ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 10.01.2025 ປີທີ 24 ສະບັບທີ 6.100 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັຸີີັີັຸີີັີັຸີີັີັຸີີັີັຸີີັີັຸີີັີັຸີີັີ -q ,g-u p;a olh k'8A ' ra dxt-k-q o xt8y ;a f]k; 7q [Iv[ 70 xu 1j k'l5 f.9K 7totde,tdkoIj ;,,n mt;y rk7u lv']a f4t[ko ]k;{s;Pfok, 9a fdv'xt-5 , 7A 'mu 47 [q f7egsa o0v']a f4t,q o8u dt-;'g8a d3o3]-u c]t dkolnj lko 3vdkf;a ofu 9y 8vocsj '-kf xtg,u ozq ocdh w0dkol= h 3d' mk'3m]t7q , 16j g0fglf4tdy fry glf zq oleg]a fdv'xt-5 , 7A 'mu 47 7totde,tdko Ij ;,,n mt;y rk7u lv']a f4t[ko ]k;{s;Pfok, Iv'okpq d]a f4t,q o8u rq [xt1h P,1k, xt-k-q o d5j ,[h kovk3o g,n v's]k 7totoevq 'dkowvptdkoxt-k-q o ;k'dt8j kfvdw,h 8+ |h kI6 [xA o xtmko wdlvo rq ,;y sko lt4k[a o7Q o7h ;koy 8y deltrkcsj '-kf lts]5 [;Pd'kodkog7nj vows; xu 2024 ຂປລ. ກອງປະຊຸມ ຄັ້ງທີ 47 ຂອງ ຄະນະກຳມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານແຫ່ງສປປລາວ ແລະລັດຖະບານແຫ່ງສສຫວຽດນາມ ປະຈຳປີ 2025 ໄດ້ຈັດຂຶ້ນ ໃນວັນທີ 9 ມັງກອນ 2025 ຢູ່ນະຄອນຫລວງ ວຽງຈັນ ໃຫ້ກຽດເຂົ້າຮ່ວມຊີ້ນຳກອງ ປະຊຸມ ໂດຍ ທ່ານ ສອນໄຊ ສີພັນດອນ ຂປລ. ວັນທີ 9 ມັງກອນ 2025 ນີ້, ຄະນະນໍາ ອົງການໄອຍະການປະຊາ ຊົນ ໄດ້ເຂົ້າວາງກະຕ່າດອກໄມ້ ຢູ່ຕໍ່ ໜ້າຮູບປັ້ນອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ໃນໂອກາດສະ ເຫລີມສະຫລອງວັນສ້າງຕັ້ງ ອົງການ ໄອຍະການປະຊາຊົນ ຄົບຮອບ 35 ປີ (9 1 1990-9 1 2025) ນຳ ຂປລ. ໃນວັນທີ 8 ມັງກອນ 2025 ນີ້, ຄະນະກຳມະການຮ່ວມມື ລາວຫວຽດນາມ, ຫວຽດນາມ-ລາວ ຈັດ ກອງປະຊຸມ ລະດັບເຈົ້າໜ້າທີ່ອາວຸໂສ (S0M) ເພື່ອທົບທວນ ແລະ ຕີລາຄາ ຄືນ ສະພາບການຈັດຕັ້ງຜັນຂະຫຍາຍ ຂປລ. ໃນວັນທີ 8 ມັງກອນ 2025 ນີ້, ທ່ານ ພົນເອກ ຈັນສະໝອນ ຈັນຍາ ລາດ ຮອງນາຍົກລັດຖະມົນຕີ ພ້ອມ ຄະນະໄດ້ເຄື່ອນໄຫວພົບປະຢ້ຽມຢາມ ປະຊາຊົນ ກຸ່ມບ້ານອາໂນ ເມືອງ ຫລາ ແຂວງອຸດົມໄຊ, ມີ ທ່ານ ອ່ອນ ແກ້ວ ອຸ່ນອາລົມ ຮອງເຈົ້້າແຂວງ 7totde,tdkoIj ;,,n ]k;{s;Pfok, s;Pfok,{]k; mq [m;o7n odkoIj ;,,n lv'/j kp ຂປລ. ກອງປະຊຸມສະຫລຸບວຽກ ງານການເຄື່ອນໄຫວປະຈໍາປີ 2024 ແລະ ວາງທິດທາງແຜນການປີ 2025 ຂອງສະຖາບັນຄົ້ນຄ້ວານິຕິກໍາສະພາ ແຫ່ງຊາດ (ສນສ) ຈັດຂຶ້ນໃນວັນທີ 8 ມັງກອນ 2024 ພາຍໃຕ້ການເປັນ ທານຂອງ ທ່ານ ສິນທະລາ ຫລ້າສຸກ ສະໄໝ ຫົວໜ້າສະຖາບັນຄົ້ນຄ້ວານິຕິ ກຳ, ມີທ່ານ ຈະເລີນ ເຍຍປາວເຮີ ຮອງ ປະທານສະພາແຫ່ງຊາດ, ມີຜູ້ຕາງໜ້າ ຄະນະນຳກໍາມາທິການ, ຄະນະເລຂາ ທິການສະພາແຫ່ງຊາດ ພ້ອມດ້ວຍ ຄະນະກົມ, ສູນ, ຫ້ອງການພາຍໃນ ສພຊ ເຂົ້າຮ່ວມແບບເຊິ່ງໜ້າ, ມີຄະ ນະເລຂາທິການສະພາປະຊາຊົນຂັ້ນ ແຂວງ ແລະ ພະນັກງານທີ່ເປັນເສນາທິ ການ ເຂົ້າຮ່ວມທາງລະບົບອອນລາຍ. ກອງປະຊຸມ, ໄດ້ຮັບຟັງບົດສະຫລຸບ ຮຽນ: ບັນດາທ່ານຜູ້ນຳພັກ-ລັດ ທີ່ເຄົາລົບ ແລະ ນັບຖືຢ່າງສູງ - ບັນດາທ່ານພະນັກງານ, ທະ ຫານ, ຕໍາຫລວດ ແລະ ປະຊາຊົນລາວ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະ ມົນຕີ ແຫ່ງ ສສ ຫວຽດນາມ, ມີການ ການເຄື່ອນໄຫວວຽກງານປະຈໍາປີ 2024 ແລະ ວາງທິດທາງແຜນການປີ 2025 ຂອງສະຖາບັນຄົ້ນຄ້ວານິຕິກຳ ແລະ ເຜີຍແຜ່ແຜນດໍາເນີນງານການ ຍົກສູງຂີດຄວາມສາມາດ ໃຫ້ແກ່ສະ ມາຊິກສະພາແຫ່ງຊາດ, ສະມາຊິກສະ ພາປະຊາຊົນຂັ້ນແຂວງ ແລະ ພະນັກ ງານທີ່ເປັນເສນາທິການ ໄລຍະທ້າຍ ສະໄໝຂອງ ສພຊ ຊຸດທີ IX ແລະ ຄາດ ຄະເນແຜນການຍົກສູງຂີດຄວາມ ສາມາດ ຮອດ 6 ເດືອນຕົ້ນປີ 2026. ຈາກນັ້ນ, ຜູ້ເຂົ້າຮ່ວມໄດ້ແລກປ່ຽນ ບົດຮຽນ, ປະກອບຄໍາເຫັນຢ່າງສ້າງ ສັນ ແລະ ກົງໄປກົງມາ ເພື່ອເຮັດໃຫ້ ກອງປະຊຸມບັນລຸຜົນສຳເລັດຕາມ ແຜນການທີ່ວາງໄວ້. ໂອກາດນີ້, ທ່ານ ຈະເລີນ ເຍຍປາວເຮີ ອຸດົມໄຊ, ການນຳຂັ້ນສູນກາງ, ຂັ້ນ ແຂວງ ແລະ ເມືອງ ເຂົ້າຮ່ວມ ໂດຍມີ ທ່ານ ສົມພາວັນ ສຸດຈະລິດ ວ່າການ ເຈົ້້າເມືອງໆຫລາ, ພ້ອມດ້ວຍການນຳ ເມືອງ, ຄະນະພັກກຸ່ມບ້ານອາໂນ ແລະ ປະຊາຊົນບັນດາເຜົ່າພາຍໃນກຸ່ມບ້ານ sh v';j kdkodt-;'xh v'da oxtgmf lts]5 [;Pd'koIv[fh ko xu 2024 ຂປລ. ຫ້ອງວ່າການກະຊວງປ້ອງ ກັນປະເທດ ສະຫລຸບວຽກງານຮອບ ດ້ານ ປະຈຳປີ 2024 ແລະ ທິດທາງ ແຜນການ ປີ 2025 ໃນວັນທີ 8 ມັງກອນ 2025 ໂດຍການເປັນປະ ທານຂອງ ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ກຳມະການຄະນະພັກກະຊວງ, ຫົວໜ້າ ຫ້ອງວ່າການກະຊວງປ້ອງກັນປະ ເທດ, ມີຄະນະພັກ-ຄະນະບັນຊາກົມ, ຫ້ອງການ, ບັນດາຫົວໜ່ວຍລັດວິສາ ຫະກິດ ແລະ ພະນັກງານ-ນັກຮົບຫ້ອງ ວ່າການກະຊວງ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ຫົວໜ້າກົມຄົ້ນຄ້ວາສັງລວມ ຫ້ອງວ່າການກະຊວງປ້ອງກັນປະເທດ ໄດ້ຍົກໃຫ້ເຫັນວຽກງານທີ່ພົ້ນເດັ່ນໃນ 1 ປີຜ່ານມາ ໂດຍໄດ້ສຶກສາອົບຮົມ ການເມືອງ-ແນວຄິດ ໃຫ້ພະນັກງານ ແລະ ນັກຮົບ ທົ່ວອົງການຫ້ອງວ່າ ການກະຊວງ ຮັບຮູ້ເຊື່ອມຊຶມຕໍ່ແນວ ທາງແຜນນະໂຍບາຍຂອງພັກ-ລັດ ໃຫ້ມີຄວາມໜັກແໜ້ນທາງ ດ້ານການ ເມືອງ, ຊຸກຍູ້ການຜັນຂະຫຍາຍເນື້ອ ໃນຈິດໃຈມະຕິກອງປະຊຸມໃຫຍ່ຄັ້ງ ທີ XI ຂອງພັກ, ມະຕິຄັ້ງທີ V ຂອງ ຄະນະພັກກະຊວງປ້ອງກັນປະເທດ ກໍຄື ມະຕິຄັ້ງທີ V ຂອງຄະນະພັກອົງການ ຫ້ອງວ່າການກະຊວງ ປິ່ນອ້ອມ 4 ໜ້າ ທີ່ໃຫຍ່ 26 ແຜນງານ; ໄດ້ເອົາໃຈໃສ່ ນໍາພາ-ຊີ້ນໍາ ບັນດາໜ່ວຍງານວິຊາ ສະເພາະໃນການຄົ້ນຄ້ວາບັນດາມະຕິ ຂອງກົມການເມືອງສູນກາງພັກ, ຄະ ນະເລຂາທິການສູນກາງພັກ, ມະຕິ- ຄໍາສັ່ງ ຂອງຄະນະປ້ອງກັນຊາດຂປລ. ກອງປະຊຸມ ຄັ້ງທີ 47 ຂອງ ຄະນະກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານແຫ່ງສປປລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດ ນາມ ປະຈໍາປີ 2025 ໄດ້ສຳເລັດລົງ ຢ່າງຈົບງາມ ໃນວັນທີ 9 ມັງກອນ 2025 ໂດຍການເຂົ້າຮ່ວມຊີ້ນຳກອງ ປະຊຸມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດ ຖະມົນຕີ ແຫ່ງ ສສ ຫວຽດນາມ ໂດຍ ມີການນຳພັກ, ລັດ, ບັນດາລັດຖະມົນ ຕີ, ຮອງລັດຖະມົນຕີ ຈາກກະຊວງ, ຂະແໜງການທີ່ກ່ຽວຂ້ອງຂອງທັງ ສອງປະເທດເຂົ້າຮ່ວມ. ໂດຍ ສະຫາຍ ໄຊຊະນະ ໂຄດພູທອນ ກໍາມະການສູນກາງພັກ, ເລຂາຄະນະ ບໍລິຫານງານພັກ, ຫົວໜ້າອົງການ ບັນດາເຜົ່າ ທີ່ນັບຖື ແລະ ຮັກແພງ. ມື້ນີ້ ວັນທີ 10 ມັງກອນ ເປັນຕົວ ເລກ 10.01 ເຊິ່ງແມ່ນສັນຍະລັກ ເລກ ລະຫັດຂໍ້ມູນດີຈິຕອນ. ສະນັ້ນ, ລັດຖະ ບານ ຈຶ່ງໄດ້ຮັບຮອງເປັນວັນດີຈິຕອນ ແຫ່ງຊາດ ຕາມດຳລັດຂອງນາຍົກ ລັດຖະມົນຕີ ສະບັບເລກທີ 301 ລບ, ລົງວັນທີ 31 ຕຸລາ 2023 ແລະ ໄດ້ ປະກາດຢ່າງເປັນທາງການ ໃນງານ ສັບປະດາດີຈິຕອນ ປີ 2024 ເພື່ອຊຸກຍູ້ ສົ່ງເສີມການຫັນເປັນດີຈິຕອນ ຕາມ ແນວທາງ ຂອງພັກ-ລັດ. ໃນປີ 2025 ນີ້, ພວກເຮົາສະເຫລີມສະຫລອງວັນ ຄໍາເຫັນຊີ້ນໍາຂອງສອງກົມການເມືອງ ສູນກາງພັກ ກໍຄື ຂໍ້ຕົກລົງຂອງສອງ ຂປລ. ກອງປະຊຸມປະເມີນຜົນ ແກ້ໄຂການສໍ້ໂກງທາງໂທລະຄົມ (Cal lCenter) ຈັດຂຶ້ນໃນວັນທີ 7 ມັງກອນ 2025 ຜ່ານມາ ຢູ່ເຂດ ເສດຖະກິດພິເສດ ສາມຫລ່ຽມຄໍາ ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໂດຍການ ເປັນປະທານຂອງ ທ່ານ ພົທ ຄໍາກິ່ງ ຜຸຍຫລ້າມະນີວົງ ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ຕໍາຫລວດ ກະຊວງ ປກສ, ມີທ່ານ ສະຖາບັນດິດ ອິນສີ ຊຽງໃໝ່ ຮອງລັດຖະມົນຕີກະຊວງ ແຜນການ ແລະ ການລົງທຶນ, ຫົວໜ້າ ຄະນະຊີ້ນໍາອົງການຄຸ້ມຄອງ-ບໍລິຫານ ເຂດເສດຖະກິດພິເສດສາມຫລ່ຽມຄໍາ, ທ່ານ ພົຕ ສາຍໃຈ ກົມມະສິດ ຮອງ ເຈົ້າແຂວງບໍ່ແກ້ວ, ຜູ້ຊີ້ນໍາວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ, ທ່ານ ກ່າວຫລົງ ຮອງປະທານ ສະພາບໍລິຫານ ເຂດເສດຖະກິດພິເສດ ສາມຫລ່ຽມຄໍາ ແລະ ພາກສ່ວນກ່ຽວ ຂ້ອງເຂົ້າຮ່ວມ. ໃນກອງປະຊຸມ, ທ່ານ ພົຈວ ວັນ ທອນ ສຸລິສັກ ຮອງຫົວໜ້າກົມໃຫຍ່ຕໍາ ຫລວດ ກະຊວງ ປກສ ໄດ້ລາຍງານ ການປະເມີນຜົນການແກ້ໄຂການ ເຄື່ອນໄຫວສໍ້ໂກງທາງໂທລະຄົມຢູ່ເຂດ ເສດຖະກິດພິເສດ ສາມຫລ່ຽມຄໍາ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 10/01/2025 xtgmf]k; ຄະນະກຳມະການຮ່ວມມື... ນຳພັກ, ລັດ, ບັນດາລັດຖະມົນຕີ, ຮອງ ລັດຖະມົນຕີ ຈາກກະຊວງ, ຂະແໜງ ການກ່ຽວຂ້ອງ ຂອງທັງສອງປະເທດ ເຂົ້າຮ່ວມ ແລະ ຕີລາຄາຜົນຂອງການ ຈັດຕັ້ງປະຕິບັດ ຂໍ້ຕົກລົງຂອງການ ນໍາຂັ້ນສູງ ກໍຄື ແຜນການຮ່ວມມື ລະຫວ່າງສອງລັດຖະບານ ປະຈຳປີ 2024 ແລະ ພ້ອມກັນປຶກສາຫາລື ວາງທິດທາງການແຜນການຮ່ວມມື ໃນປີ 2025. ໂອກາດດັ່ງກ່າວ, ນາຍົກລັດຖະ ມົນຕີ ຂອງສອງປະເທດ ໄດ້ຕີລາຄາ ສູງ ຕໍ່ບັນດາຜົນສຳເລັດ ຂອງການ ຈັດຕັ້ງປະຕິບັດຂໍ້ຕົກລົງແຜນການ ຮ່ວມມື ປະຈໍາປີ 2024 ກໍຄື ທິດທາງ ແຜນການຮ່ວມມື ປະຈໍາປີ 2025. ໃນນັ້ນ, ການຮ່ວມມືດ້ານການເມືອງການຕ່າງປະເທດ, ປ້ອງກັນຊາດປ້ອງກັນຄວາມສະຫງົບ ສືບຕໍ່ມີສະ ຖຽນລະພາບ, ສ້າງຄວາມໄວ້ເນື້ອ ເຊື່ອໃຈ ເຊິ່ງກັນ ແລະ ກັນ ນັບມື້ນັບ ຫລາຍຂຶ້ນ, ມູນຄ່າການຄ້າຂອງສອງ ປະເທດ ບັນລຸໄດ້ຫລາຍກວ່າ 2 ຕື້ໂດ ລາສະຫະລັດ, ເພີ່ມຂຶ້ນປະມານ 34% ທຽບໃສ່ປີ 2023, ລື່ນຄາດໝາຍທີ່ ສອງຝ່າຍ ໄດ້ກຳນົດໄວ້, ການລົງທຶນ ຂອງຫວຽດນາມ ຢູ່ລາວ ບັນລຸໄດ້ ໝາກຜົນຢ່າງຕັ້ງໜ້າ, ໂຄງການ ຂະໜາດໃຫຍ່ຈໍານວນໜຶ່ງໃນຂົງເຂດ ພະລັງງານ ເປັນຕົ້ນ ໂຄງການໄຟຟ້າ ພະລັງງານລົມ ເຈື່ອງເຊີນ, ໂຄງການ ພະລັງງານລົມສະຫວັນ 1 ໄດ້ຮັບການ ຊຸກຍູ້ຈັດຕັ້ງຜັນຂະຫຍາຍເປັນຢ່າງດີ, ເຮັດໃຫ້ມູນຄ່າທຶນຈົດທະບຽນການ ລົງທຶນ ຂອງວິສາຫະກິດຫວຽດນາມ ເຂົ້າມາລາວ ໃນປີ 2024 ບັນລຸ 191,1 ລ້ານໂດລາສະຫະລັດ, ເພີ່ມ ຂຶ້ນ 61,1% ທຽບໃສ່ປີ 2023. ພ້ອມ ນີ້, ລັດຖະບານຫວຽດນາມ ໄດ້ສືບຕໍ່ ຊ່ວຍທຶນກໍ່ສ້າງພະນັກງານ ແລະ ນັກ ຮຽນ, ນັກສຶກສາລາວ ໄປຮຽນຢູ່ ຫວຽດນາມ, ສະເພາະປີ 2025 ນີ້ ແມ່ນ 1.160 ທຶນ. ຜົນສຳເລັດ ຂອງກອງປະຊຸມໃນ ຄັ້ງນີ້, ເປັນການປະກອບສ່ວນສຳຄັນ ໃນການເພີ່ມພູນຄູນສ້າງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາ ມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ ແລະ ຫວຽດນາມ ໃຫ້ຂະຫຍາຍຕົວຢ່າງ ບໍ່ຢຸດຢັ້ງ. ໃນໂອກາດດຽວກັນ, ສອງນາຍົກ ລັດຖະມົນຕີ ລາວ ແລະ ຫວຽດນາມ ຍັງໄດ້ເປັນສັກຂີພິຍານ ໃນການລົງ ນາມບົດບັນທຶກກອງປະຊຸມ ຄັ້ງທີ 47, ຂໍ້ຕົກລົງວ່າດ້ວຍແຜນການຮ່ວມມື ປະຈຳປີ 2025 ຂອງສອງຄະນະກໍາ ມະການຮ່ວມມື ລາວ-ຫວຽດນາມ ແລະ ບັນດາເອກະສານຮ່ວມມື ລະ ຫວ່າງສອງຝ່າຍ ອີກຈໍານວນໜຶ່ງ. ພາບ: ອ່າຍຄຳ ໄດ້ມີຄໍາເຫັນໂດຍເນັ້ນການຈັດຕັ້ງ ປະຕິບັດໜ້າທີ່ວຽກງານຂອງສະຖາ ບັນຄົ້ນຄ້ວານິຕິກໍາ ໂດຍໃຫ້ເອົາໃຈ ໃສ່ຄົ້ນຄ້ວາກໍາແໜ້ນແນວທາງຂອງ ພັກ, ຖືເອົາວຽກງານການເມືອງແນວ ຄິດເປັນກົກ ແລະ ສອດຫ້ອຍເຂົ້າໃນ ທຸກຂົງເຂດວຽກງານ ເພື່ອສືບຕໍ່ສຶກສາ ອົບຮົມພະນັກງານໃຫ້ມີຄຸນທາດການ ເມືອງໜັກແໜ້ນ, ມີຄຸນສົມບັດສິນທຳ ປະຕິວັດ, ເປັນແບບຢ່າງໃນການນຳ ພາທີ່ມີລັກສະນະນໍາໜ້າຂອງພັກ; ສືບ ຕໍ່ປັບປຸງການຈັດຕັ້ງ ແລະ ພະນັກ ງານ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ໂດຍສະເພາະພະນັກງານຄົ້ນຄ້ວານິຕິ ກໍາ ໃຫ້ໄດ້ທາງດ້ານປະລິມານ ແລະ ຄຸນນະພາບ ໃຫ້ກາຍເປັນມືອາຊີບ ແລະ ຄວາມເປັນຊ່ຽວຊານໃນອະນາຄົດ; ເອົາໃຈໃສ່ປັບປຸງແບບແຜນວິທີເຮັດ ວຽກ ໂດຍສະເພາະແມ່ນການປະສານ ສົມທົບສະຖາບັນຕ່າງໆ ໃຫ້ກາຍເປັນ ຄູ່ຮ່ວມນໍາກັນ ທັງປະສານສົມທົບກັບ ບັນດາກໍາມາທິການ, ຄະນະເລຂາ ທິການສະພາແຫ່ງຊາດ ເພື່ອປັບປຸງ ຮູບການ ແລະ ວິທີການໃນການຍົກສູງ ຂີດຄວາມສາມາດ ໃຫ້ແກ່ສະມາຊິກ ສະພາແຫ່ງຊາດ ແລະ ສະມາຊິກສະພາ ປະຊາຊົນຂັ້ນແຂວງ ໃຫ້ກົມກຽວກັນ; ເພີ່ມທະວີຄວາມດຸໝັ່ນ, ຂະຫຍັ່ນພຽນ ໃນການສຶກສາຮ່ຳຮຽນ, ຍົກລະດັບ ຄວາມຮູ້ຄວາມສາມາດຂອງຕົນໃຫ້ ສູງຂຶ້ນເລື້ອຍໆ, ສຸມສະຕິປັນຍາເຂົ້າ ໃສ່ວຽກງານຄົ້ນຄ້ວາວິທະຍາສາດ ໃຫ້ເລິກເຊິ່ງ ແລະ ມີຈຸດສຸມ ເພື່ອສະ ໜອງການຄົ້ນຄ້ວາ ໃຫ້ແກ່ຄະນະປະ ຈໍາສະພາແຫ່ງຊາດ, ສະມາຊິກສະພາ ແຫ່ງຊາດ, ເປັນຂໍ້ມູນໃນການຄົ້ນຄ້ວາ ພິຈາລະນາຕົກລົງບັນຫາສໍາຄັນພື້ນ ຖານຂອງປະເທດຊາດ ໃນແຕ່ລະ ໄລຍະ; ເອົາໃຈໃສ່ຄົ້ນຄ້ວາຮູບການ, ວິທີການຝຶກອົບຮົມ, ຄົ້ນຄ້ວາບັນດາ ຫົວຂໍ້ທັກສະທີ່ມີຄວາມສໍາຄັນ, ການ ຄົ້ນຄ້ວາບັນດາບົດສອນ, ປຶ້ມຄູ່ມືທີ່ ເປັນບົດຮຽນທີ່ຈໍາເປັນສໍາລັບການ ປະຕິ ບັດພາລະບົດບາດ, ໜ້າທີ່ການ ເມືອງຂອງ ສຊຊ, ສສຂ ສາມາດນໍາ ໃຊ້ເຂົ້າໃນວຽກງານໄດ້ຢ່າງແທ້ຈິງ; ຍົກສູງການຄົ້ນຄ້ວາ, ວິເຄາະວິໄຈຂໍ້ ມູນ, ຮູ້ໝູນໃຊ້ຜົນສໍາເລັດດ້ານເຕັກໂນ ໂລຊີຂໍ້ມູນຂ່າວສານໃນຍຸກແຫ່ງການ ເຊື່ອມໂຍງ ແນໃສ່ການສະໜອງຂໍ້ມູນ ຂ່າວສານ ວຽກງານສະພາແຫ່ງຊາດ ຢ່າງກວ້າງຂວາງ, ຮັບປະກັນຄວາມ ຖືກຕ້ອງ, ຊັດເຈນ ແລະ ທັນການ; ພົວ ພັນກັບອົງການຈັດຕັ້ງ ແລະ ສະຖາບັນ ຄົ້ນຄ້ວາທີ່ກ່ຽວຂ້ອງຂອງຕ່າງປະ ເທດ, ພາກພື້ນ ແລະ ສາກົນ ເພື່ອຍາດ ແຍ່ງທຶນຮອນ ແລະ ເຕັກນິກວິຊາການ ມາພັດທະນາວຽກງານຂອງຕົນໃຫ້ ເຕີບໃຫຍ່ຂະຫຍາຍຕົວ, ປະກອບສ່ວນ ຢ່າງຕັ້ງໜ້າໃນການປັບປຸງວຽກງານ ຂອງສະພາແຫ່ງຊາດ ດີຂຶ້ນຢ່າງບໍ່ ຢຸດຢັ້ງ. ຂ່າວ: ສພຊ ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ໂອກາດນີ້, ທ່ານຮອງນາຍົກລັດ ຖະມົນຕີ ໄດ້ຮັບຟັງການລາຍງານສະ ພາບລວມຂອງກຸ່ມບ້ານອາໂນ ໂດຍ ຫຍໍ້ ເຊິ່ງກຸ່ມບ້ານອາໂນ ກວມເອົາ 11 ບ້ານ, ມີ 3 ຊົນເຜົ່າ ຄື: ຊົນເຜົ່າກຶມມຸ 5 ບ້ານ, ເຜົ່າມົ້ງ 1 ບ້ານ ແລະ ຊົນເຜົ່າ ອາຄາ 5 ບ້ານ, ມີພົນລະເມືອງທັງໝົດ 7.871 ຄົນ, ຍິງ 4.052 ຄົນ, ກຶມມຸ 2.066 ຄົນ, ກວມ 26,25%, ມົ້ງ 776 ຄົນ, ກວມ 9,85% ແລະ ອາ ຄາ 5.029 ຄົນ, ກວມ 63,89%, ກຸ່ມບ້ານອາໂນ ເປັນເຂດພູດອຍກວມ 99% ອາຊີບຕົ້ນຕໍຂອງປະຊາຊົນ ແມ່ນເຮັດໄຮ່, ເຮັດສວນ, ລ້ຽງສັດ ແລະ ຊອກເຄື່ອງປ່າຂອງດົງ, ທ່າແຮງ ບົ່ມຊ້ອນ ເໝາະແກ່ການປູກພືດພັນ ທັນຍາຫານ, ລ້ຽງສັດໃຫຍ່, ເປັນ ແຫລ່ງທ່ອງທ່ຽວ ວິຖີຊີວິດຂອງຊົນ ເຜົ່າ ຕິດພັນກັບທຳມະຊາດ, ຊົມທະເລ ໝອກຍາມເຊົ້າຕາມລະດູການ. ໂອກາດນີ້, ທ່ານ ພົນເອກ ຈັນສະ ໝອນ ຈັນຍາລາດ ໄດ້ມີຄຳເຫັນໂອ້ ລົມຕໍ່ປະຊາຊົນ ໂດຍໄດ້ສະແດງຄວາມ ຍ້ອງຍໍຊົນເຊີຍຕໍ່ຜົນງານຂອງກຸ່ມ ບ້ານ ແລະ ປະຊາຊົນບັນດາເຜົ່າ ທີ່ມີ ມູນເຊື້ອດຸໝັ່ນຂະຫຍັນພຽນ ເຮັດໃຫ້ ຫລາຍຄອບຄົວຫລຸດພົ້ນອອກຈາກ ຄວາມທຸກຍາກ. ພ້ອມນີ້, ທ່ານຍັງໄດ້ ຮຽກຮ້ອງໃຫ້ການນໍາແຂວງ-ເມືອງ ສືບຕໍ່ເອົາໃຈໃສ່ຊຸກຍູ້ການຜະລິດ, ການ ສ້າງເສດຖະກິດຂອງປະຊາຊົນ ໂດຍ ຊອກຫາແນວພັນໃໝ່ ແລະ ເຕັກນິກ ການຜະລິດແບບໃໝ່ທີ່ທັນສະໄໝ ເຂົ້າຊ່ວຍໃນການຜະລິດ, ສົ່ງເສີມໃຫ້ ປະຊາຊົນລ້ຽງສັດໃຫຍ່ ຕິດພັນກັບ ການປູກຫຍ້າ ແລະ ປູກພືດເປັນສິນຄ້າ, ເອົາໃຈໃສ່ແກ້ໄຂບັນຫາປະກົດການ ຫຍໍ້ທໍ້ໃນສັງຄົມ ເປັນຕົ້ນ ບັນຫາຢາ ເສບຕິດໃຫ້ໝົດໄປ, ສືບຕໍ່ເຮັດວຽກ ງານສາມສ້າງໃຫ້ເຂົ້າສູ່ລວງເລິກ ແລະ ມີຄວາມໜັກແໜ້ນ. ພ້ອມກັນນີ້, ທ່ານຮອງນາຍົກລັດ ຖະມົນຕີ ຍັງໄດ້ມອບເງິນສົດຈຳນວນ ໜຶ່ງ ໃຫ້ກຸ່ມບ້ານອາໂນ ເພື່ອເປັນກອງ ທຶນພັດທະນາບ້ານ ແລະ ຢ້ຽມຊົນ ວິຖີຊີວິດຂອງປະຊາຊົນພາຍໃນບ້ານ ຕື່ມອີກ. ຂ່າວ: ຄໍາພັນ ແກ້ວມະນີ ປ້ອງກັນຄວາມສະຫງົບສູນກາງ ເປັນ ມະຕິຂອງຄະນະພັກກະຊວງ, ເປັນ ທິດທາງວຽກງານປ້ອງກັນຊາດ; ສະ ຫລຸບລາຍງານ ແລະ ວາງທິດທາງ ວຽກງານປ້ອງກັນຊາດ ປະຈໍາອາທິດ, ປະຈຳເດືອນ ຂອງກະຊວງປ້ອງກັນ ປະເທດ, ຫ້ອງວ່າການກະຊວງ; ຄົ້ນ ຄ້ວາ-ຮ່າງບັນດາຄໍາສັ່ງແນະນໍາ, ແຜນການເຄື່ອນໄຫວເຮັດວຽກຂອງ ຄະນະນໍາກະຊວງ, ແຈ້ງການ, ບົດ ລາຍງານ, ບັນດາບົດຄໍາເຫັນ, ບົດ ໂອ້ລົມ, ບົດປາໄສຂອງຄະນະນໍາກະ ຊວງ ແລະ ຂອງການນໍາພັກ-ລັດ, ເປັນ ເຈົ້າການປະສານສົມທົບກັບບັນດາ ອົງການກ່ຽວຂ້ອງຂອງ ພັກ-ລັດ, ກົມ ກອງ-ທ້ອງຖິ່ນ; ຕິດຕາມ ແລະ ຊ່ວຍ ການນໍາກະຊວງປ້ອງກັນປະເທດ ເຄື່ອນໄຫວວຽກງານຢູ່ພາຍໃນ ແລະ ຕ່າງປະເທດ; ກວດແກ້ເອກະສານ, ຊັບຊ້ອນສ້າງສຳເນົາ ແລະ ຈໍລະຈອນ ເອກະສານເປັນລະບົບ-ວ່ອງໄວ, ຮັກ ສາໄດ້ຄວາມລັບ ແລະ ມີຄວາມປອດ ໄພ; ເອົາໃຈໃສ່ປະຕິບັດລະບອບນະ ໂຍບາຍ ແລະ ປະກັນສັງຄົມເປັນປົກ ກະຕິ, ທົ່ວເຖິງ ແລະ ທັນເວລາ ຕໍ່ພະນັກ ງານ-ນັກຮົບ, ພະນັກງານບຳນານ ທົ່ວຫ້ອງວ່າການກະຊວງຄື: ໄດ້ມອບ ຫລຽນໄຊ ແລະ ໃບຍ້ອງຍໍສາຍກອງ ທັບ ໃຫ້ພະນັກງານຫ້ອງວ່າການ ກະຊວງ 251 ສະຫາຍ ແລະ ມອບ ຫລຽນໄຊພິລະອາດຫານ ຊັ້ນ II, ຊັ້ນ III ໃຫ້ ບຸກຄົນ ແລະ ບໍລິສັດຈໍານວນ ໜຶ່ງ, ບັນດາຫົວໜ່ວຍທຸລະກິດທີ່ຂຶ້ນ ກັບການຄຸ້ມຄອງຂອງຫ້ອງວ່າການ ກະຊວງ ກໍໄດ້ເຄື່ອນໄຫວ ເຮັດຕາມ ພາລະບົດບາດ, ໜ້າທີ່ຂອງຕົນໃນ ການດໍາເນີນທຸລະກິດໃຫ້ມີຄວາມຄ່ອງ ຕົວ, ມີລາຍຮັບ-ຜົນກຳໄລ, ຮັບປະກັນ ເງິນເດືອນ, ເງິນສະຫວັດດີການ-ສັງ ຄົມ, ມອບພາສີ-ອາກອນ, ມອບພັນ ທະໃຫ້ລັດຖະບານ ແລະ ກະຊວງ, ປະ ກອບສ່ວນຊ່ວຍເຫລືອສັງຄົມຕາມ ແຜນການທີ່ວາງໄວ້. ໂອກາດນີ້, ສະຫາຍ ພົນຈັດຕະວາ ເດືອນສະຫວັນ ສາຍພິມຄຳປະທຸມ ໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະບັນຊາ ແຕ່ລະຂັ້ນສຸມໃສ່ຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງ ພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ V, ມະຕິວ່າດ້ວຍ 4 ໜ້າທີ່ໃຫຍ່ 26 ແຜນ ງານຂອງຄະນະພັກກະຊວງປ້ອງກັນ ປະເທດວາງອອກ ໂດຍຕິດພັນກັບມະຕິ ຄັ້ງທີ V ຂອງຄະນະພັກອົງການຫ້ອງ ວ່າການກະຊວງ ໃຫ້ປະກົດຜົນເປັນ ຈິງ. ພ້ອມນັ້ນ, ຕ້ອງໄດ້ເພີ່ມທະວີການ ນຳພາຂອງພັກຕໍ່ພະນັກງານ-ນັກຮົບ ທົ່ວຫ້ອງວ່າການກະຊວງ ໃຫ້ມີຄຸນ ທາດການເມືອງ-ຄຸນສົມບັດສິນທຳ ປະຕິວັດ, ມີສະຕິຕໍ່ການຈັດຕັ້ງ, ລະ ບຽບວິໄນ, ສ້າງໃຫ້ມີຖັນແຖວພະນັກ ງານສືບທອດປ່ຽນແທນ; ເອົາໃຈໃສ່ ວຽກງານອົບຮົມຫັດແອບ, ຕິດພັນກັບ ຂະບວນການຂອງພັກ ແລະ ອົງການ ຈັດຕັ້ງມະຫາຊົນ, ຕ້ານ ແລະ ສະກັດ ກັ້ນບັນດາປະກົດການຫຍໍ້ທໍ້ໃຫ້ຫລຸດ ໜ້ອຍ-ຖອຍລົງ, ເຊີດຊູນໍ້າໃຈເພິ່ງຕົນ ເອງ, ກຸ້ມຕົນເອງ, ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ນໍ້າໃຈປະຢັດມັດ ທະຍັດ, ສຸມໃສ່ສ້າງພະລາທິການກັບ ທີ່, ຂຸດຄົ້ນທ່າແຮງບົ່ມຊ້ອນຂອງກົມ ກອງທ້ອງຖິ່ນເຂົ້າໃນການປັບປຸງກໍ່ ສ້າງຄ້າຍຄູ, ປົກປັກຮັກສາພາຫະນະ ວັດຖຸເຕັກນິກ ໃຫ້ສາມາດນໍາໃຊ້ໄດ້ ຍາວນານ. ຂ່າວ: ລີຕ່າ ໄອຍະການປະຊາຊົນສູງສຸດ ແລະ ຄະນະພັກ-ຄະນະນຳ ອົງການໄອຍະ ການປະຊາຊົນສູງສຸດ, ອົງການໄອ ຍະ ການປະຊາຊົນພາກກາງ-ນະຄອນ ຫລວງ ແລະ ອົງການໄອຍະການປະ ຊາຊົນ 17 ແຂວງ , ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ, ອົງການ ໄອຍະການທະຫານຂັ້ນສູງ ແລະ 3 ອົງການຈັດຕັ້ງມະຫາຊົນ ເຂົ້າຮ່ວມ. ການວາງກະຕ່າດອກໄມ້ ຄັ້ງນີ້, ເປັນການເຄົາລົບ, ລະນຶກເຖິງຄຸນງາມ ຄວາມດີອັນປະເສີດ ຂອງ ປະທານ ໄກສອນ ພົມວິຫານ ຜູ້ນໍາທີ່ແສນ ເຄົາລົບຮັກ ຂອງປວງຊົນລາວທັງ ຊາດ, ທັງເປັນແບບຢ່າງທີ່ດີ ໃຫ້ທົ່ວ ພັກ, ທົ່ວລັດ, ທົ່ວກຳລັງປະກອບອາ ວຸດ ແລະ ທົ່ວປວງຊົນ ລາວທັງຊາດ ໂດຍທ່ານໄດ້ອຸທິດຊີວິດ, ສຸມທຸກສະຕິ ປັນຍາ ແລະ ຄວາມຮູ້ຄວາມສາມາດ ຂອງຕົນ ເຂົ້າໃນພາລະກິດປົດປ່ອຍ ຊາດ ກໍຄືພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃຫ້ມີ ຄວາມຈະເລີນຮຸ່ງເຮືອງ, ມີຄວາມເຂັ້ມ ແຂງ ຕະຫລອດມາ. ພ້ອມນີ້, ຍັງງເປັນ ການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນຕໍ່ຜົນງານອັນ ໃຫຍ່ຫລວງຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ນຳພາປະຊາຊົນລາວ ທັງຊາດ ລຸກຮືຂຶ້ນຕໍ່ສູ້ຕ້ານພວກຈັກ ກະພັດຕ່າງດ້າວ ຈົນໄດ້ຮັບໄຊຊະນະ ແລະ ນຳເອົາຄວາມຢູ່ເຢັນເປັນສຸກມາ ສູ່ປະຊາຊົນລາວບັນດາເຜົ່າ ຕະຫລອດ ໄລຍະທີ່ຜ່ານມາ. ຍາມໃດປະທານ ກໍອຸທິດຕົນເພື່ອຊາດ, ເພື່ອປະຊາຊົນ ດ້ວຍນໍ້າໃຈບໍລິສຸດ ມີນໍ້າໃຈເດັດດ່ຽວ ກ້າຫານ, ດຸໝັ່ນ, ປະຢັດ, ມີທັດສະນະ ມະຫາຊົນສະເໝີ ຕົ້ນສະເໝີປາຍ, ທັງ ນຳພາດ້ານທິດສະດີ, ນັກວິທະຍາສາດ ທີ່ມີວິໄສທັດກວ້າງໄກ, ສາມາດຕີລາ ຄາຊັ່ງຊາສະພາບການທັງພາຍໃນ ແລະ ສາກົນໄດ້ຢ່າງແມ່ນຢຳ ແລະ ກາຍເປັນຜູ້ນຳທີ່ດີເດັ່ນ ແລະ ເປັນວິ ລະບູລຸດຂອງຊາດລາວ ທີ່ໄດ້ນຳພາ ປວງຊົນບັນດາເຜົ່າ ຍາດໄດ້ໄຊຊະນະ ແລະ ສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ໃນໂອກາດນີ້້, ຄະນະພັກ, ຄະນະ ການນໍາອົງການໄອຍະການປະຊາ ຊົນສູງສຸດ ໃຫ້ຄຳໝັ້ນສັນຍາຕໍ່ທ່ານ ປະທານ ໄກສອນ ພົມວິຫານ ວ່າ: ຈະ ຕັ້ງໜ້າຮໍ່າຮຽນເອົາແບບຢ່າງທີ່ດີ ແລະ ເຕັມໄປດ້ວຍຄຸນສົມບັດ, ສິນ ທໍາປະຕິວັດ ແລະ ຜ່ານຜ່າທຸກຄວາມ ຫຍຸ້ງຍາກ ໃນການຕໍ່ສູ້ກູ້ຊາດອັນຜ່ອງ ໃສຂອງປະທານ ແລະ ພ້ອມກັນເດີນ ຕາມແນວທາງນະໂຍບາຍຂອງປະ ທານຕັ້ງໄວ້ ຢ່າງບໍ່ມີວັນປ່ຽນແປງ, ຂໍໃຫ້ຄຸນງາມຄວາມດີຂອງທ່ານ ຢືນ ຢົງຢູ່ກັບພາລະກິດປະຕິວັດ ແລະ ຝັງ ແໜ້ນໃນດວງໃຈ ຂອງປະຊາຊົນລາວ ທັງຊາດຕະຫລອດໄປ ໂດຍສະເພາະ ແມ່ນພະນັກງານອົງການໄອຍະການ ປະຊາຊົນ. ລັດຖະບານ ປະຈຳປີ 2024, ອັນໃດ ທີ່ປະຕິບັດໄດ້, ອັນໃດທີ່ຍັງປະຕິບັດບໍ່ ທັນໄດ້ດີ ແລະ ພ້ອມກັນປຶກສາຫາລື ກ່ຽວກັບທິດທາງແຜນການຮ່ວມມື ປະຈຳປີ 2025 ເພື່ອນໍາສະເໜີຕໍ່ສອງ ລັດຖະບານ ພິຈາລະນາ ໃນກອງປະ ຊຸມ ຄັ້ງທີ 47 ຂອງຄະນະກໍາມະການ ຮ່ວມມືທະວິພາຄີ ລະຫວ່າງ ລັດຖະ ບານສອງປະເທດ ທີ່ຈະຈັດຂຶ້ນຢູ່ນະ ຄອນຫລວງວຽງຈັນ ໃນວັນທີ 9 ມັງກອນ, ຕາງໜ້າຄະນະຝ່າຍລາວ ນຳໂດຍ ທ່ານ ວຽງສະຫວັນ ວິໄລ ພອນ ຮອງປະທານຜູ້ປະຈຳການຄະ ນະກຳມະການຮ່ວມມື ລາວ-ຫວຽດ ນາມ ແລະ ຝ່າຍຫວຽດນາມ ນຳໂດຍ ທ່ານ ເຈິ່ນ ກັວກ ເຟືອງ ຮອງລັດຖະ ມົນຕີ, ຮອງປະທານຄະນະກຳມະການ ໄລຍະ 2022-2024 ວ່າ: ການແກ້ ໄຂບັນຫາການເຄື່ອນໄຫວສໍ້ໂກງທາງ ໂທລະຄົມ (Call center) ຢູ່ເຂດ ເສດຖະກິດພິເສດ ສາມຫລ່ຽມຄໍາ ໃນ ໄລຍະຜ່ານມາ ໄດ້ພົບເຫັນການເຄື່ອນ ໄຫວຕອບແຊັດ ຫລື ການສໍ້ໂກງທາງ ໂທລະຄົມຈໍານວນ 306 ຫົວໜ່ວຍ, ມີແຮງງານທັງໝົດ 15.970 ຄົນ. ໃນ ນີ້ ຄົນລາວ 6.120 ຄົນ ແລະ ຕ່າງ ປະເທດ 9.868 ຄົນ. ຜ່ານການຈັດຕັ້ງປະຕິບັດແກ້ໄຂ ຕົວຈິງ 2 ປີກວ່າ ສາມາດລົບລ້າງໄດ້ 63 ຫົວໜ່ວຍ ກວມ 20,5%; ໄດ້ຍຸບ ຫລື ສະຫລາຍຕົວເອງ 46 ຫົວໜ່ວຍ ກວມ 15% ແລະ ຫັນປ່ຽນສູ່ການ ເຄື່ອນໄຫວເກມອອນລາຍທີ່ມີການ ອະນຸມັດທັງຫົວໜ່ວຍໃຫຍ່ ແລະ ສາ ຂາຈໍານວນ 160 ຫົວໜ່ວຍ ກວມ 52,2%, ຍັງສືບຕໍ່ກວດກາແກ້ໄຂຈໍາ ນວນ 37 ຫົວໜ່ວຍ, ກວມເອົາ 12%, ໄດ້ກວດກາແກ້ໄຂສໍາເລັດຕົວຈິງມີ 88%. ສໍາລັບທາງດ້ານແຮງງານ ໄດ້ ກັກຕົວສົ່ງໃຫ້ເຈົ້າໜ້າທີ່ຕໍາຫລວດ ສປ ຈີນ ທັງໝົດ 9 ຄັ້ງ ລວມ 1.394 ຄົນ, ຍິງ 73 ຄົນ, ພ້ອມຂອງກາງເປັນໂທ ລະສັບມືຖື 5.430 ໜ່ວຍ, ຄອມຕັ້ງ ໂຕະ 1.368 ຊຸດ, ໂນດບຸກ 92 ໜ່ວຍ, ໄອແພັດ 2 ໜ່ວຍ, ຫົວແຈກວາຍຟາຍ 14 ອັນ ແລະ USB 16 ອັນ; ໄດ້ສົ່ງ ຕົວເປົ້າໝາຍໃຫ້ເຈົ້າໜ້າທີ່ຕໍາຫລວດ ສສ ຫວຽດນາມ ຈໍານວນ 2 ຄັ້ງ ລວມ ມີ 159 ຄົນ, ຍິງ 26 ຄົນ, ພ້ອມຂອງ ກາງເປັນໂທລະສັບມືຖື 298 ໜ່ວຍ, ຄອມຕັ້ງໂຕະ 20 ໜ່ວຍ ແລະ ໄດ້ສົ່ງ ຕົວແຮງງານສັນຊາດອື່ນໆ ກັບຄືນ ຮ່ວມມື ຫວຽດນາມ-ລາວ ພ້ອມດ້ວຍ ຄະນະ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ວຽງສະ ຫວັນ ວິໄລພອນ ໄດ້ສະແດງຄວາມ ຍິນດີ ແລະ ພາກພູມໃຈເປັນຢ່າງຍິ່ງທີ່ ໄດ້ຕ້ອນຮັບ ແລະ ພົບປະເຮັດວຽກກັບ ສະຫາຍ ເຈິ່ນ ກວັກ ເຟືອງ ພ້ອມດ້ວຍ ຄະນະວິຊາການຫວຽດນາມ ທີ່ໄດ້ ເດີນທາງມາ ສປປ ລາວ ເພື່ອກະກຽມ ເນື້ອໃນເອກະສານ ຮັບໃຊ້ກອງປະຊຸມ ຄັ້ງທີ 47 ຂອງຄະນະກຳມະການ ຮ່ວມມືທະວິພາຄີ ລະຫວ່າງ ລັດຖະ ບານ ລາວ-ຫວຽດນາມ ເຊິ່ງຈະຈັດ ຂຶ້ນຢູ່ນະຄອນຫລວງວຽງຈັນ ໃນວັນ ທີ 9 ມັງກອນ 2025 ນີ້. ພ້ອມທັງ ລາຍງານສະພາບການຈັດຕັ້ງປະຕິບັດ ຂໍ້ຕົກລົງ ວ່າດ້ວຍແຜນການຮ່ວມມື ລາວ-ຫວຽດນາມປະຈໍາປີ2024 ເຊິ່ງ ພາຍໃຕ້ຄວາມເອົາໃຈໃສ່ ແລະ ຊີ້ນຳ ຢ່າງໃກ້ຊິດໂດຍກົງ ຈາກສອງພັກ, ສອງລັດ ເຮັດໃຫ້ການຈັດຕັ້ງແຕ່ລະ ຂັ້ນ ນັບແຕ່ສູນກາງ ແລະ ທ້ອງຖິ່ນ ຂອງສອງຝ່າຍ ໄດ້ປະສານສົມທົບ ກັນ ຈັດຕັ້ງຜັນຂະຫຍາຍບັນດາເນື້ອ ໃນຂໍ້ຕົກລົງຂັ້ນສູງ ລາວ-ຫວຽດນາມ ຢ່າງຕັ້ງໜ້າ ແລະ ບັນລຸໄດ້ປະສິດທິຜົນ ຕົວຈິງ. ການຮ່ວມມືສອງຝ່າຍ ປະຈໍາ ປີ 2024 ໄດ້ມີບາດກ້າວຂະຫຍາຍ ຕົວຢ່າງແຂງແຮງ, ປະກອບສ່ວນສໍາ ຄັນເຂົ້າໃນການພັດທະນາ ຂອງແຕ່ລະ ປະເທດ, ປັບປຸງ ແລະ ເສີມຂະຫຍາຍ ສາຍພົວພັນຮ່ວມມືມິດຕະພາບອັນ ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ. ກອງປະຊຸມໃນຄັ້ງນີ້, ສອງຝ່າຍ ໄດ້ເປັນເອກະພາບຕໍ່ເນື້ອໃນຮ່າງບົດ ບັນທຶກກອງປະຊຸມ ຄັ້ງທີ 47 ແລະ ຮ່າງຂໍ້ຕົກລົງວ່າດ້ວຍແຜນການຮ່ວມ ມືທະວິພາຄີ ປະຈຳປີ 2025 ເພື່ອໃຫ້ ສອງປະທານຄະນະກໍາມະການຮ່ວມມື ລາວ-ຫວຽດນາມ ແລະ ຫວຽດນາມລາວ ລາຍງານຂໍຄໍາເຫັນຊີ້ນຳ ຈາກ ສອງນາຍົກລັດຖະມົນຕີ ຂອງສອງ ປະເທດ ໃນວັນທີ 9 ມັງກອນ 2025 ນີ້. ຂ່າວ: ທະນູທອງ ສະຖາບັນຄົ້ນຄວ້າ... ຮອງນາຍົກລັດຖະມົນຕີ... ຫ້ອງວ່າການ... ຄະນະນຳ... ຄະນະກຳມະການ... ປະເມີນຜົນ... ປະເທດ ທັງໝົດ 9 ຄັ້ງ, ລວມ 138 ຄົນ, ຍິງ 131 ຄົນ, ຢຶດຂອງກາງ ເປັນຄອມພິວເຕີຕັ້ງໂຕະ 83 ຊຸດ, ໂນດ ບຸກ 2 ເຄື່ອງ, ມືຖື 6 ໜ່ວຍ, ເຄື່ອງຮັບ ສັນຍານດາວທຽມ 2 ຊຸດ ແລະ ສາຍ ສາກມືຖືຈໍານວນໜຶ່ງ. ສ່ວນທິດທາງແຜນການໃນຕໍ່ໜ້າ, ກະຊວງ ປກສ ຈະໄດ້ສືບຕໍ່ເອົາໃຈ ໃສ່ຂອດການປະສານງານສົມທົບກັບ ພາກສ່ວນທີ່ກ່ຽວຂ້ອງອ້ອມຂ້າງຂັ້ນ ສູນກາງ, ແຂວງ, ເມືອງ, ປກຊ-ປກສ ເຂດ ກໍຄືບັນດາໜ່ວຍງານທີ່ຂຶ້ນກັບ ເຂດເສດຖະກິດພິເສດ ສາມຫລ່ຽມ ຄໍາ, ພ້ອມກັນປຶກສາຫາ ແລະ ກໍານົດ ທິດທາງແຜນການລະອຽດ ເພື່ອແກ້ໄຂ ບັນຫາການເຄື່ອນໄຫວສໍ້ໂກງທາງໂທ ລະຄົມ ຢູ່ເຂດເສດຖະກິດພິເສດ ສາມ ຫລ່ຽມຄໍາ ໃນໄລຍະປີ 2025 ໃຫ້ມີ ຄວາມຄ່ອງຕົວກວ່າເກົ່າ, ພ້ອມທັງຮັບ ປະກັນໄດ້ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການ. ໂອກາດນີ້, ທ່ານ ພົທ ຄໍາກິ່ງ ຜຸຍ ຫລ້າມະນີວົງ ໄດ້ເນັ້ນຕໍ່ຄະນະພັກ, ຄະນະນໍາ, ພະນັກງານຫລັກແຫລ່ງ ທີ່ກ່ຽວຂ້ອງດ້ານວຽກງານດັ່ງກ່າວ, ເອົາໃຈໃສ່ບາງບັນຫາ ໂດຍສະເພາະ ສືບຕໍ່ສຶກສາອົບຮົມການເມືອງ-ແນວ ຄິດ ຂອງສະມາຊິກພັກ, ນາຍ ແລະ ພົນ ຕຳຫລວດໃຫ້ແໜ້ນ ເພື່ອໃຫ້ກົມກອງ ມີຄວາມສະຫງົບ; ຄະນະພັກ-ຄະນະ ບັນຊາ ຕ້ອງປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກໃຫ້ມີຄຸນນະພາບ ແທດຕົວຈິງ, ບົນພື້ນຖານເຄົາລົບ ແລະ ປະຕິບັດຫລັກການລວມສູນປະຊາທິ ປະໄຕ ຢ່າງເຂັ້ມງວດ; ສືບຕໍ່ສະເໜີຄົ້ນ ຄ້ວາ ແລະ ປັບປຸງນິຕິກໍາກ່ຽວກັບການ ອະນຸມັດ ແລະ ຄຸ້ມຄອງກິດຈະການ ເກມອອນລາຍ ໃຫ້ມີເນື້ອໃນລະອຽດ ເລິກເຊິ່ງ ແລະ ຮັດກຸມ. ພ້ອມນັ້ນ, ກໍ ສົມທົບກັບບໍລິສັດບໍລິຫານຈັດການ ໄຊເບີລາວ ຫລື LCM ແຕ່ງຕັ້ງພະ ນັກງານມາປະຈໍາຢູ່ເຂດ ເພື່ອເຮັດ ວຽກງານການສະໜອງຂໍ້ມູນ, ການ ປະສານງານ ແລະ ການຄຸ້ມຄອງຕິດ ຕາມກວດກາຮ່ວມກັນເປັນປົກກະຕິ; ອອກນິຕິກໍາທີ່ເປັນອັນສະເພາະ ກ່ຽວ ກັບການຄຸ້ມຄອງທາງດ້ານວິຊາສະ ເພາະ, ເຕັກນິກ, ລະບົບການຕິດຕາມ, ກວດກາ,ການເກັບລາຍຮັບແລະອື່ນໆ, ພ້ອມທັງຄົ້ນຄວ້າແຕ່ງຕັ້ງຄະນະຮັບ ຜິດຊອບ ເພື່ອເຄື່ອນໄຫວປະຕິບັດ ວຽກງານດັ່ງກ່າວ ທີ່ເປັນລັກສະນະ ຍາວນານ ເພື່ອຕິດຕາມກວດກາ ແລະ ຄຸ້ມຄອງພາຍໃນເຂດ ເຊິ່ງປະກອບມີ ຜູ້ຕາງໜ້າຈາກຄະນະຄຸ້ມຄອງເຂດ, ສະພາບໍລິຫານເຂດ, ກອງບັນຊາການ ປ້ອງກັນຄວາມສະຫງົບເຂດ, ບໍລິສັດ LCM, ຂະແໜງແຮງງານ, ຂະແໜງ ອຸດສາຫະກໍາ ແລະ ການຄ້າ, ຂະແໜງ ເຕັກໂນໂລຊີ ແລະ ການສື່ສານ, ຂະ ແໜງການເງິນ ແລະ ລປພ ເຂດ; ສຸມ ໃສ່ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໄລຍະແຕ່ປີ 2024-2025; ຈັດຕັ້ງ ປະຕິບັດແຜນດໍາເນີນງານກ່ຽວກັບ ການຄຸ້ມຄອງ, ເລີກຮື້ອາວຸດເສິກ, ຖານ ຂໍ້ມູນປະຊາກອນ, ໂຄງການກໍ່ສ້າງສູນ ບຳບັດ; ມອບໃຫ້ຄະນະຊີ້ນໍາ, ກົມໃຫຍ່ 503 ແລະ ກົມ 509 ສືບຕໍ່ດໍາເນີນ ງານແຕ່ລະວຽກໃຫ້ໄປຕາມຈຸດປະສົງ ແລະ ຄາດໝາຍທີ່ໄດ້ກໍານົດ. ຂ່າວ-ພາບ: ໄຊສົງຄາມ
RkJQdWJsaXNoZXIy MTc3MTYxMQ==