lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 12/12/2024 xtgmf]k; ຫົວໜ້າຄະນະໂຄສະນາ... ຄະນະຜູ້ແທນ... ງານວາງສະແດງກະສິກຳ... ຮອງປະທານປະເທດ... ນາຍົກລັດຖະມົນຕີ... ສໍາມະນາວິຊາການ... ເລຂາທິການໃຫຍ່... ສະຫລຸບວຽກງານ... ແລກປ່ຽນທາງດ້ານວິຊາການ ເຊິ່ງ ກັນ ແລະ ກັນ ໃນອະນາຄົດ ແລະ ຍາວນານ. ພ້ອມທັງຕີລາຄາສູງຕໍ່ ການພົບປະສອງຝ່າຍລະຫວ່າງ ສອງຫ້ອງວ່າການສູນກາງພັກ ລາວ-ຫວຽດນາມ ທີ່ໄດ້ມີການທົບ ທວນຄືນໝາກຜົນແຫ່ງການພົວ ພັນຮ່ວມມືຮອບດ້ານໃນໄລຍະຜ່ານ ມາ ເຊິ່ງເຫັນໄດ້ວ່າ ມີຜົນສຳເລັດ ໃນຫລາຍດ້ານ. ພ້ອມນີ້, ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ສະແດງ ຄວາມຂອບໃຈຕໍ່ລັດຖະບານ ກໍຄື ຫ້ອງວ່າການສູນກາງພັກກອມມູ ນິດຫວຽດນາມ ທີ່ໄດ້ໃຫ້ການສະ ໜັບສະໜູນຊ່ວຍເຫລືອດ້ານຕ່າງໆ ແກ່ ສປປ ລາວ ກໍຄື ຫ້ອງວ່າການ ສູນກາງພັກປະຊາຊົນປະຕິວັດລາວ ມາໂດຍຕະຫລອດ. ໂອກາດນີ້,ສະຫາຍຫງວຽນຢຸຍ ງ໋ອກ ກໍໄດ້ສະແດງຄວາມຂອບໃຈ ຕໍ່ສະຫາຍ ທອງລຸນ ສີສຸລິດ ທີ່ໄດ້ ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນ ຄັ້ງນີ້, ພ້ອມທັງລາຍງານແຜນ ການເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແລະ ລາຍງານຜົນການພົບປະສອງຝ່າຍ ລະຫວ່າງສອງຫ້ອງວ່າການສູນ ກາງພັກ ຫວຽດນາມ-ລາວ ໃຫ້ສະ ຫາຍເລຂາທິການໃຫຍ່ຮັບຊາບ. ພ້ອມນີ້, ຍັງໄດ້ຕີລາຄາສູງຕໍ່ການ ພົວພັນຮ່ວມມືອັນດີແລະແໜ້ນແຟ້ນ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມລາວ ທີ່ມີການພົວພັນກັນຢ່າງສະ ໜິດສະໜົມ ແລະ ໝັ້ນຄົງຍາວນານ. ຂ່າວ-ພາບ: ທະນູທອງ ຄົງຍາວນານ ຕາມທິດ 4 ດີ, ພ້ອມ ທັງສະແດງຄວາມຂອບໃຈຕໍ່ການ ຊ່ວຍເຫລືອ ສປປ ລາວ ຂອງ ສປ ຈີນ ຕະຫລອດໄລຍະຜ່ານມາ ກໍຄື ປັດຈຸບັນ ແລະ ເຊື່ອໝັ້ນວ່າຕະ ຫລອດໄລຍະຂອງການປະຕິບັດ ໜ້າທີ່ການທູດຢູ່ລາວ, ທ່ານນາງ ຟາງຫົງ ຈະປະກອບສ່ວນ ເສີມຂະ ຫຍາຍ ແລະ ຮັດແໜ້ນສາຍພົວພັນ ມິດຕະພາບອັນເປັນມູນເຊື້ອລະ ຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຈີນ ໃຫ້ນັບ ມື້ນັບແໜ້ນແຟ້ນ ແລະ ມີປະສິດທິ ຜົນຍິ່ງໆຂຶ້ນ. ທ່ານນາງ ຟາງຫົງ ໄດ້ສະແດງ ຄວາມຂອບໃຈຕໍ່ທ່ານາງ ປານີ ຢາທໍ່ຕູ້ ທີ່ໃຫ້ກຽດຕ້ອນຮັບການ ເຂົ້າຢ້ຽມຂໍ່ານັບໃນຄັ້ງນີ້ ພ້ອມທັງ ໄດ້ຕີລາຄາສູງຕໍ່ການພົວພັນຮ່ວມ ມືກັບພັກ ແລະ ລັດຖະບານຈີນ ມາ ໂດຍຕະຫລອດ ແລະ ຫວັງວ່າຈະ ສືບຕໍ່ໃຫ້ການຮ່ວມມື ແລະ ອໍານວຍ ຄວາມສະດວກໃນການປະຕິບັດ ໜ້າທີ່ການທູດຂອງຕົນ ເພື່ອພ້ອມ ກັນສືບຕໍ່ເຮັດໜ້າທີ່ເປັນຂົວຕໍ່ແຫ່ງ ການເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືລະ ຫວ່າງສອງພັກ, ສອງລັດ ແລະ ປະ ຊາຊົນສອງຊາດ ລາວ-ຈີນ ໃຫ້ຈະ ເລີນງອກງາມຍິ່ງໆຂຶ້ນ. ຂ່າວ: ກິດຕາ, ພາບ: ຂັນໄຊ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການ ປະກອບສ່ວນອັນສຳຄັນເຂົ້າໃນ ການເສີມຂະຫຍາຍສາຍພົວພັນມິດ ຕະພາບຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນຍິ່ງຂຶ້ນ ໂດຍການເປັນ ປະທານຂອງທ່ານ ທອງສະຫວັນ ພົມວິຫານ ລັດຖະມົນຕີກະຊວງການ ຕ່າງປະເທດ, ມີທ່ານ ສະເຫລີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍຮອງ ລັດຖະມົນຕີ ຈາກ 14 ກະຊວງອ້ອມ ຂ້າງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້,ທ່ານສະເຫລີມໄຊ ກົມມະສິດ ໄດ້ຍົກໃຫ້ເຫັນເຖິງ ຄວາມໝາຍຄວາມສໍາຄັນ ແລະ ຈຸດປະສົງຂອງການທູດເສດຖະກິດ ແມ່ນເພື່ອສ້າງຄວາມເຂັ້ມແຂງ ແກ່ລະບົບເສດຖະກິດ-ການເງິນ ຂອງຊາດ ແລະ ປະກອບສ່ວນແກ່ ການຮ່ວມມື ເພື່ອການພັດທະນາ ເສດຖະກິດ-ການເງິນ ໃນລະດັບ ພາກພື້ນ ແລະ ສາກົນ ໃຫ້ນັບມື້ນັບ ຫລາຍຂຶ້ນແນໃສ່ສົ່ງເສີມ ແລະ ຍົກລະດັບການຮ່ວມມືດ້ານການ ຄ້າ, ການລົງທຶນ ແລະ ການເຊື່ອມ ໂຍງ-ເຊື່ອມຈອດພາກພື້ນ ແລະ ສາກົນ ຂຶ້ນສູ່ມິຕິໃໝ່, ພ້ອມທັງສົ່ງ ເສີມການພັດທະນາເສດຖະກິດສັງຄົມແຫ່ງຊາດ ແບບຍືນຍົງ ແລະ ໄປຕາມທິດສີຂຽວ, ສົ່ງເສີມການ ຮ່ວມມືດ້ານເຕັກນິກວິຊາການ ແລະ ຍົກລະດັບຄຸນນະພາບຊີວິດການ ເປັນຢູ່ຂອງປະຊາຊົນ ແລະ ຫລຸດ ຜ່ອນຄວາມທຸກຍາກເທື່ອລະກ້າວ. ໃນກອງປະຊຸມ, ຍັງໄດ້ຮັບຟັງ ການລາຍງານກ່ຽວກັບທ່າແຮງ ຂອງ ສປປ ລາວ ແລະ ສິ່ງອຳນວຍ ຄວາມສະດວກ ເພື່ອກະກຽມຄວາມ ພ້ອມແກ່ການຄ້າ, ການລົງທຶນ, ການທ່ອງທ່ຽວ, ກະສິກຳ ແລະ ພະ ລັງງານຂອງ ສປປ ລາວ ໂດຍສະ ເພາະສຳນັກງານຜູ້ຕາງໜ້າຂອງ ສປປ ລາວ ປະຈຳຕ່າງປະເທດ ທີ່ເປັນຜູ້ມີບົດບາດສຳຄັນ ແລະ ເປັນປ້ອມດ້ານໜ້າແກ່ການຈັດຕັ້ງ ປະຕິບັດວຽກງານການທູດເສດຖະ ກິດ ແລະ ໝູນໃຊ້ຂໍ້ມູນເຫລົ່ານີ້ ເຂົ້າ ໃນວຽກງານຕົວຈິງຂອງຕົນ. ພ້ອມ ນີ້, ບັນດາຜູ້ເຂົ້າຮ່ວມຍັງໄດ້ແລກ ປ່ຽນຄໍາຄິດຄໍາເຫັນ ເຊິ່ງກັນ ແລະ ກັນ ເພື່ອປະກອບສ່ວນເຂົ້າໃນການ ຈັດຕັ້ງປະຕິບັດວຽກງານການທູດ ປະກອບຄຳເຫັນຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກທີ່ຈະໄຂຂຶ້ນໃນ ມໍ່ໆນີ້. ໂອກາດນີ້, ສະຫາຍ ທອງສະ ຫວັນ ວົງສຳພັນ ໄດ້ລາຍງານກ່ຽວ ກັບການກະກຽມດຳເນີນກອງປະ ຊຸມໃຫຍ່ 3 ຂັ້ນ ຂອງພັກ ຢູ່ແຂວງ ວຽງຈັນ ວ່າ: ພາຍຫລັງທີ່ໄດ້ຮັບ ຄຳສັ່ງ, ຄຳແນະນຳຈາກຂັ້ນເທິງ ກ່ຽວກັບການກະກຽມ ແລະ ດຳ ເນີນກອງປະຊຸມໃຫຍ່ 3 ຂັ້ນ, ຄະ ນະປະຈຳພັກແຂວງວຽງຈັນ ກໍໄດ້ ມີການຈັດຕັ້ງເຊື່ອມຊຶມແລະ ຜັນຂະ ຫຍາຍບັນດານິຕິກຳດັ່ງກ່າວ ອອກ ເປັນນິຕິກຳຂອງແຂວງ, ພ້ອມທັງ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບກະ ກຽມດຳເນີນກອງປະຊຸມໃຫຍ່ 3 ຂັ້ນແຂວງ, ສ້າງແຜນເຄື່ອນໄຫວ ຂອງຄະນະຮັບຜິດຊອບ ເພື່ອເປັນ ບ່ອນອີງໃຫ້ແຕ່ລະອະນຸກຳມະການ ເຄື່ອນໄຫວຕາມພາລະບົດບາດ, ໜ້າທີ່ຂອງຕົນ ເຊິ່ງແຕ່ລະອະນຸກຳ ມະການຂັ້ນແຂວງ ກໍໄດ້ເປັນເຈົ້າ ການນຳພາ-ຊີ້ນຳ, ຊຸກຍູ້ການກະ ກຽມດຳເນີນກອງປະຊຸມໃຫຍ່ຢູ່ ຮາກຖານພັກອ້ອມຂ້າງແຂວງແລະ ບັນດາເມືອງ ເພື່ອກະກຽມຄວາມ ພ້ອມຮອບດ້ານຢ່າງເປັນຂະບວນ ຟົດຟື້ນ, ມີເນື້ອໃນທີ່ສອດຄ່ອງ, ມີບຸກຄະລາກອນທີ່ມີມາດຖານ ເງື່ອນໄຂຄົບຖ້ວນ, ຖືກຕ້ອງ ແລະ ຮັບປະກັນຕາມໄລຍະເວລາທີ່ກຳ ນົດໄວ້. ມາຮອດປັດຈຸບັນ, ໄດ້ສຳ ເລັດການດຳເນີນກອງປະຊຸມໃຫຍ່ ຂັ້ນບ້ານ 100%, ໜ່ວຍພັກສໍານັກ ງານ-ອົງການຂັ້ນເມືອງສໍາເລັດ ແລ້ວ 667 ໜ່ວຍພັກ (ຍັງ 2 ໜ່ວຍ ພັກຢູ່ເມືອງຫີນເຫີບ); ຮາກຖານ ພັກອ້ອມຂ້າງແຂວງ: ປະກອບມີ15 ຄະນະພັກຮາກຖານ, ມີ 79 ໜ່ວຍ ພັກທີ່ຂຶ້ນກັບຄະນະພັກຮາກຖານ ແລະ ມີ 17 ໜ່ວຍພັກຮາກຖານ (ບໍ່ນັບກຳລັງປະກອບອາວຸດ) ໄດ້ ສຳເລັດການທາບທາມ ຮອບທີ 2, ດຳເນີນຊີວິດການເມືອງທ້າຍສະ ໄໝ ແລະ ເປີດກອງປະຊຸມໃຫຍ່ສະ ມາຊິກພັກສຳເລັດ 32 ໜ່ວຍພັກ (ຍັງ 47 ໜ່ວຍພັກ). ໃນໂອກາດດຽວກັນ, ສະຫາຍ ຄຳພັນ ເຜີຍຍະວົງ ກໍໄດ້ມີຄຳເຫັນຊີ້ ນໍາໃຫ້ເອົາຄະນະພັກແຕ່ລະຂັ້ນ ເອົາໃຈໃສ່ສຶກສາອົບຮົມການເມືອງ ແນວຄິດໃຫ້ແກ່ພະນັກງານສະ ມາຊິກພັກຂອງຕົນໃຫ້ມີຄວາມອຸ່ນ ອ່ຽນທຸ່ນທ່ຽງ, ຕັ້ງໜ້າປະຕິບັດ ຕາມໜ້າທີ່ການເມືອງຂອງຕົນ ເພື່ອ ກຽມຄວາມພ້ອມໃຫ້ແກ່ການດຳ ເນີນກອງປະຊຸມໃຫຍ່ຂອງພັກ ກໍຄື ຂອງແຂວງໃຫ້ມີບັນຍາກາດຟົດ ຟື້ນ; ເພີ່ມທະວີການການທອດຖອນ ບົດຮຽນກ່ຽວກັບດ້ານເນື້ອໃນຂອງ ກອງປະຊຸມ ໂດຍສະເພາະຮ່າງບົດ ລາຍງານການເມືອງຂອງແຂວງ ແລະ ເມືອງໃຫ້ມີຄວາມຖືກຕ້ອງ ແລະ ສອດຄ່ອງກັນ, ຊອກໃຫ້ເຫັນ ດ້ານດີທີ່ພົ້ນເດັ່ນຂອງເມືອງ ໂດຍ ສະເພາະຕົວແບບການຜະລິດທີ່ເປັນ ກິດກະສິກຳທັງພາຍໃນ ແລະ ຕ່າງ ປະເທດ ແລະ ກະສິກອນຂອງລາວ ເພື່ອເປັນແຮງກະຕຸ້ນສຳຄັນທີ່ຈະ ນຳພາການຜະລິດກະສິກຳຂອງ ລາວ ກ້າວໄປສູ່ກະສິກຳອຸດສາຫະ ກຳ ແລະ ຄວາມຍືນຍົງໃນອະນາຄົດ. ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ໄດ້ກ່າວໃນພິທິຖະແຫລງ ຂ່າວໃນວັນທີ10ທັນວາ2024ວ່າ: ການຈັດງານວາງສະແດງດັ່ງກ່າວ ກໍເພື່ອເປັນການໂຄສະນາເຜີຍແຜ່ ບັນດາຜົນຜະລິດກະສິກຳ, ກົນຈັກ, ເຄື່ອງມື ແລະ ນະວັດຕະກຳ, ເຕັກ ນິກ-ເຕັກໂນໂລຊີດ້ານການຜະລິດ ກະສິກຳທີ່ທັນສະໄໝ ພ້ອມທັງເປັນ ການສົ່ງເສີມການແບ່ງປັນຄວາມຮູ້ ແລະ ການສ້າງຄວາມອາດສາມາດ ໃນຂົງເຂດການຜະລິດກະສິກຳປ່າໄມ້, ຍົກສູງຄວາມຮັບຮູ້ກ່ຽວກັບ ຄວາມປອດໄພແລະການຄໍ້າປະກັນ ດ້ານສະບຽງອາຫານ ແລະ ໂພຊະ ນາການຕິດພັນກັບການປັບຕົວເຂົ້າ ກັບການປ່ຽນແປງຂອງສະພາບ ດິນຟ້າອາກາດ ແລະ ຍົກສູງການ ພົວພັນລະຫວ່າງພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສາກົນ, ອົງການຈັດຕັ້ງທີ່ບໍ່ສັງກັດລັດຖະ ບານ, ອົງການຈັດຕັ້ງທາງສັງຄົມ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ. ການຈັດງານວາງສະແດງສິນ ຄ້າກະສິກໍາ 2024 ເປັນໂອກາດ ສໍາຄັນໃນການຍົກລະດັບວຽກງານ ການຜະລິດກະສິກຳໃນປະເທດ ລາວ, ເຊິ່ງກະຊວງກະສິກຳ ແລະ ປ່າໄມ້ ມີໜ້າທີ່ໃນການຄຸ້ມຄອງ ມະຫາພາກກ່ຽວກັບວຽກງານກະ ສິກຳ,ປ່າໄມ້,ການປຸງແຕ່ງກະສິກຳ ຂັ້ນຕົ້ນ, ຄົ້ນຄວ້າວິທະຍາສາດເຕັກ ນິກ, ຊີວະເຕັກໂນໂລຊີ ແລະ ລະບົບ ນິເວດກະສິກຳ ແລະ ປ່າໄມ້ ແລະ ເປັນໃຈກາງໃນການຈັດຕັ້ງປະຕິ ບັດວຽກງານພັດທະນາຊົນນະບົດ ໃນຂອບເຂດທົ່ວປະເທດ ໂດຍສະ ເພາະການຊຸກຍູ້ສົ່ງເສີມ, ຕິດຕາມ ກວດກາ ແລະ ພັດທະນາວຽກງານ ການຜະລິດກະສິກຳໃຫ້ກາຍເປັນ ກະສິກຳອຸດສາຫະກຳ ໂດຍນຳໃຊ້ ເຕັກນິກ-ເຕັກໂນໂລຊີທີ່ທັນສະໄໝ ແລະ ກ້າວໜ້າ ຕິດພັນກັບການຜະ ວາງທິດທາງການທູດລາວໃນໄລ ຍະໃໝ່ ທີ່ເປັນແນວທາງໃນການ ເຄື່ອນໄຫວການທູດລາວ ໄດ້ຢ່າງ ຄ່ອງແຄ້ວໃນຕໍ່ໜ້າ ໂດຍການເປັນ ປະທານຂອງທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະ ຊວງການຕ່າງປະເທດ, ມີສະມາ ຊິກສະໂມສອນນັກການທູດລາວ, ຄະນະສະຖາບັນ, ຄະນະກົມ, ຄະນະ ພະແນກ, ພະນັກງານວິຊາການຈາກ ບັນດາກະຊວງອ້ອມຂ້າງສູນກາງ ແລະ ນັກຮຽນ-ນັກສຶກສາເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານທອງຜ່ານ ສະຫວັນເພັດ ໄດ້ຍົກໃຫ້ເຫັນເຖິງ ຄວາມເປັນມາ ໂດຍຫຍໍ້ຂອງການ ທູດລາວນັບຕັ້ງແຕ່ອະດີດຈົນເຖິງ ປັດຈຸບັນທີ່ມີປະຫວັດສາດ, ມີ ເອກະລັກ ແລະ ມີມູນເຊື້ອຄວາມ ສາມັກຄີພາຍໃນ ແລະ ກັບຕ່າງ ປະເທດ ທີ່ມີມາແຕ່ຍາວນານ. ເຖິງ ຢ່າງໃດກໍ່ຕາມ, ປັດຈຸບັນສະພາບ ໂລກທີ່ປ່ຽນແປງໄປຢ່າງສະຫລັບ ສັບຊ້ອນ ແລະ ຄາດຄະເນໄດ້ຍາກ ເຮັດໃຫ້ການທູດລາວ ໃນແຕ່ລະຍຸກ ແຕ່ລະສະໄໝຕ້ອງທັນການ ແລະ ສອດຄ່ອງກັບຄວາມຈິງພາວະວິໄສ ທັງພາຍໃນ ແລະ ພາຍນອກ. ພ້ອມ ທັງຊີ້ໃຫ້ເຫັນເຖິງສິ່ງທ້າທາຍ ຕ່າງໆທີ່ເກີດຂຶ້ນໃນຂອບເຂດທົ່ວ ໂລກ ທີ່ກໍາລັງພົບພໍ້ ເຊັ່ນ: ສະພາບ ໃນໂອກາດນີ້, ທ່ານ ສະຫວັນ ຄອນ ລາຊະມຸນຕີ ປະທານສະມາ ຄົມນັກຂ່າວ ແຫ່ງ ສປປ ລາວ ໄດ້ ສອງພັກ, ສອງລັດ ແລະ ປະຊາຊົນ ສອງຊາດ ລາວ-ຫວຽດນາມ ເວົ້າ ລວມ, ເວົ້າສະເພາະການພົວພັນ ຮ່ວມມືລະຫວ່າງສອງຫ້ອງວ່າການ ສູນກາງພັກ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ໄດ້ຮັບການ ພັດທະນາ, ແຕກດອກອອກຜົນ ແລະ ສືບຕໍ່ໃຫ້ການສະໜັບສະໜູນ ຊ່ວຍເຫລືອເຊິ່ງກັນ ແລະ ກັນ ຕະຫລອດໄປ. ພ້ອມນີ້, ສະຫາຍນາ ຍົກລັດຖະມົນຕີ ຍັງໄດ້ຝາກຄວາມ ຢື້ຢາມຖາມຂ່າວໄປເຖິງການນຳ ຂັ້ນສູງພັກ, ລັດ ສສ ຫວຽດນາມ ຕື່ມອີກ. ສະຫາຍຫງວຽນຢຸຍງ໋ອກກໍໄດ້ ສະແດງຄວາມຂອບໃຈຕໍ່ສະຫາຍ ສອນໄຊ ສີພັນດອນ ທີ່ໄດ້ໃຫ້ການ ຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມ ທັງແຈ້ງຈຸດປະສົງຂອງການເດີນ ທາງມາຢ້ຽມຢາມແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້ ໃຫ້ສະຫາຍ ນາຍົກລັດຖະມົນຕີ ຮັບຊາບ. ຂ່າວ: ທະນູທອງ, ພາບ: ຂັນໄຊ ເສດຖະກິດໃນຕໍ່ໜ້າໃຫ້ມີບາດກ້າວ ຂະຫຍາຍຕົວຍິ່ງຂຶ້ນ ແລະ ເປັນ ກໍາລັງແຮງໜຶ່ງໃນການພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ໃຫ້ ນັບມື້ມີທ່າອ່ຽງທີ່ດີຂຶ້ນ. ຂ່າວ-ພາບ: ວຽງສະຫວັນ ວິສາຫະກິດສ່ວນບຸກຄົນດ້ານກະສິ ກຳ, ຫັດຖະກຳ ແລະ ການທ່ອງ ທ່ຽວມາເປັນຕົວແທນປະກອບຄຳ ຄິດເຫັນໃນກອງປະຊຸມໃຫຍ່ຂອງ ເມືອງ,ແຂວງກໍຄືສູນກາງເພື່ອເປັນ ບ່ອນອີງເຖິງຜົນງານທີ່ພົ້ນເດັ່ນ ໃນໄລຍະ 5 ປີຜ່ານມາ; ເອົາໃຈໃສ່ ປຸກລະດົມທົ່ວປວງຊົນລາວໃຫ້ເຂົ້າ ຮ່ວມຂະບວນການສ້າງຜົນງານ ເພື່ອຂໍ່ານັບຮັບຕ້ອນກອງປະຊຸມ ໃຫຍ່ອົງຄະນະພັກແຂວງ ຄັ້ງທີ VI ແລະ ຄັ້ງທີ XII ຂອງພັກ ໃຫ້ມີຜົນ ສຳເລັດຢ່າງຈົບງາມ. ຫລັງຈາກນັ້ນ, ການນຳແຂວງ ວຽງຈັນ ໄດ້ນຳພາສະຫາຍ ຄຳພັນ ເຜີຍຍະວົງ ພ້ອມຄະນະລົງຢ້ຽມ ຊົມສູນຫັດຖະກຳປ້າແສນ ບ້ານ ໂພນໝີ ເມືງວຽງຄຳ ເຊິ່ງເປັນສູນ ຜະລິດ ແລະ ຈຳໜ່າຍຜະລິດຕະ ພັນຜ້າໄໝແຜ່ນແພທີ່ຜະລິດດ້ວຍ ມືຂອງຊ່າງທີ່ຊຳນານທີ່ເປັນຄົນ ລາວ 100% ຕື່ມອີກ. ຂ່າວ-ພາບ: ຖວທ ແຂວງວຽງຈັນ ລິດກະສິກຳແບບຄົບວົງຈອນ ແລະ ຍືນຍົງ ເພື່ອຄໍ້າປະກັນສະບຽງອາ ຫານ ແລະ ເປັນສິນຄ້າສົ່ງອອກສູ່ ຕະຫລາດພາກພື້ນ ແລະ ສາກົນ ໃຫ້ ນັບມື້ນັບສູງຂຶ້ນ. ໂອກາດດັ່ງກ່າວ, ທ່ານລັດຖະ ມົນຕີກະຊວງກະສິກຳ ແລະ ປ່າໄມ້ ຍັງໄດ້ເຊີນຊວນພະນັກງານ, ທະ ຫານ, ຕຳຫລວດ, ນັກທຸລະກິດ, ພໍ່ ຄ້າຊາວຂາຍ ຕະຫລອດຮອດປະຊາ ຊົນລາວບັນດາເຜົ່າໃນທົ່ວປະເທດ ແລະ ແຂກຕ່າງປະເທດ ເຂົ້າຮ່ວມ ແລະ ທ່ຽວຊົມງານຄັ້ງນີ້ດ້ວຍ. ຂ່າວ-ພາບ: ກິດຕາ ຄວາມເຄັ່ງຕຶງຢູ່ຂົງເຂດເອີຣົບ, ຕາເວັນອອກກາງ, ອາຊີຕາເວັນ ອອກ, ຂົງເຂດພາກພື້ນອາຊຽນ, ການປ່ຽນແປງອໍານາດຢູ່ອາເມລິ ກາ ແລະ ຫລາຍໆປະເທດໃນໂລກ ລວມເຖິງບັນຫາສົງຄາມການຄ້າ ແລະ ການຊ່ວງຊິງແຂ່ງຂັນລະ ຫວ່າງ ຈີນ-ອາເມລິກາ ແລະ ບັນ ຫາອື່ນໆ ເຊິ່ງເປັນສາເຫດອັນສໍາ ຄັນຫລັກທີ່ເຮັດໃຫ້ສະພາບການ ຂອງໂລກ ຍິ່ງເພີ່ມທະວີຄວາມເຄັ່ງ ຕຶງ. ດ້ວຍບັນຫາເຫລົ່ານີ້ ຈຶ່ງມີ ຄວາມຈໍາເປັນຢ່າງຍິ່ງຈະຕ້ອງ ໄດ້ທົບທວນຄືນວຽກງານການ ພົວພັນສາກົນ ແລະ ປຶກສາຫາລື ເພື່ອກໍານົດທິດທາງການທູດລາວ ໃນອະນາຄົດໃນການຮັບມືສິ່ງທ້າ ທາຍໃນອະນາຄົດ. ໃນການຈັດສໍາມະນາໃນຄັ້ງນີ້, ອະດີດນັກການທູດລາວ ແລະ ຜູ້ ຊ່ຽວຊານວຽກງານການເຄື່ອນ ໄຫວການຕ່າງປະເທດໃນນາມ ເປັນວິທະຍາກອນກໍໄດ້ນໍາສະເໜີ ການຄົ້ນຄວ້າ, ບົດຮຽນ, ປະສົບ ການ ແລະ ໄດ້ຕີລາຄາລວມ ໂດຍ ໃຫ້ທັດສະນະທີ່ເຫັນໄດ້ຕໍ່ສະພາບ ການຂອງໂລກ ແລະ ແນວທາງນະ ໂຍບາຍຂອງບັນດາປະເທດມະຫາ ອໍານາດຕ່າງໆ ໃນປີ 2024 ລວມ ທັງຄາດຄະເນການພົວພັນຮ່ວມ ມືສາກົນ ແລະ ສິ່ງທ້າທາຍຕ່າງໆ ໃນອະນາຄົດ ລວມເຖິງສິ່ງທ້າທາຍ ສໍາຄັນຕ່າງໆຂອງໂລກ ເຊັ່ນ: ການ ປ່ຽນແປງສະພາບດິນຟ້າອາກາດ. ຄຽງຄູ່ກັນນັ້ນ, ຜູ້ເຂົ້າຮ່ວມຍັງໄດ້ ຮັບຟັງບົດຮຽນການເຄື່ອນໄຫວ ວຽກງານການທູດຈາກນັກການ ທູດອາວຸໂສ ແລະ ໄດ້ຮັບຮູ້ເຖິງນັກ ການທູດໜຸ່ມນ້ອຍຄວນຈະປັບ ແລະ ຍົກສູງຄວາມຮູ້, ຄວາມສາ ມາດທາງດ້ານວິຊາສະເພາະ ແລະ ພາສາຕ່າງປະເທດ, ການກຽມ ຄວາມພ້ອມຕໍ່ກັບສິ່ງທ້າທາຍຂອງ ໂລກ ແລະ ຊ່ວຍກັນກໍານົດແນວ ທາງການທູດ, ການຕ່າງປະເທດ ຂອງ ສປປ ລາວ. ໂອກາດນີ້, ບັນດາວິທະຍາກອນ ແລະ ຜູ້ເຂົ້າຮ່ວມ ຍັງໄດ້ຖາມ-ຕອບ, ແລກປ່ຽນປະກອບຄໍາຄິດຄໍາເຫັນ ແລະ ຂໍ້ສະເໜີແນະຢ່າງກົງໄປກົງ ມາ ແລະ ສ້າງສັນກ່ຽວກັບການທູດ ແລະ ນັກການທູດຍຸກໃໝ່ຂອງລາວ ທີ່ຄວນມີ ແລະ ຄວນເອົາໃຈໃສ່, ແນວຄວາມຄິດຂອງການທູດປ້ອງ ກັນເຫດ ແລະ ການທູດບຸກທະລຸ ໃຫ້ມີຄວາມສອດຄ່ອງເໝາະສົມ ໃນການເຄື່ອນໄຫວການທູດໃນປັດ ຈຸບັນ. ຂ່າວ-ພາບ: ສະຖານບັນການຕ່າງ ປະເທດ ມີຄຳເຫັນໃນກອງປະຊຸມໂດຍໄດ້ ຍົກໃຫ້ເຫັນວ່າ: ການຮ່ວມມືທີ່ເຂັ້ມ ແຂງລະຫວ່າງອົງການສື່ມວນ ຊົນຂອງປະເທດໃນອາຊີໃຕ້, ອາ ຊີຕາ ເວັນອອກສຽງໃຕ້ ແລະ ພາກພື້ນ ແມ່ນມີຄວາມສຳຄັນຕໍ່ ການກຳນົດແລະ ການສົ່ງເສີມການ ພັດທະນາທາງດ້ານສັງຄົມ, ວັດ ທະນະທຳ ແລະ ທາງດ້ານເສດຖະ ກິດ ແລະ ຕໍ່ກັບການສົ່ງເສີມຄວາມ ເຂົ້າໃຈ ແລະ ຄວາມເຊື່ອໝັ້ນເຊິ່ງ ກັນ ແລະ ກັນລະຫວ່າງປະເທດ ສະມາຊິກ ເພື່ອກ້າວສູ່ເປົ້າໝາຍ ແຫ່ງການພັດທະນາສີຂຽວ ແລະ ຍືນຍົງ. ກອງປະຊຸມຄັ້ງນີ້, ເປັນການ ເຕົ້າໂຮມບັນດາເຈົ້າໜ້າທີ່ສື່ມວນ ຊົນ, ຫົວໜ້າອົງການສື່ມວນຊົນ, ນັກຂ່າວອາວຸໂສແລະຕົວແທນຈາກ ພາກສ່ວນກ່ຽວຂ້ອງ 500 ກວ່າ ທ່ານ ຈາກຫລາຍສິບປະເທດຈາກ ທະວີບຕ່າງໆ ເພື່ອແລກປ່ຽນບົດ ຮຽນ ແລະ ປະສົບການ ກໍຄື ຂໍ້ລິ ເລີ່ມຕ່າງໆໃນການສົ່ງເສີມການ ພົວພັນຮ່ວມມືໃນຂົງເຂດສື່ມວນ ຊົນ, ທັງເປີດໂອກາດໃຫ້ຕົວແທນ ຈາກປະເທດສະມາຊິກ ໄດ້ເຊັນ ບົດບັນທຶກຂະຫຍາຍການຮ່ວມມື ໃນວຽກງານສື່. ໃນນັ້ນ, ກໍລວມມີ ການລົງນາມໃນບົດບັນທຶກວ່າ ດ້ວຍການຮ່ວມມືລະຫວ່າງກະ ຊວງຖະແຫລງຂ່າວກຳປູເຈຍ ແລະ ຄະນະໂຄສະນາອົບຮົມແຂວງຢຸນ ນານ ແລະ ເປີດໂຄງການຖ່າຍພາບ ສະຖານທີ່ມໍລະດົກໂລກລະຫວ່າງ ຕົວແທນຈາກປະເທດກຳປູເຈຍ, ເອຢິບ, ບຣາຊິນ ແລະ ສປ ຈີນ. ຂ່າວ: ແສງທອງ
RkJQdWJsaXNoZXIy MTc3MTYxMQ==