6021

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 09/12/2024 xtgmf]k; ສສຊ... ນາຍົກລັດຖະມົນຕີ... ສະພາແຫ່ງຊາດ... ກະຊວງ ຖວທ... ຊຽງຂວາງ... ກະຊວງສາທາລະນະສຸກ... ຂປລ. ແຫລ່ງຂ່າວຈາກແຂວງ ຊຽງຂວາງ ໃຫ້ຮູ້ວ່າ: ພິທີສະເຫລີມ ສະຫລອງປີທ່ອງທ່ຽວລາວ ແລະ ເທສະການບຸນເຂົ້າໄກ່ນ້ອຍ 2024 ຈັດຂຶ້ນຢ່າງເປັນທາງການໃນອາ ທິດຜ່ານມາ ທີ່ເດີ່ນຫໍພິພິຕະພັນ ແຂວງຊຽງຂວາງ ໂດຍມີທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດ ຖະມົນຕີແຫ່ງສປປລາວ,ທ່ານໂພສີ ແກ້ວມະນີວົງ ຮອງລັດຖະມົນຕີ ພ້ອມນັ້ນ, ສອງຝ່າຍໄດ້ຕີລາຄາສູງ ຕໍ່ການພົວພັນຮ່ວມມືອັນແໜ້ນແຟ້ນ ຂອງສອງສະພາແຫ່ງຊາດລາວ ແລະ ກຳປູເຈຍ, ສະແດງອອກໃນ ການແລກປ່ຽນການພົບປະຢ້ຽມ ຢາມຂອງຄະນະຜູ້ແທນສອງຝ່າຍ ເພື່ອຖ່າຍທອດບົດຮຽນນຳກັນໃນ ໄລຍະຜ່ານມາເຮັດໃຫ້ການພົວພັນ ຮ່ວມມືສອງຝ່າຍນັບມື້ແຕກດອກ ອອກຜົນ, ຊົມເຊີຍຄວາມຄືບໜ້າ ຂອງວຽກງານຊາຍແດນທີ່ສອງ ຝ່າຍໄດ້ຮ່ວມກັນສຳຫລວດ ແລະ ປັກຫລັກໝາຍຊາຍແດນໄດ້ເປັນ ສ່ວນໃຫຍ່ ແລະ ເຫັນດີຊຸກຍູ້ໃຫ້ສືບ ຕໍ່ການສຳຫລວດໃນສ່ວນທີ່ຍັງຄົງ ຄ້າງບົນຈິດໃຈທີ່ເປັນຍາດພີ່ນ້ອງ ບ້ານໃກ້ເຮືອນຄຽງດ້ວຍກັນ ເພື່ອ ເຮັດໃຫ້ຊາຍແດນເປັນຊາຍແດນ ແຫ່ງສັນຕິພາບ, ມີຄວາມສະຫງົບ ແລະ ມີການຮ່ວມມືເພື່ອການພັດທະ ນາໃຫ້ຈະເລີນຮຸ່ງເຮືອງຕະຫລອດ ໄປ, ພ້ອມນີ້ ສອງຝ່າຍໄດ້ສະເໜີ ໃຫ້ເພີ່ມການຮ່ວມມືທີ່ມີທ່າແຮງ ເປັນຕົ້ນການຄ້າ-ການລົງທຶນ,ການ ທ່ອງທ່ຽວ, ຍົກສູງການຮ່ວມມືດ້ານ ວັດທະນະທຳ ແລະ ຮີດຄອງປະເພ ນີທີ່ດີງາມຂອງສອງປະເທດ ແລະ ການໄປມາຫາສູ່ກັນຂອງປະຊາຊົນ ລາວ-ກຳປູເຈຍ ໃຫ້ນັບມື້ນັບສູງ ຂຶ້ນ, ສອງຝ່າຍຍັງໄດ້ປຶກສາຫາລື ເຖິງແຜນວຽກໃນປີ 2025 ກໍຄື ການກະກຽມຈັດກອງປະຊຸມຄະນະ ກຳມາການຮ່ວມມືຮັກສາຄວາມ ສະຫງົບຮຽບຮ້ອຍຕາມຊາຍແດນ ລາວ-ກຳປູເຈຍ ຄັ້ງທີ 3 ທີ່ ສປປ ລາວແລະກອງປະຊຸມຕ່າງໆທີ່ກ່ຽວ ຂ້ອງພາຍໃຕ້ສົນທິສັນຍາວ່າດ້ວຍ ການກໍານົດຊາຍແດນ ລາວ-ກໍາ ປູເຈຍ ແລະ ກອງປະຊຸມຄະນະກຳ ມາທິການຊາຍແດນ ລາວ-ກຳປູ ເຈຍ ຄັ້ງທີ 8 ທີ່ຝ່າຍກໍາປູເຈຍ ຈະ ເປັນເຈົ້້າພາບໃນຕົ້ນປີ 2025. ນອກຈາກນັ້ນ, ທ່ານນາຍົກລັດ ຖະມົນຕີສອນໄຊສີພັນດອນໄດ້ຕາງ ໜ້າໃຫ້ພັກ, ລັດຖະບານແລະ ປະຊາ ຊົນລາວ ສະແດງຄວາມຂອບໃຈ ເປັນຢ່າງສູງມາຍັງພັກ, ລັດ ແລະ ປະຊາຊົນກໍາປູເຈຍ ທີ່ໄດ້ໃຫ້ການ ຊ່ວຍເຫລືອແກ່ສປປລາວໃນໄລຍະ ການເປັນປະທານໝູນວຽນອາຊຽນ ກໍຄື ການເປັນເຈົ້້າພາບຈັດກອງປະ ຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45, ກອງປະຊຸມສະມັດຊາໃຫຍ່ ຄັ້ງທີ45ທີ່ນະຄອນຫລວງວຽງຈັນ ຈົນໄດ້ຮັບຜົນສໍາເລັດໃນລະດັບ ຄາດໝາຍ. ໃນຂະນະດຽວກັນ, ສົມເດັດ ມະຫາ ຣັດສະເພຍ ທິກາ ທິບໍດີ ຄຸນ ສຸດາຣີ ໄດ້ຢືນຢັນຈະສືບ ຕໍ່ຊຸກຍູ້ໃຫ້ສອງສະພາແຫ່ງຊາດ ກຳປູເຈຍ-ລາວ ຈັດຕັ້ງປະຕິບັດຜົນ ການຕົກລົງຮ່ວມກັນລະຫວ່າງ ສອງນາຍົກລັດຖະມົນຕີ ລາວ-ກໍາປູ ເຈຍ ໃນໄລຍະຜ່ານມາໃຫ້ເປັນຮູບ ປະທໍາ ເພື່ອນໍາເອົາຜົນປະໂຫຍດ ຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ, ອວຍພອນໃຫ້ສາຍ ພົວພັນມິດຕະພາບ ແລະ ການຮ່ວມ ມືລະຫວ່າງ ສປປ ລາວ ແລະ ຣາຊະ ອານາຈັກກໍາປູເຈຍ ຈົ່ງຍືນຍົງຕະ ຫລອດໄປ. ຫລັງຈາກນັ້ນ, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ພ້ອມ ດ້ວຍຄະນະຍັງໄດ້ເຂົ້າຢ້ຽມຂ່ຳນັບ ບວນການກະກຽມ ແລະ ດຳເນີນ ການສ້າງ, ໂຄງປະກອບເນື້ອໃນຕົ້ນ ຕໍຂອງກົດໝາຍ ແລະ ຍົກໃຫ້ເຫັນ ຜົນທີ່ຈະໄດ້ຮັບຈາກການມີກົດ ໝາຍສະບັບນີ້ ເຊິ່ງຮ່າງກົດໝາຍ ວ່າດ້ວຍການພັດທະນາສີມືແຮງ ງານປະກອບມີ 11 ພາກ, 94 ມາດ ຕາ, ສ້າງຂຶ້ນເພື່ອຄຸ້ມຄອງ, ຕິດ ຕາມ, ກວດກາວຽກງານພັດທະ ນາສີມືແຮງງານໃຫ້ເປັນລະບົບ, ເຂັ້ມແຂງ, ມີປະສິດທິພາບ ແລະ ມີປະສິດທິຜົນແນໃສ່ໃຫ້ກໍາລັງແຮງ ງານມີຄວາມຮູ້, ຄວາມສາມາດ, ຄວາມຊຳນານງານ, ທັດສະນະຄະ ຕິໃນການອອກແຮງງານ, ຍົກລະ ດັບສີມືແຮງງານ, ຍົກຜະລິດຕະ ພາບແຮງງານ, ຮັບປະກັນຕອບສະ ໜອງຄວາມຕ້ອງການຂອງຫົວ ໜ່ວຍແຮງງານ, ຕະຫລາດແຮງ ງານ ແລະ ສົ່ງເສີມການປະກອບ ອາຊີບອິດສະລະ, ສາມາດເຊື່ອມ ໂຍງກັບພາກພື້ນ ແລະ ສາກົນ ປະ ກອບສ່ວນເຂົ້າໃນການພັດທະນາ ເສດຖະກິດ-ສັງຄົມຂອງຊາດ. ພາຍຫລັງຮ່າງກົດໝາຍສະບັບ ນີ້, ໄດ້ຖືກຮັບຮອງ ແລະ ປະກາດໃຊ້ ຢ່າງເປັນທາງການຈະເຮັດໃຫ້ການ ຄຸ້ມຄອງລັດດ້ວຍກົດໝາຍໃນດ້ານ ການພັດທະນາສີມືແຮງງານມີເຄື່ອງ ມືທີ່ໜັກແໜ້ນຂຶ້ນຕື່ມ, ເປັນບ່ອນອີງ ໃນການຈັດຕັ້ງປະຕິບັດ, ການຕິດ ຕາມ, ກວດກາ ແລະ ຄຸ້ມຄອງວຽກ ງານການພັດທະນາສີມືແຮງງານ ຢ່າງເປັນລະບົບ, ມີຄວາມໂປ່ງໃສ ແລະຍຸຕິທຳໂດຍສະເພາະແມ່ນການ ກຳນົດບົດບາດ ແລະ ໜ້າທີ່ ຫລື ຄວາມໝາຍຂອງວຽກງານການ ພັດທະນາສີມືແຮງງານ ແລະ ວຽກ ງານອາຊີວະສຶກສາມີຄວາມຈະ ແຈ້ງ ແລະ ຊັດເຈນຂຶ້ນ; ເຮັດໃຫ້ອົງ ການຈັດຕັ້ງລັດທຸກຂັ້ນລວມທັງອົງ ການປົກຄອງທ້ອງຖິ່ນ, ບັນດາຫົວ ໜ່ວຍທຸລະກິດ, ການຜະລິດ ແລະ ການບໍລິການຂອງທຸກພາກສ່ວນ ເສດຖະກິດ-ສັງຄົມ, ຜູ້ຕ້ອງການມີ ວຽກເຮັດງານທໍາເຂົ້າໃຈ ແລະ ເຂົ້າ ຮ່ວມໃນວຽກງານການພັດທະນາ ສີມືແຮງງານຢ່າງເປັນລະບົບ ແລະ ຫລາຍຂຶ້ນ, ທັງຈະຊຸກຍູ້ສົ່ງເສີມ ການພັດທະນາກໍາລັງແຮງງານ ຕອບສະໜອງໃຫ້ແກ່ຄວາມຕ້ອງ ການຂອງການພັດທະນາເສດຖະ ກິດ-ສັງຄົມ ພ້ອມທັງປັບປຸງກົນໄກ ການປະສານງານຮ່ວມມືລະຫວ່າງ ຂະແໜງການ ແລະ ພາກສ່ວນທີ່ ກ່ຽວຂ້ອງມີຄວາມຊັດເຈນ; ເຮັດ ໃຫ້ຜູ້ປະກອບການ, ນັກລົງທຶນທັງ ພາຍໃນ ແລະ ຕ່າງປະເທດ ມີຄວາມ ໝັ້ນໃຈ ແລະ ຫັນມາລົງທຶນໃນ ສປປ ລາວ ຫລາຍຂຶ້ນ ເຊິ່ງຈະເປັນ ການດຶງດູດການລົງທຶນ; ຮັບປະກັນ ການນໍາໃຊ້ແຮງງານທີ່ມີຄຸນນະ ພາບມີຄວາມປອດໄພເປັນມິດກັບ ສິ່ງແວດລ້ອມ ແລະ ມີຜົນຜະລິດ ທີ່ມີລັກສະນະແຂ່ງຂັນໄດ້ກັບສາ ກົນ; ປະກອບສ່ວນສໍາຄັນໃນການ ພັດທະນາເສດຖະກິດ-ສັງຄົມ, ເພີ່ມ ປະສິດທິພາບຂອງການຜະລິດ, ມີ ພັດທະນາທັກສະໃນການອ່ານ, ທັກ ສະໃນການຂຽນ, ການຄຳນວນ, ການຄົ້ນຄິດ ຫລື ການແກ້ໄຂບັນຫາ ອື່ນໆ. ທັງນີ້, ກໍເພື່ອແນໃສ່ໃຫ້ໄດ້ ການຮຽນ-ການສອນທີ່ມີມາດຕະ ຖານ, ມີຄຸນນະພາບ, ມີຄວາມຍືນ ຍົງແນໃສ່ພັດທະນາຊັບພະຍາກອນ ມະນຸດໃຫ້ກາຍເປັນພົນລະເມືອງດີ, ມີຄຸນສົມບັດສິນທຳປະຕິວັດ, ມີ ຄວາມຮູ້ຄວາມສາມາດ, ມີວິຊາຊີບ, ມີຄວາມຊຳນານງານ, ປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະພັດທະນາປະເທດຊາດ, ສະເໜີ ໃຫ້ກະຊວງສຶກສາເພີ່ມນະວັດຕະ ກຳປັນຍາປະດິດ ຫລື ເອໄອເຂົ້າໃນ ການສຶກສາເພາະເປັນສິ່ງທີ່ສຳຄັນ ຫລາຍໃນລະບົບການສຶກສາໃນປັດ ຈຸບັນ ກໍຄື ໃນອະນາຄົດ; ສະເໜີໃຫ້ ກະຊວງສຶກສາເນັ້ນໃສ່ການຮຽນ ຮູ້ຕະຫລອດຊີວິດຢ່າງຕໍ່ເນື່ອງ ເພື່ອ ຮັບປະກັນໃຫ້ສາມາດດຳເນີນການ ສິດສອນຕໍ່ໄດ້ ເຖິງວ່າຈະຢູ່ໃນສະ ພາບທີ່ມີການລະບາດຂອງພະຍາດ ເຊິ່ງໄລຍະຜ່ານມາ ທົ່ວໂລກ ກໍຄື ສປປ ລາວ ໄດ້ເກີດການແພ່ລະບາດ ຂອງພະຍາດໂຄວິດ-19 ສົ່ງຜົນກະ ທັບໃຫ້ຫລາຍສະຖານການສຶກສາ ໄດ້ໂຈະການຮຽນ-ການສອນ ແລະ ໃນອະນາຄົດ ສປປ ລາວ ອາດຜະ ເຊີນກັບການລະບາດຂອງພະຍາດ. ສະນັ້ນ, ກະຊວງສຶກສາຕ້ອງພ້ອມ ຮັບມື ໂດຍການພັດທະນາລະບົບ ການຮຽນ-ການສອນ ແບບລະບົບ ທາງໄກ, ພັດທະນາຫລັກສູດ ການ ຮຽນ-ການສອນ, ເຄື່ອງມືໃນການ ສິດສອນ ແລະ ຍົກລະດັບຄວາມ ຮູ້ໃຫ້ຄູ-ອາຈານ. ຂ່າວ-ພາບ: ກິດຕາ ນັກງານຫລັກແຫລ່ງເຂົ້າຮ່ວມ. ທ່ານ ພົນຈັດຕະວາ ຄຳຫອມ ແສງບົວລົມ ໄດ້ຍົກໃຫ້ເຖິງມູນເຊື້ອ ແລະ ຄວາມໝາຍສໍາຄັນຂອງວັນ ຊາດ ທີ 2 ທັນວາ ເຊິ່ງແມ່ນວັນແຫ່ງ ໄຊຊະນະອັນຍິ່ງໃຫຍ່ຂອງປະຊາ ຊົນລາວບັນດາເຜົ່າພາຍໃຕ້ການ ນຳພາອັນປີຊາສາມາດຂອງພັກ ປປ ລາວ ອັນມີປະທານ ໄກສອນ ພົມວິຫານ ເປັນຜູ້ນຳໜ້າໃນການ ຕໍ່ສູ້ເພື່ອປົດປ່ອຍຊາດທັງເປັນເຫດ ການທີ່ບໍ່ເຄີຍມີມາກ່ອນໃນປະຫວັດ ສາດຂອງຊາດລາວເຮົາ, ແມ່ນວັນ ທີ່ປະເທດລາວ ໄດ້ມີເອກະລາດ ຢ່າງສົມບູນແລະ ມີອະທິປະໄຕຢ່າງ ຄົບຖ້ວນ, ມີທີ່ຕັ້ງອັນສົມກຽດ ແລະ ມີຖານະເທົ່າທຽມກັບປະເທດອື່ນໆ ເຊິ່ງ ສປປ ລາວ ຈະກາຍເປັນປະ ເທດລໍາດັບ 3 ໃນອາຊຽນຮອງຈາກ ປະເທດໄທ (2019) ແລະ ສິງກະ ໂປ (2020) ທີ່ຈັດຕັ້ງປະຕິບັດຄໍາ ເຕືອນສຸຂະພາບເປັນຮູບພາບແບບ ໃໝ່ ທີ່ບໍ່ມີການໂຄສະນາຜ່ານຊອງ ຢາສູບໂດຍ ສປປ ລາວ ຈະຮ່ວມ ກັບອີກ 26 ປະເທດໃນທົ່ວໂລກ ບັງຄັບໃຊ້ມາດຕະການທີ່ມີຫລັກ ຖານທາງວິທະຍາສາດຢືນຢັນ ແລ້ວວ່າສາມາດລົບລ້າງຄວາມ ດຶງດູດຂອງຊອງ ແລະ ຕຸດຢາສູບ ເປັນຕົ້ນສີສັນ, ເຄື່ອງໝາຍການຄ້າ ແລະ ຮູບພາບຕ່າງໆ. ໃນວັນທີ 3 ທັນວາ 2024 ທີ່ ທ່ານ ດຣ ນາງ ວຽງຂັນ ພິໄຊ ຮອງຫົວໜ້າກົມອະນາໄມ ເເລະ ສົ່ງເສີມສຸຂະພາບ ໄດ້ແນະນໍາກ່ຽວ ສົມເດັດອັກຄະມະຫາເສນາບໍດີ ເຕໂຈ ຮຸນ ເຊນ ປະທານສະພາສູງ ແຫ່ງ ຣາຊະອານາຈັກກໍາປູເຈຍ, ທີ່ ຫ້ອງວ່າການພັກຊີພີພີ (Vimean 7Makara) ເຊິ່ງສອງຝ່າຍໄດ້ ປຶກສາຫາລື ແລະ ແລກປ່ຽນຄໍາ ຄິດເຫັນໃນຫລາຍດ້ານ, ຕີລາຄາ ສູງຕໍ່ການພົວພັນດ້ານການເມືອງ ຂອງສອງພັກ, ສອງລັດຖະບານ ແລະ ອົງການນິຕິບັນຍັດສອງປະ ເທດ ລາວ-ກຳປູເຈຍ ທີ່ສືບຕໍ່ໄດ້ຮັບ ການເສີມຂະຫຍາຍຂຶ້ນຢ່າງຕໍ່ເນື່ອງ, ພ້ອມທັງໄດ້ຢືນຢັນຈະເພີ່ມທະວີ ການຮ່ວມມື ແລະ ສະໜັບສະໜູນ ກັນຍິ່ງຂຶ້ນ ໂດຍສະເພາະໃນທ່າມ ກາງສະພາບການຂອງໂລກມີ ຄວາມສັບສົນນີ້ ຍິ່ງຕ້ອງສາມັກຄີ ກັນຫລາຍຂຶ້ນ ເພື່ອຮັບມືກັບບັນດາ ສິ່ງທ້າທາຍຕ່າງໆຮ່ວມກັນ, ສອງ ຝ່າຍເຫັນດີໃຫ້ສືບຕໍ່ຊຸກຍູ້ການພົບ ປະແລກປ່ຽນຂອງຄະນະຜູ້ແທນ ສອງປະເທດຢ່າງເປັນປົກກະຕິ, ເພີ່ມທະວີການຮ່ວມມືໃນຂະແໜງ ການທີ່ມີທ່າແຮງຮ່ວມກັນ, ຊຸກຍູ້ ການຈັດຕັ້ງປະຕິບັດວຽກງານປັກ ຫລັກໝາຍຊາຍແດນ ລາວ-ກຳປູ ເຈຍ ໃຫ້ມີຜົນສຳເລັດບົນພື້ນຖານ ຄວາມເຂົ້າອົກເຂົ້າໃຈກັນ. ຝ່າຍ ລາວ ຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ຜົນຂອງກອງປະຊຸມພົບປະສອງ ຝ່າຍລະຫວ່າງສອງນາຍົກລັດຖະ ມົນຕີ ລາວ-ກຳປູເຈຍ ເຊິ່ງໄດ້ປຶກ ສາຫາລືກັນໃນຫລາຍບັນຫາສຳ ຄັນຮ່ວມກັນ, ໂດຍສະເພາະແມ່ນ ການຈັດຕັ້ງຜັນຂະຫຍາຍການເປັນ ຄູ່ຮ່ວມຍຸດທະສາດຮອບດ້ານ ແລະ ໝັ້ນຄົງຍາວນານ ລາວ-ກໍາປູເຈຍ ກໍຄື ບັນດາຂໍ້ຕົກລົງຕ່າງໆຂອງ ການນໍາສອງປະເທດໃນໄລຍະຜ່ານ ມາພ້ອມທັງວາງທິດທາງການ ຮ່ວມມືໃນຕໍ່ໜ້າ. ໃນໂອກາດດຽວ ກັນນີ້, ທ່ານນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍໄດ້ນຳເອົາ ຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຈາກທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດລາວ ຍັງ ມາສົມເດັດ ຮຸນ ເຊນ ເພື່ອນມິດທີ່ ສະໜິດສະໜົມຂອງປະຊາຊົນລາວ ແລະ ໄດ້ເຊື້ອເຊີນສົມເດັດພ້ອມດ້ວຍ ຄະນະຜູ້ແທນຂັ້ນສູງຂອງສະພາສູງ ກຳປູເຈຍ ເດີນທາງໄປຢ້ຽມຢາມ ສປປ ລາວ ຢ່າງເປັນທາງການໃນ ຕົ້ນປີ 2025. ໃນວັນດຽວກັນນີ້, ທ່ານນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ຍັງໄດ້ເຂົ້າຮ່ວມເປັນແຂກກິດຕິມະ ສັກຂອງກອງປະຊຸມພາກທຸລະກິດ ລາວ-ກໍາປູເຈຍ. ພາຍຫລັງສຳເລັດ ການເຂົ້າຮ່ວມກອງປະຊຸມຄະນະຜູ້ ແທນຂັ້ນສູງຂອງ ສປປ ລາວ ກໍໄດ້ ເດີນທາງກັບຄືນນະຄອນຫລວງ ວຽງຈັນ. ຂ່າວ-ພາບ: ກຕທ ກະຊວງຖະແຫລງຂ່າວ, ວັດທະນະ ທຳ ແລະ ທ່ອງທ່ຽວ ພ້ອມດ້ວຍ ພໍ່ແມ່ປະຊາຊົນທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມຢ່າງເປັນຂະ ບວນຟົດຟື້ນ. ໂອກາດນີ້ , ທ່ານ ບຸນຈັນ ສີວົງພັນ ເຈົ້າແຂວງໆຊຽງຂວາງ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍ ຄວາມສໍາຄັນ ແລະ ປະຫວັດຄວາມ ເປັນມາຂອງບຸນເຂົ້າໄກ່ນ້ອຍ, ຊຶ່ງແຂວງຊຽງຂວາງ ມີເນື້ອທ່ີ 15.880 ກິໂລຕາແມັດ ເປັນເຂດພູ ດອຍກວມ 90% ມີອາກາດຊຸມ ເຢັນຕະຫລອດປີ ມີປະຊາກອນ 288.000 ກວ່າຄົນ ປະກອບມີ 6 ເຜົ່າ 7 ເມືອງ ໂດຍອີງໃສ່ທີ່ຕັ້ງ ແລະ ພູມສັນຖານປາຊາຊົນແຂວງ ຊຽງຂວາງ ສ່ວນໃຫຍ່ປະກອບອາ ຊີບປູກເຂົ້າ, ທຸກປີພາຍຫລັງກ່ຽວ ເຂົ້າແລ້ວ ແລະ ເອົາມາກອງໄວ້ ເປັນຮູບເຄິ່ງມົນຊົງຕັ້ງຄືໜ່ວຍໄຂ່ ເອີ້ນວ່າກອງເຂົ້າຫລັງຈາກເກັບ ກ່ຽວສໍາເລັດກໍໄດ້ມີການສູ່ຂວັນ ເຂົ້າ ເພື່ອເປັນການສະແດງເຖິງບຸນ ຄຸນຂອງເຂົ້າ ແລະ ຂໍພອນໃຫ້ປີຕໍ່ ໄປເກັບກ່ຽວໄດ້ຫລາຍກວ່າເກົ່າ ໂດຍສືບທອດກັນມາຮຸ່ນສູ່ຮຸ່ນຈົນ ເຖິງໄລຍະເສດຖະກິດມີການພັດ ທະນາຈຶ່ງໄດ້ກາຍເປັນບຸນ ແລະ ໃສ່ ຊື່ວ່າບຸນເຂົ້າໄກ່ນ້ອຍ, ເນື່ອງຈາກ ວ່າເຂົ້າໄກ່ນ້ອຍເປັນເຂົ້າທີ່ມີລົດ ຊາດແຊບຫອມອ່ອນນຸ່ມແຊບຊ້ອຍ ແລະ ມີຄວາມນິຍົມບໍລິໂພກຫລາຍ ກວ່າໝູ່. ການຈັດງານຄັ້ງນີ້ ກໍເພື່ອໂຄ ສະນາການທ່ອງທ່ຽວຂອງແຂວງ ຊຽງຂວາງ ອອກສູ່ພາຍນອກໃຫ້ ນັບມື້ກວ້າງຂວາງ, ດຶງດູດເອົານັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງ ປະເທດໃຫ້ເຂົ້າມາທ່ຽວຊົມແຂວງ ຊຽງຂວາງ ໃຫ້ນັບມື້ຫລາຍຂຶ້ນ ເພື່ອນໍາເງິນຕາເຂົ້າປະເທດ ກໍຄື ແຂວງຊຽງຂວາງ ພ້ອມທັງເປັນ ການກະຈາຍລາຍໄດ້ໂດຍກົງໃຫ້ຜູ້ ປະກອບການທຸລະກິດເຊັ່ນ: ການ ຂົນສົ່ງ, ເຮືອນພັກ, ໂຮງແຮມ, ຮ້ານ ອາຫານ, ຮ້ານກິນດື່ມ, ຮ້ານບັນ ເທີງ, ການບໍລິການນໍາທ່ຽວ ແລະ ຜູ້ປະກອບການອື່ນໆ. ນອກນີ້, ຍັງ ເປັນການສ້າງວຽກເຮັດງານທຳສ້າງລາຍຮັບແກ່ປະຊາຊົນ, ຊຸກຍູ້ ສົ່ງເສີມການຜະລິດກະສິກຳ, ອຸດ ສະຫະກຳໃຫ້ກາຍເປັນສິນຄ້າ. ອີກ ດ້ານໜຶ່ງ ກໍເພື່ອປົກປັກຮັກສາອະ ນຸລັກວັດທະນະທໍາ, ຮີດຄອງປະເພ ນີອັນດີງາມຂອງຊາດ ກໍຄື ຂອງປະ ຊາຊົນບັນດາເຜົ່າໃນແຂວງຊຽງ ຂວາງ ທັງເປັນການສະເຫລີມ ສະຫລອງວັນຊາດທີ 2 ທັນວາ ຄົບຮອບ 49 ປີ ແລະ ວັນເກີດປະ ທານ ໄກສອນ ພົມວິຫານ ຄົບຮອບ 104 ປີ. ພາຍໃນງານດັ່ງກ່າວ ມີ 9 ກິດ ຈະກໍາເປັນຕົ້ນກອງເຂົ້າຈໍາລອງ 3 ກອງ ແລະ ຮູບພາບມໍລະດົກ ໂລກໄຫຫີນ 11 ແຫ່ງ, ພິທີທາງ ສາສະໜາ (ສູ່ຂວັນເຂົ້າ), ກິດຈະ ກໍາແຂ່ງຂັນປຸງແຕ່ງອາຫານ (ຊິມ ອາຫານ) 10 ຫ້ອງ, ຮ້ານວາງສະ ແດງສິນຄ້າກະສິກໍາກຸ່ມຜູ້ຜະລິດ ເຂົ້າໄກ່ນ້ອຍ ແລະ ກະສິກໍາອື່ນໆ 24 ຫ້ອງ, ສິນຄ້າໂອດັອບ ຂອງ 7 ເມືອງພາຍໃນແຂວງຊຽງຂວາງ, ຕະຫລາດນັດສິນຄ້າທົ່ວໄປ, ສະ ແດງສິລະປະ, ຕີກອງຄູ່ຕີກອງງົບ ງັນ, ຈັດເວທີສົນທະນາລະຫວ່າງ ຜູ້ປະກອບການ, ຜູ້ຜະລິດສິນຄ້າ ກະສິກໍາ-ຝ່າຍວິຊາການ ແລະ ເດີນ ແບບນາງສາວເຂົ້າໄກ່ນ້ອຍ. ຂ່າວ-ພາບ: ບຸນທະວີ ວົງປັນຍາ ວຽກເຮັດງານທໍາຍົກສູງຄຸນນະ ພາບຊີວິດຂອງປະຊາຊົນ; ສ້າງ ຄວາມເຊື່ອໝັ້ນໃຫ້ອົງການຈັດຕັ້ງ ສາກົນຕໍ່ກັບລະບົບການພັດທະນາສີ ມືແຮງງານ, ການປົກປ້ອງແລະສົ່ງ ເສີມສິດ ແລະ ຜົນປະໂຫຍດຂອງ ແຮງງານລາວ; ມີນິຕິກຳທີ່ເປັນ ບ່ອນອີງໃນການທົດສອບ, ຢັ້ງຢືນສີ ມືແຮງງານຕາມລະດັບຕ່າງໆ, ທັງ ເປັນບ່ອນອີງໃຫ້ແກ່ການກໍານົດ ເງິນເດືອນ, ຄ່າແຮງງານຂອງແຮງ ງານລາວ, ແຮງງານຕ່າງປະເທດ ທີ່ມາເຮັດວຽກຢູ່ສປປ ລາວ ຢ່າງສະ ເໝີພາບຕາມລະດັບສີມືແຮງງານ. ຂ່າວ: ທະນູທອງ; ພາບ: ອ່າຍຄຳ ໃນເວທີປະຊາຄົມໂລກ. ພ້ອມນີ້, ທ່ານ ພົນຈັດຕະວາ ຄຳຫອມ ແສງ ບົວລົມ ຍັງໄດ້ຍົກໃຫ້ເຫັນເຖິງຜົນ ສໍາເລັດອັນພົ້ນເດັ່ນຂອງ ສປປ ລາວ ຕະຫລອດໄລຍະ 49 ປີຜ່ານມາ ປະເທດຊາດເຮົາໄດ້ຮັບການພັດທະ ນາຢ່າງບໍ່ຢຸດຢັ້ງ, ບົດບາດອິດທິພົນ ຂອງ ສປປ ລາວ ນັບມື້ນັບສູງເດັ່ນ ຂຶ້ນໃນເວທີພາກພື້ນ ແລະ ສາກົນ ເຊິ່ງພວກເຮົາຈະຕ້ອງໄດ້ເສີມຂະ ຫຍາຍມູນເຊື້ອດັ່ງກ່າວ ເຂົ້າໃນການ ສ້າງສາພັດທະນາປະເທດຊາດ ໄປ ສູ່ຈຸດໝາຍສັງຄົມນິຍົມ. ໂອກາດດຽວກັນ ທ່ານ ພົນຈັດ ຕະວາ ຄຳຫອມ ແສງບົວລົມ ຍັງໄດ້ ຍົກໃຫ້ເຫັນເຖິງຊີວິດ ແລະ ການ ເຄື່ອນໄຫວປະຕິວັດຂອງປະທານ ໄກສອນ ພົມວິຫານ ເຊິ່ງເປັນຜູ້ນໍາ ພາກໍ່ຕັ້ງພັກ ປປ ລາວ, ເປັນວິລະ ບູລຸດແຫ່ງຊາດລາວ, ຍົກໃຫ້ເຫັນ ຄວາມປີຊາສາມາດໃນການນຳ ພາ-ຊີ້ນຳພາລະກິດປະຕິວັດຕະ ຫລອດຊີວິດຂອງເພິ່ນ ແລະ ຍົກໃຫ້ ເຫັນແບບຢ່າງຄຸນສົມບັດສິນທຳ ປະຕິວັດແລະແບບແຜນດຳລົງຊີວິດ ທີ່ລຽບງ່າຍຂອງປະທານ ໄກສອນ ພົມວິຫານ ທີ່ຍາມໃດກໍເປັນຫ່ວງເປັນ ໄຍຕໍ່ການພັດທະນາປະເທດຊາດ. ການຈັດປາຖະກະຖາໃນຄັ້ງນີ້, ເພື່ອທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະປະຫວັດສາດຂອງພາລະ ກິດແຫ່ງການຕໍ່ສູ້ປົດປ່ອຍຊາດ ໃນເມື່ອກ່ອນ ແລະ ຜົນສໍາເລັດໃນ ພາລະກິດປົກປັກຮັກສາແລະພັດທະ ນາປະເທດຊາດພາຍໃຕ້ການຊີ້ນໍາ- ນໍາພາຂອງພັກ-ລັດເຮົາ, ຖືເອົາໂອ ກາດນີ້, ເປັນການເພີ່ມທະວີການສຶກ ສາອົບຮົມພະນັກງານ-ສະມາຊິກ ພັກ,ນັກຮົບ,ລັດຖະກອນແລະປະຊາ ຊົນບັນດາເຜົ່າກ່ຽວກັບນ້ຳໃຈຮັກ ຊາດ, ມູນເຊື້ອສາມັກຄີປອງດອງ ຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນ ຄົນ, ນ້ຳໃຈຕໍ່ສູ້ອັນອົງອາດກ້າຫານ ຂອງກອງທັບ ແລະ ປະຊາຊົນລາວ ບັນດາເຜົ່າ. ພ້ອມກັນນັ້ນ, ກໍເປັນ ການປຸກລະດົມນ້ຳໃຈຮັກຊາດ-ຮັກ ລະບອບໃໝ່, ເປັນເຈົ້າຕົນເອງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ເຊີດຊູບົດບາດການນໍາພາຂອງພັກ, ຖືເອົາແນວຄິດ ໄກສອນ ພົມວິຫານ ເປັນທິດນຳໃນການຈັດຕັ້ງປັບປຸງ ໜ້າທີ່ວຽກງານໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນສູງ. ຂ່າວ: ກິດຕາ; ພາບ: ຂັນໄຊ ກັບການອອກແຈ້ງການດັ່ງກ່າວ ໂດຍທ່ານໄດ້ໃຫ້ຮູ້ວ່າ: ສປປ ລາວ ໄດ້ເຂົ້າເປັນພາຄີສົນທິສັນຍາສາ ກົນ ໃນປີ 2006 ແລະ ມີພັນທະທີ່ ຈະຕ້ອງໄດ້ມີຄຳເຕືອນສຸຂະພາບ ເປັນຮູບພາບໃຫຍ່ໃສ່ຊອງ ແລະ ຕຸດຢາສູບ ແລະ ບໍ່ໃຫ້ມີການໂຄສະ ນາໃດໆຜ່ານຊອງຢາສູບ ເຊິ່ງປະ ໂຫຍດຂອງຊອງຢາສູບແບບມາດ ຕະຖານເເມ່ນສາມາດຊ່ວຍຫລຸດ ຜ່ອນຄວາມດຶງດູດ ແລະ ການໂຄ ສະນາຜະລິດຕະພັນຢາສູບ; ເປັນ ສິ່ງທີ່ສື່ສານຜົນຮ້າຍ ຫລື ພະຍາດ ທີ່ເກີດຈາກຢາສູບໃຫ້ຜູ້ສູບ ແລະ ຜູ້ບໍ່ສູບໄດ້ດີກວ່າຊອງ ແລະ ຕຸດຢາ ສູບໃນຮູບແບບອື່ນ; ຊ່ວຍຫລຸດຜ່ອນ ຄວາມເຂົ້າໃຈຂໍ້ມູນແບບຜິດໆ ໂດຍ ສະເພາະເຕັກນິກໃນການອອກແບບ ຊອງທີ່ເຮັດໃຫ້ເຂົ້າໃຈວ່າ ຢາສູບນີ້ ຮ້າຍແຮງໜ້ອຍກວ່າຢາສູບອື່ນ ຫລື ຢາສູບນີ້ ປອດໄພກວ່າ; ຊ່ວຍ ເພີ່ມປະສິດທິພາບ ແລະ ຄວາມຊັດ ເຈນຂອງຄໍາເຕືອນສຸຂະພາບທີ່ເປັນ ຮູບພາບ. ປັດຈຸບັນ, ກະຊວງສາທາ ລະນະສຸກ ໄດ້ມີການກຳນົດ 10 ເເບບກ່ຽວກັບຮູບພາບ ເເລະ ຂໍ້ຄວາມ ຄຳເຕືອນສຸຂະພາບເເລ້ວຍັງມີສະ ຫລາກຄຳເຕືອນ 10 ແບບ ເຊິ່ງແຕ່ ລະເເບບເເມ່ນມີ 2 ສອງຂໍ້ຄວາມ ເເຕກຕ່າງກັນ. ທ່ານ ດຣ ນາງ ວຽງຂັນ ພິໄຊ ຍັງໃຫ້ຮູ້ອີກວ່າ: ທ່ານລັດຖະມົນຕີ ກະຊວງສາທາລະນະສຸກ ໃນນາມ ປະທານຄະນະກຳມະການແຫ່ງ ຊາດ ເພື່ອການຄວບຄຸມຢາສູບໄດ້ ອະນຸມັດຂໍ້ຕົກລົງວ່າດ້ວຍຄຳເຕືອນ ສຸຂະພາບແບບໃໝ່ 13 ພຶດສະພາ 2024 ຜ່ານມາ, ເເລ້ວໄດ້ນໍາໄປລົງ ຈົດໝາຍເຫດທາງລັດຖະການ ແລະ ເຜີຍແຜ່ໃຫ້ສື່ມວນຊົນ. ຈາກນັ້ນ, ໄດ້ເຜີຍແຜ່ໃຫ້ບໍລິສັດຢາສູບຜູ້ຜະ ລິດພາຍໃນປະເທດ ແລະ ນໍາເຂົ້າ ຈາກຕ່າງປະເທດ, ພ້ອມທັງແຈ້ງ ໃຫ້ຜູ້ປະກອບການກ່ຽວກັບລາຍ ລະອຽດຂອງຂໍ້ຕົກລົງ ແລະ ວັນເວ ລາໃນການຈັດຕັ້ງປະຕິບັດ ກໍຄື ໄດ້ ມີການກຳນົດໃຫ້ເວລາແກ່ບໍລິສັດ ຢາສູບ 180 ວັນ ເເລະ ຖືວ່າເປັນ ເວລາທີ່ພຽງພໍໃຫ້ບໍລິສັດຢາສູບ ໃນການກະກຽມການພິມຄຳເຕືອນ ໃໝ່ ແລະ ສະສາງຊອງຢາສູບໃນ ສະຕອກທັງໝົດ. ໂອກາດນີ້, ທ່ານຮອງຫົວໜ້າ ກົມອະນາໄມ ເເລະ ສົ່ງເສີມສຸຂະ ພາບຂໍຄວາມຮ່ວມມືໄປຍັງຜູ້ຂາຍ ຍ່ອຍຢາສູບບໍ່ຮັບຊື້ຢາສູບທີ່ມີຮູບ ພາບຄໍາເຕືອນແບບເກົ່າເຂົ້າມາເພີ່ມ ອີກ ແລະ ຂາຍຢາສູບທີ່ຊອງມີຮູບ ແບບເກົ່າອອກໃຫ້ໝົດ ເພື່ອໃຫ້ຊອງ ຢາສູບທັງໝົດທີ່ຂາຍໃນທ້ອງຕະ ຫລາດຂອງ ສປປ ລາວ ມີພຽງຮູບ ພາບ ແລະ ສະຫລາກຄຳເຕືອນແບບ ໃໝ່ເທົ່ານັ້ນ; ບໍລິສັດຢາສູບທັງຜູ້ ຜະລິດພາຍໃນ ແລະ ນໍາເຂົ້າຢາສູບ ຕ້ອງປະຕິບັດຕາມກົດໝາຍຂອງ ສປປ ລາວ ຢ່າງເຄັ່ງຄັດ. ຢາສູບເຮັດໃຫ້ຄົນທົ່ວໂລກ ເສຍ ຊີວິດເຖິງ 8 ລ້ານຄົນ ຕໍ່ປີ ຫລື ທຸກ ນາທີ ມີຄົນຕາຍ 15 ຄົນ, ສໍາລັບ ຄົນລາວແມ່ນເສຍຊີວິດ 6.700 ຄົນ ຕໍ່ປີ ຫລື 18 ຄົນຕໍ່ມື້. ຂ່າວ: ວຽງສະຫວັນ

RkJQdWJsaXNoZXIy MTc3MTYxMQ==