6035

xtgmf]k; 6 27/12/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d *** ຕໍ່ຈາກສະບັບກ່ອນ *** ໍ່ ຈັ ບ່ ອ [a opkdkfdko7h k{dko]q 'mb o .o 6 xtgmf 7b d7a d 7P'76j da [dkoxh v'da owroE4h ;, c]t wrcsh 'c]h ' ໂດຍ: ສຸກທະວີຸ ກີ ໂດຍ: ເກີດຂວັນໃຈ ມາລີຈັນສີີ ດັ ນີ ຈັນີ glA omk',= ]tfq d;P'9a o 0q ;g-nj v,8+ xts;a flkf c]t dkomj v'mj P; * ໂຄງການ “ເສັ້ນທາງມໍລະດົກ ວຽງຈັນ” ເປັນກິດຈະກຳໜຶ່ງ ທີ່ຈັດ ຂຶ້ນ ເພື່ອສົ່ງເສີມການທ່ອງທ່ຽວ ຢູ່ ນະຄອນຫລວງວຽງຈັນ (ນວ) ຜ່ານການເຂົ້າເຖິງສະຖານທີ່ທ່ອງ ທ່ຽວ ແລະ ບັນດາອາຄານເຮືອນ ເກົ່າ ອັນມີຄຸນຄ່າສູງ ທີ່ເປັເອກະລັກ ຢູ່ໃຈກາງນະຄອນຫລວງວຽງຈັນ ຊຶ່ງກວມເອົາລັດສະໝີ 2 ກິໂລແມັດ, ມີຈຸດໃຈກາງຢູ່ສວນສາທາລະນະ ນໍ້າພຸ (ບ້ານຊຽງຍືນ) ຊຶ່ງໂຄງການ ນີ້ຈັດຂຶ້ນເພື່ອສົ່ງເສີມກິດຈະກຳ ການທ່ອງທ່ຽວໃນເຂດຕົວເມືອງ ຂອງນະຄອນຫລວງວຽງຈັນ ແລະ ເປັນການອະນຸລັກມໍລະດົກວັດທະ ນະທຳອັນມີຄຸນຄ່າຂອງຊາດໄວ້. ເສັ້ນທາງມໍລະດົກວຽງຈັນ ປະ ກອບດ້ວຍສະຖານທີ່ສຳຄັນທາງປະ ຫວັດສາດ ແລະ ວັດທະນະທຳ ຈຳ ນວນ 59 ສະຖານທີ່ ເປັນຕົ້ນ ແມ່ນ ອາຄານເກົ່າສະໄໝອານານິຄົມ ສ້າງຂຶ້ນໃນລະຫວ່າງປີ 1914 ເຖິງ 1930 ເຊິ່ງເປັນມໍ ລະດົກຈາກຍຸກ ສະໄໝອານານິຄົມຝຣັ່ງ. ປັດຈຸບັນ, ໄດ້ຖືກນຳໃຊ້ເປັນອາຄານສ່ວນ ບຸກຄົນ; ຫໍພະແກ້ວ ເປັນວັດເກົ່າແກ່ ໃນນະຄອນຫລວງວຽງຈັນ, ຕັ້ງ ຢູ່ຖະໜົນເສດຖາທິຣາດ ທາງທິດ ຕາເວັນອອກສຽງໃຕ້ຂອງວັດສີສະ ການຮ່ວມມືຊັບພະຍາກອນນ້ຳ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໄດ້ ຮັບຜົນງານຢ່າງພົ້ນເດັ່ນໃນຂົງ ເຂດປ້ອງກັນໄພນ້ຳຖ້ວມ ແລະ ໄພ ແຫ້ງແລ້ງ. ນັບແຕ່ປີ 2017 ເປັນ ຕົ້ນມາ, ລັດຖະບານຈີນ ໄດ້ຊ່ວຍ ເຫລືອປະເທດລຸ່ມແມ່ນ້ຳຂອງປະ ຕິບັດໂຄງການສາທິດເພື່ອປັບປຸງ ຊີວິດການເປັນຢູ່ຂອງປະຊາຊົນ 50 ກວ່າໂຄງການ, ເຊິ່ງລວມທັງ ຄວາມປອດໄພດ້ານການສະໜອງ ນ້ຳຢູ່ຊົນນະບົດ, ການຄຸ້ມຄອງ ແບບສັງລວມຢູ່ບໍລິເວນນ້ອຍຕາມ ລຸ່ມແມ່ນ້ຳ, ການຕິດຕາມຄວາມ ປອດໄພເຂື່ອນນ້ຳ, ການອົບຮົມບຸກ ຄະລາກອນ ແລະ ອື່ນໆ. ນອກນີ້, 6 ປະເທດສະມາຊິກແມ່ນ້ຳລ້ານ ຊ້າງ-ແມ່ນ້ຳຂອງພວມຮ່ວມກັນ ປັບປຸງເວທີຮ່ວມກັນຊົມໃຊ້ຂໍ້ມູນ ຂ່າວສານຂອງການຮ່ວມມືດ້ານ ຊັບພະຍາກອນນ້ຳແມ່ນ້ຳລ້ານ ຊ້າງ-ແມ່ນ້ຳຂອງໃຫ້ສົມບູນຂຶ້ນ. ນັບແຕ່ປີ 2002 ເປັນຕົ້ນມາ, ກະ ຊວງຊັບພະຍາກອນນ້ຳຈີນ ໄດ້ສະ ໜອງຂໍ້ມູນຂ່າວສານດ້ານອຸທົກກະ ສາດໃນໄລຍະນ້ຳມາກສຳລັບລ້ອງ ແມ່ນ້ຳລ້ານຊ້າງ-ແມ່ນ້ຳຂອງໃຫ້ ແກ່ກອງເລຂາຄະນະກຳມາທິການ ແມ່ນ້ຳຂອງຢ່າງເປັນປະຈຳ, ເລີ່ມ ແຕ່ເດືອນພະຈິກປີ 2020 ເປັນຕົ້ນ ມາ ໄດ້ສະໜອງຂໍ້ມູນອຸທົກກະສາດ ຕະຫລອດປີ. ໂຄງການເຫລົ່ານີ້ໄດ້ນຳເອົາ ຜົນປະໂຫຍດຕົວຈິງມາໃຫ້ແກ່ປະ ຊາຊົນທ້ອງຖິ່ນ. ໃນນັ້ນ, “ແຜນ ດຳເນີນງານນ້ຳດື່ມທີ່ສະອາດແມ່ ນ້ຳລ້ານຊ້າງແມ່ນ້ຳຂອງ”ໄດ້ສ້າງ ຈຸດສາທິດ ການສະໜອງນ້ຳຢ່າງ ປອດໄພຢູ່ຊົນນະບົດ 60 ກວ່າແຫ່ງ ຂອງປະເທດລຸ່ມແມ່ນ້ຳຂອງ, ໄດ້ ສະໜອງນ້ຳດື່ມທີ່ປອດໄພໃຫ້ແກ່ ປະຊາຊົນທ້ອງຖິ່ນ 1 ໝື່ນກວ່າຄົນ. ແຕ່ວ່າ, ຍ້ອນໄດ້ຮັບຜົນສະທ້ອນ ຈາກການລາຍງານ ຂ່າວຂອງບາງ ສື່ປະເທດຕາເວັນຕົກຕໍ່ການເຄື່ອນ ໄຫວຂອງຈີນຢູ່ແມ່ນ້ຳລ້ານຊ້າງ, ຈຶ່ງເຮັດໃຫ້ບາງຄົນໃນປະເທດລຸ່ມ ແມ່ນ້ຳຂອງເກີດມີຄວາມເຂົ້າໃຈ ຜິດຕໍ່ຈີນໜ້ອຍໜຶ່ງ. ເປັນຕົ້ນແມ່ນ ມີບາງຂ່າວໄດ້ລາຍງານວ່າ, ຈີນ ສ້າງເຂື່ອນ ຈະກະທົບເຖິງການ ເດີນເຮືອ ແລະ ຄຸນນະພາບຂອງ ນ້ຳ, ຈົນພາໃຫ້ເກີດໄພແຫ້ງແລ້ງ. ໜ່ວຍງານຕິດຕາມວັດແທກເຂື່ອນ ຕາມລຳແມ່ນ້ຳຂອງທີ່ນຳພາໂດຍ ສູນສະຕິມຊັນທີ່ເປັນຄັງປັນຍາ ອາເມລິກາໄດ້ເປີດເຜີຍຂໍ້ມູນດ້ານ ອຸທົກກະສາດທີ່ບໍ່ຖືກຕ້ອງຂອງລຸ່ມ ແມ່ນ້ຳຂອງ, ພາໃຫ້ເກີດ “ບັ້ນຫາງ ສຽງກ່ຽວກັບນ້ຳ” ທີ່ນຳໄປທາງທີ່ ບໍ່ຖືກຕ້ອງກັບຄວາມເປັນຈິງ. ໃນຄວາມເປັນຈິງແລ້ວ, ເຂື່ອນ ໄຟຟ້າຕາມລ້ອງແມ່ນ້ຳລ້ານຊ້າງ ຈະບໍ່ໃຊ້ນ້ຳຢ່າງຊະຊາຍ, ແຕ່ເປັນ ການປັບປະລິມານນ້ຳໄຫລຕາມ ສາຍແມ່ນ້ຳຢ່າງຖືກກັບຫລັກວິທະ ຍາສາດ. ນັບແຕ່ເຂື່ອນໄຟຟ້າທີ່ ກ່ຽວຂ້ອງຂອງຈີນ ສ້າງຕັ້ງຂຶ້ນ ແລະ ເຮັດວຽກເປັນຕົ້ນມາ, ໄດ້ເສີມ ຂະຫຍາຍບົດບາດທີ່ “ຊ່ວຍເກັບ ຮັກສານ້ຳໃນໄລຍະນ້ຳຖ້ວມ ແລະ ປ່ອຍນ້ຳໃນໄລຍະນ້ຳແຫ້ງ” ຢ່າງ ມີປະສິດທິຜົນ, ເມື່ອເກີດໄພນ້ຳ ຖ້ວມຈະກັກນ້ຳໄວ້ສ່ວນໜຶ່ງໃນ ອ່າງນ້ຳ, ເມື່ອຮອດລະດູການທີ່ ນ້ຳແຫ້ງລົງຈະປ່ອຍນ້ຳລົງສູ່ຍ່ານ ໃຕ້ໃຫ້ຫລາຍ, ເຊິ່ງໃນດ້ານໜຶ່ງຈະ ຫລຸດຜ່ອນຄວາມກົດດັນດ້ານ ການ ປ້ອງກັນໄພນ້ຳຖ້ວມຂອງເຂດຍ່ານ ໃຕ້, ອີກດ້ານໜຶ່ງໃນລະດູການຍາມ ນ້ຳແຫ້ງ ຈະສາມາດຕອບສະໜອງ ກັບຄວາມຕ້ອງການນຳໃຊ້ນ້ຳຂອງ ປະຊາຊົນທີ່ອາໄສຢູ່ລຽບຕາມລຳ ແມ່ນ້ຳ. ພາຍໃຕ້ກໍລະນີພິເສດ ເຊັ່ນ: ການກວດກາສ້ອມແປງເຂື່ອນໄຟ ຟ້າ ແລະ ອື່ນໆ, ຝ່າຍຈີນ ຈະແຈ້ງ ຂໍ້ມູນການປັບລະດັບນ້ຳຂອງເຂື່ອນ ໄຟຟ້າຕໍ່ປະເທດຍ່ານໃຕ້ ແລະ ຄະ ນະກຳມາທິການແມ່ນ້ຳຂອງໂດຍ ລ່ວງໜ້າ; ໃນກໍລະນີທີ່ຍ່ານໃຕ້ ປະສົບໄພນ້ຳຖ້ວມຮ້າຍແຮງ ແລະ ໄພແຫ້ງແລ້ງຢ່າງໜັກໜ່ວງນັ້ນ, ຈີນກໍເຄີຍໃຊ້ມາດຕະການພິເສດ ເປັນການຊົ່ວຄາວ ເພື່ອຊ່ວຍເຫລືອ ບັນເທົາໄພທຳມະຊາດຢູ່ຍ່ານໃຕ້. ມາດຕະການດັ່ງກ່າວໄດ້ຊ່ວຍເພີ່ມ ລະດັບນ້ຳໃນແມ່ນ້ຳຂອງໃນລະດູ ການທີ່ນ້ຳແຫ້ງ, ຫລຸດຜ່ອນຄວາມ ກົດດັນດ້ານການປ້ອງກັນໄພນ້ຳ ຖ້ວມໃນໄລຍະນ້ຳຫລາຍ, ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາ ຊົນທ້ອງຖິ່ນໃຫ້ດີຂຶ້ນ. ການຮ່ວມມືດ້ານເຂື່ອນໄຟຟ້າ ນ້ຳຕົກຢູ່ລ້ອງແມ່ນ້ຳລ້ານຊ້າງ-ແມ່ ນ້ຳຂອງກໍໄດ້ສ້າງຜົນປະໂຫຍດ ໃຫ້ກັບປະຊາຊົນຫລາຍຂຶ້ນ. ການ ພັດທະນາເສດຖະກິດສັງຄົມຂອງ ປະເທດລ້ອງແມ່ນ້ຳລ້ານຊ້າງ-ແມ່ ນ້ຳຂອງຕ້ອງການພະລັງງານ ຢ່າງ ຫລວງຫລາຍ, ສ່ວນລາວ, ມຽນ ມາ, ກຳປູເຈຍ ແລະອື່ນໆກໍມີບັນຫາ ຂາດແຄນພະລັງງານໃນລະດັບໃດ ໜຶ່ງ, ການພັດທະນາໄຟຟ້ານ້ຳຕົກ ຈະສາມາດຫລຸດຜ່ອນບັນຫາເຫລົ່າ ນີ້ຢ່າງຫລວງຫລາຍ. ພວກເຮົາໄດ້ສັງເກດເຫັນວ່າ, ຫວ່າງບໍ່ດົນມານີ້, ໃນສື່ສັງຄົມ ອອນລາຍໄດ້ກະຈາຍຂ່າວລືທີ່ວ່າ ເຂື່ອນໄຟຟ້າຊຽງຮຸ່ງຂອງຈີນເປີດ ປະຕູເຂື່ອນຢ່າງຂະໜາດໃຫຍ່ເພື່ອ ປ່ອຍນ້ຳລົງພາກໃຕ້ ແລະ ໄດ້ສ້າງ ຜົນກະທົບຕໍ່ປະເທດລາວ. ຜ່ານ ຈາກການກວດສອບແລ້ວເຫັນວ່າ, ຫວ່າງມໍ່ໆມານີ້, ເຂື່ອນໄຟຟ້າທີ່ ກ່ຽວຂ້ອງຂອງຈີນ ແມ່ນຢູ່ໃນການ ຄວບຄຸມຢ່າງເປັນປົກກະຕິຕະ ຫລອດມາ, ປະລິມານນ້ຳໄຫລອອກ ຈາກອ່າງແມ່ນຢູ່ໃນລະດັບທີ່ໝັ້ນ ທ່ຽງ, ອັນທີ່ເອີ້ນວ່າ ປ່ອຍນ້ຳໃຫ້ ຖ້ວມນັ້ນແມ່ນເປັນຂ່າວລື. ຄວາມ ຈິງຄື, ເມື່ອພິຈາລະນາແລ້ວເຫັນ ວ່າ ຫວ່າງມໍ່ໆມານີ້, ຢູ່ປະເທດຍ່ານ ໃຕ້ ເຊິ່ງລວມທັງປະເທດລາວ ມີ ປະລິມານຝົນຕົກຫລາຍ ລະດັບນ້ຳ ສູງຂຶ້ນ, ເຂື່ອນໄຟຟ້າທີ່ກ່ຽວຂ້ອງ ຂອງຈີນ ບໍ່ພຽງແຕ່ບໍ່ໄດ້ປ່ອຍນ້ຳ ລົງຍ່ານໃຕ້ໃຫ້ຫລາຍເທົ່ານັ້ນ, ແຕ່ ຍັງໄດ້ປັບປະລິມານນ້ຳໄຫລອອກ ອ່າງໃຫ້ໜ້ອຍລົງເປັນການສະເພາະ ອີກດ້ວຍ, ເຊິ່ງໜ້ອຍກວ່າໄລຍະ ດຽວກັນຂອງປີຜ່ານມາຢ່າງຫລວງ ຫລາຍ (ເທົ່າກັບ 30% ຂອງປະລິ ມານນ້ຳໄຫລສະເລ່ຍກ່ອນການ ສ້າງອ່າງນ້ຳ), ໄພນ້ຳຖ້ວມທີ່ເກີດ ຂຶ້ນຢູ່ລາວໃນຫວ່າງມໍ່ໆ ມານີ້ຕົ້ນຕໍ ແມ່ນຍ້ອນຝົນຕົກໜັກຢູ່ພາຍໃນດິນ ແດນປະເທດລາວ. 6 ປະເທດລ້ອງແມ່ນ້ຳລ້ານ ຊ້າງ-ແມ່ນ້ຳຂອງ ເປັນປະຊາຄົມ ຮ່ວມຊາຕາກຳທີ່ມີສາຍພູສາຍນ້ຳ ຕິດຈອດກັນ, ການຮ່ວມມືດ້ານ ຊັບພະຍາກອນນ້ຳລ້ອງແມ່ນ້ຳ ລ້ານຊ້າງ-ແມ່ນ້ຳຂອງ ເປັນພາລະ ກິດແບບຕ່າງຝ່າຍຕ່າງໄດ້ຮັບຜົນ ປະໂຫຍດ, ຈີນພວມເພີ່ມທະວີການ ຊົມໃຊ້ຮ່ວມກັນ ແລະ ການຮ່ວມມື ດ້ານຂໍ້ມູນຊັບພະຍາກອນນ້ຳ, ຍົກ ຂີດຄວາມສາມາດ ດ້ານການຄຸ້ມ ຄອງລ້ອງແມ່ນ້ຳແບບສັງລວມ, ຮ່ວມກັນຮັບມືກັບສິ່ງທ້າທາຍຕ່າງໆ ເຊັ່ນ ການປ່ຽນແປງຂອງດິນຟ້າ ອາກາດ, ໄພນ້ຳຖ້ວມ ແລະ ອື່ນໆ. ເກດ ສ້າງຂຶ້ນໃນປີ 1565 ເພື່ອ ເປັນທີ່ປະດິດສະຖານພະແກ້ວມໍ ລະກົດ, ທີ່ໄດ້ຮັບການກໍ່ສ້າໃໝ່ ຫລາຍຄັ້ງ ຊຶ່ງປັດຈຸບັນໄດ້ກາຍ ເປັນຫໍພິພິທະພັນສິລະປະທາງສາ ສະໜາ; ອານຸສາວະລີ ເຈົ້າຟ້າງຸ່ມ ມະຫາລາດ ເຈົ້າຟ້າງຸ່ມ ເກີດໃນ ປີ 1316 ທີ່ຊຽງດົງຊຽງທອງ (ຫລວງພະບາງໃນປັດຈຸບັນ) ອົງ ກະສັດຜູ້ທ້ອນໂຮມບັນດາຫົວເມືອງ ລາວບູຮານໃຫ້ເປັນເອກະພາບ ແລະ ໄດ້ສະຖາປະນາເປັນອານາຈັກລາວ ລ້ານຊ້າງ ໃນປີ 1353 ຊຶ່ງການ ນຳພາຂອງເພິ່ນໃນສະໄໝນັ້ນໄດ້ ເປັນຂີດໝາຍອັນສຳຄັນຕໍ່ປະຫວັດ ສາດ ແລະ ວັດທະນະທຳຂອງຊາດ ລາວ, ດັ່ງນັ້ນ ລັດຖະບານລາວ ຈຶ່ງໄດ້ສ້າງຮູບປັ້ນທອງສຳລິດ ຂອງເຈົ້າຟ້າງຸ່ມ ແລະ ຮູບປັ່ນດັ່ງ ກ່າວ ສຳເລັດໃນວັນທີ 5 ມັງກອນ 2003; ພະທາດຫລວງ ຫລື ພະ ເຈດີໂລກະຈຸລາມະນີ ສ້າງຂຶ້ນເທື່ອ ທຳອິດໃນປີ ພສ 236 (ກ່ອນ ຄສ 307 ປີ) ໃນສະໄໝສ້າງເມືອງ ວຽງຈັນ. ພາຍຫລັງຍ້າຍນະຄອນ ຫລວງຈາກຫວງພະບາງມາຕັ້ງຢູ່ ວຽງຈັນ (ຄສ 1560), ພະເຈົ້າ ໄຊຍະເສດຖາທິລາດ ໄດ້ກໍ່ສ້າງ ພະທາດຫລວງຂຶ້ນໃໝ່ ໃນປີ ຄສ 1566. ພະອົງໄດ້ສ້າງເປັນທາດ ໃຫຍ່ກວມອຸມຸງຫິນອັນເກົ່າ ເຊິ່ງ ມີພະທາດນ້ອຍສາມສິບອົງອ້ອມ ພະທາດໃຫຍ່, ເປັນບໍລິວານພ້ອມ ດ້ວຍກົມມະລຽນ ແລະ ຫໍໄຫວ້ທັງ ສີ່ທິດ. ເມື່ອກໍ່ສ້າງສຳເລັດ, ເພິ່ນໄດ້ ໃສ່ຊື່ພະທາດວ່າ “ພະເຈດີໂລກະ ຈຸລາມະນີ” ແຕ່ຄົນສ່ວຫລາຍມັກ ເອີ້ນວ່າ “ທາດຫລວງ” ເຊິ່ງມີ ຄວາມໝາຍວ່າ ທາດທີ່ໃຫຍ່; ທາດ ດຳ ຕັ້ງຢູ່ວົງວຽນທີ່ງຽບສະຫງົບ ໃກ້ກັບຕະຫລາດເຊົ້າ ແລະ ສູນການ ຮຽນຮູ້ທາດດຳ ຂອງສະຖານທູດ ສະຫະລັດອາເມລິກາ. ໃນພາສາ ລາວ, “ທາດ” ໝາຍເຖິງໂຄງສ້າງ ຮູບຊົງຄ້າຍຄືຖ້ວຍງວາມລົງ ຫລື ດອກບົວທີ່ບໍ່ທັນບານ ແລະ ອີກ ຫລາຍໆແຫ່ງທີ່ໜ້າສົນໃຈ. ໂຄງການດັ່ງກ່າວ, ແນໃສ່ເຮັດ ໃຫ້ສັງຄົມ ແລະ ບຸກຄົນທົ່ວໄປ ໄດ້ ຮັບຮູ້, ເຂົ້າໃຈ ແລະ ເຫັນໄດ້ຄຸນຄ່າ ຄວາມໝາຍຄວາມສໍາຄັນ ຂອງ ອາຄານເກົ່າແກ່ທີ່ມີຢູ່ໃນໃຈກາງ ນະຄອນຫລວງວຽງຈັນ ໃຫ້ຫລາຍ ຂຶ້ນ ທັງເປັນການສະແດງ ໃຫ້ເຫັນ ເຖິງຄວາມງົດງາມມົນສະເໜ່ ແລະ ຈຸດພິເສດ ຂອງບັນດາອາຄານ ເກົ່າແກ່ເຫລົ່ານັ້ນ ທີ່ມີເອກະລັກ ແຕກຕ່າງກັນຕາມແຕ່ລະຍຸກສະໄໝ ທີ່ຕິດພັນກັບປະຫວັດຄວາມເປັນມາ ແຫ່ງການຂະຫຍາຍຕົວຂອງຕົວ ເມືອງວຽງຈັນ ແລະ ຕິດພັນກັບວິຖີ ຊີວິດ, ຮີດຄອງປະເພນີ ຂອງຊາວ ນະຄອນຫລວງວຽງຈັນ ນັບຕັ້ງແຕ່ ອະດີດຈົນເຖິງປັດຈຸບັນ. ນອກນັ້ນ, ຍັງເປັນປະກອບສ່ວນເຂົ້າໃນການ ຄຸ້ມຄອງ, ອະນຸລັກ, ປົກປັກຮັກສາ ມໍລະດົກອັນຊົງຄຸນຄ່າຂອງຊາດ ໃຫ້ມີຄວາມຍືນຍົງສືບຕໍ່ໄປ. ພ້ອມດຽວກັນນີ້, ຍັງເປັນການ ສ້າງເງື່ອນໄຂໃຫ້ແກ່ນັກທ່ອງທ່ຽວ ໄດ້ມີທາງເລືອກໃນການທ່ຽວຊົມ ເພີ່ມຫລາຍຂຶ້ນ ໂດຍສາມາດໄປ ທ່ຽວຊົມບັນດາອາຄານເກົ່າແກ່ ຄຽງຄູ່ກັບບັນດາແຫລ່ງທ່ອງທ່ຽວ ທາງວັດທະນະທຳ ແລະ ປະຫວັດ ສາດ ອື່ນໆທີ່ມີຢູ່ໃນນະຄອນຫລວງ ວຽງຈັນ. ສຳລັບນັກທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ສາມາດ ເຂົ້າເຖິງຂໍ້ມູນປະຫວັດສາດກ່ຽວ ກັບສະຖານທີ່ທ່ອງທ່ຽວແຫ່ງຕ່າງໆ ໄດ້ດ້ວຍແຜນທີ່ດີຈິຕອນ, ເວັບໄຊ WWW.vientianeheritage. com ແລະ ບຸກເຊີອີເລັກໂທນິກ.

RkJQdWJsaXNoZXIy MTc3MTYxMQ==