ໜາດຂອງຂຸມທີ່ດິນຍຸບລົງ. ຜ່ານ ການລົງຕິດຕາມ ແລະ ກວດກາ ເຫັນວ່າ ຈຸດດິນຍຸບດັ່ງກ່າວ ເກີດຂຶ້ນ ຢູ່ກາງທົ່ງນາຂອງປະຊາຊົນບ້ານ ປາກເປັ່ງຫ່າງຈາກຈຸດໃຈກາງຂອງ ບ້ານປາກເປັ່ງ ໄປທາງທິດຕາເວັນ ອອກສ່ຽງໃຕ້ປະມານ 860 ແມັດ (ທາງອາກາດ)ແລະນອນຢູ່ໃນເຂດ ສໍາປະທານ ເພື່ອການຂຸດຄົ້ນ ແລະ ປຸງແຕ່ງແຮ່ເກືອໂປຕາສ ຂອງບໍລິ ສັດ ຊີໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ (ເຂດດັ່ງກ່າວຍັງບໍ່ໄດ້ຮັບ ການຂຸດຄົ້ນ) ໃນຈຸດທີ່ດິນຍຸບລົງ ມີຄວາມເລິກ ປະມານ 15 ແມັດ, ມີ ເສັ້ນຜ່າສູນກາງ ປະມານ 25 ແມັດ. ພາຍຫລັງທີ່ເກີດມີດິນຍຸບຢູ່ ໃນເຂດດັ່ງກ່າວນັ້ນ, ການນຳຂອງ ແຂວງຄຳມ່ວນພ້ອມຄະນະສະເພາະ ກິດຂອງກະຊວງພະລັງງານ ແລະ ບໍ່ແຮ່ ກໍໄດ້ແນະນຳໃຫ້ບໍລິສັດ ຊີໂນອາກຣີພັດທະນາບໍ່ແຮ່ຈຳກັດສົມທົບ ກັບປະຊາຊົນໃນເຂດດັ່ງກ່າວ ຈົ່ງ ຮີບຮ້ອນເຮັດຮົ້ວອ້ອມຮອບເຂດດັ່ງ ກ່າວໄວ້ ເພື່ອປ້ອງກັນບໍ່ໃຫ້ເກີດມີ ອຸບັດເຫດ ເປັນຕົ້ນແມ່ນ ຄົນ ຫລື ສັດ ຕົກລົງໄປໃນຂຸມໃຫຍ່ດັ່ງກ່າວ. ສຳລັບສາເຫດຂອງການເກີດ ດິນຍຸບໃນຄັ້ງນີ້ ແມ່ນຍັງບໍ່ທັນມີຜົນ ສະຫລຸບໄດ້ຢ່າງຊັດເຈນ ວ່າເກີດ ຈາກສາເຫດອັນໃດ, ສະນັ້ນ ທາງ ຄະນະທີມງານສະເພາະກິດຈາກ ສູນກາງ ແລະ ທ້ອງຖິ່ນ ໂດຍມີການ ປະສານສົມທົບຮ່ວມກັບບໍລິສັດ ຊີ ໂນ-ອາກຣີ ພັດທະນາບໍ່ແຮ່ ຈຳກັດ ຈະຕ້ອງໄດ້ສືບຕໍ່ເຮັດວຽກຮ່ວມກັນ ຕື່ມອີກ ເພື່ອຊອກຫາສາເຫດ ແລະ ວິທີທາງແກ້ໄຂໃຫ້ສຳເລັດໂດຍໄວ. 07 xtgmf]k; gsfdko{dkora fmtok a 09/12/2024 ຂປລ. ແຫລ່ງຂ່າວຈາກ ແຂວງ ຄຳມ່ວນ ໃຫ້ຮູ້ວ່າ: ໃນວັນທີ 4 ທັນວາ 2024 ຜ່ານມານີ້, ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງໆ ຄໍາມ່ວນ ພ້ອມດ້ວຍຄະນະ ທີມງານ ສະເພາະກິດຈາກກະຊວງພະລັງ ງານ ແລະ ບໍ່ແຮ່ປະກອບມີ ກົມຄຸ້ມ ຄອງບໍ່ແຮ່ ແລະ ກົມທໍລະນີສາດ ແລະ ແຮ່ທາດ ສົມທົບກັບພະແນກ ພະລັງງານ ແລະ ບໍ່ແຮ່ ແຂວງຄຳ ມ່ວນ, ຫ້ອງການພະລັງງານ ແລະ ບໍ່ ແຮ່ ເມືອງທ່າແຂກ ແລະ ພາກສ່ວນ ທີ່ກ່ຽວຂ້ອງຂອງທ້ອງຖິ່ນ ແລະ ການຈັດຕັ້ງບ້ານປາກເປັ່ງ ລົງຕິດ ຕາມເບິ່ງສະພາບດິນຍຸບ ຕາມການ ລາຍງານຈາກປະຊາຊົນໃນທ້ອງ ຖິ່ນ ໃນວັນທີ 3 ທັນວາ ຜ່ານມາວ່າ ເກີດມີສະພາບດິນຍຸບ ຢູ່ກາງທົ່ງ ນາຂອງປະຊາຊົນ ບ້ານປາກເປັ່ງ ເມືອງທ່າແຂກ ແຂວງຄຳມ່ວນ. ຄະນະທີມງານກວດກາ ໄດ້ກຳ ນົດເອົາຈຸດພິກັດຂອງຈຸດທີ່ເກີດມີ ດິນຍຸບ ໂດຍໃຊ້ໂດຣນເພື່ອບິນຖ່າຍ ພາບຈາກມູມສູງ ແລະ ວັດແທກຂະ ຂປລ. ແຫລ່ງຂ່າວຈາກ ແຂວງ ຜົ້ງສາລີ ໃຫ້ຮູ້ວ່າ: ພິທີເຊັນບົດ ບັນທຶກຄວາມເຂົ້າໃຈ ລະຫວ່າງ ພະແນກກະສິກຳແລະ ປ່າໄມ້ແຂວງ ຜົ້ງສາລີ ແລະ ອົງການແຄຣ໌ນາໆ ຊາດ ປະຈຳ ສປປ ລາວ ກ່ຽວກັບ ໂຄງການອຸຕຸກະເສດ ເພື່ອການປັບ ໂຕເຂົ້າກັບການປ່ຽນແປງດິນຟ້າ ອາກາດແບບຍືນຍົງ ຂອງແມ່ຍິງ ແລະ ກະສິກອນຊົນເຜົ່າ ເມືອງຂວາ ແຂວງຜົ້ງສາລີ ຈັດຂຶ້ນໃນເມື່ອບໍ່ ດົນມານີ້ ທີ່ເມືອງຂວາ ໂດຍການ ໃຫ້ທຶນຈາກກະຊວງສິ່ງແວດລ້ອມ ສະພາບອາກາດ ແລະ ຊີວະນາໆພັນ ປະເທດລຸກຊຳບວກ 365.817 ເອີ ໂຣ ໄລຍະຂອງໂຄງການແມ່ນເລີ່ມ ແຕ່ມື້ໄດ້ຮັບອະນຸມັດຈົນຮອດທ້າຍ ເດືອນທັນວາ 2027. ຈຸດປະສົງເພື່ອສ້າງຄວາມທົນ ທານ ແລະ ຍົກລະດັບຊີວິດຂອງ ແມ່ຍິງ ແລະ ກະສິກອນຊົນເຜົ່າໃນ 8 ບ້ານຂອງເມືອງຂວາ ຄື: ບ້ານ ພູວຽງ, ອົມຕະລາ-ໂພນທອງ, ຫ້ວຍທອງ, ແກ້ວຫລວງ, ອົມພຣຸ, ກະດິງ, ກອງວັດ ແລະ ບ້ານຕັນຫະ, ມີພົນລະເມືອງ 1.956 ຄົນ ຍິງ { { ຂປລ. ແຫລ່ງຂ່າວຈາກ ແຂວງ ຫລວງພະບາງ ໃຫ້ຮູ້ວ່າ: ແຂວງ ຫລວງພະບາງ ຈະສົ່ງຄະນະນຳ, ຄູ ຝຶກ ແລະ ນັກກິລາເຂົ້າຮ່ວມທັງໝົດ 207 ຄົນ ໃນນີ້, ນັກກິລາ 152 ຄົນ ໃນ 12 ປະເພດກິລາ ໃນມະຫາ ກໍາກິລານັກຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VII ທີ່ແຂວງສາ ລະວັນ ໃນລະຫວ່າງວັນທີ 13-22 ທັນວາ 2024 ພ້ອມຕັ້ງເປົ້າຈະສູ້ຊົນ ໃຫ້ໄດ້ຢ່າງໜ້ອຍ 31 ຫລຽນ. ທ່ານ ສຸລິດອນ ພານິຜິດ ຫົວໜ້າ ຂະແໜງພະລະ-ສິລະປະ ພະແນກ ສຶກສາທິການ ແລະ ກິລາແຂວງ ຫລວງພະບາງ ໄດ້ກ່າວລາຍງານ ຕໍ່ກອງປະຊຸມຂອງຄະນະນັກກິລາ ໃນທ້າຍອາທິດຜ່ານມາວ່າ: ຜ່ານ ການກະກຽມວຽກງານແຕ່ລະດ້ານ ແຂວງຫລວງພະບາງ ໄດ້ມີຄວາມ ພ້ອມຫລາຍກວ່າ 100% ແລ້ວ ທີ່ ຈະເຂົ້າຮ່ວມມະຫະກໍາກິລາ ນັກ ຮຽນມັດທະຍົມສຶກສາ ທົ່ວປະເທດ ຄັ້ງທີ VI I ທີ່ ແຂວງສາລະວັນ ເປັນເຈົ້າພາບ ໃນລະຫວ່າງວັນທີ 13-22 ທັນວາ 2024 ໂດຍໄດ້ ແຕ່ງຕັ້ງບັນດາອະນຸກຳມະການ ຮັບຜິດຊອບ ແລະ ປັບປຸງບັນດາ ສະຫະພັນກິລາແຕ່ລະປະເພດ ໃຫ້ມີ ຄວາມເຂັ້ມແຂງ ຮັບປະກັນເຮັດໃຫ້ ການເຂົ້າຮ່ວມແຂ່ງຂັນຄັ້ງນີ້ບັນລຸ ໄດ້ຕາມຄາດໝາຍທີ່ວາງໄວ້. ພ້ອມນີ້, ຍັງສຳເລັດການຄັດ ເລືອກນັກກິລາແຕ່ລະປະເພດ ທັງ ຂປລ. ແຫລ່ງຂ່າວຈາກ ແຂວງ ວຽງຈັນ ໃຫ້ຮູ້ວ່າ: ຫ້ອງວ່າການ ເມືອງໂພນໂຮງ ແຂວງວຽງຈັນ ຈັດ ພິທີສຳພາດແຮງງານ ແລະ ຂຶ້ນ ທະບຽນແຮງງານ ທີ່ໄປເຮັດວຽກຢູ່ ສ ເກົາຫລີ ໃນວັນທີ5 ທັນວາ 2024 ຜ່ານມານີ້ ໂດຍການເປັນປະທານ ຂອງ ທ່ານ ສົມປະສົງ ສຸວົງຄຳຈັນ ເຈົ້າເມືອງໆໂພນໂຮງ, ທ່ານ ສຳພັນ ບົວລີວັນ ຫົວໜ້າຂະແໜງຄຸ້ມຄອງ ແຮງງານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ ແຂວງວຽງ ຈັນພ້ອມດ້ວຍພະນັກງານຫ້ອງການ ທີ່ກ່ຽວຂ້ອງ ແລະ ແຮງງານຈາກ ບັນດາບ້ານພາຍໃນເມືອງເຂົ້າຮ່ວມ. ທ່ານ ສຳພັນ ບົວລີວັນ ຫົວໜ້າ ຂະແໜງຄຸ້ມຄອງແຮງງານພະແນກ ແຮງງານ ແລະ ສະຫວັດດີການສັງ ຄົມ ແຂວງວຽງຈັນ ໄດ້ຜ່ານມາດ ຖານ ແລະ ເງື່ອນໄຂຂອງການຮັບ ແຮງງານວ່າ: ສະເພາະເມືອງໂພນ ໂຮງ ທາງບໍລິສັດແມ່ນມີຄວາມ ຕ້ອງການແຮງງານຫລາຍກວ່າ 500 ຄົນ ເພື່ອໄປເຮັດວຽກ ຢູ່ເມືອງ ຈອງຈຸແລະ ເມືອງຈອງຊອງແຂວງ ຊຸງຊອງບັອກໂດ ສ ເກົາຫລີ, ຊຶ່ງ s];'rt[k' 8A 'gxQ k 31 s]Po .o,tstdedy ]koa dIPo,a fmtpq ,lb dlk pq d]tfa [-u ;y fc,j py '-q ogzqj k16j g,n v'0;k grnj vxa [38g0Q kda [ dkoxj Pocx'fy o2h kvkdkfc[[pn opq ' sq ;ra o ]tob d;a olkdq o grnj v]b []h k' 7;k,I5 ocI'8+ c,j py ' 7q [Iv[ 24 xu fy op5 [16j [h koxkdgxaj ' g,n v'mj kc0d pa '[+ lk,kflts]5 [wfh -a fg9o 932 ຄົນ, ຊຶ່ງເປົ້າໝາຍຂອງໂຄງ ການ ແມ່ນສຸມໃສ່ພັດທະນາຊຸມຊົນ, ເພີ່ມທະວີຄວາມທົນທານຕໍ່ກັບການ ປ່ຽນແປງດິນຟ້າອາກາດຂອງ ກຸ່ມກະສິກອນແມ່ຍິງຊົນເຜົ່າ ໃຫ້ ສາມາດເຂົ້າເຖິງລະບົບການຜະລິດ ກະສິກໍາ ທີ່ທົນທານຕໍ່ໄພແຫ້ງແລ້ງ ໂດຍຜ່ານການປັບປຸງແຜນການ ຮັບມືຂອງຊຸມຊົນ ແລະ ການເຂົ້າ ເຖິງຂໍ້ມູນດ້ານພູມອາກາດທີ່ຈໍາເປັນ ລວມທັງສ້າງໂອກາດໃນການສ້າງ ລາຍຮັບ ໃຫ້ກຸ່ມແມ່ຍິງ ແລະ ກະສິ ກອນຊົນເຜົ່າ. ຕາງໜ້າເຊັນບົດບັນທຶກຄັ້ງນີ້ ໂດຍທ່ານ ໄນເພັດ ບຸບຜາ ຮອງ ຫົວໜ້າພະແນກກະສິກໍາ-ປ່າໄມ້ ແຂວງຜົ້ງສາລີ ແລະ ທ່ານນາງແກ້ວ ອໍາພອນ ສຸວັນນະພູມ ຜູ້ອໍານວຍ ການອົງການແຄຣ໌ນາໆຊາດປະຈໍາ ສປປ ລາວ, ມີທ່ານ ແຝ໋ງ ປິບເພີ ຕາງໜ້າຜູ້ໃຫ້ທຶນຈາກສະຖານທູດ ລຸກຊໍາບວກ ປະຈໍາ ສປປ ລາວ ແລະ ພະແນກການທີ່ກ່ຽວຂ້ອງຂັ້ນແຂວງ ແລະ ເມືອງເຂົ້າຮ່ວມ. ກຳນົດຈຳນວນພົນຕາງໜ້າແຂວງ ເຂົ້າຮ່ວມທັງໝົດ 207 ຄົນ, ໃນ ນີ້, ແບ່ງເປັນສະເພາະນັກກິລາທັງ ຍິງ-ຊາຍ 152 ຄົນ ໃນ 12 ປະເພດ ກິລາພ້ອມຕັ້ງເປົ້າສູ້ຊົນຍາດໃຫ້ໄດ້ ຢ່າງໜ້ອຍ 31 ຫລຽນ ໃນນີ້, ແບ່ງ ເປັນ 8 ຫລຽນຄຳ ແລະ 10 ຫລຽນ ເງິນ ແລະ 13 ຫລຽນທອງ. ໂອກາດນີ້, ທ່ານ ສຸລິເດດ ແກ້ວ ບົວລະເພັດ ຫົວໜ້າພະແນກສຶກສາ ທິການ ແລະ ກິລາແຂວງໄດ້ກ່າວ ສະແດງຄວາມຊົມເຊີຍທີ່ສະຫະພັນ ກິລາແຕ່ລະປະເພດ ທີ່ໄດ້ເອົາໃຈ ໃສ່ຄັດເລືອກນັກກິລາ ເຂົ້າສູນຝຶກ ຊ້ອມຕາມກຳນົດເວລາ ທັງສະແດງ ຄວາມຂອບໃຈ ຕໍ່ການນໍາຂອງ ແຂວງ ທີ່ໄດ້ໃຫ້ການຊຸກຍູ້ວັດຖຸ ແລະ ປັດໄຈ ຊ່ວຍນັກກິລາແຕ່ລະ ປະເພດ ເພື່ອເຂົ້າຮ່ວມແຂ່ງຂັນຕາມ ກຳນົດເວລາ ພ້ອມທັງເຊີນຊວນ ມວນຊົນຊາວແຂວງຫລວງພະບາງ ທີ່ຢູ່ພາຍໃນແຂວງຈົ່ງພ້ອມກັນຮ່ວມ ຊົມຮ່ວມເຊຍ ແລະ ໃຫ້ກຳລັງໃຈແກ່ ທັບນັກກິລາ ຂອງແຂວງຫລວງພະ ບາງ ໃຫ້ສາມາດຍາດໄດ້ໄຊຊະນະ ຕາມຄາດໝາຍທີ່ວາງໄວ້. ຜູ້ທີ່ຈະສະໝັກ ແລະ ເຂົ້າສຳພາດ ຕ້ອງມີອາຍຸລະຫວ່າງ 25-40 ປີ, ເປັນພົນລະເມືອງລາວທີ່ອາໄສ ແລະ ຂຶ້ນສຳມະໂນຄົວຢູ່ ເມືອງໂພນໂຮງ, ປະກອບອາຊີບດ້ວຍການອອກແຮງ ງານເປັນຕົ້ນຕໍ, ສຳລັບເພດຍິງຕ້ອງ ບໍ່ຖືພາ ແລະ ບໍ່ມີລູກນ້ອຍທີ່ອາຍຸຕໍ່າ ກວ່າ1ປີ,ມີສຸຂະພາບແຂງແຮງ,ບໍ່ມີ ພະຍາດຕິດຕໍ່ຮ້າຍແຮງ, ບໍ່ມີຄະດີ, ບໍ່ຕິດສິ່ງເສບຕິດ, ສາມາດອ່ານ ແລະ ຂຽນພາສາລາວໄດ້ ທີ່ສຳຄັນ ຕ້ອງມີໂທລະສັບສະມາດໂຟນ ທີ່ສາ ມາດຕິດຕໍ່ທາງອິນເຕີເນັດໄດ້. ການ ສຳພາດແຮງງານຄັ້ງນີ້ ແມ່ນຈະ ໄດ້ດຳເນີນໄປເປັນເວລາ 2 ວັນ. ໂອກາດນີ້, ທ່ານ ສົມປະສົງ ສຸວົງຄຳຈັນ ໄດ້ມີຄຳເຫັນໂອ້ລົມຕໍ່ ແຮງງານທີ່ຈະເດີນທາງໄປເຮັດ ວຽກຢູ່ ສ ເກົາຫລີ ໂດຍສະເພາະສະ ພາບຂອງການເຮັດວຽກ, ສະພາບ ອາກາດ, ອາຫານການກິນ, ພ້ອມ ທັງຮຽກຮ້ອງເຖິງບັນດາແຮງງານ, ໃຫ້ມີຄວາມເອົາໃຈໃສ່ເຮັດວຽກ ງານດ້ວຍຄວາມຫ້າວຫັນ, ປະຕິບັດ ຕາມກົດລະບຽບຂອງບໍລິສັດ, ກໍຄື ກົມຈັດຫາງານຢ່າງເຂັ້ມງວດ, ສູ້ ຊົນ, ອົດທົນ, ປະຢັດເພື່ອໃຫ້ປະສົບ ຜົນສຳເລັດຕາມຄາດໝາຍ.
RkJQdWJsaXNoZXIy MTc3MTYxMQ==