6044

10/01/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K cs]j 'mj v'mj P;muj fb 'f6 f7;k,lq o.9 8h v'v5 fq ,lq ,[6 owxfh ;p-a [rtpkdvome,t-kf *ໃນປີ 2024 ຜ່ານມາ ຫລາຍ ທ້ອງຖິ່ນໄດ້ມີການເປີດປີທ່ອງ ທ່ຽວຢ່າງຟົດຟື້ນເຊິ່ງຫລາຍໆ ພາກສ່ວນທັງພາກລັດ-ເອກະຊົນ, ຜູ້ປະກອບການຕ່າງໆລ້ວນແຕ່ໄດ້ ກະກຽມຫລາຍປັດໄຈຕ້ອນຮັບປີ ທ່ອງທ່ຽວນັ້ນຢ່າງມີບັນຍາກາດ ເບີກບານມ່ວນຊື່ນດັ່ງທີ່ພວກເຮົາ ເຫັນເປັນໄລຍະໆຜ່ານມາ. ແນວໃດ ກໍ່ຕາມໜຶ່ງໃນຫລາຍປັດໄຈທີ່ພວກ ເຮົາຄວນເອົາໃຈໃສ່ກໍ່ແມ່ນການ ປົກປັກຮັກສາສິ່ງແວດລ້ອມໃນສະ ຖານທີ່ທ່ອງທ່ຽວຕ່າງໆໃຫ້ມີຄວາມ ອຸດົມສົມໄປດ້ວຍຊັບພະຍາກອນ ທຳມະຊາດ, ມີຄວາມສະອາດງາມ ຕາທີ່ໜ້າພັກຜ່ອນຂອງນັກທ່ອງ ທ່ຽວທັງຫລາຍ. ດັ່ງທີ່ພວກເຮົາຮູ້ນຳກັນແລ້ວ ວ່າ: ປະເທດລາວເຮົາ ກໍ່ແມ່ນອີກ ປະເທດໜຶ່ງທີ່ມີແຫລ່ງທ່ອງທ່ຽວ ໂດຍ: ຢ່າຕົ່ງ ຫລາກຫລາຍແຕ່ເໜືອຮອດໃຕ້ ບໍ່ວ່າທາງດ້ານປະຫວັດສາດ, ວັດ ທະນະທຳ ແລະ ທຳມະຊາດເຊິ່ງ ລ້ວນແລ້ວແຕ່ໄດ້ຮັບຄວາມນິຍົມ ທ່ຽວຊົມຈາກນັກທ່ອງທ່ຽວພາຍ ໃນແລະຕ່າງປະເທດຢ່າງໜາແໜ້ນ ໃນແຕ່ລະປີ. ແນວໃດກໍ່ດີ ເພື່ອເຮັດ ໃຫ້ສາມາດດຶງດູດຄວາມສົນໃຈ ຂອງນັກທ່ອງທ່ຽວຕ່າງຊາດເຂົ້າ ມາທ່ຽວໃນປີ 2025 ນີ້ ໃຫ້ຫລາຍ ຂຶ້ນທັງເຮັດໃຫ້ການທ່ອງທ່ຽວມີ ຄວາມຍືນຍົງຕະຫລອດໄປພວກ ເຮົາຕ້ອງໄດ້ເປັນເຈົ້າການຮັກສາ ລະບົບນິເວດວິທະຍາທີ່ສຳຄັນ, ຊ່ວຍອະນຸລັກມໍລະດົກທຳມະຊາດ ແລະ ຊີວະນາໆພັນໃຫ້ມີຄວາມສົມ ບູນທີ່ສວຍງາມອັນຈະເປັນການ ປະກອບສ່ວນພັດທະນາທາງເສດ ຖະກິດໃຫ້ມີຄວາມຍືນຍົງ, ຍາວ ນານ, ໃຫ້ຜົນປະໂຫຍດດ້ານເສດ ຖະກິດ-ສັງຄົມແກ່ທຸກພາກສ່ວນ ລວມທັງການຈ້າງງານທີ່ໝັ້ນຄົງ, ປະກອບສ່ວນເຂົ້າໃນການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເຂດດັ່ງກ່າວ. ການພັດທະນາການ ທ່ອງທ່ຽວແບບຍືນຍົງຮຽກຮ້ອງ ໃຫ້ທຸກໆພາກສ່ວນທີ່ກ່ຽວຂ້ອງ ມີສ່ວນຮ່ວມ ເພື່ອຮັບປະກັນການມີ ສ່ວນຮ່ວມ ແລະ ສ້າງຄວາມເຫັນ ດີເຫັນພ້ອມຢ່າງກວ້າງຂວາງທັງມີ ການຕິດຕາມກວດກາຜົນກະທົບ ຢ່າງຕໍ່ເນື່ອງ, ນຳສະເໜີມາດຕະ ການປ້ອງກັນ ແລະ ການແກ້ໄຂທີ່ ຈຳເປັນທຸກຄັ້ງ. ຊັບພະຍາກອນທຳມະຊາດ ບໍ່ ວ່າຈະເປັນປ່າສະຫງວນ, ສັດປ່າ, ພັນພືດ, ແມ່ນ້ຳ, ນ້ຳຕົກຕາດ, ພູຜາ ປ່າໄມ້ຕ່າງໆລ້ວນແລ້ວແຕ່ແມ່ນ ຈຸດຂາຍຫລັກໃນການດຶງດູດນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດ. ຊັບພະຍາກອນທຳມະຊາດ ທີ່ອຸດົມສົມບູນ ແລະ ສະພາບແວດ ລ້ອມທີ່ສະອາດສວຍສົດງົດງາມ ແມ່ນເປັນສິ່ງສຳຄັນ ແລະ ຈຳເປັນ ໃນການສ້າງຄວາມສົນໃຈໃຫ້ແກ່ ນັກທ່ອງທ່ຽວມາສຳຜັດການທ່ອງ ທ່ຽວທາງທຳມະຊາດ. ສະນັ້ນ, ການອະນຸລັກຊັບພະຍາກອນທຳ ມະຊາດ ແລະ ຮັກສາສະພາບແວດ ລ້ອມມີຄວາມສົມບູນຂຽວງາມ ຕະຫລອດປີຈະສົ່ງຜົນດີໃຫ້ແກ່ ການທ່ອງທ່ຽວໃຫ້ມີຄວາມຍືນຍົງ ຕະຫລອດໄປ. dkodegou f c]t 0tspkp8q ;0v'dv'ma [xt-k-q o]k; *ພາຍຫລັງກອງປະທັບປະຊາ ຊົນລາວໄດ້ຮັບການສ້າງຕັ້ງໃນວັນ ທີ 20 ມັງກອນ 1949 ຊຶ່ງເປັນໄລ ຍະແຫ່ງການຕໍ່ສູ້ຕ້ານການຮຸກຮານ ຂອງພວກລ່າເມືອງຂຶ້ນແບບເກົ່າ; ກອງທັບເຮົາໄດ້ເປັນກອງນຳໜ້າ ໃນການໂຄສະນາປະກອບອາວຸດ, ເຮັດໜ້າທີ່ສູ້ຮົບຕີສັດຕູ, ທັງປຸກ ລະດົມຂົນຂວາຍໂຄສະນາ, ສ້າງ ຮາກຖານການເມືອງປະຕິວັດ. ໃນ ລະດູແລ້ງປີ1952-1953, ກຳລັງ ປະກອບອາວຸດເຮົາ ພ້ອມກັບກຳລັງ ອາສາສະໝັກຫວຽດນາມ ໄດ້ເປີດ ບັ້ນຮົບປົດປ່ອຍຊຳເໜືອ ແລະ ເຄິ່ງ ໜຶ່ງຂອງແຂວງຊຽງຂວາງ. ໃນໄລ ຍະປີ 1953-1954, ເພື່ອສົມທົບ ກັບສະໜາມຮົບດຽນບຽນຟູ, ກອງ ທັບເຮົາພ້ອມກັບກອງທະຫານອາ ສາສະໝັກຫວຽດນາມກໍ່ໄດ້ເປີດບັ້ນ ຮົບຫລາຍແຫ່ງຢູ່ພາກໃຕ້, ພາກ ກາງ ແລະ ພາກເໜືອ; ປົດປ່ອຍເຄິ່ງ ໜຶ່ງຂອງປະເທດ ແລະ ປົດປ່ອຍ ປະຊາຊົນໄດ້ສ່ວນຫລາຍ. ກອງທັບ ເຮົາໄດ້ສືບຕໍ່ເຕີບໃຫຍ່ຂະຫຍາຍ ຕົວຢ່າງໄວວາ, 3 ປະເພດກຳລັງ ກໍ່ໄດ້ກາຍເປັນຮູບຮ່າງຂຶ້ນ ຄື: ກຳ ລັງຫລວງ, ກຳລັງທ້ອງຖິ່ນ ແລະ ກຳລັງກອງຫລອນໄດ້ຮັບການ ບົດສະເໜີ ສ້າງຕັ້ງຂຶ້ນຢ່າງຕໍ່ເນື່ອງ. ຕົກມາໃນສະໄໝຕໍ່ສູ້ປົດປ່ອຍ ຊາດຕ້ານຈັກກະພັດລ່າເມືອງຂຶ້ນ ແບບໃໝ່ແລະ ພວກລູກແຫລ້ງຕີນມື ໃນໄລຍະແຕ່ປີ 1954-1975 ແມ່ນ ໄລຍະທົດສອບທີ່ດຸເດືອດທີ່ສຸດ, ສັບສົນຮ້ອຍແປດພັນປະການ, ແຕ່ ກອງທັບທີ່ໜຸ່ມນ້ອຍຂອງພວກເຮົາ ຊ້ຳພັດເຕັມໄປດ້ວຍຄວາມພິລະ ອາດຫານ, ຕໍ່ສູ້ເດັດດ່ຽວ ແລະ ຍາດເອົາໄຊຊະນະນີ້ໄປສູ່ໄຊຊະນະ ໃໝ່ຍິ່ງໃຫຍ່ຂຶ້ນໄປເລື້ອຍໆ ເປັນຕົ້ນ ແມ່ນໄດ້ຕໍ່ສູ້ປົກປັກຮັກສາສອງແຂວງ ເຕົ້າໂຮມ (ຫົວພັນ ແລະ ຜົ້ງສາລີ) ຢ່າງມີໄຊ. ພ້ອມກັນນັ້ນ, ກໍ່ໄດ້ປັບ ປຸງກໍ່ສ້າງກຳລັງຢ່າງຮອບດ້ານ ເຊັ່ນ: ການເມືອງ, ວັດທະນະທຳ, ວິຊາສະເພາະ ແລະ ສຸຂະພາບ. ໄຊ ຊະນະສອງແຂວງເຕົ້າໂຮມບວກ ກັບການຕໍ່ສູ້ການເມືອງຂອງປະຊາ ຊົນໃນທົ່ວປະເທດບັງຄັບໃຫ້ສັດຕູ ຕ້ອງຍອມເຊັນສັນຍາວຽງຈັນ ປີ 1957 ແລະ ປະຕິບັດການລວມ ລາວ ຄັ້ງທີ1 ເພື່ອສະແດງເຈດຕະ ນາຂອງຝ່າຍປະຕິວັດ ແລະ ເພື່ອ ຜົນປະໂຫຍດອັນສູງສົ່ງຂອງປະ ເທດລາວ, ພັກໄດ້ຕົກລົງໃຫ້ 2 ກອງ ພັນ ຄື: ກອງພັນທີ 1 ຕັ້ງຢູ່ຊຽງເງິນ ແຂວງຫລວງພະບາງ ແລະ ກອງ ພັນທີ 2 ຕັ້ງຢູ່ທົ່ງໄຫຫີນ ແຂວງ ຊຽງຂວາງ ເຂົ້າລວມກັບຝ່າຍຣາ ຊະອານາຈັກທີ່ປະກອບມີ 1.500 ຄົນ. ນອກນັ້ນ, ລົງໄປທ້ອງຖິ່ນເພື່ອ ສືບຕໍ່ຂົນຂວາຍປະຊາຊົນກໍ່ສ້າງ ຮາກຖານ ແລະ ຕໍ່ສູ້ກັບສັດຕູທາງ ດ້ານກົດໝາຍ. ໃນໄລຍະລວມລາວຄັ້ງນີ້, ພວກ ປະຕິການຂວາຈັດນິຍົມອາເມລິກາ ໄດ້ລົງມືປາບປາມການເຄື່ອນໄຫວ ຂອງຜູ້ຮັກຊາດ ແລະ ພະນັກງານ ການປະຕິວັດທີ່ກັບຄືນທ້ອງຖິ່ນ ຢ່າງໂຫດຮ້າຍປ່າເຖື່ອນ. ຮ້າຍແຮງ ກວ່ານັ້ນພວກມັນໄດ້ໃຊ້ທະຫານ10 ກວ່າກອງພັນປິດລ້ອມຫວັງດັບສູນ 2 ກອງພັນຝ່າຍປະເທດລາວ ແລະ ຈັບບັນດາຜູ້ນຳຂອງແນວລາວຮັກ ຊາດເຂົ້າຄຸກທີ່ໂພນເຄັງ ເພື່ອປະຕິ ບັດຕາມແຜນການຫັນທິດຕໍ່ສູ້ຂອງ ສູນກາງ; ເວລາ 19 ໂມງຂອງວັນທີ 18 ພຶດສະພາ 1959, ກອງພັນທີ 2 ໄດ້ຜ່າວົງປິດລ້ອມຂອງສັດຕູ ໄປສູ່ເຂດທີ່ໝັ້ນດ້ວຍຄວາມປອດ ໄພ. ຕໍ່ຈາກນັ້ນ ກອງພັນທີ 1 ກໍ່ໄດ້ ເລັດລອດອອກມາຫາເຂດທີ່ໝັ້ນ ປອດໄພເຊັ່ນດຽວກັນ. ພັກເຮົາໄດ້ ຖືເອົາ 2 ກອງພັນດັ່ງກ່າວເພື່ອເປັນ ກຳລັງຫລັກແຫລ່ງ, ຂະຫຍາຍກຳ ລັງປະກອບອາວຸດເປັນຫລາຍກອງ ພັນໃນທົ່ວປະເທດສົມທົບກັບປະ ຊາຊົນສືບຕໍ່ບຸກໂຈມຕີສັດຕູຢູ່ທຸກ ແຫ່ງຫົນ. ຄືນວັນທີ 23-24 ພຶດສະພາ 1960, ຜູ້ນຳຂອງຝ່າຍແນວລາວ ຮັກຊາດ ກໍ່ໄດ້ໂຕນອອກຈາກຄຸກ ໂພນເຄັງກັບຄືນສູ່ເຂດທີ່ໝັ້ນດ້ວຍ ຄວາມປອດໄພ, ໂດຍມີສາລະວັດ ທີ່ຍາມຄຸກ ແລະ ການກະກຽມ ຂອງກອງທັບປະຕິວັດສົມທົບພາ ໂຕນອອກ ໂດຍພາຍໃຕ້ການຊີ້ນຳ ຂອງຂັ້ນເທິງ. ວັນທີ 9 ສິງຫາ 1960, ຍ້ອນມີຜົນສະທ້ອນຈາກອິດ ທິພົນຂອງການປະຕິວັດ, ໄດ້ເກີດມີ ການລັດຖະປະຫານຂອງກອງແລ ຢູ່ວຽງຈັນ. ປະຕິບັດຕາມຄຳສັ່ງ ຂອງພັກ, ກອງທັບເຮົາໄດ້ສຳພັນ ກັບກຳລັງລັດຖະປະຫານຮັກສາ ຕົວເມືອງວຽງຈັນ ໃນໄລຍະໜຶ່ງ. ຕໍ່ມາໃນວັນທີ 21 ກຸມພາ 1962 ໄດ້ປົດປ່ອຍທົ່ງໄຫຫີນ ຊຽງຂວາງ. ໄລຍະນີ້ອີງໃສ່ທ່າຖືກກົດໝາຍ ຂອງການປະຕິວັດ, ກອງທັບເຮົາ ໄດ້ຮັບການຊ່ວຍເຫລືອດ້ານອາ ວຸດທີ່ທັນສະໄໝຈາກບັນດາປະເທດ ສັງຄົມນິຍົມຈຳນວນໜຶ່ງ. ເລີ່ມແຕ່ນັ້ນມາ, ດ້ວຍບັນຍາ ກາດຟົດຟື້ນປະຕິວັດຢູ່ໃນທ່າແຮງ ໃໝ່, ກອງທັບເຮົາສາມາດປົດປ່ອຍ ດິນແດນໄດ້ 2 ສ່ວນ 3 ແລະ ພົນລະ ເມືອງ 1 ສ່ວນ 3 ຂອງປະເທດ. ກຳ ລັງປະຕິວັດໄດ້ເຕີບໃຫຍ່ຂະຫຍາຍ ຕົວຢ່າງກະໂດດຂັ້ນ, ຈາກ 2 ກອງ ພັນ ກ້າວຂຶ້ນເປັນຫລາຍສິບກອງ ພັນ, ພິເສດໃນລະດູແລ້ງ ປີ 1961- 1962 ກອງທັບເຮົາໄດ້ບຸກໂຈມ ຕີສັດຕູຢູ່ສາລາພູຄູນ, ທາງເລກ 8,9,12; ບັ້ນຮົບປົດປ່ອຍຫລວງນ້ຳ ທາ (1962) ດັບສູນສັດຕູເກືອບ ສອງພັນຄົນ, ບັງຄັບໃຫ້ພວກມັນ ຕ້ອງຍອມເຊັນສັນຍາເຊີແນວປີ 1962 ກ່ຽວກັບລາວ ແລະ ປະຕິບັດ ການລວມລາວຄັ້ງທີ 2.

RkJQdWJsaXNoZXIy MTc3MTYxMQ==