xtgmf]k; 3 24/12/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ຕໍ່ຈາກໜ້າ 1 *** ໍ່ ຈ້ າ ຂ່າວ-ພາບ: ເກດສະໜາ່ າ 8ts]kf ໂດຍ: ຄ້ອງໃໝ່້ ອ່ *ການຜະລິດໄປໄດ້ດີ,ຕະຫລາດ ແມ່ນສ່ວນສໍາຄັນ ເປັນຕ່ອງໂສ້ໃນ ຂະບວນການຜະລິດເປັນສິນຄ້າ ເພາະຖ້າຜະລິດແລ້ວບໍ່ມີຕະຫລາດ ເພື່ອຈໍາໜ່າຍທີ່ສອດຄ່ອງເໝາະສົມ ກັບສະພາບແຫ່ງການພັດທະນາ, ຜົນຜະລິດອອກມາບໍ່ໄດ້ຖືກຈໍາໜ່າຍ ໄດ້ຕາມເປົ້າໝາຍ. ທຸກມື້ນີ້ ວິທີການ ຕະຫລາດມີຫລາຍຊ່ອງທາງ ຕາມ ກະແສຟອງພັດທະນາ, ການຈ່າວ ຂາຍ ມີທັງແບບດັ້ງເດີມ ແລະ ແບບ ໃໝ່ຜ່ານຊ່ອງທາງອອນລາຍ ທີ່ ສາມາດເຂົ້າເຖິງລູກຄ້າທົ່ວສາລະ ທິດ, ການຕະຫລາດຈຶ່ງບໍ່ຢຸດບ່ອນ ເກົ່າໄດ້, ຂາຍໄປທົ່ວປະເທດຂາຍ ອອກນອກປະເທດ ມີວິທີການໃໝ່ ທັນສະໄໝ. ການເຮັດຕະຫລາດຈຶ່ງ ຕ້ອງທັນສະພາບ, ປັບຕົວໃຫ້ທັນ. ກ່ຽວກັບການຜະລິດເປັນສິນຄ້າ ພາຍໃນ, ນອກຈາກບັນຫາຕົ້ນທຶນ ແລ້ວ, ປະເດັນທີ່ມັກຖືກຍົກຂຶ້ນອັນ ໜຶ່ງກໍ່ແມ່ນເລື່ອງຕະຫລາດຈໍາ ໜ່າຍ. ຜ່ານມາ ໄດ້ມີຄວາມພະຍາ ຍາມສູງໃນການປະຕິບັດນະໂຍ ບາຍຜະລິດເປັນສິນຄ້າຢູ່ພາຍໃນ, ຕະຫລາດນັດຊົນນະບົດ ຈົນຮອດ ຕະຫລາດໃຫຍ່ໃນເຂດຕົວເມືອງໄດ້ ຈໍ່ຂຶ້ນ ເພື່ອເປັນສະຖານທີ່ແລກປ່ຽນ ຊື້-ຂາຍສິນຄ້າ ທີ່ມີໝາກມີຜົນ ຕາມ ສະພາບຈຸດພິເສດ ແລະ ເງື່ອນໄຂ ຂອງແຕ່ລະທ້ອງຖິ່ນ. ປະເດັນທີ່ຖືກຕັ້ງຂຶ້ນເລື່ອງຕະ ຫລາດນີ້ກໍ່ຍັງມີເປັນໄລຍະ ວ່າ ປູກລ້ຽງໄດ້ມາຈະຂາຍ? ໄລຍະຫລັງ * ການຜະລິດກະສິກໍາແບບປະ ສົມ ໂດຍສະເພາະ ການປູກຜັກໃນ ເຮືອນຮົ່ມ, ລ້ຽງສັດ, ລ້ຽງປາ ແລະ ອື່ນໆສາມາດສ້າງລາຍຮັບ ແລະ ເຮັດໃຫ້ຄອບຄົວພົ້ນທຸກ ດັ່ງ ຄອບຄົວ ຂອງທ່ານ ນາງ ຮັກ ສີວິໄລ ປະຊາຊົນບ້ານກຸງເກືອຍ ເມືອງຂວາ ແຂວງຜົ້ງສາລີ ເປັນ ໜຶ່ງຄອບຄົວຕົວແບບໃນການຜະ ລິດກະສິກໍາແບບປະສົມ ດ້ວຍການ ປູກ-ການລ້ຽງ ພ້ອມຮັກສາໄດ້ສິ່ງ ແວດລ້ອມ ໃນການຜະລິດກະສິກຳ ແບບຍືນຍົງ ບວກກັບຄວາມອົດທົນ ຂະຫຍັນພຽນອອກແຮງງານ ແລະ ຄວາມສາມັກຄີພາຍໃນຄອບຄົວ. ທ່ານ ນາງ ຮັກ ສີວິໄລ ໄດ້ໃຫ້ ສຳພາດຕໍ່ສື່ມວນຊົນ ເມື່ອບໍ່ດົນມາ ນີ້ວ່າ: ບ້ານກຸງເກືອຍ ຕັ້ງຢູ່ເຂດ ພູດອຍ ຫ່າງຈາກຕົວເມືອງຂວາ ແຂວງຜົ້ງສາລີ ປະມານ 10 ກວ່າ ກິໂລ ເປັນເຂດພູສູງຊັນ ມີພື້ນທີ່ຜະ ລິດກະສິກຳທີ່ຈຳກັດ, ຊຶ່ງຄອບຄົວ ຂອງຕົນມີສະມາຊິກ 5 ຄົນ, ແຮງ ງານຕົ້ນຕໍ 3 ຄົນ ໃນເມື່ອກ່ອນຄອບ ຄົວ ໄດ້ຖືເອົາການຖາງປ່າເຮັດໄຮ່ ແບບເລື່ອນລອຍເປັນຫລັກ ສະພາບ ຄອບຄົວເວລານັ້ນທຸກຍາກຂາດ ເຂີນ ຍ້ອນການຜະລິດອີງໃສ່ທຳມະ ຊາດເປັນຕົ້ນຕໍ. ມາຮອດປີ 2022 ໄດ້ຮັບການຊຸກຍູ້ຊ່ວຍເຫລືອສົ່ງ ໂຄວິດ-19 ລາຄາມັນຕົ້ນດີ, ກະສິ ກອນທີ່ມີເງື່ອນໄຂສຸມໃສ່ປູກ, ຈົນ ເກີດການບຸກລຸກປ່າປ້ອງກັນ, ປ່າ... ທີ່ຕ້ອງຮັກສາ, ບາງບ່ອນເຫັນວ່າ ລາຄາມັນຕົ້ນດີ ກໍ່ຕັດສິນໃຈຖາງ ຕົ້ນໄມ້ອຸດສາຫະກໍາທີ່ປູກມາຫລາຍ ປີ...ຜົນຕໍ່ມາປີກາຍມານີ້ ລາຄາມັນ ຕົ້ນພັດຖືກລົງ, ເປັນບັນຫາ ໃຫ້ເຈັບ ຫົວສໍາລັບຜູ້ລົງທຶນຫລາຍ ແລະ ພາກລັດກ່ຽວຂ້ອງຈະຊຸກຍູ້? ຊ່ວຍ. ຖ້າຫາກຄຶດຄືນຫລັງ ບັນຫາມັນ ຕົ້ນຢູ່ເຂດເມືອງປາກງື່ມ ຍ້ອນໂຮງ ງານຍຸບ, ຜູ້ປູກມັນຕົ້ນ ສະໜອງ ໂຮງງານຫລາຍຄົນເກັບເງິນຄືນບໍ່ ໄດ້, ກາຍເປັນບັນຫາໃຫ້ລັດຕ້ອງ ເຈັບຫົວ...ມາຮອດດຽວນີ້ບໍ່ມີຂ່າວ ວ່າໄດ້ຮັບການແກ້ໄຂຕົກໄປ? ບັນ ຫາໄດ້ສະທ້ອນວ່າ ທຸກການຜະລິດ ລ້ວນມີຄວາມສ່ຽງ, ຖ້າຮູ້ບໍລິຫານ ຄວາມສ່ຽງກໍ່ຈະບໍ່ຖືກກະທົບໜັກ ໃນເວລາເກີດບັນຫາ. ໃນປະເດັນ ດັ່ງກ່າວ ກໍ່ມີຫລາຍທັດສະນະເວົ້າ ວ່າ ລໍາພັງແຕ່ຜູ້ຜະລິດ ກໍ່ບໍ່ອາດ ເຮັດໃຫ້ບັນຍາກາດຜະລິດເປັນສິນ ຄ້າຄຶກຄື້ນ ມີໝາກຜົນລັກສະນະຍືນ ຍົງໄດ້, ຈໍາເປັນພາກລັດທີ່ກ່ຽວ ຂ້ອງຈະຕ້ອງຊຸກຍູ້ແຂງແຮງ-ສະ ໝໍ່າສະເໝີ, ກໍ່ຄືກັນກັບການຫລຸດ ຜ່ອນຄວາມທຸກຍາກ ກໍ່ຄືລຶບລ້າງ ການກືກໜັງສື, ມີຜົນສໍາເລັດແລ້ວ ຈະເຮັດແນວໃດຈະບໍ່ໃຫ້ສະພາບ ກັບຄືນໄປບ່ອນເກົ່າຄືກັບມາທຸກຫລື ກັບມາກືກອີກ, ນັ້ນໝາຍວ່າຕ້ອງ ໄດ້ເຮັດຕໍ່ໄປໆໃຫ້ມີພື້ນຖານອັນ ແໜ້ນແກ່ນໄວ້. ເວົ້າເຖິງຕະຫລາດ, ປະທານ ໄກສອນ ພົມວິຫານ ເຄີຍເວົ້າວ່າ “ຢາກໃຫ້ການຜະລິດ ສິນຄ້າຂະຫຍາຍຕົວດີ, ກ່ອນອື່ນ ຕ້ອງມີຕະຫລາດຮອງຮັບ, ເປີດ ກວ້າງການພົວພັນຊື້-ຂາຍ ລະ ຫວ່າງເຂດຕ່າງໆແລະ ອອກສູ່ພາຍ ນອກ. ໃນເວລາທີ່ສິນຄ້າອຸດສາຫະ ກໍາຂອງພວກເຮົາຍັງມີບໍ່ຫລາຍ, ຄຸນນະພາບບໍ່ສູງ, ຕະຫລາດເຮົາ ຖືກບັນດາປະເທດອ້ອມແອ້ມທີ່ມີ ລະດັບຂະຫຍາຍຕົວສູງກວ່ານັ້ນ ຢຶດຄອງເປັນສ່ວນໃຫຍ່...ພວກເຮົາ ຕ້ອງດັດແປງໂຄງປະກອບສິນຄ້າ ຂາເຂົ້າເທື່ອລະກ້າວ ເພື່ອເຮັດແນວ ໃດໃຫ້ບໍລິມາດສິນຄ້າຂາເຂົ້າທີ່ເປັນ ຜະລິດຕະພັນສໍາເລັດຮູບ ເພີ່ມຂຶ້ນ ຊ້າກວ່າສິນຄ້າພາຍໃນທີ່ເປັນວັດຖຸ ປະກອນ ແລະ ວັດຖຸດິບ. ບັນຫານີ້ ມັນຕິດພັນກັບການຄ່ອຍໆຫລຸດ ຜ່ອນການສົ່ງອອກຊັບພະຍາກອນ ທີ່ເປັນວັດຖຸດິບ ໂດຍປ່ຽນແທນ ດ້ວຍການຂາອອກຊັບພະຍາກອນ ທີ່ໄດ້ປຸງແຕ່ງແລ້ວ, ທັງມີມູນຄ່າ ສູງ, ທັງຫລຸດຜ່ອນໄດ້ຄ່າຂົນສົ່ງ, ສາມາດເພີ່ມການຜະລິດພາຍໃນ ປະເທດແລະສົ່ງເສີມຢ່າງແຂງແຮງ ການນໍາເອົາເຕັກໂນໂລຊີລະດັບສູງ ເຂົ້າມາປະເທດເຮົາ. ຕ້ອງເຂົ້າໃຈ ວ່າຕະຫລາດພາຍໃນປະເທດມີ ບົດບາດສໍາຄັນ ບໍ່ພຽງແຕ່ສໍາລັບ ການຜະລິດເພື່ອຄວາມຕ້ອງການ ໃຊ້ສອຍຢູ່ພາຍໃນປະເທດເທົ່ານັ້ນ, ຫາກຍັງມີຄວາມໝາຍຊຸກຍູ້ການ ຂາອອກທັງທາງດ້ານບໍລິມາດແລະ ຄຸນນະພາບຂອງຜະລິດຕະພັນ. ບັນດາຜູ້ຜະລິດ ແລະ ນັກທຸລະກິດ ຂອງພວກເຮົາ ຖ້າບໍ່ເຕີບໃຫຍ່ຂຶ້ນ ໂດຍຜ່ານຕະຫລາດພາຍໃນ ກໍ່ຍາກ ທີ່ຈະບັນລຸຜົນສໍາເລັດໃນຕະຫລາດ ຕ່າງປະເທດ...” . dkozt]y fdtly dec[[xtlq , gIa f.sh 7v[7q ;rQ om5 d ຕະຫລາດໃກ້ບ້ານສະເລ່ຍແລ້ວ ສາມາດສ້າງລາຍຮັບໄດ້ 30-36 ລ້ານກີບຕໍ່ປີ. ທ່ານ ນາງ ຮັກ ສີວິໄລ ໃຫ້ຮູ້ ຕື່ມວ່າ: ຜ່ານການບຸກບືນສູ້ຊົນ ຂະຫຍັນອົດທົນ, ມາຮອດປັດຈຸບັນ ຊີວິດການເປັນຢູ່ຂອງຄອບຄົວ ໄດ້ ພັດທະນາດີຂຶ້ນເປັນກ້າວໆ ແລະ ມີຄວາມໝັ້ນຄົງ ໄດ້ມີເຮືອນຢູ່ຖາ ວອນ1ຫລັງ, ມີເງິນໝູນໃຊ້ພາຍໃນ ຄອບຄົວ, ມີເງິນທຶນແຮໄວ້ໃຊ້ຈ່າຍ ໃນເວລາເຈັບເປັນ, ມີເງິນທຶນການ ສຶກສາຈຳນວນໜຶ່ງໄວ້ໃຫ້ລູກຮຽນ ໜັງສື ແລະ ມີເງິນຝາກທະນາຄານ ຈຳນວນໜຶ່ງ. ສ່ວນແຜນການໃນຕໍ່ ໜ້າ ຈະຂະຫຍາຍການຜະລິດ ເພື່ອ ຕອບສະໜອງຄວາມຕ້ອງການ ຂອງຕະຫລາດ ແລະ ພ້ອມຈະໃຫ້ ຄໍາແນະນໍາແກ່ບຸກຄົນ ຫລື ຄອບຄົວ ທີ່ມີຄວາມສົນໃຈ ໃນການຜະລິດ ສິນຄ້າກະສິກໍາແບບຍືນຍົງນໍາອີກ ພ້ອມທັງໄດ້ສະແດງຄວາມຂອບໃຈ ມາຍັງອົງການແຄຣນາໆຊາດ ປະ ຈໍາລາວ ກໍຄື ໂຄງການ ທີ່ເຂົ້າມາ ຊຸກຍູ້ຊ່ວຍເຫລືອ ເຮັດໃຫ້ຄອບຄົວ ມີຊີວິດການເປັນຢູ່ທີ່ດີຂຶ້ນ ແລະ ມີ ອາຊີບທີ່ໝັ້ນຄົງສາມາດສ້າງລາຍ ຮັບໃຫ້ແກ່ຄອບຄົວເປັນຢ່າງດີ. ເສີມຈາກອົງການແຄຣນາໆຊາດ ປະຈໍາລາວ ກໍຄື ໂຄງການສ້າງ ຄວາມເຂັ້ມແຂງແກ່ແມ່ຍິງຊົນເຜົ່າ ເພື່ອປັບໂຕເຂົ້າກັບການປ່ຽນແປງ ຂອງສະພາບດິນຟ້າອາກາດແບບ ຍືນຍົງ (WECR) ທີ່ໄດ້ຊ່ວຍ ເຫລືອປະຊາຊົນບ້ານກຸງເກືອຍ ດ້ວຍການສົ່ງເສີມເຕັກນິກການ ຜະລິດ, ວັດຖຸອຸປະກອນ, ເມັດພັນ ແລະອື່ນໆ ບວກກັບຄອບຄົວມີພື້ນທີ່ ທີ່ເໝາະສົມແລະ ບໍ່ກະທົບຕໍ່ສະພາບ ແວດລ້ອມອ້ອມຂ້າງ. ດັ່ງນັ້ນທາງ ຄອບຄົວ ຈຶ່ງໄດ້ຫັນປ່ຽນຈາກການ ຖາງປ່າເຮັດໄຮ່ແບບເລື່ອນລອຍມາ ຜະລິດກະສິກໍາແບບປະສົມ ເປັນ ອາຊີບຫລັກ ເປັນຕົ້ນ ປູກຜັກບົ່ວ, ຜັກກາດ, ລ້ຽງໝູ, ລ້ຽງໄກ່ ແລະ ລ້ຽງປາ, ສ່ວນລາຄາຜັກແມ່ນອີງ ຕາມລະດູການ ເຊັ່ນ: ຜັກບົ່ວ ແລະ ຫອມປ້ອມ 10.000 ກີບຕໍ່ກິໂລ, ຜັກກາດ 5.000 ກີບຕໍ່ກິໂລ. ໃນໄລ ຍະລະດູຝົນ ຜັກບົ່ວ ແລະ ຫອມປ້ອມ ລາຄາຈະສູງເຖິງ 40.000 ກີບຕໍ່ກິ ໂລ, ຜັກກາດ 8.000 ກີບຕໍ່ກິໂລ. ການຂາຍຜົນຜະລິດແມ່ນເປັນທີ່ ໜ້າເພິ່ງພໍໃຈສົມຄວນສາມາດສ້າງ ລາຍຮັບເຂົ້າຄອບຄົວ, ມີລາຍໄດ້ດີ, ການຕະຫລາດກໍບໍ່ຫຍຸ້ງຍາກ ເພາະ ມີແມ່ຄ້າມາຊື້ຢູ່ກັບສວນ, ບາງຄັ້ງກໍ ໄດ້ໄປສົ່ງຕາມຮ້ານອາຫານ ແລະ ສຳມະນາວິຊາການ...ິ ກາແດງແຫ່ງຊາດລາວ, ທ່ານ ໄຕຈຸ ກິກຸຈິ (Taiju Kikuchi) ຕາງໜ້າສະຖານທູດຍີ່ປຸ່ນ ປະຈໍາ ລາວ, ທ່ານ ໄດໂດ ຟູຈິຕະ (Daido Fujita) ຊ່ຽວຊານທີ່ປຶກສາໂຄງ ການພັດທະນາຄວາມໝັ້ນຄົງຂອງ ມະນຸດ, ສະຖານທູດຍີ່ປຸ່ນ, ມີບັນດາ ທ່ານຜູ້ຊ່ຽວຊານຈາກສູນເລືອດ ອົງການກາແດງຍີ່ປຸ່ນ, ຕາງໜ້າກົມ ປິ່ນປົວກະຊວງສາທາລະນະສຸກ, ຄະນະອຳນວຍການໂຮງໝໍສູນ ກາງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ທ່ານ ຄໍາລາວັນ ຈັນທະລາວັນ ກ່າວວ່າ: ການສຳມະນາຄັ້ງນີ້, ໄດ້ ຮັບການສະໜັບສະໜູນຈາກຜູ້ຊ່ຽວ ຊານປະເທດຍີ່ປຸ່ນ ເປັນການແລກ ປ່ຽນບົດຮຽນລະຫວ່າງວິຊາການ ເກີດລູກ, ເປັນການປະກອບສ່ວນ ໃນການຫລຸດຜ່ອນອັດຕາການຕາຍ ຂອງແມ່ ໂດຍສະເພາະໂຕເລກການ ຕາຍຂອງແມ່ທີ່ເກີດລູກໃນແຕ່ລະປີ ຢູ່ ສປປ ລາວ ແມ່ນຍັງສູງ ແລະ ມີ ຫລາຍກໍລະນີທີ່ມີອາການສົນ ຊຶ່ງ ຈໍາເປັນຕ້ອງມີເລືອດຕອບສະໜອງ ໃຫ້ພຽງພໍ ແລະ ປອດໄພຢູ່ໃນທຸກ ລະດັບແຕ່ສູນກາງຮອດທ້ອງຖິ່ນ. ນອກນັ້ນ, ກໍຍັງມີຄົນເຈັບເດັກ ນ້ອຍທີ່ເປັນພະຍາດເລືອດຈາງ ຂັ້ນຮ້າຍແຮງເນື່ອງຈາກພະຍາດ ມາຣາເລຍ, ໄຂ້ເລືອດອອກ ລວມ ເຖິງຄົນເຈັບທີ່ຜິດປົກກະຕິຂອງ ລະບົບການສ້າງເມັດເລືອດໃນແອ້ ກະດູກ; ການຜ່າຕັດຊະນິດຕ່າງໆ, ອຸບັດເຫດ ໃນພາວະສຸກເສີນ, ໄພ ທໍາມະຊາດ, ຄົນເຈັບພະຍາດເລືອດ, ທາລາຊີເມຍ, ພະຍາດມະເຮັງ, ໄຂ່ຫລັງຊຸດໂຊມ ລ້ວນແລ້ວແຕ່ມີ ຄວາມຈໍາ ເປັນຕ້ອງການເລືອດ ເພື່ອໃຫ້ມີຊີວິດຢູ່ລອດ. ດັ່ງນັ້ນ ຈຶ່ງ ເວົ້າໄດ້ວ່າ ການມີເລືອດພຽງພໍເພື່ອ ຕອບສະໜອງໃຫ້ແກ່ຄົນເຈັບຖືວ່າ ເປັນປັດໃຈໜຶ່ງທີ່ຂາດບໍ່ໄດ້ຢູ່ໃນ ປະເທດຂອງພວກເຮົາ ລວມທັງ ຢູ່ໃນໂລກ. ສໍາລັບ ສປປ ລາວ, ເພື່ອໃຫ້ມີ ການບໍລິຈາກເລືອດຢ່າງສະໝໍ່າ ສະເໝີ, ພຽງພໍ ແລະ ປອດໄພທັງຜູ້ ໃຫ້ ແລະ ຜູ້ຮັບນັ້ນ, ໜ່ວຍງານພາກ ລັດ, ອົງການກາແດງແຫ່ງຊາດ ລາວ, ສະຖາບັນເລືອດແຫ່ງຊາດ ແລະກະຊວງສາທາລະນະສຸກພ້ອມ ທັງອົງການຈັດຕັ້ງມະຫາຊົນ, ການ ຈັດຕັ້ງຕ່າງໆທີ່ກ່ຽວຂ້ອງໄດ້ດຳ ເນີນການກຽມຄວາມພ້ອມໃນການ ວາງໂຄງສ້າງການຮັບບໍລິຈາກ ເລືອດທີ່ຈະເພີ່ມຫລາຍຂຶ້ນຈາກຜູ້ບໍ ລິຈາກເລືອດແບບສະໝັກໃຈ, ການ ບໍລິຫານຈັດການດ້ານສຸຂະພາບ ຂອງຜູ້ບໍລິຈາກເລືອດ ເພື່ອໃຫ້ມີ ຄຸນນະພາບດ້ານການບໍລິການໃຫ້ ແກ່ຜູ້ບໍລິຈາກເລືອດ, ຄວບຄຸມຄຸນ ນະພາບການກວດວິເຄາະ ແລະ ການຄວບຄຸມຄຸນນະພາບໃນການ ເກັບຮັກສາເລືອດ ແລະ ສ່ວນປະ ກອບຂອງເລືອດແມ່ນມີຕາໜ່າງ ການບໍລິການເລືອດເຊັ່ນ: ສະຖາບັນ ເລືອດແຫ່ງຊາດ ຢູ່ນະຄອນ ຫລວງ ວຽງຈັນ, ສູນເລືອດແຂວງ 17 ແຂວງ ແລະ ໜ່ວຍເກັບຮັກສາ ເລືອດຂັ້ນເມືອງ 32 ເມືອງ ໂດຍໄດ້ ມີການຕັ້ງເປົ້າໝາຍເພື່ອສູ້ຊົນໃຫ້ ບັນລຸໃນແຕ່ລະປີ ແລະ ມີລັກສະນະ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ໂອກາດດັ່ງກ່າວ, ທ່ານ ຄໍາລາ ວັນ ຈັນທະລາວັນ ໄດ້ຮຽກຮ້ອງໃຫ້ ຜູ້ທີ່ເຂົ້າຮ່ວມນໍາເອົາປະສົບການ, ບົດຮຽນມາແລກປ່ຽນເຊິ່ງກັນ ແລະ ກັນ, ພ້ອມທັງຂໍ້ສະເໜີແນະ ຕ່າງໆ ທີ່ໄດ້ສົນທະນານໍາກັນໄປ ສືບຕໍ່ນໍາໃຊ້ໃນສະຖານທີ່ປິ່ນປົວ ທີ່ຕົນເຮັດວຽກຢູ່, ທັງຖອດຖອນ ແລກປ່ຽນບົດຮຽນໃຫ້ກັບເພື່ອນ ຮ່ວມງານ, ພ້ອມກັນປະຕິບັດຕາມ ຫລັກການສາກົນ ໃນດ້ານຄວາມ ປອດໄພຂອງການສົ່ງເລືອດ. ທີ່ເຮັດວຽກຕົວຈິງໃນວຽກງານ ການສົ່ງເລືອດຂອງສອງປະເທດ ເພື່ອພ້ອມກັນພັດທະນາໃຫ້ວຽກ ງານການສົ່ງເລືອດຢູ່ ສປປ ລາວ ໃຫ້ມີຄວາມປອດໄພ ແລະ ມີຄຸນ ນະພາບຫລາຍຂຶ້ນ. ເລືອດແມ່ນ ບໍ່ສາມາດໄດ້ມາຈາກແຫລ່ງອື່ນ ໄດ້, ນອກຈາກການບໍລິຈາກຂອງ ມະນຸດດ້ວຍກັນເທົ່ານັ້ນ. ປັດຈຸບັນ ເຖິງວ່າວິທະຍາສາດຈະທັນສະໄໝ ກໍຕາມແຕ່ກໍຍັງບໍ່ທັນສາມາດຜະ ລິດເລືອດໄດ້ເທື່ອ, ຈຶ່ງມີຄວາມຈໍາ ເປັນຕ້ອງໄດ້ປຸກລະດົມການບໍລິ ຈາກເລືອດໃນທົ່ວສັງຄົມ. ເລືອດ ແລະ ຜະລິດຕະພັນເລືອດທີ່ໄດ້ຮັບ ບໍລິຈາກສາມາດຊ່ວຍຊີວິດຄົນເຈັບ ໄດ້ ແລະ ການຕອບສະໜອງເລືອດ ເຂົ້າໃນການປິ່ນປົວຍັງເປັນສິ່ງສໍາ ຄັນໃນການພັດທະນາຄຸນນະພາບ ຊີວິດທັງໃນການຮັກສາຊີວິດຂອງ ແມ່ທີ່ໄດ້ຮັບຜົນກະທົບຈາກການ
RkJQdWJsaXNoZXIy MTc3MTYxMQ==