6027

xtgmf]k; 4 3]d c]t gsfdko 17/12/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ໃນທ້າຍສະຕະວັດທີ່ຜ່ານມາ, ສປປ ເກົາຫລີ ໄດ້ຜະເຊີນໜ້າກັບສະ ພາບການທີ່ບໍ່ເພິ່ງປາຖະໜາເມື່ອ ລະບົບສັງຄົມນິຍົມໃນຫລາຍປະ ເທດຖືກລົ້ມສະຫລາຍເຊິ່ງເຮັດໃຫ້ ພວກຈັກກະພັດ ແລະ ອິດທິກຳລັງ ປໍລະປັກຄຸຍໂວໂອ້ອວດນັ້ນ, ສະ ຫາຍໄດ້ນຳພາຈັດຕັ້ງປະຕິບັດນະ ໂຍບາຍເຊິນກຸນ ມີຜົນສຳເລັດ ຮອບດ້ານ, ເຮັດໃຫ້ ສປປ ເກົາຫລີ ເປັນແວ່ນແຍງອັນໃສແຈ້ງໃຫ້ປະ ເທດເພື່ອນມິດໄດ້ຮ່ຳຮຽນນຳ. ກຳລັງປະກອບອາວຸດປະຊາຊົນ ເກົາຫລີ ໄດ້ພັດທະນາຂີດຄວາມສາ ມາດໃນການເປັນເສົາຄ້ຳໃຫ້ແກ່ປະ -u ;y fdkoxt8y ;a fva opyj '.spj 0v'ltskp dy , g9y ' vy o ( ເນື່ອງໃນໂອກາດ ຄົບຮອບ13 ປີແຫ່ງການມໍລະນະກຳຂອງສະຫາຍກິມ ເຈິງອິນ, ຜູ້ນຳທີ່ຍິ່ງໃຫຍ່ຂອງປະຊາຊົນເກົາຫລີ, ວັນທີ 17/12/2011-17/12/2024 ) ເທດຊາດ.ພາຍໃຕ້ການນຳພາຂອງ ສະຫາຍ ກິມ ເຈິງ ອິນ, ສປປ ເກົາ ຫລີ ໄດ້ມີຄວາມເຂັ້ມແຂງທາງດ້ານ ປ້ອງກັນປະເທດ, ມີຄວາມສາມາດ ສູງສົ່ງ, ມີຄວາມພ້ອມໃນລະດັບສູງ ຕໍ່ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ສະຫາຍ ກິມ ເຈິງ ອິນ ໄດ້ຫັນ ປ່ຽນທົ່ວສັງຄົມເກົາຫລີ ເປັນຄອບ ຄົວແຫ່ງວົງຄະນາຍາດທີ່ມີຄວາມ ເປັນເອກະພາບໃນລະດັບສູງ, ມີ ຄວາມສາມັກຄີເປັນປຶກແຜ່ນ. ສະຫາຍ ກິມ ເຈິງ ອິນ ໄດ້ ເປັນຜູ້ ວາງຮາກຖານອັນເຂັ້ມແຂງໃຫ້ ແກ່ການກໍ່ສ້າງສັງຄົມນິຍົມ, ສະ ຫາຍໄດ້ອຸທິດເຫື່ອແຮງສະຕິປັນ ຍາເຂົ້າໃນການນຳພາໂດຍການ ໄຂສັງກາດແຫ່ງສະຕິປັນຍາ ແລະ ຫົວຄິດປະດິດສ້າງດ້ວຍການ ພັດທະນາເຕັກໂນໂລຊີ C/C (CPNQV UFS /VNFS J DB M CPOUSPM) ໃຫ້ເປັນອຸດສາຫະ ກຳກໍ່ສ້າງກົນຈັກ, ສະຫາຍໄດ້ນຳ ພາການປະຕິວັດອຸດສາຫະກຳແຫ່ງ ສະຕະວັດໃໝ່ ແລະ ເຮັດໃຫ້ເສດຖະ ກິດແຫ່ງຊາດກ້າວຂຶ້ນສູ່ທັນສະໄໝ. ພາຍໃຕ້ການນຳພາຂອງສະຫາຍ, ສປປ ເກົາຫລີໄດ້ມີບົດບາດສູງເດັ່ນ, ເສດຖະກິດມີການເຕີບໂຕຢ່າງສະ ໝ່ຳສະເໝີ, ການຜະລິດອຸດສາຫະ ກຳໄດ້ຫັນເປັນທັນສະໄໝ, ບັນດາ ໂຮງງານແລະວິສາຫະກິດລວມທັງ ໂຮງງານກົນຈັກຮິເຈິນເລີນອາ, ໂຮງງານປຸງແຕ່ງໝາກໄມ້ແດດົງ ກາງໄດ້ຖືກສ້າງຂຶ້ນ ແລະ ມີຄວາມ ທັນສະໄໝໃນລະດັບໂລກ. ປັດຈຸບັນ ນີ້ ສປປ ເກົາຫລີ ເປັນໜຶ່ງໃນບັນ ດາປະເທດທີ່ຜະລິດດາວທຽມ ແລະ ເຄື່ອງຍິງປ່ອຍດາວທຽມ, ທົ່ວທຸກ ຫົນແຫ່ງຂອງປະເທດລວມທັງນະ ຄອນຫລວງພຽງຢາງໄດ້ກ້າວໄປ ຕາມເສັ້ນທາງສູ່ທັນສະໄໝ. ສະຫາຍ ກິມ ເຈິງ ອິນ ໄດ້ຍອມອຸ ທິດຕະຫລອດຊີວິດຂອງສະຫາຍໃຫ້ ແກ່ພາລະກິດສ້າງສາ ສປປ ເກົາຫລີ ໃຫ້ມີຄວາມເຂັ້ມແຂງ ແລະ ພາລະ ກິດປົກປັກຮັກສາສັນຕິພາບ, ຄວາມ ໝັ້ນຄົງຢູ່ໃນພາກພື້ນ ແລະ ສາກົນ ແລະ ການບັນລຸພາລະກິດສັງຄົມນິ ຍົມທີ່ເປັນຄວາມມຸ່ງມາດປາຖະໜາ ຂອງມະນຸດກ້າວໜ້າຢູ່ທົ່ວໂລກ. ອ່ານຕໍ່¤—Å —ໜ້າ ຕໍ່າ‹ໜ້າ ຕໍ່າ‹ໜ້າ ຫ້ອງວ່າການກະຊວງ... ພົນຈັດຕະວາ ເດືອນສະຫວັນ ສາຍພິມຄໍາປະທຸມ ກຳມະການຄະ ນະພັກກະຊວງຫົວໜ້າຫ້ອງວ່າ ການກະຊວງປ້ອງກັນປະເທດ ພ້ອມ ດ້ວຍຄະນະກົມ, ບໍລິສັດລັດວິສາ ຫະກິດ, ພະແນກການທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍພັນໂທຄຳຫລ້າແສນນະ ເຂດ ຫົວໜ້າພະແນກພະນັກງານ ຫ້ອງການເມືອງຫ້ອງວ່າການກະ ຊວງປ້ອງກັນປະເທດ ໄດ້ຜ່ານຂໍ້ ຕົກລົງຂອງກະຊວງປ້ອງກັນປະ ເທດ ແລະ ຂໍ້ຕົກລົງຂອງກົມໃຫຍ່ ການເມືອງກອງທັບ ວ່າດ້ວຍການ ເລື່ອນຊັ້ນ ແລະ ເລື່ອນທຽບຊັ້ນໃຫ້ ນາຍທະຫານຢູ່ຫ້ອງວ່າການກະ ຊວງປ້ອງກັນປະເທດ 34 ສະຫາຍ ໃນນີ້, ເລື່ອນຊັ້ນຮ້ອຍເອກ ຂຶ້ນຊັ້ນ ພັນຕີ 5 ສະຫາຍ, ເລື່ອນທຽບຊັ້ນ ຮ້ອຍເອກຂຶ້ນຊັ້ນພັນຕີ19ສະຫາຍ, ເລື່ອນຊັ້ນຮ້ອຍໂທ ຂຶ້ນຊັ້ນຮ້ອຍເອກ 2 ສະຫາຍ, ເລື່ອນທຽບຊັ້ນຮ້ອຍໂທ ຂຶ້ນຮ້ອຍເອກ 6 ສະຫາຍ, ເລື່ອນ ທຽບຊັ້ນຮ້ອຍຕີ ຂຶ້ນຮ້ອຍໂທ 1 ສະຫາຍ ແລະ ເລື່ອນທຽບຊັ້ນວາທີ ຂຶ້ນຮ້ອຍຕີ 1 ສະຫາຍ. ໂອກາດດັ່ງກ່າວ, ສະຫາຍ ພົນ ຈັດຕະວາ ເດືອນສະຫວັນ ສາຍພິມ ຄໍາປະທຸມ ໄດ້ມີຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳຫລາຍບັນຫາສຳຄັນ ຕໍ່ນາຍທະຫານທີ່ໄດ້ຮັບການເລື່ອນ ຊັ້ນໃໝ່ໃນຄັ້ງນີ້ ໂດຍເນັ້ນໃຫ້ແຕ່ລະ ສະຫາຍຕ້ອງສືບຕໍ່ຝຶກຝົນຫລໍ່ ຫລອມຕົນເອງໃຫ້ມີຄວາມຮູ້ຄວາມ ສາມາດຮອບດ້ານ, ພ້ອມກັນຍົກສູງ ຄວາມຮັບຜິດຊອບຕໍ່ໜ້າທີ່ການ ເມືອງຂອງຕົນໃຫ້ສູງຂຶ້ນກວ່າເກົ່າ, ເປັນຫລັກແຫລ່ງໃນການເຕົ້າໂຮມ ຄວາມສາມັກຄີພາຍໃນໃຫ້ແໜ້ນ ແຟ້ນ, ປັບປຸງແບບແຜນວິທີເຮັດ ວຽກໃຫ້ມີວິທະຍາສາດ, ບົນພື້ນ ຖານປະຕິບັດຕາມຫລັກການລວມ ສູນປະຊາທິປະໄຕ ເຮັດວຽກເປັນ ໝູ່ຄະນະ, ພ້ອມກັນກໍ່ສ້າງກອງ ທັບກ້າວຂຶ້ນເປັນກອງທັບປະຕິວັດ ທີ່ມີລະບຽບແບບແຜນ ແລະ ທັນ ສະໄໝ. ຂ່າວ-ພາບ: ນົກ ບຸນມາເລີດ ນຳສະເໜີ... ເຮັດໃຫ້ລະບຽບການຄຸ້ມຄອງການບໍລິຫານລັດ ມີຄວາມຮັດກຸມ, ກະທັດຮັດ, ໂປ່ງໃສ, ວ່ອງໄວ, ທັນ ສະໄໝ ແລະ ຍຸຕິທໍາ ທັງເປັນການຕີ ຖອຍປະກົດການຫຍໍ້ທໍ້, ການສໍ້ ລາດບັງຫລວງ, ຈໍາກັດຊ່ອງວ່າງ ການຮົ່ວໄຫລຂອງການເກັບລາຍ ຮັບ, ສ້າງຄວາມສະດວກ, ວ່ອງໄວ ໃນການແກ້ໄຂວຽກງານຂອງອົງ ການບໍລິຫານລັດ ເຮັດໃຫ້ສັງຄົມ, ນິຕິບຸກຄົນ ແລະ ພໍ່ແມ່ປະຊາຊົນທີ່ ມາໃຊ້ບໍລິການພົວພັນປະສານ ງານຕ່າງໆ ທີ່ກ່ຽວຂ້ອງກັບອົງ ການບໍລິຫານລັດ ມີຄວາມເພິ່ງພໍ ໃຈສູງ. ໃນໄລຍະຜ່ານມາການຈັດຕັ້ງ ປະຕິບັດວຽກງານບໍລິການຜ່ານ ກົນໄກປະຕູດຽວແມ່ນໄດ້ອີງໃສ່ນິ ຕິກໍາຈໍານວນໜຶ່ງ ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດເປັນຕົ້ນຂໍ້ ຕົກລົງ ສະບັບເລກທີ 86/ນຍ ວ່າດ້ວຍການຈັດຕັ້ງປະຕິບັດກົນໄກ ການບໍລິການຜ່ານປະຕູດຽວຢູ່ອົງ ການບໍລິຫານລັດໃນຂອບເຂດທົ່ວ ປະເທດ, ຄໍາສັ່ງນາຍົກລັດຖະມົນຕີ ສະບັບເລກທີ 09/ນຍ ວ່າດ້ວຍການ ເພີ່ມທະວີການຈັດຕັ້ງປະຕິບັດກົນ ໄກການບໍລິການຜ່ານປະຕູດຽວໃນ ຂອບເຂດທົ່ວປະເທດ ແລະ ກະຊວງ ພາຍໃນກໍໄດ້ອອກຄູ່ມືແນະນໍາການ ຈັດຕັ້ງປະຕິບັດວຽກງານດັ່ງກ່າວ ເພື່ອເປັນບ່ອນອີງໃຫ້ບັນດາກະ ຊວງ, ຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນໄດ້ຈັດຕັ້ງປະຕິບັດ ແລະ ໃນທ້າຍປີ 2023 ລັດຖະບານ ໄດ້ຮັບຮອງ ແລະ ປະກາດໃຊ້ຍຸດ ທະສາດແຫ່ງຊາດ ວ່າດ້ວຍການບໍ ລິການຂອງລັດຜ່ານກົນໄກປະຕູ ດຽວ ຮອດປີ 2030 ເພື່ອເປັນທິດ ທາງໃຫ້ອົງການບໍລິຫານລັດທຸກ ຂັ້ນ (ທັງສູນກາງ ແລະ ທ້ອງຖິ່ນ) ຕ້ອງໄດ້ເພີ່ມທະວີ ແລະ ສຸມກໍາລັງ ໃສ່ການຈັດຕັ້ງປະຕິບັດວຽກງານ ບໍລິການຜ່ານກົນໄກປະຕູດຽວຢູ່ ຂັ້ນຂອງຕົນໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ, ຊຶ່ງເປົ້າໝາຍ ສູ້ຊົນໃນການຜັນຂະຫຍາຍສູນບໍລິ ການຜ່ານກົນໄກປະຕູດຽວລົງສູ່ ທ້ອງຖິ່ນຮາກຖານເຊັ່ນ ຂັ້ນແຂວງ, ຂັ້ນເມືອງຕ້ອງໃຫ້ໄດ້ຢ່າງໜ້ອຍ 07 ສູນຂຶ້ນໄປຕໍ່ປີ (110 ສູນໃນປີ 2030, ໃນນີ້ ຈໍານວນນີ້ ເຄິ່ງໜຶ່ງ ໃຫ້ຫັນໄປນໍາໃຊ້ລະບົບບໍລິການປະ ຕູດຽວແບບທັນສະໄໝ/4.ART 0D4C) ໂດຍປະຕິບັດຕາມທິດ ສາມສ້າງບັນດາເມືອງຕ້ອງໄດ້ ສ້າງຕັ້ງສູນບໍລິການຜ່ານກົນໄກປະ ຕູດຽວຢູ່ຂັ້ນຂອງຕົນໃຫ້ໄດ້ຢ່າງ ໜ້ອຍ 1 ສູນຂຶ້ນໄປໝາຍຄວາມວ່າ ທົ່ວປະເທດ 148 ເມືອງ ຕ້ອງມີ 148 ສູນຂັ້ນເມືອງ. ຂ່າວ: ສົມຫວັງ, ພາບ: ຂັນໄຊ ຕໍ່າ‹¤—Å —‹່ອນ

RkJQdWJsaXNoZXIy MTc3MTYxMQ==