xtgmf]k; 6 02/01/2025 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ແຫລ່ງຂ່າວຈາກ: ແຂວງວຽງຈັນ່ ງ່ າັ ນ sa omy f,kx6 d/a '{]h P'la f gIa f.sh wfh 9a [g'y o 300 ]h ko ໂດຍ: ມາລີດາ ດ g,n v'm5 ]t7q , sk]n dP,7;k,rh v,dkoles];frq o]tg,n v' c]t muj 16j vkwlmqj ;xtgmf 7A 'mu V xu 2025 * ກອງປະຊຸມປຶກສາຫາລື ສ້າງ ຄວາມເອກະພາບ ແລະ ການກະ ກຽມຄວາມພ້ອມ ໃຫ້ແກ່ການສໍາ ຫລວດພົນລະເມືອງ ແລະທີ່ຢູ່ອາໄສ ທົ່ວປະເທດ ຄັ້ງທີ V ປີ 2025 ຂອງ ເມືອງທຸລະຄົມ ແຂວງວຽງຈັນ ຈັດ ຂຶ້ນໃນວັນທີ 26 ທັນວາ 2024 ຜ່ານມາໂດຍການເປັນປະທານ ຂອງທ່ານ ນາງ ວົງເດືອນ ວັດ ຕະໂສ ເຈົ້າເມືອງໆທຸລະຄົມ ພ້ອມ ດ້ວຍອົງການ, ກົມກອງ, ກຸ່ມບ້ານ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ຄໍາມະນີ ລາດຊະມີໄຊ ຫົວໜ້າຫ້ອງການ ແຜນການ ແລະ ການລົງທຶນເມືອງ ໄດ້ຜ່ານແຜນ ການເຄື່ອນໄຫວການຈັດຕັ້ງປະຕິ ບັດວຽກງານດັ່ງກ່າວ ບົນພື້ນຖານ ການຜັນຂະຫຍາຍ ແລະ ຈັດຕັ້ງ ປະຕິບັດກົດໝາຍວ່າດ້ວຍສະຖິຕິ ສະບັບເລກທີ 24/ສພຊ ລົງວັນທີ 11 ພຶດສະພາ 2017, ຂໍ້ຕົກລົງ ຂອງເຈົ້າແຂວງວຽງຈັນ ສະບັບ ເລກທີ 531/ຈຂ.ວຈ ລົງວັນທີ 29 ມີນາ 2024 ແລະ ຄໍາແນະນໍາ ຂອງພະແນກແຜນການ ແລະ ການ ລົງທຶນ ແຂວງວຽງຈັນ ຈຸດປະສົງ, ເປົ້າໝາຍ ເພື່ອເຮັດໃຫ້ການສໍາ ຫລວດພົນລະເມືອງ ແລະ ທີ່ຢູ່ອາ ໄສທົ່ວປະເທດ ຄັ້ງທີ V ປີ 2025 ຂອງເມືອງທຸລະຄົມ ດໍາເນີນສອດ ຄ່ອງຕາມບາດກ້າວ, ຂັ້ນຕອນ ແລະ ສໍາເລັດຕາມເວລາກໍານົດໄວ້. ທ່ານ ນາງ ວົງເດືອນ ວັດຕະໂສ ໄດ້ຍົກໃຫ້ເຫັນຄວາມຈໍາເປັນ ແລະ ຄວາມຮຽກຮ້ອງຕ້ອງການ ຂອງ ວຽກງານການສໍາຫລວດພົນລະ ເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ແມ່ນຄວາມຮັບຜິດຊອບ ຂອງຄະ ນະພັກ-ຄະນະນໍາທຸກຂັ້ນ ແລະ ປະ ຊາຊົນບັນດາເຜົ່າໝົດທຸກຄົນ ຊຶ່ງ ຄົບຮອບ 10 ປີ ຈຶ່ງສໍາຫລວດເທື່ອ ໜຶ່ງ. ສະນັ້ນ, ຮຽກຮ້ອງໃຫ້ຄະນະ ຮັບຜິດຊອບ ທີ່ໄດ້ຮັບການແຕ່ງຕັ້ງ ຈົ່ງພ້ອມກັນເປັນເຈົ້າການປະຕິບັດ ວຽກງານໃຫ້ມີຜົນສໍາເລັດ, ເອົາ ໃຈໃສ່ໃນການສ່ອງແສງລາຍງານ ຄວາມຄືບໜ້າຂອງການເຄື່ອນໄຫວ ໃຫ້ຄະນະຊີ້ນໍາຢ່າງປົກກະຕິ, ໃຫ້ຖື ເອົາວຽກງານດັ່ງກ່າວເປັນຄວາມ ຮັບຜິດຊອບການເມືອງ ຕິດພັນກັບ ການສ້າງຂະບວນການ ຂໍ່ານັບຮັບ ຕ້ອນກອງປະຊຸມໃຫຍ່ອົງຄະນະພັກ ເມືອງ ຄັ້ງທີ VIII ແລະ ຂອງຄະ ນະພັກຂັ້ນເທິງ, ຮັບປະກັນໃຫ້ໄດ້ 300% ຄື: ຄວາມສະຫງົບປອດໄພ 100%, ຮັບປະກັນຂໍ້ມູນຖືກຕ້ອງ ຊັດເຈນ 100%ແລະ ສະຫລຸບລາຍ ງານໃຫ້ຂັ້ນເທິງທັນເວລາ 100%. ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ໃນຂອບເຂດທົ່ວ ປະເທດ ຄັ້ງທີ V ປີ 2025 ແມ່ນ ການສຳຫລວດລະດັບຊາດ ທີ່ເປັນ ແຫລ່ງຂໍ້ມູນໜຶ່ງດຽວທີ່ສຳຄັນໃນ ການປັບປຸງຂໍ້ມູນພົນລະເມືອງແຫ່ງ ຊາດ ຂອງ ສປປ ລາວ ຕະຫລອດ ໄລຍະ 10 ປີຜ່ານມາ, ເປັນຖານຂໍ້ ມູນທີ່ຈະປະກອບດ້ວຍຂໍ້ມູນກ່ຽວ ກັບການຈະເລີນພັນ, ການເສຍຊີວິດ ແລະ ການເຄື່ອນຍ້າຍຂອງພົນລະ ເມືອງ, ລວມທັງຂໍ້ມູນລະອຽດ ກ່ຽວກັບຄຸນລັກສະນະຂອງພົນລະ ເມືອງ, ໂຄງປະກອບດ້ານອາຍຸ, ເພດ, ຊົນເຜົ່າ, ສະສະໜາ, ການຂຶ້ນ ທະບຽນການເກີດ, ການຖືບັດປະ ຈຳຕົວ-ສຳມະໂນຄົວ, ການສຶກສາ, ການປະກອບອາຊີບ, ເງື່ອນໄຂການ ດຳລົງຊີວິດ ແລະ ການເຂົ້າເຖິງ ການບໍລິການຕ່າງໆ ຊຶ່ງການສຳ ຫລວດຄັ້ງນີ້ ຈະໄດ້ຂໍ້ມູນຈຳນວນ ປະຊາກອນ, ຄຸນລັກສະນະທາງ ດ້ານປະຊາກອນ, ການຂະຫຍາຍ ຕົວ ແລະ ການແຈກຢາຍຂອງພົນ ລະເມືອງ, ສະພາບທາງດ້ານເສດ ຖະກິດ-ສັງຄົມແລະທີ່ຢູ່ອາໄສຂອງ ພົນລະເມືອງ ຊຶ່ງເປັນຂໍ້ມູນທີ່ສຳຄັນ ຫລາຍ ໃນການຕິດຕາມ ແລະ ປະ ເມີນການຈັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ, ເປົ້າໝາຍການພັດທະນາ ແບບຍືນຍົງ, ການຫລຸດພົ້ນອອກ ຈາກປະເທດດ້ອຍພັດທະນາ ແລະ ການປັບປຸງນະໂຍບາຍ ທາງດ້ານ ພົນລະເມືອງຂອງລາວ. * ດັ່ງທີ່ເຮົາຮູ້ນໍາກັນວ່າປັດຈຸບັນ ເສດຖະກິດມີການເໜັງຕີງຂຶ້ນສູງ ສະນັ້ນ, ມັນສົ່ງຜົນກະທົບໃຫ້ພະນັກ ງານກິນເງີນເດືອນປະຈໍາ ຕ້ອງບຸກ ບືນໂຕເອງ ເຮັດວຽກຫລາຍທາງ ເພື່ອໃຫ້ລາຍຮັບພຽງພໍກັບລາຍ ຈ່າຍ. ສະນັ້ນ, ມັນຈຶ່ງກາຍເປັນແຮງ ຜັກດັນເຮັດຫລາຍຄົນສູ່ຊົນຈົນປະ ສົບຜົນສໍາເລັດເໝືອນ ທ່ານ ຄໍາສຸກ ວິໄລວົງ ພະນັກງານ ທະຫານ ຢູ່ກົມ ໃຫຍ່ເຕັກນິກກອງທັບ ທີ່ໃຊ້ເວລາ ຫວ່າງ ໃຫ້ເປັນປະໂຫຍດດ້ວຍ ການປູກຝັງ-ລ້ຽງສັດ ຈັບເງິນ 300 ລ້ານໄດ້ສໍາເລັດ. ທ່ານ ຄໍາສຸກ ວິໄລວົງ ອາຍຸ 37 ປີ ປະຊາຊົນ ບ້ານ ຄັງສີ ເມືອງ ແປກ ແຂວງຊຽງຂວາງ ໃຫ້ຮູ້ວ່າ: ຕົນເອງ ເລີ່ມກ້າວສູ່ການເປັນທະ ຫານອາຊີບສັງກັດຢູ່ ສາງ ອ 5 ກົມໃຫຍ່ເຕັກນິກກອງທັບ, ໃນປີ 2007-2008 ຮຽນຢູ່ໂຮງຮຽນ ການທະຫານທ້ອງຖິ່ນ ແຂວງຊຽງ ຂວາງ (ໂຮງຮຽນນາຍສິບບ້ານ ແປນ) ປີ 2013 – 2016 ສຶກສາ ຢູ່ສະຖາບັນວິຈິດສິນແຫ່ງຊາດ ສາຂາວິຊາຈິດຕະກໍາ ແລະ ນິເທດ ສິນ, ພາຍຫລັງຈົບການສຶກສາໄດ້ ຍົກຍ້າຍຈາກ ສາງ ອ5 ມາປະຈໍາ ການຢູ່ພະແນກໂຄສະນາອົບຮົມ ຫ້ອງການເມືອງ ກົມໃຫຍ່ເຕັກນິກ ກອງທັບ, ເປັນເວລາຫລາຍປີ ຈຶ່ງ ມີແນວຄິດຢາກໃຊ້ເວລາຫວ່າງ ໃຫ້ເປັນປະໂຫຍດ, ເພື່ອຊອກຫາ ແຫລ່ງລາຍຮັບ ແລະ ແກ້ໄຂຊີວິດ ການເປັນຢູ່ໃຫ້ແກ່ຄອບຄົວ ໂດຍບໍ່ ຄ່ອງຄ້ອຍຖ້າແຕ່ເງິນເດືອນທີ່ຂັ້ນ ເທິງຕອບສະໜອງໃຫ້ຢ່າງດຽວ. ໃນໄລຍະ 5 ປີຜ່ານມາ, ໄດ້ປູກຜັກ ທັງແບບປູກໃສ່ດິນ ແລະ ປູກແບບ ໄຮໂດໂປນິກ (ປູກໃສ່ນໍ້າ), ສາ ມາດປູກໄດ້ຕະຫລອດປີ ທັງລະດູ ແລ້ງ ແລະ ລະດູຝົນ, ຜັກທີ່ປູກມີ: ຜັກສະລັດ 200 ກິໂລ, ຫອມປ້ອມ 150 ກິໂລ, ປູກມອນ 30 ກວ່າ ຕົ້ນ, ປູກດອກໄມ້ ແລະ ຜັກຫອມຈໍາ ນວນໜຶ່ງຕື່ມອີກ. ພ້ອມນັ້ນຍັງໄດ້ ລ້ຽງສັດເປັນຕົ້ນ: ລ້ຽງແບ້ 20 ກວ່າ ໂຕ, ລ້ຽງເປັດ 100 ກວ່າໂຕ, ລ້ຽງ ໄກ່ 300 ໂຕ. ມີໜອງປາ 4 ໜອງ: ລ້ຽງປານິນ 15.000 ໂຕ, ປາປາກ 4.000 ໂຕ, ປາກິນຫຍ້າ 15.000 ກວ່າໂຕ, ປາຂາວມັນ 1.000 ໂຕ, ປາເກັດແລບ 1.500 ໂຕ, ປາເຂັງ ພັນ 1.000 ກວ່າໂຕ, ປາດຸກພັນ 1.500 ກວ່າໂຕ, ລ້ຽງຫອຍເຊີລີ້ ສີທອງ, ນອກຈາກການປູກຝັງແລະ ລ້ຽງສັດແລ້ວ ຍັງໄດ້ສ້າງຜະລິດ ຕະພັນຂາຍເປັນສິນຄ້າເພື່ອຮັບ ໃຊ້ສັງຄົມ ເຊັ່ນ: ຜະລິດເຕົາເຜົາ ຖ່ານ (ເຜົາດ້ວຍນໍ້າມັນເຄື່ອງ ເກົ່າ) ໄດ້ 30 ໜ່ວຍ, ເຕົາເຫລັກ ດັງຖ່ານ- ດັງຟືນ ຈໍານວນ 500 ກວ່າໜ່ວຍ, ເຕົາປີ້ງນ້ອຍແບບ ພົກພາ 50 ໜ່ວຍ, ເຮັດໂຖປູກ ຜັກ, ໂຖປູກດອກໄມ້ ແລະ ອູ່ ເດັກນ້ອຍ ທີ່ເຮັດຈາກຢາງຕີນລົດ ເກົ່າລວມ 600 ກວ່າອັນ ແລະ ບໍລິການໃສ່ຂອບຮູບ, ພິມເສື້ອ, ຕິດຕັ້ງປະຕູມ້ວນ, ປະຕູຮົ້ວໜ້າ ບ້ານ. ສະຫລຸບລວມແລ້ວ ໃນຊຸມ ປີຜ່ານມາ, ສາມາດສ້າງລາຍຮັບ ຈາກການປູກຝັງ-ລ້ຽງສັດ, ຂາຍ ຜະລິດຕະພັນຮັບໃຊ້ສັງຄົມ ແລະ ການບໍລິການ ລວມເປັນເງິນ 300 ລ້ານກວ່າກີບ (ສະເພາະລາຍໄດ້ ບໍ່ລວມກັບເງິນເດືອນ). ລາຍໄດ້ ຈາກການປູກຝັງ-ລ້ຽງສັດ ແລະ ຂາຍຜະລິດຕະພັນ ບວກກັບເງິນ ເດືອນແມ່ນໄດ້ຊື້ດິນເພີ່ມອີກ1ຕອນ ຂະໜາດ 30 x 80 ແມັດ ແລະ ຈົກ ໜອງປາເພີ່ມອີກ 1 ໜອງ, ປັບປຸງ ເນື້ອທີ່ສວນ, ຊື້ເຄື່ອງມືຂະຫຍາຍ ການຜະລິດ, ໃຊ້ຈ່າຍໃນຊີວິດປະຈໍາ ວັນ, ສ່ວນໜຶ່ງແມ່ນເປັນທຶນການ ສຶກສາຂອງລູກ ແລະ ຍັງຈະຂະ ຫຍາຍການປູກຝັງແລະລ້ຽງສັດໃຫ້ ກາຍເປັນຟາມໃນອະນາຄົດຕໍ່ໜ້າ. ຈາກຄຸນສົມບັດ-ສິນທຳປະຕິວັດ ແລະ ຜົນງານທີ່ຍາດມາໄດ້ນັ້ນ, ຈຶ່ງ ໄດ້ຮັບການຍ້ອງຍໍປະເພດຕ່າງໆ ເຊັ່ນ: ໄດ້ຮັບຫລຽນໄຊພິລະອາດ ຫານຊັ້ນ III 1 ໜ່ວຍ, ຫລຽນໄຊ ແຮງງານຊັ້ນ III 1 ໜ່ວຍ, ຫລຽນ ກາແຮງງານ 1 ໜ່ວຍ, ໃບຍ້ອງຍໍ ລັດຖະບານ 2 ໃບ, ໃບຍ້ອງຍໍ ກະ ຊວງປ້ອງກັນປະເທດ 2 ໃບ, ໃບ ຍ້ອງຍໍກົມໃຫຍ່ເຕັກນິກກອງທັບ (ຂະບວນການຮັກຊາດ ແລະ ພັດ ທະນາ) 2 ໃບ, ໃບຍ້ອງຄະນະບໍລິ ຫານງານສູນກາງຊາວໜຸ່ມປະຊາ ຊົນປະຕິວັດລາວ 3 ໃບ, ຍ້ອງຍໍ ເຈົ້າແຂວງຊຽງຂວາງ 1 ໃບ, ໃບ ຍ້ອງຍໍກອງບັນຊາການທະຫານ ແຂວງຊຽງຂວາງ 1 ໃບ, ກົມກອງ ໄດ້ຢັ້ງຢືນ ເປັນຊາວໜຸ່ມຜູ້ທີ່ມີ ຄຸນທາດການເມືອງໜັກແໜ້ນ, ມີ ຄວາມສະດຸງໄວ, ຫ້າວຫັນຕໍ່ໜ້າທີ່ ວຽກງານທີ່ໄດ້ຮັບມອບໝາຍ, ເປັນ ຊາວໜຸ່ມຜູ້ນຳໜ້າ ແລະ ເປັນອີກບຸກ ຄົນທີ່ເປັນແບບຢ່າງທີດີ່ຂອງກົມ ກອງ, ສົມແລ້ວທີ່ສະຫາຍ ເປັນນັກ ຮົບວັດທະນະທໍາທີ່ຫ້າວຫັນ ແລະ ນໍາໜ້າຂອງກົມກອງ ເຊິ່ງພະນັກ ງານ-ນັກຮົບຮຸ່ນໜຸ່ມ ຄວນນໍາໄປ ເປັນແບບຢ່າງໃນການເຝິກຝົນຫລໍ່ ຫລອມຕົນເອງໃຫ້ກາຍເປັນນັກຮົບ ວັດທະນະທໍາທີ່ດີເດັ່ນຂອງກົມກອງ ກໍຄືກອງທັບ ເພື່ອປະກອບສ່ວນ ກໍ່ສ້າງກົມກອງໃຫ້ມີລະບຽບແບບ
RkJQdWJsaXNoZXIy MTc3MTYxMQ==