13/01/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K mkfcmh c]t ,6 og-N v0v'dv'ma [xt-k-q o]k; ບົດສະເໜີ *ກອງທັບປະຊາຊົນລາວ ແມ່ນ ກອງທັບຂອງປະຊາຊົນທີ່ຕໍ່ສູ້ ເພື່ອປົດປ່ອຍປະຊາຊົນອອກຈາກ ການກົດຂີ່ຂູດຮີດຂອງສັກດີນາ ແລະ ຕ່າງຊາດ, ຕໍ່ສູ້ເພືື່ອນຳເອົາ ເອກະລາດອຳນາດອະທິປະໄຕ ມາໃຫ້ແກ່ປະຊາຊົນພາຍໃຕ້ການ ນຳພາ-ຊີ້ນຳຂອງພັກປະຊາຊົນປະ ຕິວັດລາວ ໂດຍແມ່ນພັກເປັນຜູ້ ສ້າງຕັ້ງ, ສຶກສາອົບຮົມແລະຝຶກຝົນ ຫລໍ່ຫລອມ, ແມ່ນກອງທັບປະຊາ ຊົນ, ເກີດຈາກປະຊາຊົນ, ສູ້ຮົບເພື່ອ ຜົນປະໂຫຍດຂອງປະຊາຊົນຜູ້ອອກ ແຮງງານລາວບັນດາເຜົ່າ, ແມ່ນພາ ຫະນະອັນແຫລມຄົມຂອງພັກ, ຂອງ ຊົນຊັ້ນກຳມະກອນລາວ. ດັ່ງນັ້ນ, ທາດແທ້ຂອງກອງທັບປະຊາຊົນ ລາວ ຈຶ່ງແມ່ນທາດແທ້ປະຕິວັດ, ມີທາດແທ້ຊົນຊັ້ນກຳມະກອນຢ່າງ ແທ້ຈິງ, ມີຄວາມສັດຊື່ບໍລິສຸດຈົງ ຮັກພັກດີຕໍ່ປະເທດຊາດ ແລະ ມີລະ ບຽບແບບແຜນທີ່ເຂັ້ມງວດ. ກອງທັບປະຊາຊົນລາວ ມີມູນ ເຊື້ອອັນສະຫງ່າອົງອາດ, ສະແດງ ອອກມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາຊົນ ແລະ ຕໍ່ອຸດົມ ການສັງຄົມນິຍົມ. ມູນເຊື້ອດັ່ງກ່າວ ນີ້ ໄດ້ສະແດງອອກແຈ້ງໃນພຶດຕິກຳ ຕົວຈິງແຫ່ງການຕໍ່ສູ້ກູ້ຊາດອັນຍືດ ເຍື້ອຍາວນານ ຊຶ່ງໄດ້ຢັ້ງຢືນຢ່າງ ຈະແຈ້ງແລ້ວວ່າກອງທັບປະຊາຊົນ ລາວ ແມ່ນມາຈາກປະຊາຊົນ, ໂດຍ ປະຊາຊົນ, ເພື່ອປະຊາຊົນ ພາຍໃຕ້ ການນຳພາ ແລະ ໄດ້ຮັບການຝຶກ ຝົນຫລໍ່ຫລອມຈາກພັກຍາມໃດກໍ່ ມີຄວາມຈົງຮັກພັກດີ, ມີຄວາມບໍລິ ສຸດຜຸດຜ່ອງ, ເດັດດ່ຽວໜຽວແໜ້ນ, ມີລະບຽບແບບແຜນທີ່ເຂັ້ມງວດ, ມີຄວາມອົງອາດກ້າຫານ, ມີນ້ຳ ໃຈເສຍສະລະອັນສູງສົ່ງພ້ອມຈະ ເສຍສະລະເພື່ອຊາດ, ເພື່ອປະຊາ ຊົນ. ສິ່ງເຫລົ່ານັ້ນມັນໄດ້ກາຍເປັນ ມູນເຊື້ອອັນສະຫງ່າງາມຂອງກອງ ທັບ ແລະ ກຳລັງປະກອບອາວຸດປະ ຊາຊົນເຮົາຕະຫລອດມາ. ກອງທັບເຮົາ ໄດ້ສືບທອດມູນ ເຊື້ອພິລະອາດຫານຂອງວິລະບຸລຸດ ຂອງຊາດ ອັນເປັນການສະແດງ ອອກເຖິງທາດແທ້ຂອງກອງທັບ. ກອງທັບເຮົາ ນັບແຕ່ມື້ກໍ່ຕັ້ງມາ ເຊິ່ງມີກຳລັງບໍ່ເທົ່າໃດຄົນ, ປະກອບ ອາວຸດປະຖົມປະຖານ, ແຕ່ພາຍໃຕ້ ການນຳພາອັນສະຫລາດສ່ອງໃສ ຂອງພັກ, ກອງທັບເຮົານັບມື້ໄດ້ ຮັບການປັບປຸງກໍ່ສ້າງເຕີບໃຫຍ່ ຂະຫຍາຍຕົວດ້ານປະລິມານ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ, ມີຄວາມ ອົງອາດກ້າຫານບໍ່ຫວັ່ນໄຫວຄອນ ແຄນຕໍ່ຄວາມຫຍຸ້ງຍາກ ແລະ ອຸປະ ສັກຕ່າງໆ, ຍິ່ງສູ້ຮົບຍິ່ງເຕີບໃຫຍ່ ເຂັ້ມແຂງຜ່ານພຶດຕິກຳແຫ່ງການ ຕໍ່ສູ້ກູ້ຊາດຍືດເຍື້ອຍາວນານໄດ້ເກີດ ມີນັກຮົບທີ່ດີເດັ່ນ, ນັກຮົບແຂ່ງຂັນ ແລະ ນັກຮົບວິລະຊົນນັບທັງກຳລັງ ຫລວງ, ທະຫານທ້ອງຖິ່ນ, ກອງ ຫລອນຊຶ່ງມີກຳລັງເພດຍິງ ແລະ ເພດຊາຍ ຢ່າງຫລວງຫລາຍ. ກອງທັບປະຊາຊົນລາວ ມີມູນ ເຊື້ອນ້ຳໃຈດຸໝັ່ນຂະຫຍັນພຽນໃນ ການອອກແຮງງານເພີ່ມພູນຜະ ລິດຜົນ ແລະ ປະຢັດສັດທ່ຽງ; ຍາມ ໃດກໍ່ມີຄວາມສາມັກຄີອັນແໜ້ນ ແຟ້ນກັບປະຊາຊົນບັນດາເຜົ່າ, ສາ ມັກຄີກັບກອງທັບປະເທດສັງຄົມນິ ຍົມອ້າຍນ້ອງ ແລະ ບັນດາປະເທດ ເພື່ອນມິດທີ່ກ້າວໜ້າໃນໂລກ, ໂດຍ ສະເພາະແມ່ນສາມັກຄີສຳພັນສູ້ຮົບ ແບບພິເສດກັບກອງທັບປະຊາຊົນ ຫວຽດນາມອ້າຍນ້ອງ; ເວລາໃດກໍ່ ຮັກສາໄດ້ມູນເຊື້ອອັນດີງາມ, ມີປະ ຊາທິປະໄຕ, ມີລະບຽບວິໄນ. [+ me,tfkd5j ,ltstdvox6 d\kddh P' [h kooksvp ,u ]kpIa [d;j k 190 ]h kodu [ *ເມື່ອກ່ອນການປູກໝາກກ້ຽງ ຢູ່ປະ ເທດ ເຮົາໂດ່ງດັງທີ່ສຸດກໍ່ ແມ່ນຢູ່ຂອບເຂດເມືອງວັງວຽງ ແຂວງວຽງຈັນ ເຊິ່ງພວກເຮົາໄປ ຊື້ໝາກກ້ຽງມັກຖາມແມ່ຄ້າວ່າ “ແມ່ນໝາກກ້ຽງວັງວຽງບໍ” ດັ່ງນີ້ ເປັນຕົ້ນ. ແຕ່ປັດຈຸບັນມີຫລາຍທ້ອງ ຖິ່ນກໍ່ມີຄວາມໂດດເດັ່ນໃນດ້ານ ການປູກໝາກກ້ຽງເຊັ່ນດຽວກັນ ທັງສາມາດສ້າງລາຍໄດ້ເປັນກອບ ເປັນກຳໃຫ້ແກ່ຄອບ. ແນວໃດກໍດີມື້ ນີ້ ຂໍພາທ່ານຜູ້ອ່ານໄປຮູ້ກັບກຸ່ມ ສະຫະກອນປູກໝາກກ້ຽງຫວານ ຢູ່ບ້ານນາຫອຍ ເມືອງວິລະບູລີ ແຂວງສະຫວັນນະເຂດ ເຊິ່ງເຂົາ ໂດຍ: ຢ່າຕົ່ງ ເຈົ້າສາມາດເກັບກູ້ຜົນຜະລິດໝາກ ກ້ຽງຂາຍສ້າງລາຍໄດ້ 190 ກວ່າ ກີບ ບ້ານກີບຕໍ່ຄອບຄົວຕໍ່ປີ. ຕາມການລາຍງານຂອງທ່ານ ອຸດທິຍາ ອິນທິແສງ ຕາງໜ້າກຸ່ມ ສະຫະກອນປູກໝາກກ້ຽງ ບ້ານ ນາຫອຍ ເມືອງວິລະບູລີ ໄດ້ລາຍ ງານຕໍ່ກອງປະຊຸມໃຫຍ່ອົງຄະນະ ພັກ ເມືອງວິລະບູລີ ຄັ້ງທີ VI ເມື່ອບໍ່ ດົນມານີ້ວ່າ: ດ້ວຍຄວາມເຊື່ອມຊຶມ ແລະ ກຳແໜ້ນຕໍ່ແນວທາງນະໂຍ ບາຍປ່ຽນແປງໃໝ່ຂອງພັກ ແລະ ແຜນນະໂຍບາຍຂອງລັດ ຕໍ່ການ ສ້າງເສດຖະກິດຄອບຄົວ ເພື່ອໃຫ້ ຫລຸດພົ້ນອອກຈາກຄວາມທຸກຍາກ ຕິດພັນທ່າແຮງ ແລະ ເງື່ອນໄຂຂອງ ທ້ອງຖິ່ນ ກໍ່ຄື ຂອງແຕ່ລະຄອບຄົວ ໂດຍໄດ້ຊອກທຸກເງື່ອນໄຂ, ປະສົບ ການຈາກຜູ້ປະສົບຜົນສຳເລັດໃນ ດ້ານການປູກການລ້ຽງ ເພື່ອສ້າງ ລາຍຮັບມາພັດທະນາເສດຖະກິດ ຄອບຄົວ. ໃນນັ້ນ, ການປູກໝາກ ກ້ຽງຫວານບໍ່ແມ່ນອີກທາງອອກ ແລະ ສ້າງລາຍຮັບໃຫ້ແກ່ປະຊາ ຊົນບ້ານນາຫອຍ. ທ່ານກ່າວຕື່ມວ່າ: ປີ 2014 ບໍລິ ສັດລ້ານຊ້າງມິນີໂຣນ ໃຫ້ບໍລິສັດ ໄອລັນບາກສຳຫລວດດິນທົ່ວ ເມືອງວິລະບູລີ ເພື່ອສົ່ງເສີມປະຊາ ຊົນປູກໝາກກ້ຽງ. ຜ່ານສຳຫລວດ ວິເຄາະ ແລະ ວິໄຈດິນເຫັນວ່າດິນ ເໝາະສົມແກ່ການປູກໝາກກ້ຽງ ທີ່ສຸດແມ່ນຢູ່ເຂດບ້ານນາຫອຍ ມາ ໃນປີ 2015 ຈຶ່ງໄດ້ລົງທຶນທົດລອງ ປູກຕົວຈິງ ໂດຍແມ່ນບໍລິສັດໄອລັນ ບາກ ເປັນຜູ້ສະໜອງວິຊາການ ແລະ ເຕັກນິກ. ໃນເບື້ອງຕົ້ນມີປະຊາ ຊົນບ້ານນາຫອຍ 12 ຄອບຄົວ ເຂົ້າ ຮ່ວມໂຄງການເຊິ່ງປີທຳອິດໄດ້ປູກ 1 ພັນຕົ້ນໃນເນື້ອທີ່ 2 ເຮັກຕາ, ຕໍ່ ມາໃນປີ2016-2017 ໄດ້ຂະຫຍາຍ ເນື້ອທີ່ເພີ່ມຂຶ້ນເປັນ 18 ເຮັກຕາ ມີ 10 ພັນຕົ້ນມາຮອດປັດຈຸບັນເນື້ອ ທີ່ປູກໝາກກ້ຽງມີ 85 ເຮັກຕາ ມີ 42 ພັນກວ່າຕົ້ນ. ແນວໃດກໍາຕາມເມື່ອເຫັນວ່າ ການປູກໝາກກ້ຽງມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງຕະຫລາດພາຍໃນ ແລະ ຕ່າງປະເທດ ມີຄວາມຕ້ອງ ການຫລາຍ. ດັ່ງນັ້ນ, ຂະແໜງການ ທີ່ກ່ຽວຂ້ອງຈຶ່ງໄດ້ມີການສ້າງຕັ້ງ ກຸ່ມສະຫະກອນປູກ ແລະ ສະໜອງ ໝາກກ້ຽງດ້ວຍການແຍກອອກ ເປັນ 2 ພາກສ່ວນ, ສະຫະກອນກຸ່ມ ປູກໝາກກ້ຽງມີ 4 ກຸ່ມ ມີ 62 ຄອບ ຄົວ ເຊິ່ງໄດ້ເລີ່ມເກັບຜົນຜະລິດໃນ ປີ 2017-2018 ສາມາດເກັບໄດ້ 2.700 ກິໂລ ຂາຍໃນລາຄາ 10 ພັນ ກີບຕໍ່ກິໂລ. ປີ 2019-2020 ເກັບ ຜົນຜະລິດໄດ້ 57.200 ກິໂລ ຂາຍ ໃນລາຄາ 9 ພັນກີບຕໍ່ກິໂລ ລວມ ເປັນເງິນ 514 ລ້ານກວ່າກີບ, ປີ 2021-2022 ເກັບຜົນຜະລິດໄດ້ 750.000 ກິໂລ ຂາຍໃນລາຄາ 8 ພັນກີບຕໍ່ກິໂລ ລວມເປັນເງິນ 6 ຕື້ກີບ. ສຳລັບປີ 2023-2024 ສາ ມາດເກັບຜົນຜະລິດໄດ້ 800.500 ກິໂລ ຂາຍໃນລາຄາ 15 ພັນກີບ ຕໍ່ກິໂລ ສາມາດສ້າງລາຍຮັບໄດ້ 12 ຕື້ກວ່າກີບ ໂດຍລວມແລ້ວການ ປູກໝາກກ້ຽງຫວານ ສາມາດສ້າງ ລາຍຮັບໃຫ້ແຕ່ລະຄອບຄົວສະມາ ຊິກໃນກຸ່ມສະຫະກອນສະເລ່ຍຄອບ ຄົວລະ 190 ກວ່າລ້ານກີບຕໍ່ຄອບ ຄົວຕໍ່ປີ ເຊິ່ງລາຍຮັບດັ່ງກ່າວ ໄດ້ ເຮັດໃຫ້ສະມາຊິກມີການພັດທະນາ ດີກ້າວໄປສູ່ການຫລຸດພົ້ນອອກ ຈາກຄວາມທຸກເທື່ອລະກ້າວ. ທ່ານ ອຸດທິຍາ ອິນທິແສງ ກ່າວ.
RkJQdWJsaXNoZXIy MTc3MTYxMQ==