6020

ຂປລ. ພິທີສະເຫລີມສະຫລອງ ວັນຄົບຮອບ60ປີທີ່ສປປລາວເຂົ້າ ເປັນສະມາຊິກຂອງອົງການແຮງ ງານສາກົນ (23/01/1964) ຈັດຂຶ້ນໃນວັນທີ 5 ທັນວາ 2024 ຢູ່ຫໍວັດທະນະທຳແຫ່ງຊາດ ໂດຍມີ ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາ ຍົກລັດຖະມົນຕີ, ມີລັດຖະມົນຕີ, ຮອງ ລັດຖະມົນຕີ, ຫົວໜ້າກົມ, ຮອງກົມ, ຂປລ. ໃນພາກເຊົ້າຂອງການ ດຳເນີນກອງປະຊຸມສະໄໜສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 5 ທັນວາ 2024 ພາຍໃຕ້ການເປັນປະທານຂອງ ທ່ານ ຈະເລີນ ເຍຍປາວເຮີ ຮອງປະ ທານສະພາແຫ່ງຊາດ, ທ່ານ ໄຊ ຊະນະ ໂຄດພູທອນ ຫົວໜ້າອົງ ການໄອຍະການປະຊາຊົນສູງສຸດ ໄດ້ສະເໜີຮ່າງກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ສະ ບັບປັບປຸງ ເຊິ່ງປະກອບມີXII ພາກ, 14 ໝວດ, 88 ມາດຕາ. ຈາກນັ້ນ, ບັນດາສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງຕ່າງໆ ກໍໄດ້ ພ້ອມກັນສຸມໃສ່ປະກອບຄຳຄິດຄຳ ເຫັນຢ່າງກົງໄປກົງມາດ້ວຍຄວາມ ຮັບຜິດຊອບສູງ ເພື່ອຮັບປະກັນໃຫ້ ມີເນື້ອໃນຄົບຖ້ວນ, ສົມບູນ ແລະ ກາຍເປັນເຄື່ອງມືອັນສໍາຄັນໃນ ການຄຸ້ມຄອງລັດ-ຄຸ້ມຄອງສັງຄົມ ແລະ ໃນການສະກັດກັ້ນການກະທຳ ຜິດ, ປົກປ້ອງຜົນປະໂຫຍດຂອງລັດ, ລວມໝູ່, ສິດ ແລະ ຜົນປະໂຫຍດ ອັນຊອບທຳຂອງພົນລະເມືອງ. ໃນໂອກາດນີ້, ທ່ານ ໄຊຊະນະ ໂຄດພູທອນ ໄດ້ຍົກໃຫ້ເຫັນເຖິງ ເຫດຜົນ ແລະ ຄວາມຈໍາເປັນໃນ ການປັບປຸງກົດໝາຍວ່າດ້ວຍອົງ ການໄອຍະການປະຊາຊົນ ເຊິ່ງ ຜ່ານການປັບປຸງກົດໝາຍວ່າດ້ວຍ ອົງການໄອຍະການປະຊາຊົນ ແລະ ຜ່ານການຈັດຕັ້ງປະຕິບັດຕົວຈິງ ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນສຸກ 06.12.2024 ປີທີ 23 ສະບັບທີ 6.076 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf ]k;{dex6 g9p Ia fc|h odkoIj ;,,n lv'/j kp dt-;' zm s;o7n o,6 og-N v;a o-kf 2 ma o;k c]t ;a ogdu fxtmko wdlvo rq ,;y sko vvxl s;o7n o ,6 og-N v 2 ;a o xts;a flkf ,v[{Ia [|h kmuj ]a f4t,q o8u dt-;'xh v'da oxtgmf okpq d]a f4t,q o8u g0Q k1h P,0+ koa [ rt,tskdtla fdex6 g9p  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 lts]v' 60 xu dkog0Q kgxa o lt,k-y dvq 'dkocI''kolkdq o0v']k; zq odkory 9k]tok[q f]kp'ko 0v'vq 'dkod;fdk c]t vq 'dkod;flv[csj ']a f lkoxt-k-q ol6 'l5 f ltg|u xa [x5 ' dq f\kp;j kfh ;pdkofegou o7tfu crj ' lko-q ,g-u p ຂປລ. ໃນວັນທີ 4 ທັນວາ 2024 ນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ໄດ້ສົ່ງສານຊົມເຊີຍເຖິງທ່ານ ແອນໂຕນີໂອ ຫລຸຍສ໌ ແຊນໂຕສ໌ ເດ ໂກສຕາ ປະທານສະພາມົນຕີ ເອີຣົບ ເນື່ອງໃນໂອກາດ ໄດ້ຮັບການເລືອກຕັ້ງໃຫ້ດຳລົງຕໍາແໜ່ງເປັນປະທານສະພາມົນຕີ ເອີຣົບ. ເນື້ອໃນສານໄດ້ລະບຸວ່າ: ເນື່ອງໃນໂອກາດທີ່ທ່ານໄດ້ຮັບການ ເລືອກຕັ້ງໃຫ້ດຳລົງຕໍາແໜ່ງເປັນປະທານສະພາມົນຕີ ເອີຣົບ, ໃນ ນາມປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະເຈົ້າຂໍສົ່ງຄວາມ ຊົມເຊີຍອັນອົບອຸ່ນ ແລະ ພອນໄຊອັນປະເສີດມາຍັງທ່ານ. ຂ້າພະເຈົ້າມີຄວາມຍິນດີຢ່າງຍິ່ງຮ່ວມເຮັດວຽກກັບທ່ານຢ່າງ ໃກ້ຊິດ ເພື່ອເພີ່ມທະວີສາຍພົວພັນມິດຕະພາບ ແລະ ການຮ່ວມມື ທີ່ມີໝາກຜົນລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ແລະ ສະຫະພາບເອີຣົບ ໃຫ້ເຂົ້າສູ່ລວງເລິກ ແລະ ແຕກດອກອອກ ຜົນຍິ່ງໆຂຶ້ນ ເພື່ອຜົນປະໂຫຍດຂອງປະຊາຊົນລາວ ແລະ ປະຊາຊົນ ເອີຣົບ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາ ແບບຍືນຍົງໃນພາກພື້ນ ແລະ ໃນທົ່ວໂລກ. ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນໃຫ້ທ່ານຈົ່ງມີສຸຂະພາບເຂັ້ມ ແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດອັນໃຫຍ່ຫລວງໃນ ໜ້າທີ່ວຽກງານອັນສູງສົ່ງຂອງທ່ານ. ltrkcsj '-kf ry 9k]tokIj k'dq f\kp ;j kfh ;pvq 'dkowvptdkoxt-k-q o lt[a [xa [x5 ' ສະຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະນະບໍລິ ຫານງານພັກກະຊວງ, ລັດຖະມົນຕີກະຊວງປ້ອງກັນປະເທດ ( ຜູ້ໃໝ່ ຊ້າຍມື ) ຂປລ. ກະຊວງ ແຜນການ ແລະ ການລົງທຶນ (ຜທ) ຈັດປາຖະກະ ຂປລ. ວັນທີ 4 ທັນວາ 2024 ນີ້, ອົງການໄອຍະການປະຊາຊົນ ສູງສຸດ (ອອປສ) ຈັດປາຖະກະ ຖາຫວນຄືນມູນເຊື້ອ 2 ວັນປະ ຫວັດສາດຂອງຊາດ ຄື: ວັນສະຖາ ປະນາ ສາທາລະນະລັດ ປະຊາທິ ປະໄຕ ປະຊົນລາວ ຄົບຮອບ 49 ປີ (2/12/1975-2 /12/2024) ຂປລ. ໂອກາດເດີນທາງຢ້ຽມ ຢາມ ຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການ, ໃນວັນທີ 4 ທັນວາ 2024 ນີ້, ທີ່ ພະຣາຊະວັງ, ນະຄອນຫລວງພະນົມເປັນ, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະ ມົນຕີ ແຫ່ງ ສປປ ລາວ ພ້ອມດ້ວຍ ຂປລ. ໃນວັນທີ 4 ທັນວາ ນີ້, ທ່ານ ສົມມາດ ພົນເສນາ ຮອງປະ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ( ຂວາມື ) ຖາວັນຊາດທີ 2 ທັນວາ ຄົບຮອບ 49 ປີ( 2/12/1975-2/12/ 2024) ແລະ ວັນເກີດ ປະທານ ໄກສອນ ພົມວິຫານ ຄົບຮອບ 104 ປີ(13/12/1920-13/12/ 2024) ໃນວັນທີ 5 ທັນວາ 2024 ໂດຍການການເປັນປະທານຂອງ ສະຫາຍ ເພັດ ພົມພິພັກ ກໍາມະການ ສູນກາງພັກ, ເລຂາຄະນະບໍລິຫານ ງານພັກ, ລັດຖະມົນຕີກະຊວງແຜນ ການ ແລະ ການລົງທຶນ, ມີກໍາມະ ຂປລ. ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດ ທານສະພາແຫ່ງຊາດ ໄດ້ຖະແຫລງ ຜົນການພິຈາລະນາບົດລາຍງານ ການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກປີ 2024 ແລະ ແຜນ ການ ປີ 2025 ຂອງອົງການກວດ ກາແຫ່ງລັດ ແລະ ອົງການກວດ ສອບແຫ່ງລັດ ໃນກອງປະຊຸມສະ ໄໝສາມັນເທື່ອທີ 8 ຂອງສະພາ ແຫ່ງຊາດ ຊຸດທີ IX. ທ່ານ ສົມມາດ ພົນເສນາ ໄດ້ຖະ ແຫລງວ່າ: ຜົນການພິຈາລະນາບົດ  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 ທີIXໃນວັນທີ4ທັນວາ2024ພາຍ ໃຕ້ການເປັນປະທານຂອງທ່ານ ຈະເລີນ ເຍຍປາວເຮີ ຮອງປະທານ ສະພາແຫ່ງຊາດ, ທ່ານນາງ ວຽງ ທອງ ສີພັນດອນ ປະທານສານປະ ຊາຊົນສູງສຸດ ໄດ້ສະເໜີກ່ຽວກັບ ການປັບປຸງກົດໝາຍວ່າດ້ວຍການ ດຳເນີນຄະດີແພ່ງ ໂດຍໄດ້ຍົກ ໃຫ້ເຫັນເຖິງເຫດຜົນ ແລະ ຄວາມ ຈໍາເປັນໃນການປັບປຸງກົດໝາຍ ດັ່ງກ່າວ ເຊິ່ງຮ່າງກົດໝາຍວ່າ ຂປລ. ວັນທີ 5 ທັນວາ 2024 ນີ້, ກະຊວງປ້ອງກັນປະເທດ ຈັດພິ ທີມອບ-ຮັບໜ້າທີ່ການນໍາຂັ້ນສູງ ຂອງກະຊວງປ້ອງກັນປະເທດ ລະ ຫວ່າງສະຫາຍພົນເອກຈັນສະໝອນ ຈັນຍາລາດ ກຳມະການກົມການ ເມືອງສູນກາງພັກ, ເລຂາຄະນະບໍລິ ຫານງານພັກກະຊວງ, ຮອງນາຍົກ ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ (ຜູ້ເກົ່າ) ແລະ ສະ ຫາຍ ພົນໂທ ຄໍາລຽງ ອຸທະໄກສອນ ກຳມະການສູນກາງພັກ, ເລຂາຄະ ນະບໍລິຫານງານພັກກະຊວງ, ລັດ ຖະມົນຕີກະຊວງປ້ອງກັນປະເທດ (ຜູ້ໃໝ່) ໂດຍການເປັນປະທານຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນ ກາງພັກ, ປະທານປະເທດ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 06/12/2024 xtgmf]k; ລາວ-ກຳປູເຈຍ... ມອບ-ຮັບໜ້າທີ່... ນາຍົກລັດຖະມົນຕີ... ຂປລ. ໂດຍຕອບສະໜອງຕາມ ຄຳເຊື້ອເຊີນຂອງສົມເດັດ ມະຫາ ບໍວໍທິບໍດີຮຸນມາແນດນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກກໍາປູ ເຈຍ, ທ່ານ ສອນໄຊ ສີພັນດອນ ນາ ຍົກລັດຖະມົນຕີ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະ ຜູ້ແທນຂັ້ນສູງ ໄດ້ເດີນທາງຢ້ຽມ ຢາມຣາຊະອານາຈັກກຳປູເຈຍ ຢ່າງເປັນທາງການໃນລະຫວ່າງ ວັນທີ 4-5 ທັນວາ 2024 ເພື່ອສືບ ຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ cdh 7ezy f ໜັງສືພິມປະເທດລາວ ສະບັບວັນທີ05/12/2024ຫົວຂໍ້ຂ່າວໜ້າ1: ໄລຍະ 3 ປີ ທາງລົດໄຟ ລາວ-ຈີນ ຂົນສົ່ງຜູ້ໂດຍສານ 4.300 ລ້ານ ເທື່ອຕໍ່ຄົນ ແມ່ນຜິດ, ຖືກແທ້ແມ່ນ: ໄລຍະ 3 ປີ ທາງລົດໄຟ ລາວ-ຈີນ ຂົນສົ່ງຜູ້ໂດຍສານ 43 ລ້ານເທື່ອຄົນ. ເນື້ອໃນຢູ່ໜ້າ 4 : ທາງລົດໄຟ ລາວ-ຈີນ ໄດ້ສະສົມຜູ້ໂດຍສານທັງ ໝົດ 4.300 ລ້ານເທື່ອຄົນ ແມ່ນຜິດ, ຖືກແທ້ແມ່ນ: ທາງລົດໄຟ ລາວຈີນ ໄດ້ສະສົມຜູ້ໂດຍສານທັງໝົດ 43 ລ້ານເທື່ອຄົນ ຂໍອະໄພໃນຄວາມຜິດພາດ ແລະ ຂໍໃຫ້ເຂົ້າໃຈຕາມນີ້ດ້ວຍ. ບ.ກ ຫານງານສູນກາງພັກ, ປະທານປະ ເທດ ໄດ້ສະແດງຄວາມຍິນດີ, ຊົມ ເຊີຍ ແລະ ຕີລາຄາສູງຕໍ່ບັນດາຜົນ ງານອັນພົ້ນເດັ່ນຂອງວຽກງານ ປ້ອງກັນປະເທດ ທີ່ຍາດມາໄດ້ໃນ ໄລຍະຜ່ານມາ ພາຍໃຕ້ການນຳ ພາ-ຊີ້ນຳຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ທີ່ເປັນ ລັດຖະມົນຕີກະຊວງປ້ອງກັນປະ ເທດ ເຊິ່ງສະຫາຍໄດ້ຊີ້ນຳ-ນຳ ພາການຈັດຕັ້ງຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກໍຄື ມະຕິກອງປະຊຸມໃຫຍ່ ຄັ້ງທີ V ຂອງອົງຄະນະພັກ ກະຊວງປ້ອງ ກັນປະເທດ ໂດຍສະເພາະແມ່ນ 4 ໜ້າທີ່ໃຫຍ່, 26 ແຜນງານຂອງກະ ຊວງປ້ອງກັນປະເທດ ເຂົ້າສູ່ວຽກ ງານຕົວຈິງຂອງທຸກກົມກອງ, ເຫລົ່າຮົບໃນທົ່ວກອງທັບໃຫ້ມີ ບາດກ້າວຂະຫຍາຍຕົວທີ່ພົ້ນເດັ່ນ ຫລາຍດ້ານ. ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ຍັງໄດ້ເນັ້ນໃນພິທີວ່າ: ດ້ວຍຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະ ໃໝ່, ກົມການເມືອງສູນກາງພັກ ຈຶ່ງໄດ້ເອກະພາບກັນຕົກລົງຈັດ ວາງ, ສັບຊ້ອນພະນັກງານການນຳ ຂັ້ນສູງບາງຕຳແໜ່ງຢູ່ບາງຂົງເຂດ ວຽກງານຄືນໃໝ່. ໃນນີ້, ໄດ້ຍົກຍ້າຍ ສະຫາຍ ພົນເອກ ຈັນສະໝອນ ຈັນ ຍາລາດ ກໍາມະການກົມການເມືອງ ສູນກາງພັກ, ຮອງນາຍົກລັດຖະ ມົນຕີ, ລັດຖະມົນຕີກະຊວງປ້ອງກັນ ປະເທດ ໄປປະຈໍາຢູ່ສໍານັກງານ ນາຍົກລັດຖະມົນຕີ ໃນຖານະຮອງ ນາຍົກລັດຖະມົນຕີ ແລະ ແຕ່ງຕັ້ງ ສະຫາຍ ພົນໂທ ຄໍາລຽງ ອຸທະໄກ ສອນກໍາມະການສູນກາງພັກ, ຮອງ ລັດຖະມົນຕີກະຊວງປ້ອງກັນປະ ເທດ, ຫົວໜ້າກົມໃຫຍ່ເສນາທິການ ກອງທັບຂຶ້ນເປັນລັດຖະມົນຕີກະ ຊວງປ້ອງກັນປະເທດ ແທນນັ້ນ ແມ່ນການຄົ້ນຄວ້າປຶກສາຫາລື ຢ່າງມີປະຊາທິປະໄຕ ແລະ ການ ຕົກລົງຢ່າງເປັນເອກະພາບສູງຂອງ ກົມການເມືອງສູນກາງພັກ, ຍ້ອນ ວ່າສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ດຳລົງຕຳແໜ່ງເປັນ ເລຂາຄະນະພັກ ກະຊວງປ້ອງກັນ ປະເທດ ທີ່ດໍາລົງຕໍາແໜ່ງເປັນລັດ ຖະມົນຕີກະຊວງປ້ອງກັນປະເທດ ສະໄໝນີ້ຕິດຕໍ່ກັນເປັນສະໄໝທີ 2 ແລ້ວ, ອີງຕາມລະບຽບການແມ່ນ ຈະບໍ່ສາມາດດໍາລົງຕໍາແໜ່ງນີ້ ເປັນ ຄັ້ງທີ 3 ໄດ້ອີກ. ການທີ່ກົມການ ເມືອງສູນກາງພັກ ຕົກລົງໃຫ້ສະ ຫາຍຍົກຍ້າຍໄປປະຈຳການຢູ່ສຳ ນັກງານນາຍົກລັດຖະມົນຕີ ໃນຖາ ນະເປັນຮອງນາຍົກລັດຖະມົນຕີ, ຮັບຜິດຊອບຊ່ວຍນາຍົກລັດຖະມົນ ຕີ ກ່ຽວກັບວຽກງານຄວາມໝັ້ນ ຄົງ, ທັງຍັງເປັນຮອງປະທານຜູ້ປະ ຈຳການຄະນະກໍາມະການປ້ອງກັນ ຊາດ-ປ້ອງກັນຄວາມສະຫງົບສູນ ກາງ, ປະທານຄະນະກໍາມະການ ຄຸ້ມຄອງໄພພິບັດຂັ້ນສູນກາງ ແລະ ປະຕິບັດການຊີ້ນໍາວຽກງານທີ່ສໍາ ຄັນຈຳນວນໜຶ່ງຕື່ມອີກ ທີ່ຖືກແບ່ງ ງານໃຫ້ນັ້ນແມ່ນການຕົກລົງທີ່ຖືກ ຕ້ອງ ແລະ ສອດຄ່ອງກັບສະພາບ ການ, ເພາະສະຫາຍເອງກໍຮັບຮູ້ວ່າ ການຕັດສິນໃຈປ່ຽນໜ້າທີ່ເປັນລັດ ຖະມົນຕີປ້ອງກັນປະເທດ ໃຫ້ຜູ້ທີ່ ຈະມາສືບທອດຕົນ ເພື່ອໃຫ້ໄດ້ຮຽນ ຮູ້ຈາກພຶດຕິກຳຕົວຈິງໃນການເປັນ ການນໍາຂອງກະຊວງນີ້ ຕ້ອງໄດ້ໃຊ້ ເວລາໄລຍະໜຶ່ງ ເພື່ອກຽມໃສ່ກອງ ພັນລະຍາ ແລະ ຄະນະໄດ້ເຂົ້າຢ້ຽມ ຂໍ່ານັບພະບາດສົມເດັດ ພະບໍຣົມມະ ນຽດ ໂນໂຣດົມ ສີຫາມຸນີ ພະມະຫາ ກະສັດ ແຫ່ງ ຣາຊະອານາຈັກກຳ ປູເຈຍ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ ສະແດງຄວາມປິຕິຍິນດີທີ່ໄດ້ມີ ໂອກາດເຂົ້າຢ້ຽມຂ່ຳນັບພະບາດ ສົມເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ, ພະມະຫາກະສັດ ແຫ່ງ ຣາຊະອານາຈັກກຳປູເຈຍ ເຊິ່ງການ ຢ້ຽມຢາມຄັ້ງນີ້ ມີຂຶ້ນໃນທ່າມກາງ ທີ່ປະຊາຊົນທົ່ວປະເທດກຳປູເຈຍ ຫາກໍສຳເລັດການສະເຫລີມສະ ຫລອງວັນປະກາດເອກະລາດ ຄົບຮອບ 71 ປີ ແລະ ຖືເອົາໂອກາດ ທີ່ມີຄວາມໝາຍສຳຄັນນີ້ ນຳເອົາ ຄວາມຢື້ຢາມຖາມຂ່າວອັນປະເສີດ ຈາກທ່ານປະທານປະເທດ ທອງລຸນ ສີສຸລິດ ມາຍັງພະບາດສົມເດັດ ພະບໍ ຣົມມະນຽດ ໂນໂຣດົມ ສີຫາມຸນີ ແລະ ຜ່ານພະອົງໄປຍັງພະມານດາ ຂອງພະອົງ ແລະ ເຊື້ອເຊີນໄປ ຢ້ຽມຢາມ ສປປ ລາວ ໃນປີ 2025 ທີ່ຈະມາເຖິງ. ລັດຖະບານລາວຕີ ລາຄາສູງຕໍ່ບົດບາດຂອງພະບາດ ສົມເດັດໃນການປະກອບສ່ວນເສີມ ສ້າງສາຍພົວພັນມິດຕະພາບອັນ ເປັນມູນເຊື້ອການເປັນບ້ານໃກ້ ປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະ ນະພັກກະຊວງປ້ອງກັນປະເທດ. ຂ້າພະເຈົ້າ, ກໍຂໍຊື່ນຊົມຄວາມ ຕັດສິນໃຈຍົກຍ້າຍຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ເອງຕາມຄຳເຫັນຂອງກົມການ ເມືອງນັ້ນເປັນການຕັດສິນໃຈທີ່ສະ ແດງໃຫ້ເຫັນຄວາມມີທາດແທ້ຂອງ ນັກປະຕິວັດ ແລະ ນັກຮົບປະຕິວັດ ຢ່າງແທ້ຈິງ. ການສັບຊ້ອນເທື່ອນີ້ ບໍ່ສະເພາະ ມີແຕ່ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ, ແຕ່ລວມໄປເຖິງສະ ຫາຍ ສະເຫລີມໄຊ ກົມມະສິດ ທີ່ມີ ລັກສະນະດຽວກັນນີ້, ສອງສະຫາຍ ຮອງນາຍົກລັດຖະມົນຕີລ້ວນແຕ່ໄດ້ ດຳລົງຕຳແໜ່ງເປັນລັດຖະມົນຕີ ຂອງສອງກະຊວງມາເປັນສະໄໝ ທີ 2 ແລ້ວ, ສອງສະຫາຍໄດ້ປະຕິ ບັດໜ້າທີ່ຢ່າງເຕັມສ່ວນຂອງຕົນ, ສ້າງຜົນງານຢ່າງຫລວງຫລາຍ ໃຫ້ສອງຂົງເຂດວຽກງານ (ປ້ອງ ກັນປະເທດແລະການຕ່າງປະເທດ) ໂດຍສະເພາະການເປັນປະທານ ໝູນວຽນອາຊຽນ ປີ 2024, ສໍາ ເລັດກອງປະຊຸມສຸດຍອດ ແລະ ກອງປະຊຸມສຳຄັນອື່ນໆ ທີ່ ສປປ ລາວ ເປັນປະທານໄດ້ຢ່າງດີເລີດ. ແຕ່ວຽກງານສໍາຄັນຂອງລັດຖະ ບານທີ່ກໍາລັງລໍຄອຍໃຫ້ສອງສະ ຫາຍດັ່ງກ່າວ ໄປຊ່ວຍແກ້ໄຂຮ່ວມ ກັບສະຫາຍນາຍົກລັດຖະມົນຕີແລະ ລັດຖະບານ ມີຢ່າງຫລວງຫລາຍ. ສະຫາຍເລຂາທິການໃຫຍ່ ປະ ທານປະເທດ ໄດ້ສະແດງຄວາມ ເຊື່ອໝັ້ນວ່າລັດຖະມົນຕີກະຊວງ ປ້ອງກັນປະເທດ (ຜູ້ໃໝ່) ທີ່ໄດ້ ຜ່ານການທົດສອບໃນຂະບວນ ການວຽກງານຕົວຈິງ ແລະ ກາຍ ເປັນຜູ້ບັງຄັບບັນຊາຂັ້ນສູງໃນກອງ ກຳລັງປະກອບອາວຸດ, ເຄີຍດຳລົງ ຕໍາແໜ່ງເປັນເລຂາພັກແຂວງ, ເຈົ້າແຂວງຢູ່ທ້ອງຖິ່ນ, ເປັນຜູ້ທີ່ມີ ຄວາມຮູ້, ຄວາມສາມາດ ແລະ ປະ ສົບການນໍາພາທີ່ມີຜ່ານມາຈະພ້ອມ ກັບໝູ່ຄະນະເສີມຂະຫຍາຍມູນເຊື້ອ ອັນດີງາມຂອງກອງທັບ ສືບຕໍ່ນຳ ພາຍູ້ແຮງຂະບວນການດ້ານຕ່າງໆ ທີ່ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ຄຽງບ່າຄຽງໄຫລ່ ກັບໝູ່ຄະນະນໍາສ້າງໄວ້ ແລະ ມີ ຜົນສໍາເລັດແລ້ວຕະຫລອດໄລຍະ ຫລາຍສິບປີນັ້ນໃຫ້ສືບຕໍ່ ຕໍ່ຍອດໃຫ້ ຂະຫຍາຍຕົວຂຶ້ນກວ່າເກົ່າ. ນອກນັ້ນ, ສະຫາຍ ທອງລຸນ ສີສຸລິດ ຍັງມີບາງຄໍາເຫັນເນັ້ນໃຫ້ ກະຊວງປ້ອງກັນປະເທດ ເອົາໃຈໃສ່ ຕັ້ງໜ້າສຶກສາອົບຮົມການເມືອງນໍາພາແນວຄິດໃຫ້ສະມາຊິກພັກ, ພະນັກງານ-ນັກຮົບເຊື່ອມຊຶມ, ກຳ ແໜ້ນແນວທາງປ່ຽນແປງໃໝ່ຂອງ ພັກ, ໜ້າທີ່ການເມືອງຂອງກອງ ທັບ, ມີຄວາມເຊື່ອໝັ້ນຕໍ່ອຸດົມການ ຂອງພັກ, ຈົ່ງຮັກພັກດີຕໍ່ປະເທດ ຊາດແລະຕໍ່ປະຊາຊົນ;ມີຄວາມເອກ ອ້າງທະນົງໃຈຕໍ່ມູນເຊື້ອ, ວິລະກໍາ ການຕໍ່ສູ້ ແລະ ສູ້ຮົບມີໄຊທີ່ສະຫງ່າ ອົງອາດຂອງກອງທັບເຮົາ, ທັງຮູ້ ຕັ້ງໜ້າເສີມຂະຫຍາຍທາດແທ້ມູນ ເຊື້ອປະຕິວັດຂອງແຕ່ລະກົມກອງ ຂອງແຕ່ລະນັກຮົບ, ນາຍ ແລະ ພົນທະຫານໃຫ້ສູງເດັ່ນຂຶ້ນຢ່າງ ບໍ່ຢຸດຢັ້ງ; ພັກເຮົາ, ກອງທັບເຮົາ ເວລາໃດກໍຖືສໍາຄັນ ແລະ ເອົາໃຈໃສ່ ຄວາມສາມັກຄີ, ຄວາມເປັນເອກະ ພາບພາຍໃນ ໃຫ້ໜັກແໜ້ນຢູ່ສະເໝີ, ຖືບັນຫາດັ່ງກ່າວ ເປັນປັດໄຈສໍາ ຄັນ, ທັງເປັນກໍາລັງແຮງໃນການຄໍ້າ ປະກັນຜົນສຳເລັດແຫ່ງການນໍາພາ ຊີ້ນໍາຂອງພັກເຮົາ; ຂໍໃຫ້ບັນດາສະ ຫາຍສືບຕໍ່ປົກປັກຮັກສາ ແລະ ເສີມ ສ້າງຄວາມສາມັກຄີເປັນປຶກແຜ່ນ ໂດຍສະເພາະຢູ່ພາຍໃນຄະນະພັກຄະນະປະຈຳພັກກະຊວງໃຫ້ມີຄວາມ ໜັກແໜ້ນ, ມີຄວາມເປັນເອກະພາບ ສູງ ເພື່ອສືບຕໍ່ເປັນຫລັກແຫລ່ງ, ເປັນຄັນທຸງ ແລະ ເປັນແກນນຳໃນ ການນຳພາເຕົ້າໂຮມຄວາມສາມັກ ຄີໃນຖັນແຖວສະມາຊິກພັກ, ພະນັກ ງານ-ນັກຮົບ ໃນທົ່ວກອງທັບເຮົາ ເພື່ອຢາກໃຫ້ເປົ້າໝາຍດັ່ງກ່າວ ບັນລຸຕ້ອງປັບປຸງແບບແຜນວິທີເຮັດ ວຽກ, ແບບແຜນນຳພາ, ເປີດກວ້າງ ປະຊາທິປະໄຕ ລວມສູນເປັນເອກະ ພາບໃນການຊີ້ນຳບັນຊາທີ່ເດັດ ດ່ຽວວ່ອງໄວ, ທັນການ; ສືບຕໍ່ຊີ້ນໍາ ການປະຕິບັດຍຸດທະສາດຫັນລົງກໍ່ ສ້າງຮາກຖານການເມືອງຕິດພັນ ກັບການພັດທະນາຊົນນະບົດຮອບ ດ້ານ ແລະ ແກ້ໄຂຄວາມທຸກຍາກ ຂອງປະຊາຊົນຕາມ 4 ເນື້ອໃນ 4 ຄາດໝາຍ; ປັບປຸງຮາກຖານການ ເມືອງ, ສ້າງທ່າສະໜາມສົງຄາມ ປະຊາຊົນ 3 ຂັ້ນ, ຊ່ວຍເຫລືອປະຊາ ຊົນພັດທະນາເສດຖະກິດ-ສັງຄົມ, ແກ້ໄຂບັນດາໜໍ່ແໜງຄວາມບໍ່ສະ ຫງົບທີ່ເກີດຂຶ້ນ; ຍູ້ແຮງການຜັນຂະ ຫຍາຍທິດນໍາໃນການສ້າງເສດ ຖະກິດເອກະລາດເປັນເຈົ້າຕົນເອງ ໃນກອງທັບໃຫ້ຟົດຟື້ນ, ສ້າງການ ຫັນປ່ຽນໃໝ່ໃນການ “ເພິ່ງຕົນ ເອງ, ກຸ້ມຕົນເອງ ແລະ ສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ”, ສ້າງພະ ລາທິການກັບທີ່ ເພື່ອສູ້ຊົນສ້າງ ແຫລ່ງລາຍຮັບໃຫ້ໄດ້ຫລາຍ, ປັບ ປຸງແກ້ໄຂແລະຍົກລະດັບຊີວິດການ ເປັນຢູ່ໃນກໍາລັງໃຫ້ດີຂຶ້ນເລື້ອຍໆ; ປະຕິບັດແນວທາງການຕ່າງປະ ເທດຂອງພັກເຮົາ ໃນໄລຍະໃໝ່ຢ່າງ ຖືກຕ້ອງ, ຄ່ອງແຄ້ວ, ພົວພັນຮ່ວມ ມືຢ່າງຕັ້ງໜ້າກັບປະເທດເພື່ອນ ມິດທັງຢູ່ໃກ້ ແລະ ຢູ່ໄກ; ໃຫ້ຊີ້ນໍາ ການກະກຽມຄວາມພ້ອມ ເພື່ອເຂົ້າ ຮ່ວມໃນກອງກໍາລັງຮັກສາສັນຕິ ພາບສາກົນ (ຂອງ ສປຊ) ຂອງ ກອງທັບເຮົາໃນອະນາຄົດອັນໃກ້ນີ້. ຂ່າວ-ພາບ: ຫ້ອງວ່າການສູນກາງພັກ ເຮືອນຄຽງທີ່ດີເປັນບ້ານແກ່ວ ເມືອງດອງທີ່ມີມາແຕ່ດົນນານ ແລະ ສືບຕໍ່ໄດ້ຮັບການຖະນຸຖະໜອມ ແລະ ເສີມຂະຫຍາຍໃຫ້ມີໝາກຜົນ ຕະຫລອດມາ ໄດ້ນຳເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງ ປະເທດນັບມື້ນັບຫລາຍຂຶ້ນ. ພ້ອມ ນັ້ນ, ກໍໄດ້ແຈ້ງໃຫ້ຊາບກ່ຽວກັບຈຸດ ປະສົງຂອງການຢ້ຽມຢາມຄັ້ງນີ້ເຊິ່ງ ຈະພົບປະເຮັດວຽກກັບສົມເດັດ ຮຸນ ມາແນດ ນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກກຳປູເຈຍ ເພື່ອປຶກ ສາຫາລືເຖິງຊ່ອງທາງໃນການຂະ ຫຍາຍການຮ່ວມມືສອງຝ່າຍໃນ ຕໍ່ໜ້າ, ພ້ອມນັ້ນ ກໍໄດ້ແຈ້ງໃຫ້ຊາບ ກ່ຽວກັບສະພາບການພັດທະນາ ເສດຖະກິດ-ສັງຄົມຂອງ ສປປ ລາວ ໃນປັດຈຸບັນເຊິ່ງລັດຖະບານ ແຫ່ງ ສປປ ລາວ ຢືນຢັນທັດສະນະ ຫລັກໝັ້ນອັນສະເໝີຕົ້ນສະເໝີປາຍ ໃນການຮ່ວມມືຢ່າງໃກ້ຊິດກັບລັດ ຖະບານກຳປູເຈຍ ເພື່ອເສີມຂະ ຫຍາຍສາຍພົວພັນມິດຕະພາບອັນ ເປັນມູນເຊື້ອ, ຄວາມສາມັກຄີ, ການຮ່ວມມືທີ່ມີມາແຕ່ດົນນານ ຖານບ້ານໃກ້ເຮືອນຄຽງທີ່ດີ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດຮອບ ດ້ານ ແລະ ໝັ້ນຄົງຍາວນານລະ ຫວ່າງ ລາວ-ກໍາປູເຈຍ ໃຫ້ແໜ້ນ ແຟ້ນ ແລະ ຂະຫຍາຍຕົວຍິ່ງຂຶ້ນ. ໃນຕອນທ້າຍ, ກໍໄດ້ອວຍພອນ ໃຫ້ແດ່ພະບາດສົມເດັດ ຈົ່ງມີພະລາ ນາໄມສົມບູນ, ມີຄວາມຜາສຸກກະ ເສີມສຳລານ, ສືບຕໍ່ນໍາພາປະເທດ ຊາດ ໃຫ້ໄດ້ຮັບການພັດທະນາຍິ່ງ ຂຶ້ນພາຍໃຕ້ພະບໍຣົມໂພທິສົມພານ ຂອງພະອົງ. ໃນຂະນະດຽວກັນ, ພະບາດສົມ ເດັດ ພະບໍຣົມມະນຽດ ໂນໂຣດົມ ສີຫາມຸນີ ກໍໄດ້ສະແດງຄວາມຍິນດີ ຕ້ອນຮັບ ແລະ ຂອບໃຈຕໍ່ການນຳ ເອົາຄວາມຢື້ຢາມຖາມຂ່າວອັນປະ ເສີດໃນຄັ້ງນີ້ ຈາກທ່ານ ປະທານ ປະເທດ ທອງລຸນ ສີສຸລິດ ແລະ ສະ ແດງຄວາມຊົມເຊີຍຕໍ່ຜົນສຳເລັດ ອັນຈົບງາມຂອງການເປັນປະທານ ອາຊຽນຂອງ ສປປ ລາວ ປີ 2024. ພ້ອມນີ້, ພະອົງສະແດງຄວາມຍິນ ດີຈະຊ່ວຍຊຸກຍູ້ໃຫ້ພາກສ່ວນກ່ຽວ ຂ້ອງຂອງສອງຝ່າຍເຮັດວຽກຮ່ວມ ກັນຢ່າງໃກ້ຊິດ ເພື່ອຂະຫຍາຍການ ຮ່ວມມືດ້ານອື່ນໆທີ່ມີທ່າແຮງຮ່ວມ ກັນ, ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ. ທັງນີ້, ກໍເພື່ອນຳເອົາຜົນ ປະໂຫຍດຕົວຈິງມາສູ່ປະຊາຊົນ ກຳປູເຈຍແລະລາວ, ນຳເອົາຄວາມ ສົມບູນພູນສຸກມາສູ່ປະຊາຄົມອາ ຊຽນ, ອວຍພອນໃຫ້ສາຍພົວພັນ ສອງປະເທດກຳປູເຈຍ ແລະ ລາວ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ໄດ້ຮັບ ການພັດທະນາຂຶ້ນສູ່ບາດກ້າວອັນ ໃໝ່ຍິ່ງໃຫຍ່ກວ່າເກົ່າ. ຂ່າວ-ພາບ: ກຕທ ເຮັດທຸລະກິດຮ່ວມກັນໃຫ້ຫລາຍຂຶ້ນ ເພື່ອເພີ່ມມູນຄ່າການຄ້າສອງຝ່າຍ ໃຫ້ຫລາຍຂຶ້ນກວ່າເກົ່າ ໂດຍໃຫ້ສຸມ ໃສ່ຂະຫຍາຍການຄ້າທີ່ມີທ່າແຮງ ເປັນຕົ້ນດ້ານພະລັງງານໄຟຟ້າ, ກະສິກຳ ແລະ ອື່ນໆ ລວມທັງຊຸກຍູ້ ບັນດາແຂວງທີ່ມີຊາຍແດນຕິດ ຈອດກັນໃຫ້ມີການຄ້າຂາຍກັນ ຫລາຍຂຶ້ນໃນຕໍ່ໜ້າ; ເພີ່ມທະວີການ ຮ່ວມມືດ້ານການສຶກສາ ເນື່ອງຈາກ ວ່າໃນໄລຍະຜ່ານມາການຈັດຕັ້ງ ປະຕິບັດການແລກປ່ຽນທຶນການ ສຶກສາແມ່ນຍັງບໍ່ບັນລຸຕາມຄາດ ຫມາຍເທົ່າທີຄວນ; ສຳລັບການ ຮ່ວມມືດ້ານວັດທະນະທຳ-ສັງຄົມ ແລະການທ່ອງທ່ຽວສອງຝ່າຍເຫັນ ດີໃຫ້ຂະແຫນງການກ່ຽວຂ້ອງສືບ ຕໍ່ປຶກສາຫາລືກັນລະອຽດໃນການ ສະເໜີຮູບແບບທ່ອງທ່ຽວສອງປະ ເທດເປັນຕົ້ນທ່ອງທ່ຽວຫລວງພະ ບາງ-ຈໍາປາສັກ-ຊຽມຣຽບ ແລະ ອື່ນໆ. ສອງຝ່າຍຍັງໄດ້ສະແດງ ຄວມຊົມເຊີຍຕໍ່ການພົວພັນຮ່ວມມື ດ້ານໂຍທາທິການ ແລະ ຂົນສົ່ງ ເປັນຕົ້ນການເປີດເສັ້ນທາງບິນໂດຍ ກົງ ປາກເຊ-ຊຽມຣຽບ-ປາກເຊ ແລະ ເສັ້ນທາງລົດເມ ຈາກປາກເຊພະນົມເປັນ-ປາກເຊ; ປາກເຊຊຽມຣຽບ-ປາກເຊ ເຊິ່ງໄດ້ອຳນວຍ ຄວາມສະດວກໃຫ້ແກ່ການໄປມາ ຫາສູ່ກັນຂອງປະຊາຊົນ ແລະ ນັກ ທ່ອງທ່ຽວສອງປະເທດ ແລະ ປະ ເທດທີສາມ. ໃນນັ້ນ, ສອງຝ່າຍຍັງ ໄດ້ຮັບຊາບຄວາມຄືບໜ້າຂອງໂຄງ ການກໍ່ສ້າງຂົວເຊລຳເພົາ ແລະ ປຶກ ສາຫາລືເຖິງບັນດາໂຄງການເສັ້ນ ທາງດ່ວນ-ໂຄງການສ້າງທາງລົດ ໄຟເຊື່ອມຈອດລະຫວ່າງ ລາວກຳປູເຈຍ ໃນຕໍ່ໜ້າ. ພ້ອມນີ້, ຜູ້ນຳ ສອງປະເທດຢືນຢັນຈະສືບຕໍ່ສະໜັບ ສະໜູນເຊິ່ງກັນ ແລະ ກັນ ໃນເວທີ ພາກພື້ນ ແລະ ສາກົນ ເພື່ອຜົນປະ ໂຫຍດຂອງສອງຊາດໃນຂອບສະ ຫະປະຊາຊາດ, ອາຊຽນ ແລະ ອາ ນຸພາກພື້ນແມ່ນໍ້າຂອງອື່ນໆ ເປັນ ຕົ້ນຂອບການຮ່ວມມືແອັກແມັກ (ACMECS), CLMV, GMS. ພ້ອມນັ້ນ, ສອງຝ່າຍເຫັນດີຈະເຮັດ ວຽກຮ່ວມກັນຢ່າງໃກ້ຊິດ ໃນການ ກະກຽມໃຫ້ແກ່ການເດີນທາງຢ້ຽມ ຢາມທາງລັດຖະກິດ ສປປ ລາວ ຂອງພະບາດສົມເດັດ ພະບໍ ຣົມມະ ນຽດ ໂນໂຣດົມ ສີຫາມຸນີ, ພະມະ ຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນປີ 2025. ນອກນັ້ນ, ສອງຝ່າຍຍັງໄດ້ແລກປ່ຽນຄໍາຄິດ ເຫັນຕໍ່ສະພາບການພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ. ໃນໂອກາດນີ້, ທ່ານນາຍົກລັດ ຖະມົນຕີ ສອນໄຊ ສີພັນດອນ ໄດ້ ຕາງໜ້າໃຫ້ລັດຖະບານແລະ ປະຊາ ຊົນລາວສະແດງຄວາມຂອບໃຈ ຢ່າງຈິງໃຈຕໍ່ການຮ່ວມມື ແລະ ສະ ໜັບສະໜູນຊ່ວຍເຫລືອຂອງລັດ ຖະບານ ແລະ ປະຊາຊົນກຳປູເຈຍ ຕະຫລອດໄລຍະຜ່ານມາ ໂດຍສະ ເພາະການສະໜັບສະໜູນການເປັນ ປະທານອາຊຽນຂອງ ສປປ ລາວ ປີ 2024 ໃຫ້ມີຜົນສຳເລັດອັນ ຈົບງາມ, ຢືນຢັນຄືນຄວາມໝາຍ ໝັ້ນອັນສະເໝີຕົ້ນສະເໝີປາຍຂອງ ພັກ, ລັດຖະບານ ແລະ ປະຊາຊົນ ລາວ ໃນການສືບຕໍ່ເສີມຂະຫຍາຍ ມູນເຊື້ອສາຍພົວພັນມິດຕະພາບ ຖານເພື່ອນມິດສະໜິດສະໜົມ, ບ້ານ ໃກ້ເຮືອນຄຽງ, ບ້ານແກ່ວເມືອງ ດອງມາແຕ່ບູຮານນະການ ກໍຄື ການເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ. ໃນຂະນະດຽວກັນ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ກໍໄດ້ ຢືນຢັນຈະຊຸກຍູ້ໃຫ້ພາກສ່ວນກ່ຽວ ຂ້ອງຂອງຕົນເຮັດວຽກຮ່ວມກັບ ຝ່າຍລາວຢ່າງໃກ້ຊິດ ເພື່ອຂະຫຍາຍ ການພົວພັນຮ່ວມມືສອງປະເທດ ໃຫ້ນັບມື້ແຕກດອກອອກຜົນຍິ່ງຂຶ້ນ, ອວຍພອນໃຫ້ການພົວພັນຮ່ວມມື ລາວ-ກຳປູເຈຍ ທີ່ມີມູນເຊື້ອອັນດີ ງາມມາແຕ່ດົນນານຈົ່ງສືບຕໍ່ຂຽວ ສົດງົດງາມ ເພື່ອຜົນປະໂຫຍດຕົວ ຈິງຂອງປະຊາຊົນສອງຊາດ ກຳປູ ເຈຍ-ລາວ. ພາຍຫລັງສຳເລັດການພົບປະ, ຜູ້ນຳສອງປະເທດ ກໍ່ໄດ້ເປັນສັກຂີພິ ຍານໃນການລົງນາມເອກະສານ ການຮ່ວມມື ລາວ-ກຳປູເຈຍ ຈຳ ນວນ 3 ສະບັບ ຄື: ສັນຍາຫລີກເວັ້ນ ການເກັບອາກອນຊ້ຳຊ້ອນ ແລະ ສະກັດກັ້ນການຫລົບຫລີກການ ເສຍອາກອນລາຍໄດ້ (DTA); ບົດບັນທຶກຄວາມເຂົ້າໃຈລະຫວ່າງ ລັດຖະບານ ກໍາປູເຈຍ ແລະ ລັດຖະ ບານສປປລາວກ່ຽວກັບການຮ່ວມ ມືໃນຂົງເຂດວັດທະນະທຳ ແລະ ສິນລະປະ; ບົດບັນທຶກຄວາມເຂົ້າ ໃຈວ່າດ້ວຍການຮ່ວມມືໃນຂະ ແໜງການກະສິກຳລະຫວ່າງກະ ຊວງກະສິກຳ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ກະຊວງກະສິກຳ, ປ່າໄມ້ ແລະ ການປະມົງ ແຫ່ງ ຣາ ຊະອານາຈັກກຳປູເຈຍ. ໃນຕອນຄໍ່າ, ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດຖະ ມົນຕີ ແຫ່ງ ຣາຊະອານາຈັກກໍາປູ ເຈຍ ກໍໄດ້ເປັນກຽດຈັດງານລ້ຽງ ຕ້ອນຮັບໃຫ້ແກ່ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ, ໃນໂອ ກາດມາຢ້ຽມຢາມ ຣາຊະອານາຈັກ ກຳປູເຈຍ ຢ່າງເປັນທາງການ. ນອກຈາກນີ້, ໃນຕອນບ່າຍວັນດຽວ ກັນ, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຍັງໄດ້ໄປຢ້ຽມຢາມເຂດ ເສດຖະກິດພິເສດພະນົມເປັນ ເພື່ອ ຢ້ຽມຊົມ ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ເພື່ອຊອກຫາ ຊ່ອງທາງໃນການຂະຫຍາຍການ ຮ່ວມມືລະຫວ່າງສອງປະເທດ ລາວ-ກຳປູເຈຍ ໃນຕໍ່ໜ້າ. ຂ່າວ-ພາບ: ກຕທ ສາຍພົວພັນມິດຕະພາບ, ຄວາມສາ ມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນ ນານແລະການເປັນຄູ່ຮ່ວມມືຍຸດທະ ສາດຮອບດ້ານ ແລະ ໝັ້ນຄົງຍາວ ນານລະຫວ່າງ ລາວ ແລະ ກຳປູ ເຈຍ ໃຫ້ເລິກເຊິ່ງກວ່າເກົ່າ. ພິທີຕ້ອນຮັບຢ່າງເປັນທາງການ ໄດ້ຈັດຂຶ້ນຢ່າງສົມກຽດໃນຕອນ ແລງຂອງວັນທີ 4 ທັນວາ 2024, ທີ່ວັງສັນຕິພາບ, ນະຄອນຫລວງ ພະນົມເປັນ. ພາຍຫລັງສໍາເລັດພິທີ, ທ່ານ ສອນໄຊ ສີພັນດອນ ແລະ ສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ພ້ອມດ້ວຍຄະນະຜູ້ແທນ ຂັ້ນສູງສອງປະເທດ ກໍໄດ້ດຳເນີນ ການພົບປະສອງຝ່າຍຢ່າງເປັນ ທາງການ. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ແຈ້ງສະພາບການພັດ ທະນາເສດຖະກິດ-ສັງຄົມ ຂອງແຕ່ ລະປະເທດໃຫ້ກັນຊາບ, ພ້ອມນີ້ກໍໄດ້ ປຶກສາຫາລື ແລະ ແລກ ປ່ຽນຄໍາຄິດ ຄໍາເຫັນກ່ຽວກັບການພົວພັນຮ່ວມ ມືສອງຝ່າຍໃນໄລຍະຜ່ານມາເປັນ ຕົ້ນດ້ານການເມືອງ, ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະ ຫງົບ, ດ້ານເສດຖະກິດ-ການຄ້າ, ການເງິນ, ພະລັງງານ, ໂຍທາທິ ການ-ຂົນສົ່ງ, ການສຶກສາ, ວັດທະ ນະທຳ-ທ່ອງທ່ຽວ, ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ວຽກງານຊາຍແດນ ແລະ ການ ຮ່ວມມືດ້ານການທູດປະຊາຊົນ; ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍ ພົວພັນມິດຕະພາບ, ຄວາມສາມັກຄີ ແລະ ການຮ່ວມມືທີ່ເປັນມູນເຊື້ອ ຖານບ້ານໃກ້ເຮືອນຄຽງທີ່ດີມີມາ ແຕ່ດົນນານ ກໍຄື ການເປັນຄູ່ຮ່ວມ ມືຍຸດທະສາດຮອບດ້ານ ແລະ ໝັ້ນ ຄົງຍາວນານລະຫວ່າງສອງປະ ເທດ ແລະ ປະຊາຊົນສອງຊາດ ລາວ-ກໍາປູເຈຍ ທີ່ນັບມື້ໄດ້ຮັບການ ເສີມຂະຫຍາຍໃຫ້ແໜ້ນແຟ້ນ ແລະ ເຂົ້າສູ່ລວງເລິກກວ່າເກົ່າ; ສອງ ຝ່າຍເຫັນດີເປັນເອກະພາບສືບຕໍ່ ແລກປ່ຽນການຢ້ຽມຢາມເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນໃນທຸກ ລະດັບ ເພື່ອແລກປ່ຽນບົດຮຽນແລະ ປຶກສາຫາລືກັນລະອຽດໃນການຈັດ ຕັ້ງປະຕິບັດຂໍ້ຕົກລົງຂອງການນໍາ ສອງຝ່າຍທີ່ໄດ້ລົງນາມກັນແລ້ວ ນັ້ນໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນສູງສຸດ, ສືບຕໍ່ຈັດກອງປະ ຊຸມຂອງບັນດາກົນໄກທີ່ສອງຝ່າຍ ມີນໍາກັນແລ້ວເປັນຕົ້ນກອງປະຊຸມ ຄະນະກໍາມາທິການຮ່ວມວ່າດ້ວຍ ການຮ່ວມມືສອງຝ່າຍ ລາວ-ກໍາປູ ເຈຍ, ກໍາປູເຈຍ-ລາວ (JC), ກອງ ປະຊຸມຄະນະກໍາມະການຊາຍແດນ ຮ່ວມ ລາວ-ກໍາປູເຈຍ, ກໍາປູເຈຍລາວ (JBC) ແລະ ອື່ນໆ, ເຫັນດີ ສືບຕໍ່ຊຸກຍູ້ການຮ່ວມມືກັນຢ່າງໃກ້ ຊິດລະຫວ່າງກໍາລັງປ້ອງກັນຊາດ ປ້ອງກັນຄວາມສະຫງົບຂອງສອງ ປະເທດ ລາວ-ກໍາປູເຈຍ ເພື່ອຮັບປະ ກັນໄດ້ຄວາມເປັນລະບຽບຮຽບ ຮ້ອຍຢູ່ເຂດບໍລິເວນຊາຍແດນສອງ ປະເທດ, ຊຸກຍູ້ໃຫ້ຄະນະກໍາມະການ ຊາຍແດນຮ່ວມສອງຝ່າຍເຮັດ ວຽກຮ່ວມກັນຢ່າງໃກ້ຊິດ ເພື່ອໃຫ້ ສາມາດສໍາເລັດການກໍານົດເສັ້ນ ຊາຍແດນ ແລະ ປັກຫລັກໝາຍຊາຍ ແດນສ່ວນທີ່ຍັງເຫລືອໃຫ້ສໍາເລັດ; ສອງຝ່າຍຈະສືບຕໍ່ຊຸກຍູ້ບັນດາຂະ ແໜງການທີ່ກ່ຽວຂ້ອງຂອງສອງ ປະເທດ ເພື່ອສົ່ງເສີມດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ກໍຄື ການສ້າງເງື່ອນໄຂອຳນວຍ ຄວາມສະດວກໃຫ້ແກ່ພາກທຸລະກິດ ຂອງສອງປະເທດ ລາວ-ກຳປູເຈຍ ໃຫ້ສາມາດແລກປ່ຽນບົດຮຽນແລະ

RkJQdWJsaXNoZXIy MTc3MTYxMQ==