xtgmf]k; 6 17/12/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d -u ;y f{;a fmtotme ຮຽບຮຽງໂດຍ: ມາລີດາ ໂດຍ: ລູກສາວຫລ້າ pq dl6 'dkox6 d{dko]h P' grnj v7Extda ofh kolt[P'vksko vq 'dkov5 pcoa l3d Ia [Iv'gvq k 2h vo]e;q ']k; gxa o,= ]tfq d3]d “ ” ການສົ່ງເສີມການປູກການ ລ້ຽງ ຂອງປະຊາຊົນ ບ້ານນາ ຊຽງດີ ເມືອງຮຸນ ແຂວງອຸດົມໄຊ ພາຍໃຕ້ການສະໜັບສະໜູນຂອງ ໂຄງການອາຫານໂລກ ໂດຍການ ນໍາເອົາແນວພັນສັດ, ພືດ ແລະ ວັດ ຖຸອຸປະກອນ, ເງິນສົດ ແລະ ອື່ນໆ ມອບໃຫ້ຄອບຄົວເປົ້າໝາຍ ເພື່ອ ເປັນພື້ນຖານການຜະລິດ ເພື່ອນໍາ ໄປໝູນໃຊ້ໃຫ້ເກີດປະໂຫຍດ ໃນ ການຄໍ້າປະກັນດ້ານສະບຽງອາ ຫານພາຍໃນຄອບຄົວ ລວມທັງປະ ກອບສ່ວນໃຫ້ໂຮງຮຽນໃນໂຄງ ການອາຫານທ່ຽງ ພ້ອມດຽວກັນ ເມື່ອມີການປູກຫລາຍກໍກາຍເປັນ ສິນຄ້າທີ່ສາມາດສ້າງລາຍຮັບເຂົ້າ ຄອບຄົວອີກທາງໜຶ່ງ. ທ່ານທອງວັນ ໄຊຍະສານ ຮອງ ຫົວໜ້າຫ້ອງການພາກສະໜາມອົງ ການອາຫານໂລກ ປະຈຳແຂວງ ອຸດົມໄຊ ໃຫ້ສໍາພາດໃນໂອກາດທີ່ສື່ ມວນຊົນໄປຢ້ຽມຢາມການຈັດຕັ້ງ ປະຕິບັດໂຄງການຂອງອົງການອາ ຫານໂລກ ທີ່ບ້ານນາຊຽງດີ ເມືອງ ຮຸນ ແຂວງອຸດົມໄຊ ເມື່ອບໍ່ດົນມາ ນີ້ວ່າ ເມືອງຮຸນເປັນເມືອງໜຶ່ງທີ່ ອົງການອາຫານໂລກໄດ້ສະໜັບສະ ໜູນຫລາຍກິດຈະກໍາເປັນຕົ້ນແມ່ນ ກິດຈະກໍາອາຫານທ່ຽງໃນໂຮງ ຮຽນ ເຊິ່ງກິດຈະກໍາດັ່ງກ່າວ ແມ່ນ ເລີ່ມສະໜັບສະໜູນຕັ້ງແຕ່ປີ 2002 ໂດຍໄລຍະນັ້ນແມ່ນເຮັດໃນຮູບ ແບບອາຫານເສີມໃນເວລາພັກ ຜ່ອນຕອນ 9 ໂມງຫລັງຈາກນັ້ນຈຶ່ງ ໄດ້ປ່ຽນອາຫານວ່າງມາເປັນອາ ຫານທ່ຽງ ໃນປິ 2016 ເຊິ່ງໄລຍະ ເບື້ອງຕົ້ນຂອງໂຄງການອົງການ ອາຫານໂລກໄດ້ສະໜອງພື້ນຖານ ໂຄງລ່າງໃຫ້ເປັນຕົ້ນ ຫ້ອງກິນເຂົ້າ ເຮືອນຄົວອຸປະກອນປຸງແຕ່ງອາ ຫານແລະ ມີການສະໜອງເຂົ້າສານ, ປາກະປອງ, ຖົ່ວເຫລືອງ, ນໍ້າມັນ ພືດ ແລະ ແນວພັນພືດເພື່ອໃຫ້ໂຮງ ຮຽນເຮັດສວນຄົວ. ສໍາລັບເມືອງ ຮຸນໂຄງການອາຫານທ່ຽງມີ 102 ບ້ານ ສ່ວນການຄໍ້າປະກັນສະບຽງ ອາຫານ ແລະ ໂພຊະນາການ ມີ 21 ບ້ານ. ປັດຈຸບັນອົງການອາຫານ ໂລກໄດ້ມອບໂຄງການອາຫານ ທ່ຽງໃນໂຮງຮຽນໃຫ້ລັດຖະບານ ແລ້ວ ແລະ ຊຸກຍູ້ຊຸມຊົນເປັນຜູ້ຂັບ ເຄື່ອນ ຫລື ຈັດຕັ້ງປະຕິບັດດ້ວຍຕົນ ເອງເຊິ່ງລັດຖະບານໄດ້ຊຸກຍູ້ສູ້ຊົນ ປະມານຈຳນວນໜຶ່ງໃຫ້ແກ່ນັກຮຽນ ແລະ ຊຸມຊົນກໍມີການປະກອບສ່ວນ ແຮງງານເປັນຕົ້ນແມ່ຄົວໝູນວຽນ ມາປຸງແຕ່ງອາຫານ ແລະ ປະກອບ ສ່ວນວັດຖຸດິບ. ສ່ວນອົງການອາ ຫານໂລກຫລັງຈາກມອບໂອນ ໃຫ້ ແກ່ລັດຖະບານແລ້ວກໍໄດ້ສຸມໃສ່ ການຊຸກຍູ້ທຶນເຕັກນິກວິຊາການໃຫ້ ແກ່ຊາວກະສິກອນ ໂດຍມີການສ້າງ ກຸ່ມປູກຜັກ, ລ້ຽງໄກ່ພັນໄຂ່ໄກ່ລາດ ແລະ ລ້ຽງປາ ເພື່ອໃຫ້ຄົວເຮືອນມີ ສະບຽງອາຫານການກິນພຽງພໍ ພ້ອມທັງສາມາດຕອບສະໜອງ ປະກອບສ່ວນໃສ່ກິດຈະກໍາອາຫານ ທ່ຽງໃຫ້ດີຂຶ້ນ. ທັງນີ້, ກໍເພື່ອໃຫ້ ໂຄງການມີຄວາມຍືນຍົງ, ດັ່ງນັ້ນ ໂຄງການຈຶ່ງສຸມໃສ່ສົ່ງເສີມການ ປູກໃຫ້ຖືກເຕັກນິກວິຊາການໃຫ້ ປະຊາຊົນຜະລິດໃຫ້ຫລາຍຂຶ້ນ. ນອກຈາກນັ້ນ, ກໍມີການຝຶກອົບຮົມ ກ່ຽວການຄຸ້ມຄອງ, ການລະດົມ, ການປະກອບສ່ວນຂອງພໍ່ແມ່ປະຊາ ຊົນເພາະວ່າກິດຈະກໍານີ້ມີຄວາມ ສໍາຄັນຫລາຍຕໍ່ນັກຮຽນ ເປັນຕົ້ນ ຄວາມສໍາຄັນຕໍ່ໂພຊະນາການຂອງ ນັກຮຽນ. ພວກເຮົາເຊື່ອໝັ້ນວ່າ ຖ້ານັກຮຽນມີສຸຂະພາບແຂງແຮງ ກໍຈະມີສະໝອງດີ ການສຶກສາຮໍ່າ ຮຽນກໍຈະດີຂຶ້ນ ແລະ ຫລຸດຜ່ອນພາ ລະພໍ່ແມ່ໃນການແຕ່ງອາຫານທ່ຽງ ໃຫ້ລູກ ເພີ່ມເວລາໃນການສຶກສາຮໍ່າ ຮຽນ ແລະ ພັກຜ່ອນຫລາຍຂຶ້ນບວກ ໃສ່ກິດຈະກໍາສວນຄົວໃນໂຮງຮຽນ ນັກຮຽນກໍມີໂອກາດຮຽນຮູ້ໃນ ການປະຕິບັດໂຕຈິງ ເຊັ່ນ ນັກຮຽນ ໄດ້ອອກແຮງງານ ມີຄວາມສາມັກ ຄີກັບໝູ່ຄູ່ ເຊິ່ງຈຸດນີ້ແມ່ຕອບໂຈດ ກັບຫລັກມູນການສຶກສາ ແລະ ເປັນ ການພັດທະນາຊັບພະຍາກອນມະ ນຸດຫລື ເອີ້ນວ່າເປັນການສົ່ງເສີມຍຸດ ທະສາດຂອງລັດຖະບານ ໃນການ ຂັບເຄື່ອນໂຄງການໂພຊະນາການ. ຈາກໂຄງການອາຫານທ່ຽງໃນ ໂຮງຮຽນແລ້ວອົງການອາຫານ ໂລກຍັງໄດ້ສົ່ງເສີມທາງດ້ານການ ຄໍ້າປະກັນສະບຽງອາຫານ ແລະ ໂພຊະນາການ ເພື່ອຊີວິດການເປັນ ຢູ່ທີ່ດີຂຶ້ນ. ສຳລັບຢູ່ເມືອງຮຸນ ມີ 21 ບ້ານໃນໂຄງການຄໍ້າປະກັນສະ ບຽງອາຫານ ແລະ ໂພຊະນາການ; ໃນນັ້ນຈະສ້າງສູນຮຽນຮູ້ໂພຊະນາ ການ ເພື່ອເປັນບ່ອນຮຽນຮູ້ໃຫ້ແກ່ ຊຸມຊົນ ໂດຍສະເພາະແມ່ນກຸ່ມແມ່ ຍິງຖືພາແມ່ລູກອ່ອນ ຫລື ຄົນທີ່ມີ ລູກອາຍຸຕໍ່າກວ່າ 2 ປີ ໃຫ້ມາຮຽນຮູ້ ກ່ຽວກັບໂພຊະນາການ, ການຂາດ ໂພຊະນາການມີສາເຫດມາຈາກໃສ ເຮັດແນວໃດໃຫ້ແມ່ ແລະ ລູກ ມີສຸ ຂະພາບແຂງແຮງໂດຍເຊື່ອມສານ ກັບຄວາມຮູ້ໂພຊະນາການ ການ ປ່ຽນແປງພຶດຕິກໍາການກິນຢູ່ ແລະ ສົ່ງເສີມການປູກການລ້ຽງ. ໃນນັ້ນ, ທາງໂຄງການກໍໄດ້ສະໜອງພືດ ສວນຄົວໃຫ້ປະຊາຊົນນໍາໄປປູກ, ລ້ຽງ ເພື່ອໃຫ້ເຂົາເຈົ້າບໍລິໂພກອາ ຫານທີ່ຫລາກຫລາຍ. ນອກນີ້, ກໍໄດ້ ສາທິດການປຸງແຕ່ງອາຫານໃຫ້ຖືກ ຫລັກການ, ຖືກຫລັກສຸຂະອະນາໄມ ແລະ ໂພຊະນາການ. ພ້ອມດຽວກັນ, ກໍມີການປັບປຸງພື້ນຖານໂຄງລ່າງ ພາຍໃຕ້ກິດຈະກໍາເງິນສົດເພື່ອ ງານເຊັ່ນ ການແປງທາງໄປສູ່ເຂດ ການຜະລິດ ໂຄງການເປັນຜູ້ສະ ໜອງອຸປະກອນຕ່າງໆ ໃຫ້ຊາວ ບ້ານເປັນຜູ້ອອກແຮງງານ ຫລື ເອີ້ນວ່າກໍ່ສ້າງຊັບສິນຊຸມຊົນ ສໍາ ລັບການຈັດຕັ້ງປະຕິບັດຢູ່ເມືອງຮຸນ ອົງການອາຫານໂລກໄດ້ຮ່ວມກັບ ຫລາຍພາກສ່ວນເປັນຕົ້ນຫ້ອງການ ສຶກສາສາທິການ ແລະ ກິລາ, ກະສິ ກໍາ ແລະ ປ່າໄມ້, ສາທາລະນະສຸກ ແລະ ສະຫະພັນແມ່ຍິງ. ຖືເປັນຄວາມພາກພູມໃຈຂອງ ປະຊາຊົນລາວທັງຊາດ ທີ່ອົງການ ອຸຍແນັສໂກຮັບຮອງເອົາການຂຶ້ນ ທະບຽນ “ຟ້ອນລໍາວົງລາວ” ເປັນມໍ ລະດົກໂລກໃນວັນທີ5ທັນວາ2024 ທີ່ປະເທດປາຣາໄກວ ເຊິ່ງຈຸດນີ້ເປັນ ປັດໄຈສຳຄັນໃນການອະນຸລັກຮັກ ສາມໍລະດົກ ແລະ ຄວາມຫລາກ ຫລາຍທາງວັດທະນະທຳທີ່ພວມ ຜະເຊີນໜ້າກັບການຈະເລີນເຕີບໂຕ ຂອງໂລກາພິວັດຢ່າງຕໍ່ເນື່ອງ ທັງ ເປັນປັດໄຈຄໍ້າປະກັນການຍືນຍົງຄົງ ຕົວຂອງຊາດລາວຕະຫລອດໄປ. ສະນັ້ນ, ມື້ຄໍລໍາຊີວິດວັດທະນາທໍາ ຈະພາບັນດາທ່ານ ມາຮູ້ຈັກປະຫວັດ ຄວາມເປັນມາຂອງລໍາວົງລາວ ແລະ ລໍາວົງລາວ ມີຄວາມໝາຍ ແນວໃດຕໍ່ປວງຊົນລາວ. “ຟ້ອນລຳວົງລາວ” ແມ່ນສິລະ ປະການສະແດງປະເພດໜຶ່ງທີ່ສືບ ທອດກັນມາ ມາແຕ່ບູຮານນະການ ຕາມປະເພນີການເລົ່າຂານກັນມາ ແຕ່ດົນນານມາແລ້ວນັ້ນ ແມ່ນການ ຟ້ອນມ່ວນຊື່ນສາມັກຄີສະເຫລີມ ສະຫລອງຜົນຂອງການເກັບກ່ຽວ ຂອງຊາວຜູ້ອອກແຮງງານ, ການ ສະແດງອອກເຖິງຄວາມສາມັກຄີ ປອງດອງຄວາມມີນໍ້າໃຈເອື້ອອາ ທອນເອື້ອເຟື້ອເຜື່ອແຜ່ຊຶ່ງກັນແລະ ກັນ, ການຮູ້ແບ່ງປັນຊ່ວຍເກື້ອໜູນ ແຮງງານດ້ວຍຄວາມໂອບອ້ອມ ອາລີບໍລິສຸດໃຈຕໍ່ກັນຂອງປະຊາຊົນ ລາວ. ຟ້ອນລຳວົງລາວ ຍັງເປັນ ການສະແດງຄວາມຂອບໃຈ ຮູ້ບຸນ ຄຸນດ້ວຍການເຊື້ອເຊີນອອກມາ ເປັນຄູ່ຟ້ອນຄູ່ຮ້ອງຕາມທຳນອງຈັ່ງ ຫວະຈາກສຽງການໂຮ່ຮ້ອງມ່ວນ ຊື່ນລື່ນເລີງດ້ວຍການຕີ, ເຄາະເຄື່ອງ ໄມ້ ເຄື່ອງມືຂອງຊາວໄຮ່ ຊາວນາ ດ້ວຍບາດກ້າວເດີນໄປພ້ອມໆກັນ ກັບການຍໍແຂນແອ່ນຟ້ອນ ເປັນຈັ່ງ ຫວະບວກໃສ່ກັບການເຄື່ອນໄຫວຕີ ເປັນວົງລ້ອມ ກອງເຂົ້າ ກອງເຟືອງ ສາງເຂົ້າ ແລະ ອື່ນໆ. ຈຶ່ງສືບທອດ ກັນມາເປັນປະເພນີການ “ຟ້ອນ ເປັນວົງ” ຂອງຊຸມຊົນເຊື້ອຊາດ ລາວ. ຄຽງຄູ່ກັບການປະຍຸກສຽງ ຂັບສຽງລໍາ ປະສົມປະສານເຂົ້າກັບ ເຄື່ອງດົນຕີທີ່ຫລາກຫລາຍ. ການ ຟ້ອນນາຕະສິນ, ການຟ້ອນລຳວົງ ລາວແຕ່ດັ່ງເດີມປະກອບມີ 8 ທ່າ ມາດຕະຖານຄື: ທ່າເຊີນຊວນ, ໂຄ້ງ ນາງ, ຄຽງນາງ, ຖອຍເພື່ອກ້າວ, ກະຕ່າຍໝາຍຈັນ, ສະຫລັບຟັນປາ, ນົກແອ່ນເຈີດ ແລະ ສີດາລຽບຫາດ ໂດຍມີການຝຶກຊ້ອມຮຽນແອບ ຟ້ອນໃຫ້ເຂົ້າກັນເປັນຄູ່ຢ່າງງົດ ງາມ. ໃນນີ້, ພິເສດການຟ້ອນລໍາວົງ ລາວ ໄດ້ມີການວິວັດທະນາການ ໂດຍຜ່ານຂະບວນການຕໍ່ສູ້ກູ້ຊາດ ເປັນເຄື່ອງມືໃນການປຸກລະດົມຢ່າງ ຟົດຟື້ນນັບແຕ່ຊຸມປີ 1946 ເປັນຕົ້ນ ມາດ້ວຍສະພາບແວດລ້ອມ ແລະ ເງື່ອນໄຂຕ່າງໆທີ່ເອື້ອອຳນວຍ ຊຶ່ງ ຕໍ່ມາໄດ້ມີການປະສົມປະສານກັນ ລະຫວ່າງການຟ້ອນລໍາລົງແບບ ດັັ່ງເດີມ ແລະ ການຟ້ອນລໍາວົງໃສ່ ກັບການຂັບ-ລໍາຂອງແຕ່ລະທ້ອງ ຖິ່ນຈຶ່ງເກີດມາເປັນການຟ້ອນລໍາ ວົງຮູບແບບມວນຊົນເຊັ່ນ: ການສະ ເຫລີມສະຫລອງຊົມເຊີຍຜົນສຳ ເລັດຂອງການອອກແຮງງານ, ໃນໂອກາດວັນສຳຄັນຕ່າງໆ ແລະ ອື່ນໆ. ການຟ້ອນລໍາວົງມວນຊົນປະ ກອບມີ 8 ຈັງຫວະຄື: ຈັງຫວະຟ້ອນ ລຳວົງລາວຈັງຫວະເຊີນຊວນ,ຈັງ ຫວະລຳສີພັນດອນ, ຈັງຫວະຕັ່ງ ຫວາຍ, ຈັງຫວະຂັບທຸ້ມຫລວງພະ ບາງ, ຈັງຫວະລຳສາລະວັນ,ຈັງ ຫວະສະຫລັບຟັນປາ, ຈັງຫວະລຳ ຄອນສະຫວັນ ແລະ ຈັງຫວະລຳມະ ຫາໄຊ ຊຶ່ງເປັນການຟ້ອນລໍາວົງ ລາວທີ່ນິຍົມໃນປັດຈຸບັນເຊັ່ນ: ຟ້ອນ ຕ້ອນຮັບແຂກສຳຄັນ, ຟ້ອນໃນພິທີ ແຕ່ງດອງ, ພິທີພົບປະສັງສັນຕ້ອນ ຮັບວັນຂຶ້ນປີໃໝ່ ແລະ ງານບຸນປະ ເພນີປະຈໍາບ້ານ, ເມືອງ, ແຂວງ ແລະ ໃນລະດັບປະເທດ. “ຟ້ອນລຳ ວົງລາວ” ຍັງເປັນຂວັນກຳລັງໃຈ ໃນພາລະກິດຕໍ່ສູ້ກູ້ຊາດຢ່າງອົງ ອາດກ້າຫານແລະສືບຕໍ່ໃນສະໜາມ ຮົບວັດທະນະທຳໃນໄລຍະປະຕິບັດ ສອງໜ້າທີ່ຍຸດທະສາດແຫ່ງການ ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ, ຈຶ່ງກາຍເປັນໜຶ່ງ ໃນການສະແດງອອກເຖິງວິຖີຊີວິດ ຂອງປະຊາຊົນບັນດາເຜົ່າຊາວຜູ້ ອອກແຮງງານທີ່ໄດ້ສະສົມເປັນເອ ກະລັກໄປຕາມແຕ່ລະທ້ອງຖິ່ນ, ໄດ້ ຮັບການຖ່າຍທອດຈາກບັນພະບູ ລຸດ ແລະ ສືບທອດຈາກຮຸ່ນຄົນໜຶ່ງ ສູ່ຮຸ່ນຄົນໜຶ່ງຢ່າງຕໍ່ເນື່ອງ ແລະ ໄດ້ ຮັບການປະດິດແຕ່ງ, ປັບປຸງ ແລະ ດັດປັບໃຫ້ເຂົ້າກັບສະພາບແວດລ້ອມ ສັງຄົມອັນໃໝ່, ມີສາຍກ່ຽວພັນກັບ ທໍາມະຊາດອ້ອມຂ້າງ ແລະ ບົນພື້ນ ຖານປະຫວັດສາດຂອງຊຸມຊົນເຊື້ອ ຊາດລາວ ຈຶ່ງເຮັດໃຫ້ຊຸມຊົນເຫລົ່າ ນີ້ຮັບຮູ້ ແລະ ສືບທອດເອກະລັກວັດ ທະນະທໍາຂອງຕົນ ເຮັດໃຫ້ມີການ ພັດທະນາຢ່າງຕໍ່ເນື່ອງ ແລະ ມີຄຸນ ຄ່າທາງດ້ານຈິດໃຈ.
RkJQdWJsaXNoZXIy MTc3MTYxMQ==