13/01/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d *ນັກທຸລະກິດລາວຜູ້ຂຶ້ນຊື່ຊຸບ ຊີວິດໄມ້ເສດເຫລືອ ແລະ ໄມ້ຕາຍ ແລ້ວໃນກາງປ່າດົງ, ທົ່ງໄຮ່ນາຮົ້ວ ສວນຈາກທໍາມະຊາດໃຫ້ຟື້ນຊີບຄືນ ໃໝ່ຈົນກາຍເປັນຂຸມຊັບອັນລໍ້າຄ່າ ຢືນຢູ່ແຖວໜ້າຂອງປະເທດສະມາ ຊິກອາຊຽນກໍວ່າໄດ້ນັ້ນຄື: ຫໍພິພິທະ ພັນສິລະປະລາວ, ນັກທຸລະກິດລາວ ທ່ານນີ້ບໍ່ແມ່ນຄົນອື່ນຄົນໄກ, ຫລາຍ ທ່ານອາດຮູ້ແລ້ວ ແລະ ບາງທ່ານ ອາດຍັງບໍ່ຮູ້, ທ່ານ ພິຊິດ ໄຊຍະທິດ, ຜູ້ກໍ່ຕັ້ງ ແລະ ປະທານຫໍພິພິທະພັນ ສິລະປະລາວບອກວ່າຕົນເອງຈົກ ເງິນລົງທຶນກວ່າ 50 ລ້ານໂດລາ ສ້າງຫໍພິພິທະພັນສິລະປະລາວແຫ່ງ ໃໝ່ທີ່ໃຫຍ່ທີ່ສຸດໃນໂລກ ຫວັງໃຫ້ ກາຍເປັນສະຖານທີ່ທ່ອງທ່ຽວທາງ ວັດທະນະທຳແຫ່ງໃໝ່ຂອງປະ ເທດດຶງດູດນັກທ່ອງທ່ຽວ, ສ້າງ ລາຍໄດ້ໃຫ້ກັບທຸລະກິດໃນພື້ນ *ຖ້າທ່ານໄດ້ຕິດຕາມການຖະ ແຫລງຂ່າວຂອງທ່ານນາງ ເມົານີງ ໂຄສົກກະຊວງການຕ່າງປະເທດ ຈີນ ໃນກອງປະຊຸມເຜີຍແຜ່“ ບົດ ລາຍງານຈ້ອງເບິ່ງການພັດທະນາ ທົ່ວໂລກ 2024”ຢູ່ທີ່ປັກກິ່ງເມື່ອ ກາງເດືອນທັນວາ 2024 ຈະເຂົ້າ ໃຈຢ່າງແຈ່ມແຈ້ງວ່າ: ບັນດາປະ ເທດທົ່ວໂລກທີ່ຮັກຫອມສັນຕິພາບ ຕ່າງກໍໃຫ້ການຕີລາຄາສູງຕໍ່ຈີນທີ່ ໄດ້ປະກອບສ່ວນສຳຄັນໃນພາລະ ກິດຊຸກຍູ້ການພັດທະນາທົ່ວໂລກ. ນີ້ເປັນການຢັ້ງຢືນວ່າ: ສປ ຈີນ ພາຍໃຕ້ການນໍາຂອງປະທານ ສີ ຈິ້ນຜິງ ໄດ້ຮັບການສ້າງສາພັດທະ ນາຢ່າງບໍ່ຢຸດຢັ້ງ, ເຊິ່ງບໍ່ພຽງແຕ່ ເປັນຜົນສໍາເລັດໃຫຍ່ຫລວງຕໍ່ປະຊາ ຊົນຈີນເທົ່ານັ້ນ, ແຕ່ຍັງເປັນຜົນສໍາ ເລັດໃນການສ້າງສາພັດທະນາທີ່ ເຫັນປະຈັກຕາຕໍ່ຊາວໂລກ, ອັນເຮັດ ໃຫ້ຖານະບົດບາດຂອງ ສປ ຈີນ ສູງເດັ່ນຂຶ້ນຢູ່ໃນເວທີສາກົນ. ພິເສດ ສາມຂໍ້ລິເລີ່ມໃຫຍ່ທົ່ວໂລກທີ່ທ່ານ ສີຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ສະເໜີອອກມາຄື: ຂໍ້ລິ ເລີ່ມການພັດທະນາທົ່ວໂລກ (ປີ 2021), ຂໍ້ລິເລີ່ມຄວາມໝັ້ນຄົງທົ່ວ ໂດຍ: ເກີດຂວັນໃຈ ມາລີຈັນສີ oa dm5 ]tdy f]k; 9q dg'o]q 'mb o 50 ]h ko3f]k lh k's= ry ry mtra oly ]txt]k;csj '.\j y 9u o xtdv[lj ;o-5 dp6h rk]tdy f ra fmtokmqj ;3]d1j k',u zq oleg]a f ໂດຍ: ດວງຈິດສະຫວັດບຸນມີ ໂລກ (ປີ 2022), ແລະ ຂໍ້ລິເລີ່ມ ຄວາມສີວິໄລທົ່ວໂລກ (ປີ 2023) ໄດ້ສະທ້ອນໃຫ້ເຫັນເຖິງໝາກຜົນ ການຄົ້ນຄວ້າວິໄຈຢ່າງສັດຈະວິ ພາກຈາກທິດສະດີສູ່ພຶດຕິກໍາ, ສອດ ຄ່ອງກັບຄວາມຮຽກຮ້ອງຕ້ອງ ການຂອງການພັດທະນາບັນດາ ປະເທດຕ່າງໆ, ທັງຖືກກັບຄວາມ ເປັນຈິງ ແລະ ຖືກກັບເວລາທີ່ທົ່ວ ໂລກພວມຕ້ອງການແກ້ໄຂບັນຫາ ລວມຮ່ວມກັນ, ທັງແທດເໝາະກັບ ການຈັດຕັ້ງປະຕິບັດວາລະການພັດ ທະນາແບບຍືນຍົງປີ 2030 ຂອງ ອົງການສະຫະປະຊາຊາດ ເພື່ອ ສ້າງຄວາມສຸກໃຫ້ແກ່ປະຊາຊົນ ໃນທົ່ວໂລກໃຫ້ຫລາຍຂຶ້ນກວ່າເກົ່າ ແລະ ໃນຖານະທີ່ຈີນເປັນປະເທດ ພວມພັດທະນາທີ່ໃຫຍ່ທີ່ສຸດຂອງ ໂລກ, ຍາມໃດກໍຍິນດີລົງເລິກການ ຮ່ວມມືໃນດ້ານການພັດທະນາກັບ ບັນດາປະເທດຕ່າງໆ. ດ້ວຍເຫດຜົນໃດ ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່, ປະທານປະ ເທດຈີນ ຈິ່ງມີແນວຄວາມຄິດສະ ເໜີທິດສະດີອັນສໍາຄັນຂອງການ ສ້າງປະຊາຄົມຮ່ວມຊາຕາກໍາມວນ ມະນຸດ ແລະ ສາມຂໍ້ລິເລີ່ມໃຫຍ່ທົ່ວ ໂລກຂຶ້ນມາໃຫ້ຊາວໂລກໄດ້ຮັບຮູ້ ແລະ ຮ່ວມກັນຈັດຕັ້ງປະຕິບັດ? ເຫດຜົນກໍຍ້ອນວ່າແຕ່ລະປະເທດ ລ້ວນແລ້ວແຕ່ແມ່ນຈຸລັງໜຶ່ງ ຫລື ອົງປະກອບໜຶ່ງຂອງສັງຄົມໂລກ, ປະເທດໃດໜຶ່ງບໍ່ສາມາດຢູ່ຢ່າງ ໂດດດ່ຽວ ແລະ ບໍ່ສາມາດພັດທະ ນາຢ່າງວ່ອງໄວໄດ້ຖ້າບໍ່ໄດ້ມີການ ພົວພັນຮ່ວມມືກັບປະເທດຕ່າງໆ. ພ້ອມນັ້ນການພັດທະນາແບບຕ່າງ ຝ່າຍຕ່າງເຮັດແມ່ນຍາກທີ່ຈະປະ ສົບຜົນສຳເລັດ. ຍ້ອນແນວນັ້ນ, ທ່ານ ສີຈິ້ນຜິງ ຈິ່ງໃຫ້ການຢັ້ງຢືນ ວ່າມີແຕ່ການສ້າງປະຊາຄົມຮ່ວມ ຊາຕາກໍາມວນມະນຸດ ແລະ ການ ພັດທະນາທົ່ວໂລກຮ່ວມກັນຕາມ 3 ຂໍ້ລິເລີ່ມກວມລວມທົ່ວໂລກເທົ່າ ນັ້ນຈິ່ງແມ່ນຫົນທາງດຽວທີ່ຈະພາ ໃຫ້ແຕ່ລະປະເທດປະສົບຜົນສຳ ເລັດຢ່າງຍືນຍົງ. ຍ້ອນແນວນັ້ນ, ສປ ຈີນ ໃນຖານະເປັນປະເທດເປີດ ປະຕູສູ່ໂລກພາຍນອກທີ່ມີແນວຄິດ ມອງກວ້າງເບິ່ງໄກຈິ່ງມີຄວາມຍິນ ດີຮ່ວມມືກັບທຸກປະເທດ ແລະ ປະ ຊາຊົນໃນໂລກທີ່ສະໜັບສະໜູນ ຂໍ້ລິເລີ່ມດັ່ງກ່າວ ເພື່ອສະແຫວງ ຫາສັນຕິພາບ ແລະ ຄວາມຈະເລີນ ກ້າວໜ້າຂອງມວນມະນຸດລວມທັງ ຮ່ວມກັນຊຸກຍູ້ການປະຕິບັດຂໍ້ລິເລີ່ມ ເຫລົ່ານັ້ນໃຫ້ເປັນຮູບປະທໍາຢ່າງ ຕັ້ງໜ້າປະກອບສ່ວນເຂົ້າໃນການ ແກ້ໄຂບັນຫາໂລກທີ່ມີການຜັນແປ ພ້ອມທັງຊຸກຍູ້ການປະຕິຮູບການ ປົກຄອງທົ່ວໂລກໃຫ້ມີທິດທາງ ການພັດທະນາທີ່ຍຸຕິທຳ ແລະ ສົມ ເຫດສົມຜົນກວ່າເກົ່າ. ຜ່ານການຈັດຕັ້ງປະຕິບັດເຫັນ ວ່າການສ້າງປະຊາຄົມຮ່ວມຊາຕາ ກໍາມວນມະນຸດ ແລະ ການຈັດຕັ້ງ ປະຕິບັດ 3 ຂໍ້ລິເລີ່ມກວມລວມທົ່ວ ໂລກແມ່ນໄດ້ຮັບການສະໜັບສະ ໜູນ ແລະ ມີການຕອບຮັບຢ່າງຕັ້ງ ໜ້າຈາກສັງຄົມສາກົນຢ່າງກວ້າງ ຂວາງ, ຫລາຍປະເທດທີ່ໄດ້ເຂົ້າ ຮ່ວມກໍປະສົບຜົນສຳເລັດໃນການ ພັດທະນາປະເທດຕົນ, ປະຊາຊົນ ກໍໄດ້ຫລຸດພົ້ນອອກຈາກຄວາມທຸກ ຍາກ. ເວົ້າສະເພາະ, ສປປ ລາວ ແມ່ນຍິນດີສະໜັບສະໜູນ ແລະ ຮ່ວມກັບຝ່າຍຈີນ ຈັດຕັ້ງປະຕິບັດ 3 ຂໍ້ລິເລີ່ມກວມລວມທົ່ວໂລກ, ດັ່ງ ທ່ານ ບຸນທອງ ຈິດມະນີ ກໍາມະການ ກົມການເມືອງສູນກາງພັກ, ຮອງ ປະທານປະເທດ ແຫ່ງ ສປປ ລາວ ໄດ້ກ່າວໃນກອງປະຊຸມປາຖະກະ ຖາພາຍໃຕ້ຫົວຂໍ້ “ ຈັບມືຮ່ວມກັນ ຈັດຕັ້ງປະຕິບັດ 3 ຂໍ້ລິເລີ່ມກວມ ລວມທົ່ວໂລກຮ່ວມກັນເປີດສັງກາດ ໃໝ່ຂອງຄູ່ຮ່ວມຊາຕາກໍາ ລາວຈີນ” ທີ່ນະຄອນຫລວງວຽງຈັນ ໃນຕົ້ນເດືອນກັນຍາ2024ວ່າ: ພັກ ແລະ ລັດຖະບານລາວຍາມໃດກໍຊົມ ເຊີຍ ແລະ ຕີລາຄາສູງຕໍ່ 3 ຂໍ້ລິເລີ່ມ ກວມລວມທົ່ວໂລກ ແລະ ຝ່າຍລາວ ຍິນດີຮ່ວມມືກັບຈີນ ເພື່ອຊຸກຍູ້ການ ປະຕິບັດ 3 ຂໍ້ລິເລີ່ມສຳຄັນດັ່ງກ່າວ ຢ່າງຕັ້ງໜ້າເພື່ອປະກອບສ່ວນເຂົ້າ ໃນການສ້າງສັນຕິພາບ ແລະ ການ ພັດທະນາຂອງໂລກ ກໍຄື ຄວາມຈະ ເລີນກ້າວໜ້າ ແລະ ຄວາມສີວິໄລ ຂອງມວນມະນຸດ. ພາຍໃຕ້ການຊີ້ ນໍານໍາພາ ແລະ ການເອົາໃຈໃສ່ ຂອງການນໍາສູງສຸດຂອງສອງປະ ເທດ, ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ ໄດ້ຮັບຜົນສຳເລັດ ແລະ ຕໍ່ເນື່ອງ, ສອງຝ່າຍຄວນສືບຕໍ່ປະຕິ ບັດຄວາມເຫັນດີເຫັນພ້ອມທີ່ສຳຄັນ ຂອງການນຳສູງສຸດຂອງສອງປະ ເທດ, ເພີ່ມທະວີການແລກປ່ຽນ ແລະ ການຮ່ວມມືໃນຂົງເຂດຕ່າງໆ, ຮ່ວມ ກັນສ້າງສາຍພົວພັນແບບຄູ່ຮ່ວມ ຊະຕະກໍາ ລາວ-ຈີນ ໃຫ້ມີມາດຕະ ຖານສູງ, ຄຸນນະພາບສູງ ແລະ ລະ ດັບສູງ. ສາມຂໍ້ລິເລີ່ມໃຫຍ່ທົ່ວໂລກຍັງມີ ຄວາມໝາຍສໍາຄັນຕໍ່ ສປປ ລາວ, ທັງສອດຄ່ອງກັບແນວທາງນະໂຍ ບາຍການຕ່າງປະເທດອັນຖືກຕ້ອງ ເປັນທໍາຂອງ ສປປ ລາວ ຄືສັນຕິ ພາບ, ເອກະລາດ, ມິດຕະພາບ ແລະ ການຮ່ວມມື. ສປປ ລາວ ທີ່ເຄີຍ ຜ່ານສົງຄາມມາຫລາຍສິບປີແມ່ນ ບໍ່ຢາກເຫັນສົງຄາມອີກແລ້ວ, ປາ ຖະໜາຢ່າງແຮງກ້າຢາກເຫັນສັນ ຕິພາບເກີດຂຶ້ນຢູ່ໃນໂລກ. ເມື່ອໂລກ ມີສັນຕິພາບຈຶ່ງຈະມີສະພາບແວດ ລ້ອມອ້ອມຂ້າງທີ່ດີ ແລະ ຈຶ່ງຈະມີ ເວລາສ້າງສາພັດທະນາປະເທດ ຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ປະຊາຊົນຮັ່ງມີຜາສຸກ ແລະ ມີ ຄວາມສີວິໄລຢ່າງຍືນຍົງ. ເພາະສະ ນັ້ນ, ສາມຂໍ້ລິເລີ່ມໃຫຍ່ທົ່ວໂລກ ຈິ່ງແມ່ນຜະລິດຕະພັນຮ່ວມກັນທັງ ແມ່ນເພື່ອຫລຸດຜ່ອນການປະທະ ກັນ, ສະໜອງວິທີການແກ້ໄຂບັນ ຫາທີ່ມີປະສິດທິພາບໃຫ້ແກ່ໂລກ, ພ້ອມທັງຊຸກຍູ້ການສ້າງປະຊາຄົມ ຮ່ວມຊາຕາກໍາມວນມະນຸດໃຫ້ເຕີບ ໃຫຍ່ຂະຫຍາຍຕົວຢ່າງຍືນຍົງຮ່ວມ ກັນ. ສະນັ້ນ, ຈຶ່ງເຫັນວ່າ ສປ ຈີນ ສະເໝີສາມຂໍ້ລິເລີ່ມໃຫຍ່ທົ່ວໂລກ ອອກມາແມ່ນຖືກຍາມຖືກເວລາທີ່ ສຸດເພື່ອສ້າງຜົນປະໂຫຍດໃຫ້ແກ່ ໂລກ ກໍຄື ແກ່ບັນດາປະເທດ ແລະ ແກ່ ສປປ ລາວ. ໂດຍລວມແລ້ວ,10 ປີຜ່ານມາ ນີ້, ປະເທດຈີນ ແລະ ລາວລ້ວນແຕ່ ໄດ້ກ້າວເຂົ້າສູ່ລວງເລິກໃນການ ສ້າງປະຊາຄົມຮ່ວມຊາຕາກໍາຂອງ ມະນຸດຢ່າງສະເໝີຕົ້ນສະເໝີປາຍ ແລະ ໄດ້ສ້າງຫາຍຍບົດເລື່ອງທີ່ ໂດດເດັ່ນໃຫ້ແກ່ຊາວໂລກໄດ້ຮັບຮູ້ ໜຶ່ງໃນນັ້ນກໍແມ່ນເສັ້ນທາງລົດໄຟ ລາວ-ຈີນ ໄດ້ກາຍເປັນໂຄງການ ແບບຢ່າງທີ່ດີທີ່ສຸດໃນການເຊື່ອມ ຕໍ່ຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນ ທາງ” ຂອງ ສປ ຈີນ ເຂົ້າກັບຍຸດ ທະສາດ “ຫັນຈາກປະເທດບໍ່ມີທາງ ອອກສູ່ທະເລມາເປັນປະເທດເຊື່ອມ ໂຍງເຊື່ອມຈອດ” ຂອງ ສປປ ລາວ ດ້ວຍຜົນສຳເລັດ, ອີງຕາມຂໍ້ມູນ ຈາກບໍລິສັດທາງລົດໄຟ ລາວ-ຈີນ ຈໍາກັດລາຍງານໃຫ້ຮູ້ວ່າ: ສະເພາະ ໝົດປີ2024ບໍລິການຜູ້ໂດຍສານ ໄດ້ 3,7 ລ້ານກວ່າຄົນ, ເພີ່ມຂຶ້ນ 46% ເມື່ອທຽບໃສ່ໄລຍະດຽວກັນ ຂອງປີ2023, ສະເລ່ຍ 10.348 ຄົນ/ມື້. ໃນນັ້ນ, ຂົນສົ່ງຜູ້ໂດຍສານ ຂ້າມແດນທັງໝົດ 280.000 ຄົນ, ຂາອອກໄປຈີນ 137.000 ຄົນ ສະ ເລ່ຍ 375 ຄົນ/ມື້. ໃນດ້ານການ ຂົນສົ່ງສິນຄ້າໝົດປີ 2024 ຂົນ ສົ່ງສິນຄ້າໄດ້ 4,7 ລ້ານກວ່າໂຕນ, ເພີ່ມຂຶ້ນ 17% ເມື່ອທຽບໃສ່ໄລຍະ ດຽວກັນຂອງປີ 2023, ສະເລ່ຍ ແມ່ນ 13 ພັນກວ່າໂຕນ/ມື້, ການ ສົ່ງອອກສິນຄ້າສູງສຸດ 22.217 ໂຕນ/ ມື້. ຜົນສຳເລັດນີ້ສະແດງໃຫ້ ເຫັນເຖິງບົດບາ ຂອງລົດໄຟ ລາວຈີນ ໄດ້ກາຍເປັນສັນຍາລັກຂອງ ເສັ້ນທາງຄຳດ້ານການຂົນສົ່ງທີ່ດີທີ່ ສຸດຂອງ ສປປ ລາວ ແລະ ເຊື່ອແນ່ ວ່າລົດໄຟ ລາວ-ຈີນ ຈະສືບຕໍ່ເປັນທີ່ ນິຍົມຂຶ້ນຂອງຜູ້ຊົມໃຊ້ຢ່າງຫລວງ ຫລາຍຂຶ້ນກວ່າເກົ່າໃນປີ 2025 ແລະ ໃນປີຕໍ່ໆໄປ. ຢັ້ງຢືນໄດ້ວ່າ: 3 ຂໍ້ລິເລີ່ມກວມລວມທົ່ວໂລກມີຜົນ ດີຕໍ່ການຂັບເຄື່ອນພັດທະນາໂລກ. ຈີນກາຍເປັນປະເທດໜຶ່ງທີ່ປະກອບ ສ່ວນສຳຄັນໃນການຊຸກຍູ້ພາລະ ກິດພັດທະນາທົ່ວໂລກລວມທັງ ສປປ ລາວ ຢ່າງມີຜົນສຳເລັດ. ທີ່ ແລະ ສ້າງວຽກເຮັດງານທໍາ. ຫລ້າສຸດ, ພິທີເປີດນຳໃຊ້ຫໍພິພິທະ ພັນສິລະປະລາວ ມີຂຶ້ນໃນວັນທີ 6 ມັງກອນ 2025, ໃຫ້ກຽດເຂົ້າ ຮ່ວມໂດຍທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີແຫ່ງສປປລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ສວນສະຫວັນ ວິຍະເກດ ລັດ ຖະມົນຕີກະຊວງຖະແຫລ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ພິຊິດ ໄຊຍະທິດ ຜູ້ກໍ່ຕັ້ງແລະ ປະທານຫໍພິພິທະພັນສິລະປະລາວ, ບັນດາການນຳພັກ-ລັດ ແລະ ແຂກ ຖືກເຊີນເຂົ້າຮ່ວມ. ພິພິທະພັນສິລະປະລາວດັ່ງ ກ່າວ ຕັ້ງຢູ່ໃນເນື້ອທີ່ກວ່າ 80 ເຮັກ ຕາ ບ້ານໂນນສະອາດ, ເມືອງໄຊທາ ນີ ນະຄອນຫລວງວຽງຈັນ ເຊິ່ງ ປະກອບມີອາຄານນໍາສະເໜີຂໍ້ມູນ ກ່ຽວກັບຫໍພິພິທະພັນ, ອາຄານຕ້ອນ ເຊັ່ນ: ການບໍລິການ, ການຄ້າຂາຍ ຍ່ອຍ, ງານສິລະປະກຳ ແລະ ຜູ້ປະ ກອບການອື່ນໆ ສາມາດສ້າງວຽກ ເຮັດງານທຳ ແລະ ມີລາຍຮັບ, ສໍາລັບພິພິທະພັນເອງກໍ່ຈະສ້າງ ວຽກເຮັດງານທໍາແບບໂດຍກົງ ໄດ້ 300 ຫາ 400 ຄົນ, ຫໍພິພິທະ ພັນແຫ່ງນີ້ ຈະກາຍເປັນສູນກາງ ເຕົ້າໂຮມຄວາມສາມັກຄີ, ເປັນສະ ຖານທີ່ໜຶ່ງໃຫ້ຜູ້ຄົນຈາກທຸກແຫ່ງ ຫົນມາພົບປະສົນທະນາ, ແລກປ່ຽນ ບົດຮຽນປະສົບການ, ຄວາມຮູ້ທາງ ປະຫວັດສາດ ແລະ ວັດທະນະທຳ ພ້ອມທັງເປັນຈະເປັນແຫລ່ງຮຽນຮູ້ ທີ່ສໍາຄັນ, ສາມາດຈັດກິດຈະກຳ ຫລາຍຮູບແບບເປັນຕົ້ນແມ່ນ: ການ ຝຶກອົບຮົມ, ສຳມະນາ, ເທສະການ ວາງສະແດງສິລະປະກຳໃຫ້ແກ່ ໄວໜຸ່ມ-ເຍົາວະຊົນ, ເປັນແຮງບັນ ດານໃຈໃຫ້ແກ່ເຂົາເຈົ້າໃນການພັດ ທະນາຕົນເອງອີກດ້ວຍ, ສິລະປະກຳ ໂດຍສະເພາະການແກະສະຫລັກ ໄມ້ແມ່ນຮາກຖານສໍາຄັນໜຶ່ງຂອງ ວັດທະນະທໍາລາວເຮົາ. ມັນໄດ້ສະ ທ້ອນໃຫ້ເຫັນເຖິງຄວາມງົດງາມ, ຝີມືອັນປະນີດລະອຽດອ່ອນ, ຄວາມ ສະຫລັບສັບຊ້ອນທາງວິຈິດສິນທີ່ ແຝງໄປດ້ວຍຄວາມໝາຍອັນເລິກ ເຊິ່ງ, ໄດ້ບັນຍາຍເຖິງວິຖີຊີວິດ, ຄວາມສັດທາ, ຄວາມຝັນ, ຄວາມ ມຸ່ງມາດປາຖະໜາຂອງຊາວລາວ ແລະ ຄວາມງົດງາມດັ່ງກ່າວນັ້ນ ໄດ້ຖືກຖ່າຍທອດໃຫ້ເປັນຜົນງານ ທີ່ສາມາດສຳຜັດ ແລະ ຈັບຕ້ອງໄດ້ ນະທີ່ຫໍພິພິທະພັນແຫ່ງນີ້,“ພາສາ ພາບ” ທີ່ຖ່າຍທອດຄວາມຝັນ, ຄວາມມຸ່ງຫວັງ ແລະ ການປະດິດ ສ້າງໃໝ່ຂອງຍຸກສະໄໝຍັງສະ ທ້ອນໃຫ້ເຫັນຄວາມຊຳນິຊຳນານ ແລະ ຄວາມພະຍາຍາມປະດິດສ້າງ ສິ່ງທີ່ມີຄຸນຄ່າໃຫ້ແກ່ສັງຄົມ ແລະ ສືບຕໍ່ເປັນມໍລະດົກຕົກທອດໃຫ້ແກ່ ລູກຫລານຮຸ່ນຫລັງອີກດ້ວຍ. ຫໍພິພິທະພັນແຫ່ງສິລະປະອັນ ລືຊື່ແຫ່ງນີ້, ໂດຍພິຊິດ ເປັນຜູ້ຊຸບຊີ ວິດຂອງຮາກໄມ້ ຕໍໄມ້ ທີ່ຜູ້ຄົນສ່ວນ ໃຫຍ່ບໍ່ເຫັນຄ່າໃຫ້ກາຍມາເປັນງານ ສິລະປະແກະສະຫລັກຈົນບໍ່ສາມາດ ປະເມີນມູນຄ່າໄດ້ ແລະ ປັດຈຸບັນມີ ວັດຖຸພັນຕ່າງໆ 30.000 ກ່ວາສິ້ນ ສ່ວນທີ່ວາງສະແດງຢູ່ໃນພິພິທະ ພັນດັ່ງກ່າວ ກາຍເປັນແລນມາກ ແຫ່ງໃໝ່ຂອງເມືອງລາວ. ຮັບ, ອາຄານວາງສະແດງງານສິ ລະປະ-ວັດທະນະທໍາຕາມເທດສະ ການຕ່າງໆ, ຫ້ອງໂຖງພັກຜ່ອນຊົມ ທິວທັດ, ອາຄານອະເນກປະສົງ, ອາຄານສະແດງງານສິລະປະໄມ້ ແກະສະຫລັກ ແລະ ຮູບແຕ້ມ, ຮ້ານ ຂາຍເຄື່ອງທີ່ລະນຶກ, ໂຮງແຮມ, ລີສອດ, ອາຄານວາງສະແດງສິນ ຄ້າ, ຮ້ານອາຫານ, ເຄື່ອງດື່ມ, ນໍ້າ ຕົກຈໍາລອງ ແລະ ອື່ນໆ. ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ກ່າວ ວ່າ: ການເປີດພິພິທະພັນສິລະປະ ລາວຄັ້ງນີ້ ບໍ່ເປັນພຽງການເປີດສະ ຖານທີ່ທ່ອງທ່ຽວແຫ່ງໃໝ່ເທົ່ານັ້ນ ແຕ່ຍັງເປັນການສົ່ງເສີມບົດບາດ ຄວາມສຳຄັນຂອງປະເທດທາງ ດ້ານເສດຖະກິດ-ສັງຄົມ ແລະ ເປີດ ປະຕູສູ່ອະນາຄົດທີ່ສົດໃສຂອງສິ ລະປະວັດທະນະທຳລາວ, ພິພິທະ ພັນແຫ່ງນີ້ ຈະເປັນສູນກາງເສດຖະ ກິດໃນຮູບແບບການທ່ອງທ່ຽວ ທາງວັດທະນະທຳ ເຊິ່ງຈະຊ່ວຍ ສ້າງວຽກເຮັດງານທຳສ້າງລາຍ ໄດ້ໃຫ້ກັບປະຊາຊົນໃນທ້ອງຖິ່ນ ແລະ ກະຕຸ້ນໃຫ້ມີການລົງທຶນໃໝ່ ໃນພາກບໍລິການ ແລະ ການທ່ອງ ທ່ຽວ, ທ່ານນາຍົກກ່າວຕື່ມວ່າ: “ພິພິທະພັນແຫ່ງນີ້ ເປັນສັນຍະລັກ ແຫ່ງຄວາມຫວັງຄວາມມີສີໄມ້ ລາຍມືແລະຄວາມຮູ້ຄວາມສາມາດ ຂອງຄົນລາວ ເຊິ່ງເປັນສິ່ງຢັ້ງຢືນ ວ່າສິລະປະລາວສາມາດປະກົດຕົວ ແລະ ຄົງຕົວໃນເວທີໂລກໄດ້ຢ່າງ ພາກພູມໃຈ”. ທ່ານ ພິຊິດ ໄຊຍະທິດ ກ່າວວ່າ ໄມ້ທ່ອນ ຫລື ເຫງົ້າໄມ້ທີ່ ນໍາມາໃຊ້ໃນການແກະສະຫລັກທີ່ ນຳມາສະແດງນັ້ນແມ່ນເຮັດຂຶ້ນ ພາຍໃຕ້ແຜນຍຸດທະສາດການພັດ ທະນາແບບຍືນຍົງ ແລະ ເຕີບໂຕສີ ຂຽວຂອງພັກ ແລະ ລັດຖະບານ. ປະທານຫໍພິພິທະພັນສິລະປະ ລາວກ່າວວ່າ: “ຂ້າພະເຈົ້າຂໍຢັ້ງຢືນ ວ່າໄມ້ທ່ອນ ຫລື ເຫງົ້າໄມ້ທີ່ນໍາ ມາໃຊ້ໃນການແກະສະຫລັກຂອງ ພວກເຮົານັ້ນ ລ້ວນແລ້ວແຕ່ແມ່ນ ໄມ້ນອນຂອນຕາຍ, ເປັນເສດໄມ້ ຈາກພື້ນທີ່ນໍ້າຖ້ວມທີ່ຕົກຄ້າງໃນ ໂຄງການສ້າງເຂື່ອນໄຟຟ້າຕ່າງໆ ຫລື ເຫງົ້າໄມ້ທີ່ເກັບມາຈາກທົ່ງໄຮ່ ທົ່ງນາຂອງປະຊາຊົນ ໂດຍໄມ້ ເຫລົ່ານີ້ຄັ້ງໜຶ່ງຖືວ່າ ເປັນໄມ້ເສດ ເຫລືອ ຫລື ໄມ້ທີ່ບໍ່ມີຄຸນຄ່າສູງພໍ ປານໃດ. ແຕ່ເມື່ອຖືກນໍາມາປະດິດ ສ້າງຫັນປ່ຽນໃຫ້ກາຍເປັນຜົນງານ ສິລະປະກຳທີ່ງົດງາມແລ້ວມັນໄດ້ ກາຍເປັນຊັບສິນອັນລໍ້າຄ່າ”. ທ່ານ ພິຊິດ ກ່າວຕື່ມອີກວ່າ: ຂ້າພະເຈົ້າ ເຊື່ອວ່າ: ຫໍພິພິທະພັນສິລະປະລາວ ແຫ່ງນີ້ຈະກາຍເປັນແຫລ່ງເສີມ ສ້າງວັດທະນະທຳທີ່ສໍາຄັນ ເຊິ່ງຈະ ຊ່ວຍອະນຸລັກແລະສົ່ງເສີມມໍລະດົກ ດ້ານສິລະປະຂອງລາວ ພ້ອມທັງ ເປີດໂອກາດໃຫ້ນັກສິລະປະກອນ ໃນທ້ອງຖິ່ນ ໄດ້ມີໂອກາດສະແດງ ຜົນງານຂອງເຂົາເຈົ້າ. ຫໍພິພິທະ ພັນນີ້ ຈະກາຍເປັນແມ່ເຫລັກດຶງດູດ ນັກທ່ອງທ່ຽວ, ສ້າງລາຍໄດ້ໃຫ້ກັບ ທຸລະກິດໃນພື້ນທີ່ ແລະ ສ້າງວຽກ ເຮັດງານທໍາໃຫ້ຫລາຍພາກສ່ວນ
RkJQdWJsaXNoZXIy MTc3MTYxMQ==