xtgmf]k; 4 3]d c]t gsfdko 09/12/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** rq [xtoa d;y g7kt0j k; ]k;{9u o ຂປລ. ກົມສື່ມວນຊົນກະຊວງຖະ ແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບ ວິທະຍຸໂທລະພາບສູນກາງຈີນ (CMG) ຈັດກອງປະຊຸມພົບປະ ນັກວິເຄາະຂ່າວ ລາວ-ຈີນ ຂຶ້ນໃນ ວັນທີ3ທັນວາ2024ໂດຍເປັນກຽດ ເຂົ້າຮ່ວມຂອງທ່ານ ໂພສີ ແກ້ວມະ ນີວົງ ຮອງລັດຖະມົນຕີກະຊວງ ຖວທ, ມີທ່ານນາງ ແສງແກ້ວ ຫົວ ໜ້າວິທະຍຸໂທລະພາບສູນກາງຈີນ ປະຈໍາ ສປປ ລາວ, ທ່ານ ສົມສະ ຫວາດ ພົງສາ ຫົວໜ້າກົມສື່ມວນ ຊົນ, ມີບັນດາຫົວໜ້າກົມ, ອົງການ ສື່, ຫົວໜ້າບັນນາທິການຂ່າວ ແລະ ບັນດາສື່ມວນຊົນເຂົ້າຮ່ວມ. ທ່ານ ສົມສະຫວາດ ພົງສາ ໄດ້ ໃຫ້ຮູ້ວ່າ: ກອງປະຊຸມໃນຄັ້ງນີ້, ຈັດ ຂຶ້ນເພື່ອນໍາສະເໜີກິດຈະກຳການ ຮ່ວມມືລະຫວ່າງສື່ມວນຊົນລາວ ຂປລ. ອາທິດຜ່ານມາ, ບໍລິສັດ ລັດວິສາຫະກິດຫວຍພັດທະນາ ຈັດ ພິທີມອບເງິນລາງວັນ ໃຫ້ຜູ້ໂຊກດີ ທີ່ຖືກຫວຍລາສີ ລາງວັນທີ 1 ເລກ 6 ລາສີລຽງ ມູນຄ່າ 2,4 ຕື້ກີບ ແລະ ຜູ້ໂຊກດີ ລາງວັນທີ 1 ເລກ 6 ລາສີລຽງ ແລະ 5 ລາສີທ້າຍ ມູນຄ່າ 816 ລ້ານກີບ ຕາງໜ້າມອບລາງ ວັນໂດຍທ່ານ ຄໍາເຜັ່ນ ບຸບຜາວົງ ຜູ້ອໍານວຍການບໍລິສັດລັດວິສາຫະ ກິດຫວຍພັດທະນາ, ມີທ່ານນາງ ຕຸລາວັນ ວັນນະພົມ ຮອງອໍານວຍ ການບໍລິສັດອິນຊີເທຣດດິ້ງ ຈໍາກັດ ຜູ້ດຽວ ແລະ ທ່ານນາງ ລູກສອນ ພະສີຫາຄົມ ຕາງໜ້າຮອງຜູ້ອໍາ ນວຍການບໍລິສັດຮ່ວມທຶນຫວຍລາ ສີ ເຂົ້າຮ່ວມເປັນສັກຂີພິຍານ. ຜູ້ໂຊກດີທີ່ຖືກລາງວັນຄັ້ງນີ້, ແມ່ນທ່ານນາງ ພຸດດາວອນ ສີຊານົນ, ອາຍຸ 25 ປີ, ອາຊີບພະນັກ ງານ, ປັດຈຸບັນຢູ່ບ້ານເຊກອງ ເມືອງສາມັກຄີໄຊ ແຂວງອັດຕະປື ໂດຍໄດ້ຊື້ເລກຜ່ານແອັບອິນຊີຮັບ (Insee Hub) ເທິງມືຖື, ຊື້ງວດ ທີ 94 ອອກວັນທີ 28 ພະຈິກ 2024, ເລກທີ່ອອກ 6 ລາສີລຽງ ຄື: 12.7.2.10.12.2 ໄດ້ຮັບເງິນ ລາງວັນ2,4ຕື້ກີບ, ມູນຄ່າທີ່ຊື້ແມ່ນ 3.000 ກີບ. ສ່ວນຜູ້ໂຊກດີຄົນທີ2ແມ່ນທ່ານ ເພັດ, ອາຍຸ 32 ປີ, ອາຊີບຄ້າຂາຍ, ປັດຈຸບັນຢູ່ບ້ານຕາດທອງ ເມືອງສີ ໂຄດຕະບອງ ນະຄອນຫລວງວຽງ ຈັນ, ໂດຍຊື້ຜ່ານຄົນຂາຍຫວຍອິນ ຊີ, ຖືກລາງວັນງວດທີ 95, ອອກ ວັນທີ 3 ທັນວາ 2024, ຖືກ 6 ລາ ສີລຽງ ແລະ 5 ລາສີທ້າຍ,ເລກ ທີອອກ 11.5.10.2.8.1 ໄດ້ຮັບ ເງິນລາງວັນ 816 ລ້ານກີບ, ມູນ ຄ່າທີ່ຊື້ 6 ລາສີລຽງ 1.000 ກີບ ແລະ 5 ລາສີທ້າຍ 2.000 ກີບ. ຫວຍລາສີ ແມ່ນຜະລິດຕະພັນ ໜຶ່ງຂອງບໍລິສັດລັດວິສາຫະກິດ ຫວຍພັດທະນາ ເຊິ່ງກໍານົດຂຶ້ນແລະ ຈັດລຽງຕາມຕໍາລາໂຫລາສາດ ຂອງ 12 ລາສີປີເກີດ ທີ່ມີການເຊື່ອ ຖືກັນມາຍາວນານ ແລະ ຄຸ້ນເຄີຍ ກັນດີໃນສັງຄົມ. ຫວຍລາສີເລີ່ມຈັດ ຕັ້ງການອອກເລກລາງວັນນັບແຕ່ ວັນທີ 2 ມັງກອນ 2024 ເປັນຕົ້ນ ມາ, ອອກທຸກວັນອັງຄານ ແລະ ວັນ ພະຫັດ ສາມາດຊື້ຫວຍລາສີໄດ້ຜ່ານ ຄົນຂາຍຫວຍອິນຊີ ແລະ ແອັບພິເຄ ຊັນອິນຊີຮັບ (Insee Hub). ຂ່າວ: ທະນູທອງ; ພາບ: ຂັນໄຊ 4vf4vo[q fIPo dkoIj ;,-h v,Iq [ ຂປລ. ກອງປະຊຸມສະຫລຸບຖອດ ຖອນບົດຮຽນການເຂົ້າຮ່ວມຊ້ອມ ຮົບປະສານສົມທົບຫລາຍປະເທດ ພາຍໃຕ້ລະຫັດ “ສັນຕິພາບມິດຕະ ພາບ 2023” ທີ່ ສປ ຈີນ ຈັດຂຶ້ນ ໃນວັນທີ 4 ທັນວາ 2024 ຢູ່ທີ່ ສະໂມສອນກົມໃຫຍ່ເສນາທິການ ກອງທັບ ໂດຍການເປັນປະທານ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ຮອງຫົວໜ້າກົມໃຫຍ່ເສນາ ທິການກອງທັບ, ມີຄະນະຊີ້ນໍາ, ອະ ນຸກໍາມະການ, ພ້ອມດ້ວຍພະນັກ ງານວິຊາການ ແລະ ກຳລັງທີ່ເຂົ້າ ຊ້ອມຮົບເຂົ້າຮ່ວມ. ສະຫາຍ ພັນໂທສັນຕິ ຈັນທະລັງ ສອນ ຮອງຫົວໜ້າກົມອົບຮົມກົມ ໃຫຍ່ເສນາທິການກອງທັບ, ຄະນະ ຮັບຜິດຊອບເນື້ອໃນການຈັດຕັ້ງ ຊ້ອມຮົບຫລາຍຝ່າຍຂອງກອງທັບ ປະຊາຊົນລາວ ໄດ້ໃຫ້ຮູ້ວ່າ: ການ ຝຶກແອບ ແລະ ຊ້ອມຮົບຄັ້ງນີ້ ແມ່ນ ການຊ້ອມຮົບຮ່ວມຫລາຍຝ່າຍ ພາຍໃຕ້ລະຫັດ “ສັນຕິພາບມິດຕະ ພາບ 2023” ລວມມີ 2 ເນື້ອໃນ ຫລັກຄື: ການຝຶກຊ້ອມທາງບົກ ແລະ ການຝຶກຊ້ອມທາງທະເລ. ໃນນີ້, ກອງທັບປະຊາຊົນລາວ ໄດ້ ເຂົ້າຮ່ວມຝຶກຊ້ອມທາງບົກໃນຫົວ ຂໍ້: “ການປະຕິບັດການທາງທະ ຫານຮ່ວມຕໍ່ຕ້ານການກໍ່ການຮ້າຍ” ຕົ້ນຕໍແມ່ນການຕ້ານການກໍ່ການ ຮ້າຍ, ການຊອກຄົ້ນ ແລະ ຊ່ວຍ ເຫລືອຕົວປະກັນ, ການອົບພະຍົບ ຮີບດ່ວນ. ຜ່ານການຝຶກຊ້ອມເຫັນວ່າບັນ ດາສະຫາຍໃນຄະນະຊີ້ນໍາໄດ້ເອົາ ໃຈໃສ່ຊີ້ນໍາຢ່າງໃກ້ຊິດ, ຕິດແທດ ແຕ່ຕົ້ນຕະຫລອດປາຍ, ເລີ່ມແຕ່ ການສ້າງແຜນການ, ກະກຽມເນື້ອ ສປ ຈີນ... ຍີ່ປຸ່ນ... ບຽງອາຫານຂອງ ສປປ ລາວ ເຊິ່ງສະບຽງອາຫານສຸກເສີນ ໂດຍ ຈະມອບໃຫ້ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໂດຍມີອົງ ການອາຫານໂລກ ແຫ່ງສະຫະປະ ຊາຊາດ ເປັນຜູ້ປະສານງານການ ກໍານົດເປົ້າໝາຍ ແລະ ການແຈກ ຢາຍໃນເວລາສຸກເສີນ ເຊິ່ງອົງການ ອາຫານໂລກ ມີແຜນຈະຈັດຊື້ເຂົ້າ ສານຈຳນວນ 440 ໂຕນ ແລະ ປອງປາ 90 ໂຕນ ທີ່ຜະລິດຢູ່ຍີ່ປຸ່ນ ແລະ ສົມທົບກັບທາງການລາວ ເພື່ອແຈກຢາຍສະບຽງອາຫານ ໃຫ້ແກ່ປະຊາຊົນປະມານ 38.000 ຄົນ ທີ່ຖືກຜົນກະທົບຈາກໄພພິບັດ. ຍີ່ປຸ່ນ ມີສ່ວນສະໜັບສະໜູນ ຄວາມພະຍາຍາມຂອງ ສປປ ລາວ ໃນການກຽມຄວາມພ້ອມແລະຕອບ ສະໜອງສະຖານະການສຸກເສີນ ຢູ່ສະເໝີລວມເຖິງການຕອບສະ ໜອງຄວາມຕ້ອງການຮີບດ່ວນ ຂອງຊຸມຊົນທີ່ໄດ້ຮັບຜົນກະທົບ ຈາກໄພພິບັດ. ສໍາລັບເງິນທຶນຈາກ ໂຄງການຊ່ວຍເຫລືອດ້ານສະບຽງ ອາຫານຂອງລັດຖະບານຍີ່ປຸ່ນ ເພື່ອຂໍ້ລິເລີ່ມນີ້ ມີປະມານ 1,3 ລ້ານ ໂດລາສະຫະລັດ. ທ່ານ ລີປາວ ຢ່າງ ຮອງລັດຖະ ມົນຕີກະຊວງແຮງງານ ແລະ ສະ ຫວັດດີການສັງຄົມ (ຮສສ) ໃຫ້ຮູ້ ວ່າ: ການຊ່ວຍເຫລືອເຂົ້າກິນ ແລະ ອາຫານສໍາເລັດຮູບໃຫ້ ສປປ ລາວ ໂດຍຜ່ານອົງການອາຫານໂລກໃນ ຄັ້ງນີ້ ແມ່ນມີຄວາມສໍາຄັນຫລາຍ ເຊິ່ງເປັນການສືບຕໍ່ຈາກການຈັດ ຕັ້ງປະຕິບັດໂຄງການຊ່ວຍເຫລືອ ເຂົ້າກິນໃຫ້ແກ່ຜູ້ດ້ອຍໂອກາດ ແລະ ປະສົບໄພພິບັດທີ່ບໍ່ສາມາດເຂົ້າ ເຖິງການຄໍ້າປະກັນດ້ານສະບຽງ ອາຫານໃຫ້ໃນປີ 2023 ຜ່ານມາ ແລະ ການຊ່ວຍເຫລືອດັ່ງກ່າວນີ້, ຈະເປັນການປະກອບສ່ວນໃຫ້ແກ່ ການຈັດຕັ້ງປະຕິບັດເປົ້າໝາຍທີ 4, ແຜນວຽກຈຸດສຸມທີ 3, ການ ເພີ່ມທະວີການປ້ອງກັນ, ຄວບຄຸມ ເພື່ອຕ້ານພາວະການຂາດສານອາ ຫານຢ່າງຮ້າຍແຮງ, ການປັບປຸງ ຜົນໄດ້ຮັບດ້ານສຸຂະພາບຂອງເດັກ ແລະ ການເພີ່ມທະວີການບໍລິການ ໃນການປົກປ້ອງເດັກຢູ່ ສປປ ລາວ ເລີ່ມຈັດຕັ້ງປະຕິບັດໃນວັນທີ 4 ທັນວາ 2024. ພາຍໃຕ້ການລົງທຶນ 1,5 ລ້ານໂດລາສະຫະລັດ, ການ ຮ່ວມມືຄັ້ງນີ້ສົ່ງຜົນປະໂຫຍດ ໂດຍກົງໃຫ້ແກ່ເດັກນ້ອຍ ແລະ ຄອບຄົວເປັນຈຳນວນຫລາຍກວ່າ 221.000 ຄົນໃນທົ່ວປະເທດໂດຍ ສະເພາະແມ່ນຜູ້ທີ່ດ້ອຍໂອກາດທີ່ ອາໄສຢູ່ໃນເຂດຫ່າງໄກສອກຫລີກ. ພາຍໃຕ້ໂຄງການຂໍ້ລິເລີ່ມນີ້, ສປ ຈີນ ໄດ້ສະໜອງອຸປະກອນຊ່ວຍ ຊີວິດ, ລວມທັງອາຫານບຳບັດພ້ອມ ໃຊ້ (RUTF) 6.200 ກ່ອງ ເຊິ່ງ ຈຳເປັນສຳລັບການປິ່ນປົວພະຍາດ ຂາດສານອາຫານຮ້າຍແຮງໃນ ເດັກ, ລວມໄປເຖິງນົມທາງການ ແພດ, ຊຸດອຸປະກອນປິ່ນປົວຄົນ ເຈັບ. ນອກຈາກນີ້, ໂຄງການຍັງສົ່ງ ເສີມການສ້າງຂີດຄວາມສາມາດ ໃນການຝຶກອົບຮົມພະນັກງານສາ ທາລະນະສຸກ 600 ກວ່າຄົນ ແລະ ແລະ ສື່ມວນຊົນກັບວິທະຍຸໂທລະ ພາບສູນກາງຈີນ ໂດຍເນັ້ນໃສ່ ການເຮັດບົດຂ່າວການວິເຄາະ ກ່ຽວກັບ 3 ຫົວຂໍ້ຄື: ຄູ່ຮ່ວມຊະຕາ ກໍາ ລາວ-ຈີນ, ໜຶ່ງແລວ ໜຶ່ງເສັ້ນ ທາງ, ຂໍ້ລິເລີ່ມການພັດທະນາໃນ ທົ່ວໂລກ. ພ້ອມນັ້ນ, ຜູ້ເຂົ້າຮ່ວມໄດ້ ຮັບຮູ້ຫລັກການ ແລະ ວິທີການເຮັດ ບົດວິເຄາະ ເພື່ອຂຽນສົ່ງແຂ່ງຂັນ ໃນໂຄງການຮ່ວມມື ແລະ ແລກ ປ່ຽນຂໍ້ມູນຂ່າວສານລະຫວ່າງ ສອງປະເທດ ລາວ-ຈີນ ເຊິ່ງການ ແຂ່ງຂັນຄັ້ງນີ້, ສື່ມວນຊົນທັງ ສອງປະເທດສາມາດສົ່ງບົດວິ ເຄາະຂອງຕົນເຂົ້າທາງອີເມວ ທີ່ ທາງຄະນະກໍາມະການໄດ້ກໍານົດ ໄວ້ຫລັງຈາກນັ້ນຄະນະກຳມະການ ຈະຄັດເລືອກເອົາບົດວິເຄາະຕາມ ທີ່ໄດ້ກໍານົດຕາມເງື່ອນໄຂ. ການ ແຂ່ງຂັນດັ່ງກ່າວ ຈະຈັດຂຶ້ນໃນ ໄວໆນີ້. ຂ່າວ: ສົມຫວັງ; ພາບ: ຂັນໄຊ ໃນຫັດແອບ, ວັດຖຸອຸປະກອນ ແລະ ການກະກຽມກຳລັງເຂົ້າຮ່ວມການ ຫັດແອບໄດ້ທັນເວລາ, ເຮັດໃຫ້ ການຈັດຕັ້ງປະຕິບັດຂອງແຕ່ລະ ພາກສ່ວນທີ່ກ່ຽວຂ້ອງມີຄວາມ ຄ່ອງຕົວດີ, ສະແດງອອກໃນເວລາ ເຂົ້າຮ່ວມຊ້ອມຮົບຢູ່ ສປ ຈີນ ຜ່ານ ມານັ້ນ, ຮັບປະກັນຄວາມປອດໄພ 100% ແລະ ສາມາດບັນລຸໄດ້ຕາມ ຄາດໝາຍທີ່ວາງໄວ້. ໃນພິທີ, ຍັງໄດ້ມອບຫລຽນໄຊ ພິລະອາດຫານ ຊັ້ນ III ໃຫ້ແກ່ຄະ ນະຊີ້ນຳ, ບັນດາອະນຸກຳມະການ ຮັບປະກັນ ແລະ ກໍາລັງເຂົ້າຮ່ວມ ຊ້ອມຮົບຫລາຍຝ່າຍທີ່ ສປ ຈີນ 57 ສະຫາຍ, ໃບຍ້ອງຍໍກະຊວງປ້ອງ ກັນປະເທດ 45 ສະຫາຍ ແລະ ໃບ ຍ້ອງຍໍກົມໃຫຍ່ການເມືອງກອງທັບ 22 ສະຫາຍ. ໂອກາດນີ້, ສະຫາຍ ພົນຕີ ພັນແສງບຸນພັນໄດ້ມີຄຳເຫັນໂອ້ລົມ ໂດຍເນັ້ນບາງບັນຫາສໍາຄັນວ່າ: ໃນຕໍ່ໜ້າໃນການຈັດຕັ້ງຊ້ອມຮົບ ຫລາຍຝ່າຍ, ສອງຝ່າຍໃຫ້ບັນດາສະ ຫາຍຄະນະຊີ້ນໍາເອົາໃຈໃສ່ປັບປຸງ ຄືນບັນດານິຕິກຳກ່ຽວກັບການຊ້ອມ ຮົບທີ່ມີແລ້ວໃຫ້ຄົບຖ້ວນ, ສົມບູນ ແລະ ໃຫ້ຫັດກຸມກວ່າເກົ່າ, ພ້ອມ ທັງສະຫລຸບສັງລວມບັນດາເອກະ ສານ ແລະ ຂໍ້ມູນຕ່າງໆສ້າງເປັນ ເອກະສານຄູ່ມື ເພື່ອເປັນບົດຮຽນໃຫ້ ແກ່ການຫັດແອບຊ້ອມຮົບໃນຄັ້ງ ຕໍ່ໆໄປໃນອະນາຄົດໃຫ້ສາມາດຈັດ ຕັ້ງປະຕິບັດໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມນີ້, ໃຫ້ ແຕ່ລະກົມກອງທີ່ໄດ້ເຂົ້າຮ່ວມການ ຊ້ອມຮົບປະສານຫລາຍຝ່າຍໃຫ້ຖື ເອົາຜົນການເຂົ້າຮ່ວມຊ້ອມຮົບຫລາຍ ຝ່າຍຄັ້ງນີ້ ເປັນບ່ອນອີງໃນການຕີ ລາຄາຄວາມສາມາດກຽມພ້ອມສູ້ ຮົບຂອງກົມກອງ ແລະ ນໍາເອົາບົດ ຮຽນທີ່ຖອດຖອນໄດ້ຈາກການເຂົ້າ ຮ່ວມຊ້ອມຮົບມາຜັນຂະຫຍາຍ ແລະຫັດແອບຢູ່ກົມກອງໃຫ້ເປັນປົກ ກະຕິ ແລະ ຕໍ່ເນື່ອງ ເພື່ອກໍ່ສ້າງກົມ ກອງຂອງຕົນ ກໍຄື ການກໍ່ສ້າງກອງ ທັບປະຊາຊົນລາວ ໃຫ້ເຕີບໃຫຍ່ເຂັ້ມ ແຂງ ແລະ ທັນສະໄໝ. ຂ່າວ: ບິກໄຊ ສົມພູ s;p]klu ,v[g'o]k';a o.sh z6h 3-dfu 4n d]k';a omu 1 ,6 o7j k 2,4 8N du [ y ແລະ ຟື້ນຟູຫລັງໄພພິບັດຕ່າງໆ ໃນປີສຸດທ້າຍຂອງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 9 (2021-2025), ທັງ ເປັນການປະກອບສ່ວນຈັດຕັ້ງປະ ຕິບັດເປົ້າໝາຍຍຸດທະສາດການ ຫລຸດຜ່ອນຄວາມສ່ຽງໄພພິບັດ ແຫ່ງຊາດ ນັບແຕ່ 2021-2030 ໂດຍສະເພາະແມ່ນເປັນການຊ່ວຍ ເຫລືອໂດຍກົງໃຫ້ແກ່ປະຊາຊົນ ທີ່ປະສົບໄພພິບັດໃນປີຜ່ານມາ ແລະ ປີນີ້ ໃຫ້ສາມາດປັບປຸງຊີວິດການ ເປັນຢູ່ຂອງປະຊາຊົນກັບຄືນສູ່ສະ ພາບປົກກະຕິ ໂດຍໄວ. ທ່ານ ຊຸໂຕມຸ ໂກອິຊູມິ ເອກອັກ ຄະຣາຊະທູດຍີ່ປຸ່ນປະຈຳສປປລາວ ໄດ້ກ່າວວ່າ: ໂຄງການນີ້ ມີຄວາມ ສຳຄັນຫລາຍເພາະຈະໃຫ້ການ ຊ່ວຍເຫລືອໃນກໍລະນີຂາດແຄນ ສະບຽງອາຫານໃນລະດູແລ້ງ, ທັງ ເປັນການຊ່ວຍເຫລືອໃນເວລາທີ່ ຫຍຸ້ງຍາກລຳບາກ ສໍາລັບຊຸມຊົນທີ່ ມີຄວາມສ່ຽງ. ຍີ່ປຸ່ນ, ໃນຖານະເປັນ ຄູ່ຮ່ວມມືຍຸດທະສາດຂອງລາວ, ໃຫ້ຄຳໝັ້ນສັນຍາທີ່ຈະສະໜັບສະ ໜູນການເສີມຂະຫຍາຍຄວາມຢືດ ຢຸ່ນຂອງລາວ ໂດຍຜ່ານການຮ່ວມ ມືຫລາຍດ້ານກັບຫລາຍອົງການ ເຊັ່ນ ອົງການອາຫານໂລກເປັນຕົ້ນ. ໂຄງການນີ້ເປັນສ່ວນໜຶ່ງຂອງ ແຜນຍຸດທະສາດຂອງອົງການອາ ຫານໂລກ ເພື່ອເພີ່ມທະວີຄວາມ ໝັ້ນຄົງດ້ານສະບຽງອາຫານ, ຫລຸດຜ່ອນການຂາດສານອາຫານ ແລະ ປັບປຸງຄວາມອາດສາມາດ ໃນການປັບຕົວໃນເຂດທີ່ມີຄວາມ ສ່ຽງຕໍ່ການປະສົບໄພພິບັດ. ນອກ ຈາກການຕອບສະໜອງຄວາມ ຕ້ອງການແບບສຸກເສີນ. ຂໍ້ລິເລີ່ມນີ້, ຍັງຊ່ວຍເສີມສ້າງລະບົບການຮັບມື ກັບໄພພິບັດໃນທ້ອງຖິ່ນໂດຍການ ຮ່ວມມືກັບກະຊວງແຮງງານ ແລະ ສະຫວັດດີການສັງຄົມ. ທ່ານ ມາກ-ອານເດຣ ໂປຣສ ຜູ້ຕາງໜ້າອົງການອາຫານໂລກ ປະຈຳສປປລາວໄດ້ສະແດງຄວາມ ຂອບໃຈຕໍ່ການສະໜັບສະໜູນຂອງ ລັດຖະບານ ແລະ ປະຊາຊົນຍີ່ປຸ່ນ, ໃຫ້ແກ່ໂຮງໝໍແຂວງ 17 ແຫ່ງ ເພື່ອປິ່ນປົວພະຍາດໃນເດັກນ້ອຍ ເຊັ່ນ: ພະຍາດປອດບວມ ແລະ ຖອກທ້ອງ. ທ່ານ ດຣ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາ ລະນະສຸກ ໄດ້ກ່າວເຖິງຄວາມສຳຄັນ ຂອງການຮ່ວມມືດ້ານການລິເລີ່ມ ດ້ານສາທາລະນະສຸກຂອງປະເທດ. ການຮ່ວມມືກັບອົງການອຸຍນີເຊບ ແລະ ລັດຖະບານແຫ່ງ ສປ ຈີນ ແມ່ນມີຄວາມສໍາຄັນຕໍ່ການບັນລຸ ເປົ້າໝາຍດ້ານສຸຂະພາບ ແລະ ໂພ ຊະນາການຂອງພວກເຮົາ. ການ ເລີ່ມຕົ້ນຂອງການຮ່ວມມືໃໝ່ນີ້ ຈະສົ່ງຜົນກະທົບທາງບວກຕໍ່ການ ຊ່ວຍຊີວິດເດັກນ້ອຍ ແລະ ຄອບຄົວ ໃນທົ່ວປະເທດ. ທ່ານນາງ ຟາງ ຫົງ ເອກອັກຄະ ລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງສາທາລະນະລັດປະຊາຊົນຈີນ ປະຈຳ ສປປ ລາວ ໄດ້ກ່າວວ່າ: ຂໍ້ລິ ເລີ່ມດັ່ງກ່າວ, ຍັງໃຫ້ບູລິມະສິດແກ່ ການບໍລິການໃນການປົກປ້ອງເດັກ, ການສະໜັບສະໜູນເດັກທີ່ມີຄວາມ ສ່ຽງ15.000ຄົນໃນໂຮງຮຽນກິນ ນອນ ແລະ ການຈັດຫາພະນັກງານ ສັງຄົມສົງເຄາະໃນທົ່ວ 18 ແຂວງ ດ້ວຍການສະໜອງອຸປະກອນທີ່ຈຳ ເປັນສຳລັບການຕ້ານຄວາມຮຸນ ແຮງທາງເພດ ແລະ ການບໍລິການ ດ້ານສຸຂະພາບຈິດ. ການລິເລີ່ມ ໂຄງການໃໝ່ດັ່ງກ່າວ ສະແດງໃຫ້ ເຫັນເຖິງຫລັກການພາຍໃຕ້ຂໍ້ລິເລີ່ມ ການພັດທະນາໂລກຂອງ ສປ ຈີນ ພ້ອມທັງສະແດງໃຫ້ເຫັນເຖິງຄວາມ ມຸ່ງໝັ້ນເອົາໃຈໃສ່ຂອງ ສປ ຈີນ ໃນຖານະໜຶ່ງໃນປະເທດຜູ້ນຳໂລກ. ພວກເຮົາຫວັງວ່າໂຄງການນີ້, ບໍ່ ພຽງແຕ່ຈະຊ່ວຍເດັກນ້ອຍທີ່ປະສົບ ກັບບັນຫາການຂາດສານອາຫານ ແລະ ພະຍາດຕ່າງໆເທົ່ານັ້ນ, ແຕ່ ຍັງຈະຊ່ວຍສະແດງເຖິງຄວາມສາ ມັກຄີລະຫວ່າງຜູ້ຄົນ ເເລະ ສັງຄົມ ພ້ອມເສີມສ້າງອະນາຄົດຮ່ວມກັນ ຂອງຊຸມຊົນພວກເຮົາ. ທ່ານ ບີລາລ ອູແຣັງ ເຊັບ ດູຣານິ ຜູ້ຕາງໜ້າອົງການອຸຍນີເຊບ ປະຈຳ ລາວ ກໍໄດ້ຍົກໃຫ້ເຫັນເຖິງທ່າແຮງ ໃນການສ້າງການປ່ຽນເເປງທີ່ດີ ຜ່ານການຮ່ວມມືນີ້. ຂໍ້ລິເລີ່ມນີ້, ແມ່ນຜົນໄດ້ຮັບທີ່ປະກົດຜົນເປັນຈິງ ຄື ການຊ່ວຍເຫລືອຊີວິດ, ການປົກ ປ້ອງຜູ້ທີ່ມີຄວາມສ່ຽງ ແລະ ການ ສ້າງພື້ນຖານທີ່ເຂັ້ມແຂງເພື່ອອະ ນາຄົດ. ພ້ອມກັນນັ້ນ, ພວກເຮົາຈະ ຮັບປະກັນວ່າ ຈະບໍ່ມີເດັກນ້ອຍຄົນ ໃດຖືກປະຖິ້ມຢູ່ທາງຫລັງພຽງລຳ ພັງຢູ່ ສປປ ລາວ. ຜົນກະທົບທາງບວກທີ່ສາມາດ ວັດແທກໄດ້ຂອງໂຄງການລວມມີ ການປິ່ນປົວເດັກນ້ອຍ 6.200 ຄົນ ທີ່ປະສົບກັບສະພາວະການຂາດ ສານອາຫານຢ່າງຮຸນແຮງ, ການ ປັບປຸງການເຂົ້າເຖິງການບໍລິການ ດ້ານສຸຂະພາບສໍາລັບເດັກນ້ອຍ 165.000 ຄົນ ທີ່ມີອາຍຸຕໍ່າກວ່າ 5 ປີ ແລະ ການດູແລໃຫ້ແກ່ເດັກນ້ອຍ ເກີດໃໝ່ 34.000 ຄົນ. ນອກນັ້ນ, ກໍມຸ່ງເນັ້ນໄປເຖິງການສ້າງລະບົບ ການບໍລິການດ້ານສຸຂະພາບ ແລະ ການບໍລິການສັງຄົມແບບຍືນຍົງ, ການຮັບປະກັນຜົນປະໂຫຍດອັນ ຍາວນານໃຫ້ແກ່ຄົນຮຸ່ນຫລັງ. ການຮ່ວມມືຄັ້ງນີ້, ເປັນສ່ວນໜຶ່ງ ຂອງຂໍ້ລິເລີ່ມການພັດທະນາໂລກ (Global Development Initiative) ທີ່ໄດ້ຮັບການຮັບຮອງຈາກ ສປ ຈີນ ເຊິ່ງສອດຄ່ອງກັບເປົ້າ ໝາຍການພັດທະນາແບບຍືນຍົງ, ລວມທັງການຢຸດຕິຄວາມອຶດຫິວ, ປັບປຸງຜົນໄດ້ຮັບດ້ານສຸຂະພາບ ແລະ ການລົບລ້າງຄວາມຮຸນແຮງ ໃນເດັກ. ການຈັດຕັ້ງປະຕິບັດໂຄງ ການແມ່ນຈະສຸມໃສ່ 10 ແຂວງທີ່ມີ ທ່າແຮງຄວາມຕ້ອງການຫລາຍ. ໃນນັ້ນ, ປະກອບມີ: ແຂວງຜົ້ງສາລີ, ອັດຕະປື, ຈໍາປາສັກ ແລະ ແຂວງ ອື່ນໆເພື່ອໃຫ້ຮັບປະກັນວ່າການສະ ໜອງການບໍລິການແມ່ນຈະຖືກນຳ ໃຊ້ໃນເຂດທີ່ຕ້ອງການຫລາຍທີ່ສຸດ. ໃນເວລາທີ່ຄວາມທ້າທາຍຈາກດິນ ຟ້າອາກາດນັບມື້ນັບຮຸນແຮງຂຶ້ນ ແລະ ເຮັດໃຫ້ປະຊາຊົນລາວ ຫລາຍ ຮ້ອຍຄອບຄົວຕົກຢູ່ໃນສະພາວະ ຄວາມຍາກລຳບາກ, ດັ່ງທີ່ພວກ ເຮົາໄດ້ເຫັນໃນລະດູຝົນທີ່ຜ່ານມາ ນີ້. ການປະກອບສ່ວນຂອງຍີ່ປຸ່ນ ຈະຮັບປະກັນວ່າ ຄອບຄົວເຫລົ່ານີ້ ຈະບໍ່ອຶດຫິວໃນເວລາທີ່ໄພພິບັດ ເກີດຂຶ້ນ. ຂໍ້ລິເລີ່ມນີ້, ໄດ້ເພີ່ມຄວາມ ພະຍາຍາມຢ່າງກວ້າງຂວາງໃນ ການເສີມຂະຫຍາຍລະບົບການ ປົກປ້ອງທາງສັງຄົມຂອງ ສປປ ລາວ ແລະ ຍັງສອດຄ່ອງກັບຍຸດ ທະສາດການຄຸ້ມຄອງທາງສັງຄົມ ແຫ່ງຊາດ ຂອງລັດຖະບານ ແລະ ຍຸດທະສາດແຫ່ງຊາດ ກ່ຽວກັບ ການຫລຸດຜ່ອນຄວາມສ່ຽງຈາກ ໄພພິບັດອີກດ້ວຍ.
RkJQdWJsaXNoZXIy MTc3MTYxMQ==