xtgmf]k; 3 17/12/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me co;7y f-U oe0v'xtmko wdlvo rq ,;y sko .o;Pd'kod+ lh k'Ikd4kodkog,n v' ໂດຍ: ຄ້ອງໃໝ່ dkozt]y f]tfa [7v[7q ; © ່າຕÊ່ ¨ Ã່່າ Ì້ ¨Áນ¤າÊ ນ ltg|u ]a f4t[ko gruj ,'q [xt,ko2N o26 glA omk' Ê ¤§ໜÇ Å າ È້ ¨ນÆ ¤Áານ «ອນ Ê Æ ານ (ເນື່ອງໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 104 ປິ 13/12/1920-13/12/2024) ທັດສະນະ-ແນວຄິດຊີ້ນຳ ຂອງ ປະທານ ໄກສອນ ພົມວິຫານ ກ່ຽວກັບວຽກງານການກໍ່ສ້າງຮາກ ຖານການເມືອງ ນັບແຕ່ເລີ່ມຕົ້ນຈົນ ສາມາດໝູນໃຊ້ ເປັນບົດຮຽນທີ່ພົ້ນ ເດັ່ນໃນປັດຈຸບັນ ແລະ ບາງຄຳເຫັນ ທີ່ສະແດງອອກດັ່ງນີ້: ຂະບວນການ ປະຕິວັດ ຂອງມະຫາຊົນ ເປັນບ່ອນ ຝຶກຝົນຫລໍ່ຫລອມພະນັກງານຂຶ້ນ ມາ ປະທານ ໄກສອນ ພົມວິຫານ ໄດ້ກ່າວໄວ້ວ່າ: “ບໍ່ຢ້ານວ່າຈະບໍ່ມີ ພະນັກງານພຽງແຕ່ຮູ້ສ້າງຂະບວນ ການແລ້ວ ນຳເອົາພະນັກງານລົງສູ່ ຂະບວນການຝຶກຝົນຫລໍ່ຫລອມ ໃນ ຂະບວນການວຽກງານຕົວຈິງ ກໍ ຈະມີພະນັກງານຮູ້ບັນຊາ, ຮູ້ນຳພາ ວຽກງານພົ້ນເດັ່ນຂຶ້ນ”. ປະທານ ໄກສອນ ພົມວິຫານ ຍັງໃຫ້ນິຍາມ ຂະບວນການວ່າ: “ຂະບວນການ ແມ່ນການເຮັດວຽກງານໃດໜຶ່ງທີ່ ມີລັກສະນະແຜ່ຫລາຍທົ່ວໄປ; ການ ເຮັດວຽກງານນັ້ນ ຕ້ອງເຮັດຢ່າງມີ ການຈັດຕັ້ງນຳພາ ແລະ ເຮັດດ້ວຍ ຄວາມຕື່ນຕົວ (ບໍ່ໄດ້ບັງຄັບ) ເຮັດ ໄດ້ 3 ເນື້ອໃນນີ້ ຈິ່ງເຮັດໃຫ້ຂະບວນ ການຕ່າງໆຍືນຍົງຄົງຕົວ ແລະ ຂະ ຫຍາຍຕົວຢ່າງບໍ່ຢຸດຢັ້ງ” ແລະ ປະທານ ໄກສອນ ພົມວິຫານ ຍັງ ສັ່ງສອນໄວ້ອີກວ່າ: “ການທີ່ໄດ້ລົງ ກໍ່ສ້າງຮາກຖານການເມືອງ ຊຶ່ງ ມີການຊີ້ນຳໂດຍກົງຂອງກົມການ ເມືອງ ແມ່ນກາລະໂອກາດດີທີ່ສຸດ ໃນຊີວິດການເມືອງ ທີ່ໄດ້ຮໍ່າຮຽນ ເປັນລະບົບແມ່ນສິ່ງທີ່ດີ ແລະ ເປັນ ພື້ນຖານແລ້ວ ແຕ່ຫາກບໍ່ຮູ້ນຳໃຊ້ ຄວາມຮູ້ທີ່ໄດ້ຮໍ່າຮຽນມານັ້ນ ເຂົ້າ ກັບວຽກງານຕົວຈິງ ທັງບໍ່ສ້າງໄດ້ ຜົນປະໂຫຍດຫຍັງໃຫ້ແກ່ປະຊາ ຊົນ, ສັງຄົມແລ້ວຄວາມຮູ້ທີ່ຮຽນມາ ນັ້ນ ກໍຈະບໍ່ມີຄຸນຄ່າຫຍັງທັງໝົດ. ດັ່ງນັ້ນ, ການມາລົງກໍ່ສ້າງຮາກ ຖານການເມືອງ ຈິ່ງແມ່ນການມາ ກໍ່ສ້າງຕົນເອງໃຫ້ເຕີບໃຫຍ່ຂຶ້ນ ກັບ ວຽກງານຕົວຈິງ, ເປັນໂອກາດໜຶ່ງ ຝຶກຝົນຫລໍ່ຫລອມຕົນເອງ ໃນທຸກໆ ດ້ານ ແລະ ເພື່ອໃຫ້ເຂົ້າສູ່ລວງເລິກ ຕໍ່ໄປນີ້ການລົງກໍ່ສ້າງຮາກຖານ ຊົນນະບົດຄວນຫັນເປັນໂຄງການ ຕິດພັນກັບຄວາມຮັບຜິດຊອບ ຂອງຂະແໜງການສາຍຕັ້ງ. ໝາຍ ຄວາມວ່າ, ມີໂຄງການວຽກງານ ຕົວຈິງ, ສຸມທຶນຮອນເຂົ້າໃສ່ ແລະມີ ຄົນໄປນຳພາເຮັດຕົວຈິງ ແລະ ເຮັດ ຢ່າງມີຈຸດສຸມ”. ປະທານ ໄກສອນ ພົມວິຫານ ໄດ້ເວົ້າເຖິງບົດບາດຂອງພະນັກ ງານລົງກໍ່ສ້າງຮາກຖານ ມີຢູ່ 4 ບົດ ບາດຕົ້ນຕໍຄື: “ເປັນເສນາທິການ; ເປັນຜູ້ນໍາພາ; ເປັນຜູ້ເຮັດຕົວຈິງ ແລະ ເປັນເຈົ້າການ ເພື່ອຊ່ວຍເຫລືອ ທ້ອງຖິ່ນຮາກຖານໃຫ້ເປັນເຈົ້າ ການ”. ຈາກບົດຮຽນທີ່ຖອດຖອນໄດ້ ຢູ່ຮາກຖານ ປະທານ ໄກສອນ ພົມວິຫານ ໄດ້ນຳເອົາມາບູລະນະ ແນວທາງ-ນະໂຍບາຍຂອງພັກ ໂດຍພັກໄດ້ໃຫ້ທັດສະນະສຳຄັນ ຫລາຍຢ່າງຕໍ່ກັບການພັດທະນາ ຊົນນະບົດເປັນຕົ້ນແມ່ນການເສີມ ຂະຫຍາຍປະຊາທິປະໄຕ ແລະ ສິດ ເປັນເຈົ້າຂອງປະເທດຊາດ ໃນການ ກໍ່ສ້າງຮາກຖານ ໃຫ້ເຂັ້ມແຂງຮອບ ດ້ານດັ່ງໃນມະຕິກອງປະຊຸມໃຫຍ່ ຄັ້ງທີ7ຂອງພັກໄດ້ກໍານົດວ່າ:ການ ເສີມຂະຫຍາຍປະຊາທິປະໄຕ ແມ່ນ ເປັນແຮງດັນທັງເປັນຈຸດໝາຍຂອງ ການປ່ຽນແປງໃໝ່ ຮອບດ້ານຂອງ ພັກ ແມ່ນຂະບວນການວິວັດອັນ ຍາວນານ ແຫ່ງການຂະຫຍາຍຕົວ ຂອງປະເທດຊາດ, ການເສີມຂະ ຫຍາຍ ປະຊາທິປະໄຕ ຕ້ອງຕິດ ພັນກັບຈັງຫວະການຂະຫຍາຍຕົວ ໃນທຸກດ້ານ ຂອງປະເທດຊາດ, ຕິດພັນກັບລະບົບຄວາມຮູ້ ຂອງປະ ຊາຊົນບັນດາເຜົ່າແຕ່ລະບ່ອນ, ຕິດ ພັນກັບຈຸດພິເສດດ້ານປະຫວັດສາດ ແລະ ມູນເຊື້ອຂອງຊາດ”. ຍ້ອນ ແນວນັ້ນ, ພວກເຮົາຕ້ອງປະຕິບັດ ມາດຕະການຍຸດທະສາດ ຫັນລົງ ກໍ່ສ້າງຮາກຖານ ເພື່ອກໍ່ສ້າງຮາກ ຖານ ໃຫ້ໜັກແໜ້ນ ເຂັ້ມແຂງຮອບ ດ້ານ, ຕ້ອງເຂົ້າໃຈແຈ້ງວ່າລັດໜຶ່ງ, ລະບອບໜຶ່ງຈະຍືນຍົງຄົງໝັ້ນ ກໍ ຕໍ່ເມື່ອພື້ນຖານຂອງລັດ ຫລື ລະ ບອບນັ້ນໆ ໄດ້ຮັບການກໍ່ສ້າງຢ່າງ ແໜ້ນໜາຖາວອນ. ສະນັ້ນ, ເມື່ອເວົ້າ ເຖິງການກໍ່ສ້າງຮາກຖານກໍໝາຍ ເຖິງ “ການກໍ່ສ້າງ ແລະ ພັດທະນາ ຊົນນະບົດ, ກໍ່ສ້າງບ້ານຊ່ອງໃຫ້ ເຂັ້ມແຂງຮອບດ້ານ ເປັນຈຸດໜັກນັ້ນ ເອງ” ແລະ ຈໍາເປັນຕ້ອງສືບຕໍ່ປະຕິ ບັດແຜນການຫັນລົງສູ່ຮາກຖານຫັນລົງສູ່ຊົນນະບົດ, ຂຶ້ນໄປເຂດພູ ດອຍ. ບັນຫາຮີບດ່ວນ ໃນສະເພາະ ໜ້າຕໍ່ວຽກງານ ກໍ່ສ້າງຮາກຖານ ແລະ ພັດທະນາຊົນນະບົດແມ່ນ: ຕ້ອງສ້າງໂຄງການພັດທະນາຊົນ ນະບົດ ທີ່ສອດຄ່ອງກັບແຕ່ລະພື້ນ ທີ່, ແຕ່ລະບໍລິເວນ ແລະ ແຕ່ລະເຜົ່າ ຊົນ. ຕ້ອງຈັດວາງແຜນການຈັດຕັ້ງ ການຝຶກອົບຮົມ, ບຳລຸງສ້າງພະນັກ ງານ ຢ່າງເປັນລະບົບ ເຊິ່ງປະກອບ ດ້ວຍ 3 ປະເພດພະນັກງານຄື: ພະນັກງານການເມືອງ; ພະນັກງານ ຄຸ້ມຄອງ; ພະນັກງານວິຊາການ ຂະແໜງການຕ່າງໆ (ເຊັ່ນ: ກະສິ ກຳ ເປັນຕົ້ນ....) ເພາະການພັດທະ ນາຊົນນະບົດຕ້ອງຕິດພັນກັບການ ເພີ່ມທະວີ ການບຳລຸງສ້າງຖັນແຖວ ພະນັກງານຮາກຖານ; ການປັບປຸງ ແລະ ເພີ່ມທະວີການນໍາພາ ຂອງບັນ ດາອົງການຈັດຕັ້ງແລະອົງການປົກ ຄອງຂັ້ນຮາກຖານ; ການຮັບປະກັນ ຄວາມສະຫງົບທາງການເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍ ຂອງສັງຄົມຢູ່ຊົນນະບົດ. ໝາກຜົນ ຂອງການກໍ່ສ້າງຮາກຖານການ ເມືອງ ຕ້ອງສະແດງອອກເດັ່ນໃນ ແຕ່ລະດ້ານຄື: ລະດັບຄວາມຕື່ນຕົວ ທາງການເມືອງຂອງມະຫາຊົນໄດ້ ຮັບການເຊີດຊູຂຶ້ນ; ສິດເປັນເຈົ້າ ແລະ ປະຊາທິປະໄຕປະຊາຊົນ ໄດ້ ຮັບການເສີມຂະຫຍາຍ; ເສດຖະກິດ ແລະ ວັດທະນະທໍາຂະຫຍາຍຕົວ; ຊີວິດການເປັນຢູ່ຂອງມະຫາຊົນ ໄດ້ ຮັບການປົວແປງດີຂຶ້ນ; ຄວາມສະ ຫງົບ-ຄວາມເປັນລະບຽບຮຽບ ຮ້ອຍມີການຮັບປະກັນ; ຂະບວນ ການຂອງມະຫາຊົນ ຂະຫຍາຍຕົວ ຢ່າງຟົດຟື້ນ ແລະ ຕໍ່ເນື່ອງ; ຖັນແຖວ ພະນັກງານເຕີບໃຫຍ່ຂຶ້ນ; ການ ຈັດຕັ້ງຕ່າງໆ ໄດ້ຮັບການປັບປຸງ ແໜ້ນໜາ; ບົດບາດການນຳພາ ຂອງການຈັດຕັ້ງຮາກຖານພັກ ໄດ້ ຮັບການເພີ່ມທະວີ. ໃນວາລະດຳເນີນກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາ ແຫ່ງຊາດຊຸດທີ IX ເມື່ອວັນທີ 20 ພະຈິກຜ່ານມາ, ທ່ານ ເພັງນິລັນ ຄໍາພັນເພັງ ສະມາຊິກສະພາແຫ່ງ ຊາດ ປະຈໍາເຂດເລືອກຕັ້ງທີ 7 ແຂວງໄຊຍະບູລີ ໄດ້ປະກອບຄໍາ ຄິດຄໍາເຫັນ ໂດຍລົງເລິກຂົງເຂດ ວຽກງານການເງິນ ແລະ ມາດຕະ ການຈັດຕັ້ງປະຕິບັດໂຄງການຈໍາ ນວນໜຶ່ງດັ່ງນີ້: 1. ສະເໜີລັດຖະບານສືບຕໍ່ຈັດ ຕັ້ງການແບ່ງຂັ້ນຄຸ້ມຄອງລາຍຮັບ ຂອງສູນກາງ ແລະ ທ້ອງຖິ່ນ ເປັນ ຕົ້ນຢູ່ດ່ານ, ໃຫ້ທ້ອງຖິ່ນໄດ້ສືບຕໍ່ຄຸ້ມ ຄອງການພັດທະນາດ້ານນີ້ຕື່ມ, ເນື່ອງຈາກວ່າທີ່ຜ່ານມາກໍໄດ້ບິ ແບ່ງແລ້ວ ກ່ອນໜ້ານີ້ 10 ປີແບ່ງ 10% ໃຫ້ແຕ່ລະແຂວງທີ່ມີດ່ານ ສາກົນ ເພື່ອນໍາໃຊ້ເງິນດັ່ງກ່າວເຂົ້າ ໃນການຄຸ້ມຄອງບໍລິຫານດ່ານແລະ ພັດທະນາໂຄງລ່າງດ້ານຕ່າງໆ ເປັນ ຕົ້ນ: ເສັ້ນທາງ, ອາຄານສະຖານທີ່ ຢູ່ພາຍໃນດ່ານນັ້ນໆ ເພື່ອໃຫ້ດ່ານ ໄດ້ຮັບການບໍລິການນັບມື້ນັບດີຂຶ້ນ ເຊິ່ງເປັນໃບໜ້າຂອງປະເທດຊາດ; ຜ່ານມາກໍໄດ້ຈັດແບ່ງຈໍານວນໜຶ່ງ ໃຫ້ແຕ່ລະດ່ານ ກໍຖືວ່າບໍລິຫານ ສອງສາມມື້ມານີ້ ອາກາດເຢັນ ຄໍ່າໄວ ນານແຈ້ງ (ອີງໃສ່ແສງຕາ ເວັນ), ຊາວກະສິກອນຫົວໜ່ວຍ ຄອບຄົວ ຖືວ່າຍາມນີ້ເປັນໂອກາດ ສໍາຄັນ ໃນການປູກຜັກນາງອາງ ຫຍ້າສົ່ງຂາຍຕະຫລາດໃກ້ເຮືອນ ໃກ້ບ້ານ ເພື່ອເພີ່ມລາຍຮັບໃຫ້ແກ່ ຄອບຄົວ. ຜົນດີກໍ່ມີຫລາຍ, ຄືສະ ພາບແວດລ້ອມອາກາດອໍານວຍ, ບໍ່ໄດ້ລົງທຶນສ້າງໂຄງມຸງບັງຝົນໃຫ້ ຜັກ-ໝາກໄມ້ທີ່ປູກຖືວ່າຕົ້ນທຶນຫລຸດ ລົງລະດັບໜຶ່ງ ຊຶ່ງອາດຈະຕ່າງຈາກ ຍາມຝົນ. ເຖິງຢ່າງໃດອັນທ້າທາຍ ກໍ່ມີຄືຜົນຜະລິດມີຫລາຍໃນຍາມນີ້, ລາຄາຖືກລົງ, ຜູ້ຊື້ດີໃຈແຕ່ຜູ້ປູກ ຂາຍໄດ້ກໍາໄລໜ້ອຍ ຫັກຄ່າໃຊ້ຈ່າຍ ຕົ້ນທຶນພໍຢູ່ໄດ້, ບໍ່ໄດ້ຄິດໄລ່ຄ່າແຮງ ງານເຂົ້ານໍາ, ເຖິງວ່າຂັດຫລັກພື້ນ ຖານຜະລິດເປັນສິນຄ້າ, ແຕ່ກໍ່ຈໍາ ເປັນຍັງໄຄກ່ອນຂາຍບໍ່ຂາດວ່າຊັ້ນ. ເວົ້າເຖິງການປູກຝັງ, ໂດຍພື້ນ ຖານຖືວ່າຢູ່ບ້ານເຮົາຍັງມີເງື່ອນໄຂ ອໍານວຍ,ຫົວໜ່ວຍການຜະລິດແບບ ຄອບຄົວຍັງມີຫລາຍ ເພາະພວກ ເຮົາມີມູນເຊື້ອມາແຕ່ບູຮານນະ ການໃນຄວາມດຸໝັ່ນຂະຫຍັນພຽນ ໃນການປູກ-ການລ້ຽງ. ຄວາມດຸ ໝັ່ນຂອງຄົນລາວ ສະທ້ອນອອກ ມາເປັນຄໍາສຸພາສິດຈົນຮອດທຸກມື້ ນີ້ “ໄປຢຽບໝາ ມາຢຽບຂຽດ” ໄປ ແຕ່ເຊົ້າຕາເວັນບໍ່ທັນຂຶ້ນເຮັດວຽກ ເທົ້າຄໍ່າມືດ ຈຶ່ງມາຮອດເຮືອນ. ຄວາມດຸໝັ່ນຂະຫຍັນພຽນ ອັນ ເປັນມູນເຊື້ອດ່ັງກ່າວ ຍັງໄດ້ຮັບການ ສືບທອດຈາກຮຸ່ນຄົນສູ່ຮຸ່ນຄົນ ມາ ເຖິງປັດຈຸບັນ. ເວົ້າສະເພາະໃນຍາມ ອາກາດໜາວເຢັນ ໃນລະດູແລ້ງ, ປະຊາຊົນລາວບັນດາເຜົ່ານິຍົມ ປູກ ຜັກຊະນິດຕ່າງ ເພື່ອບໍລິໂພກ ແລະ ຂາຍ ສ້າງລາຍຮັບເຂົ້າຄອບຄົວ, ລູກເຕົ້າເຫລົ່າກໍ ຊ່ວຍກັນຢ່າງຂະ ຫຍັນຂັນແຂງບໍ່ວ່າໄວອາຍຸໃດທີ່ຍັງ ອາໄສເຮືອນຫລັງດຽວກັນ. ຍາມນີ້ ອອກໄປເຂດຊານເມືອງ-ຊົນນະບົດ ຮ້ານຄ້າຂາຍຜັກ ແລະ ຜົນປູກແຄມ ທາງໃຫຍ່ ຈໍ່ຂຶ້ນຕາມບ້ານຕ່າງໆ, ຜັກສົດຕ່າງໆລາຄາພໍຟັງຄືປະສາ ຊາວບ້ານວ່າ. ເຫັນເພຈ ຈິດຕາ ຈັນທະລັງສີ ໂພສເຊົ້າວານນີ້ເວົ້າ ເຖິງຖົ່ວຍາວ ຢູ່ເຂດຫາດເຊຈໍາພອນ ເມືອງຈໍາພອນ ແຂວງສະຫວັນ ນະເຂດ 3 ມັດ (ສໍ່າແຂນ) ລາຄາ 10.000 ກີບ. ເຈົ້າຂອງເພຈ ໃຫ້ ທັດສະນະແງ່ຄິດ ມັນບອກວ່າຫຍຸ້ງ ຍາກຝືດເຄືອງ ຍ້ອນນັບມື້ຫ່າງເຫີນ ຮາກຖານ, ປ່ອຍປະການຜະລິດ ຂອງຄອບຄົວກະສິກອນ... ເປັນທັດ ສະນະ-ຄໍາເຫັນທີ່ສໍາຄັນ, ໃນຍາມ ນີ້ ຫລື ໃນຍາມໃດໆ ໃນເມື່ອເຮົາ ຍັງຕ້ອງບືນຕົວ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ ຕາມແນວຄິດຊີ້ ນໍາສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ (ສອຈ) ທີ່ຈໍາເປັນ ຕ້ອງເອົາໃຈໃສ່ວຽກຮາກຖານ. ແນວຄິດ ຊີ້ນໍາ ສອຈ ເວົ້າແຈ້ງ ຕ້ອງ ເລີ່ມແຕ່ນ້ອຍຫາໃຫຍ່ ແຕ່ຕໍ່າຫາ ສູງ... ຫລາຍທັດສະນະເຫັນວ່າ ວຽກ ຮາກຖານສໍາຄັນ, ຈໍາເປັນພາວະ ວິໄສ ທີ່ຈະຕ້ອງໄດ້ຮັບຊຸູກຍູ້ຢ່າງ ແຂງແຮງ ບໍ່ວ່າໃນໄລຍະພັດທະນາ ໃດໆ ເພື່ອກໍາໄດ້ບັນດາສະພາບ ຈຸດ ພິເສດ ແລະ ເງືື່ອນຕົວຈິງ ການ ພັດທະນາທີ່ສອດຄ່ອງກົມກຽວ. ວຽກງານກໍ່ສ້າງຖານບໍ່ແຂງແຮງ, ການພັດທະນາ ອາດຈະໄປບໍ່ຖືກທິດ ແລະ ເປົ້າໝາຍ. ວຽກງານດັ່ງກ່າວ ບໍ່ອາດປ່ອຍໃຫ້ຄ່ອຍເປັນຄ່ອຍໄປ ໃນສະພາບພັດທະນາໄລຍະໃໝ່, ຖ້າບໍ່ກໍາສະພາບໄດ້ດີ ເຖິງກົກເຖິງ ຮາກການພັດທະນາຈະບໍ່ໄດ້ຮັບຜົນ ເທົ່າທີ່ຄວນໄດ້. ເຂົາຢູ່ແນວໃດກິນ ແນວໃດ, ພັດທະນາແນວໃດ, ໄປ ຕາມລວງຕາມທິດ? ສົມຄວນໄດ້ ຮັບການເອົາໃຈໃສ່ລົງຊຸກຍູ້ຊ່ວຍ ເຫລືອ. ປູກພໍກິນແລ້ວ ຕ້ອງໃຫ້ຂາຍ ໄດ້, ຂາຍຢູ່ໃສ, ຂາຍແນວໃດເພື່ອ ໃຫ້ການຜະລິດຄົງຕົວຢູ່ຕໍ່ໄປໄດ້, ຊີວິດຄອບຄົວນັບມື້ດີຂຶ້ນ...ຊ່ວຍ ທັງທັດສະນະມູມມອງ, ຊ່ວຍດ້ານ ວິຊາການປູກ-ການລ້ຽງ, ຊ່ວຍວິທີ ເຮັດການຕະຫລາດ...ຈາກເຄີຍເປັນ ຫົວໜ່ວຍຜະລິດຄອບຄົວນ້ອຍໆກໍ່ ຈະຄ່ອຍຂະຫຍາຍ ເຕີບໃຫຍ່ຂຶ້ນ, ປະ ກອບສ່ວນສໍາຄັນການພັດທະນາ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ດ່ານມີຈໍາກັດ. 2. ຕໍ່ກັບການຄຸ້ມຄອງ ແລະ ການຈັດຕັ້ງປະຕິບັດໂຄງການ ໂດຍ ສະເພາະແມ່ນເສັ້ນທາງ ແລະ ກັນ ເຈື່ອນຢູ່ຕາມບໍລິເວນຊາຍແດນນັ້ນ, ສະເໜີລັດຖະບານ ກໍຄືຂັ້ນເທິງຈັດ ຕັ້ງຄະນະກຳມະການລະດັບຊາດ ລົງໄປຕິດຕາມກວດກາເບິ່ງຕື່ມວ່າ ປັດຈຸບັນໄດ້ເຊາະເຈື່ອນໃນລະດັບ ໃດ? ຈາກນັ້ນມາສືບຕໍ່ວາງແຜນ ຮ່ວມກັນວ່າອັນໃດຈະເຮັດກ່ອນ ອັນໃດຈະເຮັດນຳຫລັງ ແລ້ວແບ່ງ ຄວາມຮັບຜິດຊອບກັນລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ກັບກະຊວງປ້ອງກັນປະເທດ; ໃນ ໄລຍະຜ່ານມາ ມີພຽງແຕ່ທ້ອງຖິ່ນ ຫລື ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງສະເໜີ, ຄິດ ວ່າມີຄວາມຫຍຸ້ງຍາກ ຈຶ່ງຢາກໃຫ້ ເບິ່ງຕົວຈິງຕື່ມ. 3. ເພື່ອຄຸ້ມຄອງລະບົບເສັ້ນ ທາງໃຫ້ໄດ້ຮັບຜົນດີ, ຜ່ານມາລັດ ຖະບານກໍໄດ້ມີຄວາມພະຍາຍາມ ຫລາຍ ແລະ ມີຫລາຍມາດຕະການ. ນອກຈາກການກໍ່ສ້າງ, ສ້ອມແປງ ຢາກສະເໜີໃນບາງຊ່ວງເສັ້ນທາງ ຕາມທີ່ໄດ້ຕິດຕາມກວດກາ ລະ ຫວ່າງວຽງຈັນ ຫາ ໄຊຍະບູລີ ອອກ ຫາຫລວງພະບາງ ເປັນເສັ້ນທາງທີ່ ຍາວ, ແຕ່ຍັງບໍ່ທັນມີຈຸດຊັ່ງນໍ້າໜັກ ເຮັດໃຫ້ການຄຸ້ມຄອງເສັ້ນທາງ ບາງຊ່ວງພົບຄວາມຫຍຸ້ງຍາກ; ຖ້າ ວ່າບໍ່ມີຈຸດຊັ່ງນໍ້າໜັກຖາວອນ ກໍຂໍ ໃຫ້ມີຈຸດຊົ່ວຄາວ, ຈຸດເຄື່ອນທີ່ ແລະ ໃຫ້ມີການຜັດປ່ຽນກັນໃນແຕ່ລະ ໄລຍະ, ດ້ານຫລັກການ 100-200 ກິໂລແມັດ ກໍອາດຈະມີຈຸດໜຶ່ງ. 4. ສະເໜີໃຫ້ສູນກາງ ຫລື ລັດ ຖະບານ ພິຈາລະນາງົບປະມານຈັດ ລຽງຄືນ ເພື່ອສືບຕໍ່ຟື້ນຟູເສັ້ນທາງ ຈາກຊາຍແດນ ໂດຍສະເພາະແມ່ນ ດ່ານສາກົນຂົວມິດຕະພາບນໍ້າ ເຫືອງ ລາວ-ໄທ ເຂົ້າສູ່ເມືອງມໍລະ ດົກໂລກ ແລະ ເສັ້ນທາງທີ່ເຊື່ອມລະ ຫວ່າງໄຊຍະບູລີ ຫາ ຫົງສາ ແລະ ບັນດາແຂວງພາກເໜືອ, ຜ່ານມາ ເຄີຍສະເໜີແລ້ວ ແຕ່ບໍ່ຮູ້ວ່າປັດຈຸ ບັນນີ້ມີຄວາມຄືບໜ້າຊ່ຳໃດ. 5. ກ່ຽວກັບງົບປະມານເກີນ ແຜນ ຖ້າເປັນໄປໄດ້ຢາກໃຫ້ລັດຖະ ບານແບ່ງໄປພັດທະນາເສັ້ນທາງ ລະຫວ່າງທາງໃຫຍ່ ຫາ ດ່ານສາ ກົນໂດຍສະເພາະແມ່ນຢູ່ເມືອງແກ່ນ ທ້າວ ນັບແຕ່ການເປີດຂົວມິດຕະ ພາບນໍ້າເຫືອງ ລາວ-ໄທ ມາຮອດ ປັດຈຸບັນນີ້ ເສັ້ນທາງດັ່ງກ່າວກໍຍັງ ບໍ່ທັນໄດ້ຮັບການຟື້ນຟູ; ຜູ້ແທນລົງ ໄປເຄື່ອນໄຫວແຕ່ລະເທື່ອ ກໍມີປະ ຊາຊົນສະເໜີ, ເມືອງກໍສະເໜີ ບໍ່ໄດ້ ຮັບການພິຈາລະນາ, ຂໍໃຫ້ລັດຖະ ບານສືບຕໍ່ພິຈາລະນາຕື່ມ. 6. ດັດແກ້ 2 ໂຄງການທີ່ໄດ້ ສະເໜີ ເສັ້ນທາງອອກສູ່ຊາຍແດນ ລະຫວ່າງທົ່ງຕາບຫ້ວຍຕອງ ກັບ ເສັ້ນທາງເມືອງບໍ່ແຕນຫາຫ້ວຍແຕ ເປັນເສັ້ນທາງອອກສູ່ຊາຍແດນລະ ຫວ່າງຊາດ ເພື່ອຮັບປະກັນໃນການ ຈັດຕັ້ງປະຕິບັດ ແລະ ມີຄວາມຄືບ ໜ້າຂຶ້ນ.
RkJQdWJsaXNoZXIy MTc3MTYxMQ==