lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 13/01/2025 xtgmf]k; ປະທານປະເທດ... ເປີດໃຫ້ບໍລິການ...ີ ດ້ ບໍລິກ ເປັນຕົ້ນແມ່ນໂຄງການທ່າເຮືອຫວຸງ ອ່າງ, ໂຄງການທາງດ່ວນວຽງຈັນຮ່າໂນ້ຍ, ໂຄງການທາງລົດໄຟ ວຽງ ຈັນ-ທ່າແຂກ-ຫວຸງອ່າງ, ການຊື້ຂາຍ ໄຟຟ້າ, ການສ້າງໂຮງງານພະລັງ ງານຄວາມຮ້ອນຖ່ານຫີນ, ໂຄງການ ສວນອຸທະຍານມິດຕະພາບ ລາວຫວຽດນາມ ແລະ ອື່ນໆ ເຫັນວ່າໄປຖືກ ທິດແລະ ມີບາດກ້າວບຸກທະລຸ. ພ້ອມນີ້, ສະຫາຍເລຂາທິການໃຫຍ່, ປະທານ ປະເທດ ທອງລຸນ ສີສຸລິດ ໄດ້ຝາກ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມ ໄປຍັງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດ ນາມ, ສະຫາຍ ເຈິນແທັງ ເໝີ້ນປະທານ ສະພາແຫ່ງຊາດ ແຫ່ງ ສສຫວຽດນາມ ພ້ອມດ້ວຍບັນດາສະຫາຍ ການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງທຸກທົ່ວໜ້າ, ທັງຍັງໄດ້ຕາງໜ້າ ພັກ, ລັດ, ສະພາແຫ່ງຊາດ, ກອງທັບ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈຕໍ່ພັກ, ລັດ, ສະພາແຫ່ງຊາດ, ກອງທັບ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການສະ ໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ ຫລວງ, ລໍ້າຄ່າ, ທັນການ ແລະ ມີປະ ສິດທິຜົນ ແກ່ ສປປ ລາວ ໂດຍສະ ເພາະການສະໜັບສະໜູນ ແລະ ຊ່ວຍ ເຫລືອດ້ານຊ່ຽວຊານ, ທຶນຮອນ ແລະ ອຸປະກອນຮັບໃຊ້ຕ່າງໆ ໃຫ້ ສປປ ລາວ ເຮັດສໍາເລັດໜ້າທີ່ການເປັນປະທານ ໝູນວຽນອາຊຽນ, ໄອປາ ແລະ ກອງ ປະຊຸມອື່ນໆທີ່ປິ່ນອ້ອມ ໃນປີ 2024 ກໍຄື ການຊ່ວຍເຫລືອບັນເທົາທຸກ ໃຫ້ ແກ່ປະຊາຊົນລາວ ທີ່ຖືກເຄາະຮ້າຍ ແລະ ໄດ້ຮັບຜົນກະທົບຈາກໄພນໍ້າ ຖ້ວມໃນໄລຍະຜ່ານມາ. ໃນໂອກາດ ປີໃໝ່ສາກົນທີ່ຫາກໍຜ່ານພົ້ນກໍຄືບຸນປະ ເພນີປີໃໝ່ຫວຽດນາມ (ເຕັດ) ທີ່ໃກ້ຈະ ມາເຖິງນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ອວຍພອນໄຊອັນປະເສີດມາຍັງ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ພ້ອມດ້ວຍຄອບຄົວ ແລະ ຄະນະ ຕະຫລອດຮອດບັນດາສະຫາຍການ ນຳຂັ້ນສູງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງທຸກຖ້ວນໜ້າ. ນອກນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີ ກັບທີມຊາດ ຫວຽດນາມ ທີ່ໄດ້ແຊັມ AFF CUP ສະໄໝທີ 3. ພ້ອມດຽວກັນນັ້ນ, ສອງຝ່າຍໄດ້ ແລກປ່ຽນຄໍາຄິດຄໍາເຫັນຕໍ່ການພົວ ພັນຮ່ວມມືຂອງສອງປະເທດ ໂດຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງ ການພົວພັນຮ່ວມມືສອງຝ່າຍໃນໄລຍະ ຜ່ານມາ ທີ່ໄດ້ສືບຕໍ່ມີການຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກ ງານໃນລະດັບສູງສຸດ ໂດຍສະເພາະ ແມ່ນທາງດ້ານການເມືອງ, ວຽກງານ ປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ ລວມທັງການຮ່ວມມືທາງດ້ານ ເສດຖະກິດ ກໍ່ມີບາດກ້າວທ່ວງທ່າທີ່ ດີຂຶ້ນໃນແຕ່ລະປີ, ພ້ອມທັງຢືນຢັນ ຮ່ວມກັນ ທີ່ຈະສືບຕໍ່ຍູ້ແຮງການຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການ ລົງທຶນ ເພື່ອໃຫ້ນັບມື້ໃຫ້ສົມຄູ່ກັບການ ຮ່ວມມືທີ່ດີເລີດທາງດ້ານການເມືອງ. ພ້ອມນີ້, ສອງຝ່າຍໄດ້ຢືນຢັນຈະຮ່ວມ ກັນຖະນຸຖະໜອມ ແລະ ເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ, ຫວຽດນາມລາວ ໃຫ້ສວຍສົດງົດງາມ ແລະ ຈະ ເລີນງອກງາມຍິ່ງໆຂຶ້ນ. ໃນຂະນະດຽວກັນ, ສະຫາຍນາຍົກ ລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ໄດ້ລາຍງານໃຫ້ຊາບໂດຍ ຫຍໍ້ ກ່ຽວກັບຜົນສໍາເລັດກອງປະຊຸມ ປະຈໍາປີ 2025 ຂອງຄະນະກໍາມະ ການຮ່ວມມືທະວິພາຄີ ລະຫວ່າງລັດ ຖະບານ ແຫ່ງ ສປປ ລາວ ແລະ ລັດຖະ ບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 47 ແລະ ກອງປະຊຸມຮ່ວມມືລົງທຶນ ລາວ-ຫວຽດນາມ ທີ່ໄດ້ຈັດຂຶ້ນໃນມື້ ວານນີ້. ພ້ອມນັ້ນ, ກໍໄດ້ໃຫ້ຄໍາໝັ້ນສັນ ຍາວ່າ ຈະສືບຕໍ່ເຮັດວຽກຮ່ວມກັບ ຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ບັນດາ ຂະແໜງການທີ່ກ່ຽວຂ້ອງ ໃນການຈັດ ຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການ ນໍາຂັ້ນສູງຂອງສອງປະເທດ ໃຫ້ເປັນ ຮູບປະທໍາ, ພ້ອມທັງສະແດງຄວາມ ຊົມເຊີຍຕໍ່ຜົນສໍາເລັດການເປັນເຈົ້າ ພາບແລະປະທານໝູນວຽນອາຊຽນປີ 2024 ຂອງ ສປປ ລາວ ທີ່ປະສົບຜົນ ສໍາເລັດຢ່າງຈົບງາມ. ພາບ: ຂັນໄຊ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ ດ້ວຍການນຳພັກ, ລັດ ແລະ ພາກສ່ວນ ກ່ຽວຂ້ອງສອງປະເທດ ເຂົ້າຮ່ວມ ເປັນ ສັກຂີພິຍານ. ການໃຫ້ບໍລິການທຸລະກໍາເງິນຕາ ຂ້າມສະກຸນ ດັ່ງກ່າວ, ປະຕິບັດຕາມທິດ ຊີ້ນຳຂອງການນຳຂັ້ນສູງຂອງສອງ ປະເທດ, ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ ໄດ້ຮ່ວມກັນຄົ້ນຄວ້າກ່ຽວກັບການສົ່ງ ເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ ຫລື ສະກຸນເງິນ ຂອງສອງປະເທດ ແຕ່ທ້າຍປີ 2023 ເພື່ອສົ່ງເສີມການ ນໍາໃຊ້ເງິນກີບ-ເງິນດົງ ດ້ວຍການເພີ່ມ ທາງເລືອກໃຫ້ວິສາຫະກິດ ຂອງທັງ ສອງປະເທດ ມີທາງເລືອກໃນການນໍາ ໃຊ້ສະກຸນເງິນຂອງຕົນ ໃນການຊໍາລະ ລະຫວ່າງກັນເພີ່ມຂຶ້ນ ແລະ ທັງເປັນ ການຫລຸດຜ່ອນຄວາມກົດດັນດ້ານ ຄວາມຕ້ອງການເງິນຕາຕ່າງປະເທດ ທີ່ກະທົບຕໍ່ຄັງສຳຮອງເງິນຕາຕ່າງ ປະເທດ ຂອງສອງປະເທດ. ການໃຫ້ບໍລິການໃນຄັ້ງນີ້, ໄດ້ຈັດ ຕັ້ງດຳເນີນງານຢູ່ 2 ໂຄງການ ຄື: ໂຄງ ການສົ່ງເສີມການນຳໃຊ້ສະກຸນເງິນ ທ້ອງຖິ່ນ ເພື່ອຊຳລະການຄ້າ, ການລົງ ທຶນ ແລະ ການກູ້ຢືມ ໃຫ້ແກ່ພາກການ ຄ້າ-ການລົງທຶນ ລະຫວ່າງກັນ ແລະ ໂຄງການເຊື່ອມຕໍ່ການຊຳລະຍ່ອຍ ຂ້າມແດນໃນຮູບແບບ QR Code ເພື່ອຮອງຮັບການຊໍາລະຄ່າສິນຄ້າ ແລະ ບໍລິການ ໂດຍນໍາໃຊ້ສະກຸນເງິນ ທ້ອງຖິ່ນ ກີບ-ດົງ ໃນການຊຸກຍູ້ສົ່ງ ເສີມການທ່ອງທ່ຽວຂອງສອງປະເທດ. ການເປີດໃຫ້ບໍລິການໃນໄລຍະເບື້ອງ ຕົ້ນນີ້ ມີພຽງ ສສ ຫວຽດນາມ ສາມາດ ມາຊຳລະຜ່ານ QR ສປປ ລາວ ໄດ້, ສ່ວນ ສປປ ລາວ ຈະນໍາໃຊ້ລະ ບົບຊໍາ ລະຜ່ານ QR ຢູ່ທີ່ ສສ ຫວຽດນາມ ໄດ້ ນັ້ນແມ່ນຢູ່ໃນໄລຍະທີ່ສອງ, ຄາດວ່າ ຈະນໍາໃຊ້ໄດ້ໃນທ້າຍປີນີ້. ໂອກາດນີ້, ທ່ານ ສຸລິສັກ ທໍານຸ ວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ຟາມ ຕຽນ ຢຸງ ຮອງຜູ້ວ່າການ ທະນາຄານແຫ່ງລັດ ຫວຽດນາມ ໄດ້ມີຄຳເຫັນ ແລະ ສະ ແດງຄວາມຂອບໃຈມາຍັງທຸກພາກ ສ່ວນ ທີ່ເຫັນໄດ້ເຖິງຄວາມສໍາຄັນຂອງ ການສົ່ງເສີມ ການນຳໃຊ້ສະກຸນເງິນ ທ້ອງຖິ່ນ ກີບ-ດົງ ລະຫວ່າງ ສປປ ລາວ-ສສ ຫວຽດນາມ ແລະ ຈະສືບ ຕໍ່ຊຸກຍູ້ພັດທະນາວຽກງານດັ່ງກ່າວ, ໃຫ້ມີຄວາມຄືບໜ້າ ສໍາເລັດຕາມ ຄາດໝາຍທີ່ໄດ້ກຳນົດໄວ້. ຂ່າວ: ທະນູທອງ; ພາບ: ເກດສະໜາ ກອງພົນທະຫານຮາບທີ 3 ໄລຍະ 1 ປີ ຜ່ານມາ ເຫັນວ່າ ທຸກພາກສ່ວນໄດ້ຕັ້ງ ໜ້າເປັນເຈົ້າການເຄື່ອນໄຫວປະຕິບັດ ໜ້າທີ່ສະກັດກັ້ນ ບັນດາປະກົດການ ຫຍໍ້ທໍ້ໃນສັງຄົມ, ເຮັດໜ້າທີ່ເຄື່ອນໄຫວ ປ້ອງກັນເວນຍາມໃຫ້ມີຄວາມເປັນ ລະບຽບ ແລະ ມີຄວາມສະຫງົບ, ປະ ກອບສ່ວນສຳຄັນເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມ ເຮັດໃຫ້ 4 ແຂວງ ສືບຕໍ່ມີສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມສະ ຫງົບປອດໄພ ແລະ ເປັນລະບຽບຮຽບ ຮ້ອຍ. ສຳລັບທິດທາງແຜນວຽກຈຸດ ສຸມປີ 2025 ແມ່ນສືບຕໍ່ເກັບກຳສະ ພາບການທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ, ຕິດຕາມການເຄື່ອນໄຫວ ຂອງກຳລັງອິດທິປໍລະປັກ, ກຸ່ມຄົນບໍ່ ດີທີ່ເຄື່ອນໄຫວຢູ່ພາຍໃນ ແລະ ຕ່າງ ປະເທດ ເພື່ອສືບຕໍ່ຮັບປະກັນຮັກສາ ໄດ້ຄວາມສະຫງົບປອດໄພ, ສັງຄົມ ຄົມມີສະຖຽນລະພາບຢ່າງໜັກແໜ້ນ, ຕັ້ງໜ້າແກ້ໄຂຢ່າງເດັດຂາດ ຕໍ່ບັນດາ ໜໍ່ແໜງທີ່ພາໃຫ້ເກີດຄວາມບໍ່ສະຫງົບ ຢູ່ 4 ແຂວງ ຕົກໄປຢ່າງສິ້ນເຊີງ, ສືບ ຕໍ່ຫັນລົງກໍ່ ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ, 4 ຄາດໝາຍ, ປົກປັກ ຮອງນາຍົກກ...ົ ທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ໃນລະຫວ່າງວັນທີ 9-10 ມັງກອນ 2025 ຢູ່ ສປປ ລາວ. ໃນໂອກາດນີ້, ສະຫາຍ ໄຊສົມ ພອນ ພົມວິຫານ ໄດ້ສະແດງຄວາມ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດ ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ແລະ ຄະນະຜູ້ແທນຂັ້ນສູງ ຂອງຫວຽດ ນາມ, ສະແດງຄວາມຊົມເຊີຍຕໍ່ທີມ ຊາດຫວຽດນາມ ທີ່ໄດ້ຄອງແຊມ AFF CUP ສະໄໝທີ 3, ຕີລາຄາສູງ ຕໍ່ຜົນສຳເລັດຂອງການພົບປະສອງ ຝ່າຍ ລະຫວ່າງ ສອງນາຍົກລັດຖະ ມົນຕີ ລາວ-ຫວຽດນາມ ແລະ ຜົນ ສໍາເລັດກອງປະຊຸມ ຄັ້ງທີ 47 ຂອງ ຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວຫວຽດນາມ ຢູ່ ສປປ ລາວ ເຊິ່ງເປັນ ການປະກອບສ່ວນສໍາຄັນເຂົ້າໃນ ການຮັດແໜ້ນ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານ ລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ ກໍຄື ສາຍພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດ ລາວ ແລະ ຫວຽດ ນາມ ໃຫ້ເປັນຮູບປະທຳຍິ່ງໆຂຶ້ນ. ພ້ອມນີ້, ສະຫາຍ ໄຊສົມພອນ ພົມວິຫານ ຍັງໄດ້ອວຍພອນໄຊອັນປະ ເສີດ ໃນໂອກາດປີໃໝ່ສາກົນ 2025 ທີ່ ຜ່ານມາ ແລະ ບຸນປີໃໝ່ ຫວຽດນາມ ທີ່ ຈະມາເຖິງແດ່ ສະຫາຍນາຍົກລັດຖະ ມົນຕີ ຫວຽດນາມ ແລະ ຝາກຄວາມ ຢ້ຽມຢາມຖາມຂ່າວໄປຍັງບັນດາສະ ຫາຍການນຳຂັ້ນສູງ ຂອງພັກ-ລັດ ຫວຽດນາມ ເປັນຕົ້ນ ສະຫາຍເລຂາ ທິການໃຫຍ່ ໂຕ ເລິມ, ສະຫາຍປະທານ ປະເທດ ເລືອງ ເກືອງ ແລະ ສະຫາຍ ປະທານສະພາແຫ່ງຊາດ ເຈີ່ນ ແທງ ເໝີ້ນ. ພ້ອມທັງສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ພັກລັດ ແລະ ປະຊາຊົນຫວຽດນາມ ອ້າຍ ນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າ ຄ່າ, ໃຫຍ່ຫລວງ, ທັນການ ແລະ ມີປະ ສິດທິຜົນ ແກ່ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ໃນໄລຍະຕໍ່ສູ້ ເພື່ອ ຍາດເອົາເອກະລາດແຫ່ງຊາດ ກໍຄື ໃນ ໄລຍະປົກປັກຮັກສາ ແລະ ສ້າງສາປະ ເທດ ເປັນຕົ້ນ ການສະໜັບສະໜູນຊ່ວຍ ເຫລືອ ໃນການສົ່ງຊ່ຽວຊານ ແລະ ອຸ ປະກອນເຄື່ອງໃຊ້ຫ້ອງການ ແກ່ ສປປ ລາວ ໃນການເປັນເຈົ້າພາບ, ປະທານ ອາຊຽນ ແລະ ໄອປາ ໃນປີ 2024, ແກ້ ໄຂສຳເລັດບັນຫາການຊໍາລະຄ່າໄມ້ ຫໍ ສະພາແຫ່ງຊາດລາວຫລັງໃໝ່ ແລະ ສືບຕໍ່ໃຫ້ການສະໜັບສະໜູນການຄຸ້ມ ຄອງບໍລິຫານ ຫໍສະພາແຫ່ງຊາດ ຫລັງ ໃໝ່ ຂອງ ສປປ ລາວ ໂດຍຜ່ານໂຄງ ການຊ່ວຍເຫລືອຫລ້າ ຂອງລັດຖະ ບານ ຫວຽດນາມ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ການພົວ ພັນຮ່ວມມືຂອງສອງປະເທດ ກໍຄື ຂອງ ສອງອົງການນິຕິບັນຍັດ ໂດຍໄດ້ເຫັນ ດີເປັນເອກະພາບຕີລາຄາສູງ ຕໍ່ສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານຂອງສອງປະເທດ ສືບຕໍ່ໄດ້ຮັບ ການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງທັງ ທາງກວ້າງ ແລະ ທາງເລິກ ໃນທຸກ ຂົງເຂດຂະແໜງການ ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງ ສອງ ອົງການນິຕິບັນຍັດ ກໍໄດ້ມີການແລກ ປ່ຽນການຢ້ຽມຢາມຂອງການນໍາ ຂັ້ນສູງ ນັບແຕ່ຂັ້ນສູນກາງຈົນຮອດ ທ້ອງຖິ່ນ, ໄດ້ຮ່ວມກັນຈັດກອງປະຊຸມ, ສໍາມະນາແລກປ່ຽນບົດຮຽນຕ່າງໆ, ຮ່ວມກັນສ້າງປື້ມ 50 ປີ ແຫ່ງສາຍ ພົວພັນລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ, ຮ່ວມກັນຕິດຕາມ ກວດກາການຮ່ວມມືຂອງສອງປະເທດ ໃນດ້ານເສດຖະກິດ, ການຄ້າ-ການ ລົງທຶນ ໂດຍສະເພາະແມ່ນບັນດາໂຄງ ການສ້າງພື້ນຖານໂຄງລ່າງ, ການ ເຊື່ອມໂຍງເຊື່ອມຈອດ ແນໃສ່ປະກອບ ສ່ວນການພັດທະນາເສດຖະກິດ-ສັງ ຄົມ ຂອງສອງປະເທດ. ສະຫາຍ ຟ້າມ ມິງ ຈິງ ກໍໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສໍາເລັດຂອງການພົວພັນ ຮ່ວມມື ລະຫວ່າງ ສອງອົງການນິຕິ ບັນຍັດ ຫວຽດນາມ-ລາວ ທີ່ຍາດມາ ໄດ້ໃນຕະຫລອດໄລຍະຜ່ານມາ ເຊິ່ງ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ສະແດງ ຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການ ເປັນປະທານກອງປະຊຸມໄອປາ ຄັ້ງທີ 45 ໃນທ້າຍປີ 2024 ທີ່ຜ່ານມາ. ໃນວັນດຽວກັນ, ສະຫາຍ ຟ້າມ ມິງ ຈິງ ພ້ອມດ້ວຍຄະນະ ຍັງໄດ້ພົບປະ ກັບ ສະຫາຍ ບຸນທອງ ຈິດມະນີ ກໍາມະ ການກົມການເມືອງສູນກາງພັກ, ຜູ້ປະ ຈໍາການຄະນະເລຂາທິການສູນກາງ ພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ. ນອກນັ້ນ, ຍັງໄດ້ພົບປະຢ້ຽມ ຢາມບັນດາອະດີດການນໍາຂັ້ນສູງ ຂອງ ສປປ ລາວ ເຊັ່ນ: ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ແລະ ສະຫາຍ ທອງສິງ ທໍາມະວົງ ອະດີດນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ຕື່ມອີກ. ຮັກສາຄວາມສະຫງົບຕາມຂອບເຂດ ຊາຍແດນ ແລະ ເພີ່ມທະວີການນໍາພາຊີ້ນໍາ ຂອງຄະນະກຳມະການ ປກຊປກສ ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ມີຊື່ ສັດ ແລະ ຈົງຮັກພັກດີຕໍ່ພັກ-ຕໍ່ປະເທດ ຊາດ. ໃນໂອກາດນີ້, ກອງປະຊຸມຍັງໄດ້ ຮັບຟັງການປະກອບຄໍາຄິດ, ຄໍາເຫັນ ຈາກບັນດາຜູ້ຕາງໜ້າຄະນະກໍາມະ ການປກຊ-ປກສບັນດາແຂວງ, ບັນດາ ອົງການຂອງ 2 ກະຊວງ ປກຊ-ປກສ. ໃນໂອກາດດຽວກັນ, ທ່ານຮອງນາ ຍົກລັດຖະມົນຕີ ກໍໄດ້ສະແດງຄວາມ ຊົມເຊີຍຕໍ່ຜົນສຳເລັດ ໃນການປະຕິບັດ ວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນໄລຍະ 1 ປີຜ່ານ ມາ ຢູ່ 4 ແຂວງດັ່ງກ່າວ. ອັນສໍາຄັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳ ເຫັນເນັ້ນໜັກໃຫ້ຄະນະປ້ອງກັນຊາດປ້ອງກັນຄວາມສະຫງົບ 4 ແຂວງ ຈົ່ງ ພ້ອມກັນປະຕິບັດແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວ ປວງຊົນຮອບດ້ານຢ່າງໜັກແໜ້ນ, ກຳແໜ້ນວຽກງານຕ່າງໆ; ຕໍ່ຕ້ານ, ທັບ ມ້າງກົນອຸບາຍ ແລະ ຍຸດທະສາດເຄື່ອນ ໄຫວຂອງກໍາລັງອິດທິປໍລະປັກ, ກຸ່ມ ຄົນບໍ່ດີ; ຮັບປະກັນພື້ນທີ່ຂອບເຂດ ຂອງ 4 ແຂວງ ມີຄວາມສະຫງົບ, ມີ ສະຖຽນລະພາບທາງການເມືອງ ຢ່າງ ໜັກແໜ້ນ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍ; ສຸມທຸກກໍາລັງແຮງ ເຂົ້າໃສ່ວຽກງານຮາກຖານການເມືອງ ໃຫ້ມີຄຸນນະພາບ; ເອົາໃຈໃສ່ພິເສດຕໍ່ ບັນດາເມືອງ ແລະ ບ້ານ ທີ່ມີຄວາມ ຫລໍ່ແຫລມ; ສະກັດກັ້ນກຸ່ມຄົນບໍ່ດີ ທີ່ໂຄ ສະນາຊວນເຊື່ອ, ຍຸແຍ່ແກ່ດຶງປະຊາຊົນ ເຄື່ອນໄຫວໄປໃນທາງທີ່ບໍ່ຖືກຕ້ອງ, ແກ້ໄຂບັນຫາຄົນບໍ່ດີທີ່ຫລົບລີ້ຢູ່ຕາມ ບ້ານ ແລະ ພື້ນທີ່ຕ່າງໆ ດ້ວຍບັນດາ ມາດຕະການຢ່າງຄ່ອງແຄ້ວແລະ ເດັດ ຂາດ; ຕອບຕ້ານທຸກການລະເມີດລ່ວງ ລໍ້າເຊື່ອມຍຶດຊາຍແດນ; ປັບປຸງກໍ່ສ້າງ ພັກ ໃນກຳລັງປະກອບອາວຸດ ໃຫ້ໜັກ ແໜ້ນທາງດ້ານການເມືອງ-ແນວຄິດ, ສືບຕໍ່ຮັບປະກັນທາງດ້ານພາລາທິ ການ-ເຕັກນິກ ໃຫ້ບັນດາກົມກອງ ແລະ ທ້ອງຖິ່ນ; ເອົາໃຈໃສ່ພົວພັນ ແລະ ຮ່ວມ ມືກັບຕ່າງປະເທດ ໂດຍສະເພາະບັນດາ ປະເທດເພື່ອນມິດ ໃນການແລກປ່ຽນ ຂໍ້ມູນຂ່າວສານ, ການຮັກສາຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍຕາມຊາຍແດນ, ຍາດແຍ່ງການ ຊ່ວຍເຫລືອດ້ານຕ່າງໆ ເພື່ອປັບປຸງ ແລະ ພັດທະນາກໍາລັງ ປກຊ-ປກສ ໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງຂຶ້ນບໍ່ຢຸດຢັ້ງ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ. ປະທານສະພາແຫ່ງຊາດ...່ ງ ແຂວງອຸດົມໄຊ, ມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາ ແດງແຫ່ງຊາດລາວ, ການນຳແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການສະໜອງພາຫະນະໃນຄັ້ງນີ້, ກໍເພື່ອນຳໃຊ້ເຂົ້າໃນວຽກງານ ປຸກລະ ດົມຂົນຂວາຍບໍລິຈາກເລືອດ ຕາມ ສະຖານທີ່ເປົ້າໝາຍຕ່າງໆພາຍໃນ ແຂວງຂອງຕົນ ແນໃສ່ຮັບປະກັນ ເຮັດໃຫ້ວຽກງານເລືອດມີຄວາມເຂັ້ມ ແຂງ, ມີເລືອດພຽງພໍ, ປອດໄພ ແລະ ມີເລືອດໃສ່ໃຫ້ຄົນເຈັບທີ່ຕ້ອງການໃສ່ ເລືອດ ເພື່ອປິ່ນປົວຕາມໂຮງໝໍແຫ່ງ ຕ່າງໆທົ່ວປະເທດ. ລົດຕູ້ ແລະ ເຄື່ອງ ຕັດສາຍເລືອດ ທີ່ນຳມາມອບໃນຄັ້ງ ນີ້ ໄດ້ຮັບການຊ່ວຍເຫລືອຈາກສູນ ເລືອດແຫ່ງຊາດ ອົງການກາແດງ ສ ເກົາຫລີ ລວມມູນຄ່າ 80.180 ໂດລາ ສະຫະລັດ. ອີງຕາມການລາຍງານ ການອອກຮັບບໍລິຈາກເລືອດນອກສະ ຖານທີ່ຕ່າງໆກວມ 80% ເຊິ່ງຈຳ ເປັນຕ້ອງມີພາຫະນະຮັບໃຊ້ ເພື່ອອອກ ຮັບບໍລິຈາກເລືອດ. ດັ່ງນັ້ນ ການຊ່ວຍ ເຫລືອຄັ້ງນີ້, ຈະຊ່ວຍເພີ່ມຈໍານວນ ການຮັບບໍລິຈາກເລືອດຢູ່ຕາມສະຖານ ທີ່ຕ່າງໆໃຫ້ຫລາຍຂຶ້ນກວ່າເກົ່າ. ສຳລັບຕົວເລກຄາດໝາຍສູ້ຊົນ ການຮັບບໍລິຈາກເລືອດປີ 2025 ທົ່ວ ປະເທດ ຕ້ອງບັນລຸຕົວເລກ 80.400 ຖົງ. ໃນນັ້ນ, ຕົວເລກເປົ້າໝາຍເຄື່ອນ ໄຫວຮັບບໍລິຈາກເລືອດ ຂອງສູນເລືອດ ອົງການກາແດງແຂວງຫລວງນ້ຳທາ ໃຫ້ບັນລຸ 2.100 ຖົງ ແລະ ແຂວງ ອຸດົມໄຊ ໃຫ້ບັນລຸ 2.400 ຖົງ. ຂ່າວ-ພາບ: ອົງການກາແດງ ແຫ່ງ ຊາດລາວ ສູນເລືອດ...ູ ນື ອ
RkJQdWJsaXNoZXIy MTc3MTYxMQ==