xtgmf]k; 6 11/12/2024 glf4tdy f{la '7q , ອ່ານຕÄ່ ສະບັບໜÏ າ glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ]k;{9u o .sh 7;k,le7a odkora fmtoklu 0P;pn opq ' s];'rt[k' goA o.sh z6 h xtdv[dkom5 ]tdy fmj v'mj P; xt8y [a f8k,]t[P[dq f\kp1j k'g7a j '7a f ໂດຍ:ເກີດຂວັນໃຈ ມາລີຈັນສີ * ການພັດທະນາສີຂຽວຍືນຍົງ ແມ່ນຄວາມມຸ່ງມາດປາຖະໜາຂອງ ສອງພັກສອງລັດລາວ-ຈີນ ພາຍໃຕ້ຄູ່ ຮ່ວມຊາຕາກໍາດຽວກັນລາວ-ຈີນ ໂດຍ ຕິດພັນກັບການປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ, ການສ້າງວຽກເຮັດງານທໍາ, ການແກ້ ໄຂຄວາມທຸກຍາກ, ການສ້າງພື້ນຖານ ໂຄງລ່າງທີ່ມີຄຸນນະພາບເຊື່ອມໂຍງ ເຊື່ອມຈອດກັບພາກພື້ນ-ສາກົນ, ການ ປົກປັກຮັກສາສິ່ງແວດລ້ອມ ແລະ ໄປ ຕາມທິດຍືນຍົງຢ່າງຕັ້ງໜ້າ. ຜູ້ຂຽນຂໍຢ້ອນເວລາໄປໃນເມື່ອ ກ່ອນປີ 1975 ສປປ ລາວ ມີເຂື່ອນ ໄຟຟ້າພຽງ 2 ແຫ່ງຄື: ເຂື່ອນໄຟຟ້າເຊ ລະບໍາ ແລະ ເຂື່ອນໄຟຟ້ານໍ້າງື່ມ ເຮັດ ໃຫ້ປະຊາຊົນພົບຄວາມຫຍຸ້ງຍາກລໍາ ບາກຫລາຍໃນການສ້າງເສດຖະກິດ ອຸດສາຫະກໍາ, ການຜະລິດກະສິກໍາ ເປັນສິນຄ້າ, ການປະກອບອາຊີບເສດ ຖະກິດແບບຄອບຄົວ ເພື່ອແກ້ໄຂຊີວິດ ການເປັນຢູ່ຂອງເຂົາເຈົ້າເພາະບໍ່ສາ ມາດເຂົ້າເຖິງແຫລ່ງພະລັງງານໄດ້ ຢ່າງທົ່ວເຖິງແຕ່ປັດຈຸບັນປະເທດລາວ ໄດ້ມີແຫລ່ງພະລັງງານໄຟຟ້າບໍ່ຕໍ່າ ກວ່າ 80 ແຫ່ງທົ່ວປະເທດເຮັດໃຫ້ປະ ຊາຊົນລາວບັນດາເຜົ່າເກືອບ 98% ທົ່ວປະເທດເຂົ້າເຖິງໄຟຟ້າໃຊ້ແລ້ວ ນອກຈາກນັ້ນປະຊາຊົນລາວທຸກຊັ້ນ * ຫວ່າງບໍ່ດົນມານີ້, ທ່ານບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫລວງພະ ບາງ ໄດ້ມີຄຳເຫັນຊີ້ນໍາ ໃນກອງປະຊຸມ ປຶກສາຫາລື ເພື່ອປ້ອງກັນຄວາມປອດ ໄພຂອງນັກທ່ອງທ່ຽວວ່າ: ໃຫ້ພະແນກ ຖວທສືບຕໍ່ເອົາໃຈໃສ່ຄຸ້ມຄອງຕິດຕາມ, ກວດກາຕາມພາລະບົດບາດ ເພື່ອໃຫ້ ຜູ້ປະກອບການທຸລະກິດການທ່ອງ ທ່ຽວເຄື່ອນໄຫວຖືກຕ້ອງຕາມລະບຽບ ກົດໝາຍ ເຊັ່ນ: ການບໍລິການລົດ, ເຮືອນໍາທ່ຽວທີ່ສົ່ງສຽງເນືອງນັນ, ຮ້ານບັນເທີງເປີດບໍລິການກາຍໂມງ, ຕ້ອງເປັນເຈົ້າການປະສານພາກສ່ວນ ທີ່ກ່ຽວຂ້ອງເພື່ອແກ້ໄຂບັນຫາ. ນອກຈາກນີ້, ໃຫ້ເອົາໃຈໃສ່ກວດ ກາຮ້ານບັນເທີງທີ່ເປີດບໍລິການກາຍ ໂມງ, ມົ້ວສຸມຢາເສບຕິດ, ໂສເພນີ ໂດຍສົມທົບເຈົ້າໜ້າທີ່ ພ້ອມທັງມີມາດ ຕະການຕໍ່ຜູ້ລະເມີດຕາມແຕ່ລະຂັ້ນ; ຄົ້ນ ຄວ້າອອກແຈ້ງການໃຫ້ພາກທຸລະກິດ ກຳນົດລະບຽບການສະເພາະໃຫ້ຜູ້ປະ ກອບການປະຕິບັດໂມງເວລາ, ເກນ ອາຍຸ, ການບໍລິການດ້ານອື່ນໆທີ່ບໍ່ສອດ ຄ່ອງກັບກົດໝາຍ; ສືບຕໍ່ກວດກາບັນ ດາຮ້ານ ທີ່ໄດ້ຮັບອະນຸຍາດ ແລະ ບໍ່ໄດ້ ຮັບອະນຸຍາດໃຫ້ລະອຽດ, ຮ້ານທີ່ມີໃບ ອະນຸຍາດຄວນມີການຊຸກຍູ້ສົ່ງເສີມທຸ ລະກິດດ້ວຍການຈັດຝຶກອົບຮົມໃຫ້ພະ ນັກງານບໍລິການໃຫ້ມີຄຸນນະພາບ; ສໍາ ລັບຮ້ານທີ່ບໍ່ມີໃບອະນຸຍາດກໍ່ໃຫ້ສືບຕໍ່ ແນະນໍາຜູ້ປະກອບການປະຕິບັດຕາມ ລະບຽບ, ອັນໃດບໍ່ໄດ້ມາດຖານກໍ່ໃຫ້ ປັບປຸງໃຫ້ເຂົ້າສູ່ລະບຽບກົດໝາຍ, ສືບຕໍ່ປະຕິບັດຕາມພາລະບົດບາດ ຂອງຕົນໃນການຕິດຕາມ, ກວດກາຄົນ ຕ່າງປະເທດທີ່ມາເຄື່ອນໄຫວເຮັດທຸ ລະກິດຢູ່ພາຍໃນແຂວງ ແລະ ມາໃນ ນາມນັກທ່ອງທ່ຽວແຕ່ລັກລອບເຄື່ອນ ໄຫວເຮັດທຸລະກິດທີ່ບໍ່ສອດຄ່ອງກັບລະ ບຽບ, ກວດກາປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນ ເຊັ່ນ: ການຄ້າມະນຸດ, ຢາ ເສບຕິດ, ໂສເພນີ, ການປະຕິບັດມາດ ຕະການໃຫ້ເບິ່ງຕາມກໍລະນີໂດຍການ ສຶກສາອົບຮົມ ກວດກາຫ້າງຮ້ານທີ່ ຢູ່ແຄມທາງຄືນໃໝ່ ເພື່ອຄວາມເປັນ ລະບຽບຮຽບຮ້ອຍ, ເອົາໃຈໃສ່ລົງ ກວດກາຮ້ານອາຫານ, ຮ້ານກິ່ນດື່ມ, ຮ້ານບັນເທີງ, ກວດກາຮ້ານອາຫານ ໃຫ້ມີຄວາມສະອາດປອດໄພ ພ້ອມທັງ ແນະນຳຜູ້ປະກອບການໃນການປ້ອງ ກັນຄວາມສະອາດ; ທຸກພາກສ່ວນຕ້ອງ ເປັນເຈົ້າການຮ່ວມກັນໃນການປະຕິ ບັດລະບຽບກົດໝາຍ ແລະ ແນະນໍາ ມາດຕະການຄວາມປອດໄພໃຫ້ແກ່ ນັກທ່ອງທ່ຽວ. ພາບປະກອບ ພາບປະກອບ ໃຈຈົດໃຈຈໍ່ໂດຍສະເພາະການຫັນເປັນ ອຸດສາຫະກໍາທັນສະໄໝ, ການຫັນ ເປັນເສດຖະກິດຕະຫລາດ, ການພັດທະ ນາສີຂຽວຍືນຍົງ, ເພີ່ມທະວີການຮ່ວມ ມືເຊື່ອມໂຍງເຊື່ອມຈອດກັບພາກພື້ນສາກົນ ແລະ ອື່ນໆ. ດັ່ງທີ່ຮູ້ນໍາກັນ, ຂະແໜງພະລັງ ງານສະອາດ ແລະ ເປັນມິດຕໍ່ສິ່ງແວດ ລ້ອມ ແມ່ນບຸລິມະສິດສໍາຄັນໜຶ່ງຂອງ ພັກ-ລັດຖະບານລາວຖືເອົາການພັດ ທະນາສີຂຽວຍືນຍົງໃນຕໍ່ໜ້າ. ຫວ່າງບໍ່ ດົນມານີ້, ຈີນ ຍັງໄດ້ດຳເນີນການຮ່ວມ ມືກັບລາວໃນຂົງເຂດພະລັງງານສະ ອາດຕ່າງໆ ເຊັ່ນ: ການຜະລິດໄຟຟ້າ ດ້ວຍພະລັງງານແສງຕາເວັນ, ການຜະ ລິດໄຟຟ້າດ້ວຍພະລັງງານລົມ ເຊິ່ງພວມ ຈັດຕັ້ງປະຕິບັດດໍາເນີນການກໍ່ສ້າງ ຢູ່ 3 ແຂວງ ທາງພາກເໜືອຂອງລາວ. ໃນນັ້ນ, ໂຄງການຜະລິດໄຟຟ້າດ້ວຍ ພະລັງງານແສງຕາເວັນໄລຍະ 1 ທີ່ຕັ້ງ ຢູ່ແຂວງອຸດົມໄຊ ທາງພາກເໜືອລາວ ໄດ້ເຂົ້າສູ່ໄລຍະກະກຽມ, ພາຍຫລັງ ໂຄງການສ້າງສຳເລັດແລ້ວ, ຈະກາຍ ເປັນໂຄງການຜະລິດໄຟຟ້າດ້ວຍແສງ ຕາເວັນໃຫຍ່ທີ່ສຸດໃນປະເທດລາວ, ສາມາດຜະລິດໄຟຟ້າໄດ້ປະມານ 1,7 ຕື້ກິໂລວັດໂມງ ເຊິ່ງໄດ້ຊ່ວຍຫລຸດ ການລະບາຍກາກບອນເຖິງ1,41ລ້ານ ໂຕນ, ໄດ້ສະໜອງໄຟຟ້າໃຫ້ແກ່ປະຊາ ຊົນ3ລ້ານຄອບຄົວ ໃນນອາຊີແລະ ໄດ້ ນຳພາການຫັນມານຳໃຊ້ພະລັງງານ ສີຂຽວແລະ ການພັດທະນາເສດຖະກິດ ສັງຄົມຂອງທ້ອງຖິ່ນ; ໂຄງການຜະລິດ ໄຟຟ້າດ້ວຍພະລັງງານລົມ ທີ່ວິສາຫະ ກິດຈີນ ຮັບເໝົາກໍ່ສ້າງ ເປັນໂຄງການ ຜະລິດໄຟຟ້າດ້ວຍພະລັງງານລົມທີ່ ໃຫຍ່ທີ່ສຸດໃນພາກພື້ນອາຊີຕາເວັນ ອອກສຽງໃຕ້ ແລະ ກໍແມ່ນໂຄງການ ຜະລິດໄຟຟ້າດ້ວຍພະລັງງານລົມແຫ່ງ ທຳອິດພາຍໃນປະເທດລາວ ເຊິ່ງໂຄງ ການດັ່ງກ່າວຕັ້ງຢູ່ແຂວງເຊກອງ ແລະ ແຂວງອັດຕາປື ທາງພາກໃຕ້ຂອງ ລາວ. ພາຍຫລັງໂຄງການດັ່ງກ່າວສ້າງ ສຳເລັດແລ້ວຈະສົ່ງພະລັງງານໄຟຟ້າ ໄປສູ່ຫວຽດນາມ. ໃນອະນາຄົດອັນໄກ້ ນີ້, ເຫັນວ່າລາວຈະສາມາດສົ່ງໄຟຟ້າ ທີ່ຜະລິດດ້ວຍພະລັງງານລົມ (ສີຂຽວ) ໄປຕ່າງປະເທດເປັນຄັ້ງທຳອິດ ແລະ ຊ່ວຍ ເຮັດໃຫ້ລາວບັນລຸວິໄສທັດ “ໝໍ້ໄຟອາຊີຕາເວັນອອກສຽງໃຕ້” ຕື່ມ ອີກ. ເວລານັ້ນໝາຍວ່າປະເທດລາວ ຕັ້ງເປົ້າໄວ້ໃນການພັດທະນາ “ໝໍ້ໄຟ ອາຊີຕາເວັນອອກສຽງໃຕ້” ໄດ້ບັນລຸ ການສະໜອງພະລັງງານໄຟຟ້າໃຫ້ເທ ສະບານແຂວງ 100%, ບ້ານ 94% ແລະ ຄອບຄົວຕ່າງໆ 95% ພ້ອມທັງ ໄດ້ສົ່ງອອກພະລັງງານໄຟຟ້າໃຫ້ຈີນ, ໄທ, ຫວຽດນາມ ແລະ ກຳປູເຈຍ ເຊິ່ງ ຈະສາມາດສ້າງລາຍຮັບທີ່ເປັນເງິນ ຕາຕ່າງປະເທດໃຫ້ແກ່ລາວເປັນຈຳ ນວນຫລວງຫລາຍ. ເຖິງແນວໃດກໍດີ, ການພັດທະນາ ພະລັງງານໄຟຟ້າສະອາດນັ້ນບໍ່ພຽງ ຕິດພັນໃນອຸດສາຫະກໍາໂຮງຈັກໂຮງ ງານ ແລະ ຜະລິດກະສິກໍາຢ່າງຕັ້ງໜ້າ ເທົ່ານັ້ນ ຫາກຍັງຕິດພັນພາກການບໍລິ ການຂົນສົ່ງສິນຄ້າ, ຜູ້ໂດຍສານ ແລະ ການຊົມໃຊ້ພາຫະນະໃນຄົວເຮືອນອີກ ດ້ວຍ. ຕົວຢ່າງ ລົດພາຫະນະຂັບຂີ່ທີ່ໃຊ້ ພະລັງງານໄຟຟ້າທີ່ກວມເອົາຈັກ, ລົດ ໃຫຍ່ ແລະ ລົດໄຟ ເຊິ່ງລ້ວນແຕ່ເປັນຫົວ ໃຈສໍາຄັນໃນການຂັບເຄື່ອນເສດຖະ ກິດ, ສ້າງວຽກເຮັດງານທໍາ ແລະ ແກ້ ໄຂຄວາມທຸກຍາກຂອງປະຊາຊົນລາວ ບັນເຜົ່າທຸກຊັ້ນຄົນ. ປັດຈຸບັນຄົນລາວໃຊ້ລົດໄຟຟ້າ 5.500 ຄັນແລ້ວ, ຄາດວ່າພາຍໃນ ຕົ້ນປີ 2025 ຕົວເລກຈະເພີ່ມຂຶ້ນເຖິງ 10.000 ຄັນ. ມັນເປັນໂອກາດດີ, ທີ່ ໄດ້ຍິນຂ່າວ ສປປ ລາວ ປະກາດວ່າປະ ເທດເຮົາຈະເປັນໝ້ໍໄຟແຫ່ງອາຊຽນ ແລະ ປັດຈຸບັນນ້ີພວກເຮົາກໍມີເຂ່ືອນໄຟ ຟ້າພະລັງງານລົມ, ແສງຕາເວັນ ແລະ ຄວາມຮ້ອນບໍ່ຕໍ່າກວ່າ 80 ແຫ່ງ ເຊິ່ງ ທັງໝົດຈະກາຍເປັນໄມ້ງັດເສດຖະກິດ ແຫ່ງຊາດ ຢ່າງແຂງແຮງທັງຈະຊ່ວຍ ສ້າງວຽກເຮັດງານທໍາ ແລະ ແກ້ໄຂ ຄວາມທຸກຍາກຢ່າງສົມເຫດສົມຜົນ. ທ່ານ ສຸລິໂຍ ວົງດາລາ ອໍານວຍ ການບໍລິສັດໂລກ້າ (-0$") ໄດ້ເປີດ ເຜີຍຫວ່າງບໍ່ດົນມານີ້ວ່າ: ທຸລະກິດໃຫ້ ບໍລິການຂົນສົ່ງ ໂດຍສານຜ່ານລະບົບ ອອນລາຍ ຫລື ແອບຟລິເຄຊັນພວມໄດ້ ຮັບຄວາມນິຍົມຢ່າງກວ້າງທົ່ວໂລກ ຍ້ອນຄວາມສະດວກສະບາຍ, ວ່ອງ ໄວ, ປະຢັດເວລາ, ລາຄາຖືກກວ່າ, ມີ ຄວາມປອດໄພ, ແລະ ສັ່ງໄດ້ຕາມໃຈທີ່ ລູກຄ້າຕ້ອງການຂະນະທີ່ບໍລິສັດໂລກ້າ (-0$") ທຸລະກິດໃຫ້ບໍລິການຂົນ ສົ່ງໂດຍສານໄຟຟ້າຜ່ານອອນລາຍ ແລະ ຕູ້ສາກໄຟຟ້າພວມໄດ້ຮັບຄວາມ ນິຍົມແບບກ້າວກະໂດດ ແລະ ມີການ ຂະຫຍາຍຕົວວ່ອງໄວ ທີ່ສຸດໃນລາວ ເຊິ່ງມັນພວມໄດ້ຮັບສົນໃຈ ແລະ ເຊື່ອ ໝັ້ນຈາກຄົນລາວລວມທັງຊາວຕ່າງ ປະເທດຢ່າງຫລວງຫລາຍ. ປັດຈຸບັນ, ການບໍລິການຂົນສົ່ງໂດຍສານຢູ່ໃນ ຕົວເມືອງໃຫຍ່ແມ່ນມີຫລາກຫລາຍຮູບ ແບບເຊັ່ນ: ລົດເມ, ຕັກຊີ, ຕຸກໆ, ຈໍາໂບ້, ລົດຈັກ ແລະ ອື່ນໆ ເຊິ່ງມີລັກສະນະ ສະເພາະໃນເປົ້າໝາຍລູກຄ້າທີ່ແຕກ ຕ່າງກັນ. ແນວໃດກໍດີ, ໃນໄລຍະ 6 ປີ ມານີ້ການບໍລິການຕັກຊີຂອງບໍລິສັດ ໂລກ້າ (-0$") ໄດ້ເປັນ ທາງເລືອກ ໃໝ່ທີ່ຖືກຍອມຮັບຢ່າງກວ້າງຂວາງ ໃນສັງຄົມ. ພ້ອມດຽວກັນນີ້, ທ່ານ ສຸລິໂຍ ວົງດາລາ ຍັງແນມ ເບິ່ງອະນາຄົດຕໍ່ໜ້າວ່າ: ລົດໄຟຟ້າຈາກ ຈີນຄືທາງເລືອກທີ່ດີແລະ ເໝາະສົມກັບ ຄົນລາວ ເຮົາທຸກຊັ້ນຄົນສາມາດເຂົ້າ ເຖິງໄດ້ຢ່າງສະບາຍດ້ວຍຄຸນນະພາບ ແລະ ລາຄາສົມເຫດສົມຜົນປັດຈຸບັນນີ້ ລົດໄຟຟ້າໃນລາວມີລວມກັນແລ້ວອາດ ປະມານ5.000ກວ່າຄັນແລະຈະຮອດ 10.000 ຄັນ ພາຍໃນປີ 2025, ສະຖາ ນີສາກລົດໄຟຟ້າໂລກ້າ ຈະມີ 40 ສະຖາ ນີພາຍໃນ 2024 ແລະ ຈະມີ80 ສະຖາ ນີພາຍໃນປີ 2025 ແລະ 120 ສະຖານີ ພາຍໃນ ປີ 2026 ເວລານັ້ນບໍ່ແມ່ນຜູ້ ໃດຜູ້ໜຶ່ງແຕ່ຫາກແມ່ນພວກເຮົາເຈົ້າ ຂ້ອຍລະມາຊ່ວຍປະເທດຊາດຫລຸດ ການເພີ່ງພານໍ້າມັນຈາກຕ່າງປະເທດ ແລະ ຈະຊ່ວຍໃຫ້ປະເທດຊາດຈະເລີນ ຮັ່ງມີເຂັ້ມແຂງ. ຄົນ ບໍ່ວ່າຈະເປັນຄົນມີລາຍໄດ້ໜ້ອຍ, ມີລາຍໄດ້ປານກາງກໍໄດ້ມີໂອກາດ ແລະ ສາມາດເຂົ້າເຖິງສິນຄ້າທຸກປະເພດ ໄດ້ດ້ວຍຄຸນນະພາບແຕກຕ່າງກັນ, ຄາ ລາສົມເຫດສົມຜົນ ແລະ ຖືກກວ່າເກົ່າ ເຊັ່ນ: (ລົດເກງ, ລົດຈັກ, ລົດໄຖນາ, ເຄື່ອງກົນຈັກແລະອື່ນໆ)ທີ່ຜະລິດຈາກ ສປ ຈີນ ເມື່ອສົມທຽບກັບເມື່ອກ່ອນ ມີປະຊາຊົນລາວຈໍານວນບໍ່ໜ້ອຍບໍ່ມີ ໂອກາດ ແລະ ບໍ່ສາມາດຊື້ໄດ້ສິນຄ້າທີ່ ຜະລິດຈາກປະເທດພັດທະນາແລ້ວ ຫລື ປະເທດຕາເວັນຕົກ ຍ້ອນສິນຄ້າທີ່ ຜະລິດໃນປະເທດເຫລົ່ານັ້ນຂ້ອນຂ້າງ ແພງຈັບຕ້ອງໄດ້ຍາກ ເຊິ່ງເຮັດໃຫ້ປະ ຊາຊົນຫາເຊົ້າກິນຄໍ່າ ຫລື ຜູ້ມີລາຍໄດ້ ໜ້ອຍບໍ່ມີໂອກາດໄດ້ຊົມໃຊ້ ແລະ ບໍ່ສາ ມາດເຂົ້າເຖິງສິນຄ້າດັ່ງກ່າວ. ຍ້ອນແນວນັ້ນ ມື້ນີ້ຜູ້ຂຽນຈະຍົກ ເອົາບາງເນື້ອໃນຈິດໃຈທີ່ໄດ້ເຫັນໄດ້ ສໍາຜັດມາຈາກການໄປຊອກຄົ້ນ, ສຶກ ສາມາຈາກປຶ້ມ, ການສໍາພາດ, ອ່ານ ຈາກອິນເຕີເນັດ ເຊິ່ງແນ່ນອນວ່າການ ພັດທະນາ ແຕ່ລະໄລຍະອາດບໍ່ຄືກັນໃນ ຫລາຍຊຸມປີຜ່ານມາ, ພັກ-ລັດຖະບານ ກໍໃຫ້ຄວາມສໍາຄັນຢ່າງໜັກແໜ້ນໃນ ການເປີດກວ້າງການຮ່ວມມືກັບເພື່ອນ ມິດບ້ານໄກ້ເຮືອນຄຽງ ແລະ ວົງຄະນະ ຍາດສາກົນ ໂດຍບໍ່ຈໍາແນກບົນພື້ນ ຖານຖືກຕ້ອງສອດຄ່ອງກັບແນວທາງ ນະໂຍບາຍຂອງພັກ-ລັດຖະບານ ແລະ ບໍ່ຂັດກັບລະບຽບກົດໝາຍອື່ນໆ. ອັນ ພົ້ນເດັ່ນຜ່ານມາພັກ-ລັດຖະບານ ໄດ້ ເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຢ່າງ
RkJQdWJsaXNoZXIy MTc3MTYxMQ==