6044

xtgmf]k; 4 3]d c]t gsfdko 10/01/2025 28/1 / 4 6 glf4 dy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d lQ ,xk8v'vkskoc-[ 9kdc0;';P'9a o ໂດຍ: າÃີດາ *ແຂວງວຽງຈັນ ແມ່ນແຂວງ ໜຶ່ງທີ່ມີຊື່ສຽງດ້ານອາຫານທ້ອງ ຖິ່ນຍອດນິຍົມ ຊຶ່ງເຮັດໃຫ້ຜູ້ບໍລິ ໂພກ ແລະ ນັກທ່ອງທ່ຽວຫລົງໄຫລ ລົດຊາດທີ່ເປັນເອກະລັກ ແລະ ຈົນ ກາຍເປັນສິນຄ້າໜຶ່ງເມືອງໜຶ່ງຜະ ລິດຕະພັນທີ່ເປັນເອກະລັກຂອງ ແຂວງ ເປັນຕົ້ນແມ່ນເຫລົ້າແກບ 100 ປີ, ສົ້ມປາແຊບ, ເຄື່ອງຫັດ ຖະກໍາ ແລະ ອື່ນໆ ອີກຫລາຍຢ່າງ ເຊິ່ງແຕ່ລະຢ່າງກໍມີ ເອກະລັກທີ່ ແຕກຕ່າງກັນໄປ. ແຕ່ແນວໃດກໍ ດີ. ມື້ນີ້, ຄໍລໍາສົ່ງເສີມທຸລະກິດຈະ ພາທ່ານມາຮູ້ຈັກໜຶ່ງໃນສິນຄ້າໂອ ດັອບຂອງແຂວງວຽງຈັນນັ້ນ ກໍຄື ສົ້ມປາແຊບ ຈາກຮ້ານຢ້ຳມີຂາຍສົ້ມ ປາຕອງແຊບ ເປັນອີກຮ້ານທີ່ສັງ ຄົມໃຫ້ຄວາມໄວ້ໃຈບໍລິໂພກຢ່າງ ຫລວງຫລາຍທັງພາຍໃນ ແລະ ຕ່າງແຂວງ ສາມາດສ້າງລາຍຮັບ ໄດ້ຫລາຍລ້ານກີບຕໍ່ປີ. ນາງ ວຽງມອນ ເພັດດາວົງ ເຈົ້າຂອງຮ້ານຂາຍສົ້ມປາຮ້ານ ຢ້ຳມີ ຂາຍສົ້ມປາຕອງແຊບ ໃຫ້ ຮູ້ວ່າ: ຈຸດເລີ່ມຕົ້ນທີ່ໄດ້ມາເຮັດ ອາຊີບນີ້ ຍ້ອນພໍ່, ແມ່ ເຄີຍເຮັດ ມາເປັນເວລາຫລາຍສີບປີມາແລ້ວ ເມື່ອເພີ່ນເຖົ້າແກ່ແລ້ວຕົນເອງຈຶ່ງ ໄດ້ສືບຕໍ່ເຮັດອາຊີບນີ້ມາ ແລະ ກໍ ມີການປັບປຸງຜະລິດຕະພັນຕາມ ຄວາມຕ້ອງການຂອງຜູ້ບໍລິໂພກ ເປັນຕົ້ນເມື່ອກ່ອນການເຮັດສົ້ມປາ ແມ່ນຫໍ່ໃສ່ໃບຕອງແຕ່ປັດຈຸບັນຈະ ໃສ່ກັບ, ໃສ່ຖົງຢ່າງອັດບໍ່ໃຫ້ລົມ ເຂົ້າ ເພື່ອເກັບຮັກສາໄວ້ໄດ້ດົນ ແລະ ສາມາດ ຈັດ ສົ່່ງ ໄປ ຕ່າງ ແຂວງສະດວກຂຶ້ນກວ່າເກົ່າ ສະ ນັ້ນ, ຈຶ່ງເຮັດໃຫ້ສົ້ມປາຮ້ານ ເຮົາເລີ່ ມເປັນທີ່ຮູ້ຈັກຫລາຍຂຶ້ນຈົນ ສ້າງ ຊື່ສຽງ ເຮັດໃຫ້ ເມືອງຮັບຮອງ ເປັນສິນຄ້າໜຶ່ງເມືອງໜຶ່ງຜະລິດ ຕະພັນໃນປີ 2024 ທີ່ຜ່ານມານີ້, ຫລັງຈາກນັ້ນ ທາງແຂວງກໍໄດ້ສົ່ງ ເສີມໃຫ້ມາຂາຍໃນງານບຸນທາດ ຫລວງ 2024 ເຫັນວ່າ ຜົນຕອບ ບໍ່ໄດ້ດີເທົ່າທີຄວນເນື່ອງຈາກວ່າ ສະຖານທີ່ຂາຍທີ່ເພີ່ນຈັດສັນໃຫ້ຢູ່ ໂຊນດຽວກັບໂຊນເຄື່ອງນຸ່ງເຮັດ ໃຫ້ເຄື່ອງນຸ່ງບັງອາຫານໝົດ. ສະ ນັ້ນ, ປີຕໍ່ໄປກໍຢາກສະເໜີໃຫ້ຈັດ ໂຊນສໍາລັບຂາຍຜະລິດຕະພັນໂອ ດັອບປະເພດອາຫານສະເພາະ ເພື່ອ ຄວາມຈົບງາມ ແລະ ສ້າງຄວາມ ສົນໃຈໃຫ້ລູກຄ້າໄດ້ຫລາຍຂຶ້ນ. ແຕ່ ແນວໃດກໍດີສໍາລັບຜະລິດຕະພັນສົ້ມ ປາຮ້ານເຮົາຈະມີຈຸດເດັ່ນຢູ່ທີ່ວັດຖຸ ດິບ ເພາະປາທີ່ນໍາມາເຮັດແມ່ນ ປາຕອງແທ້ໆ ເຮັດໃຫ້ເນື້ອສົ້ມປາ ໜຽວ, ນຸ່ມ, ແໜ້ມດີ ສ່ວນໜັງໝູທີ່ ນໍາມາປະສົມ ກໍຄັດສັນຢ່າງດີ ເພື່ອ ໃຫ້ສົ້ມປາອອກມາແຊບຖືກໃຈລູກ ຄ້າທີ່ໄດ້ກິນ ກໍຕ້ອງກັບມາຊື້ຊໍ້າບໍ່ ວ່າພາຍໃນ ແລະ ຕ່າງແຂວງ. ນາງ ວຽງມອນ ໃຫ້ຮູ້ຕື່ມວ່າ: ການເຮັດສົ້ມປາໃນປັດຈຸບັນເນັ້ນ ຄວາມສະອາດ, ປອດໄພບໍ່ໃສ່ສານ ກັນບູດ. ສະນັ້ນ, ເວລາຈັດສົ່ງຕ່າງ ແຂວງກໍຈະຕິດຕາມຕະຫລອດວ່າ ຮອດແລ້ວສົ້ມປາສົ້ມຫລາຍບໍ່, ພໍ່ດີ ກິນບໍ່ ຖ້າສົ່ງໄປແລ້ວມັນສົ້ມໂພດຈະ ບໍ່ສົ່ງຕ່າງແຂວງ, ແຕ່ຫລາຍຄົນ ທີ່ຈັດສົ່ງໄປກໍ່ວ່າ ພໍດີກິນຈຶ່ງສົ່ງມາ ຕະຫລອດ ແລະ ເພີ່ມຂຶ້ນເລື້ອຍໆ. ສໍາລັບແຜນໃນອະນາຄົດຢາກສົ່ງ ອອກຕ່າງປະເທດແຕ່ຕ້ອງປັບປຸງ ເລື່ອງການຫຸ້ມຫໍ່ ທີ່ໄດ້ມາດຕະຖານ ກ່ອນຈຶ່ງສາມາດສົ່ງອອກໄດ້. ສໍາລັບທ່ານໃດຢາກຊີມສົ້ມປາ ແຊບຂອງສິນຄ້າ ໂອດັອບຈາກ ເມືອງແກ້ວອຸດົມ ກໍສາມາດຕິດຕໍ່ໄດ້ ທີ ເບີ 020 99552529 ຮັບຮອງ ວ່າບໍ ຜິດຫວັງ ຜູ້ຂຽນຮັບປະກັນ ຄວາມແຊບເພາະໄດ້ກິນມາແລ້ວ. o5 f;y w] 7;h k8ec|j 'ok'lk;;a fmtotme[a ofkgzqj k ໂດຍ: າÃີດາ *ອາທິດຜ່ານມາແຂວງສາລະ ວັນ ໄດ້ຈັດບຸນປະເພນີແຫ່ພະໄຕປີ ດົກເພື່ອສືບສານວັດທະນະທໍາລໍາ ວົງສາລະວັນ ຕິດພັນກັບການສະ ເຫລີມສະຫລອງປີທ່ອງທ່ຽວລາວ ປີ 2024 ໂດຍໃນງານຄັ້ງນີ້ ກໍມີ ຫລາຍກິດຈະກໍາທີ່ໜ້າສົນ ເປັນ ຕົ້ນແມ່ນການປະກວດນາງງາມ ວັດທະນະທຳບັນດາເຜົ່າ ເພື່ອ ຄົ້ນຫາສາວງາມທີ່ງາມພ້ອມທັງ ບຸກຄະລິກ, ໜ້າຕາ, ຄວາມຮູ້ຄວາມ ສາມາດທີ່ ຈະ ໄດ້ ເປັນໂຕແທນ ແຂວງໃນການເຜີຍແຜ່ສິລະປະ ວັດທະນະທໍາໃຫ້ສັງຄົມໄດ້ຮັບຮູ້ ຫລາຍຂຶ້ນ . ງານປະກວດຄັ້ງນີ້ ມີຜູ້ເຂົ້າ ຮ່ວມປະກວດທັງໜົດ 18 ສາວ ງາມທີ່ເປັນໂຕແທນຈາກ10 ເຜົ່າ ພາຍໃນແຂວງສາລະວັນ ທີ່ມາຈາກ 8 ຕົວເມືອງ ມາປະຊັນຄວາມສາ ມາດໃນດ້ານຕ່າງໆ ບໍ່ວ່າຈະເປັນ ການຍ່າງ, ການສະແດງຄວາມ ສາມາດພິເສດ ແລະ ການຕອບ ຄໍາຖາມ ເພື່ອເອົາຊະນະໃຈຄະ ນະກໍາມະການ ຊຶ່ງຜ່ານການປະ ກວດສາມາດຄັດເລືອກໄດ້ນາງ ງາມທີ່ມີຄວາມຮູ້, ຄວາມສາມາດ ທີ່ມີພອນສະຫວັນຄົບຕາມມາດ ຖານເງື່ອນໄຂຂອງຄະນະກຳມະ ການວາງອອກນັ້ນຄື ໝາຍເລກ 12 ນາງ ນຸດວິໄລ ຂຸນສະນິດ ໄດ້ ຮັບສາຍສະພາຍ, ໃບຢັ້ງຢືນ ແລະ ເງິນສົດ ຈຳນວນ 3 ລ້ານກີບ; ອັນດັບທີ 2 ໄດ້ແກ່ ໝາຍເລກ 13 ນາງ ພອນທິບ ໄຊມົນຕີ ໄດ້ສາຍ ສະພາຍ, ໃບຢັ້ງຢືນ ແລະ ເງິນສົດ ຈຳນວນ 2 ລ້ານກີບ; ອັນດັບທີ 3 ໄດ້ແກ່ ໝາຍເລກ 4 ນາງ ຈຳປາ ເທບທອງໃສ ໄດ້ສາຍສະພາຍ, ໃບຢັ້ງຢືນ ແລະ ເງິນສົດ ຈຳນວນ 1 ລ້ານກີບ. ການຈັດງານແຂ່ງ ຂັນ-ປະກວດໃນບຸນປະເພນີແຫ່ ພະໄຕປິດົກ, ສືບສານວັດທະນະ ທໍາ, ລໍາວົງສາລະວັນຕິດພັນກັບ ການສະເຫລີມສະຫລອງປີທ່ອງ ທ່ຽວລາວ 2024 ທີ່ແຂວງສາລະ ວັນປະຈໍາປີ2024 ຄັ້ງນີ້ຈຸດປະສົງ ແມ່ນການສົ່ງເສີມວັດທະນະທໍາ ທີ່ເປັນມໍລະດົກຂອງຊາດ ແລະ ຂອງທ້ອງຖີ່ນ ທັງເປັນການຈັດ ຕັ້ງຜັນຂະຫຍາຍແນວທາງນະ ໂຍບາຍຂອງພັກ-ແຜນພັດທະນາ ເສດຖະກິດ-ສັງຄົມ ຂອງພັກ-ລັດ, ກໍ່ຄື ມະຕິ 25 ຂອງກົມການເມືອງ ສູນກາງພັກ ແລະ ສ້າງຂະບວນ ການຂໍ່ານັບຊົມເຊີຍກອງປະຊຸມ ໃຫຍ່ 3 ຂັ້ນຂອງພັກ, 3 ວັນບຸນ ປະຫວັດສາດ ຄື: ວັນສ້າງຕັ້ງພັກ ປະຊາຊົນ ປະຕິວັດລາວ ຄົບຮອບ 70 ປີ ( 22 ມີນາ 1955 ຫາ 22 ມີນາ 2025); ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ( 2 ທັນວາ 1975 ຫາ 2 ທັນວາ 2025) ແລະ ວັນເກີດປະທານ ໄກສອນ ພົມວິຫານ ທີ່ເຄົາລົບຮັກ ຄົບຮອບ 105 ປີ ( 13 ທັນວາ 1920 ຫາ 13 ທັນວາ 2025) ແລະ ສ້າງຄວາມກຽມພ້ອມເປັນ ເຈົ້າພາບທີ່ດີໃນງານມະຫະກໍາ ກິລານັກຮຽນມັດທະຍົມທົ່ວປະ ເທດ ຄັ້ງທີ 7** ທີ່ສາລະວັນ ພວກ ເຮົາໄດ້ຮັບກຽດເປັນເຈົ້າພາບໃນ ທ້າຍປີນີ້. ຕໍ່າ‹ໜ້າ ຜົນສຳເລັດກອງປະຊຸມ... ທ່ານ ເພັດ ພົມພີພັກ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນປະທານຄະນະກໍາມະການ ຮ່ວມມື ລາວ-ຫວຽດນາມ ໄດ້ຖະ ແຫລງຜົນສຳເລັດຂອງກອງປະຊຸມ ດັ່ງກ່າວວ່າ: ກອງປະຊຸມໃນຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງຕໍ່ໝາກຜົນ ຂອງການຈັດຕັ້ງປະຕິບັດຂໍ້ຕົກລົງ ຕ່າງໆ ແລະ ການຮ່ວມມືຂອງສອງ ຝ່າຍ ລາວ-ຫວຽດນາມ ຕະຫລອດ ໄລຍະ 1 ປີຜ່ານມາ ອັນໄດ້ນໍາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງ ຊາດ ລາວ-ຫວຽດນາມ ອ້າຍນ້ອງ ເຊິ່ງສາມາດສະຫລຸບບາງດ້ານອັນ ພົ້ນເດັ່ນ ເປັນຕົ້ນ ການພົວພັນຮ່ວມມື້ ານການເມືອງ, ການຕ່າງປະເທດ ສືບຕໍ່ມີຄວາມໜັກແໜ້ນ, ໝັ້ນທ່ຽງ, ມີຫລາຍຮູບ, ຫລາຍແບບ, ສ້າງໄດ້ ຄວາມເຊື່ອໝັ້ນເຊິ່ງກັນ ແລະ ກັນໃນ ລະດັບສູງ, ມີການໄປມາລະຫວ່າງ ການນໍາຂັ້ນສູງ ແລະ ທຸກລະດັບເປັນ ປົກກະຕິ, ເປັນພື້ນຖານ ອັນໜັກແໜ້ນ ໃຫ້ແກ່ການພົວພັນພິເສດ ຂອງສອງ ຊາດໃນດ້ານອື່ນໆ ສະໜັບສະໜູນ ໃນ ຂອບປະຊາຄົມອາຊຽນ, ເວທີພົບປະ ຫລາຍຝ່າຍ ໃນພາກພື້ນ ແລະ ສາກົນ. ສຳລັບການຮ່ວມມືດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ສືບຕໍ່ໄດ້ ຮັບການເສີມຂະຫຍາຍຢ່າງມີປະສິດ ທິຜົນ ແລະ ໃກ້ຊິດສະໜິດສະໜົມ ທັນການ, ໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ. ສ່ວນການຮ່ວມມືດ້ານເສດ ຖະກິດ ສອງຝ່າຍ ລ້ວນແຕ່ມີຄວາມ ພະຍາຍາມຈັດຕັ້ງຜັນຂະຫຍາຍບັນ ດາຂໍ້ຕົກລົງ ຂອງສອງກົມການເມືອງ ມີທ່ວງທ່າທີ່ດີຂຶ້ນເປັນກ້າວໆມາ ໂດຍ ສະເພາະດ້ານການຄ້າ ມູນຄ່າການຄ້າ ບົດຄຳເຫັນ... ດີຈິຕອນແຫ່ງຊາດ ພາຍໃຕ້ຄຳຂວັນ ວ່າ: hພັດທະນາພື້ນຖານໂຄງລ່າງດີຈິ ຕອນ ຂອງ ສປປ ລາວ ໃຫ້ເຂັ້ມແຂງ ແລະ ຢືນຍົງi ເພື່ອສ້າງຂະບວນການ ຂໍ່ານັບຮັບຕ້ອນ 3 ວັນບຸນປະຫວັດ ສາດ ຂອງປະເທດເຮົາຄື: ວັນສ້າງຕັ້ງ ພັກຄົບຮອບ 70 ປີ, ວັນສະຖາປະນາ ສປປ ລາວ ຄົບຮອບ 50 ປີ ແລະ ວັນ ເກີດ ປະທານ ໄກສອນ ພົມວິຫານ ຄົບ ຮອບ 105 ປີ ຢ່າງເປັນຂະບວນຟົດຟື້ນ. ບັນດາທ່ານ ທີ່ນັບຖືແລະ ຮັກແພງ Ĵ ປັດຈຸບັນນີ້, ມວນມະນຸດເຮົາກໍາ ລັງກ້າວເຂົ້າສູ່ຍຸກສະໄໝແຫ່ງການ ປະຕິວັດ ອຸດສາຫະກຳຄັ້ງທີ 4 (ຫລື ເອີ້ນຫຍໍ້ວ່າຍຸກອຸດສາຫະກໍາ 4.0) ເອີ້ນແນວນີ້ກໍຍ້ອນວ່າ ໃນສາມສະຕະ ວັດທີ່ຜ່ານມານີ້ ໄດ້ເກີດມີການປະຕິ ວັດອຸດສາຫະກຳ 3 ຄັ້ງແລ້ວ ທີ່ສົ່ງ ຜົນສະທ້ອນອັນໃຫຍ່ຫລວງ ຕໍ່ການ ຂະຫຍາຍຕົວຂອງສັງຄົມມະນຸດ ຄື: ການປະຕິວັດອຸດສາຫະກຳຄັ້ງທີ 1: ເກີດຂຶ້ນໃນທ້າຍສະຕະວັດທີ 18 (ປີ 1784) ຍ້ອນບັນດານັກວິທະຍາສາດ ໄດ້ຄົ້ນພົບວິທີການນໍາໃຊ້ອາຍນໍ້າ ເພື່ອ ເປັນພະລັງງານໃຫ້ແກ່ເຄື່ອງຈັກອຸດ ສາຫະກຳ ເຮັດໃຫ້ການຜະລິດອຸດສາ ຫະກຳ ະຫຍາຍຕົວແບບກ້າກະໂດດ ແລະ ພາໃຫ້ເກີດມີຊົນຊັ້ນນາຍທຶນ ແລະ ກຳມະກອນ. ການປະຕິວັດອຸດ ສາຫະກຳຄັ້ງທີ 2 ເກີດຂຶ້ນໃນທ້າຍ ສະຕະວັດທີ 19 (ປີ 1870) ຍ້ອນວ່າ ບັນດານັກວິທະຍາສາດໄດ້ຄົ້ນພົບ ພະລັງງານໄຟຟ້ ແລະ ໄດ້ນໍາໃຊ້ພະ ລັງງາ ໄຟຟ້າ ເຂົ້າໃນອຸດສາຫະກຳ ຊຶ່ງພາໃຫ້ເກີດມີການຜະລິດຂະໜາດ ໃຫຍ່ ເຊັ່ນ: ການຜະລິດອຸດສາຫະກຳ ໜັກ, ການຫລອມໂລຫະ, ການຜະລິດ ພາຫານະ ແລະ ເຄື່ອງກົນຈັກຫລາຍ ຢ່າງ ເຮັດໃຫ້ການພົວພັນການຜະລິດ ປ່ຽນແປງຢ່າງເລິກເຊິ່ງ, ເກີດມີກາ ປະຕິວັດທຶນນິຍົມຢູ່ຫລາຍປະເທດ ແລ້ວກ້າວໄປເຖິງມີການປະຕິວັດສັງ ຄົມ ນິຍົມໃນປະເທດÓັດເຊຍ ໃນປີ 1917. ສັງຄົມມະນຸດໄດ້ມີການປ່ຽນ ແປງຢ່າງໃຫຍ່ຫລວງ. ການປະຕິວັດ ອຸດສາຫະກຳ ຄັ້ງທີ 3 ເກີດຂຶ້ນໃນ ທ້າຍສະຕະວັດທີ 20 (ຊຸມປີ 1960) ຍ້ອນບັນດານັກວິທະຍາສາດໄດ້ຄົ້ນພົບ ແລະ ປະດິດເຄື່ອງຄິດເລກທັນສະໄໝ ທີ່ເອີ້ນວ່າ CPNQVter, ນະວັດ ະກຳ ດັ່ງກ່າວໄດ້ຊ່ວຍໃຫ້ມະນຸດສາມາດົ້ ນ ຄວ້ານໍາໃຊ້ວິທະຍາສາດ ແລະ ເຕັກໂນ ໂລຊີໃໝ່ຫລາຍດ້ານ ໃນການຜະລິດ ອຸດສາຫະກຳ, ຄົ້ນຄວ້າທຳມະຊາດ ຢູ່ໃນໂລກ, ຢູ່ອາວະກາດ ແລະ ພື້ນມະ ຫາສະໝຸດ. ສະນັ້ນ, ຈຶ່ງເຮັດໃຫ້ການ ຜະລິດ ແລະ ການດຳລົງຊີວິດຂອງ ສັງຄົມມະນຸດ ມີການພັດທະນາ ແລະ ຂະຫຍາຍຕົວຢ່າງເລິກເຊິ່ງ. ການ ປະຕິວັດອຸດສາຫະກຳຄັ້ງທີ 4 ເກີດຂຶ້ນ ໃນສະ ຕະວັດທີ 21 ນີ້ (ເລີ່ມແຕ່ຊຸມ ປີ 2010), ຍ້ອນບັນດານັກວິທະຍາ ສາດໄດ້ຄົ້ນຄວ້າພັດທະນານໍາໃຊ້ເຕັກ ໂນໂລຊີທັນສະໄໝ ໃນ 3 ຂົງເຂດແບບ ປະສົມປະສານກັນ ເຊັ່ນ: ເຕັກໂນ ໂລ ຊີຂໍ້ມູນຂ່າວສານ ແລະ ການສື່ສານ, ເຕັກໂນໂລຊີດ້ານຟີຊິກ ແລະ ເຕັກໂນ ໂລຊີ ຊີວະພາບ ຊຶ່ງໄດ້ກາຍເປັນເຕັກ ໂນໂລຊີດີຈິຕອນ ຂອງຍຸກອຸດສາຫະ ກຳ 4.0 ເປັນຕົ້ນ ເຕັກໂນໂລຊີ ອິນເຕີ ເນັດແຫ່ງສັບພະສິ່ງ(IP5), ຖານຂໍ້ມູນ ມະຫາສານ (BJH %ata) ແລະ ກຸ່ມຂໍ້ມູນຜູກພັນ (BlPcL CIaJn), ປັນຍາປະດິດ, ຫຸ່ນຍົນ ແລະ ພາຫະນະ ບໍ່ມີຄົນຂັບ, ນາໂນເຕັກໂນໂລຊີ ແລະ ວິສະວະກຳພັນທຸກຳ, ໂຮງງານອັດ ສະລິຍະ ແລະ ສ້າງຕົວເມືອງອັດສະລິ ຍະ. ບັນດາເຕັກໂນໂລຊີດີຈິຕອນທີ່ ກ່າວມານັ້ນ ໄດ້ກາຍເປັນພາຫະນະຄົ້ນ ຄວ້າໂລກ, ດັດແປງທຳມະຊາດ ແລະ ກາຍເປັນກຳລັງຂັບເຄື່ອນຂະບວນ ການຜະລິດ ແລະ ການແຂ່ງຂັນ ລະ ຫວ່າງປະເທດ. ສະນັ້ນ, ການປະຕິວັດ ອຸດສາຫະກຳ ຄັ້ງທີ 4 ນີ້ ຈຶ່ງເຮັດໃຫ້ ການຊັ່ງຊາກຳລັງ ຢູ່ໃນໂລກມີກ ນ ປ່ຽນແປງ, ປະເທດໃດສາມາດເປັນ ເຈົ້າເຕັກໂນໂລຊີໃໝ່, ນຳໃຊ້ນະວັດຕະ ກຳໃໝ່ ກໍຈະມີກຳລັງແຮງຂຶ້ນ ແລະ ມີອິດທິພົນສູງເດັ່ນຂຶ້ນໃນເວທີສາ ກົນ, ກົງກັນຂ້າມ ປະເທດໃດທີ່ຍັງຫລ້າ ຫລັງ, ບໍ່ເຂົ້າເຖິງເຕັກໂນໂລຊີທີ່ທັນສະ ໄໝ, ຂຸດຄົ້ນແຕ່ຊັບພະຍາກອນທຳມະ ຊາ , ບໍ່ພັດທະນາຊັບພະຍາກອນມະ ນຸດ ຈະກາຍເປັນປະເທດທີ່ຫລ້າຫລັງ ອ່ອນແອ ແລະ ບໍ່ມີກຳລັງຕໍ່ລອງໄດ້. ການປະຕິວັດອຸດສາຫະກຳ ຄັ້ງທີ 4 ພວມເປັນກະແສຟອງຄື້ນໃໝ່ ພັດ ຜ່ານໄ ທົ່ວໂລກ ຊຶ່ງ ສປປ ລາວ ພວກເຮົາກໍບໍ່ອ ດ ຈ ຫລີກລ່ຽງໄດ້. ສະນັ້ນ, ເພື່ອຮອງຮັບຍຸກອຸດສາຫະກຳ 4.0 ຢ່າງເປັນເຈົ້າການ ແລະ ນໍາໃຊ້ ຜົນສໍາເລັດໃນທາງດ້ານວິທະຍາສາດ ແລະ ເຕັກໂນໂລຊີ ເຂົ້າໃນການພັດ ທະນາປະເທດເຮົາ ໃນໄລຍະໃໝ່ນັ້ນ ມີຄວາມຈໍາເປັນຢ່າງພາວະວິໄສ ຈະ ຕ້ອງຫັນເປັນດີຈິຕອນຢູ່ປະເທດເຮົາ. ການຫັນເປັນດີຈິຕອນ ແມ່ນການນຳ ໃຊ້ເຕັກໂນໂລຊີດີຈິຕອນ ຢູ່ໃນທຸກ ຂົງເຂດການພັດທະນາເສດຖະກິດສັງຄົມ ໃນຂອບເຂດທົ່ວປະເທດ ເພື່ອ ເຮັດໃຫ້ການຜະລິດ ແລະ ການພົວພັນ ການຜະລິດ ມີປະສິດຕິພາບ ແລະ ມີ ຄຸນະພາບໃໝ່ທີ່ດີຂຶ້ນກວ່າເກົ່າ. ການ ຫັນເປັນດີຈິຕອນ ແມ່ນຂະບວນວິວັດທີ່ ເປັນທ່າອ່ຽງລວມຂອງໂລກ. ສະນັ້ນ, ການຫັນເປັນດີຈິຕອນຢູ່ ປະເທດເຮົາ ຈຶ່ງເປັນພາລະກິດປະຕິວັດທີ່ສໍາຄັນ ໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕາມແນວທາງປ່ຽນແປງ ໃໝ່ຂອງພັກເຮົາ. ນີ້ແມ່ນໂອກາດດີ 1.000 ປີ ທີ່ ຫາຍາກຄືດັ່ງສຸພາສິດລາວກ່າວໄວ້, ເພາະວ່າໃນຍຸກແຫ່ງການປະຕິວັດ ອຸດສາຫະກຳ ຄັ້ງທີ 1 ນັ້ນ, ປະເທດ ເຮົາຍັງເປັນປະເທດ ທຸກຍາກ ບໍ່ທັນ ມີ ໂອກາດໄດ້ນໍາໃຊ້ເຕັກໂນໂລຊີທັນສະ ໄໝ, ໃນຍຸກແຫ່ງການປະຕິວັດອຸດສາ ຫະກຳ ຄັ້ງທີ 2, ປະເທດເຮົາກໍ່ຍັງ ຕົກເປັນເມືອງຂຶ້ນຂອງຕ່າງປະເທດ ຖືກເຂົາກົດຂີ່ຂູດຮີດ ໂດຍບໍ່ມີໂອກາດ ພັດທະນາປະເທດ, ໃນຍຸກແຫ່ງການ ປະຕິວັດອຸດສາຫະກຳ ຄັ້ງທີ 3 ປະ ເທດເຮົາກໍກຳລັງດຳເນີນການຕໍ່ສູ້ກູ້ ຊາດ ເພື່ອຂັບໄລ່ພວກຈັກກະພັດລ່າ ເມືອງຂຶ້ນ. ແຕ່ມາໃນຍຸກສະໄໝປັດຈຸ ບັນນີ້, ພາຍໃຕ້ການນໍາພາອັນປີຊາສ ມາດ ຂອງພັກປະຊາຊົນປະຕິວັດລາວ ເຮັດໃຫ້ປະເທດເຮົາ ໄດ້ມີເງື່ອນໄຂ ພັດທະນາ, ລູກຫລານ ປະຊາຊົນເຮົາ ໄດ້ມີເງື່ອນໄຂສຶກສາຮໍ່າຮຽນ ເພື່ອນຳ ໃຊ້ເຕັກໂນໂລຊີໃໝ່ ທີ່ທັນສະໄໝ, ພັກລັດ ເຮົາໄ້ ເປີດກວ້າງການຮ່ວມມື ກັບ ບັນດາປະເທດເພື່ອນມິດຍຸດທະສາດ ແລະ ບັນດາປະເທດທີ່ເປັນມິດໃນທົ່ວ ໂລກ, ດຶງດູດການລົງທຶນ ແລະ ຖ່າຍ ທອດເຕັກໂນໂລຊີ ຈາກຕ່າງປະເທດ. ສະນັ້ນ, ການຫັນເປັນດີຈິຕອນໃນ ຍຸກນີ້ ຈະຊ່ວຍໃຫ້ປະເທດເຮົາແກ້ໄຂ ຄວາມຫຍຸ້ງຍາ ຊໍ້າເຮື້ອຍາວນານ, ພາປະເທດໃຫ້ຫລຸດພົ້ນຈາກສະພາວະ ດ້ອຍພັດທະນາ ແລະ ກ້າວເດີນທຽບ ທັນກັບບັນດາປະເທດ ຢູ່ໃນພາກພື້ນ ແລະ ໃນໂລກ. ຂະບວນການຫັນເປັນດີຈິຕອນ ຢູ່ ປະເທດເຮົາຈະຕ້ອງຕິດພັນຢ່າງສະ ໜິດແໜ້ນກັບການຈັດຕັ້ງຜັນຂະຫຍາຍ ແນວທາງຂອງພັກ ແລະ ແຜນພັດທະ ນາເສດຖະກິດ-ສັງຄົມ ແຫ່ງຊາດ ໃນ ແຕ່ລະໄລຍະ ເພື່ອໃຫ້ຮັບປະກັນຄວາມ ໝັ້ນຄົງຂອງລະບອບປະຊາທິປະໄຕ ປະຊາຊົນ, ສ້າງການຫັນປ່ຽນການ ພັດທະນາເສດຖະກິດ-ສັງຄົມ ໄປສູ່ຄຸ ນະພາບໃໝ່ຢ່າງແຂງ ຮງ ໂດ ໃຫ້ ມີຄວາມສົມດຸນລະຫວ່າງ ການພັດ ທະນາເສດຖະກິດ-ສັງຄົມ ແລະ ສິ່ງ ແວດລ້ອມ ຕາມທິດການພັດທະນາ ແບບຍືນຍົງ ແລະ ສີຂຽວ. ສະນັ້ນ, ທົ່ວພັກທົ່ວລັດ ແລະ ທົ່ວສັງຄົມ ຕ້ອງ ໄດ້ຮີບຮ້ອນຫັນປ່ຽນຈິນຕະນາການ ຢ່າງເລິກເຊິ່ງ ເພື່ອກຳເອົາກາລະໂອ ກາດພັດທະນາປະເທດຊາດ. ການ ຫັນເປັນດີຈິຕອນ ຕ້ອງດໍາເນີນຢ່າງ ເລິກເຊິ່ງໃນ 3 ດ້ານ ທີ່ກ່ຽວພັນ ເຊິ່ງ ກັນ ແລະ ກັນ ແບບກາຍອິນຊີ ຄື: ສ້າງ ເສດຖະກິດດີຈິຕອນ, ສ້າງສັງຄົມດີ ຈິຕອນ ແລະ ສ້າງການບໍລິຫານລັດ ແບບດີຈິຕອນ ໂດຍຕິດພັນກັບການ ພັດທະນາຊັບພະຍາກອນມະນຸດ ທີ່ ມີຄຸນະພາບສູງ, ສ້າງພື້ນຖານໂຄງ ລ່າງ IC5 ທີ່ທັນສະໄໝ, ປົກປັກຮັກສາ ສິ່ງແວດລ້ອມ ແລະ ຮັບປະກັນຄວາມ ປອດໄພດ້ານໄຊເບີຢ່າງໜັກແໜ້ນ. ໂດຍປະຕິບັດຕາມມະຕິກອງປະ ຊຸມໃຫຍ່ ຄັ້ງທີ XI ຂອງພັກ, ໄລຍະ 4 ປີ ຜ່ານມານີ້ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ ໄດ້ຕັດສິນໃຈຜ່ານ ຜ່າຂໍ້ຫຍຸ້ງຍາກຫລາຍຢ່າງ ແລະ ສາ ມາດສ້າງຜົນງານທີ່ດີເດັ່ນຂຶ້ນມາໄດ້ ຫລາຍດ້ານ. ປັດຈຸບັນນີ້, ສັນຍານໂທ ລະຄົມລະບົບເຄືອຍຂ່າຍ 2( ກວມ ໄດ້ 97%, ລະບົບ 3( ໄດ້ 85% ແລະ ລະບົບ 4( ກວມ 78% ຂອງຈໍານວນ ບ້ານທົ່ວປະເທດ. ອັນພົ້ນເດັ່ນແມ່ນປີ 2024 ທີ່ຜ່ານມາ, ບັນດາບໍລິສັດໂທ ລະຄົມ ໄດ້ຂະຫຍາຍສັນຍານລະບົບ 5( ຢູ່ 4 ແຂວງ ແລະ ນະຄອນຫລວງ ວຽງຈັນ. ການນຳໃຊ້ໂທລະສັບຕັ້ງ ໂຕະ ແລະ ມືຖືມີທັງໝົດ 6,3 ລ້ານ ເລກໝາຍ, ການນຳໃຊ້ອິນເຕີເນັດ ມີ 4,5 ລ້ານບັນຊີ, ຕິດຕັ້ງສາຍກາບ ໃຍແສງໄດ້ 97.153 ກິໂລແມັດ. ພ້ອມກັນນັ້ນ, ຍັງໄດ້ສ້າງຖານຂໍ້ມູນ ມະຫາສານ, ສ້າງລະບົບຄລາວ ແລະ ລະບົບກຸ່ມຂໍ້ມູນພູກພັນ ເພື່ອເກັບຮັກສາ ແລະ ວິໄຈນຳໃຊ້ຂໍ້ມູນ. ບັນດາກະຊວງ ຂະແໜງການ ແລະ ຜູ້ປະກອບການ ກໍໄດ້ພັດທະນາຖານລະບົບ ເພື່ອບໍລິ ການ ການບໍລິຫານລັດ ແລະ ຮັບໃຊ້ ສັງຄົມເຊັ່ນ: ພັດທະນາຖານລະບົບ ວຽກງານບໍລິຫານລັດໄດ້ 37 ລະບົບ ໃນນັ້ນມີເຄືອຂ່າຍ (-/et ເຊື່ອມໂຍງ ໄດ້ 18 ກະຊວງ, 17 ແຂວງ ແລະ 1 ນະຄອນຫລວງ, ສ້າງລະບົບຫ້ອງ ການທັນສະໄໝ, ລະບົບສື່ສານພາກ ລັດ (-CIat, (-SIare ແລະ ລະ ບົບກອງປະຊຸມທາງໄກ. ພັດທະນາ ຖານລະບົບເສດຖະກິດດີຈິຕອນ ໄດ້ 16 ລະບົບ, ໃນນັ້ນມີທັງລະບົບການ ຊຳລະ, ລະບົບການເກັບພາສີອາກອນ ແບບທັນສະໄໝ ແລະ ລະບົບຄຸ້ມຄອງ ານແລກປ່ຽນເງິນຕາຕ່າງປະເທດ. ພັດທະນາຖານລະບົບສັງຄົມດິຈິຕອນ ໄດ້ 13 ລະບົບເຊັ່ນ: ລະບົບຂ່າວ ສານ LaP 1eEJa, ລະບົບການສຶກ ສາທາງໄກ L-MPPc, ລະບົບການ ຄຸ້ມຄອງການສັກຢາັ ກຊີນ ແລະ ລະ ບົບລ ວສູ້ໆຕິດ າມເຝົ້າລະວັງ ການ ລະບາດຂອງພະຍາດ. ນອກຈາກນັ້ນ, ກະຊວງເຕັກໂນໂລ ຊີ ແລະ ການສື່ສານ ຍັງໄດ້ພັດທະນາ ລະບົບຮັກສາຄວາມປອດໄພໄຊເບີ ແລະ ສ້າງນິຕິກຳຮັບໃຊ້ໃຫ້ແກ່ການ ຫັນເປັນດີຈິຕອນ 67 ສະບັບ, ເອົາໃຈ ໃສ່ພັດທະນາຊັບພະຍາກອນມະນຸດ ດ້ານດີຈິຕອນ ເພື່ອຮອງຮັບການຫັນ ເປັນດີຈິຕອນຂອງປະເທດເຮົາ. ອັນ ພົ້ນເດັ່ນກວ່າໝູ່ແມ່ນປະທານປະເທດ ໄດ້ອອກລັດຖະດຳລັດ ແຕ່ງຕັ້ງຄະນະ ຫັນເປັນດີຈິຕອນລະດັບຊາດ ໂດຍ ແມ່ນທ່ານນາຍົກລັດຖະມົນຕີ ເປັນ ປະທານ ຊຶ່ງມາເຖິງປັດຈຸບັນ, ບັນດາ ກະຊວງ, ຂະແໜງ ານ ແລະ ບັນດາ ແຂວງ, ນະຄອນຫລວງ ກໍໄດ້ສ້າງ ຕັ້ງຄະນະຫັນເປັນດີຈິຕອນຂອງຕົນ ຂຶ້ນ ເພື່ອຊີ້ນຳ-ນຳພາການຫັນເປັນດີ ຈິຕອນ ໃຫ້ປະສົບຜົນສໍາເລັດ. ໃນປີ 2025 ນີ້, ກະຊວງເຕັກໂນ ໂລຊີ ແລະ ການສື່ສານ ຈະສືບຕໍ່ພັດທະ ນາພື້ນຖານໂຄງລ່າງ ດ້ານໂທລະຄົມ ແລະ ອິນເຕີເນັດ ໃຫ້ມີຄຸນນະພາບສູງ ໃນເຂດຕົວເມືອງ ແລະ ຂະຫຍາຍເຂົ້າ ໄປຫາເຂດຫ່າງໄກສອກຫລີກ, ປັບ ປຸງຄຸນນະພາບ ອິນເຕີເນັດໃຫ້ມີຄວາມ ໄວສູງ ໃນລາຄາທີ່ເໝາະສົມ, ປັບ ປຸງ ແລະ ພັດທະນາບັນດາຖານລະບົບ (1latGPrN) ບໍລິການ ແລະ ບໍລິຫານ ລັດດີຈິຕອນ, ເສດຖະກິດດີຈິຕອນ ແລະ ສັງຄົມດີຈິຕອນ ໃຫ້ສາມາດ ເຊື່ອມໂຍງຂໍ້ມູນທີ່ຈໍາເປັນ ໃຫ້ບໍລິການ ປະຊາຊົນໃຫ້ໄດ້ຢ່າງກວ້າງຂວາງ ຮັບປະກັນ ໃຫ້ມີຄວາມປອດໄພໄຊເບີ ໃນລະດັບສູງ ແລະ ພັດທະນາທັກສະ ດີຈິຕອນ ໃຫ້ແກ່ທົ່ວສັງຄົມ, ສ້າງແຮງ ງານດີຈິຕອນ ເພື່ອຮອງຮັບການຫັນ ເປັນດີຈິຕອນ ຂອງປະເທດເຮົາ. ບັນດາທ່ານທີ່ນັບຖື ແລະ ຮັກແພງĴ ໃນໂອກາດສະເຫລີມສະຫລອງ ວັນດີຈິຕອນແຫ່ງຊາດ ທີ່ມີຄວາມ ໝາຍສຳຄັນນີ້, ຂ້າພະເຈົ້າຂໍຮຽກຮ້ອງ ມາຍັງບັນດາທ່ານ ຈົ່ງໄດ້ນຳໃຊ້ເຕັກ ໂນໂລຊີດີຈິຕອນ, ອິນເຕີເນັດ ແລະ ຂໍ້ມູນຂ່າວສານ ໃຫ້ມີຜົນປະໂຫຍດ ສູງສຸດໃນທຸກໆຂົງເຂດວຽກງານ ທັງພາກລັດ ແລະ ພາກເອກະຊົນ, ມີ ສະຕິລະວັງຕົວສູງ ໃນການນຳໃຊ້ສື່ ສັງຄົມອອນລາຍ ເພື່ອບໍ່ໃຫ້ຕົກເລ່ກົນ ຂອງພວກຄົນບໍ່ດີ, ເອົາໃຈໃສ່ຫັນເປັນ ທັນສະໄໝ ແລະ ນຳໃຊ້ເຕັກໂນໂລ ຊີ ດີຈິຕອນ ເພື່ອຈັດຕັ້ງຜັນຂະຫຍາຍ ມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ, ແຜນພັດທະນາເສດຖະກິດ-ສັງ ຄົມ ແຫ່ງຊາດ 5 ປີ ຄັ້ງທີ IX, ແຜນ ພັດທະນາເສດຖະກິດດີຈິຕອນແຫ່ງ ຊາດ 5 ປີ (2021-2025) ແລະ ປະ ຕິບັດສອງວາລະແຫ່ງຊາດ ໃນການ ແກ້ໄຂບັນຫາເສດຖະກິດ-ການເງິນ ແລະ ບັນຫາຢາເສບຕິດໃຫ້ປະສົບຜົນ ສຳເລັດຢ່າງສະຫງ່າງາມ. ນະໂອກາດອັນສະຫງ່າລາສີນີ້, ຂ້າພະເຈົ້າຂໍອວຍພອນໄຊອັນປະເສີດ ມາຍັງບັນດາທ່ານຜູ້ນໍາພັກ-ລັດ, ບັນ ດາທ່ານພະນັກງານ, ທະຫານ, ຕຳ ຫລວດ, ນັກຮຽນຮູ້ປັນຍາຊົນ ຕະ ຫລອດເຖິງບັນດາຜູ້ປະກອບການ ທຸລະກິດ ແລະ ປະຊາຊົນລາວບັນດາ ເຜົ່າ ຈົ່ງມີສຸຂະພາບແຂງແຮງ, ສຸມ ທຸກເຫື່ອແຮງ ແລະ ສະຕິປັນຍາເຂົ້າ ໃນການປະຕິບັດ 2 ໜ້າທີ່ຍຸດທະສາດ ປົກປັກຮັກສາ ແລະ ສ້າງສາພັດທະນາ ປະເທດຊາດ, ຊຸກຍູ້ສົ່ງເສີມການຫັນ ເປັນດີຈິຕອນ ຂອງປະເທດເຮົາ ໃຫ້ ກ້າວໜ້າ ແລະ ເປັນຂະບວນການທີ່ ໜັກແໜ້ນ ເພື່ອປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຕາມທິດສີຂຽວ, ຍືນຍົງ, ເຮັດໃຫ້ປະ ຊາຊົນເຮົາມີຄວາມຮັ່ງມີຜາສຸກ, ສັງ ຄົມມີຄວາມສາມັກຄີເປັນປຶກແຜ່ນ, ປະເທດຊາດມັ່ງຄັ່ງເຂັ້ມແຂງ ຈະເລີນ ຮຸ່ງເຮືອງຕະຫລອດໄປ. ຂປລ. ວັນທີ 7 ມັງ ອນ 2025 ຜ່ານມາ, ວັດຮົວຢານ ນະຄອນຊົງຊິງ ສປຈີນ ໄດ້ເປີດໂຮງທານເຂົ້າປຽກເຂົ້າ ໃນວັນສະຫລອງພະທຳ ຢູ່ວັດອິນແປງ ແລະ ໂຮງຮຽນຄົນພິການທາງການ ເບິ່ງເຫັນ ນະຄອນຫລວງວຽງຈັນ ສປປ ລ ວ. ການເປີດໂຮງທານເຂົ້າປຽກເຂົ້າ ໃນວັນສະຫລອງພະທຳ, ແມ່ນປະເພນີ ທີ່ໄດ້ປະຕິບັດກັນມາແຕ່ບູຮານ ເຊິ່ງມີ ຄວາມໝາຍຢ່າງຍິ່ງຕໍ່ວັດທະນະທຳ, ເຂົ້າປຽກພະທຳໜຶ່ງຖ້ວຍ ແມ່ນເຕັມໄປ ດ້ວຍຄວາມປາຖະໜາຂອງຄົນຕໍ່ຊີວິດ ອັນສົດໃສ ເຊິ່ງປະເພນີ້, ໄດ້ສືບທອດ ມາຈາກຄົນຮຸ່ນສູ່ຮຸ່ນ, ສ້າງຄວາມຊົງ ຈຳທາງວັດທະນະທຳ ໃຫ້ກາຍເປັນ ສາຍພົວພັນທາງວັດທະນະທຳທີ່ເຊື່ອມ ຈ ດອະດີດ ແລະ ປັດຈຸບັນ, ເຕົ້າໂຮມ ສາຍສຳພັນພາຍໃນສັງຄົມ, ປະເພນີ ນີ້ ຍັງຊ່ວຍສ້າງຄວາມອົບອຸ່ນ ແລະ ;a fIq ;1ko ot7vo-q '-y ' lts]v'rtme 16j ;a f y ocx' ລາວ-ຫວຽດນາມ ຄາດຄະເນໝົດປີ ສາມາດບັນລຸໄດ້ຕາມຄາດໝາຍ ທີ່ກຳ ນົດໄວ້ໃນກອງປະຊຸມຄັ້ງທີ 46 ໃນປີ 2024 ບັນລຸໄດ້ 2,2 ຕື້ໂດລາ, ເພີ່ມ ຂຶ້ນ 34% ເມື່ອທຽບໃສ່ປີ 2023. ດ້ານການລົງທຶນ ໃນປີ 2024, ລັດ ຖະບານລາວ ໄດ້ອະນຸຍາດໃຫ້ວິສາຫະ ກິດຫວຽດນາມ ເຂົ້າມາລົງທຶນ 12 ໂຄງການ ແລະ ສອງຝ່າຍກໍໄດ້ພະຍາ ຍາມ, ເປັນເຈົ້າການຮ່ວມກັນເພື່ອ ຊອກຫາກົນໄກ, ທາງອອກ ເພື່ອຊ່ວຍ ເຊິ່ງກັນ ແລະ ກັນ ໃນການຊຸກຍູ້ການ ຮ່ວມມື-ລົງທຶນ ຂອງສອງປະເທດ ໃຫ້ມີຄວາມສະດວກ, ຄ່ອງຕົວຫລາຍ ຂຶ້ນ. ອັນພົ້ນເດັ່ນ ແມ່ນການລົງທຶນ ໃນຂົງເຂດພະລັງງານລົມ ເປັນຕົ້ນ ພະລັງງານລົມເຈື່ອງເຊິນ, ໂຄງການ ພະລັງງານລົມສະຫວັນ 1 ໄດ້ຮັບການ ຊຸກຍູ້ຈັດຕັ້ງປະຕິບັດໄດ້ເປັນຢ່າງດີ. ພ້ອມນີ້, ການເຊື່ອມຈອດດ້ານຄົມມະ ນ ຄົມ ສອງຝ່າຍ ໄດ້ເອົາໃຈໃສ່ປະ ສານສົມທົບ ແລະ ຊຸກຍູ້ ກັບພາກສ່ວນ ກ່ຽວຂ້ອງຂອງສອງຝ່າຍ ຮ່ວມກັນ ພັດທະນາພື້ນຖານໂຄງລ່າງຕ່າງໆ ເພື່ອອໍານວຍຄວາມສະດວກໃຫ້ແກ່ ການ ໄປມາຫາສູ່ ແລະ ຂົນສົ່ງສິນຄ້າ ລະຫວ່າງ ສອງປະເທດ ກໍຄື ລະຫວ່າງ ບັນດາປະເທດໃນພາກພື້ນ ເຊັ່ນ: ໂຄງ ການທ່າທຽບເຮືອຫວຸງອາງ 1, 2 ແລະ 3; ໂຄງການເສັ້ນທາງລົດໄຟ ລາວ-ຫວຽດນາມ ແລະ ໂຄງການ ທາງດ່ວນ ວຽງຈັນ-ຮ່າໂນ້ຍ. ການ ຮ່ວມມືດ້ານວັດທະນະທໍາ-ສັງຄົມ ກໍ ໄດ້ຮັບການຂະຫຍາຍຕົວເຂົ້າສູ່ລວງ ເລິກ ອັນໄດ້ສ້າງເງື່ອນໄຂ ໃຫ້ບັນດາ ຊາວໜຸ່ມ ເຊິ່ງເປັນອະນາຄົດຂອງປະ ເທດຊາດ ລາວ-ຫວຽດນາມ ໄດ້ຮຽນ ຮູ້ ແລະ ເຂົ້າໃຈເຖິງມູນເຊື້ອຄວາມສາ ມັກຄີພິເສດ ລະຫວ່າງ ລາວ-ຫວຽດ ນາມ ອ້າຍນ້ອງ. ພ້ອມກັນນີ້, ສອງ ຝ່າຍຍັງໄດ້ຢືນຢັນຄືນ ໃນທົດສະວັດ ໃໝ່ທີ່ຈະມາເຖິງນີ້ ສອງຝ່າຍຈະເອົາ ໃຈໃສ່ຍົກສູງຄຸນນະພາບ ຂອງການ ເລືອກເຟັ້ນນັກສຶກສາລາວ ທີ່ຈະມາ ສຶກສາຕໍ່ຢູ່ ສສ ຫວຽດນາມ ໃຫ້ໄດ້ ຄຸນນະພາບໃໝ່. ໃນປີ 2025 ລັດຖະ ບານ ຫວຽດນາມ ໄດ້ສືບຕໍ່ຊ່ວຍທຶນ ກໍ່ສ້າງພະນັກງານ, ນັກຮຽນ, ນັກ ສຶກສາລາວ ໄປຮຽນຢູ່ ສສ ຫວຽດ ນາມ ແມ່ນ 1.160 ທຶນ. ສຳລັບ ການ ຮ່ວມມື ລະຫວ່າງ ບັນດາກະຊວງ, ຂະແໜງການ ແລະ ທ້ອງຖິ່ນ ນັບມື້ ນັບໃກ້ຊິດສະໜິດສະໜົມ ແລະ ມີປະ ສິດທິຜົນ. ຜົນສຳເລັດ ກອງປະຊຸມ ໃນຄັ້ງນີ້, ສອງນາຍົກລັດຖະມົນຕີ ລາວ ແລະ ຫວຽດນາມ ໄດ້ຮ່ວມເປັນສັກຂີພະ ຍານ ໃນການລົງນາມ ແລະ ມອບ-ຮັບ ເອກະສານຮ່ວມມືເຖິງ 4 ສະບັບ. ໃນ ນີ້, ມີບົດບັນທຶກກອງປະຊຸມ ຄັ້ງທີ 47, ຂໍ້ຕົກລົງແຜນກາ ຮ່ວມມື ລະ ຫວ່າງ ສອ ລັດຖະບານ ລາວ ແລະ ຫວຽດນາມ ປະຈຳປີ 2025, ແຜນ ການຮ່ວມມື ລະຫວ່າງ ກະຊວງສຶກ ສາທິການ-ກິລາ ລາວ ແລະ ກະຊວງ ສຶກສາ-ບໍາລຸງສ້າງຫວຽດນາມ ແລະ ອັນສຳຄັນ ໃນຄັ້ງນີ້, ມີການເຊັນສັນ ຍາວ່າດ້ວຍການຊື້-ຂາຍໄຟຟ້າ ແລະ ຖ່ານຫີນ ລະຫວ່າງສອງຝ່າຍ ຮ່ວມກັນ. ພ້ອມນີ້, ທັງສອງຝ່າຍຍັງເຊື່ອໝັ້ນ ວ່າ ຜົນສຳເລັດກອງປະຊຸມຄັ້ງນີ້, ລວມທັງບັນດາເອກະສານທັງໝົດ ທີ່ໄດ້ລົງນາມໃນໂອກາດນີ້ ຈະປະ ກອບສ່ວນສຳຄັນເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມ ທີ່ຢູ່ໃນລະດັບສູງ ຢູ່ແລ້ວນັ້ນ, ໃຫ້ໄດ້ຮັບການຍົກສູງຂຶ້ນ ສູ່ລະດັບສູງໃໝ່. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ເລິກເຊິ່ງທາງວັດທະນະທຳຂອງເທ ສະການແບບດັ້ງເດີມຜ່ານການທານ ເຂົ້າປຽກເຂົ້າ ອັນເປັນການສົ່ງຕໍ່ ຄວາມເມດຕາ ແລະ ຄວາມອົບອຸ່ນ ໃນໃຈມະນຸດ. ນອກຈາກການເປີດໂຮງທານເຂົ້າ ປຽກເຂົ້າຢູ່ວັດອິນແປງແລ້ວ, ຍັງນຳ ເອົາເຂົ້າປຽກເຂົ້າ ແລະ ຂອງຂວັນ ໄປ ມອບໃຫ້ໂຮງຮຽນຄົນພິການທາງການ ເບິ່ງເຫັນ ນະຄອນຫລວງວຽງຈັນ, ສົ່ງ ຕໍ່ຄວາມຄວາມປາຖະນາດີ ແລະ ຄຳ ອວຍພອນໃຫ້ເດັນນ້ອຍຢູ່ທີ່ນັ້ນ. ກິດຈະກຳຄັ້ງນີ້, ບໍ່ພຽງແຕ່ສົ່ງເສີມ ຈິດວິນຍານແຫ່ງຄວາມເມດຕາ ແລະ ການຊ່ວຍເຫລືອຂອງພຸດທະສາສະ ໜາ, ຍັງເປັນການສົ່ງເສີມການແລກ ປ່ຽນທາງວັດທະນະທຳ ລະຫວ່າງ ປະເທດລາວ ແລະ ຈີນ, ເປັນການວາງ ຮ ກຖານທີ່ໝັ້ນຄົງດ້ານຄວາມຄິດ ຂອງປະຊາຊົນ ເພື່ອສຳພັນມິດທີ່ດີ ລະຫວ່າງສອງປະເທດ. ຕໍ່າ‹ໜ້າ

RkJQdWJsaXNoZXIy MTc3MTYxMQ==