6038

xtgmf]k; 3 02/01/2025 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me lh k'7;k,vkflk,kf .odkoxt8y [a f |h kmu j ;Pd'ko .sh rtoa d'ko d[z ຂ່າາວ: ສພຊ່ ບົດສະເໜີົີ ຂ່າວ-ພາບ: ຄຳຟອງ່ າ dko75h ,7v'oe.-h muj fy o 16j c0;'[= ]y 7ew- .ow]ptzj ko,k pa '[+ ma o];,l6 o sa o]q 'd+ lh k'Ikd4kodkog,n v' grn j v-5 dp6 h dkogIa f8q ;9y '.sh 4n d8k,my f * ກໍາມາທິການບັນດາເຜົ່າ (ກບຜ) ຝຶກອົບຮົມສ້າງຄວາມ ອາດສາມາດ ປະຈຳປີ 2024 ໃຫ້ພະນັກງານພາຍໃນກໍາມາທິ ການບັນດາເຜົ່າ ໃນວັນທີ 25 ທັນວາ 2024 ທີ່ແຂວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ທັດສະດາພອນ ຈັນທະມາດ ຮອງປະທານກໍາມາທິການບັນດາ ເຜົ່າ, ມີຜູ້ຕາງໜ້າຈາກສະພາ ແຫ່ງຊາດ, ສູນກາງແນວລາວ ສ້າງຊາດ ແລະ ກະຊວງພາຍໃນ ເຂົ້າຮ່ວມ. ທ່ານ ນາງ ທັດສະດາພອນ ຈັນທະມາດ ກ່າວວ່າ: ການຝຶກ ອົບຮົມຄັ້ງນີ້ ເປັນການຍົກສູງ ຂີດຄວາມສາມາດ, ເພີ່ມທັກສະ ໃນການປະຕິບັດໜ້າທີ່ວຽກງານ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ຂອງພະນັກງານ ເພື່ອຮັບ ປະກັນການເປັນເສນາທິການທີ່ດີ ແກ່ພະແນກ, ກົມກໍຄືກຳມາທິການ ໃຫ້ມີຄວາມເຂັ້ມແຂງຂຶ້ນເທື່ອລະ ກ້າວ ພ້ອມທັງເຊື່ອມຊຶມບັນດາ ເລກທີ 1095/ກຊສ, ລົງວັນທີ 18 ມິຖຸນາ 2024 ວ່າດ້ວຍການຫັນ ປ່ຽນປະເພດທີ່ດິນ. ພ້ອມນີ້, ງົບປະ ມານໃນການຈັດຕັ້ງປະຕິບັດຕົວຈິງ ບໍ່ພຽງພໍ ໂດຍສະເພາະການຜັນຂະ ຫຍາຍລົງສູ່ຂັ້ນເມືອງ ແລະ ບ້ານ ເປັນການສ້າງແຜນຈັດສັນທີ່ດິນຂັ້ນ ຈຸລະພາກ ແບບລະອຽດສະແດງ ໃຫ້ເຫັນທີ່ຕັ້ງ ຂອງແຕ່ລະຕອນ ດິນແຕ່ລະປະເພດພາຍໃນບ້ານ ແລະ ເມືອງ ສາມາດສ້າງຖານເປັນ ຂໍ້ມູນແກ່ຂະແໜງການ ເປັນຕົ້ນ ໃນການເງິນໃນການຈັດເກັບລາຍ ຮັບ ກ່ຽວກັບທີ່ດິນ ໄດ້ຢ່າງຊັດເຈນ ແລະ ແນ່ນອນຍິ່ງຂຶ້ນ ພ້ອມນີ້, ຂະ ແໜງການຂັ້ນທ້ອງຖິ່ນ ຍັງຂາດ ຄວາມເປັນເຈົ້າໃນການຄຸ້ມຄອງ ຕິດຕາມການຫັນປ່ຽນປະເພດທີ່ ດິນໂດຍບໍ່ຖືກຕ້ອງ ຕາມທີ່ກຳນົດ ໄວ້ໃນແຜນການຄຸ້ມຄອງຮອດປີ 2030, ເຊິ່ງມີການດັດແກ້ປະເພດ ທີ່ດິນ ໂດຍບໍ່ໄດ້ຮັບອະນຸຍາດຈາກ ຂະແໜງການທີ່ກ່ຽວຂ້ອງທີ່ຄຸ້ມ ຄອງປະເພດທີ່ດິນ, ການຫັນປ່ຽນ ປະເພດທີ່ດິນ ບໍ່ເປັນໄປຕາມຂະບວນ ແລະ ບົດແນະນໍາຈາກຂະແໜງ ການຂັ້ນສູນກາງວາງອອກ ເຊັ່ນ: ເນື້ອທີ່ດິນປ່າໄມ້ຫລຸດລົງ. ນອກ ຈາກນີ້, ຍັງຂາດມາດຕະການໃນ ການຈັດຕັ້ງປະຕິບັດຕໍ່ຜູ້ລະເມີດ ລະບຽບການ ແລະ ກົດໝາຍວາງ ອອກ ເປັນຕົ້ນການຖົມດິນ ແລະ ປ່ຽນແປງປະເພດທີ່ດິນໂດຍບໍ່ໄດ້ ຮັບອະນຸຍາດ. ທ່ານ ສົມສະຫງວນ ສຸວັນນະ ລາດ ໃຫ້ຮູ້ຕື່ມວ່າ: ແຜນການ 5 ປີ 2021-2025 ຂອງພະແນກຊັບ ພະຍາກອນ ແລະ ສິ່ງແວດລ້ອມ ແຂວງບໍລິຄຳໄຊ ແມ່ນ 50.000 ຕອນ ມາຮອດປັດຈຸບັນ ປະຕິບັດໄດ້ 35.898 ຕອນ ເທົ່າກັບ 71,79% ຂອງແຜນ 5 ປີ. ສະເພາະປີ 2024 ປະຕິບັດໄດ້ 16.124 ຕອນ ທຽບ ໃສ່ແຜນການກຳນົດຂອງແຂວງ 20 . 056 ຕອນ ປະຕິບັດໄດ້ 79,60%. ປັດຈຸບັນພາຍໃນແຂວງ ສາມາດອອກໃບຕາດິນໄດ້ແລ້ວ 102.744 ຕອນ ທຽບໃສ່ຕົວເລກ ສຳມະໂນຕອນດິນ142.586 ຕອນ ເທົ່າກັບ 72,05%, ນອກນີ້ຍັງມີ ຈຳນວນໜຶ່ງເປັນການນຳໃຊ້ທີ່ດິນ ຕາມປະເພນີຂອງປະຊາຊົນ ທີ່ຍັງບໍ່ ທັນໄດ້ອອກເອກະສານດິນ ຈະຕ້ອງ ໄດ້ສືບຕໍ່ດຳເນີນຂະບວນການໃນ ການອອກໃບຕາດິນຕາມລະບຽບ ການ ແລະ ກົດໝາຍວາງອອກ. * ເມື່ອບໍ່ດົນມານີ້ ທ່ານ ຄອນ ສະຫງ່າ ພິມມະສອນ ກຳມະການ ພັກແຂວງ ຫົວໜ້າຄະນະໂຄສະນາ ອົບຮົມແຂວງ ພະນັກງານຫັນລົງ ກໍ່ສ້າງຮາກຖານການເມືອງປະຈຳ ເມືອງສາມັກຄີໄຊ ພ້ອມດ້ວຍຄະນະ ຫັນລົງກໍ່ສ້າງຮາກຖານການເມືອງ ສົມທົບກັບຄະນະນຳເມືອງສາມັກຄີ ໄຊ, ພາກສ່ວນໜ່ວຍງານປູກຝັງລ້ຽງສັດ ແລະ ພາກສ່ວນທີ່ກ່ຽວ * ລະບົບການຄຸ້ມຄອງປະເພດ ທີ່ດິນ ຂອງບັນດາຂະແໜງການ ປິ່ນອ້ອມ ຢູ່ແຂວງບໍລິຄຳໄຊ ຍັງບໍ່ ທັນລວມສູນ, ຍັງຂາດນິຕິກຳ ໃນ ການຄຸ້ມຄອງ ແລະ ລົງສໍາຫລວດ ເກັບກຳຂໍ້ມູນແບບລະອຽດ ເພື່ອ ຄຸ້ມຄອງຕາມລະບຽບການ ແລະ ກົດໝາຍວາງອອກ ເຫັນວ່າຍັງບໍ່ ທັນມີການເຄື່ອນໄຫວເທົ່າທີ່ຄວນ ພ້ອມນີ້, ຄວາມເປັນເຈົ້າການໃນ ການສ້າງແຜນຄຸ້ມຄອງ ກໍຍັງບໍ່ໄດ້ ດີ, ຄວາມເຂົ້າໃຈໃນການນໍາໃຊ້ ທີ່ດິນ ຍັງບໍ່ທັນເລິກເຊິ່ງ ຈຶ່ງເຮັດໃຫ້ ການຈັດຕັ້ງປະຕິບັດໃນໄລຍະຜ່ານ ມາບໍ່ຖືກຕ້ອງ ແລະ ສອດຄ່ອງຕາມ ລະບຽບການວາງອອກ. ທ່ານ ສົມສະຫງວນ ສຸວັນນະ ລາດ ຫົວໜ້າພະແນກ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ໄດ້ລາຍງານກ່ຽວກັບ ຄວາມຄືບໜ້າການຈັດຕັ້ງປະຕິບັດ ແຜນການຈັດສັນທີ່ດິນ, ຄຸ້ມຄອງ ຊັບພະຍາກອນທໍາມະຊາດແລະ ສິ່ງ ແວດລ້ອມຮອບດ້ານຮອດປີ 2030 ຕາມຂໍ້ຕົກລົງຂອງເຈົ້າແຂວງບໍລິ ຄໍາໄຊ ສະບັບເລກທີ 133/ຂບຊ, ລົງວັນທີ 18 ກຸມພາ 2021 ໃນ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ແຂວງບໍ ລິຄໍາໄຊ ຊຸດທີ II ໃນອາທິດຜ່ານ ມາວ່າ: ບາງຂະແໜງການ ຍັງບໍ່ ເຂົ້າໃຈເລິກເຊິ່ງໃນການຄຸ້ມຄອງ ນໍາໃຊ້ທີ່ດິນ ທີ່ຂັດກັບກົດໝາຍກຳ ນົດເປັນຕົ້ນ ຍັງຖືວ່າຂະແໜງຂອງ ຕົນ ສາມາດມອບສິດນໍາໃຊ້ທີ່ດິນ ໃຫ້ແກ່ບຸກຄົນ ຫລື ໃຫ້ເຊົ່າໄດ້ ແລະ ມີການແບ່ງປັນໃຫ້ພະນັກງານໃນ ຂົງເຂດຂອງຕົນ ແລະ ມີສິດອະນຸ ຍາດໃຫ້ຫັນປ່ຽນປະເພດທີ່ດິນ ເຊິ່ງ ບໍ່ສອດຄ່ອງກັບຂໍ້ຕົກລົງຂອງລັດ ຖະມົນຕີກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ສະບັບ ນິຕິກຳທີ່ກ່ຽວຂ້ອງ ໃນຂົງເຂດ ວຽກງານຂອງກຳມາທິການ ບັນດາເຜົ່າ, ກະຊວງພາຍໃນ, ສູນກາງແນວລາວສ້າງຊາດ ເພື່ອ ນຳໄປຈັດຕັ້ງຜັນຂະຫຍາຍເຂົ້າ ໃນໜ້າທີ່ວຽກງານ ທີ່ຕົນຮັບຜິດ ຊອບ. ພ້ອມນີ້, ຜູ້ເຂົ້າຮ່ວມຍັງໄດ້ຮັບ ຟັງການເຜີຍແຜ່ ເນື້ອໃນມະຕິ ກອງປະຊຸມສະໄໝສາມັນ ເທື່ອ ທີ 7 ຂອງສະພາແຫ່ງຊາດ ຊຸດທີ IX ກ່ຽວກັບວຽກງານພັດທະນາ ຊົນນະບົດ ແລະ ແກ້ໄຂຄວາມທຸກ ຍາກ, ຮ່າງມະຕິ ກອງປະຊຸມສະ ໄໝສາມັນ ເທື່ອທີ 8 ຂອງ ສະພາ ແຫ່ງຊາດ ຊຸດທີ IX ກ່ຽວກັບ ວຽກງານ 3 ສ້າງ, ເຜີຍແຜ່ເນື້ອ ໃນ ຮ່າງປຶ້ມ 50 ຊົນເຜົ່າ ໃນວົງ ຄະນາຍາດແຫ່ງ ສປປ ລາວ, ເນື້ອ ໃນວຽກງານແນວໂຮມແລະວຽກ ງານຊັ້ນຄົນ-ສັງຄົມ, ບົດຮຽນ ການແຍກໂຄງປະກອບການຈັດ ຕັ້ງ(ແຍກພະແນກ), ບາງເນື້ອໃນ ການກຳນົດຕຳແໜ່ງງານ ຂອງ ຂັ້ນພະແນກ ແລະ ບາງເນື້ອໃນ ຂອງດຳລັດວ່າດ້ວຍ ອົງການຈັດ ຕັ້ງສັງຄົມໃນໄລຍະຜ່ານມາ ຍົກ ໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງ ຄ້າງ ແລະ ວິທີການແກ້ໄຂ. ໂອກາດນີ້, ຜູ້ເຂົ້າຮ່ວມ ໄດ້ ພ້ອມກັນຄົ້ນຄວ້າ ແລະ ແລກປ່ຽນ ຄຳຄິດຄຳເຫັນ ຢ່າງກົງໄປກົງມາ ໂດຍສຸມໃສ່ຈຸດປະສົງ ທີ່ບັນດາ ວິທະຍາກອນໄດ້ຍົກຂຶ້ນ ໃຫ້ໄດ້ ຮັບປະສິດທິພາບ ແລະ ປະສິດທິ ຜົນສູງສຸດ. ຂ້ອງ. ສຳລັບການລົງຢ້ຽມຢາມຊຸກຍູ້ ຄອບຄົວປູກພືດສະອາດ ທິ່ບ້ານ ສີວິໄລ ແລະ ບ້ານໃຫຍ່ ເຊກະໝານ ເຊິ່ງເປັນຄອບຄົວທີ່ຫ້ອງການກະ ສິກຳ-ປ່າໄມ້ເມືອງ ໄດ້ກຳນົດເອົາ ໃນການປູກພືດສະອາດ ແລະ ຂະ ຫຍາຍການປູກພືດສະອາດພາຍໃນ ເມືອງໃຫ້ຫລາຍຂຶ້ນ ມີ 2 ຄອບຄົວ ຄື: ຄອບຄົວທ່ານ ຄຳພຸດ ທີນທະ ວົງ ແລະ ຄອບຄົວ ທ່ານ ສົມໃຈ ໄຊປະເສີດ ຢູ່ບ້ານສີວິໄລ ຊຶ່ງທັງ 2 ຄອບຄົວນີ້ໄດ້ເອົາໃຈໃສ່ການ ປູກພືດຜັກ ເປັນຕົ້ນ: ຜັກກາດ, ຜັກ ສະຫລັດ, ໝາກບວບ-ໝາກນອຍ, ຜັກຫອມ. . .ຜົນຜະລິດດັ່ງກ່າວ ແມ່ນໄດ້ຈຳໜ່າຍຂາຍພາຍໃນບ້ານ ແລະ ຕາມທ້ອງຕະຫລາດ. ນອກ ນີ້, ຍັງໄດ້ລ້ຽງສັດປະເພດ ໝູ, ໄກ່, ງົວ, ຄວາຍ ຈຳນວນໜຶ່ງ ຊຶ່ງໃນ ປັດຈຸບັນສາມາດສ້າງລາຍຮັບໃຫ້ ຄອບຄົວ ທ່ານ ຄຳພຸດ ອິນທະວົງ ປະມານປີລະ 50-60 ລ້ານກີບ, ຄອບຄົວ ທ່ານ ສົມໃຈ ໄຊປະເສີດ ປະມານປີລະ 30-40 ລ້ານກີບ ຊຶ່ງ ເຮັດໃຫ້ 2 ຄອບຄົວດັ່ງກ່າວມີເງິນ ເກັບ, ມີທຶນໝູນວຽນ. ພ້ອມນັ້ນກໍ ໄດ້ຢ້ຽມຢາມສີນຄ້າໜຶ່ງເມືອງໜຶ່ງ ຜະລິດຕະພັນແຫ່ງຊາດຂອງກຸ່ມ ຫັດຖະກຳຕ່ຳແຜ່ນແພຜ້າກະໂດ ບ້ານ ສີວິໄລ. ຫລັງຈາກນັ້ນ, ກໍ ໄດ້ຢ້ຽມຢາມຊຸກຍູ້ຄອບຄົວ ທ່ານ ແຫລ້ + ນາງ ໄມ , ຄອບຄົວ ທ່ານ ວັນສຸກ + ນາງ ດາວີ ບ້ານໃຫຍ່ເຊ ກະໝານ ທັງ 2 ຄອບຄົວ ໄດ້ປູກ ໝາກຮຸ່ງ, ໝາກເຜັດ, ໝາກເຂືອ, ໝາກແຕງ, ໝາກຖົ່ວ ແລະ ພືດຜັກ ຈຳນວນໜຶ່ງ. ໃນປັດຈຸບັນທັງ 2 ຄອບຄົວ ສາມາດສ້າງລາຍຮັບເຂົ້າ ຄອບຄົວໄດ້ປະມານ 50-60 ລ້ານ ກີບຕໍ່ປີ. ການລົງຕິດຕາມກວດກາໂຄງ ການ ແລະ ບັນດາຄອບຄົວຕົວແບບ ໃນຄັ້ງນີ້ ບັນດາເຈົ້າຂອງໂຄງການ ແລະ ຄອບຄົວຕົວແບບໄດ້ລາຍງານ ສະພາບການເຄື່ອນໄຫວ ຂອງຕົນ ໂດຍຫຍໍ້ກ່ຽວກັບການກໍ່ສ້າງໂຄງ ການ ແລະ ຂໍ້ສະດວກ-ຂໍ້ຫຍຸ້ງຍາກ ຂອງຄອບຄົວຕົວແບບໃຫ້ບັນ ດານໍາຂັ້ນເມືອງ ຮັບຊາບເພື່ອ ຊຸກຍູ້ສົ່ງເສີມ ແລະ ຫາວິທີທາງ ອອກໃຫ້ປະຊາຊົນ ໂດຍສະເພາະ ແມ່ນຄອບຄົວຕົວແບບ ໃຫ້ມີການ ພັດທະນາຂະຫຍາຍກິດຈະການ ຂອງຕົນ ໃຫ້ດີຂຶ້ນກວ່າເກົ່າ. ຈາກນັ້ນທ່ານ ຄອນສະຫງ່າ ພິມມະສອນ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມ ແຂວງ ໃນນາມພະນັກງານຫັນລົງ ກໍ່ສ້າງຮາກຖານການເມືອງປະຈຳ ເມືອງສາມັກຄີໄຊ ພ້ອມດ້ວຍຄະ ນະຫັນລົງກໍ່ສ້າງຮາກຖານການ ເມືອງ, ໄດ້ສະແດງຄວາມຍ້ອງຍໍ ຊົມເຊີຍ ຕໍ່ບັນດາຄອບຄົວຕົວແບບ ການປູກພືດສະອາດ ທີ່ສາມາດ ເປັນຕົວຢ່າງໃຫ້ແກ່ບັນດາຄອບຄົວ ພາຍໃນບ້ານຂອງຕົນ ໃນການປູກ ຝັງ-ລ້ຽງສັດ ແລະ ເຊື່ອໝັ້ນວ່າ ໃນຕໍ່ໜ້ານີ້ ບັນດາຄອບຄົວປູກພືດ ສະອາດ ດັ່ງກ່າວ ຈະສືບຕໍ່ປັບປຸງ ຂະຫຍາຍກິດຈະການຂອງຕົນ ໃຫ້ ເຕີບໃຫຍ່ຂະຫຍາຍຕົວໄປຕາມ ຄວາມຕ້ອງການ ຂອງສັງຄົມ ໃນ ຕໍ່ໜ້າຜະລິດສີນຄ້າໃຫ້ຫລາຍຂຶ້ນ ກວ່າເກົ່າ ສາມາດສ້າງລາຍຮັບ ເຂົ້າໃນການພັດທະນາຄອບຄົວ ຂອງຕົນ ແລະ ກາຍເປັນຄອບຄົວ ຮັ່ງມີຜາສຸກ.

RkJQdWJsaXNoZXIy MTc3MTYxMQ==