6019.1

xtgmf]k; 3 05/12/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົ່ງ 7eG \kd{,kd .orklk]k; ຮິບໂຮມໂດຍ: ພະກາ ໂດຍ: ກິດຕາ ll- xtdv[7egsa o .lj Ij k'dq f\kp;j kfh ;p mtok7ko csj ' lxx ]k; 2/12/1975 - 2/12/2024 xtdkflh k'8A 'd5 j ,sa f4tde 8=j ks6 dm= w\ [h kofvo37 49 xu csj 'dkooerk{-U oe 0v'ra dxt-k-q o xt8y ;a f]k; * ການດຳເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 8 ຂອງສະພາ ແຫ່ງຊາດ ຊຸດທີ IX ວັນທີ 3 ທັນວາ 2024 ພາຍໃຕ້ການເປັນປະທານ ຂອງ ທ່ານ ສົມມາດ ພົນເສນາ ຮອງ ປະທານສະພາແຫ່ງຊາດ, ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງ ກົດໝາຍ ວ່າດ້ວຍທະນາຄານແຫ່ງ ສປປ ລາວ ສະບັບປັັບປຸງທີ່ສະເໜີ ໂດຍ ທ່ານນາງ ວັດທະນາ ດາລາ ລອຍ ຮັກສາການຜູ້ວ່າທະນາຄານ ແຫ່ງ ສປປ ລາວ. ຈາກນັ້ນ, ສະມາ ຊິກສະພາແຫ່ງຊາດ(ສສຊ)ປະຈຳ ເຂດເລືອກຕັ້ງຕ່າງໆໄດ້ສຸມໃສ່ປະ ກອບຄຳຄິດຄຳເຫັນໃສ່ຮ່າງກົດ ໝາຍດັ່ງກ່າວ ຢ່າງກົງໄປກົງມາ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນ ເອກະພາບຕໍ່ໂຄງສ້າງ ແລະ ເນື້ອໃນ ຂອງຮ່າງກົດໝາຍສະບັບນີ້, ແຕ່ ຍັງມີ ສສຊ ບາງເຂດເລືອກຕັ້ງສະ ເໜີໃຫ້ຕັດອອກ, ຕື່ມໃສ່ບາງເນື້ອໃນ ຢູ່ບາງໝວດ, ບາງມາດຕາ ເພື່ອເຮັດ ໃຫ້ກົດໝາຍສະບັບນີ້ ມີເນື້ອໃນຄົບ ຖ້ວນ, ສົມບູນ, ຮັດກຸມ, ຈະແຈ້ງ ແລະ ສອດຄ່ອງຕາມແນວທາງນະ ໂຍບາຍ ຂອງພັກ, ລັດ ວາງອອກ ເພື່ອສາມາດນຳໄປຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິພາບແລະ ປະສິດ ທິຜົນພາຍຫລັງ ໄດ້ຖືກຮັບຮອງ ຢ່າງເປັນທາງການ. ທ່ານ ພົນຕີ ສາຍໃຈ ກົມມະສິດ * ວັນຊາດທີ 2 ທັນວາ ຫາກໍ ຜ່ານພົ້ນມາມາດໆ ທົ່ວປວງຊົນ ລາວທັງຊາດ ຍັງຢູ່ໃນບັນຍາກາດ ແຫ່ງ ການສ້າງຂະບວນການຕ້ອນ ຮັບວັນດັ່ງກ່າວຢ່າງຟົດຟື້ນ. ທ່ານ ຮທ ສີວິໄຊ ມົນຕີສັກ ຫົວ ໜ້າຈຸດປະຈຳການບ້ານນ້ຳທວາຍ ເມືອງຮົ່ມ ແຂວງໄຊສົມບູນ ກອງກໍ່ ສ້າງຮາກຖານການເມືອງ 920 ໃຫ້ ຮູ້ວ່າ: ຕະຫລອດໄລຍະ 49 ປີ ແຫ່ງ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ພັກປະຊາ ຊົນປະຕິວັດລາວ ໄດ້ເປັນຄັນທຸງ ນຳໜ້າໃນການສ້າງສາພັດທະນາ ປະເທດຊາດ, ເສີມຂະຫຍາຍຄວາມ ເປັນເຈົ້າຂອງປະເທດຊາດ ໂດຍຖື ເອົາການເພິ່ງຕົນເອງ ແລະ ບຸກບືນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ສປປລາວມີຄວາມສະຖຽນ ລະພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບເປັນລະບຽບ ຮຽບຮ້ອຍ, ເສດຖະກິດໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງ, ປະຊາຊົນ ລາວບັນດາເຜົ່າມີຄວາມສາມັກຄີ ເປັນປຶກແຜ່ນ, ມີຄວາມເຊື່ອໝັ້ນຕໍ່ ແນວທາງຂອງພັກ ຖານະບົດບາດ ຂອງ ສປປ ລາວ ຖືກເຊີດຊູສູງຂຶ້ນ ໃນເວທີສາກົນຢ່າງບໍ່ຢຸດຢັ້ງ. ສຳລັບກໍາລັງປ້ອງກັນຄວາມ ສະຫງົບ ແມ່ນກໍາລັງປະກອບອາວຸດ ອັນແຫລມຄົມ ໂດຍພັກປະຊາຊົນ ປະຕິວັດລາວເປັນຜູ້ກໍ່ຕັ້ງ, ນໍາພາ ເດັດຂາດ, ໂດຍກົງຮອບດ້ານ, ເປັນ ກໍາລັງທີ່ມາຈາກປະຊາຊົນ ໂດຍ ປະຊາຊົນ ແລະ ຮັບໃຊ້ສິດຜົນປະ ໂຫຍດຂອງປະຊາຊົນລາວບັນດາ ເຜົ່າ, ກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນໄດ້ກໍາເນີດແລະເຕີບ ໃຫຍ່ຂະຫຍາຍຕົວໃນຂະບວນການ ຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດ ຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວລາໃດກໍ່ມີມູນເຊື້ອຕໍ່ສູ້ຢ່າງອົງ ອາດກ້າຫານ, ມີນໍ້າໃຈເສຍສະຫລະ ເດັດດ່ຽວບໍ່ຍອມຈໍານົນມີຄວາມສັດ ຊື່ບໍລິສຸດ ແລະ ມີຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ. ໂດຍໄດ້ຮັບ ການນຳພາ-ຊີ້ນຳ ເດັດຂາດໂດຍກົງ ແລະ ຮອບດ້ານຈາກພັກ-ລັດຖະ ບານ ໄດ້ຮັບການອຸ້ມຊູ ຊ່ວຍເຫລືອ ກໍ່ສ້າງຈາກການຈັດຕັ້ງຂັ້ນເທິງໃນ ການກໍ່ສ້າງກໍາລັງປ້ອງກັນຄວາມ ສະຫງົບ ໄລຍະທີ່ຜ່ານມາ ເຮັດໃຫ້ ກໍາລັງປ້ອງກັນຄວາມສະຫງົບປະ ຊາຊົນ ມີຄວາມເຕີບໃຫຍ່ເຂັ້ມແຂງ ສາມາດຮັບປະກັນໄດ້ ສະຖຽນລະ ພາບທາງດ້ານການເມືອງ, ປະເທດ ຊາດມີຄວາມໝັ້ນຄົງ, ສັງຄົມມີ ຄວາມສະຫງົບ, ມີຄວາມເປັນລະ ບຽບຮຽບຮ້ອຍ, ປະຊາຊົນມີຄວາມ ເຊື່ອໝັ້ນ ແລະ ໃຫ້ການຮ່ວມມືອູ້ມ ຊູຊ່ວຍເຫລືອກຳລັງປ້ອງກັນຄວາມ ສະຫງົບດ້ວຍດີຕະຫລອດມາ. ຮທ ສີວິໄຊ ມົນຕີສັກ ກ່າວ. ສສຊ ເຂດເລືອກຕັ້ງ ທີ 5 ແຂວງບໍ່ ແກ້ວ ໄດ້ສະແດງຄວາມເຫັນສະໜັບ ສະໜູນຕໍ່ເຫດຜົນ ແລະ ຄວາມຈຳ ເປັນໃນການສ້າງກົດໝາຍວ່າດ້ວຍ ທະນາຄານແຫ່ງສປປລາວ. ຂະນະ ດຽວກັນ ກໍໄດ້ສະເໜີໃຫ້ ທຫລ ເພີ່ມ ເນື້ອໃນໃສ່ມາດຕາ 40 ຫົວໜ່ວຍ ເງິນຕາຂອງ ສປປ ລາວ ເຊິ່ງເງິນ ຕາຂອງ ສປປ ລາວ ແມ່ນເງິນກີບ ຂຽນຫຍໍ້ເປັນພາສາລາວ “ກີບ” ແລະ ເປັນພາສາອັງກິດ LAK, ມີ ຫົວໜ່ວຍເປັນກີບ, ໜຶ່ງກີບເທົ່າກັບ ໜຶ່ງຮ້ອຍອັດ ຕໍ່ກັບເນື້ອໃນຂອງມາດ ຕາດັ່ງກ່າວ, ເຫັນວ່າຍັງມີເນື້ອສັັ້ນ ສະເໜີໃຫ້ກຳນົດຄວາມໝາຍຄວາມ ສຳຄັນຂອງເງິນກີບເຂົ້າຕື່ມ ເພື່ອໃຫ້ ສັງຄົມ ກໍຄື ຜູ້ທີ່ຊົມໃຊ້ເງິນກັບເຂົ້າ ໃຈ ແລະ ເຫັນໄດ້ຄວາມສຳຄັນຂອງ ຄ່າເງິນກີບ. ພ້ອມນີ້, ຍັງສະເໜີໃຫ້ ທຫລ ເພີ່ມອີກມາດຕາໜຶ່ງກ່ຽວກັບ ຮູບແບບແລະຂະໜາດຂອງເງິນກີບ ເຊິ່ງໃນໄລຍະຜ່ານມາ, ເຫັນວ່າຮູບ ແບບ ແລະ ຂະໜາດຂອງເງິນກີບ ເກົ່າ ແລະ ໃໝ່ ແຕກຕ່າງກັນ ເຊັ່ນ: ໃບ10.000ກີບ, ໃບ20.000ກີບ, 50.000 ກີບ ແລະ 100.000 ກີບ ອັນໄດ້ສ້າງຄວາມສັບສົນໃຫ້ກັບຜູ້ ຊົມໃຊ້ເງິນກີບ. ສະນັ້ນ, ທຫລ ຄວນ ກຳນົດເຂົ້າໃນກົດໝາຍ ໃຫ້ຊັດເຈນ ເພື່ອສ້າງຄວາມກະຈ່າງແຈ້ງ. ທ່ານນາງວາລີເວດສະພົງສສຊ ປະຈຳເຂດເລືອກຕັ້ງ 1 ນະຄອນ ຫລວງວຽງຈັນ ໄດ້ປະກອບຄຳຄິດ ຄຳເຫັນໃສ່ ມາດຕາ 1 ເຊິ່ງຕາມທັດ ສະນະເຫັນວ່າເນື້ອໃນຂອງມາດ ຕາດດັ່ງກ່າວ, ຍັງມີລັກສະນະລວມ ຄວນກຳນົດຈຸດປະສົງຂອງກົດໝາຍ ສະບັບດັ່ງກ່າວ ໂດຍສະເພາະໃຫ້ຍົກ ສູງການດຳເນີນງານ, ຄວາມເປັນ ເອກະລາດຂອງ ທຫລ ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານມີ ປະສິດທິພາບ ຕາມພາລະບົດບາດ ຂອງຕົນ, ຈຳກັດການແຊກແຊງ ຂອງຝ່າຍບໍລິຫານເຖິງແມ່ນວ່າກົງ ຈັກຂອງ ທຫລ ຈະຢູ່ໃນໂຄງສ້າງ ຂອງລັດຖະບານກໍຕາມ ແຕ່ໂດຍ ຫລັກການພື້ນຖານຂອງທົ່ວໂລກ ແລ້ວ ທະນາຄານກາງຂອງແຕ່ລະ ປະເທດຕ້ອງມີຄວາມເປັນເອກະ ລາດໃນລະດັບໃດໜຶ່ງ.ທັງນີ້,ກໍເພື່ອ ແນໃສ່ຈັດຕັ້ງປະຕິບັດວຽກງານ ໃຫ້ ມີປະສິດທີຜົນ ເນື່ອງຈາກວ່າ ທຫລ ເປັນສ່ວນໜຶ່ງຂອງເສົາຄໍ້າຂອງເສດ ຖະກິດມະຫາພາກ ແລະ ເປັນການ ທວງດຸນລະບົບການເງິນ, ການສ້າງ ສະພາບຄ່ອງເສດຖະກິດມະຫາພາກ. ພ້ອມນີ້, ສສຊ ຫລາຍທ່ານຍັງ ໄດ້ສຸມໃສ່ມີຄຳເຫັນ ໃນມາດຕາ 9 ສິດຂອງທະນາຄານແຫ່ງ ສປປ ລາວ, ມາດຕາ 40 ຫົວໜ່ວຍເງິນ ຕາຂອງ ສປປ ລາວ, ມາດຕາ 41 ການພິມເງິນ, ມາດຕາ 56 ການໃຫ້ ກູ້ຢືນແກ່ສະຖາບັນການເງິນ, ມາດ ຕາ 59 ການຄຸ້ມຄອງຄັງເງິນຕາ ຕ່າງປະເທດ, ມາດຕາ 63 ການຄຸ້ມ ຄອງຊັບສິນຂອງທະນາຄານ ແຫ່ງ ສປປ ລາວ ແລະ ອື່ນໆ. * ບັນດາຄໍາສັບໃນພາສາລາວ ຂອງພວກເຮົາ, ມີຈໍານວນໜຶ່ງມັກ ພົບເຫັນການສະກົດບໍ່ຖືກຕ້ອງ ໂດຍ ສະເພາະຈໍາພວກທີ່ພື້ນສຽງຂອງ ຕົວແກນຄ້າຍຄືກັນແລະມີສະຫລະຕົວສະກົດຄືກັນ. ບົດນີ້ ຍົກມາທົບ ທວນນໍາກັນ 4 ຄໍາ ຄື: ໝາກ, ມາກ, ໝາດ ແລະ ມາດ. ຄໍາ: “ໝາກ” ເປັນຄໍານາມ ມີ ຫລາຍຄວາມໝາຍ ຫລື ເປັນຊື່ເອີ້ນ ຕ່າງກັນໄປ ເປັນຕົ້ນ ໝາຍເຖິງ ຊື່ ໝາກໄມ້ແນວໜຶ່ງ ຕົ້ນຊື່ ບໍ່ມີແກນ, ບໍ່ມີງ່າ, ເປັນພວກຕົ້ນພ້າວ, ໝາກ ຂອງມັນເປັນໜ່ວຍລັກສະນະມົນ ແລະ ເປັນພົ້ວ, ໃຊ້ຄ້ຽວກັບພູ ກັບສີ ສຽດ. ໝາກ ຍັງໝາຍເຖິງເຄື່ອງ ຫລິ້ນ ການພະນັນບູຮານ ເອີ້ນວ່າ ໝາກ, ມີຄໍາເຕັມເປັນຕົ້ນ ໝາກຮຸກ, ໝາກຊະກາ, ໝາກເບ້ຍ, ໝາກອີ ເຕົ໋າ...ຄໍາວ່າ“ໝາກ”ຍັງໝາຍເຖິງ ໜ່ວຍ, ຜົນ, ຜົນໄມ້ ທຸກຊະນິດ ເອີ້ນ ໝາກ ເຊັ່ນ ໝາກມີ້, ໝາກແຕງ, ໝາກມ່ວງ, ໝາກຂາມ...ມັກເວົ້າ ແບບລວມໆວ່າ ໝາກໄມ້ . ໃນພາສາລາວ ມີຄໍາວ່າ ໝາກ ເປັນພະຍາງໜ້າຄໍາສອງພະຍາງ, ສາມພະຍາງ ເຊິ່ງມີຄວາມໝາຍ ຫລາຍຢ່າງຕ່າງກັນໄປ , ໂດຍສ່ວນ ຫລາຍເປັນຄໍານາມ ເຊັ່ນ: ໝາກກ້າ ໝາຍເຖິງກ້າທີ່ບໍ່ໄດ້ຫລົກໄປດໍາ ປະໃຫ້ຖອກແກ່ເປັນເຂົ້າຢູ່ຕາກ້າ ເອີ້ນ ເຂົ້າໝາກກ້າ. ໝາກເກັບ ໝາຍເຖິງ ຊື່ການຫລິ້ນຂອງເດັກ ນ້ອຍຢ່າງໜຶ່ງ ໃຊ້ກ້ອນຫີນນ້ອຍ ຫລື ຫອຍ 7 ຫລື 9 ໂຍນຂຶ້ນແລ້ວ ເກັບຮັບເອົາເທື່ອລະໜ່ວຍ, ການ ຫລິ້ນແນວນີ້ ເອີ້ນ ໝາກເກັບຫອຍ ກໍ່ວ່າ. ໝາກຈົກ ໝາຍເຖິງ ເຄື່ອງມື ສໍາລັບຂຸດ-ສັບດິນ, ເຮັດດ້ວຍເຫລັກ. ຄໍາສັບທີ່ມີຄໍາວ່າ ໝາກເປັນພະ ຍາງໜ້າ ຍັງມີຫລາຍໃນພາສາລາວ ເຊິ່ງບໍ່ອາດຍົກມາຄົບຖ້ວນໄດ້ໃນ ວັນນີ້. ນອກນັ້ນ ໝາກ ຍັງຢູ່ຫລັງ ຂອງຄໍາສອງພະຍາງອີກ ເຊັ່ນ ຂັນ ໝາກ ດັ່ງນີ້ເປັນຕົ້ນ. ສ່ວນຄໍາ “ມາກ” ເປັນຄໍາວິເສດ ຫລື ຄຸນນາມ ໝາຍເຖິງ ຫລາຍ, ເປັນຕົ້ນ ນໍ້າມາກ ໝາຍເຖິງນໍ້າ ຫລາຍ(ໃຊ້ກັບນໍ້າຕາມທໍາມະຊາດ ເປັນຕົ້ນໄລຍະລະດູຝົນນໍ້ານອງ...) ເປັນວະລີ ກໍ່ມີໃນຄວາມໝາຍຫລາຍ ເຊັ່ນ ມາກມາຍກາຍກອງ. ຄໍານີ້ ມັກ ພົບການໃຊ້ຫລາຍໃນບົດປະພັນ ວັນ ນະຄະດີ ໂດຍສະເພາະຮ້ອຍກອງ ດັ່ງ “ນັບແຕ່ໃຕ້ລຸ່ມຟ້າ ມີມາກສັງ ຂະຫຍາ” (ນິທານສິນໄຊ)... ສອງຄໍານີ້ໃຊ້ແທນກັນບໍ່ໄດ້ ເຊັ່ນວ່າຕາມຫລັກເຮົາໃຊ້ ໝາກມີ້, ຖ້າຂຽນ ຫລື ພິມເປັນ ມາກມີ້ ກໍ່ບໍ່ ຖືກ,ຫລືນໍ້າມາກຂຽນເປັນນໍ້າໝາກ ກໍ່ຈະກາຍເປັນລະຄວາມໝາຍ, “ນໍ້າໝາກ” ໝາຍເຖິງ ນໍ້າລາຍທີ່ ຖືກຖົ່ມ ຫລື ຄາຍອອກມາຈາກການ ຄ້ຽວໝາກ...ດັ່ງນີ້ເປັນຕົ້ນ. ດັ່ງນັ້ນ ຈຶ່ງນໍາມາເພື່ອສຶກສາ ຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດ ຕໍ່ໄປ. * ບ້ານດອນໂຄເປັນບ້ານໜຶ່ງທີ່ ມີມູນເຊື້ອດີງາມ ແລະ ມີຊື່ສຽງໂດ່ງ ດັງດ້ານການຜະລິດກະສິກໍາ ແລະ ຫັດຖະກໍາໃນເມືອງຊະນະສົມບູນ ແຂວງຈໍາປາສັກ. ຫລ້າສຸດໃນວັນທີ 23 ພະຈິກ 2024 ທີ່ເຮືອນເກີດຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າ ຄອງນະຄອນຫລວງວຽງຈັນ ຊຶ່ງ ຕັ້ງຢູ່ບ້ານດອນໂຄ ເມືອງຊະນະສົມ ບູນ ແຂວງຈຳປາສັກ, ໄດ້ຈັດພິທີ ປະກາດສ້າງຕັ້ງກຸ່ມຫັດຖະກໍາຕໍ່າ ຫູກທໍໄໝ ບ້ານດອນໂຄ ເມືອງຊະ ນະສົມບູນ ແຂວງຈຳປາສັກ ຢ່າງ ເປັນທາງການ ໂດຍເປັນກຽດເຂົ້າ ຮ່ວມມີທ່ານມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອາດສະພັງ ທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ມີການນຳແຂວງ, ພະແນກການ ອ້ອມຂ້າງ, ມີເຈົ້ານະຄອນ, ເຈົ້າ ເມືອງ, ຮອງເຈົ້າເມືອງ, ອຳນາດ ການປົກຄອງກຸ່ມ, ບ້ານ, ນາຍ ບ້ານໆດອນໂຄ ຜູ້ປະກອບການທຸ ລະກິດ, ປະຊາຊົນສະມາຊິກ ກຸ່ມ ຊາວຊ່າງຫັດຖະກຳຕໍ່າຫູກທໍໄໝ ເຂົ້າຮ່ວມ. ໃນພິທີ ທ່ານ ບຸນຍະເດດ ທອງ ສະຫວັນ ຫົວໜ້າພະແນກອຸດສາ ຫະກຳ ແລະ ການຄ້າແຂວງຈຳປາ ສັກ, ໄດ້ກ່າວລາຍງານການກະ ກຽມຄວາມພ້ອມໃນພິທີປະກາດ ສ້າງຕັ້ງກຸ່ມການຜະລິດຫັດຖະກຳ ຕ່ຳຫູກທໍໄໝ ທີ່ບ້ານດອນໂຄ ໃນ ຄັ້ງນີ້ວ່າ: ການກະກຽມໄດ້ເລີ່ມແຕ່ ວັນທີ 28 ຕຸລາ 2024 ເປັນຕົ້ນມາ. ໄດ້ປະສານສົມທົບກັບເມືອງ,ບ້ານ ເພື່ອດຳເນີນຂັ້ນຕອນໃນການສ້າງ ຕັ້ງເປັນກຸ່ມສຳເລັດ, ພ້ອມອະນຸມັດ ໃນວັນທີ 7 ພະຈິກ 2024, ສະຖານ ທີ່ໄດ້ກຳນົດເອົາເຮືອນ ຂອງ ທ່ານ ອາດສະພັງທອງ ສີພັນດອນ ທີ່ໄດ້ ສ້າງຂື້ນມາເກືອບ100ປີ ເປັນບ່ອນ ເປີດພິທີ ແລະ ການເຄື່ອນໄຫວກິດ ຈະການຂອງກຸ່ມຫັດຖະກຳດັ່ງ ກ່າວ, ລວມທັງການມອບໝາຍ ໃຫ້ ນາຍບ້ານ, ປະທານກຸ່ມຫັດຖະກຳ ລົງຫາພໍ່ແມ່ປະຊາຊົນທັງໝົດ 71 ຄອບຄົວ ເຂົ້າມາຮ່ວມ; ໃນນັ້ນຄອບ ຄົວທີ່ຕ່ຳຫູກທໍໄໝ ມີທັງໝົດ 58 ຄອບຄົວ ເຂົ້າເປັນສະມາຊິກກຸ່ມ ພ້ອມທັງຄັດເລືອກເອົາເປົ້າໝາຍ ຈຳນວນ 5 ກີ່ ເພຶ່ອເປັນຕົວແບບ ທັງໝົດເຂົ້າມາສາທິດການຕໍ່າຫູກ ທໍໄໝມັດໝີ່ ແລະ ນຳຜະລິດຕະພັນ ມາວາງສະແດງ ແລະ ຈຳໜ່າຍທີ່ ສູນດັ່ງກ່າວ ເປັນປະເພດ: ຕີນສິ້ນ, ຜ້າບ່ຽງ, ຜ້າຂາວມ້າ, ເຊິ່ງໃນແຕ່ ລະປີປະຊາຊົນມີລາຍຮັບ ບໍ່ຫລຸດ 870 ລ້ານກີບ, ສະເລ່ຍບໍ່ຫລຸດ 15.000.000 ກີບ/ກີ່ ດັ່ງຄຳເວົ້າ ຂອງປະຊາຊົນທີ່ເວົ້າຕິດປາກກັນ ວ່າ, ຕີນສິ້ນຢູ່ດອນໂຄ, ໂຕສິ້ນຢູ່ສະ ຜ່າຍ, ເນື່ອງຈາກຜ່ານມາຊາວ ບ້ານໄດ້ມີສີໄມ້ລາຍມືອັນປານີດ ໃນການຕ່ຳຫູກ ສົ່ງໃຫ້ບ້ານສະຜ່າຍ ເປັນບ່ອນຈຳໜ່າຍແລະ ເປັນສິນຄ້າ ໜຶ່ງເມືອງ, ໜຶ່ງຜະລິດຕະພັນ ທີ່ຮັບ ຄວາມນິຍົມຊົມຊອບ ຈາກສັງຄົມ ພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ. ການສ້າງຕັ້ງເປັນກຸ່ມຫັດຖະກຳ ຂອງບ້ານດອນໂຄກໍເພື່ອເຮັດໃຫ້ ບ້ານມີການຈັດຕັ້ງທີ່ມີຄວາມເຂັ້ມ ແຂງ, ສົ່ງເສີມສີໄມ້ລາຍມືຊາວບ້ານ ເພດຍິງໃນການຕ່ຳຫູກທໍໄໝທີ່ມີຢູ່ ແລ້ວໃຫ້ຍືນຍົງ ແລະ ສ້າງລາຍຮັບ ໃຫ້ແກ່ຄອບຄົວທັງເປັນການພັດທະ ນາບ້ານ ຕິດພັນກັບການສົ່ງເສີມ ການທ່ອງທ່ຽວ ດຶງດູດໃຫ້ນັກທ່ອງ ທ່ຽວພາຍໃນ ແລະ ຕ່າງປະເທດ ມາທ່ຽວດອນໂຄ ຊົມວິຖີຊີວິດຊາວ ບ້ານ, ຊື້ ແລະ ຊົມໃຊ້ຜະລິດຕະພັນ ຫັດຖະກຳຊາວບ້ານດອນໂຄ ໃຫ້ ຫລາຍຂຶ້ນ.ຊຶ່ງຖືກຕ້ອງ ແລະ ສອດ ຄ່ອງກັບມະຕິ 4 ຂອງກົມການ ເມືອງສູນກາງພັກ ວ່າດ້ວຍການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ (ສອຈ) ອີກດ້ວຍ. ໃນພິທີປະກາດສ້າງຕັ້ງກຸ່ມຫັດ ຖະກຳຕ່ຳຫູກທໍໄໝບ້ານດອນໂຄ ເມືອງຊະນະສົມບູນຄັ້ງນີ້. ທ່ານ ອາດສະພັງທອງ ສີພັນດອນ ເຈົ້າ ຄອງນະຄອນຫລວງວຽງຈັນ ໄດ້ ມອບເງິນ ເຂົ້າໃນກອງທຶນກຸ່ມຫັດ ຖະກຳແຂວງຈຳປາສັກ ຈຳນວນ 500 ລ້ານກີບ ແລະ ມອບເງິນປະ ກອບສ່ວນເຂົ້າໃນກອງທຶນກຸ່ມຫັດ ຖະກຳຕໍ່າຫູກບ້ານດອນໂຄຈຳນວນ 100 ລ້ານກີບ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດ ສາຫະກຳ ແລະ ການຄ້າ ປະກອບ ສ່ວນເຂົ້າໃນກອງທຶນກຸ່ມຫັດຖະກຳ ບ້ານດອນໂຄຈຳນວນ100ລ້ານກີບ ແລະ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ມອບການ ປະກອບສ່ວນເຂົ້າໃນກອງທຶນກຸ່ມ ຫັດຖະກຳບ້ານດອນໂຄ ຈຳນວນ 100 ລ້ານກີບ.

RkJQdWJsaXNoZXIy MTc3MTYxMQ==