ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນຈັນ 13.01.2025 ປີທີ 24 ສະບັບທີ 6.101 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີັັີີັີັັີີັີັັີີັີັັີີັີັັີີັີ -q ,g-u p;a olh k'8A ' ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K xtmkoxtgmf 8h voIa [ okpq d]a f4t,q o8u ll s;Pfok, gxu f.sh [= ]y dkom5 ]tdeg'y o8k0h k,ltd5 o c]t dko-e]tpj vp0h k,cfo ]k;{s;Pfok, z6 h xt9edko7totg]0kmy dkol6 odk'ra d 8h voIa [ okpq d]a f4t,q o8u s;Pfok, lt,k7q ,,y f8trk[ ]k;{s;Pfok, 0A ol6 odk' g0Q k1h P,0=j koa [ okpq d]a f4t,q o8u s;Pfok, l6 og]n vfc0;'s];'oEmk c]t v5 fq ,w- wfh Ia [{,v[ rkstotIa [.-h ;Pd'ko xtmkoltrkcsj '-kf rq [xtda [ okpq d]a f4t,q o8u s;Pfok, ຂປລ. ໃນວັນທີ 10 ມັງກອນ 2025 ນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າ ຢ້ຽມຂໍ່ານັບຂອງສະຫາຍຟ້າມມິງຈິງ ກໍາມະການກົມການເມືອງສູນກາງ ພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນໂອ ກາດເດີນທາງມາຢ້ຽມຢາມ ແລະ ເຮັດ ວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 9-10 ມັງກອນ 2025. ໃນໂອກາດນີ້, ສະຫາຍ ທອງລຸນ ຂປລ. ໃນວັນທີ 10 ມັງກອນ 2025 ນີ້, ສະຫາຍ ໄຊສົມພອນ ພົມວິຫານ ກໍາມະການກົມການເມືອງ ສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ແລະ ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ກໍາ ມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດ ຂປລ. ໃນວັນທີ 10 ມັງກອນ 2025 ນີ້, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ, ຜູ້ປະຈໍາ ການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ໄດ້ຕ້ອນຮັບ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມ ການເມືອງ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍຄະນະ ໃນ ຂປລ. ພິທີວາງສີລາລືກໂຄງການ ກໍ່ສ້າງສວນສາທາລະນະມິດຕະພາບ ລາວ-ຫວຽດນາມ ຈັດຂຶ້ນຢ່າງເປັນ ທາງການ ໃນວັນທີ 10 ມັງກອນ 2025 ຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫລວງວຽງຈັນສປປລາວ,ໃຫ້ ກຽດເຂົ້າຮ່ວມຂອງ ສະຫາຍ ສອນໄຊ ສີພັນດອນ ກໍາມະການກົມການເມືອງ ;k'lu ]k]b d37'dkod+ lh k'l;olkmk]tot ,y f8trk[ ]k;{s;Pfok, ຂປລ. ພິທີເປີດໃຫ້ບໍລິການທຸລະກໍາ ເງິນຕາຂ້າມສະກຸນ ແລະ ການເຊື່ອມຕໍ່ ລະບົບການຊໍາລະຍ່ອຍຂ້າມແດນໃນຮູບ ແບບQRCodeລະຫວ່າງສປປລາວ ແລະ ສສຫວຽດນາມ ໄດ້ຈັດຂຶ້ນໃນວັນ ທີ 9 ມັງກອນ 2025 ເຊິ່ງເປັນຂີດໝາຍ ສຳຄັນ ໃນການຮ່ວມມື ໂດຍສະເພາະ ຊຸກຍູ້ສົ່ງເສີມການຮ່ວມມືດ້ານເສດຖະ ຂປລ. ໃນວັນທີ10ມັງກອນ2025 ນີ້, ສະຫາຍ ບໍ່ວຽງຄໍາ ວົງດາລາ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ ສານ, ປະທານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ແລະ ສູນກາງແນວລາວສ້າງຊາດ ພ້ອມດ້ວຍ ຄະນະ ໄດ້ເຂົ້າຢ້ຽມຂໍ່ານັບ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການ ເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ໃນໂອກາດ ເດີນທາງມາຢ້ຽມຢາມ ແລະ ເຂົ້າຮ່ວມ ກອງປະຊຸມຄັ້ງ 47 ຂອງຄະນະກໍາມະ ການຮ່ວມມືທະວິພາຄີ ລະຫວ່າງ ລັດ ຖະບານ ລາວ ແລະ ຫວຽດນາມ. ໂອກາດນີ້, ສະຫາຍ ບໍ່ວຽງຄໍາ ຂປລ. ອົງການກາແດງແຫ່ງຊາດ ລາວ ຈັດພິທີມອບ-ຮັບ ລົດຕູ້ ຈຳນວນ 2 ຄັນ ໃຫ້ແກ່ສູນເລືອດອົງການກາ ແດງແຂວງ ຫລວງນ້ຳທາ ແລະ ອຸດົມ ໄຊ ແຂວງລະ 1 ຄັນ ແລະ ເຄື່ອງຕັດ ສາຍເລືອດ ແຂວງລະ 2 ເຄື່ອງ ໃນວັນ ທີ 8 ມັງກອນ 2025, ມອບໂດຍ ທ່ານ ຈັນທະລາ ສຸກສາຄອນ ຫົວໜ້າ ສະຖາບັນເລືອດແຫ່ງຊາດ ແລະ ຮັບ ໂດຍ ທ່ານ ສົມສຸກ ສຸກສະຫວັດ ຫົວໜ້າອົງການກາແດງແຂວງຫລວງ ນ້ຳທາ ແລະ ທ່ານ ນາງ ສິດທິວອນ ຫົງສາຄອນ ຫົວໜ້າອົງການກາແດງ ສີສຸລິດ ໄດ້ສະແດງຄວາມຍິນດີຕ້ອນ ຮັບອັນອົບອຸ່ນ ແລະ ຕີລາຄາສູງ ຕໍ່ ການເດີນທາງມາຢ້ຽມຢາມ ສປປ ລາວ ຂອງ ຄະນະຜູ້ແທນຂັ້ນສູງ ຂອງ ສສ ຫວຽດນາມ ໃນຄັ້ງນີ້, ພ້ອມທັງໄດ້ ສະແດງຄວາມຊົມເຊີຍຕໍ່ຜົນສໍາເລັດ ກອງປະຊຸມ ປະຈໍາປີ 2025 ຂອງ ຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານແຫ່ງສປປລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດ ນາມ ຄັ້ງທີ 47 ທີ່ ສອງນາຍົກລັດ ຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຮ່ວມກັນເປັນປະທານ ເຊິ່ງສອງ ຝ່າຍໄດ້ຢືນຢັນທີ່ຈະພ້ອມກັນຈັດຕັ້ງ ຜັນຂະຫຍາຍບັນດາຂໍ້ຕົກລົງຂອງ ສອງພັກ-ສອງລັດຖະບານ ກໍຄື ບັນດາ ໂຄງການຮ່ວມມືສອງຝ່າຍຕ່າງໆ ໂອກາດ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງ ວັນທີ 9-10 ມັງກອນ 2025. ນາມ ໃນໂອກາດເດີນທາງມາຢ້ຽມ ຢາມ ແລະ ເຂົ້າຮ່ວມ ກອງປະຊຸມ ຄັ້ງ ທີ 47 ຂອງຄະນະກໍາມະການຮ່ວມມື Iv'okpq d]a f4t,q o8u -U oedv'xt-5 ,lts]5 [ ;Pd'ko xd-{xdl 4 c0;' c]t 1 dv'rq o ຂປລ. ກອງປະຊຸມສະຫລຸບວຽກ ງານປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ (ປກຊ-ປກສ) 4 ແຂວງ (ອຸດົມ ໄຊ, ບໍ່ແກ້ວ, ຫລວງນໍ້າທາ ແລະ ຜົ້ງ ສາລີ) ແລະ ກອງພົນທະຫານຮາບທີ 3 ປະຈໍາປີ 2024 ແລະ ທິດທາງແຜນ ການ ປີ 2025 ຈັດຂຶ້ນໃນວັນທີ 9 ມັງກອນ 2025 ຢູ່ແຂວງອຸດົມໄຊ ໂດຍ ການເປັນປະທານຂອງທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກ ລັດຖະມົນຕີ, ຮອງປະທານ, ຜູ້ປະຈໍາ ການຄະນະກໍາມະການປ້ອງກັນຊາດປ້ອງກັນຄວາມສະຫງົບສູນກາງ; ມີ ບັນດາປະທານ ແລະ ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂັ້ນແຂວງຂອງບັນດາ ແຂວງດັ່ງ ກ່າວ, ພ້ອມດ້ວຍຄະນະບັນຊາກອງພົນ ທະຫານຮາບທີ 3 ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ບຸນຄົງ ຫລ້າ ຈຽມພອນ ເຈົ້າແຂວງອຸດົມໄຊ, ປະ ທານຄະນະກໍາມະການປ້ອງກັນຊາດປ້ອງກັນຄວາມສະຫງົບແຂວງ ໄດ້ມີ ຄຳເຫັນກ່າວຕ້ອນຮັບບັນດາການນຳ ຈາກສູນກາງ ແລະ ທ້ອງຖິ່ນ, ພ້ອມ ທັງແຈ້ງໃຫ້ຊາບ ຈຸດປະສົງຂອງການ ຈັດກອງປະຊຸມໃນຄັ້ງນີ້. ຈາກນັ້ນ, ກໍ ໄດ້ ຕາງໜ້າໃຫ້ການນຳບັນດາແຂວງ ແລະ ກອງພົນທະຫານຮາບທີ 3 ລາຍ ງານໃຫ້ຊາບກ່ຽວກັບຜົນການຈັດຕັ້ງ ປະຕິບັດວຽກງານປ້ອງກັນຊາດປ້ອງກັນຄວາມສະຫງົບ ໃນຂອບເຂດ ຄວາມຮັບຜິດຊອບ ແຂວງອຸດົມໄຊ, ບໍ່ແກ້ວ, ຫລວງນໍ້າທາ, ຜົ້ງສາລີ ແລະ ວົງດາລາ ໄດ້ສະແດງຄວາມຂອບໃຈ ຕໍ່ ສະຫາຍ ຟ້າມ ມິງ ຈິງ ທີ່ໃຫ້ຄະນະ ບໍລິຫານງານສະມາຄົມມິດຕະພາບ ລາວ-ຫວຽດນາມ ຂັ້ນສູນກາງ ແລະ ສູນກາງແນວລາວສ້າງຊາດ ເຂົ້າ ຢ້ຽມຂໍ່ານັບ, ທັງໄດ້ຕີລາຄາສູງຕໍ່ການ ເດີນທາງຢ້ຽມຢາມ ແລະ ເຂົ້າຮ່ວມ ກອງປະຊຸມໃນຄັ້ງນີ້, ຖືເປັນການ ປະກອບສ່ວນສຳຄັນເຂົ້າໃນການຮັດ ແໜ້ນສາຍພົວພັນ ລາວ-ຫວຽດນາມ. ພ້ອມນັ້ນ, ຍັງໄດ້ລາຍງານການເຄື່ອນ ໄຫວອັນພົ້ນເດັ່ນ ຂອງສະມາຄົມມິດ ຕະພາບ ລາວ-ຫວຽດນາມ ແລະ ສູນ ກາງແນວລາວສ້າງຊາດ ກໍຄື ການພົວ ພັນຮ່ວມມືລະຫວ່າງ ສອງສະມາຄົມ ສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ສະຫາຍ ຟ້າມ ມິງ ຈິງ ກໍາມະການກົມການເມືອງສູນກາງພັກ, ກິດ, ການຄ້າ ແລະ ການລົງທຶນ ລະ ຫວ່າງສອງປະເທດ ໂດຍເປັນກຽດເຂົ້າ ຮ່ວມຂອງ ທ່ານ ສອນໄຊ ສີພັນດອນ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 2່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ F ອ່ານຕໍ່ໜ້າ 4່ າໍ່ ໜ້າ
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko j 13/01/2025 xtgmf]k; ປະທານປະເທດ... ເປີດໃຫ້ບໍລິການ...ີ ດ້ ບໍລິກ ເປັນຕົ້ນແມ່ນໂຄງການທ່າເຮືອຫວຸງ ອ່າງ, ໂຄງການທາງດ່ວນວຽງຈັນຮ່າໂນ້ຍ, ໂຄງການທາງລົດໄຟ ວຽງ ຈັນ-ທ່າແຂກ-ຫວຸງອ່າງ, ການຊື້ຂາຍ ໄຟຟ້າ, ການສ້າງໂຮງງານພະລັງ ງານຄວາມຮ້ອນຖ່ານຫີນ, ໂຄງການ ສວນອຸທະຍານມິດຕະພາບ ລາວຫວຽດນາມ ແລະ ອື່ນໆ ເຫັນວ່າໄປຖືກ ທິດແລະ ມີບາດກ້າວບຸກທະລຸ. ພ້ອມນີ້, ສະຫາຍເລຂາທິການໃຫຍ່, ປະທານ ປະເທດ ທອງລຸນ ສີສຸລິດ ໄດ້ຝາກ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ແລະ ສະໜິດສະໜົມ ໄປຍັງ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ ຄະນະ ບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ສະຫາຍ ເລືອງ ເກືອງ ປະທານປະເທດ ແຫ່ງ ສສ ຫວຽດ ນາມ, ສະຫາຍ ເຈິນແທັງ ເໝີ້ນປະທານ ສະພາແຫ່ງຊາດ ແຫ່ງ ສສຫວຽດນາມ ພ້ອມດ້ວຍບັນດາສະຫາຍ ການນໍາພັກ, ລັດ ແລະ ປະຊາຊົນຫວຽດນາມອ້າຍ ນ້ອງທຸກທົ່ວໜ້າ, ທັງຍັງໄດ້ຕາງໜ້າ ພັກ, ລັດ, ສະພາແຫ່ງຊາດ, ກອງທັບ ແລະ ປະຊາຊົນລາວ ສະແດງຄວາມ ຂອບໃຈຕໍ່ພັກ, ລັດ, ສະພາແຫ່ງຊາດ, ກອງທັບ ແລະ ປະຊາຊົນຫວຽດນາມ ອ້າຍນ້ອງ ທີ່ຍາມໃດກໍໄດ້ໃຫ້ການສະ ໜັບສະໜູນ, ຊ່ວຍເຫລືອອັນໃຫຍ່ ຫລວງ, ລໍ້າຄ່າ, ທັນການ ແລະ ມີປະ ສິດທິຜົນ ແກ່ ສປປ ລາວ ໂດຍສະ ເພາະການສະໜັບສະໜູນ ແລະ ຊ່ວຍ ເຫລືອດ້ານຊ່ຽວຊານ, ທຶນຮອນ ແລະ ອຸປະກອນຮັບໃຊ້ຕ່າງໆ ໃຫ້ ສປປ ລາວ ເຮັດສໍາເລັດໜ້າທີ່ການເປັນປະທານ ໝູນວຽນອາຊຽນ, ໄອປາ ແລະ ກອງ ປະຊຸມອື່ນໆທີ່ປິ່ນອ້ອມ ໃນປີ 2024 ກໍຄື ການຊ່ວຍເຫລືອບັນເທົາທຸກ ໃຫ້ ແກ່ປະຊາຊົນລາວ ທີ່ຖືກເຄາະຮ້າຍ ແລະ ໄດ້ຮັບຜົນກະທົບຈາກໄພນໍ້າ ຖ້ວມໃນໄລຍະຜ່ານມາ. ໃນໂອກາດ ປີໃໝ່ສາກົນທີ່ຫາກໍຜ່ານພົ້ນກໍຄືບຸນປະ ເພນີປີໃໝ່ຫວຽດນາມ (ເຕັດ) ທີ່ໃກ້ຈະ ມາເຖິງນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງໄດ້ອວຍພອນໄຊອັນປະເສີດມາຍັງ ສະຫາຍນາຍົກລັດຖະມົນຕີ ຟ້າມ ມິງ ຈິງ ພ້ອມດ້ວຍຄອບຄົວ ແລະ ຄະນະ ຕະຫລອດຮອດບັນດາສະຫາຍການ ນຳຂັ້ນສູງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງທຸກຖ້ວນໜ້າ. ນອກນີ້, ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ຍັງ ໄດ້ສະແດງຄວາມຊົມເຊີຍ ແລະ ຍິນດີ ກັບທີມຊາດ ຫວຽດນາມ ທີ່ໄດ້ແຊັມ AFF CUP ສະໄໝທີ 3. ພ້ອມດຽວກັນນັ້ນ, ສອງຝ່າຍໄດ້ ແລກປ່ຽນຄໍາຄິດຄໍາເຫັນຕໍ່ການພົວ ພັນຮ່ວມມືຂອງສອງປະເທດ ໂດຍ ໄດ້ເຫັນດີເປັນເອກະພາບຕີລາຄາສູງ ການພົວພັນຮ່ວມມືສອງຝ່າຍໃນໄລຍະ ຜ່ານມາ ທີ່ໄດ້ສືບຕໍ່ມີການຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງໃນທຸກຂົງເຂດວຽກ ງານໃນລະດັບສູງສຸດ ໂດຍສະເພາະ ແມ່ນທາງດ້ານການເມືອງ, ວຽກງານ ປ້ອງກັນຊາດ, ປ້ອງກັນຄວາມສະ ຫງົບ ລວມທັງການຮ່ວມມືທາງດ້ານ ເສດຖະກິດ ກໍ່ມີບາດກ້າວທ່ວງທ່າທີ່ ດີຂຶ້ນໃນແຕ່ລະປີ, ພ້ອມທັງຢືນຢັນ ຮ່ວມກັນ ທີ່ຈະສືບຕໍ່ຍູ້ແຮງການຮ່ວມມື ທາງດ້ານເສດຖະກິດ, ການຄ້າ, ການ ລົງທຶນ ເພື່ອໃຫ້ນັບມື້ໃຫ້ສົມຄູ່ກັບການ ຮ່ວມມືທີ່ດີເລີດທາງດ້ານການເມືອງ. ພ້ອມນີ້, ສອງຝ່າຍໄດ້ຢືນຢັນຈະຮ່ວມ ກັນຖະນຸຖະໜອມ ແລະ ເພີ່ມພູນຄູນ ສ້າງສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງ ພັກ, ສອງລັດ ແລະ ປະຊາຊົນສອງ ຊາດ ລາວ-ຫວຽດນາມ, ຫວຽດນາມລາວ ໃຫ້ສວຍສົດງົດງາມ ແລະ ຈະ ເລີນງອກງາມຍິ່ງໆຂຶ້ນ. ໃນຂະນະດຽວກັນ, ສະຫາຍນາຍົກ ລັດຖະມົນຕີ ຟ້າມ ມິງ ຈິງ ກໍໄດ້ສະແດງ ຄວາມຂອບໃຈຕໍ່ການຕ້ອນຮັບອັນ ອົບອຸ່ນ ແລະ ໄດ້ລາຍງານໃຫ້ຊາບໂດຍ ຫຍໍ້ ກ່ຽວກັບຜົນສໍາເລັດກອງປະຊຸມ ປະຈໍາປີ 2025 ຂອງຄະນະກໍາມະ ການຮ່ວມມືທະວິພາຄີ ລະຫວ່າງລັດ ຖະບານ ແຫ່ງ ສປປ ລາວ ແລະ ລັດຖະ ບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 47 ແລະ ກອງປະຊຸມຮ່ວມມືລົງທຶນ ລາວ-ຫວຽດນາມ ທີ່ໄດ້ຈັດຂຶ້ນໃນມື້ ວານນີ້. ພ້ອມນັ້ນ, ກໍໄດ້ໃຫ້ຄໍາໝັ້ນສັນ ຍາວ່າ ຈະສືບຕໍ່ເຮັດວຽກຮ່ວມກັບ ຝ່າຍລາວຢ່າງໃກ້ຊິດ ເພື່ອຊຸກຍູ້ບັນດາ ຂະແໜງການທີ່ກ່ຽວຂ້ອງ ໃນການຈັດ ຕັ້ງປະຕິບັດບັນດາຂໍ້ຕົກລົງຂອງການ ນໍາຂັ້ນສູງຂອງສອງປະເທດ ໃຫ້ເປັນ ຮູບປະທໍາ, ພ້ອມທັງສະແດງຄວາມ ຊົມເຊີຍຕໍ່ຜົນສໍາເລັດການເປັນເຈົ້າ ພາບແລະປະທານໝູນວຽນອາຊຽນປີ 2024 ຂອງ ສປປ ລາວ ທີ່ປະສົບຜົນ ສໍາເລັດຢ່າງຈົບງາມ. ພາບ: ຂັນໄຊ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ ພ້ອມ ດ້ວຍການນຳພັກ, ລັດ ແລະ ພາກສ່ວນ ກ່ຽວຂ້ອງສອງປະເທດ ເຂົ້າຮ່ວມ ເປັນ ສັກຂີພິຍານ. ການໃຫ້ບໍລິການທຸລະກໍາເງິນຕາ ຂ້າມສະກຸນ ດັ່ງກ່າວ, ປະຕິບັດຕາມທິດ ຊີ້ນຳຂອງການນຳຂັ້ນສູງຂອງສອງ ປະເທດ, ທະນາຄານແຫ່ງ ສປປ ລາວ ແລະ ທະນາຄານແຫ່ງລັດ ຫວຽດນາມ ໄດ້ຮ່ວມກັນຄົ້ນຄວ້າກ່ຽວກັບການສົ່ງ ເສີມການນໍາໃຊ້ສະກຸນເງິນທ້ອງຖິ່ນ ຫລື ສະກຸນເງິນ ຂອງສອງປະເທດ ແຕ່ທ້າຍປີ 2023 ເພື່ອສົ່ງເສີມການ ນໍາໃຊ້ເງິນກີບ-ເງິນດົງ ດ້ວຍການເພີ່ມ ທາງເລືອກໃຫ້ວິສາຫະກິດ ຂອງທັງ ສອງປະເທດ ມີທາງເລືອກໃນການນໍາ ໃຊ້ສະກຸນເງິນຂອງຕົນ ໃນການຊໍາລະ ລະຫວ່າງກັນເພີ່ມຂຶ້ນ ແລະ ທັງເປັນ ການຫລຸດຜ່ອນຄວາມກົດດັນດ້ານ ຄວາມຕ້ອງການເງິນຕາຕ່າງປະເທດ ທີ່ກະທົບຕໍ່ຄັງສຳຮອງເງິນຕາຕ່າງ ປະເທດ ຂອງສອງປະເທດ. ການໃຫ້ບໍລິການໃນຄັ້ງນີ້, ໄດ້ຈັດ ຕັ້ງດຳເນີນງານຢູ່ 2 ໂຄງການ ຄື: ໂຄງ ການສົ່ງເສີມການນຳໃຊ້ສະກຸນເງິນ ທ້ອງຖິ່ນ ເພື່ອຊຳລະການຄ້າ, ການລົງ ທຶນ ແລະ ການກູ້ຢືມ ໃຫ້ແກ່ພາກການ ຄ້າ-ການລົງທຶນ ລະຫວ່າງກັນ ແລະ ໂຄງການເຊື່ອມຕໍ່ການຊຳລະຍ່ອຍ ຂ້າມແດນໃນຮູບແບບ QR Code ເພື່ອຮອງຮັບການຊໍາລະຄ່າສິນຄ້າ ແລະ ບໍລິການ ໂດຍນໍາໃຊ້ສະກຸນເງິນ ທ້ອງຖິ່ນ ກີບ-ດົງ ໃນການຊຸກຍູ້ສົ່ງ ເສີມການທ່ອງທ່ຽວຂອງສອງປະເທດ. ການເປີດໃຫ້ບໍລິການໃນໄລຍະເບື້ອງ ຕົ້ນນີ້ ມີພຽງ ສສ ຫວຽດນາມ ສາມາດ ມາຊຳລະຜ່ານ QR ສປປ ລາວ ໄດ້, ສ່ວນ ສປປ ລາວ ຈະນໍາໃຊ້ລະ ບົບຊໍາ ລະຜ່ານ QR ຢູ່ທີ່ ສສ ຫວຽດນາມ ໄດ້ ນັ້ນແມ່ນຢູ່ໃນໄລຍະທີ່ສອງ, ຄາດວ່າ ຈະນໍາໃຊ້ໄດ້ໃນທ້າຍປີນີ້. ໂອກາດນີ້, ທ່ານ ສຸລິສັກ ທໍານຸ ວົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ແລະ ທ່ານ ຟາມ ຕຽນ ຢຸງ ຮອງຜູ້ວ່າການ ທະນາຄານແຫ່ງລັດ ຫວຽດນາມ ໄດ້ມີຄຳເຫັນ ແລະ ສະ ແດງຄວາມຂອບໃຈມາຍັງທຸກພາກ ສ່ວນ ທີ່ເຫັນໄດ້ເຖິງຄວາມສໍາຄັນຂອງ ການສົ່ງເສີມ ການນຳໃຊ້ສະກຸນເງິນ ທ້ອງຖິ່ນ ກີບ-ດົງ ລະຫວ່າງ ສປປ ລາວ-ສສ ຫວຽດນາມ ແລະ ຈະສືບ ຕໍ່ຊຸກຍູ້ພັດທະນາວຽກງານດັ່ງກ່າວ, ໃຫ້ມີຄວາມຄືບໜ້າ ສໍາເລັດຕາມ ຄາດໝາຍທີ່ໄດ້ກຳນົດໄວ້. ຂ່າວ: ທະນູທອງ; ພາບ: ເກດສະໜາ ກອງພົນທະຫານຮາບທີ 3 ໄລຍະ 1 ປີ ຜ່ານມາ ເຫັນວ່າ ທຸກພາກສ່ວນໄດ້ຕັ້ງ ໜ້າເປັນເຈົ້າການເຄື່ອນໄຫວປະຕິບັດ ໜ້າທີ່ສະກັດກັ້ນ ບັນດາປະກົດການ ຫຍໍ້ທໍ້ໃນສັງຄົມ, ເຮັດໜ້າທີ່ເຄື່ອນໄຫວ ປ້ອງກັນເວນຍາມໃຫ້ມີຄວາມເປັນ ລະບຽບ ແລະ ມີຄວາມສະຫງົບ, ປະ ກອບສ່ວນສຳຄັນເຂົ້າໃນແຜນພັດທະ ນາເສດຖະກິດ-ສັງຄົມ ເຮັດໃຫ້ 4 ແຂວງ ສືບຕໍ່ມີສະຖຽນລະພາບທາງ ດ້ານການເມືອງ, ສັງຄົມມີຄວາມສະ ຫງົບປອດໄພ ແລະ ເປັນລະບຽບຮຽບ ຮ້ອຍ. ສຳລັບທິດທາງແຜນວຽກຈຸດ ສຸມປີ 2025 ແມ່ນສືບຕໍ່ເກັບກຳສະ ພາບການທີ່ເກີດຂຶ້ນຢູ່ສາກົນ ແລະ ພາກພື້ນ, ຕິດຕາມການເຄື່ອນໄຫວ ຂອງກຳລັງອິດທິປໍລະປັກ, ກຸ່ມຄົນບໍ່ ດີທີ່ເຄື່ອນໄຫວຢູ່ພາຍໃນ ແລະ ຕ່າງ ປະເທດ ເພື່ອສືບຕໍ່ຮັບປະກັນຮັກສາ ໄດ້ຄວາມສະຫງົບປອດໄພ, ສັງຄົມ ຄົມມີສະຖຽນລະພາບຢ່າງໜັກແໜ້ນ, ຕັ້ງໜ້າແກ້ໄຂຢ່າງເດັດຂາດ ຕໍ່ບັນດາ ໜໍ່ແໜງທີ່ພາໃຫ້ເກີດຄວາມບໍ່ສະຫງົບ ຢູ່ 4 ແຂວງ ຕົກໄປຢ່າງສິ້ນເຊີງ, ສືບ ຕໍ່ຫັນລົງກໍ່ ສ້າງຮາກຖານການເມືອງ ຕາມ 4 ເນື້ອໃນ, 4 ຄາດໝາຍ, ປົກປັກ ຮອງນາຍົກກ...ົ ທະວິພາຄີ ລະຫວ່າງ ສອງລັດຖະບານ ລາວ-ຫວຽດນາມ ໃນລະຫວ່າງວັນທີ 9-10 ມັງກອນ 2025 ຢູ່ ສປປ ລາວ. ໃນໂອກາດນີ້, ສະຫາຍ ໄຊສົມ ພອນ ພົມວິຫານ ໄດ້ສະແດງຄວາມ ປິຕິຍິນດີເປັນຢ່າງຍິ່ງ ທີ່ໄດ້ມີໂອກາດ ພົບປະກັບ ສະຫາຍ ຟ້າມ ມິງ ຈິງ ແລະ ຄະນະຜູ້ແທນຂັ້ນສູງ ຂອງຫວຽດ ນາມ, ສະແດງຄວາມຊົມເຊີຍຕໍ່ທີມ ຊາດຫວຽດນາມ ທີ່ໄດ້ຄອງແຊມ AFF CUP ສະໄໝທີ 3, ຕີລາຄາສູງ ຕໍ່ຜົນສຳເລັດຂອງການພົບປະສອງ ຝ່າຍ ລະຫວ່າງ ສອງນາຍົກລັດຖະ ມົນຕີ ລາວ-ຫວຽດນາມ ແລະ ຜົນ ສໍາເລັດກອງປະຊຸມ ຄັ້ງທີ 47 ຂອງ ຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງ ສອງລັດຖະບານ ລາວຫວຽດນາມ ຢູ່ ສປປ ລາວ ເຊິ່ງເປັນ ການປະກອບສ່ວນສໍາຄັນເຂົ້າໃນ ການຮັດແໜ້ນ ແລະ ເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານ ລະຫວ່າງ ສອງພັກ, ສອງ ລັດ ແລະ ປະຊາຊົນສອງຊາດ ລາວຫວຽດນາມ ກໍຄື ສາຍພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ຂອງສອງປະເທດ ລາວ ແລະ ຫວຽດ ນາມ ໃຫ້ເປັນຮູບປະທຳຍິ່ງໆຂຶ້ນ. ພ້ອມນີ້, ສະຫາຍ ໄຊສົມພອນ ພົມວິຫານ ຍັງໄດ້ອວຍພອນໄຊອັນປະ ເສີດ ໃນໂອກາດປີໃໝ່ສາກົນ 2025 ທີ່ ຜ່ານມາ ແລະ ບຸນປີໃໝ່ ຫວຽດນາມ ທີ່ ຈະມາເຖິງແດ່ ສະຫາຍນາຍົກລັດຖະ ມົນຕີ ຫວຽດນາມ ແລະ ຝາກຄວາມ ຢ້ຽມຢາມຖາມຂ່າວໄປຍັງບັນດາສະ ຫາຍການນຳຂັ້ນສູງ ຂອງພັກ-ລັດ ຫວຽດນາມ ເປັນຕົ້ນ ສະຫາຍເລຂາ ທິການໃຫຍ່ ໂຕ ເລິມ, ສະຫາຍປະທານ ປະເທດ ເລືອງ ເກືອງ ແລະ ສະຫາຍ ປະທານສະພາແຫ່ງຊາດ ເຈີ່ນ ແທງ ເໝີ້ນ. ພ້ອມທັງສະແດງຄວາມຂອບ ໃຈ ແລະ ຮູ້ບຸນຄຸນເປັນຢ່າງສູງ ຕໍ່ພັກລັດ ແລະ ປະຊາຊົນຫວຽດນາມ ອ້າຍ ນ້ອງ ທີ່ໄດ້ໃຫ້ການຊ່ວຍເຫລືອອັນລໍ້າ ຄ່າ, ໃຫຍ່ຫລວງ, ທັນການ ແລະ ມີປະ ສິດທິຜົນ ແກ່ພັກ, ລັດ ແລະ ປະຊາຊົນ ລາວ ບັນດາເຜົ່າ ໃນໄລຍະຕໍ່ສູ້ ເພື່ອ ຍາດເອົາເອກະລາດແຫ່ງຊາດ ກໍຄື ໃນ ໄລຍະປົກປັກຮັກສາ ແລະ ສ້າງສາປະ ເທດ ເປັນຕົ້ນ ການສະໜັບສະໜູນຊ່ວຍ ເຫລືອ ໃນການສົ່ງຊ່ຽວຊານ ແລະ ອຸ ປະກອນເຄື່ອງໃຊ້ຫ້ອງການ ແກ່ ສປປ ລາວ ໃນການເປັນເຈົ້າພາບ, ປະທານ ອາຊຽນ ແລະ ໄອປາ ໃນປີ 2024, ແກ້ ໄຂສຳເລັດບັນຫາການຊໍາລະຄ່າໄມ້ ຫໍ ສະພາແຫ່ງຊາດລາວຫລັງໃໝ່ ແລະ ສືບຕໍ່ໃຫ້ການສະໜັບສະໜູນການຄຸ້ມ ຄອງບໍລິຫານ ຫໍສະພາແຫ່ງຊາດ ຫລັງ ໃໝ່ ຂອງ ສປປ ລາວ ໂດຍຜ່ານໂຄງ ການຊ່ວຍເຫລືອຫລ້າ ຂອງລັດຖະ ບານ ຫວຽດນາມ. ພ້ອມກັນນັ້ນ, ສອງຝ່າຍຍັງໄດ້ ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ການພົວ ພັນຮ່ວມມືຂອງສອງປະເທດ ກໍຄື ຂອງ ສອງອົງການນິຕິບັນຍັດ ໂດຍໄດ້ເຫັນ ດີເປັນເອກະພາບຕີລາຄາສູງ ຕໍ່ສາຍ ພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບ ດ້ານຂອງສອງປະເທດ ສືບຕໍ່ໄດ້ຮັບ ການເສີມຂະຫຍາຍ ຢ່າງບໍ່ຢຸດຢັ້ງທັງ ທາງກວ້າງ ແລະ ທາງເລິກ ໃນທຸກ ຂົງເຂດຂະແໜງການ ໂດຍສະເພາະ ການພົວພັນຮ່ວມມື ລະຫວ່າງ ສອງ ອົງການນິຕິບັນຍັດ ກໍໄດ້ມີການແລກ ປ່ຽນການຢ້ຽມຢາມຂອງການນໍາ ຂັ້ນສູງ ນັບແຕ່ຂັ້ນສູນກາງຈົນຮອດ ທ້ອງຖິ່ນ, ໄດ້ຮ່ວມກັນຈັດກອງປະຊຸມ, ສໍາມະນາແລກປ່ຽນບົດຮຽນຕ່າງໆ, ຮ່ວມກັນສ້າງປື້ມ 50 ປີ ແຫ່ງສາຍ ພົວພັນລະຫວ່າງສອງສະພາແຫ່ງຊາດ ລາວ-ຫວຽດນາມ, ຮ່ວມກັນຕິດຕາມ ກວດກາການຮ່ວມມືຂອງສອງປະເທດ ໃນດ້ານເສດຖະກິດ, ການຄ້າ-ການ ລົງທຶນ ໂດຍສະເພາະແມ່ນບັນດາໂຄງ ການສ້າງພື້ນຖານໂຄງລ່າງ, ການ ເຊື່ອມໂຍງເຊື່ອມຈອດ ແນໃສ່ປະກອບ ສ່ວນການພັດທະນາເສດຖະກິດ-ສັງ ຄົມ ຂອງສອງປະເທດ. ສະຫາຍ ຟ້າມ ມິງ ຈິງ ກໍໄດ້ສະ ແດງຄວາມຂອບໃຈຕໍ່ການຕ້ອນຮັບ ອັນອົບອຸ່ນ ແລະ ໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສໍາເລັດຂອງການພົວພັນ ຮ່ວມມື ລະຫວ່າງ ສອງອົງການນິຕິ ບັນຍັດ ຫວຽດນາມ-ລາວ ທີ່ຍາດມາ ໄດ້ໃນຕະຫລອດໄລຍະຜ່ານມາ ເຊິ່ງ ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນ ການເສີມຂະຫຍາຍສາຍພົວພັນ ແລະ ການຮ່ວມມືສອງຝ່າຍ ໃຫ້ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ສະແດງ ຄວາມຊົມເຊີຍ ຕໍ່ຜົນສໍາເລັດໃນການ ເປັນປະທານກອງປະຊຸມໄອປາ ຄັ້ງທີ 45 ໃນທ້າຍປີ 2024 ທີ່ຜ່ານມາ. ໃນວັນດຽວກັນ, ສະຫາຍ ຟ້າມ ມິງ ຈິງ ພ້ອມດ້ວຍຄະນະ ຍັງໄດ້ພົບປະ ກັບ ສະຫາຍ ບຸນທອງ ຈິດມະນີ ກໍາມະ ການກົມການເມືອງສູນກາງພັກ, ຜູ້ປະ ຈໍາການຄະນະເລຂາທິການສູນກາງ ພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ. ນອກນັ້ນ, ຍັງໄດ້ພົບປະຢ້ຽມ ຢາມບັນດາອະດີດການນໍາຂັ້ນສູງ ຂອງ ສປປ ລາວ ເຊັ່ນ: ສະຫາຍ ບຸນຍັງ ວໍລະຈິດ ອະດີດເລຂາທິການໃຫຍ່, ອະດີດປະທານປະເທດ ແລະ ສະຫາຍ ທອງສິງ ທໍາມະວົງ ອະດີດນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ຕື່ມອີກ. ຮັກສາຄວາມສະຫງົບຕາມຂອບເຂດ ຊາຍແດນ ແລະ ເພີ່ມທະວີການນໍາພາຊີ້ນໍາ ຂອງຄະນະກຳມະການ ປກຊປກສ ແຕ່ລະຂັ້ນ ໃຫ້ມີຄວາມໜັກແໜ້ນ ທາງດ້ານການເມືອງ-ແນວຄິດ, ມີຊື່ ສັດ ແລະ ຈົງຮັກພັກດີຕໍ່ພັກ-ຕໍ່ປະເທດ ຊາດ. ໃນໂອກາດນີ້, ກອງປະຊຸມຍັງໄດ້ ຮັບຟັງການປະກອບຄໍາຄິດ, ຄໍາເຫັນ ຈາກບັນດາຜູ້ຕາງໜ້າຄະນະກໍາມະ ການປກຊ-ປກສບັນດາແຂວງ, ບັນດາ ອົງການຂອງ 2 ກະຊວງ ປກຊ-ປກສ. ໃນໂອກາດດຽວກັນ, ທ່ານຮອງນາ ຍົກລັດຖະມົນຕີ ກໍໄດ້ສະແດງຄວາມ ຊົມເຊີຍຕໍ່ຜົນສຳເລັດ ໃນການປະຕິບັດ ວຽກງານ ປ້ອງກັນຊາດ-ປ້ອງກັນ ຄວາມສະຫງົບ ໃນໄລຍະ 1 ປີຜ່ານ ມາ ຢູ່ 4 ແຂວງດັ່ງກ່າວ. ອັນສໍາຄັນ, ທ່ານຮອງນາຍົກລັດຖະມົນຕີ ໄດ້ມີຄຳ ເຫັນເນັ້ນໜັກໃຫ້ຄະນະປ້ອງກັນຊາດປ້ອງກັນຄວາມສະຫງົບ 4 ແຂວງ ຈົ່ງ ພ້ອມກັນປະຕິບັດແນວທາງປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບ ທົ່ວ ປວງຊົນຮອບດ້ານຢ່າງໜັກແໜ້ນ, ກຳແໜ້ນວຽກງານຕ່າງໆ; ຕໍ່ຕ້ານ, ທັບ ມ້າງກົນອຸບາຍ ແລະ ຍຸດທະສາດເຄື່ອນ ໄຫວຂອງກໍາລັງອິດທິປໍລະປັກ, ກຸ່ມ ຄົນບໍ່ດີ; ຮັບປະກັນພື້ນທີ່ຂອບເຂດ ຂອງ 4 ແຂວງ ມີຄວາມສະຫງົບ, ມີ ສະຖຽນລະພາບທາງການເມືອງ ຢ່າງ ໜັກແໜ້ນ, ສັງຄົມມີຄວາມເປັນລະ ບຽບຮຽບຮ້ອຍ; ສຸມທຸກກໍາລັງແຮງ ເຂົ້າໃສ່ວຽກງານຮາກຖານການເມືອງ ໃຫ້ມີຄຸນນະພາບ; ເອົາໃຈໃສ່ພິເສດຕໍ່ ບັນດາເມືອງ ແລະ ບ້ານ ທີ່ມີຄວາມ ຫລໍ່ແຫລມ; ສະກັດກັ້ນກຸ່ມຄົນບໍ່ດີ ທີ່ໂຄ ສະນາຊວນເຊື່ອ, ຍຸແຍ່ແກ່ດຶງປະຊາຊົນ ເຄື່ອນໄຫວໄປໃນທາງທີ່ບໍ່ຖືກຕ້ອງ, ແກ້ໄຂບັນຫາຄົນບໍ່ດີທີ່ຫລົບລີ້ຢູ່ຕາມ ບ້ານ ແລະ ພື້ນທີ່ຕ່າງໆ ດ້ວຍບັນດາ ມາດຕະການຢ່າງຄ່ອງແຄ້ວແລະ ເດັດ ຂາດ; ຕອບຕ້ານທຸກການລະເມີດລ່ວງ ລໍ້າເຊື່ອມຍຶດຊາຍແດນ; ປັບປຸງກໍ່ສ້າງ ພັກ ໃນກຳລັງປະກອບອາວຸດ ໃຫ້ໜັກ ແໜ້ນທາງດ້ານການເມືອງ-ແນວຄິດ, ສືບຕໍ່ຮັບປະກັນທາງດ້ານພາລາທິ ການ-ເຕັກນິກ ໃຫ້ບັນດາກົມກອງ ແລະ ທ້ອງຖິ່ນ; ເອົາໃຈໃສ່ພົວພັນ ແລະ ຮ່ວມ ມືກັບຕ່າງປະເທດ ໂດຍສະເພາະບັນດາ ປະເທດເພື່ອນມິດ ໃນການແລກປ່ຽນ ຂໍ້ມູນຂ່າວສານ, ການຮັກສາຄວາມສະ ຫງົບ ແລະ ຄວາມເປັນລະບຽບຮຽບ ຮ້ອຍຕາມຊາຍແດນ, ຍາດແຍ່ງການ ຊ່ວຍເຫລືອດ້ານຕ່າງໆ ເພື່ອປັບປຸງ ແລະ ພັດທະນາກໍາລັງ ປກຊ-ປກສ ໃຫ້ມີ ຄວາມໜັກແໜ້ນເຂັ້ມແຂງຂຶ້ນບໍ່ຢຸດຢັ້ງ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ. ປະທານສະພາແຫ່ງຊາດ...່ ງ ແຂວງອຸດົມໄຊ, ມີ ທ່ານ ຄຳລາວັນ ຈັນທະລາວັນ ປະທານອົງການກາ ແດງແຫ່ງຊາດລາວ, ການນຳແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ການສະໜອງພາຫະນະໃນຄັ້ງນີ້, ກໍເພື່ອນຳໃຊ້ເຂົ້າໃນວຽກງານ ປຸກລະ ດົມຂົນຂວາຍບໍລິຈາກເລືອດ ຕາມ ສະຖານທີ່ເປົ້າໝາຍຕ່າງໆພາຍໃນ ແຂວງຂອງຕົນ ແນໃສ່ຮັບປະກັນ ເຮັດໃຫ້ວຽກງານເລືອດມີຄວາມເຂັ້ມ ແຂງ, ມີເລືອດພຽງພໍ, ປອດໄພ ແລະ ມີເລືອດໃສ່ໃຫ້ຄົນເຈັບທີ່ຕ້ອງການໃສ່ ເລືອດ ເພື່ອປິ່ນປົວຕາມໂຮງໝໍແຫ່ງ ຕ່າງໆທົ່ວປະເທດ. ລົດຕູ້ ແລະ ເຄື່ອງ ຕັດສາຍເລືອດ ທີ່ນຳມາມອບໃນຄັ້ງ ນີ້ ໄດ້ຮັບການຊ່ວຍເຫລືອຈາກສູນ ເລືອດແຫ່ງຊາດ ອົງການກາແດງ ສ ເກົາຫລີ ລວມມູນຄ່າ 80.180 ໂດລາ ສະຫະລັດ. ອີງຕາມການລາຍງານ ການອອກຮັບບໍລິຈາກເລືອດນອກສະ ຖານທີ່ຕ່າງໆກວມ 80% ເຊິ່ງຈຳ ເປັນຕ້ອງມີພາຫະນະຮັບໃຊ້ ເພື່ອອອກ ຮັບບໍລິຈາກເລືອດ. ດັ່ງນັ້ນ ການຊ່ວຍ ເຫລືອຄັ້ງນີ້, ຈະຊ່ວຍເພີ່ມຈໍານວນ ການຮັບບໍລິຈາກເລືອດຢູ່ຕາມສະຖານ ທີ່ຕ່າງໆໃຫ້ຫລາຍຂຶ້ນກວ່າເກົ່າ. ສຳລັບຕົວເລກຄາດໝາຍສູ້ຊົນ ການຮັບບໍລິຈາກເລືອດປີ 2025 ທົ່ວ ປະເທດ ຕ້ອງບັນລຸຕົວເລກ 80.400 ຖົງ. ໃນນັ້ນ, ຕົວເລກເປົ້າໝາຍເຄື່ອນ ໄຫວຮັບບໍລິຈາກເລືອດ ຂອງສູນເລືອດ ອົງການກາແດງແຂວງຫລວງນ້ຳທາ ໃຫ້ບັນລຸ 2.100 ຖົງ ແລະ ແຂວງ ອຸດົມໄຊ ໃຫ້ບັນລຸ 2.400 ຖົງ. ຂ່າວ-ພາບ: ອົງການກາແດງ ແຫ່ງ ຊາດລາວ ສູນເລືອດ...ູ ນື ອ
13/01/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K mkfcmh c]t ,6 og-N v0v'dv'ma [xt-k-q o]k; ບົດສະເໜີ *ກອງທັບປະຊາຊົນລາວ ແມ່ນ ກອງທັບຂອງປະຊາຊົນທີ່ຕໍ່ສູ້ ເພື່ອປົດປ່ອຍປະຊາຊົນອອກຈາກ ການກົດຂີ່ຂູດຮີດຂອງສັກດີນາ ແລະ ຕ່າງຊາດ, ຕໍ່ສູ້ເພືື່ອນຳເອົາ ເອກະລາດອຳນາດອະທິປະໄຕ ມາໃຫ້ແກ່ປະຊາຊົນພາຍໃຕ້ການ ນຳພາ-ຊີ້ນຳຂອງພັກປະຊາຊົນປະ ຕິວັດລາວ ໂດຍແມ່ນພັກເປັນຜູ້ ສ້າງຕັ້ງ, ສຶກສາອົບຮົມແລະຝຶກຝົນ ຫລໍ່ຫລອມ, ແມ່ນກອງທັບປະຊາ ຊົນ, ເກີດຈາກປະຊາຊົນ, ສູ້ຮົບເພື່ອ ຜົນປະໂຫຍດຂອງປະຊາຊົນຜູ້ອອກ ແຮງງານລາວບັນດາເຜົ່າ, ແມ່ນພາ ຫະນະອັນແຫລມຄົມຂອງພັກ, ຂອງ ຊົນຊັ້ນກຳມະກອນລາວ. ດັ່ງນັ້ນ, ທາດແທ້ຂອງກອງທັບປະຊາຊົນ ລາວ ຈຶ່ງແມ່ນທາດແທ້ປະຕິວັດ, ມີທາດແທ້ຊົນຊັ້ນກຳມະກອນຢ່າງ ແທ້ຈິງ, ມີຄວາມສັດຊື່ບໍລິສຸດຈົງ ຮັກພັກດີຕໍ່ປະເທດຊາດ ແລະ ມີລະ ບຽບແບບແຜນທີ່ເຂັ້ມງວດ. ກອງທັບປະຊາຊົນລາວ ມີມູນ ເຊື້ອອັນສະຫງ່າອົງອາດ, ສະແດງ ອອກມີຄວາມຈົງຮັກພັກດີຕໍ່ພັກ, ຕໍ່ຊາດ, ຕໍ່ປະຊາຊົນ ແລະ ຕໍ່ອຸດົມ ການສັງຄົມນິຍົມ. ມູນເຊື້ອດັ່ງກ່າວ ນີ້ ໄດ້ສະແດງອອກແຈ້ງໃນພຶດຕິກຳ ຕົວຈິງແຫ່ງການຕໍ່ສູ້ກູ້ຊາດອັນຍືດ ເຍື້ອຍາວນານ ຊຶ່ງໄດ້ຢັ້ງຢືນຢ່າງ ຈະແຈ້ງແລ້ວວ່າກອງທັບປະຊາຊົນ ລາວ ແມ່ນມາຈາກປະຊາຊົນ, ໂດຍ ປະຊາຊົນ, ເພື່ອປະຊາຊົນ ພາຍໃຕ້ ການນຳພາ ແລະ ໄດ້ຮັບການຝຶກ ຝົນຫລໍ່ຫລອມຈາກພັກຍາມໃດກໍ່ ມີຄວາມຈົງຮັກພັກດີ, ມີຄວາມບໍລິ ສຸດຜຸດຜ່ອງ, ເດັດດ່ຽວໜຽວແໜ້ນ, ມີລະບຽບແບບແຜນທີ່ເຂັ້ມງວດ, ມີຄວາມອົງອາດກ້າຫານ, ມີນ້ຳ ໃຈເສຍສະລະອັນສູງສົ່ງພ້ອມຈະ ເສຍສະລະເພື່ອຊາດ, ເພື່ອປະຊາ ຊົນ. ສິ່ງເຫລົ່ານັ້ນມັນໄດ້ກາຍເປັນ ມູນເຊື້ອອັນສະຫງ່າງາມຂອງກອງ ທັບ ແລະ ກຳລັງປະກອບອາວຸດປະ ຊາຊົນເຮົາຕະຫລອດມາ. ກອງທັບເຮົາ ໄດ້ສືບທອດມູນ ເຊື້ອພິລະອາດຫານຂອງວິລະບຸລຸດ ຂອງຊາດ ອັນເປັນການສະແດງ ອອກເຖິງທາດແທ້ຂອງກອງທັບ. ກອງທັບເຮົາ ນັບແຕ່ມື້ກໍ່ຕັ້ງມາ ເຊິ່ງມີກຳລັງບໍ່ເທົ່າໃດຄົນ, ປະກອບ ອາວຸດປະຖົມປະຖານ, ແຕ່ພາຍໃຕ້ ການນຳພາອັນສະຫລາດສ່ອງໃສ ຂອງພັກ, ກອງທັບເຮົານັບມື້ໄດ້ ຮັບການປັບປຸງກໍ່ສ້າງເຕີບໃຫຍ່ ຂະຫຍາຍຕົວດ້ານປະລິມານ ແລະ ຄຸນນະພາບຢ່າງບໍ່ຢຸດຢັ້ງ, ມີຄວາມ ອົງອາດກ້າຫານບໍ່ຫວັ່ນໄຫວຄອນ ແຄນຕໍ່ຄວາມຫຍຸ້ງຍາກ ແລະ ອຸປະ ສັກຕ່າງໆ, ຍິ່ງສູ້ຮົບຍິ່ງເຕີບໃຫຍ່ ເຂັ້ມແຂງຜ່ານພຶດຕິກຳແຫ່ງການ ຕໍ່ສູ້ກູ້ຊາດຍືດເຍື້ອຍາວນານໄດ້ເກີດ ມີນັກຮົບທີ່ດີເດັ່ນ, ນັກຮົບແຂ່ງຂັນ ແລະ ນັກຮົບວິລະຊົນນັບທັງກຳລັງ ຫລວງ, ທະຫານທ້ອງຖິ່ນ, ກອງ ຫລອນຊຶ່ງມີກຳລັງເພດຍິງ ແລະ ເພດຊາຍ ຢ່າງຫລວງຫລາຍ. ກອງທັບປະຊາຊົນລາວ ມີມູນ ເຊື້ອນ້ຳໃຈດຸໝັ່ນຂະຫຍັນພຽນໃນ ການອອກແຮງງານເພີ່ມພູນຜະ ລິດຜົນ ແລະ ປະຢັດສັດທ່ຽງ; ຍາມ ໃດກໍ່ມີຄວາມສາມັກຄີອັນແໜ້ນ ແຟ້ນກັບປະຊາຊົນບັນດາເຜົ່າ, ສາ ມັກຄີກັບກອງທັບປະເທດສັງຄົມນິ ຍົມອ້າຍນ້ອງ ແລະ ບັນດາປະເທດ ເພື່ອນມິດທີ່ກ້າວໜ້າໃນໂລກ, ໂດຍ ສະເພາະແມ່ນສາມັກຄີສຳພັນສູ້ຮົບ ແບບພິເສດກັບກອງທັບປະຊາຊົນ ຫວຽດນາມອ້າຍນ້ອງ; ເວລາໃດກໍ່ ຮັກສາໄດ້ມູນເຊື້ອອັນດີງາມ, ມີປະ ຊາທິປະໄຕ, ມີລະບຽບວິໄນ. [+ me,tfkd5j ,ltstdvox6 d\kddh P' [h kooksvp ,u ]kpIa [d;j k 190 ]h kodu [ *ເມື່ອກ່ອນການປູກໝາກກ້ຽງ ຢູ່ປະ ເທດ ເຮົາໂດ່ງດັງທີ່ສຸດກໍ່ ແມ່ນຢູ່ຂອບເຂດເມືອງວັງວຽງ ແຂວງວຽງຈັນ ເຊິ່ງພວກເຮົາໄປ ຊື້ໝາກກ້ຽງມັກຖາມແມ່ຄ້າວ່າ “ແມ່ນໝາກກ້ຽງວັງວຽງບໍ” ດັ່ງນີ້ ເປັນຕົ້ນ. ແຕ່ປັດຈຸບັນມີຫລາຍທ້ອງ ຖິ່ນກໍ່ມີຄວາມໂດດເດັ່ນໃນດ້ານ ການປູກໝາກກ້ຽງເຊັ່ນດຽວກັນ ທັງສາມາດສ້າງລາຍໄດ້ເປັນກອບ ເປັນກຳໃຫ້ແກ່ຄອບ. ແນວໃດກໍດີມື້ ນີ້ ຂໍພາທ່ານຜູ້ອ່ານໄປຮູ້ກັບກຸ່ມ ສະຫະກອນປູກໝາກກ້ຽງຫວານ ຢູ່ບ້ານນາຫອຍ ເມືອງວິລະບູລີ ແຂວງສະຫວັນນະເຂດ ເຊິ່ງເຂົາ ໂດຍ: ຢ່າຕົ່ງ ເຈົ້າສາມາດເກັບກູ້ຜົນຜະລິດໝາກ ກ້ຽງຂາຍສ້າງລາຍໄດ້ 190 ກວ່າ ກີບ ບ້ານກີບຕໍ່ຄອບຄົວຕໍ່ປີ. ຕາມການລາຍງານຂອງທ່ານ ອຸດທິຍາ ອິນທິແສງ ຕາງໜ້າກຸ່ມ ສະຫະກອນປູກໝາກກ້ຽງ ບ້ານ ນາຫອຍ ເມືອງວິລະບູລີ ໄດ້ລາຍ ງານຕໍ່ກອງປະຊຸມໃຫຍ່ອົງຄະນະ ພັກ ເມືອງວິລະບູລີ ຄັ້ງທີ VI ເມື່ອບໍ່ ດົນມານີ້ວ່າ: ດ້ວຍຄວາມເຊື່ອມຊຶມ ແລະ ກຳແໜ້ນຕໍ່ແນວທາງນະໂຍ ບາຍປ່ຽນແປງໃໝ່ຂອງພັກ ແລະ ແຜນນະໂຍບາຍຂອງລັດ ຕໍ່ການ ສ້າງເສດຖະກິດຄອບຄົວ ເພື່ອໃຫ້ ຫລຸດພົ້ນອອກຈາກຄວາມທຸກຍາກ ຕິດພັນທ່າແຮງ ແລະ ເງື່ອນໄຂຂອງ ທ້ອງຖິ່ນ ກໍ່ຄື ຂອງແຕ່ລະຄອບຄົວ ໂດຍໄດ້ຊອກທຸກເງື່ອນໄຂ, ປະສົບ ການຈາກຜູ້ປະສົບຜົນສຳເລັດໃນ ດ້ານການປູກການລ້ຽງ ເພື່ອສ້າງ ລາຍຮັບມາພັດທະນາເສດຖະກິດ ຄອບຄົວ. ໃນນັ້ນ, ການປູກໝາກ ກ້ຽງຫວານບໍ່ແມ່ນອີກທາງອອກ ແລະ ສ້າງລາຍຮັບໃຫ້ແກ່ປະຊາ ຊົນບ້ານນາຫອຍ. ທ່ານກ່າວຕື່ມວ່າ: ປີ 2014 ບໍລິ ສັດລ້ານຊ້າງມິນີໂຣນ ໃຫ້ບໍລິສັດ ໄອລັນບາກສຳຫລວດດິນທົ່ວ ເມືອງວິລະບູລີ ເພື່ອສົ່ງເສີມປະຊາ ຊົນປູກໝາກກ້ຽງ. ຜ່ານສຳຫລວດ ວິເຄາະ ແລະ ວິໄຈດິນເຫັນວ່າດິນ ເໝາະສົມແກ່ການປູກໝາກກ້ຽງ ທີ່ສຸດແມ່ນຢູ່ເຂດບ້ານນາຫອຍ ມາ ໃນປີ 2015 ຈຶ່ງໄດ້ລົງທຶນທົດລອງ ປູກຕົວຈິງ ໂດຍແມ່ນບໍລິສັດໄອລັນ ບາກ ເປັນຜູ້ສະໜອງວິຊາການ ແລະ ເຕັກນິກ. ໃນເບື້ອງຕົ້ນມີປະຊາ ຊົນບ້ານນາຫອຍ 12 ຄອບຄົວ ເຂົ້າ ຮ່ວມໂຄງການເຊິ່ງປີທຳອິດໄດ້ປູກ 1 ພັນຕົ້ນໃນເນື້ອທີ່ 2 ເຮັກຕາ, ຕໍ່ ມາໃນປີ2016-2017 ໄດ້ຂະຫຍາຍ ເນື້ອທີ່ເພີ່ມຂຶ້ນເປັນ 18 ເຮັກຕາ ມີ 10 ພັນຕົ້ນມາຮອດປັດຈຸບັນເນື້ອ ທີ່ປູກໝາກກ້ຽງມີ 85 ເຮັກຕາ ມີ 42 ພັນກວ່າຕົ້ນ. ແນວໃດກໍາຕາມເມື່ອເຫັນວ່າ ການປູກໝາກກ້ຽງມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງຕະຫລາດພາຍໃນ ແລະ ຕ່າງປະເທດ ມີຄວາມຕ້ອງ ການຫລາຍ. ດັ່ງນັ້ນ, ຂະແໜງການ ທີ່ກ່ຽວຂ້ອງຈຶ່ງໄດ້ມີການສ້າງຕັ້ງ ກຸ່ມສະຫະກອນປູກ ແລະ ສະໜອງ ໝາກກ້ຽງດ້ວຍການແຍກອອກ ເປັນ 2 ພາກສ່ວນ, ສະຫະກອນກຸ່ມ ປູກໝາກກ້ຽງມີ 4 ກຸ່ມ ມີ 62 ຄອບ ຄົວ ເຊິ່ງໄດ້ເລີ່ມເກັບຜົນຜະລິດໃນ ປີ 2017-2018 ສາມາດເກັບໄດ້ 2.700 ກິໂລ ຂາຍໃນລາຄາ 10 ພັນ ກີບຕໍ່ກິໂລ. ປີ 2019-2020 ເກັບ ຜົນຜະລິດໄດ້ 57.200 ກິໂລ ຂາຍ ໃນລາຄາ 9 ພັນກີບຕໍ່ກິໂລ ລວມ ເປັນເງິນ 514 ລ້ານກວ່າກີບ, ປີ 2021-2022 ເກັບຜົນຜະລິດໄດ້ 750.000 ກິໂລ ຂາຍໃນລາຄາ 8 ພັນກີບຕໍ່ກິໂລ ລວມເປັນເງິນ 6 ຕື້ກີບ. ສຳລັບປີ 2023-2024 ສາ ມາດເກັບຜົນຜະລິດໄດ້ 800.500 ກິໂລ ຂາຍໃນລາຄາ 15 ພັນກີບ ຕໍ່ກິໂລ ສາມາດສ້າງລາຍຮັບໄດ້ 12 ຕື້ກວ່າກີບ ໂດຍລວມແລ້ວການ ປູກໝາກກ້ຽງຫວານ ສາມາດສ້າງ ລາຍຮັບໃຫ້ແຕ່ລະຄອບຄົວສະມາ ຊິກໃນກຸ່ມສະຫະກອນສະເລ່ຍຄອບ ຄົວລະ 190 ກວ່າລ້ານກີບຕໍ່ຄອບ ຄົວຕໍ່ປີ ເຊິ່ງລາຍຮັບດັ່ງກ່າວ ໄດ້ ເຮັດໃຫ້ສະມາຊິກມີການພັດທະນາ ດີກ້າວໄປສູ່ການຫລຸດພົ້ນອອກ ຈາກຄວາມທຸກເທື່ອລະກ້າວ. ທ່ານ ອຸດທິຍາ ອິນທິແສງ ກ່າວ.
RkJQdWJsaXNoZXIy MTc3MTYxMQ==