6019.1

xtgmf]k; 4 3]d c]t gsfdko 05/12/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** *** ຕໍ່ຈາກໜ້າ 1 *** ຂປລ. ວັນທີ 3 ທັນວາ 2024 ນີ້, ທາງລົດໄຟ ລາວ-ຈີນ ເປີດການ ຂົນສົ່ງ ຄົບຮອບ 3 ປີ, ນັບແຕ່ມື້ເປີດ ໃຫ້ບໍລິການມາຮອດວັນທີ 2 ທັນວາ 2024ທາງລົດໄຟລາວ-ຈີນ ໄດ້ສະ ສົມຜູ້ໂດຍສານທັງໝົດ 4.300 ລ້ານເທື່ອ/ຄົນ, ຂົນສົ່ງສິນຄ້າ 4.830 ລ້ານໂຕນ. ໃນນັ້ນ, ພາກ ສວນໃນປະເທດລາວຂົນສົ່ງຜູ້ໂດຍ ສານທັງໝົດ 741,76 ລ້ານເທື່ອ/ ຄົນຂົນສົ່ງສີນຄ້າ 1.074,41 ລ້ານໂຕນ ໂດຍໄດ້ບໍລິການຂົນສົ່ງ ຂ້າມຊາຍແດນລາວ, ໄທ, ສິງກະ ໂປ ແລະ ອີກ 20 ປະເທດ. ທ່ານ ຈ່າງຫົງຢູນ ນັກວິສະວະ ກອນພະແນກຈັດການໂຄງການກໍ່ ສ້າງກຸ່ມບໍລີສັດທາງລົດໄຟຈີນບໍ່ ເຕັນ-ນະຄອນຫລວງວຽງຈັນ ຊ່ວງ ສັນຍາທີ FJSG II ໄດ້ໃຫ້ຮູ້ວ່າ: ພວກເຮົາໄດ້ກຽມພ້ອມປະຕິບັດ ບໍາລຸງຮັກສາສະຖານີ, ອຸປະກອນ ກົນຈັກ-ໄຟຟ້າ ແລະ ວຽກງານບໍາ ລຸງຮັກສາລົດ ໂດຍສານ ແລະ ອື່ນໆ ເພື່ອຮັບປະກັນຄວາມປອດໄພໃນ ການຂົນສົ່ງທາງລົດໄຟ. ທາງລົດ ໄຟ ລາວ-ຈີນ ມີຄວາມສະດວກ ສະບາຍ, ມີປະສີດທິຜົນສູງຕໍ່ການ ພັດທະນາເສດຖະກິດ-ສັງຄົມ ແລະ ໄດ້ກາຍເປັນວິທີການເດີນທາງ ຂອງທີ່ນັກທ່ອງທ່ຽວນັບມື້ນັບ ຫລາຍຂຶ້ນ. ໃນໄລຍະ 3ປີທີ່ເປີດການຂົນສົ່ງ ເປັນຕົ້ນມາ, ທາງລົດໄຟ ລາວຈີນ ມື້ດຽວຈຳນວນຜູ້ໂດນສານ 20.000 ຄົນ ໄດ້ເພີ່ມຂຶ້ນເຖິງ ຂປລ.ໃນວັນທີ29ພະຈິກ2024 ຜ່ານມາ, ສະມາຄົມມິດຕະພາບ ລາວ-ສ ເກົາຫລີ (LKFA) ແລະ ສະມາຄົມມິດຕະພາບ ສ ເກົາຫລີ- ລາວ (KLFA) ນຳໂດຍທ່ານ ຄຳສວຍ ແກ້ວດາລາວົງ ປະທານ LKFA ພ້ອມຄະນະ ແລະ ທ່ານ ບຸນຍອງ ບຸດທະວົງ ຫົວໜ້າກົມ ການທູດປະຊາຊົນໄດ້ນຳເອົາຢາ ປົວພະຍາດມາມອບໃຫ້ແກ່ໂຮງ ໝໍເມືອງທຸລະຄົມ ແລະ ໂຮງໝໍ ເມືອງແກ້ວອຸດົມ ແຂວງວຽງຈັນ ໂດຍໄດ້ຮັບການຊ່ວຍເຫລືອຈາກ ສະມາຄົມມິດຕະພາບ ສ ເກົາຫລີ- ລາວ (KLFA). ໃນນັ້ນ, ຢາທີ່ນໍາ ມາມອບໃນຄັ້ງນີ້, ປະກອບມີຢາ ປົວພະຍາດເບົາຫວານເມືອງລະ 5 ແກັດໃຫຍ່ ແລະ ຢາຢອດຕາ ເມືອງລະ 6 ແກັດ ລວມມູນຄ່າ ທັງໝົດ 600 ລ້ານກວ່າກີບ. ທ່ານ ຄຳສວຍ ແກ້ວດາລາວົງ ໄດ້ຕາງໜ້າໃຫ້ 2 ສະມາຄົມ LKFA ແລະ KLFA ເປັນຜູ້ມອບ ໂດຍທ່ານໄດ້ກ່າວເຖິງຄວາມເປັນ lt,k7q ,,y f8trk[ ]k;{l gdq ks]u ,v[1k.sh 3I'\= g,n v'm5 ]t7q , c]t g,n v'cdh ;v5 fq , ຫ່ວງເປັນໄຍຂອງການນຳຄະນະ ພົວພັນການຕ່າງປະເທດສູນກາງ ພັກ ກໍຄື 2 ສະມາຄົມພວກເຮົາເຖິງ ແມ່ນວ່າເຄື່ອງຂອງຊ່ວຍເຫລືອ ໃນຄັ້ງນີ້ ຈະບໍ່ຫລວງຫລາຍ, ແຕ່ ກໍສະແດງໃຫ້ເຫັນເຖິງຄວາມສາ ມັກຄີຮັກແພງພໍ່ແມ່ປະຊາຊົນຂອງ 2 ເມືອງດັ່ງກ່າວ ແລະ ຂໍໃຫ້ຢາທີ່ ໄດ້ຮັບໃນຄັ້ງນີ້ ຈົ່ງໄດ້ໄປຮອດໄປ ເຖິງຜູ້ທີ່ເຈັບເປັນ. ໃນໂອກາດຮັບການຊ່ວຍເຫລືອ ຄັ້ງນີ້, ທ່ານ ດີ້ງ ເລືອງໄຊ ຫົວໜ້າ ຫ້ອງການສາທາລະນະສຸກ ເມືອງ ທຸລະຄົມ ແລະ ທ່ານນາງ ສັກປະ ສິດ ແສນສັກ ຮອງຫ້ອງການສາທາ ລະນະສຸກ ເມືອງແກ້ວອຸດົມ ໄດ້ສະ ແດງຄວາມຂອບໃຈມາຍັງ 2 ສະ ມາຄົມ LKFA ແລະ KLFAທີ່ເຫັນ ໄດ້ຄວາມສໍາຄັນໃນການປິ່ວປົວຮັກ ສາຜູ້ທີ່ເຈັບເປັນພະຍາດດັ່ງກ່າວ ແລະ ໄດ້ສະແດງຄວາມຢືນຢັນວ່າ ຈະນຳໃຊ້ຢາດັ່ງກ່າວເຂົ້າໃນການ ປິ່ນປົມຄົນເຈັບໃຫ້ເກີດປະໂຫຍດ ສູງສຸດ. ລາວ-ສປຊ... ຮອງນາຍົກລັດຖະມົນຕີ... ຜູ້ແທນລາວ... ໄລຍະ 3 ປີ... ຂປລ. ອາທິດຜ່ານມາ, ທ່ານ ທອງຜ່ານ ສະຫວັັນເພັດ ຮອງລັດ ຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະເຂົ້າຮ່ວມກອງປະ ຊຸມທົບທວນສົນທິສັນຍາວ່າດ້ວຍ ການເກືອດຫ້າມລະເບີດຝັງດິນ ຕ້ານບຸກຄົນ ຄັ້ງທີ 5 ທີ່ ສຽມລຽບ, ປະເທດກຳປູເຈຍ. ຈຸດປະສົງຂອງກອງປະຊຸມໃນ ຄັ້ງນີ້, ເພື່ອທົບທວນຄືນການຈັດ ຕັ້ງປະຕິບັດສົນທິສັນຍາໃນໄລຍະ ຫ້າປີຜ່ານມາ, ສົ່ງເສີມການຮ່ວມມື ລະຫວ່າງປະເທດໃນການຕ້ານລະ ເບີດຝັງດິນຕ້ານບຸກຄົນ, ການແກ້ ຂປລ. ກະຊວງການຕ່າງປະ ເທດຮ່ວມກັບຫ້ອງການຜູ້ປະສານ ງານອົງການສປຊປະຈໍາສປປລາວ ແຫ່ງ ຍີ່ປຸ່ນ ປະຈຳ ສປປ ລາວ ໃນໂອ ກາດທີ່ໄດ້ຮັບການແຕ່ງຕັ້ງມາປະຕິ ບັດໜ້າທີ່ການທູດຢູ່ ສປປ ລາວ. ໃນໂອກາດດັ່ງກ່າວ, ທ່ານຮອງ ນາຍົກລັດຖະມົນຕີ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຊົມເຊີຍ ຕໍ່ທ່ານ ໂຄອິຊຶມິ ຊຶໂຕະມຸ ທີ່ໄດ້ຖືກ ແຕ່ງຕັ້ງໃຫ້ມາດໍາລົງຕໍາແໜ່ງເປັນ ເອກອັກຄະຣາຊະທູດວິສາມັນຜູ້ ມີອໍານາດເຕັມ ແຫ່ງ ຍີ່ປຸ່ນ ປະຈໍາ ສປປ ລາວ ເຊິ່ງສະແດງເຖິງຄວາມ ໄວ້ເນື້ອເຊື່ອໃຈຈາກລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ໃຫ້ມາປະຕິບັດ ໜ້າທີ່ການທູດຢູ່ ສປປ ລາວ ເພື່ອ ສືບຕໍ່ເສີມຂະຫຍາຍສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ງາມທີ່ມີມາແຕ່ດົນນານຂອງສອງ ປະເທດພາຍໃຕ້ການເປັນຄູ່ຮ່ວມ ຍຸດທະສາດ ແລະ ຈະກ້າວໄປສູ່ການ ຍົກລະດັບເປັນຄູ່ຮ່ວມຍຸດທະສາດ ຮອບດ້ານໃນໄວໆນີ້; ໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຢ່າງໃກ້ຊິດຂອງສອງ ປະເທດ, ການນໍາຂັ້ນສູງຂອງສອງ ປະເທດ ໄດ້ສືບຕໍ່ແລກປ່ຽນການ ຢ້ຽມຢາມພົບປະເຊິ່ງກັນ ແລະ ກັນ ຢ່າງເປັນປົກກະຕິ ເຊິ່ງໄລຍະເວລາ ບໍ່ພໍເທົ່າເດືອນຜ່ານມານີ້, ທ່ານ ອິຊິບະ ຊິເງະຣຸ ນາຍົກລັດຖະມົນຕີ ຍີ່ປຸ່ນ ໄດ້ເດີນທາງມາຢ້ຽມຢາມ ສປປລາວຢ່າງເປັນທາງການແລະ ໄດ້ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ແລະ ກອງປະຊຸມສຸດຍອດ ທີ່ກ່ຽວຂ້ອງທີ່ ສປປ ລາວ ໄດ້ຮັບ ກຽດເປັນເຈົ້າພາບ; ສໍາລັບປີ 2025 ທີ່ຈະມາເຖິງນີ້ ຈະເປັນປີທີ່ມີ ຄວາມໝາຍສໍາຄັນໃນໂອກາດ ຄົບຮອບ 70 ປີ ແຫ່ງການສ້າງຕັ້ງ ສາຍພົວພັນການທູດ ລາວ-ຍີ່ປຸ່ນ; ຄົບຮອບ 10 ປີ ການເປັນຄູ່ຮ່ວມ ຍຸດທະສາດ ແລະ ຍັງເປັນປີຄົບ ຮອບ 60 ປີ ທີ່ຍີ່ປຸ່ນໄດ້ສົ່ງອາສາສະ ໝັກມາປະຈໍາຢູ່ ສປປ ລາວ (ເຊິ່ງ ຄັ້ງທໍາອິດແມ່ນໃນປີ 1965). ໃນໂອກາດອັນສໍາຄັນນີ້, ການນໍາ ຂັ້ນສູງຂອງ ສປປ ລາວ ຈະເດີນ ທາງຢ້ຽມຢາມປະເທດຍີ່ປຸ່ນ ເພື່ອ ສະເຫລີມສະຫລອງວັນສຳຄັນ ດັ່ງກ່າວ ໃຫ້ມີຄວາມໝາຍເລິກເຊິ່ງ ແລະ ຟົດຟື້ນ. ທ່ານຮອງນາຍົກລັດຖະມົນຕີ ໄດ້ຖືໂອກາດນີ້, ສະແດງຄວາມ ຂອບໃຈມາຍັງລັດຖະບານ ແລະ ປະຊາຊົນຍີ່ປຸ່ນ ທີ່ໃຫ້ການຊ່ວຍ ເຫລືອ ແລະ ສະໜັບສະໜູນໃນການ ພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ຕະຫລອດໄລຍະຜ່ານ ມາ ໂດຍສະເພາະການພັດທະນາ ຂົງເຂດບຸລິມະສິດຂອງລາວເປັນ ຕົ້ນການພັດທະນາຊັບພະຍາກອນ ມະນຸດ, ໂຄງລ່າງພື້ນຖານ,ການ ເກັບກູ້ລະເບີດບໍ່ທັນແຕກ (UXO), ສາທາລະນະສຸກ, ກະສິກໍາ-ປ່າໄມ້ ແລະ ອື່ນໆ ລວມທັງການສົ່ງຊ່ຽວ ຊານ ແລະ ອາສາສະໝັກ ຜູ້ທີ່ມີ ຄວາມຮູ້ຄວາມສາມາດແລະປະສົບ ການມາປະຈໍາຢູ່ບັນດາຂະແໜງ ການຕ່າງໆຂອງລາວ, ພິເສດແມ່ນ ໃຫ້ການຊ່ວຍເຫລືອ ແລະ ສະໜັບ ສະໜູນ ສປປ ລາວ ໃນການເປັນປະ ທານກອງປະຊຸມອາຊຽນໃນປີ (2024) ນີ້. ທ່ານຮອງນາຍົກລັດ ຖະມົນຕີ ຍັງເຊື່ອໝັ້ນວ່າການມາ ປະຕິບັດໜ້າທີ່ຂອງທ່ານເອກອັກ ຄະລັດຖະທູດ ຈະເປັນການປະກອບ ສ່ວນສໍາຄັນເຂົ້າໃນການເສີມຂະ ຫຍາຍສາຍພົວພັນມິດຕະພາບ ແລະ ການເປັນຄູ່ຮ່ວມຍຸດທະສາດ ລະຫວ່າງສອງປະເທດ ລາວ-ຍີ່ ປຸ່ນ ໃຫ້ນັບມື້ນັບແໜ້ນແຟ້ນ ແລະ ມີປະສິດທິຜົນຍິ່ງໆຂຶ້ນ. ພ້ອມທັງ, ສະເໜີຕໍ່ທ່ານເອກອັກຄະຣາຊະທູດ ສືບຕໍ່ເຮັດວຽກຮ່ວມກັບພາກສ່ວນ ທີ່ກ່ຽວຂ້ອງຂອງ ສປປ ລາວ ເພື່ອ ເຮັດໃຫ້ການແລກປ່ຽນການຢ້ຽມ ຢາມຂອງການນຳຂັ້ນສູງຂອງ ສອງປະເທດ ໃຫ້ໄດ້ຮັບຜົນສຳ ເລັດຕາມລະດັບຄາດໝາຍ; ສືບຕໍ່ ການຈັດຕັ້ງປະຕິບັດແຜນງານໂຄງການຮ່ວມມືຂອງສອງປະເທດ ໃຫ້ໄດ້ຮັບຜົນສໍາເລັດມີປະສິດ ທິພາບ ແລະ ມີປະສິດທິຜົົນ; ຊຸກ ຍູ້ການຮ່ວມມືດ້ານການຄ້າ-ການ ລົງທຶນຂອງສອງປະເທດ ໃຫ້ພົ້ນ ເດັ່ນຂຶ້ນ; ຊຸກຍູ້ການທ່ອງທ່ຽວລະ ຫວ່າງປະຊາຊົນສອງຊາດ ໃຫ້ເປັນ ຂະບວນຟົດຟື້ນ ແລະ ມີຈໍານວນ ຫລາຍຂຶ້ນ; ສືບຕໍ່ລົງຢ້ຽມຢາມບັນ ດາແຂວງຂອງ ສປປ ລາວ ເພື່ອ ເຫັນໄດ້ສະພາບຕົວຈິງຂອງການ ພັດທະນາຢູ່ແຕ່ລະແຂວງ ເຊິ່ງເປັນ ການເພີ່ມທະວີຄວາມໃກ້ຊິດກັບ ບັນດາການນໍາ-ອົງການປົກຄອງ ທ້ອງຖິ່ນຂອງລາວ ຕື່ມອີກ. ໃນໂອກາດດຽວກັນ, ທ່ານເອກ ອັກຄະຣາຊະທູດ ກໍໄດ້ສະແດງ ຄວາມຂອບໃຈເປັນຢ່າງສູງຕໍ່ການ ຕ້ອນຮັບອັນອົບອຸ່ນຂອງທ່ານຮອງ ນາຍົກລັດຖະມົນຕີ ແລະ ໄດ້ຕີລາຄາ ສູງຕໍ່ສາຍພົວພັນມິດຕະພາບ ແລະ ການພົວພັນຄູ່ຮ່ວມຍຸດທະສາດຍີ່ ປຸ່ນ-ລາວ ແລະ ໃຫ້ຄໍາໝັ້ນສັນຍາ ຈະປະຕິບັດໜ້າທີ່ວຽກງານສຸດ ຄວາມສາມາດຂອງຕົນໃນການ ປະກອບສ່ວນຮັດແໜ້ນການພົວພັນ ຮ່ວມມື ຍີ່ປຸ່ນ-ລາວ ໃຫ້ມີການຂະ ຫຍາຍຕົວຢ່າງຕໍ່ເນື່ອງ, ພ້ອມທັງ ຢືນຢັນວ່າຈະສືບຕໍ່ປະສານງານ ແລະ ເຮັດວຽກຮ່ວມກັບພາກສ່ວນ ຕ່າງໆຂອງ ສປປ ລາວ ເພື່ອຮັດ ແໜ້ນ ແລະ ເສີມຂະຫຍາຍສາຍ ພົວພັນຮ່ວມມືທີ່ດີລະຫວ່າງສອງ ປະເທດ ຍີ່ປຸ່ນ-ລາວ ໃຫ້ເກີດດອກ ອອກຜົນຍິ່ງໆຂຶ້ນ. ຂ່າວ-ພາບ: ກົມປະຊາສຳພັນ, ຫສນຍ ໄດ້ຈັດກອງປະຊຸມຄະນະກໍາມະ ການຊີ້ນໍາຮ່ວມ (JSC) ໃນຂອບ ວຽກການຮ່ວມມື ເພື່ອການພັດທະ ນາແບບຍືນຍົງລະຫວ່າງລັດຖະ ບານ ແຫ່ງ ສປປ ລາວ ແລະ ອົງ ການ ສປຊ ໄລຍະປີ 2022-2026 ໃນວັນທີ 3 ພະຈິກ 2024 ຢູ່ນະ ຄອນຫລວງວຽງຈັນ ເຊິ່ງແບ່ງ ເປັນ 2 ພາກຄື: ພາກເຊົ້າເປັນກອງ ປະຊຸມປຶກສາຫາລືວຽກວິຊາສະ ເພາະຂັ້ນວິຊາການ ແລະ ພາກບ່າຍ ເປັນກອງປະຊຸມຂັ້ນສູງ ຈັດຂຶ້ນ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ໂພໄຊ ໄຂຄໍາພິທູນ, ຮອງລັດຖະມົນຕີກະຊວງການຕ່າງ ປະເທດແລະທ່ານBakhodirBurkhanov ຜູ້ປະສານງານອົງການ ສປຊ ປະຈຳ ສປປ ລາວ, ມີຜູ້ຕາງ ໜ້າຈາກບັນດາກະຊວງ ແລະ ອົງ ການທຽບເທົ່າກະຊວງທີ່ກ່ຽວຂ້ອງ ແລະ ບັນດາອົງການເຄືອຂ່າຍ ສປຊ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້, ມີຈຸດປະສົງ ເພື່ອທົບທວນຂໍ້ຕົກລົງວ່າດ້ວຍອະ ນາຄົດສໍາລັບສປປລາວ; ປຶກສາຫາ ລືແລກປ່ຽນທັດສະນະການຈັດ ຕັ້ງປະຕິບັດຂອບວຽກການຮ່ວມມື ເພື່ອການພັດທະນາແບບຍືນຍົງລະ ຫວ່າງ ສປປ ລາວ ແລະ ອົງການ ສປຊ (UNSDCF) ໄລຍະປີ 2022-2026, ເພື່ອປະເມີນຜົນ ການຈັດຕັ້ງປະຕິບັດຂອບວຽກແລະ ການປັບປຸງຂໍ້ກໍານົດບັນດາແຜນ ວຽກບູລິມະສິດຂອງຄະນະກໍາມະ ການ JSC ກ່ຽວກັບການພັດທະ ນາຂອງ ສປປ ລາວ ໃນປີ 2024 ແລະ ບູລິມະສິດສໍາລັບປີ 2025 ທີ່ຈະບັນຈຸເຂົ້າໃນແຜນວຽກຮ່ວມ; ການລາຍງານຄວາມຄືບໜ້າການ ຈັດຕັ້ງປະຕິບັດແຜນຍຸດທະສາດ ການຂ້າມຜ່ານຂອງ ສປປ ລາວ ໃນການກະກຽມອອກຈາກສະຖາ ນະພາບດ້ອຍພັດທະນາ ແລະ ການ ຮັບຮອງເອົາຂໍ້ກໍານົດໜ້າວຽກ ຂອງຄະນະກໍາມະການ JSC ສະ ບັບປັບປຸງ. ກອງປະຊຸມໄດ້ຮ່ວມກັນປຶກສາ ຫາລື ເພື່ອສົ່ງເສີມກົນໄກການຮ່ວມ ມືດັ່ງກ່າວ, ລວມທັງການຈັດຕັ້ງ ປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດ ແລະ ແຜນ ການພັດທະນາຂອງລັດຖະບານ ໃຫ້ສໍາເລັດຕາມຄາດໝາຍ ໂດຍໄດ້ ລົງເລິກເເຜນງານກິດຈະກໍາບູລິ ມະສິດ ແລະ ບັນດາສິ່ງທ້າທາຍ ຕ່າງໆພາຍໃຕ້ 4 ຄາດໝາຍຫລັກ ຂອງຂອບການຮ່ວມມື UNSDCF 2022-2026 ຄື: ຊີວິດການ ເປັນຢູ່ທີ່ດີ; ຄວາມຈະເລີນຮຸ່ງເຮືອງ ທີ່ກວມລວມ; ການຄຸ້ມຄອງບໍລິ ຫານລັດ ແລະ ການປົກຄອງດ້ວຍ ກົດໝາຍ;ສິ່ງແວດລ້ອມ, ການປ່ຽນ ແປງດິນຟ້າອາກາດ ເເລະການສ້າງ ຄວາມທົນທານ. ພ້ອມທັງການທົບ ທວນກາງສະໄໝຂອງບັນດາເອກະ ສານຫົວໜ້າແຜນງານ, ການປະ ເມີນການຈັດຕັ້ງປະຕິບັດຂອບວຽກ ຮ່ວມມື UNSDCF 2022-2026 ຈະເປັນຂໍ້ມູນໃນການຕິດຕາມ ແລະ ຊ່ວຍໃນການແກ້ໄຂບັນດາຂໍ້ຄົງ ຄ້າງທີ່ມີໃຫ້ປະກົດຜົນເປັນຈິງ. ທ່ານ ໂພໄຊ ໄຂຄຳພິທູນ ໄດ້ຢໍ້າ ຄືນເຖິງຄວາມໝາຍຄວາມສຳ ຄັນຂອງກອງປະຊຸມລະດັບສູງ ຂອງຄະນະກໍາມະການຊີ້ນໍາຮ່ວມ JSC ເຊິ່ງນອກຈາກເປັນເວທີປຶກ ສາຫາລືຂັ້ນສູງ ກໍຍັງເປັນກົນໄກ ທີ່ສຳຄັນໃນການຕິດຕາມກວດກາ ການຈັດຕັ້ງປະຕິບັດແຜນງານການ ຮ່ວມມືຍ່ອຍຕ່າງໆລະຫວ່າງພາກ ລັດ ແລະ ອົງການເຄືອຂ່າຍ ສປຊ, ທີ່ໄດ້ໃຫ້ການສະໜັບສະໜູນ ໂດຍ ກົງຕໍ່ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງ ຊາດ 5 ປີ ຄັ້ງທີ IX ເຊິ່ງໄດ້ຮັບຮອງ ເອົາຂໍ້ກໍານົດແຜນວຽກຂອງຄະນະ ກໍາມະການJSC. ນອກນີ້, ການຜັນ ຂະຫຍາຍການຈັດຕັ້ງປະຕິບັດຂໍ້ ຕົກລົງວ່າດ້ວຍອະນາຄົດສໍາລັບ ສປປ ລາວ ໃນຕໍ່ໜ້າທີ່ໄດ້ຖືກຮັບ ຮອງໃນກອງປະຊຸມສະມັດຊາໃຫຍ່ ອົງການສະຫະປະຊາຊາດ ສະໄໝ ທີ 79, ທີ່ ນິວຢອກ ສ ອາເມລິກາ ແມ່ນຈະຕ້ອງສອດຄ່ອງກັບສະພາບ ການພັດທະນາຕົວຈິງຂອງ ສປປ ລາວ ໃນປັດຈຸບັນໃຫ້ເກີດດອກ ອອກຜົນຍິ່ງໆຂຶ້ນ. ທ່ານ Bakhodir Burkhanov ໄດ້ເນັ້ນຢໍ້າວ່າ: ຄະນະກໍາມະ ການຊີ້ນໍາຮ່ວມ JSC ມີບົດບາດ ສໍາຄັນໃນການຈັດຕັ້ງປະຕິບັດຂອບ ວຽກການຮ່ວມມື UNSDCF 2022-2026 ຮ່ວມກັບຄູ່ຮ່ວມມື ພາກລັດຂອງ ສປປ ລາວ ແລະ ຄູ່ຮ່ວມມືຈາກສາກົນ ກໍຄື ອົງການ ເຄືອຂ່າຍ ສປຊ ປະຈຳ ສປປ ລາວ ເພື່ອເຮັດວຽກຮ່ວມກັນຢ່າງມີວິໄສ ທັດແລະແຜນງານໃນທິດທາງດຽວ ກັນ. ກອງປະຊຸມໄດ້ທົບທວນຄືນ ຜົນສຳເລັດຂອງການຮ່ວມມືໃນ ໄລຍະໜຶ່ງປີທີ່ຜ່ານມາ ແລະ ຮ່ວມ ກັນວາງແຜນທິດທາງການຮ່ວມມື ຂອງແຕ່ລະຂະແໜງການໃນຕໍ່ໜ້າ ຕາມແຜນການຮ່ວມມື ແລະ ດັດປັບ ໃຫ້ແທດເໝາະກັບຄວາມຮຽກ ຮ້ອງຕ້ອງການຕົວຈິງ ກໍຄື ແຜນບຸລິ ມະສິດປະຈຳປີຂອງຂະແໜງການ ພາກລັດ ແນໃສ່ການຈັດຕັ້ງປະຕິ ບັດໃຫ້ເກີດຜົນປະໂຫຍດສູງສຸດ. ກອງປະຊຸມໄດ້ດໍາເນີນໄປດ້ວຍ ບັນຍາກາດທີ່ສ້າງສັນ ແລະ ສໍາ ເລັດລົງຢ່າງຈົບງາມເປັນຕົ້ນໄດ້ ຮັບຮອງເອົາວິທີການຈັດຕັ້ງປະຕິ ບັດໃນດ້ານຫລັກການວຽກຂອງ ຄະນະກໍາມະການ JSC ສະບັບໃໝ່ ແລະ ປຶກສາຫາລືແຜນການຈຸດ ສຸມການຮ່ວມມື ໃນ 4 ຂົງເຂດບຸລິ ມະສິດ ເຊິ່ງຈະເປັນບ່ອນອີງສໍາ ຄັນໃນການສືບຕໍ່ຈັດຕັ້ງປະຕິບັດ ຂອບການຮ່ວມມື UNSDCF 2022-2026 ເພື່ອການພັດທະ ນາແບບຍືນຍົງລະຫວ່າງລັດຖະ ບານ ແຫ່ງ ສປປ ລາວ ແລະ ອົງ ການສະຫະປະຊາຊາດ. ພາບ: ຂັນໄຊ ໄຂບັນຫາລະເບີດຝັງດິນ ກໍຄື ການ ກວດກູ້ລະເບີດບໍ່ທັນແຕກທີ່ຕົກ ຄ້າງ(ລບຕ), ການຊ່ວຍເຫລືອຜູ້ ຖືກເຄາະຮ້າຍ, ການໂຄສະນາສຶກ ສາທາງຄວາມສ່ຽງໄພຈາກ ລບຕ ແລະ ການສົ່ງເສີມການຮ່ວມມືແລະ ການຊ່ວຍເຫລືອສາກົນ ເພື່ອສືບ ຕໍ່ຈັດຕັ້ງປະຕິບັດສົນທິສັນຍາວ່າ ດ້ວຍການເກືອດຫ້າມລະເບີດຝັງ ດິນຕ້ານບຸກຄົນ ຫລື Ottawa Convention ໃຫ້ບັນລຸຕາມຄາດ ໝາຍທີ່ວາງໄວ້. ກອງປະຊຸມໃນຄັ້ງ ນີ້, ໄດ້ມີປະເທດຜູ້ເຂົ້າຮ່ວມທັງໝົດ 164 ປະເທດໃນທົ່ວໂລກ. ໃນນັ້ນ, ມີຜູ້ແທນຂັ້ນສູງເຂົ້າຮ່ວມ 14 ປະ ເທດລວມທັງ ສປປ ລາວ (ໃນ ນາມປະເທດສັງເກດການ). ກອງປະຊຸມໃນຄັ້ງນີ້, ທ່ານທອງ ຜ່ານ ສະຫວັນເພັດ ຮອງລັດຖະມົນ ຕີກະຊວງການຕ່າງປະເທດ ໄດ້ຂຶ້ນ ກ່າວບົດປາໄສໃນພາກກອງປະຊຸມ ລະດັບສູງ ໂດຍໄດ້ມີຄຳເຫັນໃນ ນາມປະເທດສັງເກດການສົນທິສັນ ຍາດັ່ງກ່າວ ແລະ ແລກປ່ຽນບົດ ຮຽນການແກ້ໄຂບັນຫາລະເບີດບໍ່ ທັນແຕກຂອງ ສປປ ລາວ ທີ່ຍັງເປັນ ໄພຂົ່ມຂູ່ຕໍ່ຊີວິດຂອງປະຊາຊົນ ແລະ ຂັດຂວາງການພັດທະນາເສດຖະ ກິດ-ສັງຄົມ.ເຖິງວ່າສປປລາວຍັງບໍ່ ທັນເຂົ້າເປັນພາຄີຂອງສົນທິສັນຍາ ວ່າດ້ວຍລະເບີດຝັງດິນຕ້ານບຸກຄົນ ແຕ່ລັດຖະບານລາວ ກໍເລັງເຫັນເຖິງ ຄວາມສຳຄັນ ແລະ ສະໜັບສະໜູນ ທາງດ້ານເປົ້າໝາຍລວມຂອງສົນທິ ສັນຍາ ກໍຄື ການສະໜັບສະໜູນ ທາງດ້ານມະນຸດສະທຳ ເພື່ອຮັບປະ ກັນຊີວິດ ແລະ ການດຳລົງຊີວິດ ຂອງປະຊາຊົນໃຫ້ປອດໄພຈາກຜົນ ກະທົບຂອງສິ່ງເສດເຫລືອປາງສົງ ຄາມ ໂດຍໄດ້ສືບຕໍ່ພະຍາຍາມຈັດ ຕັ້ງບາງເນື້ອໃນຂອງສົນທິສັນຍາ ດັ່ງກ່າວ, ພ້ອມທັງໄດ້ສົ່ງຜູ້ແທນ ຂັ້ນສູງແລະ ຂັ້ນວິຊາການເຂົ້າຮ່ວມ ກອງປະຊຸມຕາມການເຊື້ອເຊີນຢ່າງ ສະໝໍ່າສະເໝີ ແລະ ຊ່ວຍໂຄສະນາ ເຖິງຜົນກະທົບອັນຮ້າຍແຮງຂອງ ອາວຸດດັ່ງກ່າວເປັນປະຈຳ. ນອກຈາກການເຂົ້າຮ່ວມກອງ ປະຊຸມແລ້ວ, ຄະນະຜູ້ແທນ ສປປ ລາວ ຍັງໄດ້ພົບປະສອງຝ່າຍຮ່ວມ ກັບຫລາຍພາກສ່ວນ ເພື່ອແລກປ່ຽນ ທັດສະນະໃນການສົ່ງເສີມວຽກ ແກ້ໄຂບັນຫາລະເບີດບໍ່ທັນແຕກ, ການຈັດຕັ້ງປະຕິບັດພັນທະຕໍ່ບັນ ດາສົນທິສັນຍາສາກົນຕ່າງໆ ແລະ ສືບຕໍ່ຂົນຂວາຍຂະຫຍາຍການ ຮ່ວມມືກັບຄູ່ຮ່ວມພັດທະນາຕ່າງໆ ໃນການໃຫ້ການຊ່ວຍເຫລືອ ສປປ ລາວ ຈັດຕັ້ງປະຕິບັດການແກ້ໄຂ ບັນຫາລະເບີດບໍ່ທັນແຕກໃຫ້ມີປະ ສິດທິພາບ ແລະ ປະສິດທິຜົນດີຂຶ້ນ ເປັນກ້າວໆ. 100.000 ເທື່ອຄົນ ແລະ ບັນດາປະ ເພດສິນຄ້າຈາກ 10 ປະເພດເພີ່ມ ຂຶ້ນເຖິງ 3.000 ປະເພດ. ໃນການ ຂົນສົ່ງດັ່ງກ່າວ, ເບຍລາວ, ທຸລຽນ, ແປ້ງມັນຕົ້ນ, ໝາກມ່ວງ ແລະ ຜະລິດຕະພັນອື່ນໆ ຈາກປະເທດ ລາວ ໄດ້ຖືກນໍາມາຈໍາໜ່າຍໃນຕະ ຫລາດຈີນ. ໃນນັ້ນ, ຜະລິດຕະພັນ ເບຍລາວ ແມ່ນໄດ້ຮັບການຕອບ ຮັບທີ່ດີຈາກລູກຄ້າ. ໃນຂະນະທີ່ເຈົ້າຂອງຮ້ານຂາຍ ເບຍຫັດຖະກໍາໃນປັກກິ່ງ ໄດ້ກ່າວ ວ່າ: ອີງຕາມສະຖິຕິຂອງດ່ານພາສີ ຄຸນໝິງ ໄລຍະ 3 ປີຜ່ານມາ, ທາງ ລົດໄຟລາວ-ຈີນ ໄດ້ຂົນສົ່ງສິນຄ້າ ສະສົມນຳເຂົ້າ ແລະ ສົ່ງອອກຫລາຍ ກວ່າ 10,60 ລ້ານໂຕນ, ມູນຄ່າສິນ ຄ້າເກີນ 440 ຕື້ຢວນ. ສ່ວນຜູ້ຮັບຜິດຊອບບໍລິສັດທາງ ລົດໄຟ ລາວ-ຈີນ ຈຳກັດ ໄດ້ກ່າວ ວ່າ: ໃນຕໍ່ໜ້າຈະສືບຕໍ່ປັບປຸງຮູບ ແບບບໍລິການຂົນສົ່ງຜູ້ໂດຍສານ ລົດໄຟ ລາວ-ຈີນ ຢ່າງຕັ້ງໜ້າ, ປັບ ປ່ຽນແຜນການດຳເນີນງານລົດໄຟ, ປັບປຸງການບໍລິການຂາຍປີ້ ແລະ ຂັ້ນຕອນການຂາຍປີໃຫ້ເໝາະສົມ; ປັບປຸງການບໍລິການຜູ້ໂດຍສານ ແລະ ຂົນສົ່ງສິນຄ້າໃຫ້ສະດວກສະ ບາຍຍິ່ງຂຶ້ນ ແລະ ຊ່ວຍໃຫ້ບໍລິການ ຂອງທາງລົດໄຟ ລາວ-ຈີນ ມີປະ ສິດທິຜົນຂຶ້ນໄປເລື້ອຍໆ. ພາບ: ບໍລິສັດ ທາງລົດໄຟລາວ-ຈີນ

RkJQdWJsaXNoZXIy MTc3MTYxMQ==