6027

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 17/12/2024 xtgmf]k; ໄຂກອງປະຊຸມສະໄໝສາມັນ... ການພັດທະນາ... ອະດີດເລຂາທິການໃຫຍ່... ສ້າງຄວາມເຂັ້ມແຂງ... ລະນຶກວັນຖະແຫລງການ... 5 ປີ ຄັ້ງທີ X ອົງຄະນະພັກແຂວງ ຕິດພັນກັບການສ້າງຂະບວນແກ້ ໄຂບັນຫາປະກົດການຫຍໍ້ທໍ້ໃນ ສັງຄົມ, ການກໍ່ສ້າງໜ່ວຍພັກປອດ ໃສ ເຂັ້ມແຂງ ໜັກແໜ້ນ, ການພັດ ທະນາຊົນນະບົດ ແລະ ແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ຢູ່ເຂດຫ່າງໄກສອກຫລີກຂອງ ແຂວງໃນນີ້, ຂົງເຂດວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ ໄດ້ສືບຕໍ່ສຸມໃສ່ຈັດຕັ້ງປະຕິ ບັດແນວທາງປ້ອງກັນຊາດ-ປ້ອງ ກັນຄວາມສະຫງົບທົ່ວປວງຊົນ ຮອບດ້ານຂອງພັກ ຢ່າງແຂງແຮງ ແລະ ສາມາດຮັກສາໄດ້ສະຖຽນ ລະພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໂດຍພື້ນຖານ, ວຽກງານເສດຖະ ກິດລວມຍອດຜະລິດຕະພັນພາຍ ໃ ນຂະຫຍາຍຕົວຢູ່ ໃ ນລະດັບ 7,9% ລື່ນແຜນການທີ່ວາງໄວ້ 0,05%, ດ້ວຍມູນຄ່າລາຄາໃນປີ 36.575,48 ຕື້ກີບ, ສະເລ່ຍຕໍ່ພົນ ລະເມືອງ 32,68 ລ້ານກີບເທົ່າກັບ 1.486 ໂດລາສະຫະລັດ. ພ້ອມນີ້, ສາມາດຈັດເກັບລາຍ ຮັບເຂົ້າງົບປະມານໄດ້ 4.282,40 ຕື້ກີບ, ລື່ນແຜນການທີ່ວາງໄວ້ 45,73% ຂອງແຜນການປີ, ເປັນ ເງິນ 1.343,72 ຕື້ກີບ; ດ້ານ ກະສິກຳ, ປີນີ້ແຂວງສະຫວັນ ນະເຂດ ມີຜົນຜະລິດເຂົ້າເປືອກ ທັງໝົດ 881.441 ໂຕນ ໃນນີ້, ນາປີໄດ້ 747.325 ໂຕນ ແລະ ນາ ແຊງໄດ້ 134.116 ໂຕນ, ສະເລ່ຍ ໃສ່ພົນລະເມືອງໄດ້ 788 ກິໂລຕໍ່ ຄົນຕໍ່ປີ, ມີເຂົ້າເຫລືອກິນແຮໄວ້ຂາຍ 392.335 ໂຕນ (ເຂົ້າເປືອກ) ຫລື 235.400 ໂຕນ (ເຂົ້າສານ) ໃນນັ້ນ, ໄດ້ສົ່ງເຂົ້າສານອອກ ຕ່າງປະເທດ(ຈີນ, ຫວຽດນາມ, ສະຫະພາບເອີຣົບ, ສະຫະລັດອາ ເມລິກາ ແລະ ຣາຊະອານາຈັກໄທ) ໄດ້ 20.829 ໂຕນ, ຄິດເປັນມູນຄ່າ 13,24 ລ້ານໂດລາສະຫະລັດ, ການຜະລິດຊີ້ນ, ປາ ແລະ ໄຂ່ໄດ້ ທັງໝົດ 99.901 ໂຕນ, ສະເລ່ຍ ໃສ່ຫົວຄົນ 89,28 ກິໂລຕໍ່ຄົນຕໍ່ປີ, ປູກມັນຕົ້ນໄດ້ 29.985 ເຮັກຕາ ເພີ່ມຂຶ້ນຈາກປີກາຍ4.760 ເຮັກຕາ ລວມຜົນຜະລິດມັນຕົ້ນໄດ້ປະມານ 629.685 ໂຕນ. ສຳລັບເນື້ອ ທີ່ປູກອ້ອຍ 18.760 ເຮັກຕາ, ໄດ້ ຮັບຜົນຜະລິດ 848.200 ໂຕນ, ລື່ນແຜນການ 3,12%, ເນື້ອທີ່ປູກ ຢາງພາລາ 26.780 ເຮັກຕາ, ເນື້ອ ທີ່ປາດຢາງ 20.565 ເຮັກຕາ, ສະມັດຕະພາບສະເລ່ຍ 1,72 ໂຕນຕໍ່ເຮັກຕາ, ຜົນຜະລິດຢາງພາ ລາກ້ອນ ໄດ້ 35.988 ໂຕນ, ເນື້ອ ທີ່ປູກກ້ວຍ 13.325 ເຮັກຕາ, ຜົນ ຜະລິດກ້ວຍໄດ້ 399.750 ໂຕນ. ໂອກາດນີ້,ທ່ານບຸນຍັງວໍລະຈິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະພັກ-ຄະນະນຳຂອງແຂວງ ສະຫວັນນະເຂດທີ່ໄດ້ສຸມສະຕິປັນ ຍາ ແລະ ຄວາມຮັບຜິດຊອບສູງຕໍ່ ໜ້າທີ່ການເມືອງຂອງພັກ ໂດຍ ໄດ້ສຸມໃສ່ການນຳພາ-ຊີ້ນຳວຽກ ງານຮອບດ້ານຂອງແຂວງຈົນສາ ມາດເຮັດໃຫ້ແຂວງສະຫວັນນະ ເຂດ ມີໃບໜ້າໃໝ່ອັນພົ້ນເດັ່ນໃນ ມື້ນັບດີຍິ່ງຂຶ້ນ. ບັນດາຜູ້ເຂົ້າຮ່ວມໄດ້ຮັບຟັງ ການສະເໜີ ແລະ ແລກປ່ຽນຄວາມ ເຫັນຕໍ່ການສ້າງຄວາມເຊື່ອໝັ້ນ ສຳລັບວິທະຍາກອນ ແລະ ປາ ຖະກະຖາ, ບົດບາດການເປັນວິທະ ຍາກອນ ແລະ ການສ້າງແຜນການ ສອນ-ການກະກຽມບົດນຳສະເໜີ; ບັນດາສຳມະນາກອນໄດ້ເອົາໃຈໃສ່ ຕິດຕາມຮັບຟັງການສະເໜີ, ຄົ້ນ ຄວ້າ, ແລກປ່ຽນຄຳເຫັນຕໍ່ເນື້ອໃນ ຫົວຂໍ້ຕ່າງໆ ທີ່ວິທະຍາກອນນຳມາ ສະເໜີ ເພື່ອສາມາດເປັນວິທະຍາ ກອນທີ່ມີຄຸນນະພາບສູງຂຶ້ນ ແລະ ທົດລອງເປັນວິທະຍາກອນຕົວຈິງ. ການຝຶກອົບຮົມຄັ້ງນີ້ ໄດ້ຮັບ ການສະໜັບສະໜູນຊ່ວຍເຫລືອ ທາງດ້ານງົບປະມານຈາກມູນນິ ທິເອເຊຍ (TAF) ໂດຍຜ່ານກອງ ເລຂາຄຸ້ມຄອງແຫລ່ງທຶນຊ່ວຍ ເຫລືອລ້າໃຫ້ສະພາແຫ່ງຊາດ ສົມ ທົບກັບງົບປະມານຂອງຄະນະເລ ຂາທິການສະພາແຫ່ງຊາດ. ຂ່າວ: ສອນສັກ ວັນວິໄຊ ເສດຖະກິດ-ສັງຄົມຂອງ ນວ ມີ ການຂະຫຍາຍຕົວ ແລະ ມີຜົນສຳ ເລັດໃນຫລາຍດ້ານເປັນຕົ້ນໃນປີ 2024ນີ້, ເສດຖະກິດຂອງນວຄາດ ວ່າຈະຂະຫາຍຕົວສະເລ່ຍໃນລະ ດັບ 5,85% (ມະຕິສະພາໃຫ້ບັນ ລຸ 5,5%) ເຊິ່ງປັດໄຈຕົ້ນຕໍທີ່ເຮັດ ໃຫ້ຈີດີພີ ຂະຫຍາຍຕົວແມ່ນຂະ ແໜງອຸດສາຫະກໍາຂະຫຍາຍຕົວ 8,02%, ອັນພົ້ນເດັ່ນແມ່ນການຂະ ຫຍາຍຕົວຂອງໂຮງງານອຸດສາ ຫະກໍາປຸງແຕ່ງ ແລະ ຫັດຖະກໍາ ເພີ່ມຂຶ້ນ 8,5% ລວມຍອດຜະ ລິດອຸດສາຫະກໍາປະ ຕິບັດ ໄ ດ້ 10.085,07 ຕື້ກີບ ແລະ ຍອດມູນ ຄ່າຜະລິດຫັດຖະກໍາ ໄດ້ 134,36 ຕື້ກີບ. ນອກນັ້ນຂະແໜງບໍລິການ ຂະຫຍາຍຕົວເປັນອັນດັບທີສອງ 3,95%, ອັນພົ້ນເດັ່ນ ແມ່ນມາ ຈາກການເປັນເຈົ້າພາບກອງປະ ຊຸມສຸດຍອດອາຊຽນ ແລະ ການ ເປີດປີທ່ອງທ່ຽວລາວ ເຊິ່ງເຮັດ ໃຫ້ມີນັກທ່ອງທ່ຽວເຂົ້າມານະ ຄອນຫລວງວຽງຈັນ ຫລາຍກວ່າ 1,53 ລ້ານເທື່ອຄົນ, ປະຕິບັດໄດ້ ລື່ນແຜນ 53,8% (ມະຕິສະພາ ໃຫ້ໄດ້ 1 ລ້ານເທື່ອຄົນ) ແລະ ຂະ ແໜງກະສິກໍາກໍສືບຕໍ່ຂະຫຍາຍຕົວ ດີສົມຄວນໃນລະດັບ 4,3%. ໃນ ນັ້ນ, ການລົງທຶນລວມທົ່ວສັງຄົມ ສາມາດປະຕິບັດໄດ້31.000ຕື້ກີບ, ປະຕິບັດໄດ້ລື່ນແຜນ 53,84% (ມະຕິສະພາໃຫ້ໄດ້ 20.150 ຕື້ກີບ). ໃນນີ້, ການລົງທຶນຂອງ ລັດ 407 ໂຄງການ, ລວມເປັນ ທຶນທັງໝົດ 168,61 ຕື້ກີບ ເທົ່າກັບ 88,31% ຂອງແຜນການປີ; ທຶນ ຊ່ວຍເຫລືອທາງການພັດທະນາ ປະຕິບັດໄດ້ 609,78 ຕື້ກີບ ເທົ່າ ກັບ 75,28% (ມະຕິສະພາ ໃຫ້ໄດ້ 810 ຕື້ກີບ) ແລະ ການລົງທຶນພາກ ເອກະຊົນພາຍໃນ ແລະ ຕ່າງປະ ເທດ ປະຕິບັດໄດ້ 30.221,83 ຕື້ກີບ , ປ ະ ຕິບັດ ໄ ດ້ລື່ນແຜນ 85,9% (ມະຕິສະພາ ໃຫ້ໄດ້ 16.260 ຕື້ກີບ). ສຳລັບການຜະລິດກະສິກໍາ ເປັນສິນຄ້າ, ນວ ໄດ້ສຸມໃສ່ຈັດຕັ້ງ ປະຕິບັດບັນດາໂຄງການຜະລິດ ເປັນສິນຄ້າ ເຮັດໃຫ້ມີການສົ່ງ ອອກສິນຄ້າກະສິກໍາໄປຕ່າງປະ ເທດໃນໄລຍະຜ່ານມາໄດ້108.211 ແຫ່ງຊາດ ວ່າດ້ວຍສິດທິມະນຸດ (ຄຊສ) ແລະ ທ່ານ ບັກໂຄດິຣ໌ ບຸກຄານົບ ຜູ້ປະສານງານອົງການ ສປຊ ປະຈໍາ ສປປ ລາວ ພ້ອມ ດ້ວຍແຂກຖືກເຊີນເຂົ້າຮ່ວມ. ທ່ານ ທອງຜ່ານ ສະຫວັນເພັດ ໄດ້ກ່າວເຖິງເນື້ອໃນຕົ້ນຕໍ ແລະ ຄວາມໝາຍສໍາຄັນຂອງຖະແຫລງ ການສາກົນ ວ່າດ້ວຍສິດທິມະນຸດ ແລະ ສົນທິສັນຍາວ່າດ້ວຍການ ຕ້ານການທໍລະມານ, ການກະທໍາ ຫລື ການລົງໂທດອື່ນໆ ທີ່ໂຫດ ຮ້າຍປ່າເຖື່ອນ, ໄຮ້ມະນຸດສະທໍາ ຫລື ເສື່ອມຊາມພ້ອມນີ້, ຍັງຍົກ ໃຫ້ເຫັນນະໂຍບາຍຂອງພັກ ແລະ ລັດຖະບານລາວ ໃນວຽກງານການ ສົ່ງເສີມ ແລະ ປົກປ້ອງສິດທິມະນຸດ ລວມມີສິດທິທາງດ້ານການເມືອງ, ສິດທິຂອງພົນລະເມືອງ, ສິດທິ ທາງດ້ານເສດຖະກິດ, ສັງຄົມ ແລະ ວັດທະນະທໍາຂອງປະຊາຊົນລາວ ບັນດາເຜົ່າ ເຊິ່ງໄດ້ກໍານົດໄວ້ໃນ ລັດຖະທໍາມະນູນ, ກົດໝາຍ ແລະ ໄດ້ພິຈາລະນາ ແລະ ຮັບຮອງເອົາ ບັນຫາສໍາຄັນພື້ນຖານຂອງນະ ຄອນຫລວງ ເປັນຕົ້ນພິຈາລະນາ- ຮັບຮອງເອົາບົດລາຍງານຂອງ ອົງການປົກຄອງນະຄອນຫລວງ ວຽງຈັນ ກ່ຽວກັບການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດສັງຄົມ, ແຜນງົບປະມານ ປະຈໍາ ປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ແຜນການລົງທຶນ ຂອງລັດປີ 2025, ແຜນການນໍາ ໃຊ້ເງິນເກີນແຜນປີ 2024 ຕິດ ພັນກັບການຈັດຕັ້ງປະຕິບັດ 2 ວາ ລະແຫ່ງຊາດ ຢູ່ນະຄອນຫລວງ ວຽງຈັນ; ພິຈາລະນາ-ຮັບຮອງເອົາ ການພັດທະນາທຸກຂົງເຂດ. ພ້ອມນີ້ ຍັງໄດ້ໃຫ້ທິດຊີ້ນໍາບັນຫາຕ່າງໆ ຕໍ່ຄະນະພັກ-ຄະນະນຳຂອງແຂວງ ໂດຍເນັ້ນໃຫ້ຄະນະພັກ-ຄະນະນຳ ຂອງແຂວງເອົາໃຈໃສ່ຕໍ່ການສ້າງ ເສດຖະກິດເອກະລາດ ເພິ່ງຕົນເອງ ເປັນເຈົ້າຕົນເອງໃຫ້ຫລາຍຂຶ້ນ, ໜັກແໜ້ນໃນການປັບປຸງລະບົບ ການເມືອງຢູ່ຂັ້ນຮາກຖານ, ເລັ່ງ ໃສ່ລຶບລ້າງຄວາມທຸກຍາກຂອງ ປະຊາຊົນບັນດາເຜົ່າ, ປຸກລະດົມ ໃຫ້ປະຊາຊົນມີສ່ວນຮ່ວມໃນໂຄງ ການພັດທະນາພື້ນຖານໂຄງລ່າງ ພ້ອມທັງຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມຂອງ ແຂວງໂດຍຕິດພັນ ກັບຄວາມເປັນ ເອກະພາບພາຍໃນພັກ, ສ້າງແບບ ແຜນວິທີເຮັດວຽກຂອງຄະນະ ພັກແຕ່ລະຂັ້ນໂດຍການປະຕິບັດ ຕົວຈິງກັບປະຊາຊົນ ແລະ ຮຽນຮູ້ ຈາກປະຊາຊົນ. ພ້ອມນີ້, ອະດີດເລຂາທິການ ໃຫຍ່ ອະດີດປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ທິດຊີ້ນຳໃນການ ກະກຽມແກ່ກອງປະຊຸມໃຫຍ່ 3 ຂັ້ນ ຂອງແຂວງ ແລະ ໄດ້ຖາມເຖິງ ໂຄງການກໍ່ສ້າງລະບົບຊົນລະປະ ທານແຫ່ງຕ່າງໆຂອງແຂວງທີ່ຈະ ເປັນບ່ອນອຳນວຍຜົນໂຫຍດທາງ ດ້ານແຫລ່ງນໍ້າໃຫ້ປະຊາຊົນໄດ້ທຳ ການຜະລິດໃນລະດູແລ້ງຕື່ມອີກ. ບົດລາຍງານການຈັດຕັ້ງປະຕິບັດ ວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກໃນ ນະຄອນຫລວງວຽງຈັນ ປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025; ພິຈາລະນາ- ຮັບ ຮອງເອົາບົດລາຍງານການຈັດ ຕັ້ງປະຕິບັດວຽກງານ ປະຈຳປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025, ບົດລາຍງານ ຜົນຂອງການກວດສອບຄືນ ແລະ ການສະຫລຸບງົບປະມານຂາດຕົວ ປະຈໍາປີ 2023 ຂອງອົງການກວດ ສອບປະຈໍາພາກກາງ 1; ພິຈາລະ ນາ-ຮັບຮອງເອົາບົດລາຍງານ ການຈັດຕັ້ງປະຕິບັດວຽກງານ ກວດກາ ປະຈຳປີ 2024 ແລະ ທິດ ທາງແຜນການປີ 2025 ຂອງອົງ ການກວດກາລັດ ນະຄອນຫລວງ ວຽງຈັນ; ພິຈາລະນາ- ຮັບຮອງເອົາ ບົດລາຍງານກ່ຽວກັບການຈັດ ຕັ້ງປະຕິບັດແຜນການເຄື່ອນໄຫວ ວຽກງານປະຈໍາປີ 2024 ແລະ ທິດທາງແຜນການ ປະຈໍາປີ 2025 ຂອງອົງການໄອຍະການປະຊາຊົນ ພາກກາງ ແລະ ອົງການໄອຍະ ການປະຊາຊົນນະຄອນຫລວງ, ບົດລາຍງານຂອງອົງການໄອຍະ ການປະຊາຊົນນະຄອນຫລວງ ກ່ຽວກັບການຕິດຕາມກວດກາ ການດໍາເນີນຄະດີຂອງອົງການ ສືບສວນ-ສອບສວນຂັ້ນສູນກາງ ໃນໄລຍະຜ່ານມາ ໄດ້ຈັດຕັ້ງປະຕິ ບັດແນວໃດ? ມີຄວາມສະດວກ ແລະ ຄວາມຫຍຸ້ງຍາກແນວໃດ?; ພິຈາລະນາ-ຮັບຮອງເອົາບົດລາຍ ງານກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນ ການປະຈໍາປີ 2025 ຂອງສານປະ ຊາຊົນພາກກາງ ແລະ ສານປະ ຊາຊົນນະຄອນຫລວງ, ບົດລາຍ ງານຂອງສານປະຊາຊົນນະຄອນ ຫລວງກ່ຽວກັບກົນໄກການປະ ສານງານລະຫວ່າງສານປະຊາຊົນ ກັບຄ້າຍຄຸມຂັງ-ດັດສ້າງກ່ຽວກັບ ການຈັດຕັ້ງສານເຄື່ອນທີ່, ການ ເອົາຜູ້ຖືກຫາມາຕັດສິນຢູ່ສານ ແລະ ການສົ່ງປະເດັນ ຫລື ຄໍາຕັດ ສິນໃຫ້ຄ້າຍຄຸມຂັງ-ດັດສ້າງ ເພື່ອ ຮັບປະກັນໃຫ້ມີຄວາມກົມກຽວ ຕາມຂັ້ນຕອນຂອງກົດໝາຍ . ພ້ອມນີ້, ຍັງຈະໄດ້ຮັບຟັງບົດລາຍ ງານກ່ຽວກັບວິທີການ ຫລື ມາດ ຕະການແກ້ໄຂໃຫ້ຖືກຕ້ອງຕາມ ກົດໝາຍວ່າດ້ວຍການປະຕິບັດ ຄໍາຕັດສິນຂອງສານ ໂດຍສະເພາະ ຄໍາຕັດສິນຂອງສານທີ່ຄ້າງປະຕິ ບັດຫລາຍປີ, ບົດລາຍງານກ່ຽວ ກັບວິທີການແກ້ໄຂກໍລະນີຜູ້ຖືກ ປະຕິບັດຄໍາຕັດສິນຂອງສານໄດ້ ເອົາຕົວຫລົບຫລີກ ຫລື ຫລົບໜີ ເພື່ອໃຫ້ຄໍາຕັດສິນຂອງສານໄດ້ ຮັບການປະຕິບັດຖືກຕ້ອງ, ຄົບ ຖ້ວນ, ທົ່ວເຖິງ ແລະ ທັນເວລາ; ພິຈາລະນາ-ຮັບຮອງເອົາບົດລາຍ ງານການຈັດຕັ້ງປະຕິບັດແຜນການ ເຄື່ອນໄຫວວຽກງານ ປະຈໍາປີ 2024 ແລະ ທິດທາງແຜນການປະ ຈໍາປີ 2025 ຂອງ ສະພາປະຊາຊົນ ນະຄອນຫລວງວຽງຈັນ ຊຸດທີ II ແລະ ແຜນການເຄື່ອນໄຫວພົບປະ ປະຊາຊົນ ແລະ ເຜີຍແຜ່ຜົນສໍາເລັດ ກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນ ຫລວງ ຊຸດທີ II. ພ້ອມນີ້, ຍັງຈະໄດ້ຮັບຟັງການ ປະກອບຄຳເຫັນຂອງອົງການແນວ ລາວສ້າງຊາດນະຄອນຫລວງວຽງ ຈັນ ກ່ຽວກັບການເຄື່ອນໄຫວວຽກ ງານຂອງສະພາປະຊາຊົນນະ ຄອນຫລວງ ແລະ ພິຈາລະນາຮັບຮອງເອົາຮ່າງມະຕິຂອງກອງ ປະຊຸມສະພາປະຊາຊົນວ່າດ້ວຍ ການດໍາເນີນກອງປະຊຸມຂອງສະ ພາປະຊາຊົນ ແລະ ການລົງພົບ ປະຜູ້ມີສິດເລືອກຕັ້ງ; ຮັບຟັງບົດ ລາຍງານການປະເມີນຜົນການຈັດ ຕັ້ງປະຕິບັດບັນດານິຕິກໍາໃຕ້ກົດ ໝາຍທີ່ສະພາປະຊາຊົນນະຄອນ ຫລວງ ໄດ້ຮັບຮອງຈໍານວນ 2 ສະບັບ ຄື: ຂໍ້ຕົກລົງຂອງເຈົ້າຄອງ ນະຄອນຫລວງວຽງຈັນ ວ່າດ້ວຍ ການປະເມີນລາຄາທີ່ດິນທົ່ວນະ ຄອນຫລວງວຽງຈັນ ສະບັບເລກ ທີ 142/ຈນວ, ລົງວັນທີ 26 ກຸມ ພາ 2021; ຂໍ້ຕົກລົງຂອງທ່ານ ເຈົ້າຄອງນະຄອນຫລວງວຽງຈັນ ວ່າດ້ວຍການພັດທະນາ ແລະ ຄຸ້ມ ຄອງເຂດສະຫງວນຄອງນໍ້າວຽງ ຈັນ, ສະບັບເລກທີ 0966/ຈນວ, ລົງວັນທີ 11 ພະຈິກ 2019. ພ້ອມນີ້, ຍັງຈະໄດ້ພິຈາລະນາ-ຮັບ ຮອງເອົາຮ່າງຂໍ້ຕົກລົງວ່າດ້ວຍ ກອງທຶນຄຸ້ມຄອງໄພພິບັດນະຄອນ ຫລວງວຽງຈັນ; ຮັບຟັງການລາຍ ງານ, ຊີ້ແຈງບັນຫາສໍາຄັນຕ່າງໆ ຂອງນະຄອນຫລວງ ເປັນຕົ້ນການ ຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງ ຍາກທາງດ້ານເສດຖະກິດ-ການ ເງິນທີ່ຕິດພັນກັບການກໍານົດແຜນ ວຽກຈຸດສຸມ, ບຸລິມະສິດ ເພື່ອຈັດ ຕັ້ງວາລະແຫ່ງຊາດ ວ່າດ້ວຍການ ແກ້ໄຂຄວາມຫຍຸ້ງຍາກດ້ານເສດ ຖະກິດ-ການເງິນ ເຂົ້າໃນແຜນພັດ ທະນາເສດຖະກິດ-ສັງຄົມ ແລະ ແຜນງົບປະມານຂອງທ້າຍສະໄໝ ຮອດປີ 2025; ມາດຕະການຄຸ້ມ ຄອງ ແລະ ຕ້ານການຮົ່ວໄຫລຂອງ ລາຍຮັບງົບປະມານແຫ່ງລັດ ແລະ ແຜນການຈັດສັນເງິນເກີນແຜນ ປີ 2024; ການປະຕິບັດມາດຕະ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດໃຫ້ພະນັກງານລັດ, ທະຫານ, ຕໍາຫລວດ; ການຈັດຕັ້ງ ປະຕິບັດວາລະແຫ່ງຊາດ ວ່າດ້ວຍ ການແກ້ໄຂຄວາມຫຍຸ້ງຍາກທາງ ດ້ານເສດຖະກິດ-ການເງິນກ່ຽວກັບ ການສົ່ງເສີມການຜະລິດສິນຄ້າ ພາຍໃນ, ການກໍານົດໂຄງປະກອບ ລາຄາສິນຄ້າ ແລະ ການເຂົ້າຫາ ແຫລ່ງທຶນສົ່ງເສີມວິສາຫະກິດ ຂະໜາດນ້ອຍ-ຂະໜາດກາງ; ການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາ ຢາເສບຕິດຢູ່ນະຄອນຫລວງວຽງ ຈັນ; ການຄຸ້ມຄອງການນໍາເຂົ້າສິນ ຄ້າທີ່ມີສານຕັ້ງຕົ້ນປະເພດຢາເສບ ຕິດ ເຊັ່ນ: ຢາສູບໄຟຟ້າ, ກາເຟປາ ຕີ້ຄໍລາເຈນ, ປຸມເປົ້້າ ແລະ ອື່ນໆ; ການຈັດຕັ້ງປະຕິບັດໂຄງການຂົນ ສົ່ງແບບຍືນຍົງໃນຕົວເມືອງນະ ຄອນຫລວງວຽງຈັນ (ລົດເມດ່ວນ BRT); ການຈັດຕັ້ງປະຕິບັດກົດ ໝາຍວ່າດ້ວຍຜັງເມືອງ ແລະ ແຜນ ຜັງເມືອງ ສະບັບທີ III ຂອງນະ ຄອນຫລວງວຽງຈັນ ໄປຄຽງ ຄູ່ກັບການຈັດສັນຄວາມບໍ່ເປັນ ລະບຽບຮຽບຮ້ອຍໃນສັງຄົມ; ການຈັດຕັ້ງປະຕິບັດ ໂຄງການກໍ່ ສ້າງຂະຫຍາຍນໍ້າປະປາຈີນາຍໂມ້ ແລະ ທໍ່ສົ່ງນະຄອນຫລວງວຽງຈັນ ທີ່ນໍາໃຊ້ເງິນກູ້ຢືມຈາກລັດຖະບານ ຍີ່ປຸ່ນ; ມາດຕະການໃນການຄຸ້ມ ຄອງການຂຸດຄົ້ນແຮ່ທາດຢູ່ນະ ຄອນຫລວງວຽງຈັນ ຕິດພັນກັບ ການນໍາໃຊ້ງົບປະມານພັດທະນາ ທ້ອງຖິ່ນ ແລະ ພັດທະນາຊຸມຊົນ; ສະພາບການສຶກສາໃນນະຄອນ ຫລວງວຽງຈັນ ທີ່ຕິດພັນກັບການ ປະລະການຮຽນຂອງນັກຮຽນ ໃນຊັ້ນມັດທະຍົມຕົ້ນ ແລະ ມັດທະ ຍົມປາຍປະຈໍາສົກປີ2023-2024 ແລະ ທິດທາງແຜນການປະຈໍາສົກ ປີ 2024-2025. ນອກນັ້ນ, ກອງປະຊຸມຍັງຈະ ໄດ້ຮັບຟັງການຊີ້ແຈງບາງບັນຫາ ພົ້ນເດັ່ນທີ່ສະມາຊິກສະພາແຫ່ງ ຊາດ ແລະ ສະມາຊິກສະພາປະຊາ ຊົນນະຄອນຫລວງຍົກຂຶ້ນ ຫລື ຊັກ ຖາມໃນກອງປະຊຸມຈາກອົງການ ປົກຄອງ, ສານປະຊາຊົນ, ອົງການ ໄອຍະການປະຊາຊົນ ແລະ ພາກ ສ່ວນກ່ຽວຂ້ອງຕື່ມອີກ. ໂຕນ, ລວມມູນຄ່າ48,75 ລ້ານ ໂດລາສະຫະລັດ, ທຽບໃສ່ໄລຍະ ດຽວກັນຂອງປີຜ່ານມາເຫັນວ່າ ມູນຄ່າການສົ່ງອອກເພີ່ມຂຶ້ນ20,7%. ນອກ ຈາກນີ້, ໄດ້ສຸມໃສ່ຈັດຕັ້ງປະ ຕິບັດການຜະລິດ ເພື່ອສະໜອງ ສະບຽງອາຫານ ເຊິ່ງເຫັນວ່າການ ສະໜອງ ເ ຂົ້າແມ່ນພຽງພໍກັບ ຄວາມຕ້ອງການຂອງສັງຄົມສະ ເລ່ຍໄດ້ 258 ກິໂລ/ຄົນ/ປີ ແລະ ມີສ່ວນເຫລືອເປັນສິນຄ້າ 7.500 ກວ່າໂຕນ; ພືດຜັກ ສະເລ່ຍໄດ້ 101 ກິໂລ/ຄົນ/ປີ; ການສະໜອງທາດຊີ້ນ ສະເລ່ຍໄດ້ 70,28 ກິໂລ/ຄົນ/ປີ. ດ້ານແຮງງານ ແລະ ສະຫວັດດີ ການສັງຄົມ, ນວ ໄດ້ເອົາໃຈໃສ່ປະ ສານສົມທົບກັບບັນດາພາກສ່ວນ ເສດຖະກິດທັງພາກລັດ, ເອກະຊົນ ແລະ ອົງການຈັດຕັ້ງສາກົນ ເພື່ອ ຈັດຕັ້ງປະຕິບັດການຝຶກສີມືແຮງ ງານໃຫ້ກຸ່ມເປົ້າໝາຍ, ນໍາໃຊ້ລະ ບົບຖານຂໍ້ມູນຂ່າວສານໃນການພັດ ທະນາສີມືແຮງງານ ເພື່ອສະໜອງ ຂໍ້ມູນແຮງງານທີ່ມີສີມືແກ່ຕະ ຫລາດແຮງງານ; ປັບປຸງຕາໜ່າງ ບໍລິການຈັດຫາງານຢູ່ບັນດາເມືອງ ທີ່ມີຕາໜ່າງບໍລິການຈັດຫາງານ ໃຫ້ມີຄວາມເຂັ້ມແຂງ ແລະ ສາມາດ ໃຫ້ບໍລິການທີ່ມີປະສິດທິພາບ, ຜ່ານການຈັດຕັ້ງປະຕິບັດນວໄດ້ສົ່ງ ເສີມການຈັດຫາວຽກເຮັດງານທຳ ໃຫ້ກັບແຮງງານທີ່ຕ້ອງການມີ ວຽກເຮັດງານທໍາເຂົ້າສູ່ຕະຫລາດ ແຮງງານ 6.512 ຄົນ, ປະຕິບັດ ໄດ້ລື່ນແຜນ41,56% (ມະຕິສະພາ 4.600 ຄົນ); ໄດ້ເກັບກໍາ ແລະ ສັງລວມສະຖິຕິແຮງງານທີ່ມີ ຄວາມຕ້ອງການໄປອອກແຮງງານ ຕາມລະດູການຢູ່ສ ເກົາຫລີ2.632 ຄົນ ໃນນີ້, ຂຶ້ນທະບຽນ 1.670 ຄົນ, ຖືກຄັດເລືອກສໍາພາດ 1.338 ຄົນ ແລະ ຜ່ານການສໍາພາດ 633 ຄົນ. ນອກຈາກນັ້ນ, ຍັງໄດ້ຂຶ້ນທະບຽນ ແລະ ຕໍ່ບັດອະນຸຍາດເຮັດວຽກໃຫ້ ແຮງງານຕ່າງປະເທດທີ່ມາອອກ ແຮງງານຢູ່ນະຄອນຫລວງວຽງ ຈັນ ໄດ້ 11.567 ເທື່ອຄົນ ລວມມີ 49 ສັນຊາດ ໃນນີ້, ຂຶ້ນທະບຽນ ແຮງງານຕ່າງປະເທດ ໄດ້ 6.960 ເທື່ອຄົນ ແລະ ຕໍ່ບັດອະນຸຍາດເຮັດ ວຽກໄດ້ 4.607 ເທື່ອຄົນ ໂດຍລວມ ແລ້ວເຫັນວ່າ ໃນ 17 ຄາດໝາຍ ທີ່ຕິດພັນກັບດ້ານແຮງງານ ແລະ ສະຫວັດດີການສັງຄົມຄາດວ່າຈະ ສາມາດບັນລຸໄດ້ທັງໝົດ. ຂ່າວ-ພາບ: ທະນູທອງ ນິຕິກໍາລຸ່ມກົດໝາຍຂອງ ສປປ ລາວ ໂດຍສອດຄ່ອງກັບຖະແຫລງ ການສາກົນ ວ່າດ້ວຍສິດທິມະນຸດ, ພັນທະສາກົນດ້ານສິດທິມະນຸດ ແລະ ຄວາມໝາຍໝັ້ນຂອງ ສປປ ລາວ ພາຍໃຕ້ກົນໄກທົບທວນປະ ຈໍາໄລຍະ ແລະ ບັນດາສົນທິສັນຍາ ສາກົນດ້ານສິດທິມະນຸດທີ່ ສປປ ລາວ ເປັນພາຄີ. ສປປ ລາວ ກໍາລັງ ຂຸ້ນຂ້ຽວກະກຽມສົ່ງບົດລາຍງານ ແຫ່ງຊາດ ພາຍໃຕ້ກົນໄກທົບທວນ ປະຈໍາໄລຍະ ຮອບວຽນທີ 4 ແລະ ບົດລາຍງານແຫ່ງຊາດ ສະບັບທໍາ ອິດພາຍໃຕ້ສົນທິສັນຍາວ່າດ້ວຍ ການຕ້ານການທໍລະມານ, ການກະ ທໍາ ຫລື ການລົງໂທດອື່ນໆ ທີ່ໂຫດ ຮ້າຍປ່າເຖື່ອນ, ໄຮ້ມະນຸດສະທໍາ ຫລື ເສື່ອມຊາມ, ເຊິ່ງ ສປປ ລາວ ໄດ້ເຂົ້າຮ່ວມເປັນພາຄີໃນປີ 2012. ການຈັດຕັ້ງປະຕິບັດພັນທະສາກົນ ດ້ານສິດທິມະນຸດຂອງ ສປປ ລາວ ແມ່ນຕິດພັນກັບການຈັດຕັ້ງປະຕິ ບັດ 2 ວາລະແຫ່ງຊາດ, ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດຄັ້ງທີ9, ແຜນຍຸດທະສາດແລະ ແຜນພັດທະນາຂອງຂະແໜງການ ຕ່າງໆ ກໍຄື ການຈັດຕັ້ງປະຕິບັດເປົ້າ ໝາຍການພັດທະນາແບບຍືນຍົງ. ສປປ ລາວ ຍາມໃດກໍມີສະຖຽນລະ ພາບທາງດ້ານການເມືອງ, ສັງຄົມ ມີຄວາມສະຫງົບ ແລະ ມີຄວາມ ສັນຕິສຸກ, ເສດຖະກິດແຫ່ງຊາດ ໄດ້ຜ່ານຜ່າຄວາມຫຍຸ້ງຍາກໃນປີ ຫລັໆມານີ້ ແລະ ສືບຕໍ່ຂະຫຍາຍ ຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ ຂອງປະຊາຊົນລາວບັນດາເຜົ່າໄດ້ ຮັບການປັບປຸງໃຫ້ດີຂຶ້ນເລື້ອຍໆ. ໃນປີ 2023, ເສດຖະກິດຂອງ ສປປ ລາວ ຂະຫຍາຍຕົວ 4,5%, ສ່ວນ ໃນ 9 ເດືອນຕົ້ນປີ 2024 ແມ່ນຂະ ຫຍາຍຕົວ 4,6%. ທ່ານຮອງລັດ ຖະມົນຕີກະຊວງການຕ່າງປະເທດ ຍັງໄດ້ຢໍ້າຕື່ມວ່າສັນຕິພາບ, ການ ພັດທະນາ ແລະ ສິດທິມະນຸດແມ່ນ ກ້ຽວພັນ ແລະ ສົ່ງຜົນກະທົບເຊິ່ງ ກັນ ແລະ ກັນ, ສັນຕິພາບ ແລະ ການ ພັດທະນາແມ່ນເປັນເງື່ອນໄຂທີ່ ຂາດບໍ່ໄດ້ ເພື່ອເຮັດໃຫ້ສິດທິມະນຸດ ໄດ້ຮັບການປົກປ້ອງ, ສົ່ງເສີມ ແລະ ຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ. ທ່ານ ບັກໂຄດິຣ໌ ບຸກຄານົບ ໄດ້ ຍົກໃຫ້ເຫັນເຖິງຄວາມເປັນມາ ແລະ ຄວາມສໍາຄັນຂອງຖະແຫລງການ ສາກົນ ວ່າດ້ວຍ CAT ເຊິ່ງເປັນ ໜຶ່ງໃນບັນດາສົນທິສັນຍາພື້ນຖານ ຂອງ ສປຊ ທີ່ຖືກຮັບຮອງເອົາໃນ ເວລາຕໍ່ມາພາຍຫລັງໄດ້ມີການຮັບ ຮອງເອົາຖະແຫລງການສາກົນ ວ່າດ້ວຍສິດທິມະນຸດ ໃນປີ 1948. ພ້ອມນີ້ ຍັງໄດ້ຕີລາຄາສູງຕໍ່ຄວາມ ພະຍາຍາມຂອງລັດຖະບານລາວ ໃນການສົ່ງເສີມ ແລະ ປົກປ້ອງ ສິດທິມະນຸດຕາມກົດບັດສະຫະປະ ຊາຊາດ, ຖະແຫລງການສາກົນ ວ່າດ້ວຍສິດທິມະນຸດ, ບັນດາສົນ ທິສັນຍາດ້ານສິດທິມະນຸດທີ່ ສປປ ລາວ ເປັນພາຄີ, ພັນທະ ແລະ ຄໍາ ໝັ້ນສັນຍາດ້ານສິດທິມະນຸດພາຍ ໃຕ້ກົນໄກທົບທວນປະຈໍາໄລຍະ ກໍຄື ການຮ່ວມມືຂອງ ສປປ ລາວ ກັບກົນໄກສິດທິມະນຸດຂອງ ສປຊ, ເມື່ອບໍ່ດົນມານີ້ ສປປ ລາວ ໄດ້ເຊື້ອ ເຊີນຜູ້ລາຍງານພິເສດກ່ຽວກັບ ສິດທິທາງດ້ານວັດທະນະທໍາມາ ຢ້ຽມຢາມລາວ ແລະ ກ່ອນໜ້ານັ້ນ ຄືໃນເດືອນມິຖຸນາ 2024 ທີ່ຜ່ານ ມາ ສປປ ລາວ ກໍໄດ້ຕ້ອນຮັບການ ຢ້ຽມຢາມຂອງຂ້າຫລວງໃຫຍ່ ສປຊ ເພື່ອສິດທິມະນຸດ, ເຊິ່ງໄດ້ຮັບ ຜົນສໍາເລັດເປັນຢ່າງດີ. ພ້ອມທັງ ຍັງໄດ້ຢືນຢັນວ່າອົງການ ສປຊ ຈະ ສືບຕໍ່ໃຫ້ການຮ່ວມມື ແລະ ຊ່ວຍ ເຫລືອ ສປປ ລາວ ໃນການຈັດຕັ້ງ ປະຕິບັດພັນທະ ແລະ ຄໍາໝັ້ນສັນຍາ ດ້ານສິດທິມະນຸດຂອງ ສປປ ລາວ.

RkJQdWJsaXNoZXIy MTc3MTYxMQ==