6h -N ln [8v5 f|6 oc0'cI' = + ເປັນໄລຍະເວລາການປູກພືດລະດູ ແລ້ງ ເຊິ່ງແຕ່ໃດມາພໍເຖິງຍາມນີ້ ການປູກຜັກຊະນິດຕ່າງໆແມ່ນເປັນ ຂະບວນຄຶກຄື້ນທີ່ສຸດໃນຫລາຍເຂດ ທົ່ວປະເທດ. ການປູກ-ການລ້ຽງ ປະຕິບັດຢ່າງແຂງແຮງຕາມທິດ ສອຈ ສ້າງເສດຖະກິດເອກະລາດ ເປັນເຈົ້າຕົນເອງ. ປີ 2024 ຜ່ານມາ ສະເພາະ ຢູ່ນະຄອນຫລວງວຽງຈັນ ຂໍ້ມູນ ຈາກພະແນກອຸດສາຫະກໍາ ແລະ ການຄ້າ ໃຫ້ຮູ້ແລ້ວວ່າການຜະລິດ ສະບຽງອາຫານແມ່ນສາມາດຕອບ ສະໜອງໄດ້ໂດຍພື້ນຖານຄວາມ ຕ້ອງການເປັນຕົ້ນເຂົ້າ 234.400 ກວ່າໂຕນ, ຜັກ 116.400 ກວ່າ ໂຕນ, ຊີ້ນ-ປາ-ໄຂ່ ໄດ້ 82.000 ກວ່າໂຕນ ເວົ້າຕົວເລກມົນ. ບັນດາ ໝາກຜົນທີ່ໄດ້ຮັບແມ່ນມາຈາກ ການຜະລິດແບບກຸ່ມ-ສະຫະກອນ, ຄອບຄົວ ເຊິ່ງມີກຸ່ມການຜະລິດ ທັງໝົດ 143 ກຸ່ມ, ມີສະມາຊິກ ກວ່າ 5.200 ຄອບຄົວ, ມີເນື້ອ ທີ່ການປູກກວ່າ 6.000 ເຮັກຕາ *ການຕໍ່ສູ້ປົກປັກຮັກສາ 2 ແຂວງເຕົ້າໂຮມ (ຊຳເໜືອ-ຜົ້ງ ສາລີ ) ແລະ ຊຸກຍູ້ຂະບວນການຕໍ່ສູ້ ຂອງປະຊາຊົນຢູ່ 10 ແຂວງນັ້ນ, ພັກມີແຜນນະໂຍບາຍເຈລະຈາ ກັບລັດຖະບານລາຊະອານາຈັກ. ລັດຖະບານລາຊະອານາຈັກ ຈຳ ຕ້ອງຍອມຮັບເອົາຂໍ້ສະເໜີຂອງ ຝ່າຍປະເທດລາວ ແລະ ຍອມໄປ ຮ່ວມກອງປະຊຸມຢູ່ຢ້າງກຸ້ງ (ນະ ຄອນຫລວງປະເທດມຽນມາ) ໃນ ວັນທີ 9 ຕຸລາ 1955 ແລະ ຍອມ ເຊັນສັນຍາຢຸດຕິການປະທະກັນ ດ້ວຍອາວຸດຢູ່ 2 ແຂວງເຕົ້າໂຮມ ໃນວັນທີ 11 ຕຸລາ 1955. ເຖິງ ຢ່າງນັ້ນກໍດີ, ຝ່າຍລາຊະອານາຈັກ ກໍບໍ່ປະລະເລ່ກົນຂອງພວກເຂົາ, ວັນທີ 25 ທັນວາ 1955, ພວກ ເຂົາໄດ້ຈັດຕັ້ງການເລືອກຕັ້ງແຕ່ ຝ່າຍດຽວຕ່າງຫາກ ໂດຍບໍ່ມີການ ເຂົ້າຮ່ວມຂອງຝ່າຍປະເທດລາວ. ຝ່າຍປະເທດລາວໄດ້ປະຕິເສດ ຢ່າງເດັດດ່ຽວຕໍ່ການເລືອກຕັ້ງ ຕ່າງຫາກດັ່ງກ່າວນັ້ນ ແລະ ກ່າວ ປະນາມຢ່າງເຄັ່ງຂຶມຕໍ່ການກະ ທຳຂອງພວກເຂົາທີ່ຝືນກັບສັນຍາ ເຊີແນວ. ໂດຍປະຕິບັດຕາມນະໂຍບາຍ ຂອງພັກ, ວັນທີ 6 ມັງກອນ 1956 ຢູ່ແຂວງຫົວພັນ ໄດ້ມີກອງປະຊຸມ ໃຫຍ່ຜູ້ແທນປະຊາຊົນທົ່ວປະເທດ ເຊິ່ງມີຜູ້ແທນເຂົ້າຮ່ວມ 150 ສະ ຫາຍ ທີ່ເປັນຕົວແທນໃຫ້ແກ່ບັນ ດາເຜົ່າ, ຊັ້ນຄົນ, ສາສະໜາ, ຜູ້ ຊົງຄຸນວຸດທິທີ່ຮັກຊາດ. ກອງປະ ຊຸມໄດ້ພິຈາລະນາເຫັນວ່າ: ເພື່ອ ຕອບສະໜອງຄວາມຮຽກຮ້ອງ ຕ້ອງການຂອງສະພາບການໃໝ່ ມີຄວາມຈຳເປັນຕ້ອງເປີດກວ້າງ ແນວໂຮມເອກະພາບແຫ່ງຊາດ. ສະນັ້ນ, ກອງປະຊຸມຈຶ່ງໄດ້ຕົກລົງ ປ່ຽນຊື່ແນວລາວອິດສະຫລະມາ ເປັນແນວລາວຮັກຊາດ ເພື່ອໃຫ້ ສອດຄ່ອງກັບລັກສະນະຕໍ່ສູ້ໃນ ໄລຍະໃໝ່ ແລະ ປ່ຽນຊື່ໜັງສືພິມ “ລາວອິດສະຫລະ” ມາເປັນໜັງ ສືພິມ “ລາວຮັກຊາດ.” ກອງປະຊຸມໃຫຍ່ໄດ້ຄັດເລືອກ ເອົາຄະນະກຳມະການສູນກາງ ແນວລາວຮັກຊາດ 47 ສະຫາຍ ໂດຍແມ່ນສະເດັດເຈົ້າ ສຸພານຸວົງ ເປັນປະທານ, ການສ້າງຕັ້ງແນວ ລາວຮັກຊາດ ໄດ້ເຮັດໃຫ້ເກີດມີ ແນວໂຮມທີ່ກວ້າງຂວາງກວ່າ ເກົ່າ, ພ້ອມນັ້ນ ກໍເປັນອົງການຈັດ ຕັ້ງເປີດເຜີຍຖືກົດໝາຍຂອງພັກ ປະຊາຊົນລາວ ເຊິ່ງໃນເວລານັ້ນ ພັກຍັງບໍ່ທັນມີເງື່ອນໄຂເຄື່ອນໄຫວ ເປີດເຜີຍ. ທຸກແຜນນະໂຍບາຍ ແລະ ນະໂຍບາຍຂອງພັກທັງຕໍ່ ພາຍໃນ ແລະ ຕ່າງປະເທດ ລ້ວນ ແຕ່ຜ່ານແນວລາວຮັກຊາດ ເພ່ືອ ນຳພາ ແລະ ປຸກລະດົມທົ່ວປວງ ຊົນປະຕິບັດ. ພາຍຫລັງແນວລາວຮັກຊາດ ໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນ ທາງການແລ້ວປະທານ ສຸພານຸວົງ ໄດ້ອອກຖະແຫລງການກ່ຽວກັບ ນະໂຍບາຍສັນຕິພາບເປັນກາງ ຂອງລາວ, ຮຽກຮ້ອງໃຫ້ພີ່ນ້ອງ ຮ່ວມຊາດ ໃນທົ່ວປະເທດລຸກຂຶ້ນ ຕໍ່ສູ້ຕ້ານຈັກກະພັດອາເມລິກາ, ຕ້າຍຝ່າຍພວກລ່າເມືອງຂຶ້ນຝຣັ່ງ ແລະ ພວກລູກມືທີ່ທຳລາຍສັນຍາ ເຊີແນວ ປີ 1954, ທວງໃຫ້ລັດຖະ ບານລາຊະອານາຈັກ ຕ້ອງຮ່ວມມື ກັບຝ່າຍປະເທດລາວຢ່າງຈິງຈັງ ໃນການປະຕິບັດສັນຍາເຊີແນວ, ຮຽກຮ້ອງໃຫ້ກຳລັງປະຕິວັດເດັດ ດ່ຽວສູ້ຮົບປົກປັກຮັກສາ 2 ແຂວງ ເຕົ້າໂຮມ. ໃນວັນທີ 20 ມັງກອນ 1956 ຢູ່ແຂວງຫົວພັນ ກໍໄດ້ຈັດກອງ ປະຊຸມໃຫຍ່ວິລະຊົນ ແລະ ນັກຮົບ ແຂ່ງຂັນຄັ້ງທີ I ຂຶ້ນ ທັງເປັນການ ສະເຫລີມສະຫລອງວັນ ຄົບຮອບ 7 ປີ ແຫ່ງການສ້າງຕັ້ງກອງທັບລາວ ອິດສະຫລະ. ກອງປະຊຸມດັ່ງກ່າວ ໄດ້ສ່ອງແສງໃຫ້ເຫັນເຖິງການເຕີບ ໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊ ຂອງກອງທັບລາວອິດສະຫລະ. ຍ້ອນການຕໍ່ສູ້ຢ່າງເດັດດ່ຽວໜຽວ ແໜ້ນຂອງຝ່າຍປະເທດລາວ ພາ ໄປເຖິງການເຊັນສັນຍາວຽງຈັນ ປີ 1957 ສ້າງຕັ້ງລັດຖະບານປະສົມ ແຫ່ງຊາດຄັ້ງທີໜຶ່ງຂຶ້ນດ້ວຍການ ເຂົ້າຮ່ວມຂອງຕົວແທນແນວລາວ ຮັກຊາດ. ວັນທີ 19/11/1957 ລັດຖະ ບານປະສົມແຫ່ງຊາດ ໄດ້ເອົາສອງ ແຂວງເຕົ້າໂຮມເຂົ້າຮ່ວມລະບອບ ການປົກຄອງຂອງພະລາຊະອາ ນາຈັກ ແລະ ເອົາກອງທະຫານ ຂອງຝ່າຍປະເທດລາວສອງກອງ ເຊິ່ງມີການຕີລາຄາວ່າໃນຈໍານວນ ກຸ່ມການຜະລິດນັ້ນ ມີເຖິງ 97 ກຸ່ມ ທີ່ມີຄວາມເຂັ້ມແຂງ, ປານກາງ 43 ກຸ່ມ. ບັນດາຜັກທີ່ປູກໄດ້ປະກອບມີ ຜັກກາດ, ສະຫລັດ, ຫອມລາບ, ບົວລະພາ, ຫອມເປ, ຫອມປ້ອມ, ບົ່ວໃບ, ຜັກບົ້ງ, ຜັກອີຕູ່, ເຫັດນາງ ລົມ-ຂອນຂາວ, ຖົ່ວຊັ້ງ ຫລື ຖົ່ວ ຟັກຍາວ, ໝາກເຂືອ-ແຕງ-ບວບ... ເຊິ່ງການສະໜອງຜັກແມ່ນຍັງບໍ່ ທັນພຽງພໍໃນໄລຍະລະດູຝົນເປັນ ກະລໍ່າປີ, ກາລົດ, ຫົວຜັກບົ່ວ-ຜັກ ທຽມ...ສ່ວນຈໍານວນຜະລິດໄດ້ ຊີ້ນ-ປາ-ໄຂ່ ເຫັນວ່າເຫລືອເຟືອ, ໝາຍວ່າເກີນຄວາມຕ້ອງການຈາກ ຜົນຜະລິດບັນດາຟາມ ເປັນຕົ້ນຟາມ ໝູຊີ້ນມີ 131 ຟາມ, ຟາມໄກ່ພັນຊີ້ນ 61 ແຫ່ງ, ໄກ່ໄຂ່ 219 ແຫ່ງ. ເຖິງຢ່າງໃດກໍ່ດີບັນດາທີ່ຖືກ ຕັ້ງຂຶ້ນປະເດັນໜຶ່ງແມ່ນການສືບຕໍ່ ຂະຫຍາຍພື້ນຖານການຜະລິດປູກລ້ຽງ ສະໜອງສະບຽງອາຫານໃຫ້ ພຽງພໍຕະຫລອດປີ, ສ້າງຄວາມ ເຂັ້ມແຂງເປັນເອກະລາດກຸ້ມຕົນ ເອງໄດ້ ເພື່ອເປັນພື້ນຖານໃຫ້ແກ່ ແຜນຍາວໄກສົ່ງອອກແຂ່ງຂັນຕະ ຫລາດນອກປະເທດ. ຈະເຮັດໄດ້ ເຖິງຈຸດນັ້ນແນ່ນອນວ່າ ພວກເຮົາ ຕ້ອງຊຸກຍູ້ສົ່ງເສີມໃຫ້ມີການຜະລິດ ຢ່າງແຂງແຮງຢູ່ພາຍໃນ ຈາກປະ ລິມານໄປສູ່ຄຸນນະພາບເຮັດໃຫ້ຜົນ ຜະລິດທີ່ກາຍເປັນສິນຄ້າຫລາຍ ທາງເລືອກ ເໝາະສົມທຸກສະພາບ ຖົງ ເ ງິນຂອງແຕ່ລະຄອບຄົວ, ການຊຸກຍູ້ສົ່ງເສີມໃຫ້ມີຄວາມເຂັ້ມ ແຂງດ້ານການຜະລິດກະສິກໍາ ກໍ່ ຄື ບັນດາດ້ານຕ່າງກັນໄປນັ້ນກໍ່ ຕ້ອງອາໄສປັດໄຈທີ່ເປັນທ່າແຮງ ພາຍໃນເປັນພື້ນຖານປູທາງໃຫ້ ແໜ້ນ, ນະໂຍບາຍມີຖືກຕ້ອງຈະ ແຈ້ງ, ຂອດຊຸກຍູ້ຕ້ອງແຂງແຮງ, ພາກຜະລິດແຂງແຮງເອົາຈິງເອົາ ຈິງໃນການພັດທະນາປັບຕົວໃຫ້ ທັນສະພາບ, ສັງຄົມສະໜັບສະໜູນ ແຂງແຮງ, ຄວາມເຂັ້ມແຂງທີ່ເຮົາ ຢາກໄດ້ກໍ່ໃກ້ມືຍື້ເຖິງ. ສະຫລຸບວ່າການສະໜອງສະ ບຽງອາຫານມາຮອດປັດຈຸບັນມີ ພື້ນຖານດີສົມຄວນແລ້ວ, ແນ່ນອນ ບໍ່ອາດປາສະຈາກຈຸດຂາດຕົກບົກ ພ່ອງທີ່ບໍ່ທັນສາມາດສະໜອງໄດ້, ແຕ່ຖ້າຫາກວ່າທຸກພາກສ່ວນທີ່ ເຮັດວຽກໃນຕ່ອງໂສ້ດຽວກັນເຮັດ ຢ່າງຂະຫຍັນພຽນ ແລະ ສັງຄົມ ໃຫ້ໂອກາດສະໜັບສະໜູນຢ່າງ ແຂງແຮງຄວາມເປັນເອກະລາດ ດ້ານສະບຽງອາຫານກໍ່ຈະເປັນ ຂອງພວກເຮົາ ແລະ ກ້າວໄປເຖິງ ການສົ່ງອອກຕື່ມອີກ. ພັນຄື: ກອງພັນທີໜຶ່ງ ແລະ ກອງ ພັນທີ່ສອງ ເຂົ້າຮ່ວມຢູ່ໃນກອງທັບ ລາຊະອານາຈັກຕາມງົບປະມານ ອະນຸຍາດໃນການເຂົ້າຮ່ວມລັດຖະ ບານປະສົມ ຄັ້ງທີ 1 ພັກໄດ້ນຳພາ ການຕໍ່ສູ້ຢູ່ໃນລັດຖະສະພາຄື: ຈຳໃຫ້ ລັດຖະບານປະສົມຕ້ອງປະກາດໃຊ້ ລັດຖະທຳມະນູນ; ທວງໃຫ້ສ້າງ ກົດໝາຍວ່າດ້ວຍສິດເສລີພາບປະ ຊາທິປະໄຕ; ທວງໃຫ້ປະຕິບັດສິດ ສະເໝີພາບລະຫວ່າງຍິງ-ຊາຍ, ລະຫວ່າງຊົນເຜົ່າ; ທວງໃຫ້ສ້າງກົດ ໝາຍລົບລ້າງລະບອບກວາງລ່າມ; ກຳນົດຖານະຕົວໜັງສື ແລະ ພາສາ ລາວເປັນພາສາ ແລະ ອັກສອນທາງ ການຂອງຊາດ ແລະ ອື່ນໆ. ຜົນຂອງການຈັດຕັ້ງລັດຖະ ບານປະສົມແຫ່ງຊາດ ແລະ ໄຊຊະ ນະໃນການເລືອກຕັ້ງເພີ່ມເຕີມເຂົ້າ ໃນສະພາຜູ້ແທນລາດຊະດອນ ກໍຄື ການດັດແປງລັດຖະທຳມະນູນທີ່ ກ່າວມານັ້ນ ໄດ້ເປັນໄຊຊະນະອັນ ສຳຄັນຂອງແນວທາງສັນຕິພາບ ເປັນກາງ, ເອກະລາດ ປະຊາທິປະ ໄຕ ເອກະພາບ ທີ່ຖືກຕ້ອງຂອງພັກ ແລະ ສອດຄ່ອງກັບຄວາມມຸ່ງມາດ ປາຖະໜາຂອງປະຊາຊົນບັນດາ ເຜົ່າ. ພ້ອມກັນນັ້ນ, ຍັງເປັນການ ສ້າງພື້ນຖານທາງດ້ານກົດໝາຍ ໃຫ້ແກ່ມະຫາຊົນ ເພື່ອສືບຕໍ່ການ ຕໍ່ສູ້ປົກປັກຮັກສາສັນຕິພາບ ແລະ ຄວາມກ້າວໜ້າທາງສັງຄົມ. ພາບປະກອບ ພາບປະກອບ w]pt8l6h xq dxa dIa dlk 2 c0;'g8Q k3I, c]t 0tspkpde]a 'xt8y ;a f.omqj ;xtgmf xu 1955-1957 +
RkJQdWJsaXNoZXIy MTc3MTYxMQ==