xtgmf]k; 3 09/12/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ບົດສະເໜີ ໂດຍ: ແສງສະຫວັນ I= j kIPogvq k75 olq ,[a fly omext8y ;a f c[[1j k'va o.lc9h '0v'xtmko wdlvo rq ,;y sko 2/12/1975 - 2/12/2024 c0;'9exkla d lts]v' 3 ;a oxts;a flkf0v'-kf ltg|u xa [x5 'dq f\kp;j kfh ;pdkofegou o7tfu crj ' * ປະທານ ໄກສອນ ພົມວິຫານ ແມ່ນແບບຢ່າງອັນໃສແຈ້ງ ແລະ ສູງ ສ່ົງ, ມີຄວາມປີຊາສາມາດສະຫລາດ ສ່ອງໃສ, ມີແນວຄິດປະຕິວັດສູງສົ່ງມາ ແຕ່ເຍົາໄວ, ມີອຸດົມການທີ່ຢາກກອບກູ້ ເອົາເອກະລາດ, ອິດສະລະພາບມາໃຫ້ ປະເທດຊາດ ແລະ ປະຊາຊົນ. ປະທານ ໄກສອນ ພົມວິຫານ ເປັນຜູ້ນຳທີ່ມີຈິດ ໃຈເສຍສະຫລະ ແລະ ອຸທິດຕົນ ຢ່າງບໍ່ ຮູ້ອິດຮູ້ເມ່ືອຍນຳພາການຕໍ່ສູ້ຈົນຍາດ ໄດ້ໄຊຊະນະ ແລະ ມີຜົນສຳເລັດຫລາຍ ປະການໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໃນໄລຍະຜ່ານມາ. ຄຸນສົມບັດສິິນທຳປະຕິວັດອັນພື້ນ ຖານຂອງປະທານ ໄກສອນ ພົມວິຫານ ແມ່ນຈິດໃຈຮັກຊາດ ອັນສູງສົ່ງ ແລະ ການອຸທິດຕົນເພື່ືອຊາດ ເພື່ອປະຊາຊົນ ດ້ວຍຄວາມສັດຊື່ບໍລິສຸດ ເຖິງວິນາທີ ສຸດທ້າຍຂອງຊີວິດ; ດ້ວຍຄຸນສົມບັດ ພື້ນຖານດັ່ງກ່າວ, ຍິ່ງສະພາບການປະ ຕິວັດຫຍຸ້ງຍາກຄັບຂັນທໍ່ໃດ ເພິ່ນກໍຍິ່ງ ມີມານະຈິດສູງສົ່ງ ແລະ ອຸທິດຕົນດ້ວຍ ຄວາມອຸ່ນອ່ຽງທຸ່ນທ່ຽງ, ຍາມໃດເພິ່ນ ກໍຕັດສິນໃຈສູງຜ່ານຜ່າອຸປະສັກ ແລະ ຄວາມຫຍຸ້ງຍາກ, ທັງເປັນແບບຢ່າງ ໃນການກະທຳ, ສຶກສາອົບຮົມປຸກລະ ດົມຜູ້ອື່ນ ເພື່ອພ້ອມກັນຕັດສິນໃຈເຮັດ ໃຫ້ເກີດມີຂະບວນການຕໍ່ສູ້ອັນອາດ ຫານ ແລະ ມີໄຊ. ໃນສະໄໝຕໍ່ສູ້ກູ້ຊາດ ປະທານ ໄກສອນ ພົມວິຫານ ໄດ້ຮ່ວມ ທຸກຮ່ວມສຸກ, ຮ່ວມເປັນຮ່ວມຕາຍກັບ ປະຊາຊົນ ແລະ ພະນັກງານນັກຮົບ, ໄດ້ ເຄື່ອນໄຫວ ຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ດ້ວຍນຳ້ໃຈເສຍສະຫລະອັນສູງສົ່ງ ເພື່ອໄຊຊະນະຂອງພາລະກິດປະຕິວັດ. ປະທານ ໄກສອນ ພົມວິຫານ ແມ່ນ ຜູ້ນຳທີ່ມີທັດສະນະມະຫາຊົນກວ້າງ ຂວາງ, ມີຄວາມເຊື່ອໝັ້ນຕໍ່ກຳລັງແຮງ ຂອງມະຫາຊົນ, ຖືປະຊາຊົນເປັນເປົ້າ * ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ(ສປສສ) ໄດ້ສະເໜີກ່ຽວກັບການປັບປຸງກົດໝາຍ ວ່າດ້ວຍການດຳເນີນຄະດີແພ່ງ ຕໍ່ກອງ ປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ IX ໃນວັນທີ 4 ທັນວານີ້ ທີ່ສະພາແຫ່ງຊາດ ໂດຍພາຍ ໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຢຍບາວເຮີ ຮອງປະທານສະພາແຫ່ງ ຊາດ. ທ່ານນາງ ວຽງທອງ ສີພັນດອນ ໄດ້ສະເໜີເຫດຜົນ ແລະ ຄວາມຈຳເປັນ ໃນການປັບປຸງກົດໝາຍວ່າດ້ວຍການ ດໍາເນີນຄະດີແພ່ງເພື່ອໃຫ້ສອດຄ່ອງ ກັບລັດຖະທຳມະນູນ, ກົດໝາຍທີ່ກ່ຽວ ຂ້ອງ ແລະ ຄວາມຮຽກຮ້ອງຕ້ອງການ ໃນໜ້າທີ່ການເມືອງ ກໍຄືການດໍາເນີນ ຄະດີແພ່ງໃນໄລຍະໃໝ່ ເພື່ອເຮັດໃຫ້ກົດ ໝາຍສະບັບປັບປຸງໃໝ່ ສາມາດຈັດຕັ້ງ ປະຕິບັດໄດ້ງ່າຍສອດຄ່ອງກັບສະພາບ ຄວາມເປັນຈິງຂອງປະເທດ ແນໃສ່ ການດໍາເນີນຄະດີແພ່ງມີຄວາມວ່ອງ ໄວ, ໂປ່ງໃສ, ຖືກຕ້ອງ, ມີຄວາມເຊື່ອ ໝັ້ນເຊື່ອຖື ແລະ ເຂົ້າເຖິງຂະບວນຍຸຕິ * ແຂວງຈໍາປາສັກໄດ້ຈັດພິທີໂຮມ ຊຸມນຸມສະເຫລີມສະຫລອງວັນສະຖາ ປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 49 ປີ (2 ທັນ ວາ 1975 - 2 ທັນວາ 2024) ຕິດພັນ ກັບການເປີດຂະບວນການສະເຫລີມ ສະຫລອງ 3 ວັນປະຫວັດສາດ ປີ 2025 ແລະ ຂະບວນການສ້າງເສດຖະ ກິດເອກະລາດເປັນເຈົ້າຕົນເອງໃນໄລ ຍະໃໝ່ທົ່ວແຂວງຈໍາປາສັກ ເຊິ່ງພິທີ ດັ່ງກ່າວໄດ້ມີຂຶ້ນໃນຕອນເຊົ້າວັນທີ 29 ພະຈິກ 2024 ທີ່ເດີ່ນສະໜາມແດງ ນະຄອນປາກເຊ ໃຫ້ກຽດເຂົ້າຮ່ວມ ພ້ອມກ່າວປາໄສຕໍ່ທີ່ໂຮມຊຸມນຸມຂອງ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະ ການສູນກາງພັກ ເລຂາພັກແຂວງ ເຈົ້າ ແຂວງຈໍາປາສັກ, ມີສະຫາຍ ສະນັ່ນ ສີພາພົມມະຈັນ ຮອງເລຂາພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງ, ມີອະດີດ ພະນັກງານການນໍາອາວຸໂສບໍານານ, ມີຄະນະປະຈໍາພັກແຂວງ, ກໍາມະການ ພັກແຂວງ, ກົງສູນໃຫຍ່ ສສ ຫວຽດ ນາມ, ກົງສູນໃຫຍ່ຣາຊະອານາຈັກ ກໍາ ປູເຈຍ ປະຈໍາພາກໃຕ້ທີ່ນະຄອນປາກ ເຊ, ພະແນກການອ້ອມຂ້າງແຂວງ, ກໍາລັງ ປກຊ-ປກສ, ສະຖາບັນການ ສຶກສາ, ນະຄອນປາກເຊ, ການນໍາຈາກ 9 ເມືອງ, ນາຍບ້ານ, ນັກຮຽນ-ນັກສຶກ ສາ, ພໍ່ແມ່ປະຊາຊົນ ແລະ ມວນຊົນ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ. ໃນພິທີໂຮມຊຸມນຸມອັນມີຄວາມ ໝາຍສໍາຄັນທາງດ້ານປະຫວັດສາດ, ໂດຍ ສະຫາຍ ອາລຸນໄຊ ສູນນະລາດ ກໍາມະການສູນກາງພັກ ເລຂາພັກ ແຂວງ ເຈົ້າແຂວງຈໍາປາສັກ ໃຫ້ກຽດ ກ່າວປາຖະກະຖາ ແລະຍົກໃຫ້ເຫັນການ ໄດ້ຮັບໄຊຊະນະ, ການເຕີບໃຫຍ່ຂະ ຫຍາຍຕົວໃນແຕ່ລະໄລຍະຢ່າງຮອບ ດ້ານໃນການນໍາພາ-ຊີ້ນໍາຂອງພັກ-ລັດ ເຊິ່ງພວກເຮົາມາເຕົ້າໂຮມຊຸມນຸມນະສະ ຖານທີ່ແຫ່ງນີ້ ແມ່ນເພື່ອພ້ອມກັນສະ ເຫລີມສະຫລອງວັນຊາດ ທີ 2 ທັນວາ ຄົບຮອບ 49 ປີ, ເປີດຂະບວນການ 3 ວັນປະຫວັດສາດແລະ ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງ (ສອຈ) ໃນໄລຍະໃໝ່ ຊຶ່ງເປັນເຫດການ ການ ເມືອງທີ່ສໍາຄັນຍິ່ງຂອງທົ່ວສັງຄົມ ແລະ ປະຊາຊົນບັນດາເຜົ່າຂອງພວກ ເຮົາທັງໝົດ. ວັນທີ 2 ທັນວາ 1975 ແມ່ນວັນ ທີ່ມີຄວາມໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດແລະທົ່ວປວງຊົນລາວທັງຊາດ, ແມ່ນວັນແຫ່ງໄຊຊະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ ຂອງ ຊາດລາວເຮົາ; ແມ່ນວັນທີ່ປະຊາຊົນ ລາວບັນດາເຜົ່າ ໄດ້ມີອິດສະຫລະພາບ ແລະ ໄດ້ເປັນເຈົ້າຂອງປະເທດຊາດ ຢ່າງແທ້ຈິງ; ທັງເປັນວັນແຫ່ງການ ກ້າວສູ່ຍຸກສະໄໝໃໝ່ແຫ່ງການສ້າງ ປະເທດລາວສັນຕິພາບ, ເອກະລາດ, ປະຊາທິປະໄຕ, ເອກະພາບ, ວັດທະນະ ຖາວອນ ປະທານ ໄກສອນ ພົມວິຫານ ໄດ້ຕີລາຄາ ວັນທີ 2 ທັນວາ ປີ 1975 ວ່າ:“ບໍ່ທັນມີເວລາໃດທີ່ປະຊາຊົນເຮົາ ເຊິ່ງເປັນຜູ້ສ້າງປະຫວັດສາດຂອງ ຊາດນັ້ນ ໄດ້ຍາດເອົາໄຊຊະນະອັນ ສົມບູນຢ່າງສະຫງ່າລາສີຄືແນວນີ້ຈັກ ເທື່ອ, ໄຊຊະນະນັ້ນບໍ່ສະເພາະແຕ່ໄດ້ ຟື້ນຟູຄວາມເປັນເອກະລາດ ຂອງປະ ເທດເຮົາ, ຫາກຍັງເປັນຄັ້ງທຳອິດທີ່ ປະຊາຊົນບັນດາເຜົ່າ ຜູ້ເຄີຍດຳລົງຊີວິດ ເປັນທາດໄດ້ກາຍມາເປັນເຈົ້າຂອງແທ້ ຈິງຂອງຊາດໜຶ່ງ ທີ່ມີເອກະລາດ, ມີ ອິດສະຫລະພາບຢ່າງສົມບູນແລະພວມ ກ້າວຂຶ້ນສູ່ສັງຄົມນິຍົມ, ເຮັດໃຫ້ຄວາມ ມຸ່ງຫວັງອັນແຮງກ້າ ຂອງປວງຊົນ ລາວ ກໍຄື ຂອງມວນມະນຸດປະກົດເປັນ ຈິງ ຢູ່ບົນຜືນແຜ່ນດິນອັນແສນຮັກຂອງ ພວກເຮົາ”. ຍົກໃຫ້ເຫັນບັນດາເຫດການ ແລະ ໄຊຊະນະ ອັນຍິ່ງໃຫຍ່ ຂອງກອງທັບ ແລະ ປະຊາຊົນລາວ ໃນຂະບວນການ ຕໍ່ສູ້ກູ້ຊາດ. ພາຍຫລັງປະເທດລາວ ໄດ້ຕົກເປັນ ຫົວເມືອງຂຶ້ນ ຂອງຈັກກະພັດຝຣັ່ງ ໃນ ປີ 1893 ປະຊາຊົນລາວ ໄດ້ຖືກກົດຂີ່ ຂົ່ມເຫັງ ຢ່າງໂຫດຮ້າຍປ່າເຖື່ອນ, ບໍ່ມີ ອິດສະຫລະພາບ, ຖືກເກນໄປເປັນຂ້ອຍ ຂ້າ, ເປັນຂ້າທາດຮັບໃຊ້ຝຣັ່ງ ທຸກຮູບ ແບບ ຍ້ອນທົນຕໍ່ການກົດຂີ່ຂົມເຫັງບໍ່ ໄຫວ ປະຊາຊົນລາວບັນດາເຜົ່າ ຈຶ່ງໄດ້ ລຸກຮືຂຶ້ນຕ້ານການປົກຄອງຂອງ ຝຣັ່ງ ຢູ່ຫລາຍແຂວງ ຂອງປະເທດລາວ ເຊິ່ງ ເລີ່ມຕົ້ນດ້ວຍຂະບວນການຕໍ່ສູ້ຂອງພໍ່ ກະດວດ, ອົງແສນ, ເຈົ້າຟ້າປັດໄຈ, ອົງ ແກ້ວ - ອົງກົມມະດໍາ, ນາຍຄູຄຳ ແລະ ຜູ້ອື່ນໆ, ແຕ່ກໍບໍ່ມີຂະບວນການຕໍ່ສູ້ໃດທີ່ ສາມາດຍາດໄດ້ໄຊຊະນະຍ້ອນຫລາຍ ສາເຫດ, ແຕ່ປັດໄຈສໍາຄັນຕົ້ນຕໍແມ່ນ ບໍ່ມີພັກນໍາພາ, ເຖິງວ່າຂະບວນການຕໍ່ ສູ້ດັ່ງກ່າວບໍ່ໄດ້ຮັບໄຊຊະນະ ແຕ່ປະ ຊາຊົນລາວບັນດາເຜົ່າກໍບໍ່ໄດ້ທໍ້ຖອຍ ແລະ ບໍ່ຍອມຈໍານົນສັດຕູ, ຄວາມຄຽດ ແຄ້ນຍິ່ງເພີ່ມທະວີ, ຂະບວນການຕໍ່ສູ້ ກໍນັບມື້ນັບຍົກລະດັບຂຶ້ນກາຍເປັນຂະ ບວນການຕໍ່ສູ້ ຂອງມະຫາຊົນທີ່ຂະ ຫຍາຍກວ້າງອອກໄປທົ່ວປະເທດ ແລະ ກໍາລັງຕໍ່ສູ້ປະຕິວັດກໍນັບມື້ນັບເຕີບໃຫຍ່ ຂະຫຍາຍຕົວ. ຜົນສໍາເລັດຂອງການປະຕິບັດ 2 ໜ້າທີ່ຍຸດທະສາດ ໄລຍະ 10 ປີແຫ່ງ ການຟື້ນຟູເສດຖະກິດ,ວັດທະນະທໍາ - ສັງຄົມ (1975 -1985 ). ພາຍຫລັງປະເທດຊາດໄດ້ຮັບການ ປົດປ່ອຍ ແລະ ສະຖາປະນາ ສປປ ລາວ ໃນວັນທີ 2 ທັນວາ 1975 ພັກ ໄດ້ເປັນ ແກນນໍາໃນລະບົບການເມືອງ ຂອງລະ ບອບປະຊາທິປະໄຕ ປະຊາຊົນ, ນໍາພາ ປະເທດຊາດກ້າວເດີນຕາມເສັ້ນທາງ ສັງຄົມນິຍົມ ແລະ ນໍາພາປວງຊົນລາວ ທັງຊາດ ປະຕິບັດ 2 ໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາ ແລະ ສ້າງສາພັດທະ ນາປະເທດຊາດ. ໃນໄລຍະ 10 ປີຕົ້ນ ຂອງລະບອບປະເທດເຮົາໄດ້ພົບຄວາມ ຫຍຸ້ງຍາກຍ້ອນຖືກສົງຄາມທໍາລາຍ ຢ່າງໜັກໜ່ວງ, ນອກຈາກນັ້ນ ບັນດາ ອິດທິກຳລັງປໍລະປັກ ເຖິງວ່າຈະປະລາ ໄຊໃນສົງຄາມ, ແຕ່ພວກເຂົາ ກໍ່ໄດ້ຊອກ ທຸກວິທີທາງເພື່ອເຕົ້າໂຮມບັນດາກໍາ ລັງປະຕິການ ຫວັງມ້າງເພການປະຕິ ວັດ ດ້ວຍທຸກເລ່ຫລ່ຽມ ອັນເລິກແລບ ແນບນຽນ;ດ້ານເສດຖະກິດ-ສັງຄົມຍັງ ຫຍຸ້ງຍາກ, ພື້ນຖານໂຄງລ່າງຕ່າງໆ ບໍ່ໄດ້ຮັບການພັດທະນາ, ລະບົບການ ສຶກສາ, ສາທາລະນະສຸກຍັງຫລ້າຫລັງ, ປະຊາຊົນບໍ່ສາມາດເຂົ້າເຖິງຢ່າງກວ້າງ ຂວາງ, ຍັງມີແນວຄິດເຊື່ອຖືງົມງວາຍ, ຮີດຄອງປະເພນີຫລ້າຫລັງ, ນອກຈາກ ນັ້ນ ຍັງຖືກພວກລ່າເມືອງຂຶ້ນແບບເກົ່າ ແລະ ແບບໃໝ່ ນໍາເອົາວັດທະນະທໍາທີ່ ເສື່ອມຊາມແລະ ແບບແຜນດໍາລົງຊີວິດ ຕາເວັນຕົກ ມາເບື່ອເມົາປະຊາຊົນ ແລະ ຊາວໜຸ່ມເຮົາ ເພື່ອຫວັງທຳລາຍວັດທະ ນາທໍາອັນດີງາມຂອງຊາດເຮົາຈາກສະ ພາບຄວາມເປັນຈິງດັ່ງກ່າວ ເຮັດໃຫ້ລະ ບົບເສດຖະກິດ-ສັງຄົມຂອງປະເທດ ເຮົາ ຢູ່ໃນໄລຍະແຫ່ງການຟື້ນຟູພົບ ຄວາມຫຍຸ້ງຍາກຢ່າງຮອບດ້ານ ແລະ ພາຍຫລັງປ່ຽນແປງໃໝ່ ຈົນເຖິງປັດ ຈຸບັນ ເລີ່ມແຕ່ປີ 1986 ເປັນຕົ້ນມາ, ພັກເຮົາໄດ້ນໍາພາປ່ຽນແປງຢ່າງຮອບ ດ້ານ ແລະ ມີຫລັກການ ຂອງພັກ ເຖິງ ວ່າປະເທດເຮົາ ຈະພົບກັບຄວາມຫຍຸ້ງ ຍາກ ແລະ ສິ່ງທ້າທາຍຫລາຍປະການ ກໍຕາມ, ແຕ່ພັກເຮົາກໍຕັດສິນໃຈນໍາພາ ສ້າງການຫັນປ່ຽນໃໝ່ຢ່າງເປັນລະບົບ ແລະ ມີຫລັກການ, ສາມາດຍາດໄດ້ ຜົນງານແລະ ໄຊຊະນະອັນໃຫຍ່ຫລວງ ໃນແຕ່ລະດ້ານ. ສໍາລັບປີ 2025 ເປັນປີ ທີ່ມີຄວາມ ໝາຍສໍາຄັນ ສໍາລັບທົ່ວພັກ, ທົ່ວລັດ, ທົ່ວກໍາລັງປະກອບອາວຸດ ແລະ ທົ່ວ ປວງຊົນຊາວແຂວງຈໍາປາສັກ ເວົ້າສະ ເພາະ, ເວົ້າລວມແມ່ນທົ່ວປວງຊົນ ລາວທັງຊາດ; ໃນການກະກຽມສະ ເຫລີມສະຫລອງ 3 ວັນປະຫວັດສາດ, ເນື້ອແທ້ ເປັນການຫວນຄືນມູນເຊື້ອ ແຫ່ງການຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນຄືນໝາກຜົນຕົວຈິງ ທີ່ພັກ ປະຊາຊົນປະຕິວັດລາວ ຍາດມາໄດ້ຕະ ຫລອດໄລຍະ 70 ປີ ຊຶ່ງເປັນວັນໄຊຊະ ນະຂອງຊົນຊັ້ນກໍາມະກອນ ແລະ ຊາວ ຜູ້ອອກແຮງງານ, ເປັນວັນແຫ່ງການ ເອກອ້າງທະນົງໃຈຂອງທົ່ວພັກ, ທົ່ວ ກອງທັບ ແລະ ທົ່ວປວງຊົນບັນດາເຜົ່າ ພາຍໃຕ້ການນໍາພາຂອງພັກ; ການປົກ ປັກຮັກສາແລະການສ້າງສາພັດທະນາ ປະເທດຊາດ ຕະຫລອດ 50 ປີ ຊຶ່ງເປັນ ວັນໄຊຊະນະອັນຍິ່ງໃຫຍ່ ທີ່ບໍ່ເຄີຍມີມາ ໃນປະຫວັດສາດຂອງຊາດລາວເຮົາ ແລະ ການຈາລຶກຜົນງານ, ຄຸນງາມ ຄວາມດີ ແລະ ສະແດງຄວາມຮູ້ບຸນຄຸນ ຂອງປະທານໄກສອນພົມວິຫານຜູ້ນໍາ ທີ່ແສນເຄົາລົບຮັກຂອງປະຊາຊົນບັນ ດາເຜົ່າ ຄົບຮອບ 105 ປີ ຊຶ່ງເປັນຜູ້ນໍາ ພາກໍ່ຕັ້ງພັກ ແລະ ລັດປະຊາທິປະໄຕ ປະຊາຊົນລາວຂອງພວກເຮົາ. ເພື່ອໃຫ້ ການຈັດຕັ້ງສະເຫລີມສະຫລອງດໍາ ເນີນໄປດ້ວຍຮູບການ ແລະ ກິດຈະກໍາ ອັນມີຄວາມໝາຍສໍາຄັນ ທັງຮັບປະກັນ ໃຫ້ມີເນື້ອໃນເລິກເຊິ່ງ, ມີຄວາມເປັນ ລະບຽບຮຽບຮ້ອຍ-ສະຫງົບປອດໄພ ແລະ ມີບັນຍາກາດຟົດຟື້ນ, ທັງເປັນ ເຫດການທາງດ້ານການເມືອງ-ສັງ ຄົມ ອັນທີ່ພົ້ນເດັ່ນຢູ່ໃນປະເທດ ກໍຄື ແຂວງຈໍາປາສັກຂອງພວກເຮົາ; ທັງ ເປັນການສ້າງຂະບວນການ ສ້າງເສດ ຖະກິດ ເອກະລາດ ເປັນເຈົ້າຕົນເອງໃນ ໄລຍະໃໝ່ ໃຫ້ປະກົດຜົນເປັນຈິງ. ທໍາໄດ້ຫລາຍຂຶ້ນ, ການດໍາເນີນຄະດີໃຫ້ ມີຄຸນນະພາບ ແລະ ມີຜົນສັກສິດ ໃນ ການຈັດຕັ້ງປະຕິບັດເພື່ອເຮັດໃຫ້ການ ຄຸ້ມຄອງ, ຕິດຕາມກວດກາສານປະຊາ ຊົນແລະ ຜູ້ພິພາກສາໃຫ້ແທດເໝາະກັບ ສະພາບຄວາມເປັນຈິງ. ສໍາລັບຄວາມ ຈໍາເປັນໃນການປັບປຸງໄດ້ມີມະຕິ ສະ ບັບເລກທີ 037/ກມສພ, ລົງວັນທີ 18 ມິຖຸນາ 2018 ວ່າດ້ວຍການຍົກສູງ ປະ ສິດທິພາບການຄຸ້ມຄອງລັດ-ຄຸ້ມຄອງ ສັງຄົມດ້ວຍກົດໝາຍ ແລະ ມະຕິສະບັບ ເລກທີ 112/ກມສພ, ລົງວັນທີ 2 ມິຖຸນາ 2020 ວ່າດ້ວຍການຍົກສູງຄຸນ ນະພາບການດໍາເນີນຄະດີຕາມຂະບວນ ການຍຸຕິທໍາ. ສະນັ້ນ, ຈຶ່ງມີຄວາມຈໍາ ເປັນຕ້ອງໄດ້ມີການປັບປຸງກົດໝາຍ ວ່າດ້ວຍການດໍາເນີນຄະດີແພ່ງເພື່ອ ເປັນເຄື່ອງມືແລະ ເປັນບ່ອນອີງໃນການ ເຄື່ອນໄຫວປະຕິບັດໜ້າທີ່ວຽກງານ, ການພິຈາລະນາຕັດສິນແລະພິພາກສາ ຄະດີຂອງສານໃຫ້ມີຄວາມຖືກຕ້ອງ, ວ່ອງໄວ,ຍຸຕິທໍາ,ມີຄວາມເຊື່ອໝັ້ນຈາກ ປະຊາຊົນ ກາຍເປັນເຄື່ອງມືຜະເດັດ ການສັກສິດ ເດັດຂາດຂອງພັກ; ເພື່ອ ລວບລວມເອົາບົດຮຽນອື່ນໃນກົດໝາຍ ທີ່ກ່ຽວຂ້ອງ, ລະບຽບການ, ນິຕິກຳອື່ນ ແລະ ບົດຮຽນຂອງຕ່າງປະເທດທີ່ພົວ ພັນກ່ຽວກັບວຽກງານການແກ້ໄຂບັນ ຫາທາງແພ່ງ ນໍາມາປັບປຸງເຂົ້າໃສ່ກົດ ໝາຍວ່າດ້ວຍການດໍາເນີນຄະດີແພ່ງ ສະບັບປັບປຸງໃໝ່ນີ້ໃຫ້ສາມາດຈັດຕັ້ງ ປະຕິບັດໄດ້ງ່າຍ ສອດຄ່ອງກັບສະພາບ ຄວາມເປັນຈິງຂອງປະເທດ, ແກ້ບັນ ຫາຄະດີຫລົບໄປຫລົບມາ, ມີຄວາມຊັກ ຊ້າແກ່ຍາວເວລາ, ຮັບປະກັນຄວາມ ເປັນເອກະພາບ ແລະ ມີຜົນສັກສິດ ໃນ ການຈັດຕັ້ງປະຕິບັດ. ໂຄງປະກອບແລະເນື້ອໃນຂອງກົດ ໝາຍວ່າດ້ວຍການດໍາເນີນຄະດີແພ່ງ ສະບັບປັບປຸງປີ 2012 ປະກອບດ້ວຍ XVII ພາກ 32 ໝວດ, 370 ມາດຕາ; ການຄົ້ນຄວ້າ, ປັບປຸງຂອງຄະນະຮັບ ຜິດຊອບຍັງຮັກສາຈໍານວນພາກຄື ເກົ່າ, ເພີ່ມໝວດເຂົ້າໃໝ່ 01 ໝວດ, ເພີ່ມມາດຕາໃໝ່ເຂົ້າ 26 ມາດຕາ, ຕັດ ອອກ 10 ມາດຕາ, ໄດ້ປັບປຸງ 139 ມາດຕາ ແລະ ຍັງຮັກສາເດີມ 221 ມາດຕາ; ຮ່າງກົດໝາຍວ່າດ້ວຍ ການ ດໍາເນີນຄະດີແພ່ງ (ສະບັບປັບປຸງ) ປະກອບດ້ວຍ XVIII ພາກ, 33 ໝວດ, 386 ມາດຕາ. ຄາດຄະເນຜົນໄດ້ຮັບຈາກການປັບ ປຸງກົດໝາຍໃນຄັ້ງນີ້ ເພື່ອສ້າງຄວາມ ເຊື່ອໝັ້ນຂອງສັງຄົມ ກໍຄືຄູ່ຄວາມ, ບຸກ ຄົນທີສາມຕໍ່ສານປະຊາຊົນໃນການພິ ຈາລະນາຕັດສິນ ຫລື ພິພາກສາຄະດີ ແພ່ງ ແລະ ບັນດາປະກົດການຫຍໍ້ທໍ້ ຕ່າງໆ; ເຮັດໃຫ້ບຸກຄົນ ແລະ ການຈັດ ຕັ້ງຮູ້ໄດ້ເຖິງພາລະບົດບາດ, ສິດ ແລະ ໜ້າທີ່ການເຄື່ອນໄຫວວຽກງານຂອງ ສານປະຊາຊົນກ່ຽວກັບການດໍາເນີນ ການຄະດີແພ່ງ ກໍຄືພິຈາລະນາແກ້ໄຂ ຂໍ້ຂັດແຍ່ງທາງແພ່ງ ເຮັດໃຫ້ປະຊາຊົນ ເຂົ້າເຖິງຂະບວນການຍຸຕິທໍາ, ສັງຄົມ ມີຄວາມສະຫງົບສຸກ, ມີຄວາມເປັນລະ ບຽບຮຽບຮ້ອຍ ປະກອບສ່ວນເຂົ້າໃນ ການສ້າງລັດທີ່ປົກຄອງດ້ວຍກົດໝາຍ ຢູ່ ສປປ ລາວ, ແກ້ໄຂບັນຫາການດໍາ ເນີນຄະດີມີຄວາມຊັກຊ້າແກ່ຍາວ, ຄະ ດີຫລົບໄປຫລົບມາບໍ່ມີມື້ສິ້ນສຸດ, ຮັບປະ ກັນການດໍາເນີນຄະດີແພ່ງມີຄວາມ ວ່ອງໄວ, ຖືກຕ້ອງແລະມີຄວາມຍຸຕິທໍາ ໃນສັງຄົມ. ເນ່ືອງໃນໂອກາດວັນເກີດປະທານໄກສອນ ພົມວິຫານ ຄົບຮອບ 104 ປີ (13/12/1920-13/12/2024) ໝາຍ ແລະ ເປັນກຳລັງແຮງທີ່ບໍ່ເຫືອດ ແຫ້ງຂອງການປະຕິວັດ, ເພິ່ນເວົ້າ ເລື້ອຍໆວ່າ ຄັນປະຊາຊົນບໍ່ພ້ອມ ເຮັດ ຫຍັງກໍ່ບໍ່ເກີດ; ເພິ່ນຍັງເວົ້າວ່າການປະ ຕິວັດເຕີບໃຫຍ່ ແລະ ໄດ້ຮັບໄຊຊະນະ ຍ້ອນປະຊາຊົນສະໜັບສະໜູນ ແລະ ເຂົ້າຮ່ວມ. ສະນັ້ນ,ການປະຕິວັດກໍແມ່ນ ເພື່ອຜົນປະໂຫຍດຂອງປະຊາຊົນ, ຍາມ ໃດ ເພິ່ນກໍເປັນຫ່ວງເປັນໄຍນຳຄວາມ ສຸກທຸກຂອງປະຊາຊົນ ເພິ່ນໄດ້ລົງທ້ອງ ຖິ່ນຮາກຖານ ພົບປະໂອ້ລົມຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນ ຢູ່ຮາກຖານເປັນປະຈຳ, ການລົງຮາກ ຖານໄປ ຢ້ຽມຢາມພົບປະຊາຊົນ, ຊອກ ຮູ້ບັນຫາ ແລະ ຄວາມມຸ່ງມາດປາຖະ ໜາຂອງປະຊາຊົນແມ່ນແບບແຜນເຮັດ ວຽກ ທີ່ສຳຄັນຂອງປະທານ. ປະທານ ໄກສອນ ພົມວິຫານ ແມ່ນ ຜູ້ນຳທີ່ດຸໝັ່ນ, ດຳລົງຊີວິດແບບງ່າຍ ດາຍ, ປະຢັດ ແລະ ບໍລິສຸດປອດໃສ. ເພິ່ນໄດ້ຕັ້ງໜ້າເຮັດວຽກດ້ວຍຄວາມ ດຸໝັ່ນ, ຮອບຄອບແລະ ມີຄວາມຮັບຜິດ ຊອບສູງ, ເຮັດວຽກດ້ວຍຄວາມຊື່ສັດ ບໍລິສຸດຕໍ່ຊາດຕໍ່ປະຊາຊົນ. ປະທານ ໄກສອນ ພົມວິຫານ ແມ່ນ ນັກເຄື່ອນໄຫວສາກົນຜູ້ດີເດັ່ນ: ເພິ່ນ ໄດ້ນຳພາຊີ້ນຳຮ່ວມກັບໝູ່ຄະນະຢ່າງ ສະຫລຽວສະຫລາດ ໃນການສົມທົບ ບັນຫາຊາດກັບສາກົນ, ລະຫວ່າງການ ແກ້ໄຂບັນຫາການຕໍ່ສູ້ພາຍໃນປະເທດ ກັບຕ່າງປະເທດ, ສົມທົບກັບການຕໍ່ສູ້ ປົດປ່ອຍຊາດແລະ ສ້າງສາປະເທດຊາດ ຂອງພວກເຮົາ, ການຕໍ່ສູ້ຕ້ານ ລັດທິຈັກ ກະພັດລ່າເມືອງຂຶ້ນ ແລະ ການຕໍ່ສູ້ເພື່ອ ສັງຄົມນິຍົມ. ພິເສດທີ່ສຸດແມ່ນການ ສົມທົບຢ່າງແໜ້ນແຟ້ນການຕໍ່ສູ້ຂອງ 3 ປະເທດ ລາວ, ຫວຽດນາມ ແລະ ກຳ ປູເຈຍ ໃຫ້ກຳລັງແຮງສັງລວມ, ເປັນ ກະແສຟອງປະຕິວັດ ຢູ່ອິນດູຈີນ ເພື່ອຕີ ເອົາຊະນະຈັກກະພັດລ່າເມືອງຂຶ້ນແບບ ເກົ່າ ແລະ ແບບໃໝ່. ປະທານ ໂຮ່ຈີ່ມິງ ແລະ ປະທານ ໄກສອນ ພົມວິຫານ ໄດ້ເປັນຜູ້ກໍ່ຕັ້ງຄວາມສາມັກຄີພິເສດ ລະຫວ່າງ ລາວ-ຫວຽດນາມ. ປະທານ ໄກສອນ ໄດ້ນຳພາ-ຊີ້ນຳ ການວາງຍຸດທະສາດທ່ີເປັນພື້ນຖານ ຍາວນານ ແລະ ຍຸດໂທບາຍ ດ້ານການ ຕ່າງປະເທດຂອງ ສປປ ລາວ ເພິ່ນໄດ້ ເປັນເຈົ້າການເຄື່ອນໄຫວປະຕິບັດແນວ ທາງຍຸດທະສາດ ແລະ ໃຊ້ຍຸດທະສາດ ການຕ່າງປະເທດ ສັນຕິພາບ, ເອກະ ລາດ,ມິດຕະພາບແລະການຮ່ວມມືກັບ ນາໆປະເທດ ໂດຍບໍ່ຈຳແນກລະບອບ ສັງຄົມການເມືອງທີ່ແຕກຕ່າງກັນ, ສ້າງການພົວພັນຮ່ວມມືກັບປະເທດ ຕ່າງໆບົນພື້ນຖານ 5 ຫລັກການແຫ່ງ ການຢູ່ຮ່ວມກັນໂດຍສັນຕິ, ໃນນັ້ນ ແມ່ນການສ້າງສາຍພົວພັນມິດຕະ ພາບ, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານກັບ ສສຫວຽດນາມ, ເພີ່ມທະວີມິດຕະພາບ ແລະ ການຮ່ວມ ມືຮອບດ້ານກັບ ສປ ຈີນ ແລະ ປະເທດ ເພື່ອນມິດຍຸດທະສາດສັງຄົມນິຍົມ, ດຳເນີນນະໂຍບາຍການທູດ ແບບຄ່ອງ ແຄ້ວ, ນິ້ມນວນ, ເພິ່ມມິດຫລຸດຜ່ອນສັດ ຕູ, ເອົາການເຄື່ອນໄຫວຕ່າງປະເທດ ດ້ານການເມືອງ ແລະ ການທູດ ຕິດພັນ ກັບເສດຖະກິດ, ສ້າງສະພາບແວດ ລ້ອມທີ່ເອື້ອອຳນວຍໃຫ້ແກ່ພາລະກິດ ປ່ຽນແປງໃໝ່, ສ້າງລະບອບປະຊາ ທິປະໄຕ ປະຊາຊົນ ກ້າວຂຶ້ນສູ່ສັງຄົມ ນິຍົມ. ຜ່ານການປະຕິບັດແນວທາງຍຸດ ທະສາດແລະຍຸດໂທບາຍດ້ານການຕ່າງ ປະເທດ ໄດ້ເຮັດໃຫ້ ສປປ ລາວ ມີ ເພ່ືອນມິດນັບມື້ນັບຫລາຍຂຶ້ນ, ການພົວ ພັນສາກົນ ໄດ້ເປີດກວ້າງອອກ ເຮັດໃຫ້ ສປປ ລາວ ມີບົດບາດໃນເວທີສາກົນ ແລະ ໄດ້ຮັບການເຊີດຊູຂຶ້ນ.
RkJQdWJsaXNoZXIy MTc3MTYxMQ==