6021

xtgmf]k; 6 09/12/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d /b dvq [Iq ,cotoe;y mu ;y mtpkdko0Po lts]5 [ 40 xu csj 'dkoxj Pocx'.\j s];'oEmk 9t,u cs]j 'mj v'mj P;]tfa [lkdq o s]kpd;j k 5 csj ' rkp.oxu 2030 ແຂວງ ແລະ ປະເທດໃກ້ຄຽງ; ເພື່ອສົ່ງ ເສີມກິດຈະກຳບຸນປະເພນີ, ເທສະການ, ນິທັດສະການຕ່າງໆຢູ່ຂັ້ນແຂວງ, ເມືອງ, ບ້ານ ເເລະ ການມີສ່ວນຮ່ວມ ຂອງທຸກພາກສ່ວນ ແລະ ເປັນການສົ່ງ ເສີມການທ່ອງທ່ຽວພາຍໃນ ແລະ ດຶງດູດນັກທ່ອງທ່ຽວສາກົນ ໂດຍສະ ເພາະນັກທ່ອງທ່ຽວ ສປ ຈີນ ເຂົ້າມາ ທ່ຽວຢູ່ແຂວງຫລວງນໍ້າທາ ນັບມື້ນັບ * ທ່ານ ສົມສະຫວາດ ນາມອິນທາ ຮອງຫົວໜ້າພະແນກຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ແຂວງຫລວງນໍ້າທາ ໄດ້ໃຫ້ຮູ້ກ່ຽວກັບ ຜົນສໍາເລັດການຈັດກິດ ຈະກໍາປີທ່ອງ ທ່ຽວລາວ 2024 ເມື່ອບໍ່ດົນມານີ້ວ່າ: ການຈັດກິດຈະກໍາດັ່ງກ່າວ ນອກຈາກ ຈະເປັນການສົ່ງເສີມການທ່ອງທ່ຽວ, ການປົກປັກຮັກສາທໍາມະຊາດ, ອະນຸ ລັກສົ່ງເສີມວັດທະນະທຳແລະຮີດຄອງ ປະເພນີອັນດີງາມຂອງປະຊາຊົນ ບັນ ດາເຜົ່າ, ຍັງເປັນການສ້າງບັນຍາກາດ ທີ່ເອື້ອອໍານວຍໃຫ້ແກ່ການໄປມາຫາ ສູ່, ແລກປ່ຽນ ແລະ ຈໍາໜ່າຍສິນຄ້າ ທີ່ເປັນຜະລິດຕະພັນພາຍໃນທ້ອງຖິ່ນ, ເພື່ອຊຸກຍູ້ການພັດທະນາເສດຖະກິດ ຂອງແຂວງແລະສ້າງລາຍຮັບທັງທາງ ກົງ ແລະ ທາງອ້ອມໃຫ້ແກ່ສັງຄົມ. ຄຽງຄູ່ກັນນັ້ນຍັງເປັນການຊຸກຍູ້ ຜະລິດຕະພັນທ່ອງທ່ຽວ ໃຫ້ມີຄວາມ ຫລາກຫລາຍ, ຍົກລະດັບຄຸນນະພາບ ການບໍລິການ, ໂຄສະນາເຜີຍແຜ່ຂໍ້ມູນ ຂ່າວສານເຂົ້າເຖິງກຸ່ມຕະຫລາດເປົ້າ ໝາຍ, ເຊື່ອມໂຍງກັບບັນດາເມືອງ, ຫລາຍຂຶ້ນ ແນໃສ່ສ້າງວຽກເຮັດງານ ທຳໃຫ້ເເກ່ສັງຄົມ ແລະ ສ້າງລາຍຮັບ ເງິນຕາເຂົ້າສູ່ປະເທດກໍຄືແຂວງຫລວງ ນໍ້າທາ. ນອກຈາກ, ຈະເປັນການຊຸກຍູ້ ສົ່ງເສີມງານບຸນປະເພນີແລ້ວ ຍັງໄດ້ ສົ່ງເສີມການພັດທະນາໂຄງລ່າງພື້ນ ຖານຂະໜາດນ້ອຍຢູ່ສະຖານທີ່ທ່ອງ ທ່ຽວ, ສົ່ງເສີມການຕະຫລາດການ ທ່ອງທ່ຽວ ແລະ ຍົກລະດັບຄຸນນະພາບ ການບໍລິການຂອງທຸລະກິດທ່ອງທ່ຽວ. ພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງຫລວງນໍ້າທາ ຢ່າງເປັນ ທາງການ ໄດ້ຈັດຂຶ້ນ ໃນວັນທີ 26 ທັນວາ 2023ທີ່ຜ່ານມາ ຮ່ວມກັບງານ ບຸນນະມັດສະການພະທາດຫລວງນໍ້າ ທາ. ຊຶ່ງກິດຈະກໍາປີທ່ອງທ່ຽວລາວ 2024 ຂອງແຂວງ ລວມທັງໝົດມີ 15 ກິດຈະກໍາ; ໃນນີ້ກິດຈະກຳລະດັບ ຊາດມີ 1 ກິດຈະກໍາ, ລະດັບແຂວງ 5 ກິດຈະກໍາ ແລະ ລະດັບເມືອງ 9 ກິດຈະ ກໍາ ຊຶ່ງກິດຈະກໍາລະດັບຊາດ ກໍຄືບຸນ ນະມັດສະການ ແລະ ປະກາດຮັບຮອງ ພະທາດຫລວງຈຽງຕຶງ ເປັນມໍລະດົກ ແຫ່ງຊາດ ຊຶ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 9-15 ພະຈິກ 2024 ຜ່ານມານີ້; ຢູ່ເມືອງຫລວງນໍ້າທາ ມີ 5 ກິດຈະກໍາ ເຊັ່ນ: ບຸນເຜົ່າໄຕດໍາ ເຂດບ້ານທົ່ງດີ, ເທສະການດົນຕີນໍ້າທາ, ບຸນນະມັດ ສະການພະທາດປຸມປຸກ, ບຸນຊ່ວງເຮືອ ປະຈໍາປີ 2024 ແລະ ບຸນນະມັດສະ ການພະທາດຫລວງນໍ້າທາ ປີ 2024; ແລະ ເມືອງສິງ ມີ 3 ກິດຈະກໍາ, ນອກ ຈາກກິດຈະກໍາລະດັບຊາດແລ້ວ, ມີບຸນ ປາງເມືອງທົ່ວເມືອງສິງ ແລະ ງານບຸນ ບັ້ງໄຟ ຫລື ບຸນປອຍເຜົ່າໄຕ໋ລື້; ເມືອງ ວຽງພູຄາມີ 2 ກິດຈະກໍາ ຄື: ບຸນກິນ ຈຽງເຜົ່າຢັ້ງ ແລະ ບຸນຊວງເຮືອປະ ຈໍາປີ 2024; ເມືອງລອງ ມີ 2 ກິດ ຈະ ກໍາ ຄື: ບຸນປາງເມືອງ ທົ່ວເມືອງລອງ ແລະ ບຸນກິນຈຽງ ເຜົ່າອາຄາທົ່ວເມືອງ ລອງ; ເມືອງນາແລມີ 2 ກິດຈະກໍາ ຄື: ບຸນຊວງເຮືອ ປະຈໍາ ປີ 2024 ແລະ ບຸນເກຣິ ຫລື ບຸນປົດ ນຶມເມືອງ ນາແລ ແລະ ເຂດພັດທະນາເສດຖະກິດ ພິເສດບໍ່ເຕ່ນແດນງາມ ມີ 1 ກິດຈະກໍາ ຄື: ບຸນປີໃໝ່ລາວ ພສ 2566 ແລະ ໄດ້ໂຈະ 1 ກິດຈະກໍາຄື: ບຸນຊວງເຮືອ ປະຈໍາປີ 2024 ເມືອງຫລວງນໍ້າທາ ເນື່ອງຈາກເມືອງໄດ້ຮັບຜົນກະທົບຕໍ່ອຸ ທົກກະໄພນໍ້າຖ້ວມ ຄັ້ງວັນທີ 9 ກັນຍາ 2024. ສ່ວນກິດຈະກໍາໃຫຍ່ອີກອັນໜຶ່ງ ແມ່ນເທດສະການດົນຕີນໍ້າທາ ຈັດໂດຍ ບໍລິສັດ ນໍ້າດີພັດທະນາຈໍາກັດຜູ້ດຽວ ຮ່ວມກັບຄະນະຮັບຜິດຊອບປີທ່ອງ ທ່ຽວລາວ 2024, ນອກຈາກເທສະ ການດົນຕີລະຫວ່າງປະເທດ (ລາວໄທ) ແລ້ວ, ຍັງມີກິດຈະກໍາແລກປ່ຽນ ດ້ານວັດທະນະທໍາ (ລາວ, ຈີນ ແລະ ໄທ), ການແຂ່ງຂັນກິລາເຕະບານມິດ ຕະພາບ (ລາວ, ຈີນ ແລະ ໄທ), ແລ່ນ ຮາບມາລາທອນ, ແຂ່ງຂັນຂີ່ລົດຖີບ ພາກເໜືອຂອງລາວ, ກິລາກະຕໍ້ຫວາຍ (ພາຍໃນເມືອງ-ແຂວງ) ແລະ ກິດຈະ ກໍາປິດອ້ອມ ເຊັ່ນ: ການສະແດງພາລາ ມໍເຕີ, ງານຕະຫລາດນັດ ແລະ ອື່ນໆ. ຈັດຂຶ້ນໃນລະຫວ່າງວັນທີ 18-24 ກຸມພາ 2024 ທີ່ທົ່ງນາບ້ານນໍ້າດີ, ເມືອງ ແລະ ແຂວງຫລວງນໍ້າທາ. ສະນັ້ນ, ຕະຫລອດປີ 2024 ເຮັດ ໃຫ້ແຂວງຫລວງນໍ້າທາ ມີຫລາກ ຫລາຍກິດຈະກໍາ ທັງເປັນການໂຄສະ ນາ ທ່າແຮງດ້ານການທ່ອງທ່ຽວຂອງ ແຂວງ ເຮັດໃຫ້ນັກທ່ອງທ່ຽວທັງພາຍ ໃນແລະຕ່າງປະເທດເຂົ້າມາທ່ອງທ່ຽວ ຢູ່ຫລວງນໍ້າທານັບມື້ເພີ່ມຂຶ້ນ. ສະເພາະ ແຕ່ເດືອນມັງກອນ-ເດືອນພະຈິກ ປີ 2024 ນີ້ ມີນັກທ່ອງທ່ຽວເຂົ້າມາຜ່ານ ແລະ ທ່ອງທ່ຽວຢູ່ແຂວງ 1,1 ລ້ານ ກວ່າເທື່ອຄົນ, ສ້າງລາຍຮັບທາງກົງທາງອ້ອມເຂົ້າແຂວງໄດ້ເກືອບ 37 ລ້ານກວ່າໂດລາ. ນັ້ນແມ່ນສະແດງ ໃຫ້ ເຫັນເຖິງການປະກອບສ່ວນເຂົ້າໃນ ການພັດທະນາເສດຖະກິດ-ສັງຄົມ ເວົ້າ ລວມແຫ່ງຊາດ ເວົ້າສະເພາະພາຍໃນ ແຂວງຫລວງນໍ້າທາ. ເຮັດໃຫ້ເກີດມີ ການສ້າງວຽກເຮັດງານທຳໃຫ້ແກ່ ປະຊາຊົນບັນດາເຜົ່າ ໃນດ້ານການບໍລິ ການ, ການຜະລິດກະສິກຳແລະ ຫັດຖະ ກຳເປັນສີນຄ້າ ໂດຍເປັນການສົ່ງອອກ ກັບທີ່ ແລະ ກະຈາຍລາຍໄດ້ໄປສູ່ທ້ອງ ຖິ່ນ, ເຂດຊົນນະບົດຫ່າງໄກສອກຫລີກ ທັງເປັນການເປີດກວ້າງການພົວພັນ ຮ່ວມມືກັບຕ່າງປະເທດອີກດ້ວຍ. ເຖິງ ວ່າກິດຈະກໍາປີທ່ອງທ່ຽວລາວ 2024 ແຂວງຫລວງນໍ້າທາ ໄດ້ສິ້ນສຸດລົງ ແລະ ໄດ້ຮັບໝາກຜົນຕາມລະດັບຄາດ ໝາຍ ແຕ່ການສົ່ງເສີມກິດຈະກໍາ ເພື່ອ ສົ່ງເສີມການທ່ອງທ່ຽວໃນຕໍ່ໜ້າຂອງ ແຂວງ ຍັງຄົງສືບຕໍ່ຢ່າງຕໍ່ເນື່ອງ ແລະ ໃຫ້ມີບັນຍາກາດຟົດຟື້ນ ແນໃສ່ຊຸກຍູ້ ການພັດທະນາ ແລະ ສົ່ງເສີມການທ່ອງ ທ່ຽວ ພາຍໃນແຂວງ ໃຫ້ມີບາດກ້າວ ຂະຫຍາຍຕົວທີ່ແຂງແຮງກວ່າເກົ່າ. ຄາດຄະເນວ່າໃນປີ 2025 ຈະມີນັກ ທ່ອງທ່ຽວເຂົ້າມາຜ່ານແລະທ່ອງທ່ຽວ ຢູ່ແຂວງ 1,5 ລ້ານເທື່ອຄົນ, ສ້າງລາຍ ຮັບໄດ້ 65 ລ້ານກວ່າໂດລາ. ຮອດປີ 2030 ແຂວງຫລວງນໍ້າທາ ຈະມີ ແຫລ່ງທ່ອງທ່ຽວທາງດ້ານວັດທະນະ ທໍາ, ທໍາມະຊາດ ແລະ ປະຫວັດສາດ ທີ່ໄດ້ມາດຕະຖານລະດັບພາກພື້ນ ແລະ ສາກົນ ຫລາຍກວ່າ 5 ແຫ່ງ ເພື່ອຮອງ ຮັບນັກທ່ອງທ່ຽວ ສປ ຈີນ ແລະ ທົ່ວ ໂລກ ທີ່ມີທ່າອ່ຽງເພີ່ມຂຶ້ນເລື້ອຍໆ. ຂໍ້ມູນ: ຖວທ ຫລວງນໍ້າທາ * ກອງປະຊຸມຝຶກອົບຮົມແນະນຳ ວິທີວິທະຍາການຂຽນສະຫລຸບ 40 ປີ ແຫ່ງການປ່ຽນແປງໃໝ່ຢູ່ ສປປ ລາວ, ຈັດຂຶ້ນທີ່ສະພາທິດສະດີສູນກາງພັກ (ສທພ) ໃນວັນທີ 4 ທັນວາ 2024 ໂດຍພາຍໃຕ້ການເປັນປະທານ ຂອງ ສະຫາຍ ຄຳມອນ ຈັນທະຈິດ ຮອງຫົວ ໜ້າຄະນະໂຄສະນາອົບຮົມສູນກາງ ພັກ, ຮອງປະທານຜູ້ປະຈຳການສະພາ ທິດສະດີສູນກາງພັກ, ເຂົ້າຮ່ວມໃນ ການຝຶກອົບຮົມມີຕາງໜ້າຄະນະຮັບ ຜິດຊອບຂຽນຕົວຈິງແຕ່ລະຂົງເຂດ ຄື: ຂົງເຂດການເມືອງ, ຂົງເຂດເສດ ຖະກິດ, ຂົງເຂດວັດທະນະທຳ-ສັງ ຄົມ, ຂົງເຂດແນວໂຮມ ແລະ ອົງການຈັດ ຕັ້ງມະຫາຊົນ, ຂົງເຂດປ້ອງກັນຊາດປ້ອງກັນຄວາມສະຫງົບ ແລະ ການ ຕ່າງປະເທດ, ຂົງເຂດອຳນາດລັດ ເຊິ່ງ ມີຜູ້ເຂົ້າຮ່ວມທັງໝົດ 60 ກວ່າຄົນ, ຍິງ 12 ຄົນ. ອີງຕາມມະຕິຕົກລົງ ຂອງຄະນະ ບໍລິຫານງານສູນກາງພັກ, ວ່າດ້ວຍການ ແຕ່ງຕັ້ງຄະນະຮັບຜິດຊອບສະຫລຸບ 40 ປີ ແຫ່ງການປ່ຽນແປງໃໝ່ ຢູ່ ສປປ ລາວ (1986-2026), ສະບັບ ເລກທີ 01/ຄບສພ, ລົງວັນທີ 6/ 3/2024; ອີງຕາມກອງປະຊຸມລາຍ ງານຄວາມຄືບໜ້າໃນການສະຫລຸບ 40ປີປ່ຽນແປງໃໝ່ ແລະທິດຊີ້ນຳຜູ້ປະ ຈຳການຄະນະເລຂາທິການສູນກາງ ພັກຄັ້ງວັນທີ 15 ພະຈິກ 2024 ໂດຍ ສະເພາະການຈັດຕັ້ງກອງປະຊຸມຝຶກ ອົບຮົມວິທີວິທະຍາໃນການຂຽນຕົວ ຈິງ ເພື່ອໃຫ້ທັນກັບກຳນົດເວລາຂອງ ແຜນການດຳເນີນງານທີ່ວາງໄວ້. ຊຸດຝຶກອົບຮົມດັ່ງກ່າວ, ຜູ້ຕ່າງ ໜ້າຄະນະຮັບຜິດຊອບແຕ່ລະຂົງເຂດ ໄດ້ຮັບຟັງກ່ຽວກັບຄວາມສໍາຄັນ ຂອງ ວິທີວິທະຍາໃນການຂຽນຕົວຈິງ ເພື່ອ ໃຫ້ມີຄວາມສອດຄ່ອງກັບຈຸດປະສົງ, ຄາດໝາຍ ຂອງເນື້ອໃນໂຄງຮ່າງທີ່ກຳ ນົດໄວ້ ແລະ ເນື້ອໃນສຳຄັນ ຂອງແນວ ທາງປ່ຽນແປງໃໝ່ ຮອບດ້ານມີຫລັກ ການຂອງພັກ ເຊິ່ງແນວທາງປ່ຽນແປງ ໃໝ່ຮອບດ້ານມີຫລັກການຂອງພັກ ຈຸດໝາຍສັງຄົມນິຍົມ; 2/ຢຶດໝັ້ນ ລັດ ທິມາກ-ເລນິນ ແລະໝູນໃຊ້ຢ່າງປະດິດ ສ້າງ, ສອດຄ່ອງກັບຈຸດພິເສດ ຂອງປະ ເທດເຮົາ; 3/ຢຶດໝັ້ນໃນການນໍາພາ ຂອງພັກ, ເພີ່ມທະວີຄວາມສາມັກຄີ ເປັນເອກະພາບພາຍໃນພັກບົນພື້ນຖານ ຫລັກການລວມສູນປະຊາທິປະໄຕແລະ ແນວທາງຂອງພັກ; 4/ເສີມຂະຫຍາຍ ປະຊາທິປະໄຕ ແລະ ສິດເປັນເຈົ້າຂອງ ປະຊາຊົນບັນດາເຜົ່າ, ສ້າງກໍາລັງສາ ມັກຄີທົ່ວປວງຊົນ ແລະ ຄວາມເປັນປຶກ ແຜ່ນຂອງຊາດລາວເອກະພາບ; 5/ ເພີ່ມທະວີຄວາມສັກສິດ ຂອງລະບົບອໍາ ນາດ ປະຊາທິປະໄຕ ປະຊາຊົນ, ອີງໃສ່ ກໍາລັງແຮງຂອງປະຊາຊົນ ແລະ ເພື່ອ ປະຊາຊົນ, ຕ້ານປະກົດການພະຍາດ ອາດຍາສິດທຸກຮູບແບບ ແລະ 6/ເຊີດ ຊູຈິດໃຈເອກະລາດ ເປັນເຈົ້າຕົນເອງ, ສົມທົບກໍາລັງແຮງຂອງຍຸກສະໄໝ. ປະທານກອງປະຊຸມຍັງຊີ້ໃຫ້ເຫັນ ວ່າ: ການສະຫລຸບຂອງບັນດາອະນຸກໍາ ມະການເນື້ອໃນ ແຕ່ລະຂົງເຂດຕ້ອງ ຮັບປະກັນຕາມໂຄງຮ່າງ ດັ່ງລຸ່ມນີ້: ຄວາມຮັບຮູ້ຂອງທົ່ວພັກ ກ່ຽວກັບ ແນວທາງປ່ຽນແປງໃໝ່ໃນຂົງເຂດ ຕ້ອງຕິດພັນກັບການຄົ້ນຄວ້າທິດສະດີ- ພຶດຕິກໍາການຈັດຕັ້ງຜັນຂະຫຍາຍ ແນວ ທາງປ່ຽນແປງໃໝ່: ໃນນີ້ ສະເໜີໃຫ້ ຕີ ລາຄາໃຫ້ເລິກເຊິ່ງ ຕາມຂອບເຂດເນື້ອ ໃນຂອງແຕ່ລະຫົວຂໍ້ໃຫ້ມີຄວາມຊັດ ເຈນ, ຄົ້ນຄວ້າໃຫ້ເຫັນແຈ້ງຂໍ້ສະດວກ, ຂໍ້ຫຍຸ້ງຍາກ, ບັນດາສາເຫດ ແລະ ບົດ ຮຽນ, ຂໍ້ສະເໜີແນະໃນການຍູ້ແຮງ ການຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ໃຫ້ເຂົ້າສູ່ລວງເລິກຢ່າງປະດິດ ສ້າງແທດຕົວຈິງ. ພ້ອມນີ້ການນໍາສະ ເໜີຂໍ້ມູນຕົວເລກສະຖິຕິ ໃນບົດຄົ້ນຄວ້າ ຕ້ອງເອົາໃຈໃສ່ຕໍ່ການກໍານົດເວລາ ຂອງການຕີລາຄາໃຫ້ຊັດເຈນ ໂດຍຈັດ ແບ່ງ 10ປີໃດ ແມ່ນໃຫ້ມີການສົມທຽບ ຂໍ້ມູນເພື່ອໃຫ້ຮັບຮູ້ແຈ້ງເຖິງໝາກຜົນ ຕົວຈິງທີ່ເຮັດໄດ້, ຂໍ້ບົກພ່ອງ ທີ່ເປັນສິ່ງ ທ້າທາຍ ຂອງການຜັນຂະຫຍາຍແນວ ທາງປ່ຽນແປງໃໝ່ໃນແຕ່ລະຂົງເຂດ; ການສະຫລຸບຕ້ອງຢຶດໝັ້ນ3ລັກສະນະ ຄື:ລັກສະນະພັກ: ອີງໃສ່ບົນພື້ນຖານ ທັດສະນະຂອງພັກໃນແຕ່ລະຂົງເຂດ ແລະແຕ່ລະໄລຍະ; ລັກສະນະວິທະຍາ ສາດ: ອີງໃສ່ຫລັກມູນທິດສະດີວິທະ ຍາສາດ, ເພີ່ມເຕີມອັນທີ່ເປັນຊ່ອງວ່າງ ດ້ານທິດສະດີ, ປະດິດສ້າງໃໝ່, ນໍາສະ ເໜີທິດສະດີໃໝ່ທີ່ສາມາດຈັດຕັ້ງປະ ຕິບັດໄດ້; ລັກສະນະກົມກຽວລະຫວ່າງ ທິດສະດີ ແລະ ພຶດຕິກໍາ: ທິດສະດີທີ່ ໄດ້ຄົ້ນຄວ້ານັ້ນ ຕ້ອງໄດ້ນໍາມາວິເຄາະ ໃນພຶດຕິກໍາ. ນີ້ແມ່ນເນື້ອໃນສໍາຄັນພົວ ພັນເຖິງການກໍານົດຂອບເຂດຂອງບົດ; ຖ້າເຂົ້າໃຈທິດສະດີບໍ່ແຈ້ງຈະເຮັດໃຫ້ ກໍານົດຂອບເຂດບໍ່ແຈ້ງ. ພາຍຫລັງທີ່ຜູ້ເຂົ້າຮ່ວມຝຶກອົບຮົມ ແລະ ເຊື່ອມຊືມເອກະສານແນະນຳວິທີ ວິທະຍາ ໃນຄັ້ງນີ້ ຕ້ອງໄດ້ນຳເອົາເນື້ອ ໃນຈິດໃຈ ຂອງບົດແນະນຳ ໄປຈັດຕັ້ງ ຜັນຂະຫຍາຍໃນຂົງເຂດຕົນຮັບຜິດ ຊອບ ໂດຍມີການຄົ້ນຄວ້າປຶກສາຫາ ລືພາຍໃນຄະນະຮັບຜິດຊອບແຕ່ລະ ຂົງເຂດ. ຄະນະຮັບຜິດຊອບແຕ່ລະຂົງເຂດ ຕ້ອງຍົກສູງຄວາມຮັບຜິດຊອບ ແລະ ເປັນເຈົ້າການໃນການດຳເນີນການຂຽນ ຕົວຈິງໃຫ້ສອດຄ່ອງກັບແນວທາງ ຂອງພັກ ເພື່ອຍົກໃຫ້ເຫັນວ່າ ພັກເຮົາ ໄດ້ວາງແນວທາງທີ່ຖືກຕ້ອງ, ສອດ ຄ່ອງກັບສະພາບຈຸດພິເສດໃນການພັດ ທະນາປະເທດຊາດໃນແຕ່ລະໄລຍະ ຂອງແຕ່ລະຂົງເຂດວຽກງານ. ນອກນັ້ນທີ່ປະຊຸມຍັງໄດ້ຮ່ວມກັນ ແລກປ່ຽນຄຳຄິດຄຳເຫັນຢ່າງກົງໄປ ກົງມາກ່ຽວກັບເນື້ອໃນ ແລະ ດ້ານໂຄງ ຮ່າງສະຫລຸບ 40 ປີ ແຫ່ງການປະຕິ ບັດ ແນວທາງປ່ຽນແປງໃໝ່ຮອບດ້ານ ມີຫລັກການຂອງພັກປະຊາຊົນປະຕິ ວັດລາວ. ຂ່າວ-ພາບ: ພູວຽງຄຳ ເປັນເຂັມທິດຊີ້ນໍາໃຫ້ແກ່ພາລະກິດປົກ ປັກຮັກສາ ແລະ ສ້າງສາປະເທດຊາດ ໃນໄລຍະໃໝ່; ເປັນການທົບຄວນຄືນ ການຈັດຕັ້ງປະຕິບັດແຜນນະໂຍບາຍ ຂອງພັກ ແລະ ຕີລາຄາການຈັດຕັ້ງຜັນ ຂະຫຍາຍແນວທາງປ່ຽນແປງໃໝ່ ໃນ ຕົວຈິງ, ທັງຢັ້ງຢືນຜົນງານ, ທັງກ້າ ປ່ຽນແປງຂໍ້ບົກພ່ອງທາງດ້ານທິດສະ ດີ ແລະ ພຶດຕິກໍາ ຂອງພັກ ແລະ ຖອດ ເປັນບົດຮຽນ ໃນໄລຍະຜ່ານມາ.ນອກ ຈາກນັ້ນ, ການສະຫລຸບ 40 ປີ ຍັງເປັນ ໜຶ່ງໃນບັນດາເນື້ອໃນສໍາຄັນທີ່ຈະສະ ເໜີຕໍ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງ ພັກ. ດັ່ງນັ້ນ, ການສະຫລຸບແນວທາງ ປ່ຽນແປງໃໝ່ແຕ່ລະຂົງເຂດຕ້ອງໄດ້ ຢຶດໝັ້ນຕາມ 6 ຫລັກການຄື:1/ຢຶດໝັ້ນ

RkJQdWJsaXNoZXIy MTc3MTYxMQ==