lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 07/01/2025 xtgmf]k; ກອງປະຊຸມລັດຖະບານ... ຮອງປະທານປະເທດ... ຂປລ. ກອງປະຊຸມເປີດກວ້າງ ຄັ້ງ ທີ II ປີ 2024 ຈັດຂຶ້ນໃນວັນທີ 6-7 ມັງກອນ 2025 ໂດຍການເປັນປະ ທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາເຈົ້າແຂວງ, ເຈົ້າຄອງນະຄອນ ຫລວງວຽງຈັນ, ຜູ້ຕາງໜ້າອົງການ ຈັດຕັ້ງ ພັກ-ລັດ ທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການ ນິຕິບັນຍັດ, ອົງການຕຸລາການ, ສະ ຫະພັນນັກຮົບເກົ່າ ແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນ ສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ. ກອງປະຊຸມລັດຖະບານເປີດກວ້າງ ໃນຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ ຫລາຍບັນຫາ, ຫລາຍຫົວຂໍ້ສຳຄັນ ເປັນ ຕົ້ນ ສະພາບການປະຕິບັດວຽກງານ ແກ້ໄຂບັນຫາເຄັ່ງຮ້ອນ ດ້ານເສດຖະ ກິດ-ການເງິນ ຕາມມະຕິ 19/ກມສພ ຂອງລັດຖະບານ ໃນປີ 2024 ແລະ ສະເໜີແຜນວຽກຈຸດສຸມ ປີ 2025; ການແກ້ໄຂບັນຫາລົດເຖື່ອນ ແລະ ບັນ ຫາໂຄງການບໍ່ແຮ່; ມາດຕະການ ແກ້ໄຂອາວຸດເຖື່ອນ ແລະ ຢາເສບຕິດ; ການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ສະພາບການລາອອກຂອງພະ ນັກງານ-ລັດຖະກອນ ແລະ ມາດຕະ ການແກ້ໄຂ; ການຈັດຕັ້ງປະຕິບັດ ວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ການຈັດຕັ້ງ ປະຕິບັດຍຸດທະສາດ ການປະຕິຮູບ ລະບົບການສຶກສາ, ການພັດທະນາ ຊັບພະຍາກອນມະນຸດແຫ່ງຊາດ ຕິດ ພັນກັບມາດຕະການ ແກ້ໄຂການຂາດ ແຄນຄູ ແລະ ການປະລະການຮຽນ; ສະຫລຸບຕີລາຄາ ຜົນການຈັດຕັ້ງປະຕິ ບັດປີທ່ອງທ່ຽວລາວ ປີ 2024 ແລະ ສະເໜີທິດທາງແຜນການ ປີ 2025; ການຈັດສັນທີ່ດິນ, ການອອກໃບຕາ ດິນ, ການຫັນການເກັບລາຍຮັບທີ່ດິນ ເປັນທັນສະໄໝ; ການຄຸ້ມຄອງ ແລະ ນໍາໃຊ້ດິນກະສິກໍາ, ທີ່ດິນ 3 ປະເພດປ່າ ແລະ ໂຄງການຮ່ວມມືວຽກງານສິນ ເຊື່ອກາກບອນປ່າໄມ້; ມາດຕະການ ແກ້ໄຂບັນຫາການຂາດແຄນໄຟຟ້າ ແລະ ສະເໜີປັບປຸງໂຄງສ້າງລາຄາ ໄຟຟ້າ; ເຜີຍແຜ່ດໍາລັດ ສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບ ປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂ ຜົນການກວດກາ-ກວດສອບ. ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນສະພາບການ ພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ ແລະ ພາກ ພື້ນ ໃນປີ 2025 ຍັງສືບຕໍ່ຜັນແປຢ່າງ ສະຫລັບສັບຊ້ອນ ໂດຍສະເພາະບັນ ຫາຂໍ້ຂັດແຍ້ງຕ່າງໆ, ບັນດາຂໍ້ຫຍຸ້ງ ຍາກ, ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງ ເສດຖະກິດໂລກ ສະເພາະຕໍ່ການພັດ ທະນາເສດຖະກິດ-ສັງຄົມຂອງປະເທດ ເຮົາ, ພ້ອມທັງຍົກໃຫ້ເຫັນຄວາມໝາຍ ສໍາຄັນ ຂອງປີ 2025 ເຊິ່ງເປັນປີ ມ້ວນທ້າຍ ໃນການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເຊິ່ງຕາມ ມະຕິກອງປະຊຸມຄົບຄະນະບໍລິຫານ ງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ໄດ້ຖືເອົາການປະຕິບັດແຜນປີ 2025 ເປັນແຜນ “ບຸກບືນສູ້ຊົນສູງສຸດ” ໂດຍສຸມໃສ່ແກ້ໄຂບັນຫາບຸກຄະ ລາກອນ,ກົນໄກລະບອບລະບຽບການ, ການປະສານງານ ໃນການເຮັດວຽກ ແລະ ແກ້ໄຂບັນຫາພື້ນຖານໂຄງລ່າງ ເປັນຕົ້ນ ລະບົບເສັ້ນທາງໃນທົ່ວປະ ເທດ, ສືບຕໍ່ສ້າງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ເພື່ອລະນຶກ ແລະ ສະເຫລີມສະຫລອງ 3 ວັນປະ ຫວັດສາດ ຂອງຊາດ ແລະ ການດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ເປັນຂະບວນຟົດຟື້ນ. ຕໍ່ກັບທິດທາງ ລວມ, ບັນດາຄາດໝາຍ ແລະ ມາດ ຕະການໃຫຍ່ໆ ໃນການປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ ປີ 2025 ແມ່ນຈະໄດ້ສຸມໃສ່ ຈັດຕັ້ງປະຕິບັດຜັນຂະຫຍາຍມະຕິຕົກ ລົງຂອງສູນກາງພັກ ແລະ ສະພາແຫ່ງ ຊາດ, ພ້ອມທັງ ຈະໄດ້ປຶກສາຫາລືວິທີ ການມາດຕະການຈັດຕັ້ງປະຕິບັດຕົວ ຈິງ ໃຫ້ລະອຽດ ແລະ ເອກະພາບກັນ ເພື່ອສາມາດປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ມີຜົນສໍາເລັດຕາມຄາດໝາຍ ຫລື ລື່ນຄາດໝາຍທີ່ວາງໄວ້. ທ່ານ ສອນໄຊ ສີພັນດອນ ຍັງໄດ້ ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມ ກອງປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນ ຄວ້າ ແລະ ປະກອບຄໍາເຫັນຢ່າງເລິກ ເຊິ່ງ ຕໍ່ບັນດາຫົວຂໍ້ທີ່ນຳມາພິຈາລະ ນາ ດ້ວຍການສະເໜີທັດສະນະຢ່າງກົງໄປ ກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີ ທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງ ປະຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນສຳ ເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງ ປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ ແລະ ມີປະສິດທິ ຜົນສູງ. ພາບ: ເກດສະໜາ ຂປລ. ພິທີເປີດນຳໃຊ້ ຫໍພິພິທະພັນ ສິລະປະລາວ ຈັດຂຶ້ນໃນວັນທີ 6 ມັງກອນ 2025 ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງ ຈັນ ໂດຍມີ ທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ພິຊິດ ໄຊຍະທິດ ຜູ້ກໍ່ຕັ້ງ ແລະ ປະທານ ຫໍພິພິທະພັນ ສິລະປະລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຜ່າຍ ເລີ່ມເປີດບໍລິການໃນປີ 2014 ໂດຍໄດ້ຮັບອະນຸຍາດຈາກອົງການ ປົກຄອງເມືອງ ແລະ ຂະແໜງການທີ່ ກ່ຽວຂ້ອງ ເຊິ່ງອົງການປົກຄອງເມືອງ ໃຫ້ທົດລອງ 3 ປີ ໂດຍບໍ່ໄດ້ເສຍຄ່າ ເຊົ່າ, ປີທໍາອິດ ມີສິ້ນໄໝພຽງແຕ່ 2030 ຜືນ ແລະ ອຸປະກອນຮັບໃຊ້ໃນການ ຕໍ່າສິ້ນໄໝ ເຊັ່ນ: ກີ່, ຟືມ, ກະສວຍ, ຫລາເຂັນຝ້າຍ ແລະ ອິ້ວເກົ່າໆ ຈໍາ ນວນໜຶ່ງມາວາງສະແດງ ໂດຍນໍາໃຊ້ ທຶນຕົນເອງ, ປີຕໍ່ມາ ຕົນເອງກໍໄດ້ພະ ຍາຍາມເກັບຊື້ ແລະ ສະສົມສິ້ນໄໝ ເພີ່ມເຂົ້າສູນເລື້ອຍໆ ໂດຍຖືເອົາຄວາມ ຕ້ອງການຂອງລູກຄ້າ ເປັນບ່ອນອີງ ໃນການປັບປຸງການບໍລິການ. ຮອດປີ ທີ 3 ຄືປີ 2016 ເຫັນວ່າກິດຈະການ ຂອງສູນມີການເຕີບໃຫຍ່ຂະຫຍາຍ ຕົວ, ຕົນເອງຈຶ່ງໄດ້ ພົບປະໂອ້ລົມກັບ ປະຊາຊົນ ຜູ້ທີ່ມີມູນເຊື້ອໃນການຕໍ່າສິ້ນ ໄໝ-ຕີນສິ້ນ ເຊິ່ງເຄີຍຮ່ວມວຽກງານ ນໍາກັນໃນໄລຍະທີ່ຜ່ານມາ ເພື່ອຊຸກຍູ້ ສົ່ງເສີມໃຫ້ສືບຕໍ່ເຄື່ອນໄຫວຕໍ່າສິ້ນຕີນສິ້ນ ໂດຍຕົນເອງເປັນຜູ້ອອກທຶນ ກ່ອນ ໃນການຊອກຫາວັດຖຸອຸປະກອນ ຮັບໃຊ້ຕ່າງໆ ເມື່ອຕໍ່າສິ້ນ ຫລື ຕີນສິ້ນ ໄດ້ແລ້ວ ກໍເອົາມາຂາຍໃຫ້ສູນ ແລະ ຫັກຄ່າຕົ້ນທຶນເທື່ອລະນ້ອຍຕາມຄວາມ ເໝາະສົມ ໂດຍປະຊາຊົນກໍໃຫ້ຄວາມ ຮ່ວມມືກັບສູນພວກເຮົາເປັນຢ່າງດີ ຈຶ່ງເຮັດໃຫ້ຈໍານວນສະມາຊິກຂອງ ສູນ ຈົນມາຮອດປັດຈຸບັນເພີ່ມຂຶ້ນຢ່າງ ຫລວງຫລາຍ. ໃນໂອກາດນີ້, ທ່ານຮອງປະທານ ປະເທດ ກໍໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນ ໃຫ້ທາງສູນຫັດຖະກຳຕໍ່າແຜນບ້ານ ສະຜ່າຍ ສືບຕໍ່ຮັກສາມູນເຊື້ອໃນການ ຕໍ່າຫູກ ໃຫ້ມີການຂະຫຍາຍຕົວຢ່າງ ແຂງແຮງ ແລະ ໃຫ້ມີຄວາມຍືນຍົງ ຄຽງຄູ່ຢູ່ກັບປະຊາຊົນລາວ ໂດຍສະ ເພາະຊາວບ້ານສະຜ່າຍຕະຫລອດໄປ. ຂ່າວ-ພາບ: ສຸມາສອນ ຖວທ ເມືອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ໄດ້ມີຄໍາເຫັນວ່າ: ການເປີດ ພິພິທະພັນ ສິລະປະລາວ ຄັ້ງນີ້, ບໍ່ເປັນ ພຽງການເປີດສະຖານທີ່ທ່ອງທ່ຽວ ແຫ່ງໃໝ່ເທົ່ານັ້ນ ແຕ່ຍັງເປັນການ ສົ່ງເສີມບົດບາດຄວາມສຳຄັນຂອງ ປະເທດ ທາງດ້ານເສດຖະກິດ-ສັງຄົມ ແລະ ເປີດປະຕູສູ່ອະນາຄົດທີ່ສົດໃສ ຂອງສິລະປະວັດທະນະທຳລາວ. ພິພິ ທະພັນແຫ່ງນີ້, ຈະເປັນສູນກາງເສດ ຖະກິດໃນຮູບແບບການທ່ອງທ່ຽວ ທາງວັດທະນະທຳ ເຊິ່ງຈະຊ່ວຍສ້າງ ວຽກເຮັດງານທຳ, ສ້າງລາຍໄດ້ໃຫ້ ກັບປະຊາຊົນໃນທ້ອງຖິ່ນ ແລະ ກະຕຸ້ນ ໃຫ້ມີການລົງທຶນໃໝ່ ໃນພາກບໍລິການ ແລະ ການທ່ອງທ່ຽວ, ພິພິທະພັນແຫ່ງ ນີ້ ເປັນສັນຍະລັກ ແຫ່ງຄວາມຫວັງ ຄວາມມີສີໄມ້ລາຍມື ແລະ ຄວາມຮູ້ ນຳພາ-ຊີ້ນໍາ ຈາກຄະນະພັກຂັ້ນເທິງ, ສືບຕໍ່ປະເມີນຜົນການແກ້ໄຂສະພາບ ການຕິດຕາມກວດກາ, ມາດຕາການ ໃນການແກ້ໄຂບັນຫາທີ່ເກີດຂຶ້ນພາຍ ໃນແຂວງ, ສືບຕໍ່ແກ້ໄຂ ແລະ ຟື້ນຟູ ໄພພິບັດ ຢູ່ເມືອງສະໜາມໄຊ ໂດຍ ສະເພາະບັນດາໂຄງການລົງທຶນຂອງ ລັດ ໃຫ້ຖືກຕ້ອງກັບສະພາວະຕົວຈິງ ມີການແກ້ໄຂຢ່າງເປັນທຳແກ່ທຸກ ຝ່າຍ, ບັນຫາວຽກງານກວດກາ ຕ້ອງ ດຳເນີນແກ້ໄຂທາງດ້ານບໍລິຫານ ໄປ ໃນແຕ່ລະຂັ້ນຕອນ, ມີການຄົ້ນຄວ້າ, ພິສູດຫລັກຖານຕົວຈິງໃຫ້ຈະແຈ້ງ ແລະ ໃຫ້ມີຄວາມຮັບຜິເຊອບ ຜົນການ ກວດກາທີ່ເປັນຕົວຕົນ ຕ້ອງໄດ້ປຶກສາ ພາຍໃນໃຫ້ມີຄວາມເປັນເອກະພາບ, ສືບຕໍ່ປັບປຸງແກ້ໄຂບັນຫາແນວຄິດ ພາຍໃນໃຫ້ໜັກແໜ້ນ, ແກ້ໄຂບັນຫາ ພາຍໃນດ້ວຍການເຄົາລົບຫລັກການ ລວມສູນປະຊາທິປະໄຕ, ມີຄວາມສາ ມັກຄີພາຍໃນ, ມີຄວາມຮັບຜິດຊອບ ແລະ ມີສ່ວນຮ່ວມສືບຕໍ່ແກ້ໄຂ, ສືບຕໍ່ ປັບປຸງຫັນທຸກການເຄື່ອນໄຫວແຕ່ລະ ໜ່ວຍງານ ອົງການຈັດຕັ້ງໃຫ້ເຂົ້າ ສູ່ການຫັນປ່ຽນທີ່ແຂງແຮງຮອບ ດ້ານ, ເບິ່ງຄືນໃນຄວາມຮັບຜິດຊອບ ທາງດ້ານການເມືອງໃນຄະນະພັກ, ທຸກບັນຫາຕ້ອງຫັນເຂົ້າສູ່ລະບຽບ ເປີດນຳໃຊ້... ປະທານຄະນະກວດກາ... ກົດໝາຍ, ສືບຕໍ່ປັບປຸງກວດກາຄວາມ ຮັບຜິດຊອບດ້ານການເມືອງທ້າຍ ສະໄໝ ພ້ອມກັນແກ້ໄຂທຸກຂະບວນ ການພາຍໃນ ເພື່ອກ້າວເຂົ້າສູ່ກອງ ປະຊຸມໃຫຍ່ຂອງອົງຄະນະພັກແຂວງ ໃຫ້ມີຜົນສຳເລັດຢ່າງຈົບງາມ. ພ້ອມກັນນີ້ ທ່ານ ຄຳພັນ ພົມມະ ທັດ ຍັງໄດ້ເນັ້ນໃຫ້ຄະນະພັກ-ອໍານາດ ການປົກຄອງແຂວງອັດຕະປື ສືບຕໍ່ຜັນ ຂະຫຍາຍຄໍາສັ່ງແນະນໍາ ເລກທີ 169 ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເພີ່ມທະວີ ວຽກງານ ກວດກາໄລຍະໃໝ່ ໂດຍສະເພາະ ວຽກງານກວດການໍາພາການເມືອງ ຕິດພັນກັບການຄຸ້ມຄອງລະບຽບວິໄນ ຕ້ານການສໍ້ລາດບັງຫລວງ, ສະກັດ ກັ້ນປະກົດການຫຍໍ້ທໍ້, ປະກົດການ ກົດໜ່ວງຖ່ວງດຶງ ພາຍໃນແຂວງໃຫ້ ໜົດໄປ, ສຸມໃສ່ແກ້ໄຂດ້ານອ່ອນຂໍ້ຄົງ ຄ້າງ ພາຍໃນແຂວງໃນໄລຍະຜ່ານມາ ເພື່ອພ້ອມກັນພັດທະນາແຂວງອັດຕະປື ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຂ່າວ: ໄພບູນ ຄວາມສາມາດຂອງຄົນລາວ ເຊິ່ງເປັນ ສິ່ງຢັ້ງຢືນວ່າ ສິລະປະລາວ ສາມາດ ປະກົດຕົວ ແລະ ຄົງຕົວໃນເວທີໂລກ ໄດ້ຢ່າງພາກພູມໃຈ. ພ້ອມນີ້, ທ່ານ ພິຊິດ ໄຊຍະທິດ ໄດ້ ໃຫ້ຮູ້ວ່າ: ຫໍພິພິທະພັນ ສິລະປະລາວ ແຫ່ງນີ້, ຖືວ່າແມ່ນຜົນງານການຜັນ ຂະຫຍາຍແນວທາງນະໂຍບາຍອັນ ຖືກຕ້ອງສ່ອງໃສຂອງ ພັກ-ລັດ, ຫໍ ພິພິທະພັນແຫ່ງນີ້ບໍ່ເປັນພຽງສະຖານທີ່ ວາງສະແດງຜົນງານສິລະປະກຳເທົ່າ ນັ້ນ, ແຕ່ມັນຍັງເປັນການສະແດງ ໃຫ້ເຫັນເຖິງຄວາມຫລັງໄຫລໃນ ວັດທະນະທຳ, ສິລະປະອັນງົດງາມ ຂອງຊາວລາວ, ທັງສະແດງອອກ ເຖິງຄວາມມຸ່ງມານະ, ຄວາມພາກ ພຽນພະຍາຍາມຢ່າງບໍ່ຮູ້ອິດເມື່ອຍ ໃນ ການປະດິດສ້າງດ້ວຍຈິດວິນຍານ ອັນ ສວຍງາມ ແລະ ມີຄຸນຄ່າທາງສິລະປະ ຂອງລາວ, ມັນສະແດງອອກເຖິງສັກສີ ທາງວັດທະນະທຳ. ສິລະປະກຳ ໂດຍ ສະເພາະການແກະສະຫລັກໄມ້ ແມ່ນ ຮາກຖານສໍາຄັນໜຶ່ງຂອງວັດທະນະ ທໍາລາວເຮົາ, ມັນໄດ້ສະທ້ອນໃຫ້ເຫັນ ເຖິງຄວາມງົດງາມ, ຝີມືອັນປະນີດ ລະອຽດອ່ອນ, ຄວາມສະຫລັບສັບ ຊ້ອນທາງວິຈິດສິນທີ່ແຝງໄປດ້ວຍ ຄວາມໝາຍອັນເລິກເຊິ່ງ ໄດ້ບັນຍາຍ ເຖິງວິຖີຊີວິດ, ຄວາມສັດທາ, ຄວາມ ຝັນ, ຄວາມມຸ່ງມາດປາຖະໜາຂອງ ຊາວລາວ ແລະ ຄວາມງົດງາມດັ່ງ ກ່າວນັ້ນ ໄດ້ຖືກຖ່າຍທອດ ໃຫ້ເປັນຜົນ ງານ ທີ່ສາມາດສຳຜັດ ແລະຈັບຕ້ອງ ໄດ້ ນະທີ່ຫໍພິພິທະພັນແຫ່ງນີ້. ທ່ານ ພິຊິດ ໄຊຍະທິດ ກ່າວຕື່ມ ອີກວ່າ: ຫໍພິພິທະພັນ ສິລະປະລາວ ແຫ່ງນີ້, ຈະກາຍເປັນແຫລ່ງເສີມ ສ້າງວັດທະນະທຳທີ່ສໍາຄັນ ເຊິ່ງຈະ ຊ່ວຍອະນຸລັກ ແລະ ສົ່ງເສີມມໍລະດົກ ດ້ານສິລະປະຂອງລາວ, ພ້ອມທັງ ເປີດໂອກາດໃຫ້ນັກສິລະປະກອນ ໃນ ທ້ອງຖິ່ນ ໄດ້ມີໂອກາດສະແດງຜົນ ງານຂອງເຂົາເຈົ້າ; ຫໍພິພິທະພັນນີ້ ຈະກາຍເປັນ ແມ່ເຫລັກດຶງດູດນັກ ທ່ອງທ່ຽວ, ສ້າງລາຍໄດ້ໃຫ້ກັບທຸລະ ກິດໃນພື້ນທີ່ ແລະ ສ້າງວຽກເຮັດງານ ທໍາ ໃຫ້ຫລາຍພາກສ່ວນ ເຊັ່ນ: ການ ບໍລິການ, ການຄ້າຂາຍຍ່ອຍ, ງານ ສິລະປະກຳ ແລະ ຜູ້ປະກອບການອື່ນໆ ສາມາດສ້າງວຽກເຮັດງານທຳ ແລະ ມີລາຍຮັບ. ສໍາລັບ ພິພິທະພັນເອງ ກໍ ຈະສ້າງວຽກເຮັດງານທໍາແບບໂດຍ ກົງ ໄດ້ 300-400 ຄົນ. ພິພິທະພັນ ສິລະປະລາວ, ປະກອບ ມີອາຄານນໍາສະເໜີຂໍ້ມູນກ່ຽວກັບຫໍ ພິພິທະພັນ, ອາຄານຕ້ອນຮັບ, ອາຄານ ວາງສະແດງງານສິລະປະ-ວັດທະນະ ທໍາຕາມເທສະການຕ່າງໆ, ຫ້ອງໂຖງ ພັກຜ່ອນຊົມທິວທັດ, ອາຄານອະເນກ ປະສົງ, ອາຄານສະແດງງານສິລະປະ ໄມ້ແກະສະຫລັກ ແລະ ຮູບແຕ້ມ, ຮ້ານ ຂາຍເຄື່ອງທີ່ລະນຶກ, ໂຮງແຮມ, ລີ ສອດ, ອາຄານວາງສະແດງສິນຄ້າ, ຮ້ານອາຫານ, ເຄື່ອງດື່ມ, ນໍ້າຕົກຈໍາ ລອງ ແລະ ອື່ນໆ.
RkJQdWJsaXNoZXIy MTc3MTYxMQ==