6019.1

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 05/12/2024 xtgmf]k; ສະພາ ພິຈາລະນາ... ຄະນະສະມາຄົມມິດຕະພາບ... ຄະນະເລຂາທິການ... ນາຍົກລັດຖະມົນຕີ... ໂທລະເລກຊົມເຊີຍ... ລາວໂທລະຄົມ... ຂປລ. ໂດຍຕອບສະໜອງຕາມ ຄຳເຊື້ອເຊີນຂອງສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນວັນທີ 4 ທັນວາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງ ຈາກນະຄອນຫລວງວຽງຈັນ ໄປ ຍັງນະຄອນຫລວງພະນົມເປັນ ເພື່ອດຳເນີນການ ຢ້ຽມຢາມຣາ ຊະອານາຈັກກຳປູເຈຍ ຢ່າງເປັນ ທາງການແຕ່ວັນທີ 4-5 ທັນວາ 2024 ໂດຍການຕ້ອນຮັບຂອງ ທ່ານ ແກ້ວ ຣົດຕະນາກ (Keo Rottanak) ລັດຖະມົນຕີ ກະ ຊວງພະລັງງານ ແລະ ບໍ່ແຮ່ (ລັດ ຖະມົນຕີກຽດຕິຍົດ) ພ້ອມດ້ວຍຄະ ນະຕ້ອນຮັບຈາກຝ່າຍກຳປູເຈຍ ແລະ ຝ່າຍລາວ. ການຢ້ຽມຢາມຄັ້ງນີ້, ເພື່ອສືບ ຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ, ຄວາມສາ ມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນ ນານ ແລະ ການເປັນຄູ່ຮ່ວມມືຍຸດ ທະສາດຮອບດ້ານ ແລະ ໝັ້ນຄົງ ຍາວນານລະຫວ່າງ ລາວ ແລະ ກຳ ປູເຈຍ ໃຫ້ເລິກເຊິ່ງກວ່າເກົ່າ. ພາຍຫລັງສຳເລັດພິທີຕ້ອນຮັບ ທີ່ສະໜາມບິນ, ຄະນະຜູ້ແທນຂັ້ນ ສູງຂອງ ສປປ ລາວ ກໍໄດ້ເດີນ ທາງ ໄປເຂົ້າຮ່ວມພິທີວາງພວງມາລາຢູ່ ອານຸສາວະລີເອກະລາດ ແລະ ອາ ນຸສາວະລີ ພະບາດສົມເດັດ ໂນໂຣ ດົມ ສີຫານຸ ເພື່ອສະແດງເຖິງຄວາມ ເຄົາລົບຮັກ, ຄຸນງາມຄວາມດີ, ນ້ຳ ໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດກຳ ປູເຈຍ ກໍຄື ບັນດານັກຮົບປະຕິວັດ ຂອງຊາດ ທີ່ເສຍສະລະຊີວິດ ເລືອດເນື້ອເພື່ອພາລະກິດປະຕິວັດ ຂປລ. ພິທີເປີດໃຫ້ບໍລິການ 5G ຢ່າງເປັນທາງການຢູ່ແຂວງສະ ຫວັນນະເຂດ ຈັດຂຶ້ນໃນວັນທີ 28 ພະຈິກ 2024 ຜ່ານມາ ໂດຍມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ ສານ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າເເຂວງສະຫວັນນະເຂດ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການ ໃຫຍ່ບໍລິສັດລາວໂທລະຄົມມະນາ ຄົມມະຫາຊົນ ພ້ອມດ້ວຍຄະນະຜູ້ບໍ ລິຫານ-ພະນັກງານບໍລິສັດໃນເຄືອ, ຮ້ານຕົວແທນຈໍາໜ່າຍ ແລະ ຄູ່ ຮ່ວມທຸລະກິດເຂົ້າຮ່ວມ. ບໍລິສັດລາວໂທລະຄົມມະນາ ຄົມມະຫາຊົນ ເປັນເຄືອຂ່າຍທຳອິດ ໃນ ສປປ ລາວ ທີ່ນໍາເຕັກໂນໂລຊີ 5G ເຂົ້າມາໃຫ້ບໍລິການສັງຄົມ, ປັດຈຸບັນໄດ້ຂະຫຍາຍບໍລິການ 5G ແລະ ເປີດນໍາໃຊ້ເຄືອຂ່າຍ 5G ເປັນ ທາງການຢູ່ແຂວງສະຫວັນນະເຂດ 10ຈຸດໃນເຂດນະຄອນໄກສອນພົມ ວິຫານ, ໃນອະນາຄົດຍັງມີແຜນ ຂະຫຍາຍຕາມເຂດທີ່ເຫັນວ່າແທດ ເໝາະກັບການນຳໃຊ້ 5G. ໂອກາດດັ່ງກ່າວ, ທ່ານ ລັດຖະ ປັນຍາ ຂຽວວົງພະຈັນ ຮອງຜູ້ອຳ ນວຍການໃຫຍ່ຂະແໜງເຕັກນິກ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນໄດ້ໃຫ້ຮູ້ວ່າ: ໃນພິທີເປີດ ໃຫ້ບໍລິການ 5G ໃນຄັ້ງນີ້, ມີຮ້ານ ວາງສະແດງຂອງກຸ່ມບໍລິສັດລາວ ໂທລະຄົມມະນາຄົມມະຫາຊົນ, ຄູ່ ຮ່ວມທຸລະກິດ, ຕົວແທນຈໍາໜ່າຍ ແລະ ມີຫລາຍກິດຈະກໍາ ເພື່ອສາ ທິດການນໍາໃຊ້ເຕັກໂນໂລຊີ 5G ເປັນຕົ້ນເຕັກໂນໂລຊີສໍາຫລວດ ພື້ນທີ່ໂດຍນໍາໃຊ້ Drone, iFarm solutions, Virtual Reality (ທ່ອງທ່ຽວ, ເກມ), M-Money X, My TPlus, Smart Rewards, ການທົດລອງນໍາໃຊ້ອິນເຕີ ເນັດຄວາມໄວສູງ 5G ແລະ ອີກ ຫລາຍບໍລິການທີ່ໄດ້ມີການວາງ ສະແດງພາຍໃນງານ. ພ້ອມນີ້, ຍັງ ປີນີ້ເປັນປີທຳອິດຂອງການຈັດ ຕັ້ງຜັນຂະຫຍາຍແຜນແມ່ບົດວ່າ ດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວສະບັບໃໝ່.ໃນໄລຍະບໍ່ດົນ ມານີ້, ສະຫາຍນໍາພາຄະນະຜູ້ແທນ ມາຢ້ຽມຢາມຈີນ, ພວກເຮົາໄດ້ພົບ ປະ ປະຈຳປີ ແລະ ມີການແລກປ່ຽນ ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ແຜນແມ່ບົດ ແລະ ການແລກປ່ຽນ ສາຍພັກ. ຝ່າຍຈີນຍິນດີຮ່ວມກັນກັບ ຝ່າຍລາວ, ຖືຄວາມຮັບຮູ້ເປັນເອກະ ພາບກັນລະຫວ່າງການນໍາສູງສຸດ ສອງພັກ, ສອງລັດ ເປັນທິດຊີ້ນຳ, ລົງເລິກການແລກປ່ຽນ ແລະ ການ ຮ່ວມມືສາຍພັກ ແລະ ຂະແໜງ ການອື່ນໆ, ຊຸກຍູ້ການພັດທະນາ ສາຍພົວພັນ ຈີນ-ລາວ ແລະ ການ ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ ສອງຊາດ. ຂໍອວຍພອນສະຫາຍຈົ່ງມີສຸຂະ ພາບເຂັ້ມແຂງ, ມີຄວາມຜາສຸກ ໃນຊີວິດຄອບຄົວ, ຍາດໄດ້ຜົນສໍາ ເລັດອັນໃຫຍ່ຫລວງກວ່າເກົ່າໃນ ຕຳແໜ່ງໃໝ່. ຂ້າພະເຈົ້າຫວັງວ່າ ພວກເຮົາສາມາດສືບຕໍ່ຮັກສາສາຍ ພົວພັນມິດຕະພາບ ແລະ ມີໂອກາດ ພົບກັນໃໝ່. ພາບ ຍິງ-ຊາຍ, ຮັກສາ ແລະ ສົ່ງ ເສີມຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວບັນດາເຜົ່າ, ປຸກ ລະດົມແມ່ຍິງລາວ ເຂົ້າຮ່ວມໃນພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ນອກນີ້, ຍັງໄດ້ກຳນົດກົດລະບຽບ, ຂໍ້ກໍານົດ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງສະຫະພັນແມ່ຍິງ ແຕ່ລະຂັ້ນ ແລະ ນິຕິກໍາໃຕ້ກົດໝາຍ ເຊິ່ງບັນດານິຕິກຳດັ່ງກ່າວ, ໄດ້ ເປັນເຄື່ອງມືໃນການຄຸ້ມຄອງ-ນຳ ພາການເຄື່ອນໄຫວຽກງານຂອງ ສະຫະພັນແມ່ຍິງທຸກຂັ້ນ. ແຕ່ອີງ ໃສ່ການຂະຫຍາຍຕົວທາງດ້ານ ເສດຖະກິດ-ສັງຄົມ ໃນປັດຈຸບັນ, ໄດ້ຮຽກຮ້ອງໃຫ້ອົງການຈັດຕັ້ງ ລັດ-ອົງການຈັດຕັ້ງມະຫາຊົນ ໂດຍ ສະເພາະການຈັດຕັ້ງສະຫະພັນແມ່ ຍິງລາວ ຕ້ອງມີການຄຸ້ມຄອງ-ນຳ ພາການເຄື່ອນໄຫວວຽກງານຂອງ ຕົນດ້ວຍກົດໝາຍ. ທ່ານນາງ ອາລີ ວົງໜໍ່ບຸນທຳ ຍັງໃຫ້ຮູ້ອີກວ່າ: ກົດໝາຍວ່າດ້ວຍ ສະຫະພັນແມ່ຍິງລາວ ສ້າງຂຶ້ນແຕ່ 2013 ໄດ້ນໍາໃຊ້ມາເປັນເວລາ 10 ກວ່າປີ. ມາເຖິງປັດຈຸບັນອີງໃສ່ທ່າ ອ່ຽງການພັດທະນາເສດຖະກິດ- ສັງຄົມ ນັບມື້ຂະຫຍາຍຕົວຢ່າງ ກວ້າງຂວາງສະນັ້ນ, ອົງການຈັດ ຕັ້ງສະຫະພັນແມ່ຍິງລາວ ແຕ່ລະ ຂັ້ນມີຄວາມຈຳເປັນຈະຕ້ອງໄດ້ປັບ ປຸງພາລະບົດບາດ, ໜ້າທີ່ຂອງຕົນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງໃນ ໄລຍະໃໝ່; ກົດໝາຍສະບັບນີ້, ມີ ເນື້ອໃນລັກສະນະກວມລວມ, ບໍ່ຮັດ ກຸມ; ຖ້າທຽບໃສ່ກົດໝາຍວ່າດ້ວຍ ການສ້າງນິຕິກຳ ເຫັນວ່າໂຄງຮ່າງ ຂອງກົດໝາຍຄວນໄດ້ຮັບການປັບ ປຸງ. ສະນັ້ນ, ກົດໝາຍວ່າດ້ວຍສະ ຫະພັນແມ່ຍິງລາວ ຈິ່ງມີຄວາມຈຳ ເປັນຕ້ອງໄດ້ຮັບການປັບປຸງໃຫ້ ຂປລ. ຄະນະຜູ້ແທນສະມາຄົມ ມິດຕະພາບ ກູບາ-ລາວ ແລະ ນັກສິ ລະປະ16ສະຫາຍ,ນໍາໂດຍສະຫາຍ ນາງ ວຽງໄຊ ວານເດັດ ຮັກສາ ການປະທານສະມາຄົມມິດຕະພາບ ກູບາ-ລາວ, ຜູ້ອໍານວຍການຟ້ອນ ບາເລ່ແຫ່ງຊາດກູບາ ພ້ອມດ້ວຍ ຄະນະມາຢ້ຽມຢາມ ສປປ ລາວ ແຕ່ວັນທີ 30 ພະຈິກ-2 ທັນວາ 2024 ເພື່ອສະເຫລີມສະຫລອງ ວັນ ສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ກູບາ ຄົບຮອບ 50 ປີ (4 /11/19744/11/2024). ໃນວັນທີ1ທັນວາ,ຄະນະຜູ້ແທນ ສະມາຄົມມິດຕະພາບ ກູບາ-ລາວ ໄດ້ຢ້ຽມຂໍ່ານັບການນໍາຂັ້ນສູງຂອງ ພັກ, ລັດ ລວມມີສະຫາຍ ຈະເລີນ ເຍຍປາວເຮີ ກໍາມະການສູນກາງ ພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກູບາ, ສະຫາຍນາງ ສວນສະ ຫວັນວິຍະເກດກໍາມະການສູນກາງ ພັກ, ລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ແລະ ສະຫາຍ ບຸນເຫລືອ ພັນ ດານຸວົງ ຮັກສາການຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ໂດຍບັນດາສະຫາຍການນໍາຂັ້ນສູງ ຂອງພັກ, ລັດຖະບານໄດ້ຕີລາຄາ ສູງຕໍ່ການຢ້ຽມຢາມຂອງຄະນະ ຜູ້ແທນສະມາຄົມມິດຕະພາບ ກູບາ- ລາວ. ພ້ອມນັ້ນ, ຍັງໄດ້ຕີລາຄາສູງ ຕໍ່ສາຍພົວພັນ ແລະ ການຮ່ວມມື ອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ກູບາ ທີ່ສືບຕໍ່ໄດ້ຮັບ ການເສີມຂະຫຍາຍ ແລະ ເພີ່ມພູນ ຄູນສ້າງນັບມື້ກ້າວເຂົ້າສູ່ລວງເລິກ ແລະ ນໍາເອົາຜົນປະໂຫຍດມາສູ່ປະ ຊາຊົນສອງປະເທດ. ສະຫາຍນາງ ວຽງໄຊ ວານເດັດ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບ ແລະ ອໍານວຍຄວາມສະ ດວກໃຫ້ແກ່ຄະນະຜູ້ແທນສະມາ ຄົມມິດຕະພາບກູບາ-ລາວ. ໃນຕອນຄໍ່າຂອງວັນດຽວກັນ, ຄະນະຜູ້ແທນ ສ ກູບາ ໄດ້ສະແດງ ສິລະປະຟ້ອນບາເລ່ຢູ່ຫໍວັດທະນະ ທໍາແຫ່ງຊາດ ເພື່ອສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນ ການທູດລະຫວ່າງ ສປປ ລາວ ແລະ ສ ກູບາ. ໃນງານດັ່ງກ່າວ, ນັກສະ ແດງໄດ້ສະແດງທັກສະການຟ້ອນ ບາເລ່ທີ່ເປັນເອກະລັກ, ມີຄວາມງົດ ງາມເຮັດໃຫ້ບັນຍາກາດໃນງານ ມີຄວາມໝາຍ ແລະ ມີຜົນສໍາເລັດ ຢ່າງຈົບງາມ.ພ້ອມນັັ້ນ, ໄດ້ມີພິທີປະ ດັບຫລຽນໄຊມິດຕະພາບໃຫ້ແກ່ສະ ຫາຍນາງ ວຽງໄຊ ວານເດັດ ເຊິ່ງ ເປັນຫລຽນສູງສົ່ງຂອງລັດຖະບານ ແຫ່ງ ສປປ ລາວ ເພື່ອຊົມເຊີຍ ແລະ ຕອບແທນຄຸນງາມຄວາມດີ ທີ່ສະຫາຍໄດ້ປະກອບສ່ວນເສີມ ຂະຫາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ ກູບາ. ການຢ້ຽມຢາມ ແລະ ສະແດງສິ ລະປະຂອງຄະນະຜູ້ແທນ ສ ກູບາ ນະເລຂາທິການສູນກາງພັກ, ປະ ທານຄະນະກວດກາສູນກາງພັກ. ໃນໂອກາດດັ່ງກ່າວ, ສະຫາຍ ບຸນທອງຈິດມະນີໄດ້ສະແດງຄວາມ ຂອບໃຈຕໍ່ ສະຫາຍ ເຈີ້ນເກີ້ມຕູ່ ທີ່ ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ອັນສະໜິດສະໜົມ, ສະແດງຄວາມ ຊົມເຊີຍຕໍ່ສະຫາຍ ເຈີນເກິ້ມຕູ່ ທີ່ໄດ້ ຮັບການໄວ້ເນື້ອເຊື່ອໃຈຈາກກົມ ການເມືອງສູນກາງພັກ, ຄະນະເລ ຂາທິການສູນກາງພັກກອມມູນິດ ຫວຽດນາມ ແຕ່ງຕັ້ງໃຫ້ເປັນຜູ້ປະ ຈຳການຄະນະເລຂາທິການສູນ ກາງພັກກອມມູນິດຫວຽດນາມ ຄົນໃໝ່ ແລະ ສະແດງຄວາມເຊື່ອ ໝັ້ນວ່າດ້ວຍບົດຮຽນ, ປະສົບການ ອັນອຸດົມສົມບູນຂອງສະຫາຍ ເຈີນເກີ້ມຕູ່ ຈະສາມາດຍາດໄດ້ຜົນ ສຳເລັດອັນໃໝ່ ໃນຕຳແໜ່ງອັນຊົງ ກຽດຂອງຕົນ, ພ້ອມນີ້, ກໍໄດ້ແຈ້ງ ໃຫ້ຊາບກ່ຽວກັບສະພາບການພົ້ນ ເດັ່ນພາຍໃນຂອງລາວ, ໄດ້ຕີລາຄາ ສູງຕໍ່ ແລະ ຊົມເຊີຍຕໍ່ບັນດາຜົນສໍາ ເລັດຮອບດ້ານທີ່ປະຊາຊົນຫວຽດ ນາມອ້າຍນ້ອງຍາດມາໄດ້ໃນພາ ລະກິດປ່ຽນແປງໃໝ່ ພາຍໃຕ້ການ ນຳພາອັນສະຫລາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ອັນໄດ້ ເຮັດໃຫ້ ສສ ຫວຽດນາມ ມີສະ ຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ວຽກງານປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ ມີ ຄວາມເຂັ້ມແຂງ, ເສດຖະກິດມີການ ຂະຫຍາຍຕົວດ້ວຍຈັງຫວະສູງແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະ ຊາຊົນໄດ້ຮັບການປັບປຸງດີຂຶ້ນ, ການພົວພັນຮ່ວມມື ແລະ ເຊື່ອມ ໂຍງສາກົນ ສືບຕໍ່ໄດ້ຮັບການເປີດ ກວ້າງ, ບົດບາດອິດທິພົນຂອງ ພັກ ແລະ ລັດ ຫວຽດນາມ ນັບມື້ນັບສູງ ເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາ ກົນ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫລາດ ສ່ອງໃສຂອງພັກກອມມູນິດຫວຽດ ນາມ ອັນມີສະຫາຍເລຂາທິການ ໃຫຍ່ໂຕເລິມ ເປັນຜູ້ນໍາໜ້ານັ້ນ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນການປະ ຕິບັດມະຕິກອງປະຊຸມໃຫຍ່ສະໄໝ ທີ XIII ຂອງພັກໄດ້ຢ່າງມີໄຊ ເພື່ອ ຫັນປະເທດເປັນອຸດສາຫະກໍາຕາມ ທິດທັນສະໄໝ ແລະ ບັນລຸເປົ້າໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດ ຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະ ໄຕ, ຍຸຕິທໍາ, ສີວິໄລ; ສະແດງຄວາມ ພາກພູມໃຈທີ່ເຫັນວ່າສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມນັບມື້ໄດ້ຮັບການ ເສີມຂະຫຍາຍເຂົ້າສູ່ລວງເລິກສະ ແດງອອກສອງຝ່າຍໄດ້ມີການ ແລກປ່ຽນການນຳຂັ້ນສູງຢ່າງ ເປັນປະຈຳ, ການຈັດຕັ້ງຜັນຂະ ຫຍາຍຂອງບົດບັນທຶກຂອງການ ນໍາຂັ້ນສູງ ແລະ ຂໍ້ຕົກລົງຂອງສອງ ລັດຖະບານສືບຕໍ່ໄດ້ຮັບການຈັດຕັ້ງ ຜັນຂະຫຍາຍຢ່າງຕັ້ງໜ້າ, ສະແດງ ຄວາມຍິນດີຮ່ວມກັບສະຫາຍ ຫວຽດນາມ ສືບຕໍ່ຕິດຕາມຊຸກຍູ້ ການຈັດຕັ້ງຜັນຂະຫຍາຍບັນດາ ບົດບັນທຶກຂອງການນຳຂັ້ນສູງ ຂອງສອງພັກ. ສະຫາຍ ເຈີນເກິ້ມຕູ່ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງຕໍ່ການຢ້ຽມຢາມ ສສ ຫວຽດ ນາມ ຂອງຄະນະໃນຄັ້ງນີ້ ເປັນການ ປະກອບສ່ວນສຳຄັນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດແລະການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມລາວ ໃຫ້ນັບມື້ໄດ້ຮັບການພັດທະ ນາຂຶ້ນສູ່ລະດັບໃໝ່; ສະແດງ ຄວາມພາກພູມໃຈທີ່ໄດ້ພົບປະເຮັດ ວຽກກັບສະຫາຍ ບຸນທອງ ຈິດມະນີ ພ້ອມຄະນະໃນຄັ້ງນີ້, ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ບັນດາຜົນສຳເລັດອັນໃຫຍ່ຫລວງ ຮອບດ້ານທີ່ ສປປ ລາວ ຍາດມາ ໄດ້ຕະຫລອດໄລຍະ 49 ປີຜ່ານ ມາ, ອັນໄດ້ເຮັດໃຫ້ ສປປ ລາວ ມີສະຖຽນລະພາບດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມ ສະຫງົບປອດໄພ, ເສດຖະກິດມີ ການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ບົດບາດ ແລະ ອິດທິພົນຂອງ ສປປ ລາວ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ໃນໂລກ; ຕີ ລາຄາສູງຕໍ່ຜົນສໍາເລັດຂອງການ ຮ່ວມມືລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ ໃນໄລຍະຜ່ານ ມາ ທີ່ນັບມື້ນັບໄດ້ຮັບການພັດທະ ນາກ້າວສູ່ລ່ວງເລິກ, ການພົວພັນ ທາງດ້ານການເມືອງສືບຕໍ່ໄດ້ຮັບ ການເພີ່ມທະວີ, ການຮ່ວມມືດ້ານ ປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ ໄດ້ຮັບການຊຸກຍູ້ຢ່າງມີ ໝາກຜົນ, ການຮ່ວມມືດ້ານເສດ ຖະກິດ, ວັດທະນະທໍາ, ສຶກສາ, ວິ ທະຍາສາດ-ເຕັກໂນໂລຊີ ມີບາດ ກ້າວປ່ຽນແປງໃໝ່ທີ່ຕັ້ງໜ້າ; ໃນສະ ພາບການພາກພື້ນສາກົນ ຍັງສືບ ຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດ ຄະເນໄດ້ຍາກໃນປັດຈຸບັນ, ສອງ ປະເທດ ຍິ່ງມີຄວາມຈຳເປັນຕ້ອງ ໄດ້ສືບຕໍ່ເພີ່ມທະວີການພົວພັນຮ່ວມ ມືຢ່າງສະໜິດແໜ້ນນຳກັນ, ໃຫ້ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ; ສະແດງຄວາມຢືນຢັນວ່າ ສາຍພົວ ພັນລາວ-ຫວຽດນາມ ເປັນມໍລະດົກ ອັນລໍ້າຄ່າຂອງສອງຊາດ, ເປັນປັດ ໄຈພາວະວິໄສ, ເປັນກົດເກນປະ ຫວັດສາດ ແລະ ເປັນກໍາລັງແຮງ ອັນໃຫຍ່ຫລວງຂອງສອງພັກ, ສອງລັດ ທີ່ຕ້ອງໄດ້ຮັບການເສີມ ຂະຫຍາຍ, ສົ່ງຕໍ່ໃຫ້ບັນດາຄົນຮຸ່ນ ໜຸ່ມຕໍ່ໄປ. ຕອນບ່າຍວັນດຽວກັນ ສະຫາຍ ບຸນທອງ ຈິດມະນີ ພ້ອມຄະນະໄດ້ ພົບປະເຮັດວຽກກັບສະຫາຍ ເລມິງ ຮືງ ກໍາມະການກົມການເມືອງສູນ ກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເພື່ອແລກປ່ຽນບົດຮຽນດ້ານຕ່າງໆ ກັນນຳ ໂດຍສະເພາະການກະກຽມ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ ປປ ລາວ ໃນຕໍ່ໜ້າ; ສອງ ຝ່າຍໄດ້ມີການແລກປ່ຽນບົດຮຽນ ນຳກັນຢ່າງກົງໄປກົງມາບົນຈິດ ໃຈຖານສະຫາຍອ້າຍນ້ອງ ແລະ ດຳເນີນໄປດ້ວຍບັນຍາກາດອັນອົບ ອຸ່ນ ແລະ ສະໜິດສະໜົມ. ຊາດຢ່າງອົງອາດກ້າຫານໃນ ອະດີດ. ໃນການຢ້ຽມຢາມຄັ້ງນີ້, ທ່ານນາ ຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະພົບປະສອງຝ່າຍກັບສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ນາ ຍົກລັດຖະມົນຕີ ແຫ່ງ ຣາຊະອາ ນາຈັກກໍາປູເຈຍ. ພ້ອມນັ້ນ, ກໍຈະ ເຂົ້າຢ້ຽມຂ່ຳນັບບັນດາການນຳຂັ້ນ ສູງຂອງຣາຊາອານາຈັກກຳປູເຈຍ ເປັນຕົ້ນພະບາດສົມເດັດ ພະບໍຣົມ ມະນຽດ ໂນໂຣດົມ ສີຫາມຸນີ ພະມາ ຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ສົມເດັດ ມະຫາຣັດສະ ເພຍທິກາ ທິບໍດີ ຄຸນ ສຸດາຣີ ປະ ທານສະພາແຫ່ງຊາດ ແຫ່ງ ຣາຊະ ອານາຈັກກຳປູເຈຍ ແລະ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ເຊນ ປະທານສະພາສູງ ແຫ່ງ ຣາ ຊະອານາຈັກກໍາປູເຈຍ. ນອກຈາກ ນີ້, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຍັງຈະໄດ້ໄປຢ້ຽມຢາມເຂດ ເສດຖະກິດພິເສດພະນົມເປັນ ແລະ ສືບຕໍ່ເຂົ້າຮ່ວມເປັນແຂກກິດຕິມະ ສັກກອງປະຊຸມພາກທຸລະກິດກໍາ ປູເຈຍ-ລາວ (Cambodia-Laos Business Forum). ຂ່າວ-ພາບ: ກົມການຂ່າວ, ກະຊວງ ການຕ່າງປະເທດ ແທດເໝາະກັບສະພາບການຕົວຈິງ ໃນແຕ່ລະໄລຍະ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ໃນຄັ້ງນີ້, ນອກຈາກເປັນການສະ ເຫລີມສະຫລອງວັນສ້າງຕັ້ງສາຍ ພົວພັນການທູດແລ້ວ, ຍັງເປັນການ ເຄື່ອນໄຫວການທູດປະຊາຊົນ ກໍຄື ການແລກປ່ຽນສິລະປະ-ວັດທະ ນະທໍາ, ທັງເປັນການປະກອບສ່ວນ ເສີມຂະຫຍາຍ ແລະ ເພີ່ມພູນຄູນ ສ້າງສາຍພົວພັນອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະ ຫວ່າງ ສປປ ລາວ ແລະ ສ ກູບາ. ໄດ້ໃຫ້ແພັກເກັດ ດາຕ້າ 5G ສຸດພິ ເສດ ໃຫ້ແຂກທີ່ເຂົ້າຮ່ວມງານແລະ ລູກຄ້ານໍາໃຊ້ບໍລິການ 5G ຢູ່ແຂວງ ສະຫວັນນະເຂດ ທົດລອງນໍາ ໃຊ້ຟຣີ. ປັດຈຸບັນລາວໂທລະຄົມ ໄດ້ນໍາ ໃຊ້ບໍລິການລະບົບ 5G ຢູ່ນະ ຄອນ ຫລວງວຽງຈັນ, ເເຂວງບໍ່ເເກ້ວ, ຫລວງພະບາງ, ຈໍາປາສັກ ເເລະ ແຂວງສະຫວັນນະເຂດ ໂດຍກວມ ເອົາຂົງເຂດຕົວເມືອງ, ສະຖານ ທີ່ສໍາຄັນ, ແຫລ່ງທ່ອງທ່ຽວຕ່າງໆ ແລະ ມີແຜນຂະຫຍາຍໄປໃນທົ່ວ ປະເທດ ເຊິ່ງເຕັກໂນໂລຊີ 5G ແມ່ນ ເຕັກໂນໂລຊີທີ່ທັນສະໄໝນໍາຄວາມ ກ້າວໜ້າມາສູ່ສັງຄົມ ແລະ ນຳໃຊ້ ຢ່າງກວ້າງຂວາງໃນທົ່ວໂລກ ເຊັ່ນ: ທາງດ້ານທຸລະກິດ online, Ecommerce, ນໍາໃຊ້ປັນຍາປະດິດ AI, IoT, Robotic ເຂົ້າໃນຫລາຍ ຂົງເຂດອຸດສາຫະກໍາ, ກະສິກໍາ, ວຽກງານສາທານະສຸກ ເຊິ່ງລ້ວນ ແລ້ວແຕ່ເປັນການສ້າງເງື່ອນໄຂໃຫ້ ສັງຄົມ ແລະ ຜູ້ຊົມໃຊ້ໄດ້ມີວິຖີຊີ ວິດນັບມື້ນັບສະດວກສະບາຍຂຶ້ນ ດ້ວຍຄວາມວ່ອງໄວ, ມີຄວາມປອດ ໄພສູງ ແລະ ສອດຄ່ອງໃນການຈັດ ຕັ້ງຜັນຂະຫຍາຍແນວທາງຂອງ ພັກ, ນະໂຍບາຍຂອງລັດ ກໍຄື ວຽກ ງານຂອງກະຊວງເຕັກໂນໂລຊີ ເເລະ ການສື່ສານ ໃນການຫັນເປັນ ດີຈິຕອນ ຂອງ ສປປ ລາວ ຕາມ 3 ເສົາຄໍ້າຂອງລັດຖະບານຄື: ລັດຖະ ບານດີຈິຕອນ, ສັງຄົມດີຈິຕອນ ແລະ ເສດຖະກິດດີຈິຕອນ, ລາວ ໂທລະຄົມ ກໍເປັນສ່ວນໜຶ່ງໃນ ການ ນຳເອົາເຕັກໂນໂລຊີໃໝ່ໆ ເຂົ້າມາ ນຳໃຊ້ເພື່ອຮອງຮັບກັບຄວາມຕ້ອງ ການຂອງສັງຄົມ, ພ້ອມທັງຮັບ ປະກັນຄຸນນະພາບການໃຫ້ບໍລິການ ເພື່ອສະໜັບສະໜູນວຽກງານແຜນ ຍຸດທະສາດການສ້າງສາ ແລະ ພັດ ທະນາປະເທດຊາດ. ພ້ອມນີ້, ລາວໂທລະຄົມ ຍັງສືບ ຕໍ່ມຸ່ງໝັ້ນໃນການພັດທະນານໍາເອົາ ເຕັກໂນໂລຊີ ແລະ ນະວັດຕະກໍາ ໃໝ່ໆ ເຂົ້າມາຮັບໃຊ້ສັງຄົມລາວ ເພື່ອເປັນການປະກອບສ່ວນໃນ ການສ້າງສາ ແລະ ພັດທະນາປະ ເທດຊາດ ໃຫ້ມີຄວາມຮຸ່ງເຮືອງສີວິ ໄລ, ທັນສະໄໝໃນຍຸກດີຈິຕອນ, ພ້ອມທັງຢູ່ຄຽງຂ້າງກັບສັງຄົມ ລາວ ດັ່ງຄໍາຂັວນທີ່ວ່າ: ລາວໂທລະ ຄົມ ໂທລະຄົມຂອງຄົນລາວ ເພື່ອ ສັງຄົມລາວ, We are Family. ຂ່າວ-ພາບ: ລາວໂທລະຄົມ

RkJQdWJsaXNoZXIy MTc3MTYxMQ==