10/01/2025 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d 9exkla d dP,rh v,Iv[fh ko dkoles];frq o]tg,n v' c]t muj 16j vkwl g,n v'la 'mv' dP,lts]v'[5 odv'g0Q ksv, ly j 'mu j mj kolk,kfxt8y [a fwfh grnj vxh v'da o8q ogv'9kdrtpkfw0h p5 ']kp *ປັດຈຸບັນການແພ່ລະບາດ ຂອງພະຍາດໄຂ້ຍຸງລາຍ ຊຶ່ງໃນ ແຕ່ປີຢູ່ປະເທດເຮົາມີຜູ້ຕິດເຊື້ອພະ ຍາດດັ່ງກ່າວ ຫລາຍພໍສົມຄວນ, ດັ່ງນັ້ນ ການປ້ອງກັນ ແລະ ຄວບ ຄຸມພະຍາດໄຂ້ຍຸງລາຍ ຈຶ່ງເປັນບັນ ຫາສໍາຄັນຫລາຍ ເພື່ອບໍ່ໃຫ້ເປັນພະ ຍາດໄຂ້ຍຸງລາຍທຸກຄົນໃນສັງຄົມ ຈົ່ງພ້ອມກັນ ເປັນເຈົ້າການປ້ອງກັນ ແລະ ຄວບຄຸມພະຍາດ ດັ່ງກ່າວດ້ວຍ ວິທີການຕ່າງໆ. ຂໍ້ມູນຈາກສູນຂ່າວສານການ ແພດສຸຂະສຶກສາ ກະຊວງສາທາ ລະນະສຸກ ໃຫ້ຮູ້ວ່າ: ພະຍາດໄຂ້ຍຸງ ລາຍເປັນສາເຫດໜຶ່ງຂອງການ ເຂົ້າໂຮງໝໍ ແລະ ການເສຍຊີວິດ ຂອງເດັກນ້ອຍອາຊີ ແລະ ອາເມລິ ກາ ລາຕິນ ຊຶ່ງວິທີການໂວບັກເຄຍ (8PMCBDIJB NFUIPE) ຂອງ ໂຄງການຄວບຄຸມປະຊາກອນຍຸງ ໂລກ (8.1) ຈະຊ່ວຍຫລຸດຜ່ອນ ຄວາມສ່ຽງນີ້ ແລະ ປັດຈຸບັນຍັງມີ ທີມງານຄວບຄຸມພະຫະນະນໍາເຊື້ອ ພະຍາດໄຂ້ຍຸງລາຍໃນຫລາຍພາກ ສ່ວນກ່ຽວຂ້ອງ ພ້ອມດ້ວຍປະຊາຊົນ ໃນຂອບເຂດທົ່ວປະເທດ ໄດ້ພ້ອມ ກັນເອົາໃຈໃສ່ສ້າງຂະບວນການ ກວດ ແລະ ທໍາລາຍໜອນນໍ້າຍຸງ ລາຍໃນແຕ່ລະຫລັງຄາເຮືອນເພື່ອ ຕ້ານ ແລະ ຄວບຄຸມການລະບາດ ຂອງພະຍາດໄຂ້ຍຸງລາຍ ຊຶ່ງຕົ້ນຕໍ ແມ່ນໜອນນໍ້າຍຸງລາຍທີ່ວາງໄຂ່ໃນ ພາຊະນະບັນຈຸນໍ້າໃນເຮືອນ ເຊັ່ນ: ກະໂປະ, ກະປÜ ອງ, ຂວດນໍ້າ, ອ່າງ ຫລື ໂອ່ງເກັບນໍ້າ. ສະນັ້ນ, ພາຊະນະ ບັນຈຸນໍ້າທີ່ບໍ່ແມ່ນນໍ້າໃຊ້ຕ້ອງໄດ້ ຂ້ວມຫລືທຳລາຍຖິ້ມບໍ່ໃຫ້ມີນໍ້າຂັງ, ສ່ວນນໍ້າໃນໂອ່ງເກັບນໍ້າດື່ມ, ນໍ້າໃຊ້ ຕ້ອງໃສ່ຊາຍອາເບດ ເພື່ອບໍ່ໃຫ້ຍຸງ ສາມາດວາງໄຂ່ໄດ້. ພ້ອມດຽວກັນ ນັ້ນ, ເຈົ້າຂອງເຮືອນຕ້ອງໄດ້ເປັນ ເຈົ້າການໃນການກວດກາຕາມ ເຮືອນໂຕເອງທຸກໆມື້ ແລະ ເປັນປະ ຈໍາຢູ່ສະເໝີ ເພື່ອຄວາມເປັນລະ ບຽບ ແລະ ສະອາດງາມຕາ, ຖ້າປະ ຕິບັດເຮົາກໍສາມາດກັນ ແລະ ຄວບ ຄຸມພະຍາດໄຂ້ຍຸງລາຍບໍ່ໃຫ້ເກີດ ການລະບາດໄດ້. ພ້ອມນັ້ນ, ຕ້ອງ ເປັນເຈົ້າການປະຕິບັດມາດຕະການ ປ້ອງກັນພະຍາດໄຂ້ຍຸງລາຍທີ່ກະ ຊວງສາທາລະນະສຸກ ວາງອອກ ຢ່າງເຂັ້ມງວດ ໂດຍສະເພາະປະຕິ ບັດຫລັກການ 5 ປ ໃຫ້ເປັນປະຈຳ ແລະ ເປັນປົກກະຕິ, ເຊື່ອແນ່ວ່າພະ ຍາດໄຂ້ຍຸງລາຍ ຈະບໍ່ເກີດຂຶ້ນກັບ ຕົວທ່ານ, ຄອບຄົວ ແລະ ຄົນທີ່ທ່ານ ຮັກ ແລະ ຄອບຄົວຂອງທ່ານຍັງຈະ ມີສຸຂະພາບທີ່ດີ ແລະ ແຂງແຮງ. ແນວໃດກໍຕາມ ນອກຈາກມີສະ ຕິໃນການປ້ອງກັນຄວບຄຸມພະຍາດ ດັ່ງກ່າວແລ້ວ, ທຸກຄົນຍັງຕ້ອງເຝົ້າ ລະວັງພະຍາດຕາມລະດູການຄື: ພະຍາດໄຂ້ຫວັດໃຫຍ່ ແລະ ພະຍາດ ອື່ນໆ. ດັ່ງນັ້ນ, ຖ້າທ່ານຮູ້ສຶກບໍ່ສະ ບາຍ, ເປັນໄຂ້ບໍ່ຄວນໄປຊື້ຢາມາກິນ ເອງ, ຄວນຮີບຮ້ອນໄປພົບແພດໝໍ ໂດຍໄວຢູ່ສະຖານທີ່ໃຫ້ບໍລິການ ຕ່າງໆໃກ້ບ້ານທ່ານຄື: ໂຮງໝໍ ເມືອງ, ໂຮງໝໍແຂວງ, ໂຮງໝໍສູນ ກາງ, ສຸກສາລາ ແລະ ສະຖານທີ່ ໃຫ້ບໍລິການອື່ນໆ ເພື່ອຈະໄດ້ກິນຢາ ຕາມແພດໝໍສັ່ງ ແລະ ປິ່ນປົວໃຫ້ທັນ ເວລາ. *ເມື່ອມໍ່ໆມານີ້ ແຂວງຈຳປາສັກ ຈັດກອງປະຊຸມຄະນະຊີ້ນໍາຂັ້ນ ແຂວງ ຄັ້ງທີ * ຂອງການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວ ປະເທດ ຄັ້ງທີ 7 ປີ 2025 ເພື່ອກະ ກຽມຄວາມພ້ອມຮອບດ້ານໃຫ້ແກ່ ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ 7 ໃນ ປີ 2025 ຂອງແຂວງຈໍາປາສັກ ສາມາດດໍາເນີນໄປຕາມແຜນການ ແລະ ໄດ້ຮັບໝາກຜົນສູງສຸດ. ທ່ານອາລຸນໄຊສູນນະລາດ ເຈົ້າ ແຂວງໆຈຳປາສັກ ໄດ້ກ່າວວ່າ: ປະ ຕິບັດຕາມກົດໝາຍວ່າດ້ວຍສະຖິຕິ ແລະ ຍຸດທະສາດການພັດທະນາ ລະບົບສະຖິຕິແຫ່ງຊາດ ແບບຍືນ ຍົງ 2016-2025 ແລະ ວິໄສທັດ ຮອດປີ2030, ເຊິ່ງຈະໄດ້ພ້ອມການ ຈັດຕັ້ງປະຕິບັດການສໍາຫລວດພົນ ລະເມືອງ ແລະ ທີ່ຢູ່ອາໄສທົ່ວປະ ເທດໃນປີ 2025 ໂດຍແມ່ນການສໍາ ຫລວດໃຫຍ່ລະດັບຊາດ ທີ່ມີຄວາມ ສໍາຄັນທີ່ສຸດເນື່ອງຈາກເປັນການ ເກັບກໍາ ແລະ ຈົດນັບພົນລະເມືອງ ເພື່ອຕິດຕາມສະພາບການຂະຫຍາຍ ຕົວ ແລະ ປັດໄຈທີ່ສົ່ງຜົນກະທົບ ຕໍ່ກັບການຂະຫຍາຍຕົວຂອງພົນລະ ເມືອງໃນທຸກໆ10ປີ. ການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວ ປະເທດໃນປີ 2025 ແມ່ນຄັ້ງທີ 7 (ຄັ້ງທໍາອິດ ປີ 1985) ເພື່ອ ເປັນແຫລ່ງຂໍ້ມູນທີ່ສໍາຄັນໃນການ ປັບປຸງຂໍ້ມູນພົນລະເມືອງແຫ່ງຊາດ ຂອງ ສປປ ລາວ, ເປັນຖານຂໍ້ມູນທີ່ ຈະປະກອບດ້ວຍຂໍ້ມູນດ້ານຕ່າງໆ ທີ່ມີຄວາມສໍາຄັນຫລາຍເຊັ່ນ: ການ ຈະເລີນພັນ, ການເສຍຊີວິດ, ການ ເຄື່ອນຍ້າຍຂອງພົນລະເມືອງ, ຂໍ້ມູນ ລະອຽດກ່ຽວກັບຄຸນລັກສະນະຂອງ ພົນລະເມືອງ, ໂຄງປະກອບອາຍຸ, ເພດ, ຊົນເຜົ່າ, ສາສະໜາ, ການສຶກ ສາ,ການປະກອບອາຊີບແລະອື່ນໆ, ເຊິ່ງການສໍາຫລວດຄັ້ງນີ້ຈະເປັນ ຂໍ້ມູນສໍາຄັນຮັບໃຊ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ *9 ແລະ ການກະ ກຽມສ້າງແຜນພັດທະນາເສດຖະ ກິດ- ສັງຄົມຂອງແຂວງຄັ້ງທີ 9 (2026-2030). ພ້ອມນັ້ນ, ກໍເປັນ ຂໍ້ມູນພື້ນຖານໃນການຕິດຕາມບັນ ດາເປົ້າໝາຍການພັດທະນາແບບ ຍືນຍົງ, ການຫລຸດພົ້ນອອກຈາກປະ ເທດດ້ອຍພັດທະນາ, ການປັບປຸງ ນະໂຍບາຍທາງດ້ານພົນລະເມືອງ ກໍຄື ຍຸດທະສາດການພັດທະນາຊັບ ພະຍາກອນມະນຸດແຫ່ງຊາດຂອງ ສປປ ລາວ. ທ່ານ ອາລຸນໄຊ ສູນນະລາດ ກ່າວຕື່ມວ່າ: ເນື້ອໃນກອງປະຊຸມປະ ກອບດ້ວຍຫລາຍຫົວຂໍ້ທີ່ສໍາຄັນ ແລະ ຈໍາເປັນໃນການເຄື່ອນໄຫວ ປະຕິບັດໜ້າທີ່ຂອງຄະນະຊີ້ນໍາຂັ້ນ ແຂວງ ກໍຄື ຄະນະຊີ້ນໍາຂັ້ນນະຄອນ ແລະ ເມືອງຕໍ່ກັບການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະ ເທດ. ສະນັ້ນ, ຮຽກຮ້ອງໃຫ້ຜູ້ເຂົ້າ ຮ່ວມກອງປະຊຸມຈົ່ງເຊີດຊູຄວາມ ຮັບຜິດຊອບ ແລະ ສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າປະກອບຄໍາ ເຫັນຢ່າງກົງໄປກົງມາ, ກ້າຍົກບັນ ຫາ ແລະ ແລກປ່ຽນຄຳຄິດເຫັນ ເພື່ອເຮັດໃຫ້ການກະກຽມການສໍາ ຫລວດຄັ້ງນີ້ ມີຄວາມຮັບປະກັນໃນ ການຈັດຕັ້ງປະຕິບັດໃຫ້ມີຄຸນນະ ພາບຂອງຂໍ້ມູນທີ່ເກັບກໍາ. ໃນກອງປະຊຸມ, ຜູ້ເຂົ້າຮ່ວມກອງ ປະຊຸມໄດ້ປະກອບຄໍາເຫັນໃສ່ບັນ ດາເອກະສານຕ່າງໆ ເພື່ອໃຫ້ມີ ເນື້ອໃນຄົບຖ້ວນ, ຮັດກຸມລວມທັງ *ທ່ານ ໄຊຍະບັດ ຊຸມມະນີວົງ ຮອງເຈົ້າເມືອງສັງທອງ ຜູ້ຊີ້ນໍາ ວຽກງານວັດທະນະທໍາສັງຄົມ ໄດ້ ຖະແຫລງຂ່າວໃຫ້ຮູ້ວ່າ: ເມືອງ ສັງທອງ ຂອງພວກເຮົາໄດ້ກໍານົດ ເອົາ 21-23 ມັງກອນ 2025 ເຊິ່ງກົງກັບມື້ແຮມ 8 ຄໍ່າ ເດືອນ 2 ລາວ ພສ 2567 ເປັນມື້ຈັດບຸນ ກອງເຂົ້າຫອມໃນວັນທີ 21 ເປັນ ມື້ເປີດງານວັນທີ 23 ເປັນມື້ໃສ່ ບາດພະສົງ 9 ອົງ ຕິດພັນກັບງານ ຕະຫລາດນັດວາງສະແດງ ແລະ ຂາຍສິນຄ້າປະຈໍາປີຂຶ້ນຢູ່ທີ່ບ້ານ ເພຍລາດ ເມືອງສັງທອງ ນະຄອນ ຫລວງວຽງຈັນ. ການຈັດງານຄັ້ງນີ້ ກໍ່ເພື່ອເປັນ ການອະນຸລັກຮັກສາວັດທະນະທໍາ ອັນເກົ່າແກ່ ແລະ ກໍ່ເປັນການສຶກ ສາອົບຮົມປູກຈິດສໍານຶກຖັນແຖວ ຊາວໜຸ່ມເຍົາວະຊົນ, ອະນຸຊົນໃຫ້ ມີຄວາມສາມັກຄີມີນໍ້າໃນຮັກເຊື້ອ ແພງຊາດ ຮັກບ້ານເກີດເມືອງນອນ ຮັບຮູ້ເຂົ້າໃຈກ່ຽວກັບແຜນການດໍາ ລົງຊີວິດຂອງປະຊາຊົນບັນດາ ເຜົ່າໃນເມື່ອກ່ອນໂດຍມີການສົມ ທົບກັບປັດຈຸບັນ. ກິດຈະກໍາໃນວັນບຸນດັ່ງກ່າວ ຈະມີກ້ອນກໍາລັງແຫ່ຕິດຕໍ່ກັນ 6 ຂະບວນເຊັ່ນ: ຂະບວນການນໍາຂັ້ນ ສູນກາງ ແລະ ທ້ອງຖິ່ນ (ຖືໝາກ ເບັງ ແລະ ກັນຕົ້ນ) ຂະບວນຊາວ ໜຸ່ມ-ເຍົາວະຊົນ, ຂະບວນກໍາລັງ ປກຊ-ປກສ, ຂະບວນສີລະປະຂະ ບວນຂອງມວນຊົນ. ຫລັງຈາກນັ້ນ ບັນດາທ່ານຍັງ ຈະໄດ້ທ່ຽວຊົມກອງເຂົ້າຫອມສັງ ທອງ ຈໍານວນ 5 ກອງ (ກອງໃຫຍ່ 1 ກອງ ກວ້າງ 4 ແມັດ ສູງ 4 ແມັດ, ກອງນ້ອຍ 4 ກອງ ກວ້າງ 175 ແມັດ ສູງ 2 ແມັດ) ປະກອບ ກັບອຸປະກອນການຜະລິດຫລາກ ຫລາຍສີສັນ, ມີວາງສະແດງ ແລະ ຂາຍສິນຄ້າຂອງປະຊາຊົນມາ ຈາກພາກສ່ວນຕ່າງໆ. ໃນຕອນ ທ້າຍຈະໄດ້ຮັບຊົມການສະແດງສິ ລະປະ-ວັນນະຄະດີຈໍານວນ3ລາຍ ການ, ມີການແຂ່ງຂັນສີລະປະຂອງ ຊາວໜຸ່ມ ແລະ ເຍົາວະຊົນ. ນອກ ຈາກນີ້, ພາຍໃນງານຈະໄດ້ມີການ ຄັດເລືອກນາງສາວງາມເຂົ້າຫອມ ສັງທອງ ແລະ ແຂ່ງຂັນອາຫານ ພື້ນບ້ານທີ່ປຸງແຕ່ງຈາກປະຊາຊົນ ຂອງບັນດາບ້ານຕ່າງໆພາຍໃນ ເມືອງສັງທອງ. ກົນໄກປະສານງານລະຫວ່າງຄະ ນະຊີ້ນໍາແຕ່ລະຂັ້ນ, ການປະກອບ ບຸກຄະລາກອນ, ການນໍາໃຊ້ເຄື່ອງ ມືເອເລັກໂຕຣນິກທັນສະໄໝ ເພື່ອ ເກັບກໍາຂໍ້ມູນໂດຍຜ່ານເຄື່ອງມືເທບ ເລັດ ແລະ ນໍາໃຊ້ບຸກຄະລາກອນ. ນອກນີ້, ຜູ້ເຂົ້າຮ່ວມກອງປະຊຸມຍັງ ໄດ້ປະກອບຄໍາເຫັນໃສ່ແຜນການ, ບາດກ້າວ, ຂັ້ນຕອນໃນການຈັດຕັ້ງ ປະຕິບັດ, ວຽກງານດ້ານງົບປະມານ, ວຽກງານໂຄສະນາເຜີຍແຜ່, ວຽກ ງານປ້ອງກັນຄວາມສະຫງົບ ແລະ ບັນດາວຽກງານປິ່ນອ້ອມຕື່ມອີກ. ຂ່າວ-ພາບ: ທູນທອງໃຈ ແຫລ່ງຂ່າວຈາກ ແຂວງຈຳປາສັກ
RkJQdWJsaXNoZXIy MTc3MTYxMQ==