6045

xtgmf]k; 4 3]d c]t gsfdko 13/01/2025 28/1 / 4 6 glf4 dy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d lQ ,xk8v'vkskoc-[ 9kdc0;';P'9a o ໂດຍ: ມາລີດາ ​*ແຂວງ​ວຽງຈັນ​ ແມ່ນແຂວງ​ ໜຶ່ງທີ່​ມີ​ຊື່​ສຽງດ້ານອາຫານທ້ອງ​ ຖິ່ນຍອດນິຍົມ​ ຊຶ່ງເຮັດໃຫ້ຜູ້ບໍລິ​ ໂພກ​ແລະ​ນັກທ່ອງທ່ຽວຫລົງໄຫລ​ ລົດຊາດທີ່ເປັນເອກະລັກ​​ແລະ​ຈົນ​ ກາຍເປັນສິນຄ້າໜຶ່ງ​ເມືອງໜຶ່ງຜະ​ ລິດ​ຕະພັນທີ່​ເປັນ​ເອກະລັກຂອງ​ ແຂວງ​ ​ເປັນ​ຕົ້ນ​ແມ່ນ​ເຫລົ້າ​ແກບ​ 100​ ​ປີ,​ ສົ້ມປາ​ແຊບ,​ ​ເຄື່ອງ​ຫັດ​ ຖະກໍ​ າ​​ແລະ​ອື່ນໆ​ອີກ​ຫລາຍຢ່​ າງ​ ເຊິ່ງ​ແຕ່ລະ​ຢ່າງກໍ​ມີ​ເອກະລັກ​ທີ່​ ແຕກຕ່າງ​ກັນ​ໄປ.​ ​ແຕ່​ແນວ​ໃດ​ກໍ​ ດີ.​ມື້​ນີ້,​​ຄໍລໍ​ າສົ່​ ງເ​ສີມ​ທຸລະກິ​ ດຈະ​ ພາ​ທ່ານ​ມາ​ຮູ້ຈັກໜຶ່ງ​ໃນ​ສິນຄ້າ​ໂອ​ ດັອບຂອງ​ແຂວງ​ວຽງຈັນ​ນັ້ນ​ ກໍ​ຄື​ ສົ້ມປາແ​ ຊບ​ຈາກຮ້ານຢ້​ ຳມີ​ຂາຍສົ້ມ​ ປາ​ຕອງ​ແຊບ​ ​​ເປັນ​ອີກ​ຮ້ານ​ທີ່ສັງ​ ຄົມ​ໃຫ້​ຄວາມ​ໄວ້​ໃຈບໍລິໂພ​ກຢ່າງ​ ຫລວງຫລາຍ​ທັງ​ພາຍ​ໃນ​ ​ແລະ​ ຕ່າງ​ແຂວງ​ ສາມາດ​ສ້າງລາຍຮັບ​ ໄດ້​ຫລາຍລ້​ ານກີ​ ບຕໍ່​ປີ. ນາງ​ ວຽງມອນ​ ​ເພັດ​ດາ​ວົງ​ ເຈົ້າ​ຂອງ​ຮ້ານ​ຂາຍ​ສົ້ມປາຮ້ານ​ ຢ້ຳມີ​ ຂາຍສົ້ມປາ​ຕອງ​ແຊບ​ ໃຫ້​ ຮູ້​ວ່າ:​ ຈຸດ​ເລີ່ມຕົ້ນ​ທີ່​ໄດ້​ມາ​ເຮັດ​ ອາຊີບ​ນີ້​ ຍ້ອນ​ພໍ່,​ ແມ່​ ເຄີຍເຮັດ​ ມາ​ເປັນ​ເວ​ລາຫລາຍສີ​ບປີ​ມາ​ແລ້ວ​ ເມື່ອ​ເພີ່ນເຖົ້າ​ແກ່​ແລ້ວ​ຕົນ​ເອງຈຶ່ງ​ ໄດ້​ສືບຕໍ່​ເຮັດອາຊີບ​ນີ້​ມາ​ ​ແລະ​ ກໍ​ ມີ​ການປັບປຸງຜະລິດ​ຕະພັນຕາມ​ ຄວາມຕ້ອງການ​ຂອງ​ຜູ້​ບໍລິ​ໂພ​ກ​ ເປັນ​ຕົ້ນ​ເມື່ອ​ກ່ອນການ​ເຮັດ​ສົ້ມປາ​ ແມ່ນ​ຫໍ່ໃສ່​ໃບຕອງ​ແຕ່​ປັດຈຸບັນຈະ​ ໃສ່​ກັບ,​ ໃສ່​ຖົງ​ຢ່າງອັດ​ບໍ່​ໃຫ້​ລົມ​ ເຂົ້າ​ ​ເພື່ອເກັບ​ຮັກສາ​ໄວ້​ໄດ້​ດົນ​ ແລະ​ ສາມາດ​ຈັດ​ສົ່່ງ​ໄປ​ຕ່າງ​ ແຂວງສະດວກ​ຂຶ້ນ​ກວ່າ​ເກົ່າ​ ສະ​ ນັ້ນ,​ຈຶ່ງເ​ຮັດໃ​ ຫ້ສົ້​ ມປາຮ້ານ​ເຮົາເລີ່​ ມເປັນ​ທີ່​ຮູ້ຈັກ​ຫລາຍ​ຂຶ້ນຈົນ​ ສ້າງ​ ຊື່ສຽງ​ ເຮັດ​ໃຫ້​ເມືອງ​ຮັບຮອງ​ ເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດ​ ຕະພັນໃນ​ປີ​ 2024​ ທີ່​ຜ່ານ​ມາ​ນີ້,​ ຫລັງຈ​ າກນັ້​ ນ​ທ​ າງແ​ ຂວງກໍໄດ້ສົ່​ ງ​ ເສີມ​ໃຫ້​ມາ​ຂາຍ​ໃນ​ງານບຸນທາດ​ ຫລວງ​ 2024​ ​ເຫັນ​ວ່າ​ ຜົນ​ຕອບ​ ບໍ່​ໄດ້​ດີ​ເທົ່າ​ທີ​ຄວນ​ເນື່ອງ​ຈາກ​ວ່າ​ ສະຖານ​ທີ່​ຂາຍທີ່​ເພີ່ນ​ຈັດ​ສັນ​ໃຫ້​ຢູ່​ ໂຊນ​ດຽວກັບ​ໂຊນເຄື່ອງນຸ່ງ​ເຮັດ​ ໃຫ້ເຄື່ອງນຸ່ງບັງ​ອາຫານໝົດ.​ ສະ​ ນັ້ນ,​ ປີຕໍ່​ໄປ​ກໍ​ຢາກ​ສະ​ເໜີ​ໃຫ້ຈັດ​ ໂຊ​ນສໍາລັບຂາຍ​ຜະລິດ​ຕະພັນ​ໂອ​ ດັອບປະເ​ພດອ​ າຫານສ​ ະເ​ພາະ​ເ​ພື່ອ​ ຄວາມ​ຈົບງາມ​ ​ແລະ​ ສ້າງ​ຄວາມ​ ສົນໃ​ ຈໃ​ ຫ້ລູ​ ກຄ້​ າໄ​​ ດ້ຫ​ ລາຍຂຶ້​ ນ.​ແຕ່​ ແນວໃ​ ດກໍດີ​ ສໍາລັບຜະລິດຕ​ ະພັນສົ້​ ມ​ ປາ​ຮ້ານ​ເຮົາຈະ​ມີ​ຈຸດ​ເດັ່ນຢູ່​ທີ່​ວັດຖຸ​ ດິບ​ ​ເພາະປາ​ທີ່​ນໍາ​ມາ​ເຮັດ​ແມ່ນ​ ປາຕອງ​ແທ້ໆ​ ​ເຮັດ​ໃຫ້​ເນື້ອ​ສົ້ມປາ​ ໜຽວ,​ນຸ່ມ,​ແໜ້ມດີ​ສ່ວນໜັງໝູທີ່​ ນໍາ​ມາ​ປະສົ​ ມ​ກໍຄັ​ ດ​ສັນຢ່​ າງດີ​ ​​ເພື່ອ​ ໃຫ້​ສົ້ມປາ​ອອກ​ມາ​ແຊ​ບຖືກ​ໃຈ​ລູກ​ ຄ້າ​ທີ່​ໄດ້​ກິນ​ ກໍ​ຕ້ອງ​ກັບ​ມາ​ຊື້​ຊໍ້າບໍ່​ ວ່າພາຍ​ໃນ​​ແລະ​ຕ່າງແ​ ຂວງ. ​ນາງ​ ວຽງມອນ​ ໃຫ້​ຮູ້​ຕື່ມ​ວ່າ:​ ການ​ເຮັດ​ສົ້ມປາ​ໃນ​ປັດຈຸບັນ​ເນັ້ນ​ ຄວາມສ​ ະອາດ,​ປອດໄ​ ພບໍ່ໃ​ ສ່ສ​ ານ​ ກັນບູ​ ດ.​ສະນັ້ນ,​​ເວລາຈັດ​ສົ່ງຕ່​ າງ​ ແຂວງກໍ​ຈະ​ຕິດຕາມຕະຫລອດ​ວ່າ​ ຮອດ​ແລ້ວສົ້​ ມປາສົ້ມຫ​ ລາຍບໍ່​ ,​ພໍ່​ດີ​ ກິນ​ບໍ່​ ຖ້າສົ່ງ​ໄປ​ແລ້ວມັນ​ສົ້ມ​ໂພ​ດຈະ​ ບໍ່​ສົ່ງ​ຕ່າງ​ແຂວງ,​ ​ ​ແຕ່​ຫລາຍ​ຄົນ​ ທີ່ຈັ​ ດສົ່​ ງໄ​ ປກໍ່​ ວ່​ າ​ພໍດີກິ​ ນຈຶ່ງສົ່​ ງມ​ າ​ ຕະຫລອດ​ ​ແລະ​ ​ເພີ່ມ​ຂຶ້ນ​ເລື້ອຍໆ.​ ສໍາລັບແຜນ​ໃນ​ອະນາຄົດຢາກ​ສົ່ງ​ ອອກ​ຕ່າງປະ​ເທດແຕ່​ຕ້ອງ​ປັບປຸງ​ ເລື່ອງກ​ ານຫຸ້​ ມຫໍ່​ ​ທີ່ໄ​ ດ້ມ​ າດຕະຖານ​ ກ່ອນຈຶ່​ ງສ​ າມາດ​ສົ່ງອ​ ອກ​ໄດ້.​ ສໍາລັບທ່ານ​ໃດຢາກ​ຊີມ​ສົ້ມປາ​ ແຊບ​ຂອງ​ສິນຄ້າ​ໂອ​ດັອບຈາກ​ ເມືອງແ​ ກ້ວອຸ​ ດົມ​ກໍສ​ າມາດຕິ​ ດຕໍ່ໄ​ ດ້​ ທີເ​່ບີ​020​99552529​ຮັບຮອງ​ ວ່າບໍ​່ຜິດ​ຫວັງ​ ຜູ້​ຂຽນຮັບປະກັນ​ ຄວາມ​ແຊບເ​ພາະ​ໄດ້​ກິນມ​ າ​ແລ້ວ. o5 f;y w] 7;h k8ec|j 'ok'lk;;a fmtotme[a ofkgzqj k ໂດຍ: ມາລີດາ *ອາທິດ​ຜ່ານ​ມາ​ແຂວງສາລະ​ ວັນ​ ​ໄດ້​ຈັດ​ບຸນ​ປະເພນີແຫ່ພະໄຕປີ​ ດົກ​ເພື່ອສືບສານວັດທະນະທໍາລໍາ​ ວົງສາລະວັນ​ ຕິດພັນກັບການສະ​ ເຫລີມສະຫລອງປີທ່ອງທ່ຽວລາວ​ ປີ​ 2024​ ​ໂດຍ​ໃນ​ງານ​ຄັ້ງ​ນີ້​ ກໍມີ​ ຫລາຍ​ກິດຈະ​ກໍາ​ທີ່ໜ້າສົນ​ເປັນ​ ຕົ້ນ​ແມ່ນການປະກວດນາງງາມ​ ວັດທະນະທຳບັນດາເຜົ່າ​ ​ເພື່ອ​ ຄົ້ນຫາ​ສາວ​ງາມທີ່​ງາມ​ພ້ອມທັງ​ ບຸກຄະ​ລິກ,​ໜ້າຕາ,​ຄວາມຮູ້ຄວາມ​ ສາມາດທີ່​ຈະ​ໄດ້​ເປັນໂຕແທນ​ ແຂວງ​ໃນການ​ເຜີ​ຍແຜ່ສິລະ​ປະ​ ວັດ​ທະນະ​ທໍາ​ໃຫ້ສັງຄົມໄດ້​ຮັບຮູ້​ ຫລາຍຂຶ້​ ນ​. ງານປະກວດຄັ້ງນີ້​ ມີຜູ້ເຂົ້າ​ ຮ່ວມປະກວດທັງໜົດ​ 18​ ສາວ​ ງາມທີ່ເປັນໂຕແທນຈາກ10​ ເຜົ່າ​ ພາຍໃນແຂວງສາລະວັນ​ທີ່ມາຈາກ​ 8​ ຕົວເມືອງ​ ມາ​ປະຊັນ​ຄວາມ​ສາ​ ມາດ​ໃນ​ດ້ານ​ຕ່າງໆ​ ບໍ່​ວ່າ​ຈະ​ເປັນ​ ການຍ່າງ​,​ ການສະ​ແດງຄວາມ​ ສາມາດ​ພິ​ເສດ​ ​ແລະ​ ການຕອບ​ ຄໍາ​ຖາມ​ ​ ເພື່ອ​ເອົາ​ຊະນະໃຈຄະ​ ນະ​ກໍ​າມະ​ການ​ ​ຊຶ່ງຜ່ານການປະ​ ກວດສາມາດຄັດເລືອກໄດ້ນາງ​ ງາມທີ່ມີຄວາມຮູ້,​ ຄວາມສາມາດ​ ທີ່ມີພອນສະຫວັນຄົບຕາມມາດ ຖານເງື່ອນໄຂຂອງຄະນະກຳມະ ການວາງອອກນັ້ນ​ຄື​ ໝາຍເລກ​ 12​ນາງ​ນຸດວິໄລ​ຂຸນສະນິດ​ໄດ້​ ຮັບສາຍສະພາຍ,​ ໃບຢັ້ງຢືນ​ແລະ​ ເງິນສົດ​ ຈຳນວນ​ 3​ ລ້ານກີບ;​ ອັນດັບທີ​2​ໄດ້ແກ່​ໝາຍເລກ​13​ ນາງ​ ພອນທິບ​ ໄຊມົນຕີ​ ໄດ້ສາຍ​ ສະພາຍ,​ໃບຢັ້ງຢືນ​ແລະ​ເງິນສົດ​ ຈຳນວນ​2​ລ້ານກີບ;​ອັນດັບທີ​3​ ໄດ້ແກ່​ໝາຍເລກ​ 4​ ນາງ​ ຈຳປາ​ ເທບທອງໃສ​ ໄດ້ສາຍສະພາຍ,​ ໃບຢັ້ງຢືນ​ແລະ​ເງິນສົດ​ຈຳນວນ​ 1​ ລ້ານກີບ.​ ການຈັດງານແຂ່ງ​ ຂັນ-ປະກວດໃນບຸນປະເພນີແຫ່​ ພະໄຕປິດົກ,​ ສືບສານວັດທະນະ​ ທໍາ,​ ລໍາວົງສາລະວັນຕິດພັນກັບ​ ການສະ​ເຫລີມສະຫລອງປີທ່ອງ​ ທ່ຽວລາວ​2024​ທີ່ແຂວງສາລະ​ ວັນ​ປະຈໍາປີ​2024​ຄັ້ງນີ້​ຈຸດປະສົງ​ ແມ່ນການສົ່ງເສີມວັດທະນະທໍາ​ ທີ່ເປັນມໍລະດົກຂອງຊາດ​ ແລະ​ ຂອງທ້ອງຖີ່ນ​ ທັງເປັນການຈັດ​ ຕັ້ງຜັນຂະຫຍາຍແນວທາງນະ​ ໂຍບາຍຂອງພັກ-ແຜນພັດທະນາ​ ເສດຖະກິດ-ສັງຄົມ​ຂອງພັກ-ລັດ,​ ກໍ່ຄື​ມະຕິ​25​ຂອງກົມການເມືອງ​ ສູນກາງພັກ​ ແລະ​ ສ້າງຂະບວນ​ ການຂໍ່ານັບຊົມເຊີຍກອງປະຊຸມ​ ໃຫຍ່​ 3​ ຂັ້ນຂອງພັກ,​ 3​ ວັນບຸນ​ ປະຫວັດສາດ​ ຄື:​ ວັນສ້າງຕັ້ງພັກ​ ປະຊາຊົນ​ ປະຕິວັດລາວ​ ຄົບຮອບ​ 70​ປີ​(​22​ມີນາ​1955​ຫາ​22​ ມີນາ​ 2025);​ ວັນສະຖາປະນາ​ ສປປ​ ລາວ​ ຄົບຮອບ​ 50​ ປີ​ (​2​ທັນວາ​1975​ຫາ​2​ທັນວາ​ 2025)​ ແລະ​ ວັນເກີດປະທານ​ ໄກສອນ​ ພົມວິຫານ​ ທີ່ເຄົາລົບຮັກ​ ຄົບຮອບ​ 105​ ປີ​ (​ 13​ ທັນວາ​ 1920​ ຫາ​ 13​ ທັນວາ​ 2025)​ ແລະ​ ສ້າງຄວາມກຽມພ້ອມເປັນ​ ເຈົ້າພາບທີ່ດີໃນງານມະຫະກໍາ​ ກິລານັກຮຽນມັດທະຍົມທົ່ວປະ​ ເທດ​ຄັ້ງທີ​VII​ທີ່ສາລະວັນ​ພວກ​ ເຮົາໄດ້ຮັບກຽດເປັນເຈົ້າພາບໃນ​ ທ້າຍປີນີ້. *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ສະມາຄົມ...ົ ວາງສີລາລຶກ...ີ ລຶ ກ 78r lts]5 [;Pd'ko8j k'xtgmf xt9exu 2024 c]t my fmk'czodko xu 2025 *** ຕໍ່ຈາກໜ້າ 1 ***ໍ່ ຈ້ າ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ນາມ, ມີບັນດາສະຫາຍການນໍາຂັ້ນສູງ ແລະ ພາກສ່ວນກ່ຽວຂ້ອງ ຂອງສອງ ຝ່າຍ ລາວ-ຫວຽດນາມ ເຂົ້າຮ່ວມ. ໃນໂອກາດນີ້, ສະຫາຍ ທອງສະ ລິດ ມັງໜໍ່ເມກ ເລຂາທິການສູນກາງ ພັກ, ເລຂາຄະນະພັກ, ຫົວໜ້າຫ້ອງວ່າ ການສູນກາງພັກ ໄດ້ມີຄໍາເຫັນໃນພິທີ ໂດຍໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນ, ປະຫວັດຄວາມເປັນມາ ແລະ ຈຸດປະສົງຂອງໂຄງການກໍ່ສ້າງ ສວນສາທາລະນະມິດຕະພາບ ລາວຫວຽດນາມ ແຫ່ງນີ້ ເຊິ່ງປະຕິບັດ ຕາມການຕົກລົງຂອງສອງພັກ, ສອງ ລັດຖະບານ ແລະ ກົມການເມືອງຂອງ ສອງປະເທດ ລາວ-ຫວຽດນາມ ວ່າ ດ້ວຍການກໍ່ສ້າງສວນສາທາລະນະ ມິດຕະພາບ ລາວ-ຫວຽດນາມ ຢູ່ ສປປ ລາວ ເພື່ອເປັນສັນຍະລັກ ແຫ່ງຄວາມ ສາມັກຄີພິເສດ ແລະ ການຮ່ວມມື ຮອບດ້ານລະຫວ່າງສອງພັກ, ສອງ ລັດ ແລະ ປະຊ ຊົນສອງຊາດ ລາວຫວຽດນານ. ໂຄງການກໍ່ສ້າງສວນສາທາລະ ນະມິດຕະພາບລາວ-ຫວຽດນາມແຫ່ງ ນີ້ ເປັນໂຄງການໜຶ່ງທີ່ມີຄວາມໝາຍ ສໍາຄັນທາງດ້ານປະຫວັດສາດ-ການ ເມືອງ ຢ່າງເລິກເຊິ່ງ, ເປັນສັນຍະລັກ ແຫ່ງການພົວພັນມິດຕະພາບແບບພິ ເສດ ແລະ ຍິ່ງໃຫຍ່ລະຫວ່າງ ສອງພັກ ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ໂຄງການດັ່ງ ກ່າວ, ມີເນື້ອທີ່ທັງໝົດ 3 ເຮັກຕາ ໂດຍ ຈະມີຮູບປັ້ນຂອງ ປະທານ ໄກສອນ ພົມວິຫານ, ປະທານ ສຸພານຸວົງ ແລະ ປ ທ ໂຮ່ຈີ່ມິງ ຕັ້ງຢູ່ເທິງແທ່ນີ ນ ອ່ອ , ທັງສອງຂ້າງ ແລະ ເບື້ອ ຫລັງ ຝາແກະສະຫລັກຮູບພາບ ທີ່ສະແດງ ເຖິງວັດທະນະທໍາ, ການດໍາລົງຊີວິດ ແລະ ການຮ່ວມສໍາພັນສູ້ຮົບທີ່ໂດດ ເດັ່ນຫາຍາກ ຂອງປະຊາຊົນສອງ ຊາດ ລາວ-ຫວຽດນາມ ຢ່າງອົງອາດ ກ້າຫານ ແລະ ສວຍສົດງົດງາມທີ່ສຸດ. ນອກນັ້ນ, ໃນເນື້ອທີ່ 3 ເຮັກຕາ ຍັງຈະ ມີອາຄານບໍລິຫານ, ສະຖານທີ່ຕ້ອນ ຮັບແຂກ, ຫ້ອງນໍ້າສາທາລະນະ, ອ່າງ ນໍ້າຕົກ, ສະຖານທີ່ພັກຜ່ອນ, ສະໜາມ ຫລິ້ນເດັກນ້ອຍ ແລະ ປະດັບປະດາເຕັມ ໄປດ້ວຍດອກໄມ້, ຕົ້ນໄມ້ ທີ່ຂຽວງາມ ທົ່ວທັງສວ . ພາຍຫລັງກໍ່ສ້າງສໍາເລັດ ສວນ ແຫ່ງນີ້ຈະກາຍເປັນໜຶ່ງໃນສວນສາທາ ລະນະ ທີ່ຂຽວສົດງົດງາມທີ່ສຸດ ຂອງ ນະຄອນຫລວງວຽງຈັນ, ເປັນບ່ອນ ຈັດກິດຈະກໍາຕ່າງໆ, ໃຫ້ປະຊາຊົນໄດ້ ມາພັກຜ່ອນ, ອອກກໍາລັງກາຍ, ພ້ອມ ທັງໄດ້ຮຽນຮູ້ເຖິງມູນເຊື້ອປະຫວັດ ສາດການພົວພັນຮ່ວມມື, ຄວາມສາ ມັກຄີພິເສດ ແລະ ຍິ່ງໃຫຍ່ ຂອງສອງ ຊາດ ລາວ-ຫວຽດນາມ. ພ້ອມກັນນັ້ນ, ສວນແຫ່ງນີ້ ຍັງຈະກາຍເປັນອີກ ໜຶ່ງ ສັນຍາລັກອັນສໍາຄັນປະກອບສ່ວນ ເຂົ້າໃນການເພີ່ມພູນຄູນສ້າງສາຍພົວ ພັນມິດຕະພາບ ອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດ ນາມ, ຫວຽດນາມ-ລາວ ໃຫ້ສວຍສົດ ງົດງາມຕະຫລອດກາລະນານ. ກ່ອນໜ້ານີ້, ໃນປີ 2022 ໄດ້ມີ ພິທີເປີດສະໜາມຢ່າງເປັນທາງການ ເພື່ອກໍານົດຈຸດທີ່ຕັ້ງຂອງໂຄງການ ແລະ ດໍາເນີນການແຂ່ງຂັນອອກແບບ ສະຖາປັດຕະຍະກໍາ, ຄັດເລືອກບໍລິສັດ ຮັບເໝົາ, ຈາກນັ້ນ ຈຶ່ງໄດ້ຂໍຄວາມເຫັນ ນໍາການນໍາຂອງທັງສອງປະເທດ ເພື່ອ ເອກະພາບແບບແຜນຜັງລວມ ແລະ ແບບສະຖາປັດຕະຍະກໍາຂອງສວນ ເນື່ອງຈາກສ່ວນດັ່ງກ່າວ, ມີຄວາມ ໝາຍສໍາຄັນ ທາງປະຫວັດສາດ, ການ ເມືອງ ແລະ ເປັນຂອງຂວັນຂອງສູນ ກາງພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ ມອບໃຫ້ ສປປ ລາວ ເພື່ອເປັນສັນຍະລັກຂອງການພົວພັນ ຮ່ວມມືຂອງສອງປະເທດ ຈຶ່ງເຮັດ ໃຫ້ຂັ້ນຕອນໃນການອອກແບບ ແລະ ຜ່ານແບບ ແຕ່ລະຂັ້ນຕອນໃຊ້ເວລາ ດົນພໍສົມຄວນ. ພາບ: ອ່າຍຄຳ ມິດຕະພາບ ແລະ ສອງແນວໂຮມ ລາວ-ຫວຽດນາມ ທີ່ມີການພົບປະ ແລກປ່ຽນ, ຢ້ຽມຢາມເຊິ່ງກັນ ແລະ ກັນ ແລະ ຈັດກິດຈະກໍາຮ່ວມກັນ ເນື່ອງ ໃນໂອກາດວັນສໍາຄັນຕ່າງໆຂອງ ສອງພັກ ສອງລັດ ຢ່າງເປັນປົກກະຕິ; ໂຄ ສະນາເຜີຍແຜ່ໃຫ້ປະຊາຊົນສອງ ປະເທດ ໄດ້ຮັບຮູ້ ແລະ ເຂົ້າໃຈເລິກ ເຊິ່ງ ກ່ຽວກັບມູນເຊື້ອສາຍພົວພັນ ພິເສດ ລາວ-ຫວຽດນາມ ທີ່ປະທານ ໂຮ່ຈີ່ມິງ ຜູ້ນໍາທີ່ຍິ່ງໃຫຍ່, ປະທານ ໄກສອນ ພົມວິຫານ ແລະ ປະທານ ສຸພານຸວົງ ຜູ້ນໍາທີ່ເຄົາລົບຮັກ ໄດ້ ຮ່ວມກັນສ້າງ, ປົກປັກຮັກສາ, ຖະນຸຖະ ໜອມ ແລະ ຜັນຂະຫຍາຍຜ່ານກ ນ ນຳຮຸ່ນຕ່າງໆ ກໍຄື ປະຊາຊົນສອງຊາດ ໄດ້ຮ່ວມກັນເສີມຂະຫຍາຍ ແລະ ເພີ່ມ ພູນຄູນສ້າງ ໃຫ້ນັບມື້ກ້າວເຂົ້າສູ່ລວງ ເລິກ, ຂຽວສົດງົດງາມ, ເກີດດອກ ອອກຜົນ ແລະ ນໍາເອົາຜົນປະໂຫຍດ ມ ສູ່ປະຊາຊົນສອງປະເທດ. ະມາຄົມ ມິດຕະພາບ ລາວ-ຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ຢືນຢັນ ຈະສືບຕໍ່ປະສານສົມທົບ ແລະ ຮ່ວມມື ກັບຄູ່ຮ່ວມມື ຂອງ ຫວຽດນາມ ປະ ຕິບັດພາລະບົດບາດໃນການສະໜັບ ສະໜູນ ແລະ ສ້າງເງື່ອນໄຂໃຫ້ປະຊາ ຊົນສອ ປະເທດໂດຍສະເພາະປະຊາ ຊົນເຂດຊາຍແດນ ມີການໄປມາຫາສູ່, ສ້າງກິດຈະກໍາຮ່ວມກັນ ເພື່ອສ້າງ ຄວາມຮັກແພງ, ຄວາມໄວ້ເນື້ອເຊື່ອ ໃຈ, ຊ່ວຍເຫລືອເຊິ່ງກັນ ແລະ ກັນ, ເຜີຍແຜ່ຂໍ້ມູນຂ່າວສານ, ມູນເຊື້ອສາຍ ພົວພັນ ລາວ-ຫວຽດນາມ ໃຫ້ແກ່ປະ ຊ ຊົນຂ ງສອງປະເທດ ໂດຍສະເພາະ ຄົນຮຸ່ນໃໝ່ ໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງ ເລິກເຊິ່ງ ເພື່ອໃຫ້ເຂົາເຈົ້າມີຄວາມ ຮັບຜິດຊອບ ແລະ ເປັນເຈົ້າການປົກປັກ ຮັກສາ, ເສີມຂະຫຍາຍ ແລະ ເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງປະ ເທດ ໃຫ້ຂຽວສົດງົດງາມ, ເກີດດອກ ອອກຜົນ ແລະ ໝັ້ນຄົງທະນົງແກ່ນ ຕະຫລອດຊົ່ວກາລະນານ. ໂອກາດດຽວກັນ, ສະຫາຍ ຟ້າມ ມິງ ຈິງ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາຕໍ່ຜົນງານການເຄື່ອນ ໄຫວຂອງ ສະມາຄົມມິດຕະພາບ ລາວ-ຫວຽດນາມ ແລະ ສູນກາງແນວ ລາວສ້າງຊາດ ໃນໄລຍະຜ່ານມາ, ພ້ອມທັງໄດ້ໃຫ້ຄໍາແນະນໍາ ໃນການ ເຄື່ອນໄຫວສົມທົບກັບຄູ່ຮ່ວມມື ຂອງ ຫວຽດນາມ ສະໜັບສະໜູນ, ສ້າງ ເງື່ອນໄຂ ແລະ ອໍານວຍຄວາມສະດວກ ໃຫ້ປະຊາຊົນ ສອງປະເທດໄດ້ມີການ ແລກປ່ຽນ, ໄປມາຫາສູ່ ເພື່ອເຮັດໃຫ້ ການເຄື່ອນໄຫວມີປະສິດທິພາບ ແລະ ປະສິດທິຜົນ ປະກອບສ່ວນເສີມຂະ ຫຍາຍ ແລະ ເພີ່ມພູນຄູນສ້າງ ສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານລະຫວ່າງສອງພັກ, ສອງລັດແລະ ປະຊາຊົນສອງຊາດ ຫວຽດ ນາມລາວ ໃຫ້ນັບມື້ກ້າວເຂົ້າສູ່ລວງເລິກ ແລະ ນໍາເອົາຜົນປະໂຫຍດມາສູ່ປະຊາ ຊົນສອງຊາດ. ພາບ: ເກດສະໜາ ຂປລ. ໂດຍປະຕິບັດຕາມແຜນການ ປະຈໍາປີ 2024 ຂອງ ຄະນະພົວພັນ ຕ່າງປະເທດສູນກາງພັກ, ໃນວັນທີ 10 ມັງ ອນ 2025 ີ້, ຄະນະພົວພັນຕ່ ປະເທດສູນກາງພັກ ຈັດກອງປະຊຸມ ສະຫລຸບການເຄື່ອນໄຫວວຽກງານ ໃນໄລຍະ 1 ປີ ຜ່ານມາ ໂດຍການ ເປັນປະທານຂອງ ສະຫາຍ ບຸນເຫລືອ ພັນດານຸວົງ ຮັກສາການເລຂາຄະນະ ບໍລິຫານງານພັກ, ຮັກສາການຫົວໜ້າ ຄະນະພົວພັນຕ່າງປະເທດສູນກາງ ພັກ, ມີຄະນະພັກ-ຄະນະນໍາ, ຄະນະ ກົມ, ພະນັກງານອາວຸໂສບໍານານ ຕະ ຫລອດເຖິງ ພະນັກງານ-ສະມາຊິກພັກ ຫລັກແຫລ່ງຄະນະພົວພັນຕ່າງປະເທດ ສູນກາງພັກ ເຂົ້າຮ່ວມ. ກອງປະຊຸມ ໄດ້ຮັບຟັງການສະ ຫລຸບຕີລາຄາຄືນການປະຕິບັດວຽກ ງານຂອງ ຄະນະພົວພັນຕ່າງປະເທດ ສູນກາງພັກ ໃນໄລຍະ 1 ປີ ຜ່ານມາ ໂດຍໄດ້ຍົກໃຫ້ເຫັນຜົນງານທີ່ຍາດມາ ໄດ້, ບາງດ້ານທີ່ຄົງຄ້າງ, ບົດຮຽນທີ່ ຖອດຖອນໄດ້, ທິດທາງແຜນການແລະ ຄາດໝາຍສູ້ຊົນສຳລັບປີ 2025. ຈາກ ນັ້ນ, ສະຫາຍ ເກີລໍ່ ຢ່າງກໍ ຫົວໜ້າກົມ ຈັດຕັ້ງ-ພະນັກງານ ຂອງຄະນະພົວພັນ ຕ່າງປະເທດສູນກາງພັກ ໄດ້ຂຶ້ນຜ່ານ ມະຕິຕົກລົງ ຂອງເລຂາທິການສູນ ກາງພັກ ສະບັບເລກທີ 307/ຄລສພ, ລົງວັນທີ 29 ພະຈິກ 2024 ວ່າດ້ວຍ ການແຕ່ງຕັ້ງ ສະຫາຍ ວາລະໄຊ ເລັ່ງສະຫວັດ ກຳມະການຄະນະພັກ ຂຶ້ນເປັນຮອງເລຂາຄະນະບໍລິຫານ ງານພັກ ຄະນະພົວພັນຕ່າງປະເທດ ສູນກາງພັກ ແລະ ຜ່ານຂໍ້ຕົກລົງວ່າ ດ້ວຍການອະນຸມັດໃຫ້ພະນັກງານ ອອກພັກຜ່ອນຮັບອຸດໜູນ-ບຳນານ 2 ສະຫາຍ, ເລື່ອນຕຳແໜ່ງບໍລິຫານຂັ້ນ ກົມ 1 ສະຫາຍ, ຂັ້ນຫົວໜ້າພະແນກ 6 ສະຫາຍ ແລະ ຮອງຫົວໜ້າພະແນກ 4 ສະ ຫາຍ, ພ້ອມທັງຍ້ອງຍໍ ພະນັກງານ ພາຍໃນ ຄະນະພົວພັນຕ່າງປະເທດ ສູນກາງພັກ ຜູ້ມີຜົນງານດີເດັ່ນ. ໃນກອງປະຊຸມ, ສະຫາຍບຸນເຫລືອ ພັນດານຸວົງ ໄດ້ໃຫ້ກຽດໂອ້ລົມ ໄດ້ສະ ແດງຄວາມຊົມເຊີຍຕໍ່ບັນດາຜົນສຳ ເລັດ ແລະ ຜົນງານທີ່ພະນັກງານຄະນະ ພົວພັນຕ່າງປະເທດສູນກາງພັກ ຍາດ ມາໄດ້ຕະຫລອດ ໄລຍະ 1 ປີ ຜ່ານມາ ໂດຍສະເພາະ ໄດ້ເປັນເຈົ້າການຄົ້ນ ຄວ້າສະເໜີຂັ້ນເທິງພິຈາລະນາຕົກລົງ ຂະຫຍາຍການຮ່ວມມືດ້ານພັກເພີ່ມຂຶ້ນ ຕື່ມອີກ 5 ພັກການເມືອງ. ປັດຈຸບັນ, ພັກປະຊາຊົນ ປະຕິວັດລາວ ມີສາຍພົວ ພັນກັບ 145 ພັກການເມືອງ, ມີສະມາ ຄົມມິດຕະພາບລາວກັບຕ່າງປະເທດ 20 ສະມາຄົມ ແລະ 1 ຄະນະສັນຕິພາບ ແລະ ສາມັກຄີຂອງລາວ ເຊິ່ງເປັນ ການເຮັດສຳເລັດພາລະບົດບາດ ເປັນ ເສນາທິການໃຫ້ແກ່ສູນກາງພັກ ໃນ ການເຄື່ອນໄຫວຕ່າງປະເທດດ້ານພັກ ແລະ ການທູດປະຊາຊົນ ອັນໄດ້ເຮັດ ໃຫ້ມີເພື່ອນມິດນັບມື້ນັບເພີ່ມຂຶ້ນ, ບົດ ບາດຂອງ ພັກ-ລັດເຮົາ ໄດ້ຮັບການ ຍົກສູງໃນເວທີພາກພື້ນ ແລະ ສາກົນ. ສະຫາຍ ຍັງໄດ້ຊົມເຊີຍບັນດາພະນັກ ງານທີ່ໄດ້ຮັບໜ້າທີ່ໃໝ່ ເຊິ່ງຖືເປັນ ຄວາມໄວ້ເນື້ອເຊື່ອໃຈຢ່າງສູງຈາກ ຄະນະພັກ-ຄະນະນຳ ຄະນະພົວພັນ ຕ່າງປະເທດສູນກາງພັກ ໃຫ້ປະຕິບັດ ໜ້າທີ່ສຳຄັນ. ນອກນັ້ນ, ກໍໄດ້ມີຄໍາ ເັ ນ ຊີ້ນໍາໃຫ້ພະນັກງານ-ສະມາຊິກ ພັກ ຂອງ ຄຕພ ສຸມໃສ່ການຈັດຕັ້ງຜັນ ຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງ ອົງຄະນະພັກ ຄຕພ, ແຜນພັດທະນາ ຄຕພ ແຕ່ປີ 20212025, 2 ວາລະແຫ່ງຊາດ, ຂໍ້ແຂ່ງ ຂັນຮັກຊາດ ແລະ ພັດທະນາ ໃຫ້ແຕກ ດອກອອກຜົນຍິ່ງໆຂຶ້ນ. ໃນຕອນທ້າຍ, ສະຫາຍ ຮັກສາ ການຫົວໜ້າຄະນະພົວພັນຕ່າງປະເທດ ສູນກາງພັກ ໄດ້ສະແດງຄວາມເຊື່ອ ໝັ້ນວ່າ ດ້ວຍຈິດໃຈມານະບຸກບືນ, ຄວາມສາມັກຄີເປັນເອກະພາບພາຍໃນ ຈະເຮັດໃຫ້ການປະຕິບັດໜ້າທີ່ ຂອງ ຄະນະພົວພັນຕ່າງປະເທດສູນກາງ ພັກ ສືບຕໍ່ຍາດໄດ້ຜົນສຳເລັດໃຫຍ່ກວ່າ ເກົ່າ, ສືບຕໍ່ສ້າງສະພາບແວດລ້ອມທີ່ ເອື້ອອໍານວຍ ໂດຍຍຶດໝັ້ນແນວທາງ ການຕ່າງປະເທດ “ສັນຕິພາບ, ເອກະ ລາດ, ມິດຕະພາບ ແລະ ການຮ່ວມມື ຢ່າງສະເໝີຕົ້ນສະເໝີປາຍ ແລະ ປະຕິ ບັດນະໂຍບາຍເປີດກວ້າງການພົວພັນ ຮ່ວມມືແບບຫລາຍທິດ, ຫລາຍຝ່າຍ ແລະ ຫລາຍຮູບແບບ ຕາມທິດນຳ ເພີ່ມ ມິດຫລຸດຜ່ອນສັດຕູ” ແລະ ປະຕິບັດ ຕາມຄໍາຂວັນ ຂອງກອງປະຊຸມວຽກ ງານການຕ່າງປະເທດ ຄັ້ງທີ 14 ຄື: ການທູດປ້ອງກັນເຫດ ແລະ ບຸກທະລຸ ເພື່ອປົກປັກຮັກສາ ແລະ ພັດທະນາປະ ເທດຊາດ, ພ້ອມທັງເພີ່ມທະວີປະສິດ ທິພາບ ການຈັດຕັ້ງປະຕິບັດຜົນການ ເຄື່ອນໄຫວຕ່າງປະເທດ ໃຫ້ປະກົດ ຜົນເປັນຮູບປະທຳ ເຮັດໃຫ້ການເຄື່ອນ ໄຫວວຽກງານການຕ່າງປະເທດ ຂອງ ສປປ ລາວ ສືບຕໍ່ຍາດໄດ້ຜົນສໍາເລັດທີ່ ພົ້ນເດັ່ນ ທັງຂອບການພົວພັນຮ່ວມມື ສອງຝ່າຍ ແລະ ຫລາຍຝ່າຍ ເຊິ່ງ ເປັນການປະກອບສ່ວນສໍາຄັນເຂົ້າໃນ ພາລະກິດປົກປັກຮັກ າ ແລະ ສ້າງສາ ພັດທະນາປະເທດຊາດ. ຂ່າວ: ຄຕພ ຂປລ. ໂຮງຮຽນວັດທະນະທຳ ຊົນເຜົ່າກອງທັບ (ຮວຜທ) ຈັດກອງ ປະຊຸມສະພາສອບເສັງພາກຮຽນທີ I ປະຈຳສົກຮຽນ 2024-2025 ໃນ ວັນທີ 9 ມັງກອນ 2025 ໂດຍການ ເປັນປະທານຂອງ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ຫົວໜ້າການ ທະຫານ ໂຮງຮຽນວັດທະນະທຳຊົນ ເຜົ່າກອງທັບ, ມີຄະນະຫ້ອງ 4 ຫ້ອງ, 2 ກອງພັນ ຕະຫລອດຮອດພະນັກ ງານ-ນັກຮົບ ແລະ ນ້ອງນັກຮຽນທົ່ວ ໂຮງຮຽນ ເຂົ້າຮ່ວມ. ກອງປະຊຸມ ໄດ້ຜ່ານແຜນການ ສອບເສັງ ແລະ ຂໍ້ຕົກລົງວ່າດ້ວຍການ ແຕ່ງຕັ້ງຄະນະຊີ້ນຳ, ອະນຸກຳມະການ ສອບເສັງພາກຮຽນທີ I ປະຈຳສົກຮຽນ 2024-2025, ຜ່ານກົດລະບຽບການ ສອບເສັງ, ສິດ ແລະ ໜ້າທີ່ຂອງກຳມະ ການຍາມຫ້ອງສອບເສັງ ແລະ ຜ່ານ ຕາຕະລາງສອບເສັງ. ທັງນີ້, ກໍເພື່ອ ເປັນການກວດກາຄືນ ໃນການຈັດຕັ້ງ ການຮຽນ-ການສອນ ໃນໄລຍະໜຶ່ງ ພາກຮຽນ ທີ່ຜ່ານມາ ຂອງຄູອາຈານ ແລະ ນັກຮຽນ, ເປັນການປະຕິບັດຂັ້ນ I;zm 9a fdv'xt-5 ,ltrklv[gla ' rkdIPomu I lq dIPo 2024-2025 ຕອນ ບາດກ້າວຂອງການຮຽນ-ການ ສອນຂອງລະບົບສາມັນສຶກສາ ຕາມທີ່ ກະຊວງສຶກສາທິການ ແລະ ກິລາວາງ ອອກ ແລະ ເປັນການວັດແທກ ປະເມີນ ຜົນການຮຽນ-ການສອນ, ທັງເປັນ ການຮັບປະກັນໃຫ້ບັ້ນດຳເນີນການ ສອບເສັງ ໃຫ້ນັກຮຽນ ມ2, ມ6 ແລະ ມ7 ເຂົ້າຮ່ວມສອບເສັງຢ່າງເປັນຂະ ບວນການຟົດຟື້ນ, ມີຄວາມເປັນລະ ບຽບຮຽບຮ້ອຍ ແລະ ບັນລຸຕາມແຜນ ການວາງອອກໃຫ້ໄດ້ຮັບຜົນສູງ. ໂອກາດນີ້ ສະຫາຍ ພັນເອກ ເພັດສະໝອນ ວິລະວອນ ກໍໄດ້ມີຄຳ ເຫັນໂອ້ລົມຕໍ່ກອງປະຊຸມ, ພ້ອມທັງ ຮຽກຮ້ອງໃຫ້ບັນດາສະຫາຍທີ່ຖືກ ການແຕ່ງຕັ້ງຮັບຜິດຊອບນັ້ນ ຈົ່ງພ້ອມ ກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ທີໄດ້ຮັບການມອບໝາຍໃຫ້ປະສົບ ຜົນສຳເລັດ, ຮັກສາຈັນຍາບັນ-ຈັນຍາ ທຳ, ຮັກສາຄວາມສະຫງົບໃຫ້ໄດ້ 100%, ປະຕິບັດບັດຕາມກົດລະບຽບ ເພື່ອເຮັດໃຫ້ການສອບເສັງພາກຮຽນ ທີ I ສົກຮຽນ 2024-2025 ນີ້ໄດ້ຮັບ ໝາກຜົນຕາມຂາດໝາຍທີ່ວາງໄວ້. ຂ່າວ: ໂອລິນ ມິ່ງມີໄຊ

RkJQdWJsaXNoZXIy MTc3MTYxMQ==