ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນອັງຄານ 07.01.2025 ປີທີ 24 ສະບັບທີ 6.097 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK jົີ້ົ່ືັົີ້ົ່ືັັັີີັີັັີີັີັັີີັີັັີີັີັັີີັີັັີີັີັັີີັີ mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf Iv'xtmkoxtgmf 1h P,1k, dkozt]y fl6 osa f4tde [h koltzj kp dv'xt-5 ,]a f4t[ko gxu fd;h k' 7A 'mu II xu 2024 sk]n 7Q o7;h ks]kp[a oskle7a o 7Q o7;h k c]t IP[IP' goN v.oxts;a f 0v'ltrkcsj '-kf w0dv'xt-5 ,.spj z6 h cmo vq '7totra dg,n v';y ]t[6 ]u 7A 'mu VI xtmko7totd;fdkl6 odk'ra d -5 dp6 h ;Pd'ko16 j c0;'va f8txn gxu foe.-h s= ry ry mtra o ly ]txt]k; g0nj vow22h koE'nj , 3 9tgxu fzt]y f dtclw22h k 8Q oxu 2027 F ອ່ານຕໍ່ໜ້າ 2 c9h 'dko0v'dt-;'dko8j k'xtgmf ຂປລ. ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມຫວຽດນາມ ພ້ອມດ້ວຍບັນດາສະຫາຍ ການນຳລັດຖະບານ ແຫ່ງ ສສ ຫວຽດນາມ ຈະເດີນທາງມາຢ້ຽມຢາມ ແລະ ເປັນປະທານຮ່ວມ ໃນກອງປະຊຸມປະຈໍາປີ 2025 ຂອງຄະນະ ກໍາມະການຮ່ວມມືທະວິພາຄີ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ລັດຖະບານ ແຫ່ງ ສສ ຫວຽດນາມ ຄັ້ງທີ 47 ເຊິ່ງຈະຈັດຂຶ້ນທີ່ ນະຄອນຫລວງວຽງຈັນ, ສປປ ລາວ ໃນລະຫວ່າງວັນທີ 09-10 ມັງກອນ 2025 ເພື່ອສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ໃຫ້ສືບຕໍ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ແຕກດອກ ອອກຜົນຍິ່ງໆຂຶ້ນ. ຂປລ. ເມືອງວິລະບູລີ ຈັດກອງປະ ຊຸມໃຫຍ່ຜູ້ແທນອົງຄະນະພັກເມືອງ ຄັ້ງທີ 7I ຢ່າງເປັນທາງການໃນລະ ຫວ່າງ ວັນທີ 6-7 ມັງກອນ 2025 ເຊິ່ງເປັນເມືອງທຳອິດ ຂອງແຂວງ ສະຫວັນນະເຂດ ໂດຍໃຫ້ກຽດເຂົ້າ ຮ່ວມເປັນປະທານຂອງ ສະຫາຍ ບຸນ ໂຈມ ອຸບົນປະເສີດ ກຳມະການສູນ ກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ສະຫວັນນະເຂດ, ມີສະຫາຍ ນາງ ບຸດສະດີ ທະນະເມືອງ ກຳມະການ ສູນກາງພັກ, ຮອງຫົວໜ້າຄະນະຈັດ ຕັ້ງສູນກາງພັກ, ມີຫົວໜ້າຄະນະຈັດ ຕັ້ງແຂວງ, ປະທານກວດກາພັກ-ລັດ ຂປລ. ມາຮອດປັດຈຸບັນ, ໂຄງ ການກໍ່ສ້າງເຂື່ອນໄຟຟ້ານໍ້າງື່ມ 3 ມີ ຄວາມຄືບໜ້າກວ່າ 0 , ຄາດວ່າ ຈະສຳເລັດ ແລະ ເປີດຜະລິດກະແສ ໄຟຟ້າ ໃນຕົ້ນປີ 2027 ທີ່ຈະມາເຖິງ, ຖ້າໂຄງການດັ່ງກ່າວສຳເລັດ ຈະເປັນ ເຂື່ອນຫີນຖົມດິນສູງທີ່ສຸດໃນອາຊຽນ 210 ແມັດ . ທ່ານ ໂພຄຳ ສິດທິດາລາ ຫົວໜ້າ ຂປລ. ໃນວັນທີ 6 ມັງກອນ 2025 ນີ້, ທ່ານ ຄຳພັນ ພົມມະທັດ ກໍາມະ ການກົມການເມືອງສູນກາງພັກ, ເລ ຂາທິການສູນກາງພັກ, ປະທານຄະນະ ກວດກາສູນກາງພັກ, ປະທານອົງການ ກວດກາແຫ່ງລັດ ແລະ ຫົວໜ້າອົງ ການຕ້ານການສໍ້ລາດບັງຫລວງຂັ້ນ ສູນກາງ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຢູ່ແຂວງອັດຕະປື ໂດຍການຕ້ອນຮັບຈາກ ທ່ານ ພົນໂທ ວັນທອງ ກອງມະນີ ກຳມະການສູນ ກາງພັກ, ເລຂາພັກແຂວງ, ເຈົ້າແຂວງ ອັດຕະປື ພ້ອມຄະນະນຳຂອງແຂວງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ຂປລ. ກອງປະຊຸມຄົ້ນຄວ້າ ແລະ ຮຽບຮຽງເນື້ອໃນປະຫວັດ ຂອງສະ ພາແຫ່ງຊາດ ຈັດຂຶ້ນໃນວັນທີ 3-4 ມັງກອນ 2025 ຜ່ານມາ ຢູ່ເມືອງ ແກ້ວອຸດົມ ແຂວງວຽງຈັນ ໂດຍການ ເປັນປະທານຂອງທ່ານ ສຸບັນ ສະວະ ບຸດ ຮອງຫົວໜ້າຄະນະຮັບຜິດຊອບ ຄົ້ນຄວ້າ ແລະ ຮຽບຮຽງປະຫວັດ ຂອງສະພາແຫ່ງຊາດ, ປະທານ ກຳມາທິການວຽກງານສະມາຊິກສະ ພາແຫ່ງຊາດ, ມີຄະນະຮັບຜິດຊອບ ຈາກກຳມາທິການ, ຄະນະເລຂາທິ ການ, ສະຖາບັນຄົ້ນຄວ້ານິຕິກຳ ສພຊ , ສະຖາບັນຄົ້ນຄວ້າປະຫວັດ ສາດ ແລະ ບູຮານວິທະຍາ ສວສຊ , ສະຖາບັນການເມືອງ ແລະ ການປົກ ຄອງແຫ່ງຊາດ ສມປຊ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສຸບັນ ສະວະບຸດ ໄດ້ໃຫ້ຮູ້ວ່າ: ການຈັດກອງປະຊຸມໃນຄັ້ງນີ້, ເປັນ ໂອກາດນີ້, ທ່ານ ຄຳພັນ ພົມມະທັດ ໄດ້ມີຄຳເຫັນໂອ້ລົມຕໍ່ຄະນະພັກ, ຄະ ນະນໍາ ແລະ ພະນັກງານຫລັກແຫລ່ງ ຂອງແຂວງ ເປັນຕົ້ນ ໃຫ້ຖືເອົາການ ເຄື່ອນໄຫວຕິດຕາມ, ກວດກາ ເພື່ອຮັບ ປະກັນໃນການຮັກສາບົດບາດ ແລະ ສ້າງລະບົບການເມືອງໃຫ້ເຂັ້ມແຂງ, ຕີຖອຍປະກົດການຫຍໍ້ທໍ້ ໂດຍສະເພາະ ປະກົດການສໍ້ລາດບັງຫລວງ, ການ ສວຍໃຊ້ໜ້າທີ່ຕຳແໜ່ງ ເພື່ອຫາຜົນ ປະໂຫຍດໃຫ້ແກ່ຕົນເອງ ຫລື ລວມໝູ່, ຖືສຳຄັນໃນການປັບປຸງກົນໄກປະ ສານງານຕາມຂັ້ນຄຸ້ມຄອງ ໂດຍການ ການທົບທວນຄືນ ຕໍ່ບັນດາຄຳຄິດເຫັນ ຂອງຜູ້ເຂົ້າຮ່ວມກອງປະຊຸມ ແລະ ທິດ ຊີ້ນໍາຂອງຫົວໜ້າຄະນະຮັບຜິດຊອບ ຕາມການຕີລາຄາຕໍ່ໂຄງຮ່າງ ແລະ ເນື້ອໃນແລ້ວ ພວກເຮົາຈະຕ້ອງໄດ້ ປັບປຸງ ແລະ ຮຽບຮຽງຄືນ ເພື່ອໃຫ້ ຮ່າງໂຄງບົດ ແລະ ເນື້ອໃນ ຂອງຮ່າງ ບົດປະຫວັດນັ້ນ ມີຄວາມຈະແຈ້ງ, ຮັດ ກຸມ ແລະ ເປັນລະບົບ. ກອງປະຊຸມໄດ້ສຸມໃສ່ຄົ້ນຄວ້າ ແລະ ຮຽບຮຽງ ບັນດາເນື້ອໃນ ຂອງ ພາກທີ I ຂະບວນວິວັດການກຳເນີດ ສະພາປະຊາຊົນສູງສຸດ, ພາກທີ II ສະພາປະຊາຊົນສູງສຸດ ໃນພາລະກິດ ການປະຕິບັດສອງໜ້າທີ່ຍຸດທະສາດ ແລະ ແນວທາງປ່ຽນແປງໃໝ່ ຂອງ ການປະຕິວັດລາວ 1975-1992 , ພາກທີ III ສະພາແຫ່ງຊາດ ໃນຖານະ ອົງການນິຕິບັນຍັດ ທີ່ປະຕິບັດພາລະ ຂປລ. ວັນທີ 5 ມັງກອນ 2025 ຜ່ານມາ, ທ່ານ ນາງ ປານີ ຢາທໍ່ຕູ້ ຮອງ ປະທານປະເທດ, ຜູ້ຊີ້ນຳວຽກງານ ຮອບດ້ານແຂວງຈຳປາສັກ ພ້ອມ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມຊຸກຍູ້ ກຸ່ມການຜະລິດສູນຫັດຖະກຳບ້ານສະ ຜ່າຍ ເມືອງຊະນະສົມບູນ ແຂວງຈຳ ປາສັກ ໂດຍໄດ້ຮັບການຕ້ອນຈາກ ທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າ ແຂວງຈຳປາສັກ, ທ່ານ ນາງ ພູໄພ ທອງ ພິມມະສາ ເຈົ້າເມືອງຊະນະ ສົມບູນ, ມີການນຳເມືອງ, ເລຂາຄະ ນະພັກຮາກຖານກຸ່ມ, ອົງການປົກ ຄອງບ້ານສະຜ່າຍ ບ້ານພັດທະນາ ປະຊາຊົນຢູ່ດີ-ກິນດີ ແລະ ຫົວໜ້າສູນ ຫັດຖະກຳບ້ານສະຜ່າຍ ເຂົ້າຮ່ວມ. ທ່ານ ນາງ ຂັນທອງ ວິໄລສອນ ປະທານກຸ່ມຫັດຖະກຳສະຜ່າຍ ໄດ້ ລາຍງານຄວາມເປັນມາຂອງສູນຫັດ ຖະກຳ ໂດຍສັງເຂບວ່າ: ສູນຫັດຖະກໍາ F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 2 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4 F ອ່ານຕໍ່ໜ້າ 4
lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 07/01/2025 xtgmf]k; ກອງປະຊຸມລັດຖະບານ... ຮອງປະທານປະເທດ... ຂປລ. ກອງປະຊຸມເປີດກວ້າງ ຄັ້ງ ທີ II ປີ 2024 ຈັດຂຶ້ນໃນວັນທີ 6-7 ມັງກອນ 2025 ໂດຍການເປັນປະ ທານຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີຮອງນາຍົກ ລັດຖະມົນຕີ, ສະມາຊິກລັດຖະບານ, ບັນດາເຈົ້າແຂວງ, ເຈົ້າຄອງນະຄອນ ຫລວງວຽງຈັນ, ຜູ້ຕາງໜ້າອົງການ ຈັດຕັ້ງ ພັກ-ລັດ ທຽບເທົ່າກະຊວງ, ສູນກາງແນວລາວສ້າງຊາດ, ອົງການ ນິຕິບັນຍັດ, ອົງການຕຸລາການ, ສະ ຫະພັນນັກຮົບເກົ່າ ແຫ່ງຊາດລາວ, ບັນດາອົງການຈັດຕັ້ງມະຫາຊົນຂັ້ນ ສູນກາງ, ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ເຂົ້າຮ່ວມ. ກອງປະຊຸມລັດຖະບານເປີດກວ້າງ ໃນຄັ້ງນີ້, ຈະໄດ້ພ້ອມກັນຄົ້ນຄວ້າ, ປຶກສາຫາລື ແລະ ປະກອບຄຳເຫັນໃສ່ ຫລາຍບັນຫາ, ຫລາຍຫົວຂໍ້ສຳຄັນ ເປັນ ຕົ້ນ ສະພາບການປະຕິບັດວຽກງານ ແກ້ໄຂບັນຫາເຄັ່ງຮ້ອນ ດ້ານເສດຖະ ກິດ-ການເງິນ ຕາມມະຕິ 19/ກມສພ ຂອງລັດຖະບານ ໃນປີ 2024 ແລະ ສະເໜີແຜນວຽກຈຸດສຸມ ປີ 2025; ການແກ້ໄຂບັນຫາລົດເຖື່ອນ ແລະ ບັນ ຫາໂຄງການບໍ່ແຮ່; ມາດຕະການ ແກ້ໄຂອາວຸດເຖື່ອນ ແລະ ຢາເສບຕິດ; ການຈັດຕັ້ງປະຕິບັດວຽກງານ 3 ສ້າງ, ສະພາບການລາອອກຂອງພະ ນັກງານ-ລັດຖະກອນ ແລະ ມາດຕະ ການແກ້ໄຂ; ການຈັດຕັ້ງປະຕິບັດ ວຽກງານ ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ; ການຈັດຕັ້ງ ປະຕິບັດຍຸດທະສາດ ການປະຕິຮູບ ລະບົບການສຶກສາ, ການພັດທະນາ ຊັບພະຍາກອນມະນຸດແຫ່ງຊາດ ຕິດ ພັນກັບມາດຕະການ ແກ້ໄຂການຂາດ ແຄນຄູ ແລະ ການປະລະການຮຽນ; ສະຫລຸບຕີລາຄາ ຜົນການຈັດຕັ້ງປະຕິ ບັດປີທ່ອງທ່ຽວລາວ ປີ 2024 ແລະ ສະເໜີທິດທາງແຜນການ ປີ 2025; ການຈັດສັນທີ່ດິນ, ການອອກໃບຕາ ດິນ, ການຫັນການເກັບລາຍຮັບທີ່ດິນ ເປັນທັນສະໄໝ; ການຄຸ້ມຄອງ ແລະ ນໍາໃຊ້ດິນກະສິກໍາ, ທີ່ດິນ 3 ປະເພດປ່າ ແລະ ໂຄງການຮ່ວມມືວຽກງານສິນ ເຊື່ອກາກບອນປ່າໄມ້; ມາດຕະການ ແກ້ໄຂບັນຫາການຂາດແຄນໄຟຟ້າ ແລະ ສະເໜີປັບປຸງໂຄງສ້າງລາຄາ ໄຟຟ້າ; ເຜີຍແຜ່ດໍາລັດ ສະບັບເລກທີ 702/ນຍ, ລົງວັນທີ 25 ທັນວາ 2024 ວ່າດ້ວຍການກໍານົດໜ້າວຽກ ແລະ ແບ່ງຄວາມຮັບຜິດຊອບ ໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດ ຖະກິດ-ສັງຄົມ ແຫ່ງຊາດ, ແຜນງົບ ປະມານແຫ່ງລັດ ແລະ ແຜນເງິນຕາ ປະຈຳປີ 2025 ແລະ ແຜນການແກ້ໄຂ ຜົນການກວດກາ-ກວດສອບ. ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ຍົກໃຫ້ເຫັນສະພາບການ ພົ້ນເດັ່ນ ທີ່ເກີດຂຶ້ນຢູ່ສາກົນ ແລະ ພາກ ພື້ນ ໃນປີ 2025 ຍັງສືບຕໍ່ຜັນແປຢ່າງ ສະຫລັບສັບຊ້ອນ ໂດຍສະເພາະບັນ ຫາຂໍ້ຂັດແຍ້ງຕ່າງໆ, ບັນດາຂໍ້ຫຍຸ້ງ ຍາກ, ສິ່ງທ້າທາຍ ທີ່ສົ່ງຜົນກະທົບຕໍ່ ການຟື້ນຕົວ ແລະ ຂະຫຍາຍຕົວ ຂອງ ເສດຖະກິດໂລກ ສະເພາະຕໍ່ການພັດ ທະນາເສດຖະກິດ-ສັງຄົມຂອງປະເທດ ເຮົາ, ພ້ອມທັງຍົກໃຫ້ເຫັນຄວາມໝາຍ ສໍາຄັນ ຂອງປີ 2025 ເຊິ່ງເປັນປີ ມ້ວນທ້າຍ ໃນການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ເຊິ່ງຕາມ ມະຕິກອງປະຊຸມຄົບຄະນະບໍລິຫານ ງານສູນກາງພັກ ຄັ້ງທີ 9 ສະໄໝທີ XI ໄດ້ຖືເອົາການປະຕິບັດແຜນປີ 2025 ເປັນແຜນ “ບຸກບືນສູ້ຊົນສູງສຸດ” ໂດຍສຸມໃສ່ແກ້ໄຂບັນຫາບຸກຄະ ລາກອນ,ກົນໄກລະບອບລະບຽບການ, ການປະສານງານ ໃນການເຮັດວຽກ ແລະ ແກ້ໄຂບັນຫາພື້ນຖານໂຄງລ່າງ ເປັນຕົ້ນ ລະບົບເສັ້ນທາງໃນທົ່ວປະ ເທດ, ສືບຕໍ່ສ້າງຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ເພື່ອລະນຶກ ແລະ ສະເຫລີມສະຫລອງ 3 ວັນປະ ຫວັດສາດ ຂອງຊາດ ແລະ ການດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ ໃຫ້ເປັນຂະບວນຟົດຟື້ນ. ຕໍ່ກັບທິດທາງ ລວມ, ບັນດາຄາດໝາຍ ແລະ ມາດ ຕະການໃຫຍ່ໆ ໃນການປະຕິບັດແຜນ ພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ ປີ 2025 ແມ່ນຈະໄດ້ສຸມໃສ່ ຈັດຕັ້ງປະຕິບັດຜັນຂະຫຍາຍມະຕິຕົກ ລົງຂອງສູນກາງພັກ ແລະ ສະພາແຫ່ງ ຊາດ, ພ້ອມທັງ ຈະໄດ້ປຶກສາຫາລືວິທີ ການມາດຕະການຈັດຕັ້ງປະຕິບັດຕົວ ຈິງ ໃຫ້ລະອຽດ ແລະ ເອກະພາບກັນ ເພື່ອສາມາດປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ມີຜົນສໍາເລັດຕາມຄາດໝາຍ ຫລື ລື່ນຄາດໝາຍທີ່ວາງໄວ້. ທ່ານ ສອນໄຊ ສີພັນດອນ ຍັງໄດ້ ຮຽກຮ້ອງບັນດາທ່ານ ທີ່ເຂົ້າຮ່ວມ ກອງປະຊຸມ ພ້ອມກັນເອົາໃຈໃສ່ຄົ້ນ ຄວ້າ ແລະ ປະກອບຄໍາເຫັນຢ່າງເລິກ ເຊິ່ງ ຕໍ່ບັນດາຫົວຂໍ້ທີ່ນຳມາພິຈາລະ ນາ ດ້ວຍການສະເໜີທັດສະນະຢ່າງກົງໄປ ກົງມາ, ກະທັດຮັດ, ມີຈຸດສຸມ ແລະ ມີ ທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງ ປະຊຸມລັດຖະບານຄັ້ງນີ້ ໄດ້ຮັບຜົນສຳ ເລັດຕາມຈຸດປະສົງ ແລະ ຄາດໝາຍທີ່ ກຳນົດໄວ້ ແນໃສ່ເຮັດໃຫ້ຜົນຂອງກອງ ປະຊຸມ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທໍາ ແລະ ມີປະສິດທິ ຜົນສູງ. ພາບ: ເກດສະໜາ ຂປລ. ພິທີເປີດນຳໃຊ້ ຫໍພິພິທະພັນ ສິລະປະລາວ ຈັດຂຶ້ນໃນວັນທີ 6 ມັງກອນ 2025 ຢູ່ບ້ານໂນນສະອາດ ເມືອງໄຊທານີ ນະຄອນຫລວງວຽງ ຈັນ ໂດຍມີ ທ່ານ ສອນໄຊ ສິພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫລວງວຽງຈັນ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ພິຊິດ ໄຊຍະທິດ ຜູ້ກໍ່ຕັ້ງ ແລະ ປະທານ ຫໍພິພິທະພັນ ສິລະປະລາວ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ສະຜ່າຍ ເລີ່ມເປີດບໍລິການໃນປີ 2014 ໂດຍໄດ້ຮັບອະນຸຍາດຈາກອົງການ ປົກຄອງເມືອງ ແລະ ຂະແໜງການທີ່ ກ່ຽວຂ້ອງ ເຊິ່ງອົງການປົກຄອງເມືອງ ໃຫ້ທົດລອງ 3 ປີ ໂດຍບໍ່ໄດ້ເສຍຄ່າ ເຊົ່າ, ປີທໍາອິດ ມີສິ້ນໄໝພຽງແຕ່ 2030 ຜືນ ແລະ ອຸປະກອນຮັບໃຊ້ໃນການ ຕໍ່າສິ້ນໄໝ ເຊັ່ນ: ກີ່, ຟືມ, ກະສວຍ, ຫລາເຂັນຝ້າຍ ແລະ ອິ້ວເກົ່າໆ ຈໍາ ນວນໜຶ່ງມາວາງສະແດງ ໂດຍນໍາໃຊ້ ທຶນຕົນເອງ, ປີຕໍ່ມາ ຕົນເອງກໍໄດ້ພະ ຍາຍາມເກັບຊື້ ແລະ ສະສົມສິ້ນໄໝ ເພີ່ມເຂົ້າສູນເລື້ອຍໆ ໂດຍຖືເອົາຄວາມ ຕ້ອງການຂອງລູກຄ້າ ເປັນບ່ອນອີງ ໃນການປັບປຸງການບໍລິການ. ຮອດປີ ທີ 3 ຄືປີ 2016 ເຫັນວ່າກິດຈະການ ຂອງສູນມີການເຕີບໃຫຍ່ຂະຫຍາຍ ຕົວ, ຕົນເອງຈຶ່ງໄດ້ ພົບປະໂອ້ລົມກັບ ປະຊາຊົນ ຜູ້ທີ່ມີມູນເຊື້ອໃນການຕໍ່າສິ້ນ ໄໝ-ຕີນສິ້ນ ເຊິ່ງເຄີຍຮ່ວມວຽກງານ ນໍາກັນໃນໄລຍະທີ່ຜ່ານມາ ເພື່ອຊຸກຍູ້ ສົ່ງເສີມໃຫ້ສືບຕໍ່ເຄື່ອນໄຫວຕໍ່າສິ້ນຕີນສິ້ນ ໂດຍຕົນເອງເປັນຜູ້ອອກທຶນ ກ່ອນ ໃນການຊອກຫາວັດຖຸອຸປະກອນ ຮັບໃຊ້ຕ່າງໆ ເມື່ອຕໍ່າສິ້ນ ຫລື ຕີນສິ້ນ ໄດ້ແລ້ວ ກໍເອົາມາຂາຍໃຫ້ສູນ ແລະ ຫັກຄ່າຕົ້ນທຶນເທື່ອລະນ້ອຍຕາມຄວາມ ເໝາະສົມ ໂດຍປະຊາຊົນກໍໃຫ້ຄວາມ ຮ່ວມມືກັບສູນພວກເຮົາເປັນຢ່າງດີ ຈຶ່ງເຮັດໃຫ້ຈໍານວນສະມາຊິກຂອງ ສູນ ຈົນມາຮອດປັດຈຸບັນເພີ່ມຂຶ້ນຢ່າງ ຫລວງຫລາຍ. ໃນໂອກາດນີ້, ທ່ານຮອງປະທານ ປະເທດ ກໍໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນ ໃຫ້ທາງສູນຫັດຖະກຳຕໍ່າແຜນບ້ານ ສະຜ່າຍ ສືບຕໍ່ຮັກສາມູນເຊື້ອໃນການ ຕໍ່າຫູກ ໃຫ້ມີການຂະຫຍາຍຕົວຢ່າງ ແຂງແຮງ ແລະ ໃຫ້ມີຄວາມຍືນຍົງ ຄຽງຄູ່ຢູ່ກັບປະຊາຊົນລາວ ໂດຍສະ ເພາະຊາວບ້ານສະຜ່າຍຕະຫລອດໄປ. ຂ່າວ-ພາບ: ສຸມາສອນ ຖວທ ເມືອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ໄດ້ມີຄໍາເຫັນວ່າ: ການເປີດ ພິພິທະພັນ ສິລະປະລາວ ຄັ້ງນີ້, ບໍ່ເປັນ ພຽງການເປີດສະຖານທີ່ທ່ອງທ່ຽວ ແຫ່ງໃໝ່ເທົ່ານັ້ນ ແຕ່ຍັງເປັນການ ສົ່ງເສີມບົດບາດຄວາມສຳຄັນຂອງ ປະເທດ ທາງດ້ານເສດຖະກິດ-ສັງຄົມ ແລະ ເປີດປະຕູສູ່ອະນາຄົດທີ່ສົດໃສ ຂອງສິລະປະວັດທະນະທຳລາວ. ພິພິ ທະພັນແຫ່ງນີ້, ຈະເປັນສູນກາງເສດ ຖະກິດໃນຮູບແບບການທ່ອງທ່ຽວ ທາງວັດທະນະທຳ ເຊິ່ງຈະຊ່ວຍສ້າງ ວຽກເຮັດງານທຳ, ສ້າງລາຍໄດ້ໃຫ້ ກັບປະຊາຊົນໃນທ້ອງຖິ່ນ ແລະ ກະຕຸ້ນ ໃຫ້ມີການລົງທຶນໃໝ່ ໃນພາກບໍລິການ ແລະ ການທ່ອງທ່ຽວ, ພິພິທະພັນແຫ່ງ ນີ້ ເປັນສັນຍະລັກ ແຫ່ງຄວາມຫວັງ ຄວາມມີສີໄມ້ລາຍມື ແລະ ຄວາມຮູ້ ນຳພາ-ຊີ້ນໍາ ຈາກຄະນະພັກຂັ້ນເທິງ, ສືບຕໍ່ປະເມີນຜົນການແກ້ໄຂສະພາບ ການຕິດຕາມກວດກາ, ມາດຕາການ ໃນການແກ້ໄຂບັນຫາທີ່ເກີດຂຶ້ນພາຍ ໃນແຂວງ, ສືບຕໍ່ແກ້ໄຂ ແລະ ຟື້ນຟູ ໄພພິບັດ ຢູ່ເມືອງສະໜາມໄຊ ໂດຍ ສະເພາະບັນດາໂຄງການລົງທຶນຂອງ ລັດ ໃຫ້ຖືກຕ້ອງກັບສະພາວະຕົວຈິງ ມີການແກ້ໄຂຢ່າງເປັນທຳແກ່ທຸກ ຝ່າຍ, ບັນຫາວຽກງານກວດກາ ຕ້ອງ ດຳເນີນແກ້ໄຂທາງດ້ານບໍລິຫານ ໄປ ໃນແຕ່ລະຂັ້ນຕອນ, ມີການຄົ້ນຄວ້າ, ພິສູດຫລັກຖານຕົວຈິງໃຫ້ຈະແຈ້ງ ແລະ ໃຫ້ມີຄວາມຮັບຜິເຊອບ ຜົນການ ກວດກາທີ່ເປັນຕົວຕົນ ຕ້ອງໄດ້ປຶກສາ ພາຍໃນໃຫ້ມີຄວາມເປັນເອກະພາບ, ສືບຕໍ່ປັບປຸງແກ້ໄຂບັນຫາແນວຄິດ ພາຍໃນໃຫ້ໜັກແໜ້ນ, ແກ້ໄຂບັນຫາ ພາຍໃນດ້ວຍການເຄົາລົບຫລັກການ ລວມສູນປະຊາທິປະໄຕ, ມີຄວາມສາ ມັກຄີພາຍໃນ, ມີຄວາມຮັບຜິດຊອບ ແລະ ມີສ່ວນຮ່ວມສືບຕໍ່ແກ້ໄຂ, ສືບຕໍ່ ປັບປຸງຫັນທຸກການເຄື່ອນໄຫວແຕ່ລະ ໜ່ວຍງານ ອົງການຈັດຕັ້ງໃຫ້ເຂົ້າ ສູ່ການຫັນປ່ຽນທີ່ແຂງແຮງຮອບ ດ້ານ, ເບິ່ງຄືນໃນຄວາມຮັບຜິດຊອບ ທາງດ້ານການເມືອງໃນຄະນະພັກ, ທຸກບັນຫາຕ້ອງຫັນເຂົ້າສູ່ລະບຽບ ເປີດນຳໃຊ້... ປະທານຄະນະກວດກາ... ກົດໝາຍ, ສືບຕໍ່ປັບປຸງກວດກາຄວາມ ຮັບຜິດຊອບດ້ານການເມືອງທ້າຍ ສະໄໝ ພ້ອມກັນແກ້ໄຂທຸກຂະບວນ ການພາຍໃນ ເພື່ອກ້າວເຂົ້າສູ່ກອງ ປະຊຸມໃຫຍ່ຂອງອົງຄະນະພັກແຂວງ ໃຫ້ມີຜົນສຳເລັດຢ່າງຈົບງາມ. ພ້ອມກັນນີ້ ທ່ານ ຄຳພັນ ພົມມະ ທັດ ຍັງໄດ້ເນັ້ນໃຫ້ຄະນະພັກ-ອໍານາດ ການປົກຄອງແຂວງອັດຕະປື ສືບຕໍ່ຜັນ ຂະຫຍາຍຄໍາສັ່ງແນະນໍາ ເລກທີ 169 ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການເພີ່ມທະວີ ວຽກງານ ກວດກາໄລຍະໃໝ່ ໂດຍສະເພາະ ວຽກງານກວດການໍາພາການເມືອງ ຕິດພັນກັບການຄຸ້ມຄອງລະບຽບວິໄນ ຕ້ານການສໍ້ລາດບັງຫລວງ, ສະກັດ ກັ້ນປະກົດການຫຍໍ້ທໍ້, ປະກົດການ ກົດໜ່ວງຖ່ວງດຶງ ພາຍໃນແຂວງໃຫ້ ໜົດໄປ, ສຸມໃສ່ແກ້ໄຂດ້ານອ່ອນຂໍ້ຄົງ ຄ້າງ ພາຍໃນແຂວງໃນໄລຍະຜ່ານມາ ເພື່ອພ້ອມກັນພັດທະນາແຂວງອັດຕະປື ກ້າວຂຶ້ນຢ່າງບໍ່ຢຸດຢັ້ງ. ຂ່າວ: ໄພບູນ ຄວາມສາມາດຂອງຄົນລາວ ເຊິ່ງເປັນ ສິ່ງຢັ້ງຢືນວ່າ ສິລະປະລາວ ສາມາດ ປະກົດຕົວ ແລະ ຄົງຕົວໃນເວທີໂລກ ໄດ້ຢ່າງພາກພູມໃຈ. ພ້ອມນີ້, ທ່ານ ພິຊິດ ໄຊຍະທິດ ໄດ້ ໃຫ້ຮູ້ວ່າ: ຫໍພິພິທະພັນ ສິລະປະລາວ ແຫ່ງນີ້, ຖືວ່າແມ່ນຜົນງານການຜັນ ຂະຫຍາຍແນວທາງນະໂຍບາຍອັນ ຖືກຕ້ອງສ່ອງໃສຂອງ ພັກ-ລັດ, ຫໍ ພິພິທະພັນແຫ່ງນີ້ບໍ່ເປັນພຽງສະຖານທີ່ ວາງສະແດງຜົນງານສິລະປະກຳເທົ່າ ນັ້ນ, ແຕ່ມັນຍັງເປັນການສະແດງ ໃຫ້ເຫັນເຖິງຄວາມຫລັງໄຫລໃນ ວັດທະນະທຳ, ສິລະປະອັນງົດງາມ ຂອງຊາວລາວ, ທັງສະແດງອອກ ເຖິງຄວາມມຸ່ງມານະ, ຄວາມພາກ ພຽນພະຍາຍາມຢ່າງບໍ່ຮູ້ອິດເມື່ອຍ ໃນ ການປະດິດສ້າງດ້ວຍຈິດວິນຍານ ອັນ ສວຍງາມ ແລະ ມີຄຸນຄ່າທາງສິລະປະ ຂອງລາວ, ມັນສະແດງອອກເຖິງສັກສີ ທາງວັດທະນະທຳ. ສິລະປະກຳ ໂດຍ ສະເພາະການແກະສະຫລັກໄມ້ ແມ່ນ ຮາກຖານສໍາຄັນໜຶ່ງຂອງວັດທະນະ ທໍາລາວເຮົາ, ມັນໄດ້ສະທ້ອນໃຫ້ເຫັນ ເຖິງຄວາມງົດງາມ, ຝີມືອັນປະນີດ ລະອຽດອ່ອນ, ຄວາມສະຫລັບສັບ ຊ້ອນທາງວິຈິດສິນທີ່ແຝງໄປດ້ວຍ ຄວາມໝາຍອັນເລິກເຊິ່ງ ໄດ້ບັນຍາຍ ເຖິງວິຖີຊີວິດ, ຄວາມສັດທາ, ຄວາມ ຝັນ, ຄວາມມຸ່ງມາດປາຖະໜາຂອງ ຊາວລາວ ແລະ ຄວາມງົດງາມດັ່ງ ກ່າວນັ້ນ ໄດ້ຖືກຖ່າຍທອດ ໃຫ້ເປັນຜົນ ງານ ທີ່ສາມາດສຳຜັດ ແລະຈັບຕ້ອງ ໄດ້ ນະທີ່ຫໍພິພິທະພັນແຫ່ງນີ້. ທ່ານ ພິຊິດ ໄຊຍະທິດ ກ່າວຕື່ມ ອີກວ່າ: ຫໍພິພິທະພັນ ສິລະປະລາວ ແຫ່ງນີ້, ຈະກາຍເປັນແຫລ່ງເສີມ ສ້າງວັດທະນະທຳທີ່ສໍາຄັນ ເຊິ່ງຈະ ຊ່ວຍອະນຸລັກ ແລະ ສົ່ງເສີມມໍລະດົກ ດ້ານສິລະປະຂອງລາວ, ພ້ອມທັງ ເປີດໂອກາດໃຫ້ນັກສິລະປະກອນ ໃນ ທ້ອງຖິ່ນ ໄດ້ມີໂອກາດສະແດງຜົນ ງານຂອງເຂົາເຈົ້າ; ຫໍພິພິທະພັນນີ້ ຈະກາຍເປັນ ແມ່ເຫລັກດຶງດູດນັກ ທ່ອງທ່ຽວ, ສ້າງລາຍໄດ້ໃຫ້ກັບທຸລະ ກິດໃນພື້ນທີ່ ແລະ ສ້າງວຽກເຮັດງານ ທໍາ ໃຫ້ຫລາຍພາກສ່ວນ ເຊັ່ນ: ການ ບໍລິການ, ການຄ້າຂາຍຍ່ອຍ, ງານ ສິລະປະກຳ ແລະ ຜູ້ປະກອບການອື່ນໆ ສາມາດສ້າງວຽກເຮັດງານທຳ ແລະ ມີລາຍຮັບ. ສໍາລັບ ພິພິທະພັນເອງ ກໍ ຈະສ້າງວຽກເຮັດງານທໍາແບບໂດຍ ກົງ ໄດ້ 300-400 ຄົນ. ພິພິທະພັນ ສິລະປະລາວ, ປະກອບ ມີອາຄານນໍາສະເໜີຂໍ້ມູນກ່ຽວກັບຫໍ ພິພິທະພັນ, ອາຄານຕ້ອນຮັບ, ອາຄານ ວາງສະແດງງານສິລະປະ-ວັດທະນະ ທໍາຕາມເທສະການຕ່າງໆ, ຫ້ອງໂຖງ ພັກຜ່ອນຊົມທິວທັດ, ອາຄານອະເນກ ປະສົງ, ອາຄານສະແດງງານສິລະປະ ໄມ້ແກະສະຫລັກ ແລະ ຮູບແຕ້ມ, ຮ້ານ ຂາຍເຄື່ອງທີ່ລະນຶກ, ໂຮງແຮມ, ລີ ສອດ, ອາຄານວາງສະແດງສິນຄ້າ, ຮ້ານອາຫານ, ເຄື່ອງດື່ມ, ນໍ້າຕົກຈໍາ ລອງ ແລະ ອື່ນໆ.
ທ່ານ ສອນ ຄໍາວານວົງສາ ຮັບຜິດ ຊອບ B1 ແລະ ທ່ານ ສົມເທີ ເພັດມະ ນີ ຮັບຜິດຊອບ C2 ເປັນຮອງ. ຕໍ່ມາກໍມີທ່ານ ສີສະໜານ ແສນຍາ ນຸວົງ ແລະ ທ່ານ ບົວບານ ວໍລະຂຸນ ເປັນຄະນະ ບກ. ຮອດໄລຍະປີ 1968-1969 ຈໍານວນນັກຂ່າວ ຈຶ່ງໄດ້ເພີ່ມຂຶ້ນກວ່າເກົ່ານັບທັງ ດ້ານເຕັກນິກສົ່ງຂ່າວກໍສາມາດກຸ້ມ ຕົນເອງຍ້ອນມີການສ້າງພະນັກ ງານກັບທີ່ ແລະ ຮັບເອົານັກຮຽນ ທີ່ຮຽນຈົບມັດທະຍົມຕອນປາຍ ຈາກພາຍໃນ ແລະ ຕ່າງປະເທດ ມາ ເປີດຊຸດອົບຮົມຢ່າງມີລະບົບ ແລະ ສ່ວນໜຶ່ງກໍຮັບເອົາພະນັກງານທີ່ມາ ຈາກວິທະຍຸຂ່າວສານແຂວງ ຊຽງຂວາງ ອັນໄດ້ສ້າງເງື່ອນໄຂ ໃຫ້ສາມາດຈັດຕັ້ງໜ່ວຍຂ່າວໄປ ເຄື່ອນໄຫວເກັບກໍາຂ່າວ ແລະ ຈັດ ຕັ້ງສາຂາຂ່າວຢູ່ພາກກາງ, ພາກໃຕ້ ແລະ ຢູ່ບັນດາແຂວງພາກເໜືອ ເປັນເວລາ 3 ເດືອນ ຫາ 1 ປີ. ການ ປະຕິບັດໜ້າທີ່ວຽກງານກໍຫຍຸ້ງ ຍາກກັນດານທີ່ສຸດເພາະແມ່ນຍາມ ສົງຄາມທໍາລາຍ, ປ່າດົງພົງໄພ ຮ່ອມຫ້ວຍຜາຊັນ, ທຸກບ່ອນແມ່ນ ສະໜາມຮົບ. ດ້ວຍເຫດນີ້ນັກຂ່າວ ຈຶ່ງຕ້ອງມີຄວາມເດັດດ່ຽວໜຽວ ແໜ້ນ ແລະ ເສຍສະລະທຸກສິ່ງ ທຸກຢ່າງທັງເຮັດວຽກໄປລໍາລຽງ ຂົນສົ່ງ, ທັງຈັບປືນເວນຍາມເວັນ ແລະ ຄືນບາງຄັ້ງຍັງຕ້ອງໄດ້ຜັດ ປ່ຽນກັນຂຶ້ນປ້ອມຍິງຍົນກໍມີ. ເພື່ອກະກຽມໃຫ້ແກ່ການຢຶດອໍາ ນາດໃນຂອບເຂດທົ່ວປະເທດສຳ ນັກຂ່າວສານປະເທດລາວ ກໍໄດ້ ສົ່ງນັກຂ່າວລົງຕິດຕາມທຸກຂະ ບວນການຢຶດອໍານາດເຊັ່ນ: ຢູ່ສະ ຫວັນນະເຂດ, ຈຳປາສັກ, ຄຳມ່ວນ, ຫລວງພະບາງ ແລະ ບ່ອນອື່ນໆ. ສະເພາະຢູ່ວຽງຈັນ ແມ່ນໄດ້ອອກ ຂ່າວ ແລະ ບົດກ່ຽວກັບການຢຶດອໍາ ນາດຢູ່ໃນແຕ່ລະມືອງ, ກົມກອງ ແລະການໂຮມຊຸມນຸມຢືດອໍານາດຢູ່ ນະຄອນຫລວງວຽງຈັນ ເມື່ອວັນທີ 23 ສິງຫາ 1975 ທີ່ເດີ່ນພະທາດ ຫລວງ. ມ້ວນທ້າຍກໍໄດ້ເກັບກຳ ຂ່າວ-ຮູບພາບກອງປະຊຸມຜູ້ແທນ ປະຊາຊົນທົ່ວປະເທດປະກາດສ້າງ ຕັ້ງ ສປປ ລາວ ຂຶ້ນເມື່ອວັນທີ 1-2 ທັນວາ ປີ 1975 ອັນເປັນການສິ້ນ ສຸດລະບອບລາຊາທິປະໄຕແລະສິ້ນ ສຸດສົງຄາມຮຸກຮານຂອງຈັກກະ ພັດອາເມລິກາແລະພວກລູກແຫລ້ງ ຕີນມືປະຕິການຢູ່ປະເທດເຮົາ. ເມື່ອປະເທດຊາດໄດ້ຮັບການ ປົດປ່ອຍພະນັກງານຂອງສຳນັກ ຂ່າວສານປະເທດລາວ ໄດ້ເພີ່ມຂຶ້ນ ຢ່າງຫລວງຫລາຍ, ຈຳນວນໜຶ່ງ ແມ່ນຍົກຍ້າຍມາແຕ່ເມືອງວຽງໄຊ, ຈຳນວນໜຶ່ງໄດ້ຮັບເອົານັກສຶກສາ ທີ່ຮຽນຈົບສະຖາບັນກົດໝາຍ ແລະ ການປົກຄອງ ແລະ ອີກຈຳນວນ ໜຶ່ງແມ່ນຮັບໃຊ້ເອົາພະນັກງານທີ່ ເຮັດວຽກຂ່າວສານໃນລະບອບເກົ່າ (Lao Press) ທີ່ມີຄວາມຕື່ນຕົວ ມາຮັບໃຊ້ພາລະກິດຂອງການປະ ຕິວັດ ໂດຍມາຕັ້ງສຳນັກງານໃໝ່ ຢູ່ບ້ານຊຽງຍືນຖະໜົນເສດຖາທິ ລາດ ນະຄອນຫລວງວຽງຈັນ. ນັບແຕ່ປີ 1976-1982 ສຳນັກ ຂ່າວສານປະເທດລາວ ຍັງຢູ່ຮ່ວມ ກັນກັບໜັງສືພິມສຽງປະຊາຊົນ ເອີ້ນວ່າ: ສຳນັກໜັງສືພິມສຽງ ປະ ຊາຊົນ-ຂ່າວສານປະເທດລາວ. ພາຍຫລັງກອງປະຊຸມໃຫຍ່ຄັ້ງທີ III ຂອງພັກ (27-30/04/ 1982), ຕົ້ນປີ 1983 ໄດ້ມີມະຕິຂອງສູນ ກາງພັກ ໃຫ້ແຍກບັນດາອົງການສື່ ມວນຊົນອອກຈາກກະຊວງໂຄສະ ນາ, ຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໂດຍໄດ້ແຍກອອກ ເປັນ 2 ການຈັດຕັ້ງ, ສ້າງຕັ້ງເປັນ ຄະນະກໍາມະການຂ່າວສານ, ໜັງສື ພິມ, ວິທະຍຸກະຈາຍສຽງ ແລະ ໂທລະພາບແຫ່ງຊາດ ທຽບເທົ່າ ກະຊວງ, ຫລັງຈາກນັ້ນ ໃນປີຖັດມາ ສໍານັກຂ່າວສານປະເທດລາວ ແລະ ໜັງສືພິມສຽງປະຊາຊົນ ກໍໄດ້ແຍກ ອອກຈາກກັນກາຍມາເປັນສໍານັກ ຂ່າວສານປະເທດລາວ ໂດຍຈັດຕັ້ງ ຄະນະນໍາໜຶ່ງຂຶ້ນເອີ້ນວ່າ: ຄະນະ ອໍານວຍການໃຫຍ່ຂ່າວສານປະ ເທດລາວ ຕາມດໍາລັດຂອງປະທານ ສະພາລັດຖະມົນຕີ ສະບັບ ເລກທີ 038/ປສລ ລົງວັນທີ 31/03/84. *ດ້ວຍຊື່ສຽງໂດ່ງດັງຂອງປິ້ງ ໄກ່ນາປົ່ງທີ່ມີມາແຕ່ດົນເຮັດໃຫ້ ການນຳແຂວງສາລະວັນ ໄດ້ຊຸກ ຍູ້ປະຊາຊົນລ້ຽງໄກ່, ປິ້ງໄກ່ຂາຍ ເພື່ອເປັນການແກ້ໄຂຄວາມທຸກ ຍາກຂອງປະຊາຊົນບ້ານນາປົ່ງນີ້ ນັບມື້ຫລຸດລົງເທື່ອລະກ້າວ. ຂະນະ ທີ່ມາຮອດປັດຈຸບັນປິ້ງໄກ່ນາປົ່ງກໍ່ ໄດ້ກາຍເປັນສ່ວນໜຶ່ງທີ່ສຳຄັນເຂົ້າ 07/01/2025 xtgmf]k; 3 0j k; c]t gsfdko gru j ,mt;u 7;k,lk,a d7u gxa oxb dczj o0v'xt-k-q o.o-kf [q orN o4ko]a f4tme,to6 o csj ' lxx ]k; K *** ອ່ານຕໍ່ສະບັບໜ້າ *** ບົດສະເໜີ xY 'wdj okxqj ' gxa olj ;o|bj 'cdh w07;k,m5 dpkd *ຕະຫລອດໄລຍະແຫ່ງການຕໍ່ ສູ້ກູ້ຊາດ ເພື່ອປົດປ່ອຍປະເທດອອກ ຈາກແອກຄອບຄອງຂອງລັດທິລ່າ ເມືອງຂຶ້ນແບບເກົ່າ ແລະ ໃໝ່, ພັກ ປະຊາຊົນປະຕິວັດລາວຍາມໃດກໍ ຖືເອົາວຽກງານໂຄສະນາ, ສຶກສາ ອົບຮົມ, ຂົນຂວາຍ ແລະ ປຸກລະດົມ ນ້ຳໃຈຮັກຊາດຂອງປະຊາຊົນ ແລະ ເຂົ້າຮ່ວມຂະບວນການຕໍ່ສູ້ປົດປ່ອຍ ຊາດຢ່າງພິລະອາດຫານ, ໃນນັ້ນ ໜ່ວຍງານຂ່າວສານເປັນໜ່ວຍ ງານໜຶ່ງໄດ້ຕິດພັນ ແລະ ປະກອບ ສ່ວນຢ່າງຕັ້ງໜ້າເຂົ້າໃນການເຮັດ ໜ້າທີ່ດັ່ງກ່າວ ນັບທັງການບັນທຶກ ເຫດການສຳຄັນຕ່າງໆ ໂດຍສະ ເພາະແມ່ນບັ້ນໂຄສະນາປຸກລະດົມ ປະຊາຊົນລຸກຮືຂຶ້ນຢຶດອຳນາດ ການປົກຄອງຈາກກຳມືຂອງພວກ ລ່າເມືອງຂຶ້ນແບບເກົ່າ, ໃນຊຸມປີ 1940. ຈາກນັ້ນມາໜ່ວຍງານຂ່າວ ສານພາຍໃຕ້ການນຳພາຂອງຄະ ນະພັກແຄວ້ນລາວ ແລະ ສູນກາງ ແນວລາວອິດສະຫລະໃນເວລານັ້ນ ກໍໄດ້ເສີມຂະຫຍາຍມູນເຊື້ອຂອງ ຕົນປະກອບສ່ວນຢ່າງຕັ້ງໜ້າເຂົ້າ ໃນການໂຄສະນາຕໍ່ສູ້ຕ້ານຈັກກະ ພັດລ່າເມືອງຂຶ້ນທີ່ມາຮຸກຮານ ລາວໃນແຕ່ລະໄລຍະ. ອີງຕາມຄວາມຮຽກຮ້ອງຕ້ອງ ການໃນໄລຍະໃໝ່ຂອງການປະຕິ ວັດ, ໃນວັນທີ 6 ເດືອນມັງກອນປີ 1968 ຢູ່ຖ້ຳແຫ່ງໜຶ່ງທີ່ບ້ານບັກ ທົ່ງນາໄກ (ປັດຈຸບັນແມ່ນເມືອງ dkodegou f c]t g8u [.spj 0v'leoa d0j k;lkoxtgmf]k; .ow]pt.\j (ເນື່ອງໃນໂອກາດວັນສ້າງຕັ້ງສຳນັກຂ່າວສານປະເທດລາວ ຄົບຮອບ 57 ປີ ວັນທີ 06/01/1968-06/01/2025) ວຽງໄຊ) ແຂວງຫົວພັນ ຊຶ່ງເປັນ ຖານທີ່ໝັ້ນຂອງການປະຕິວັດລາວ, ທ່ານ ສຸພານຸວົງ ປະທານສູນກາງ ແນວລາວຮັກຊາດ ໄດ້ລົງນາມມະ ຕິຕົກລົງຂອງສູນກາງແນວລາວ ຮັກຊາດສະບັບໜຶ່ງ ວ່າດ້ວຍການ ສ້າງຕັ້ງສຳນັກຂ່າວສານປະເທດ ລາວ ທີ່ມີຕົວໜັງສືລາວ ຂຽນຫຍໍ້ ວ່າ “ຂປລ“ ຫລື ພາສາຕ່າງປະ ເທດ “KPL“ ໃນໂອກາດລະນຶກ ວັນສ້າງຕັ້ງແນວລາວຮັກຊາດ ຄົບຮອບ 12 ປີ, ຂຶ້ນຢ່າງເປັນທາງ ການ ເພື່ອເຮັດໜ້າທີ່ຖະແຫລງຂ່າວ ຢູ່ພາຍໃນ ແລະ ຕໍ່ຕ່າງປະເທດ ກ່ຽວ ກັບຂະບວນການຕໍ່ສູ້ຢ່າງພິລະອາດ ຫານຂອງປະຊາຊົນລາວບັນດາ ເຜົ່າຕ້ານກັບຈັກກະພັດ ແລະ ລູກ ແຫລ້ງຕີນມືຂອງພວກເຂົາທີ່ມີຕໍ່ ປະຊາຊົນລາວ. ຜູ້ອຳນວຍການ ຄົນທຳອິດແມ່ນທ່ານ ສີຊະນະ ສີສານ ກຳມະການໃນຄະນະໂຄສະ ນາ-ອົບຮົມ-ວັດທະນະທຳ (ຄອວ) ຂອງສູນກາງແນວລາວຮັກຊາດ, ທ່ານ ສອນ ຄຳວານວົງສາ ແລະ ທ່ານ ສົມເທີ ເພັດມະນີ ເປັນຮອງ. ໃນສະພາບທ່າມກາງຫ່າລະເບີດ ລູກປືນຂອງພວກໂຈນອາກາດ ອາເມລິກາທີ່ໄດ້ແຫ່ກັນມາຖິ້ມລົງ ໃສ່ເຂດທີ່ໝັ້ນຂອງສູນກາງຢ່າງ ບໍ່ເວັ້ນແຕ່ລະວັນ ເພື່ອຫວັງດັບມອດ ກຳລັງປະຕິວັດຂອງພວກເຮົາ. ແຕ່ ກົງກັນຂ້າມກຳລັງການປະຕິວັດ ລາວພາຍໃຕ້ການນຳພາຂອງພັກ ຊ້ຳພັດນັບມື້ເຕີບໃຫຍ່ຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງທັງທາງດ້ານປະ ລິມານ ແລະ ຄຸນນະພາບໃນການ ຕໍ່ສູ້ຈັກກະພັດ ແລະ ລູກແຫລ້ງຕີນມື ທີ່ບອກໄດ້ໃຊ້ຟັງຂອງພວກເຂົາ ຈາກໄຊຊະນະນີ້ໄປຫາໄຊຊະນະ ໃໝ່ ໃຫຍ່ຫລວງກວ່າເກົ່າ. ໃນເວລາສ້າງຕັ້ງຂຶ້ນໃໝ່ການ ນໍາຂອງຂ່າວສານປະເທດລາວ ແລະ ວິທະຍຸກະຈາຍສຽງຂອງຝ່າຍ ປະເທດລາວແມ່ນອັນດຽວກັນ, ມີ ທ່ານ ສີຊະນະ ສີສານ ເປັນຫົວໜ້າ, ໂດຍ: ຢ່າຕົ່ງ ໃນການແກ້ໄຂຄວາມທຸກຍາກຂອງ ປະຊາຊົນບ້ານນາປົ່ງ ທັງຜູ້ລ້ຽງ ແລະ ຜູ້ປິ້ງຂາຍ. ຕາມການໃຫ້ສຳພາດຂອງທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາ ລະວັນ ຕໍ່ນັກຂ່າວໜັງສືພິມປະເທດ ລາວວ່າ: ແຕ່ໃດມາການນຳທຸກ ຂັ້ນຂອງແຂວງຕົນໄດ້ເອົາໃຈໃສ່ ເຜີຍແຜ່ໂຄສະນາແນວທາງນະໂຍ ບາຍຕ່າງໆດ້ວຍຫລາກຫລາຍສີ ສັນອອກສູ່ຊາວແຂວງສາລະວັນ ໄດ້ຮັບຮູ້ ເພື່ອເຮັດໃຫ້ປະຊາຊົນມີສະ ຕິເປັນເຈົ້າຕົນເອງຕໍ່ການຈັດຕັ້ງ ປະຕິບັດໃຫ້ເກີດດອກອອກຜົນ. ແນວໃດກໍ່ຕາມແຂວງສາລະວັນ ກໍ່ ມີຫລາຍດ້ານທີ່ປະກອບສ່ວນໃນ ການແກ້ໄຂຄວາມທຸກຍາກຂອງປະ ຊາຊົນກໍ່ຄືຕໍ່ການຈັດຕັ້ງປະຕິບັດ ສອຈ ທັງສົ່ງເສີມຜະລິດສິນຄ້າ ພາຍໃນໃຫ້ຫລາຍຂຶ້ນຕາມທ່າແຮງ ຂອງແຂວງ ເພື່ອສາມາດພຽງພໍຕໍ່ ການບໍລິໂພກພາຍໃນ ແລະ ສາມາດ ເວົ້າໄດ້ວ່າການຜະລິດກະສິກຳ ຂອງແຂວງແມ່ນສາມາດຜະລິດ ກຸ້ມພາຍໃນແຂວງໄດ້. ອັນພົ້ນເດັ່ນ ແມ່ນໄດ້ມີການຊຸກຍູ້ສົ່ງເສີມການ ລ້ຽງໄກ່ລາດເປັນສິນຄ້າ. ດັ່ງທີ່ ພວກເຮົາຮູ້ແລ້ວວ່າ ແຂວງສາລະ ວັນ ແມ່ນມີຊື່ສຽງທາງດ້ານການ ປີ້ງໄກ່ຂາຍ ໂດຍສະເພາະແມ່ນປີ້ງ ໄກ່ນາປົ່ງແມ່ນມີຊື່ສຽງລະດັບປະ ເທດກໍ່ວ່າໄດ້. ສະນັ້ນ, ຈຶ່ງໄດ້ຖືເອົາ ສິນຄ້າປະເພດປີ້ງໄກ່ນາປົ່ງເປັນ ຜະລິດຕະພັນຜັກດັນໃຫ້ແກ່ການ ລ້ຽງໄກ່ລາດໃຫ້ຫລາຍຂຶ້ນສາມາດ ຕອບສະໜອງຕໍ່ຄວາມຕ້ອງການ ຂອງສັງຄົມແລະສາມາດຂະຫຍາຍ ຕະຫລາດປີ້ງໄກ່ນາປົ່ງໃຫ້ກວ້າງ ຂວາງໄປສູ່ຕ່າງແຂວງ ເພື່ອໃຫ້ ສັງຄົມໄດ້ບໍລິໂພກທົ່ວເຖິງ ໂດຍບໍ່ ຈຳເປັນຕ້ອງມາບ້ານນາປົ່ງ, ເຊິ່ງ ປັດຈຸບັນກຳລັງເລີ່ມຝຶກອົບຮົມ ເຕັກນິກທາງດ້ານການຫຸ້ມຫໍ່ປີ້ງ ໄກ່ນາປົ່ງໃຫ້ແກ່ຜູ້ປະກອບການ ຢ່າງຂຸ້ນຂ້ຽວ ເພື່ອຮັກສາຄຸນນະ ພາບ, ລົດຊາດຂອງປີ້ງໄກ່ນາປົ່ງ ໄວ້ຄືເກົ່າ ໝາຍຄວາມວ່າປຸງແຕ່ງ ເຄື່ອງໝັກໄກ່ແລ້ວ, ແຕ່ຍັງບໍ່ທັນ ປີ້ງເທື່ອ ສົ່ງໄປໃຫ້ຜູ້ສັ່ງຊື້ນັ້ນປີ້ງ ກິນເອງໄດ້. ທ່ານ ດາວວົງ ພອນແກ້ວ ຍັງ ກ່າວຕື່ມວ່າ: ນອກຈາກທີ່ກ່າວມາ ນັ້ນແລ້ວ, ຍັງໄດ້ຊຸກຍູ້ບັນດາຄອບ ຄົວລ້ຽງໄກ່ລາດໃຫ້ຫລາຍຂຶ້ນຕິດ ພັນກັບການສົ່ງເສີມຜູ້ປະກອບການ ປີ້ງໄກ່ໄປຮັບຊື້ໝາຍຄວາມວ່າສົ່ງ ເສີມຜູ້ລ້ຽງ ແລະ ຜູ້ຮັບຊື້ໄປພ້ອມໆ ກັນ ເພື່ອໃຫ້ແຕ່ລະກຸ່ມມີຄວາມຊຳ ນານໃນການລ້ຽງ, ການປຸງແຕ່ງ ປີ້ໄກ່ໃຫ້ຖືກອົກຖືກໃຈຈາກສັງຄົມ ເພື່ອສ້າງລາຍຮັບເຂົ້າຄອບຄົວ ຂອງຊາວແຂວງສາລະວັນ ທີ່ໝັ້ນ ຄົງ. ສິ່ງນີ້ກໍ່ແມ່ນທ່າແຮງອັນໜຶ່ງ ໃນການຈັດຕັ້ງປະຕິບັດມະຕິວ່າ ດ້ວຍການສ້າງເສດຖະກິດເອກະ ລາດເປັນເຈົ້າຕົນເອງໃນໄລຍະ ໃໝ່ (ສອຈ) ຢູ່ແຂວງສາລະວັນ ໃຫ້ມີຄວາມເຂັ້ມແຂງທັງເປັນການ ປະກອບສ່ວນເຂົ້າໃນການແກ້ໄຂ ຄວາມທຸກຍາກ, ການພັດທະນາຊີິ ວິດການເປັນຢູ່ໃຫ້ດີຂຶ້ນໄປຕາມ ນະໂຍບາຍເພິ່ງຕົນເອງກຸ້ມຕົນເອງ ເປັນກ້າວໆ.
RkJQdWJsaXNoZXIy MTc3MTYxMQ==