6033

xtgmf]k; 6 25/12/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d *** ອ່ານຕໍ່ສະບັບໜ້າ ***່ າໍ່ ສັ ບ້ າ ໂດຍ: ເກີດຂວັນໃຈ ມາລີຈັນສີ ີ ດັ ນີ ຈັນີ g,n v'm5 ]t7q , ,u lt4komuj mj v'mj P;;a fmtotme 8y fra oda [xts;a flkfmuj |h k7Q osk * ອີງຕາມການລາຍງານຂອງ ທ່ານ ຄໍາພອນ ຈັນທະວົງສັກ ຫົວ ໜ້າຫ້ອງການຖະແຫລງຂ່າວ, ວັດ ທະນະທໍາ ແລະ ທ່ອງທ່ຽວ ເມືອງ ທຸລະຄົມ ແຂວງວຽງຈັນ ໃຫ້ຮູ້ວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດນະໂຍ ບາຍຂອງຂັ້ນເທິງ ກ່ຽວກັບການ ເປີດປີທ່ອງທ່ຽວລາວ 2024, ພະ ແນກ ຖວທ ແຂວງວຽງຈັນ ກໍຄືອົງ ການປົກຄອງເມືອງທຸລະຄົມ ໄດ້ຊຸກ ຍູ້ຊີ້ນໍາໃຫ້ຫ້ອງການ ຖວທ ເມືອງ ຮ່ວມກັບພາກສ່ວນກ່ຽວຂ້ອງເອົາ ໃຈໃສ່ຕໍ່ວຽກງານການຄຸ້ມຄອງ, ພັດທະນາການທ່ອງທ່ຽວ, ກະຈາຍ ລາຍໄດ້ສູ່ຊຸມຊົນ, ຊຸກຍູ້ຫົວໜ່ວຍ ທຸລະກິດບໍລິການທາງດ້ານວຽກ ທ່ອງທ່ຽວປັບປຸງສະຖານທີ່ໃຫ້ຈົບ ງາມ, ເປັນມິດກັບສິ່ງແວດລ້ອມ, ສີຂຽວ ແລະ ຍືນຍົງ, ປັບປຸງຂອດ ບໍລິການ, ກໍານົດເອົາການທ່ອງທ່ຽວ ເປັນອີກບຸລິມະສິດໜຶ່ງເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ຂອງເມືອງ ເພື່ອດຶງດູດນັທ່ອງທ່ຽວ ພາຍໃນ ແລະ ຕ່າງປະເທດ ເຂົ້າມາ ທ່ອງທ່ຽວນັບມື້ຫລາຍຂຶ້ນ. ເມືອງທຸລະຄົມ ເປັນເມືອງເກົ່າ ແກ່, ມີຮີດຄອງປະເພນີ, ວັດທະນະ ທໍາອັນດີງາມເປັນເອກະລັກ ທີ່ມີຊື່ ສຽງມາແຕ່ດົນນານ, ປະຊາຊົນມີ ມູນເຊື້ອຮັກແພງສາມັກຄີ, ຮັກຊາດ ແພງເຊື້ອ, ຮັກບ້ານເກີດເມືອງນອນ, ບໍ່ຍອມຈໍານົນຕໍ່ສັດຕູ, ດຸໝັ່ນ ແລະ ຮັກການອອກແຮງງານເພີ່ມພູນຜະ ລິດຜົນ, ອັນພົ້ນເດັ່ນດ້ານກະສິກໍາ ປູກຝັງ-ລ້ຽງສັດ ແລະ ການຜະລິດ ສະບຽງອາຫານທີ່ຫລາກຫລາຍ ສາມາດປ້ອນຕະຫລາດນະຄອນ ຫລວງວຽງຈັນ ໃນແຕ່ລະມື້, ຖືກ ຂະໜານນາມ ເປັນເຮືອນຄົວຫລັງ ບ້ານຂອງນະຄອນຫລວງວຽງຈັນ, ເປັນເມືອງຕໍານານອູ່ເຂົ້າອູ່ປາ, ດິນ ດໍານໍ້າຊຸ່ມ, ເຂົ້າຂາວສາວງາມ ປະ ຊາຊົນບັນດາເຜົ່າມີຮອຍຍິ້ມຕ້ອນ ຮັບແຂກບ້ານແຂກເມືອງ, ຕ້ອນຮັບ ນັກທ່ອງທ່ຽວ ແລະ ເປັນເມືອງໜຶ່ງ ໃນ 11 ເມືອງຂອງແຂວງວຽງຈັນ ທີ່ຍັງມີຄວາມຕ້ອງການທຶນຮອນ ຈໍານວນຫລາຍເຂົ້າມາພັດທະນາ ການທ່ອງທ່ຽວ. ເມືອງທຸລະຄົມ ມີທ່າແຮງດ້ານ ການທ່ອງທ່ຽວ ທາງທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ແລະ ທ່ອງທ່ຽວກະສິກໍາ, ໃນນັ້ນ ສະຖານ ທີ່ທ່ອງທ່ຽວທໍາມະຊາດຢາກຂໍແນະ ນໍາ ແລະ ເໝາະແກ່ການໄປພັກຜ່ອນ ມີ 9 ແຫ່ງ: ເຊັ່ນ: ແດນສະຫວັນນໍ້າ ງື່ມຣີສອດ, ຣີສອດສວນເສືອປ່າ ແລະ ຮ້ານອາຫານເສືອປ່າຣີເວີໄຊ້, ອ່າງນໍ້າງື່ມ, ທ່າເຮືອພູເອ່ນ ບ້ານນາ ເພີຍ ຢູ່ໃກ້ຄຽງເຂດດັ່ງກ່າວມີຮ້ານ ອາຫານໄປເບິ່ງເບາະ ຕັ້ງຢູ່ກາງທົ່ງ ນາ ບໍລິການອາຫານຕາມສັ່ງ ແລະ ຫ້ອງພັກທີ່ໄດ້ມາດຕະຖານ; ຖ້າຜູ້ທີ່ ມັກການທ່ອງທ່ຽວແບບພະຈົນໄພ ຍ່າງປ່າ, ຂໍແນະນໍາ ທ່ອງທ່ຽວທໍາ ມະຊາດຕາດຊາວວາ ບ້ານພູເກົ້້າ ນາງ ຊົນເຜົ່າອິວມ່ຽນ ຕັ້ງຢູ່ແຄມ ອ່າງນໍ້າງື່ມ; ປີນຜາຫີນຂຶ້ນໄປພັກ ຜ່ອນນອນເຕັ້ນຝີງໄຟຢູ່ເທິງຈຸດຊົມ ວິວພູຜາໄດ໋-ຜາດ່າງ; ທໍາມະຊາປ່າ ແປກ ແລະ ຈຸດຊົມທິວທັດຜາງອຍ ບ້ານວັງເຮືອ; ທໍາມະຊາດອ່າງນໍ້າ ປອດ-ນໍ້າຫາງ; ຕາດຊ້າງເທວະດາ ບ້ານນາຫວ້າ, ຕາດຫີນປາຝາ ແລະ ຕາດຊ້າງເທວະດາບ້ານນາເງິນ ແລະ ທ່ອງທ່ຽວທໍາມະຊາດສາຍ ແມ່ນໍ້າງື່ມຊົມການປູກຝັງ-ລ້ຽງສັດ. ຄຽງຄູ່ກັນນັ້ນ, ເມືອງທຸລະຄົມມີ ສະຖານທີ່ທ່ອງທ່ຽວວັດທະນະທໍາ ຕິດພັນກັບປະຫວັດສາດທີ່ໜ້າສົນ ໃຈເໝາະໃນການສຶກສາຄົ້ນຄວ້າ ແລະ ທ່ຽວຊົມ ເຊັ່ນ: ວັດພະທາດ ມາຫລ້າ ແລະ ວັດພະເຈົ້າໃຫຍ່ອົງ ແສນບ້ານນາລ້າ; ວັດພະທອງ 3 ສີ, ຮ່ອງຮອຍໂຮງປັ້ນຫລໍ່ພະພຸດທະ ຮູບສະໄໝອານາຈັກລາວລ້ານຊ້າງ ແລະສິມເກົ່າວັດກາງບ້ານຫລິ່ງຊັນ; ວັດວຽງພະແກ້ວມົງຄຸນ-ຮ່ອງຮອຍ ຂຸມຄອງເຈົ້າຟ້າງຸ່ມ; ສິມເກົ່າວັດ ກາງເມືອງ ບ້ານເກິນກາງ; ວັດພະ ບາດດານເພີຍ; ວັດປ່າພະບາດນາ ຍາງ ພູເຂົາຄວາຍ ແລະ ວັດດອນ ຍາງວິເວກ; ພະພຸດທະຮູບຫີນ ແລະ ຮ່ອງຮອຍວັດສັກສິດເກົ່າແກ່ເທິງພູ ຜາໄດ໋-ຜາດ່າງ ຊາຍແດນເຊື່ອມຕໍ່ ເມືອງແກ້ວອຸດົມ ແລະ ເມືອງລ້ອງ ຊານ. ພ້ອມກັນນີ້, ຍັງມີສະຖານທີ່ ທ່ອງທ່ຽວຕິດພັນກັບກະສິກໍາ 2 ແຫ່ງ ຄື: ຄອບຄົວຕົວແບບການປູກ ໝາກຖົ່ວລຽນພູຖໍ້າຄໍາ ທ່ານ ປັນຈາ ລາດຊະວົງ ບ້ານ ນາເພີຍ, ຟາມປູກ ຜັກ ແລະ ລ້ຽງສັດ ຂອງ ບໍລິສັດນໍ້າ ເພັດຈະເລີນຊັບ ບ້ານຕານປ່ຽວ. ໃນທົ່ວເມືອງມີເຮືອນພັກຂັ້ນແຂວງ ອະນຸຍາດມີ 16 ຫົວໜ່ວຍ, ຂັ້ນ ເມືອງອະນຸຍາດ 20 ຫົວໜ່ວຍ, ຮ້ານອາຫານຂັ້ນແຂວງອະນຸຍາດ 4 ຫົວໜ່ວຍ, ຂັ້ນເມືອງອະນຸຍາດ 22 ຫົວໜ່ວຍ. ສໍາລັບບຸນປະເພນີສໍາຄັນໃນ ໄລຍະລະດູໜາວນີ້ ມີບຸນກິນຈຽງ ປີໃໝ່ຂອງພີ່ນ້ອງຊົນເຜົ່າມົ້ງ ແລະ ຊົນເຜົ່າອິວມ່ຽນ, ບຸນພະເຫວດປະ ຈໍາປີ, ບຸນກະຖິນ, ຜ້າປ່າສາມັກຄີ, ຕໍ່ໃສ່ບຸນນະມັດສະການພະທາດມາ ຫລ້າ, ສ່ວນອາຫານການກິນແບບ ພື້ນບ້ານ ເຂດລ້ອງງື່ມມີສາລີຫວານ, ໜໍ່ແຍ້, ກິນປາທໍາມະຊາດທີ່ປະຊາ ຊົນຫາໄດ້ຈາກນໍ້າງື່ມ, ຫ້ວຍຮ່ອງ ຄອງບຶງ, ພືດຜັກເຂດບ້ານລຽບ ແຄມສາຍແມ່ນໍ້າງື່ມ, ຕົ້ມໄກ່ລາດ ແລະ ອາຫານອື່ນໆທີ່ເປັນເອກະລັກ ຂອງທ້ອງຖິ່ນ. * ພາຍຫລັງພະຍາດໂຄວິດຈາງ ຫາຍ ແລະ ສິ້ນສຸດລົງໃນປີ 2022 ຜ່ານມາເຫັນວ່າບັນຍາກາດດ້ານການ ຄ້າ,ການລົງທຶນ, ທ່ອງທ່ຽວ, ການຄົມ ມະນາຄົມຂົນສົ່ງ ແລະ ອື່ນໆ ໃນບັນ ດາປະເທດສະມາຊິກ ແມ່ນ້ຳຂອງ-ແມ່ ນ້ຳລ້ານຊ້າງລວມ 6 ປະເທດ (ກຳປູ ເຈຍ, ສປປ ລາວ, ສສ ມຽນມາ, ໄທ, ຫວຽດນາມ ແລະ ສປ ຈີນ) ມີຄວາມ ຄຶກຄັກຟົດຟື້ນເປັນພິເສດ ຂະນະທີ່ ຂອບການຮ່ວມມື ແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງໄດ້ຍົກລະດັບສູງຂຶ້ນຢ່າງ ພົ້ນເດັ່ນ ແລະ ມີເປົ້າໝາຍເພື່ອສືບຕໍ່ ຮັກສາສັນຕິພາບ ແລະ ສະຖຽນລະ ພາບ, ພັດທະນາເປັນປະເທດເພື່ອນ ບ້ານທີ່ດີ, ດຳເນີນການຮ່ວມມືຢ່າງ ເປັນຮູບປະທຳ ແລະ ສົ່ງເສີມການພັດ ທະນາແບບຍືນຍົງ ໃຫ້ມີຜົນປະໂຫຍດ ຮ່ວມກັນ ແລະ ສ່ອງແສງໃຫ້ເຫັນ ຄວາມມຸ່ງມາດປາດຖະໜາຂອງ ບັນດາປະເທດໃນອານຸພາກພື້ນ. ດັ່ງທີ່ຮູ້ນໍາກັນແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງບໍ່ໄດ້ເປັນພຽງຄໍາວ່າ “ເສັ້ນ ເລືອດໃຫຍ່” ທີ່ຫລໍ່ລ້ຽງປະຊາກອນ ຫລາຍກວ່າ 300 ລ້ານຄົນ ແຕ່ຫາກ ມີຄວາມສໍາຄັນບໍ່ໜ້ອຍຕໍ່ການຮ່ວມ ມືອັນເລິກເຊິ່ງໃນການປະກອສ່ວນ [a opkdkfdko7h k{dko]q 'mb o .o 6 xtgmf 7b d7a d 7P'76j da [dkoxh v'da owroE4h ;, c]t wrcsh 'c]h ' ຂັບເຄື່ອນການພັດທະນາເສດຖະ ກິດ-ສັງຄົມ, ການແກ້ໄຂຄວາມທຸກ ຍາກ, ການສ້າງວຽກເຮັດງານທໍາ, ການເຊື່ອມໂຍງເຊື່ອມຈອດ ແລະການ ໄປມາຫາສູ່ກັນຢ່າງໜັກແໜ້ນເພື່ອ ບັນລຸເປົ້າໝາຍຄວາມຍືນຍົງ. ຜູ້ຂຽນມີໂອກາດໄດ້ເຂົ້າຮ່ວມກອງ ປະຊຸມປິ່ນອ້ອມແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງຫລາຍຄັ້ງ ແລະ ໄດ້ສຶກສາຂໍ້ ມູນຈາກໜັງສືພິມ, ເວບໄຊ, ໂຊຊຽວ ເມເດຍອື່ນໆທີ່ໜ້າເຊື່ອຖືກັບບາງເນື້ອ ໃນຍົກໃຫ້ເຫັນວ່າ: ໃນບັນດາປະເທດ ສະມາຊິກແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງເປັນຂົງເຂດໜຶ່ງທີ່ມີສັນຕິພາບ, ມີ ຄວາມສະຫງົບ, ມີແຫລ່ງຊັບພະຍາ ກອນທີ່ອຸດົມສົມບູນ, ມີຄວາມຫລາກ ຫລາຍດ້ານຮີດຄອງປະເພນີ-ວັດທະນະ ທໍາອັນດີງາມ ໂດຍຮ່ວມກັນຢ່າງສັນຕິ ແລະມີຄວາມສາມັກຄີກັນເປັນປຶກແຜ່ນ. ນອກຈາກນັ້ນການພັດທະນາພື້ນຖານ ໂຄງລ່າງການເຊື່ອມໂຍງເຊື່ອມຈອດ ກັນກໍມີທ່າອ່ຽງຂະຫຍາຍຕົວຢ່າງ ວ່ອງໄວເມື່ອສົມທຽບກັບຂົງເຂດອື່ນໆ ໃນໂລກໂດຍສະເພາະຂອບການຮ່ວມ ມື “ໜຶ່ງແລວໜຶ່ງເສັ້ນທາງ” ຕິດພັນ ກັບການພັດທະນາພື້ນຖານໂຄງລ່າງ ທີ່ມີຄຸນນະພາບສູງທີ່ເຊື່ອມໂຍງເຊື່ອມ ຈອດກັບພາກພື້ນ-ສາກົນຢ່າງພົ້ນເດັ່ນ ໃໂລກ ຕົວຢ່າງ ໂຄງການລົດໄຟ ລາວ- ຈີນ ໄດ້ກາຍເປັນໂຄງການຕົວແບບ ທີ່ດີໃນເວທີສາກົນສາມາດເຊື່ອມໂຍງ ເຊື່ອມຈອດລະຫວ່າງອາຊຽນ, ສປຈີນ, ເຂດຕາເວັນອອກ ແລະ ເອີຣົບໄດ້ຢ່າງ ມີປະສິດທິຜົນສູງ. ພ້ອມດຽວກັນນີ້, ກໍສະແດງໃຫ້ເຫັນອີກວ່າ: ຂອບການ ຮ່ວມມືດ້ານຄ້າ ໃນບັນດາປະເທດສະ ມາຊິກແມ່ນໍ້າ-ແມ່ນໍ້າລ້ານຊ້າງ ໄດ້ ເຕີບໃຫຍ່ຂະຫຍາຍຕົວຢ່າງວ່ອງໄວ, ໂດຍມູນຄ່າການຄ້າສອງສົ້ນລະຫວ່າງ ສປ ຈີນ ກັບ ກໍາປູເຈຍ, ລາວ, ມຽນມາ, ໄທແລະຫວຽດນາມ ບັນລຸເກືອບ500 ຕື້ໂດລາສະຫະລັດ (ສົກປີ 20222023), ສະເລ່ຍເພີ່ມຂຶ້ນ 5% ຕໍ່ປີ. ໃນວັນທີ 25 ທັນວາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ ແທນລາວ ເຂົ້າຮ່ວມກອງປະຊຸມຜູ້ນຳ ຂອບການຮ່ວມມື ແມ່ນ້ໍາຂອງ-ແມ່ ນໍ້າລ້ານຊ້າງ (MLC) ຄັ້ງທີ 4 ພາຍ ໃຕ້ຫົວຂໍ້: ຮ່ວມມືກັນເພື່ອສ້າງຄູ່ຮ່ວມ ຊາຕາກຳ ແລະ ຄວາມທັນສະໄໝ ລະ ຫວ່າງປະເທດ ແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ (Join Hands on the Building of a Community of Shared Future and Modernization among Mekong-Lancang Countries) ໃນ ຮູບແບບກອງປະຊຸມທາງໄກ ເຊິ່ງທ່ານ ນາຍົກລັດຖະມົນຕີ ໄດ້ຍົກໃຫ້ເຫັນບາງ ເນື້ອໃນສໍາຄັນວ່າ: ກອງປະຊຸມຄັ້ງນີ້, ໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດ ພາຍໃຕ້ຂອບການຮ່ວມມືແມ່ນໍ້າຂອງ- ແມ່ນໍ້າລ້ານຊ້າງ ໃນໄລຍະ 7 ປີຜ່ານ ມາ ໂດຍສະເພາະໝາກຜົນຂອງການ ຈັດຕັ້ງຜັນຂະຫຍາຍຄວາມໝາຍໝັ້ນ ຂອງບັນດາ ຖະແຫລງການຂອງກອງ ປະຊຸມຜູ້ນຳ ແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ໃນ 3 ຄັ້ງຜ່ານມາ ແລະ ແຜນ ປະຕິບັດງານ 5 ປີ (2018-2022) ໂດຍຜ່ານບັນດາແຜນງານ ແລະ ໂຄງ ການ ພາຍໃຕ້ 3 ເສົາຄໍ້າ ແລະ 5 ຂົງ ເຂດບູລິມະສິດ ຂອງຂອບການຮ່ວມມື ເຊິ່ງໄດ້ຮັບການຈັດຕັ້ງປະຕິບັດ ໃນ ບັນດາປະເທດແມ່ນໍ້າຂອງ ລວມທັງ ສປປ ລາວ ຢ່າງມີປະສິດທິພາບເປັນ ຕົ້ນແມ່ນ ບັນດາໂຄງການທີ່ໄດ້ຮັບ ການສະໜັບສະໜູນຈາກກອງທຶນພິ ເສດແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ແລະ ໂຄງການເຫັນຜົນໄວ ໂດຍປະ ກອບມີ ບັນດາໂຄງການພັດທະນາພື້ນ ຖານໂຄງລ່າງ ແລະ ສ້າງຂີດຄວາມ ອາດສາມາດ ໃນດ້ານຕ່າງໆ ເພື່ອ ຮັບປະກັນໃຫ້ແກ່ການພັດທະນາແບບ ຍືນຍົງ. ພ້ອມນີ້, ບັນດາຜູ້ນຳກໍໄດ້ ຮ່ວມກັນ ວາງທິດທາງການຮ່ວມມືໃນ ຕໍ່ໜ້າ ໂດຍເນັ້ນໃສ່ການຮ່ວມມືເພື່ອ ເສີມຂະຫຍາຍການເຊື່ອມໂຍງເສດ ຖະກິດ ແລະ ການເຊື່ອມຈອດພາກ ພື້ນ, ການຫັນເປັນທັນສະໄໝໃນທຸກ ຂະແໜງການ, ການພັດທະນາແບບ ຍືນຍົງຕາມທິດສີຂຽວ, ຍົກສູງການ ຮ່ວມມືດ້ານການທ່ອງທ່ຽວ, ແລກ ປ່ຽນວັດທະນະທຳແລະການປ້ອງກັນ- ຮັບມື ກັບສິ່ງທ້າທາຍດ້າຄວາມໝັ້ນ ຄົງທີ່ບໍ່ ແມ່ນການທະຫານ (Non- traditional Security Challenge). ກອງປະຊຸມໄດ້ຮັບຮອງເອົາເອກະ ສານສຳຄັນ ຈຳນວນ 3 ສະບັບ ຄື: ແຜນປະຕິບັດງານຂອບການຮ່ວມມື MLC ໄລຍະ 5 ປີ (2023-2027); ຖະແຫລງການເນປີດໍຂອງກອງປະຊຸມ ຜູ້ນຳ MLC ຄັ້ງທີ 4 ແລະ ຖະແຫລງ ການ ວ່າດ້ວຍຂໍ້ລິເລີ່ມສ້າງແລວ ນະ ວັດຕະກຳຂອບການຮ່ວມມື MLC ເພື່ອເປັນທິດທາງໃນການຮ່ວມມື ໃຫ້ ເປັນຮູບປະທຳຂຶ້ນເທື່ອລະບາດກ້າວ ໃນຕໍ່ໜ້າ. ໃນໂອກາດດັ່ງກ່າວ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ສະແດງຄວາມຊົມ ເຊີຍຕໍ່ຜົນສຳເລັດ ຂອງການປະຕິບັດ ໜ້າທີ່ໃນການເປັນປະທານຮ່ວມ ຂອບ ການຮ່ວມມືແມ່ນໍ້າຂອງ-ແມ່ນໍ້າລ້ານ ຊ້າງ ຂອງ ສປ ຈີນ. ພ້ອມດຽວກັນ, ກໍ ໄດ້ສະແດງຄວາມຂອບໃຈ ສປ ຈີນ ທີ່ໄດ້ປະກອບສ່ວນຊ່ວຍເຫລືອດ້ານ ທຶນຮອນ ຈຳນວນ 300 ລ້ານໂດລາ ສະຫະລັດ ເຂົ້າໃນກອງທຶນພິເສດ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ, ລວມ ທັງບັນດາທຶນຝຶກອົບຮົມແລະທຶນການ ສຶກສາຈຳນວນຫລາຍ. ສປປ ລາວ ໄດ້ຕີລາຄາສູງຕໍ່ໝາກຜົນຂອງການ ຮ່ວມມືດັ່ງກ່າວ ແລະ ໄດ້ສະເໜີທັດ ສະນະ ເພື່ອຮັດແໜ້ນ ແລະ ເພີ່ມທະວີ ການຮ່ວມມື ເຂົ້າໃນການຮ່ວມກັນສ້າງ ສະພາບແວດລ້ອມແຫ່ງສັນຕິພາບ, ສະ ຖຽນລະພາບ ແລະ ຄວາມຈະເລີນຮຸ່ງ ເຮືອງ ໃນພາກພື້ນແມ່ນໍ້າຂອງ-ແມ່ນໍ້າ ລ້ານຊ້າງ. ຂອບການຮ່ວມມື ແມ່ນໍ້າ ຂອງ-ແມ່ນໍ້າລ້ານຊ້າງ ໄດ້ຮັບການ ສ້າງຕັ້ງຂຶ້ນໃນວັນທີ 23 ມີນາ 2016 ໂດຍມີປະເທດສະມາຊິກທັງໝົດ 6 ປະເທດ ຄື: ກຳປູເຈຍ, ສປປ ລາວ, ສສ ມຽນມາ, ໄທ, ສສ ຫວຽດນາມ ແລະ ສປ ຈີນ ເຊິ່ງມີເປົ້າໝາຍເພື່ອສືບ ຕໍ່ຮັກສາສັນຕິພາບ ແລະ ສະຖຽນລະ ພາບ, ພັດທະນາເປັນປະເທດເພື່ອນ ບ້ານທີ່ດີ, ດຳເນີນການຮ່ວມມືຢ່າງ ເປັນຮູບປະທຳ ແລະ ສົ່ງເສີມການພັດ ທະນາແບບຍືນຍົງ ໃຫ້ມີຜົນປະໂຫຍດ ຮ່ວມກັນ ແລະ ສ່ອງແສງໃຫ້ເຫັນ ຄວາມມຸ່ງມາດປາດຖະໜາຂອງບັນ ດາປະເທດໃນອານຸພາກພື້ນ. ແຕ່ເຖິງແນວໃດກໍດີ ໃນຫລາຍຊຸມ ປີຜ່ານມານີ້, ເຂດລ້ອງແມ່ນ້ຳລ້ານ ຊ້າງ-ແມ່ນ້ຳຂອງແມ່ນໜຶ່ງໃນເຂດ ທີ່ໄດ້ຮັບຜົນສະທ້ອນຈາກການປ່ຽນ ແປງຂອງດິນຟ້າອາກາດບໍ່ໜ້ອຍໃນ ນັ້ນມັກຜະເຊີນກັບໄພຂົ່ມຂູ່ຈາກໄພ ແຫ້ງແລ້ງ ແລະ ໄພນ້ຳຖ້ວມ, ເຊິ່ງ ໄດ້ກະທົບເຖິງຊີວິດການເປັນຢູ່ຂອງ ປະຊາຊົນ ແລະ ການພັດທະນາເສດຖະ ກິດທ້ອງຖິ່ນຢ່າງຮ້າຍແຮງ. ສະນັ້ນ, ການຮ່ວມມືເພື່ອປ້ອງກັນໄພນ້ຳຖ້ວມ ແລະ ໄພແຫ້ງແລ້ງໃນທົ່ວເຂດລ້ອງ ແມ່ນ້ຳຂອງ -ແມ່ນ້ຳລ້າງຊ້າງ ແມ່ນມີ ຄວາມສຳຄັນເປັນຢ່າງຍິ່ງ. ປີ 2016, 6 ປະເທດ ລ້ອງແມ່ນ້ຳຂອງ-ແມ່ນ້ຳ ລ້ານຊ້າງ ໄດ້ເລີ່ມນຳໃຊ້ກົນໄກຮ່ວມມື ແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ແລະ ສູນການຮ່ວມມືຊັບພະຍາກອນນ້ຳແມ່ ນ້ຳຂອງ-ແມ່ນ້ຳລ້ານຊ້າງ ກໍໄດ້ຮັບ ສ້າງຕັ້ງຂຶ້ນ ພາຍໃຕ້ກົນໄກດັ່ງກ່າວ ເມື່ອປີ 2017.

RkJQdWJsaXNoZXIy MTc3MTYxMQ==