6019.1

ຂປລ. ວັນທີ 4 ທັນວາ 2024, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ກິແກ້ວ ໄຂຄໍາພິທູນ ຮອງນາ ຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນ ຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ໂຄອິຊຸມິ ຊຶໂຕະມຸ ເອກອັກຄະຣາ ຊະທູດວິສາມັນຜູ້ມີອຳນາດເຕັມ ຂປລ. ໃນວາລະດຳເນີນກອງ ປະຊຸມສະໄໝສາມັນ ເທື່ອທີ 8 ຂອງ ສະພາແຫ່ງຊາດ ຊຸດທີ IX ຕອນ ບ່າຍວັນທີ 3 ທັນວາ 2024 ພາຍ ໃຕ້ການເປັນປະທານຂອງທ່ານນາງ ສູນທອນ ໄຊຍະຈັກ ຮອງປະທານ ສະພາແຫ່ງຊາດ, ທ່ານນາງ ອາລີ ວົງໜໍ່ບຸນທຳ ປະທານຄະນະບໍລິ ຫານງານສູນກາງສະຫະພັນແມ່ ຍິງລາວ ໄດ້ສະເໜີຮ່າງກົດໝາຍ ວ່າດ້ວຍສະຫະພັນແມ່ຍິງລາວ ສະບັບປັບປຸງ ເຊິ່ງປະກອບມີ 12 ພາກ, 8 ໝວດ, 58 ມາດຕາ. ໃນນັ້ນ, ປັບປຸງ 47 ມາດຕາ, ສ້າງໃໝ່ 7 ມາດຕາ. ຈາກນັ້ນ, ບັນດາສະມາຊິກສະພາປະຈຳເຂດ ເລືອກຕັ້ງຕ່າງໆ ກໍພ້ອມກັນສຸມໃສ່ ຄົ້ນຄວ້າ, ປະກອບຄຳຄິດຄຳເຫັນ ໃສ່ຮ່າງກົດໝາຍດັ່ງກ່າວ ແນໃສ່ ໃຫ້ມີເນື້ອໃນຄົບຖ້ວນ, ສົມບູນ, ຮັດກຸມ ແລະ ສາມາດນຳໄປຈັດຕັ້ງ ປະຕິບັດໃຫ້ສອດຄ່ອງກັບສະພາບ ຄວາມເປັນຈິງໃນປັດຈຸບັນ. ທ່ານນາງ ອາລີ ວົງໜໍ່ບຸນທຳ ໄດ້ກ່າວວ່າ: ສະຫະພັນແມ່ຍິງລາວ ມີພາລະບົດບາດເປັນຕົວແທນໃນ ການພັດທະນາ, ການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳ ຂອງສະມາຊິກສະຫະພັນແມ່ຍິງ, ແມ່ຍິງບັນດາເຜົ່າ, ສຶກສາອົບຮົມ, ເຕົ້າໂຮມຄວາມສາມັກຄີ, ເສີມຂະ ຫຍາຍສິດເປັນເຈົ້າຂອງແມ່ຍິງ ລາວ ແລະ ສົ່ງເສີມຄວາມສະເໝີ ]k;{lx- sk]n Ij ;,,n grn j vdkora fmtokc[[pn opq ' ຖະໜົນ 450 ປີ ບ້ານດົງໂພນແຮ່ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ www.kpl.gov.la , Facebook: ປະເທດລາວ Pathedlao, Email: kpl@laotel.com , Tel/Fax:(021) 215402 ວັນພະຫັດ 05.12.2024 ປີທີ 23 ສະບັບທີ 6.075 ra dxt-k-q o xt8y ;a f]k; mu j ,u dPflts'k \A opn oK j mj v'mj P;]k; xvfwrF -n j o.9;a fmtotme me,t-kf c]t xts;a flkf okpq d]a f4t,q o8u gfu omk'g4y 'ot7vos];'rtoq ,gxa o 7totlt,k7q ,,y f8trk[ d6 [k{]k; ltcf'ly ]txt2h vo[kg]j 16j ]k; 7totg]0kmy dkol6 odk'ra d g7nj vows;gIa f;Pd16j ll s;Pfok,  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 lko-q ,g-u p Iv'okpq d]a f4t,q o8u 8h voIa [ m6 fpuj x5j o xt9e]k; g0Q k1h P,0+ koa [ ]k;3m]t7q , gxu f.sh [= ]y dko 5G 16j c0;'lts;a ootg0f z6h cmo]k; g0Q kIj ;,dv'xt-5 ,mq [m;olq omy la opk ;j kfh ;pdkogdn vfsh k,]tg[u f/a 'fy o8h ko[5 d7q o w]pt 3 xu mk']q fw2 ]k;{9u o 0q olqj 'z6h 3fplko 4.300 ]h kogmnj v7q o ຂປລ. ໃນວັນທີ 4 ທັນວາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ໄດ້ສົ່ງສານຊົມເຊີຍເຖິງທ່ານນາງ ເອີຊຸນລາ ວອນ ເດີ ເລເຢັນ ປະທານກຳມາທິການເອີຣົບ ເນື່ອງໃນໂອກາດທີ່ທ່ານໄດ້ ຮັບເລືອກຕັ້ງໃຫ້ດຳລົງຕຳແໜ່ງເປັນປະທານຄະນະກຳມາທິການເອີ ຣົບສະໄໝທີ 2. ເນື້ອໃນສານໄດ້ລະບຸວ່າ: ໃນນາມລັດຖະບານ ແຫ່ງ ສາທາລະນະ ລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ໃນນາມສ່ວນຕົວ, ຂ້າພະ ເຈົ້າມີຄວາມປິຕິຍິນດີເປັນຢ່າງຍິ່ງສົ່ງຄຳຊົມເຊີຍອັນອົບອຸ່ນ ແລະ ຈິງ ໃຈມາຍັງທ່ານເນື່ອງໃນໂອກາດທີ່ທ່ານໄດ້ຮັບເລືອກຕັ້ງໃຫ້ດຳລົງຕຳ ແໜ່ງເປັນປະທານຄະນະກຳມາທິການເອີຣົບ ສະໄໝທີ 2. ຂ້າພະເຈົ້າຫວັງວ່າຈະໄດ້ຮ່ວມເຮັດວຽກກັບທ່ານ ເພື່ອສືບຕໍ່ເສີມ ຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະຫະພາບ ເອີຣົບ ເພື່ອຜົນປະໂຫຍດຮ່ວມກັນຂອງປະຊາຊົນລາວ ແລະ ປະຊາ ຊົນເອີຣົບ ກໍຄື ເພື່ອສັນຕິພາບ, ສະຖຽນລະພາບ ແລະ ການຮ່ວມມື ເພື່ອການພັດທະນາໃນພາກພື້ນ ແລະ ໃນໂລກ. ຂ້າພະເຈົ້າຂໍຖືໂອກາດນີ້ ອວຍພອນໃຫ້ທ່ານຈົ່ງມີສຸຂະພາບເຂັ້ມ ແຂງ, ພະລານາໄມສົມບູນ ແລະ ປະສົບຜົນສຳເລັດທຸກປະການໃນ ການປະຕິບັດໜ້າທີ່ອັນມີກຽດຂອງຕົນ. 3m]tg]d-q ,g-u p  ອ່ານຕໍ່ໜ້າ 2 ຂປລ. ໃນວັນທີ4ທັນວາ2024ນີ້,ສະຫາຍທອງສະຫວັນພົມວິຫານ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຮັບໂທລະເລກຊົມເຊີຍຈາກ ສະຫາຍ ຫລິວ ຈ້ຽນ ຊາວ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງ ພັກກອມມູນິດຈີນ ໃນໂອກາດໄດ້ຮັບການແຕ່ງຕັ້ງເປັນລັດຖະມົນຕີ ກະຊວງການຕ່າງປະເທດ ຄົນໃໝ່. ເນື້ອໃນໂທລະເລກ ໄດ້ລະບຸວ່າ: ຂ້າພະເຈົ້າຂໍສະແດງຄວາມຍິນ ດີນໍາສະຫາຍທີ່ໄດ້ຍົກຍ້າຍຈາກຄະນະພົວພັນຕ່າງປະເທດສູນກາງ ພັກ ປະຊາຊົນ ປະຕິວັດລາວ ໄປດຳລົງຕຳແໜ່ງເປັນລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ. ທົບທວນຄືນໄລຍະທີ່ພວກເຮົາເປັນຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງຂອງແຕ່ລະພັກ ໄດ້ນໍາພາຈັດຕັ້ງປະຕິ ບັດຄວາມຮັບຮູ້ເປັນເອກະພາບກັນທີ່ສໍາຄັນຂອງການນໍາສູງສຸດ ສອງພັກສອງລັດ, ຈັດຕັ້ງປະຕິບັດໜ້າທີ່ໃຈກາງໃນການຈັດຕັ້ງຜັນ ຂະຫຍາຍແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ຕັ້ງໜ້າຊຸກຍູ້ການແລກປ່ຽນ ແລະ ການຮ່ວມມືລະຫວ່າງສອງພັກ, ໄດ້ທໍາຄວາມພະຍາຍາມ ຢ່າງຕັ້ງໜ້າເຂົ້າໃນການພັດທະນາສາຍພົວ ພັນ ຈີນ-ລາວ ແລະ ການສ້າງຄູ່ຮ່ວມຊາຕາກໍາ ຈີນ-ລາວ. ພວກເຮົາ ໄດ້ສ້າງສາຍພົວພັນຄູ່ຮ່ວມງານທີ່ດີ ແລະ ສ້າງຄວາມມິດຕະພາບ ຢ່າງເລິກເຊິ່ງ. ltrk ry 9k]tokIj k'dq f\kp ltstra oc,j py ']k; lt[a [xa [x5 '  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 2  ອ່ານຕໍ່ໜ້າ 4  ອ່ານຕໍ່ໜ້າ 4 ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ( ຂວາ) ຂປລ. ໂດຍປະຕິບັດຕາມບົດ ບັນທຶກຂອງການນຳຂັ້ນສູງລະ ຫວ່າງພັກ ປປ ລາວ ແລະ ພັກກອມ ມູນິດຫວຽດນາມ ປະຈຳ 2024, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງ, ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ( ຊ້າຍມື ) ສະຫາຍ ບຸນທອງ ຈິດມະນີ ກໍາມະ ການກົມການເມືອງ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະໄດ້ເດີນ ທາງໄປຢ້ຽມຢາມ ແລະ ເຮັດວຽກຢູ່ ສສ ຫວຽດນາມ ໃນລະຫວ່າງວັນທີ 3-6 ທັນວາ 2024. ຕອນຂອງເຊົ້າວັນທີ 4 ທັນວາ 2024 ຢູ່ທີ່ສຳນັກງານສູນກາງພັກ ກອມມູນິດຫວຽດນາມ, ສະຫາຍ ບຸນທອງ ຈິດມະນີ ພ້ອມດ້ວຍຄະນະ ໄດ້ພົບປະທາງການກັບສະຫາຍ ເຈີນເກີ້ມຕູ່ ກຳມະການກົມການ ເມືອງສູນກາງພັກ, ຜູ້ປະຈຳການຄະ

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 05/12/2024 xtgmf]k; ສະພາ ພິຈາລະນາ... ຄະນະສະມາຄົມມິດຕະພາບ... ຄະນະເລຂາທິການ... ນາຍົກລັດຖະມົນຕີ... ໂທລະເລກຊົມເຊີຍ... ລາວໂທລະຄົມ... ຂປລ. ໂດຍຕອບສະໜອງຕາມ ຄຳເຊື້ອເຊີນຂອງສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ນາຍົກລັດ ຖະມົນຕີ ແຫ່ງ ຣາຊະອານາຈັກ ກໍາປູເຈຍ ໃນວັນທີ 4 ທັນວາ 2024 ນີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສາທາ ລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງ ຈາກນະຄອນຫລວງວຽງຈັນ ໄປ ຍັງນະຄອນຫລວງພະນົມເປັນ ເພື່ອດຳເນີນການ ຢ້ຽມຢາມຣາ ຊະອານາຈັກກຳປູເຈຍ ຢ່າງເປັນ ທາງການແຕ່ວັນທີ 4-5 ທັນວາ 2024 ໂດຍການຕ້ອນຮັບຂອງ ທ່ານ ແກ້ວ ຣົດຕະນາກ (Keo Rottanak) ລັດຖະມົນຕີ ກະ ຊວງພະລັງງານ ແລະ ບໍ່ແຮ່ (ລັດ ຖະມົນຕີກຽດຕິຍົດ) ພ້ອມດ້ວຍຄະ ນະຕ້ອນຮັບຈາກຝ່າຍກຳປູເຈຍ ແລະ ຝ່າຍລາວ. ການຢ້ຽມຢາມຄັ້ງນີ້, ເພື່ອສືບ ຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍ ສາຍພົວພັນມິດຕະພາບ, ຄວາມສາ ມັກຄີອັນເປັນມູນເຊື້ອທີ່ມີມາແຕ່ດົນ ນານ ແລະ ການເປັນຄູ່ຮ່ວມມືຍຸດ ທະສາດຮອບດ້ານ ແລະ ໝັ້ນຄົງ ຍາວນານລະຫວ່າງ ລາວ ແລະ ກຳ ປູເຈຍ ໃຫ້ເລິກເຊິ່ງກວ່າເກົ່າ. ພາຍຫລັງສຳເລັດພິທີຕ້ອນຮັບ ທີ່ສະໜາມບິນ, ຄະນະຜູ້ແທນຂັ້ນ ສູງຂອງ ສປປ ລາວ ກໍໄດ້ເດີນ ທາງ ໄປເຂົ້າຮ່ວມພິທີວາງພວງມາລາຢູ່ ອານຸສາວະລີເອກະລາດ ແລະ ອາ ນຸສາວະລີ ພະບາດສົມເດັດ ໂນໂຣ ດົມ ສີຫານຸ ເພື່ອສະແດງເຖິງຄວາມ ເຄົາລົບຮັກ, ຄຸນງາມຄວາມດີ, ນ້ຳ ໃຈຕໍ່ສູ້ຢ່າງພິລະອາດຫານ ແລະ ບໍ່ຍອມຈຳນົນຂອງບັນພະບູລຸດກຳ ປູເຈຍ ກໍຄື ບັນດານັກຮົບປະຕິວັດ ຂອງຊາດ ທີ່ເສຍສະລະຊີວິດ ເລືອດເນື້ອເພື່ອພາລະກິດປະຕິວັດ ຂປລ. ພິທີເປີດໃຫ້ບໍລິການ 5G ຢ່າງເປັນທາງການຢູ່ແຂວງສະ ຫວັນນະເຂດ ຈັດຂຶ້ນໃນວັນທີ 28 ພະຈິກ 2024 ຜ່ານມາ ໂດຍມີທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ ສານ, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າເເຂວງສະຫວັນນະເຂດ, ທ່ານ ສຸພົນ ຈັນທະວີໄຊ ຜູ້ອຳນວຍການ ໃຫຍ່ບໍລິສັດລາວໂທລະຄົມມະນາ ຄົມມະຫາຊົນ ພ້ອມດ້ວຍຄະນະຜູ້ບໍ ລິຫານ-ພະນັກງານບໍລິສັດໃນເຄືອ, ຮ້ານຕົວແທນຈໍາໜ່າຍ ແລະ ຄູ່ ຮ່ວມທຸລະກິດເຂົ້າຮ່ວມ. ບໍລິສັດລາວໂທລະຄົມມະນາ ຄົມມະຫາຊົນ ເປັນເຄືອຂ່າຍທຳອິດ ໃນ ສປປ ລາວ ທີ່ນໍາເຕັກໂນໂລຊີ 5G ເຂົ້າມາໃຫ້ບໍລິການສັງຄົມ, ປັດຈຸບັນໄດ້ຂະຫຍາຍບໍລິການ 5G ແລະ ເປີດນໍາໃຊ້ເຄືອຂ່າຍ 5G ເປັນ ທາງການຢູ່ແຂວງສະຫວັນນະເຂດ 10ຈຸດໃນເຂດນະຄອນໄກສອນພົມ ວິຫານ, ໃນອະນາຄົດຍັງມີແຜນ ຂະຫຍາຍຕາມເຂດທີ່ເຫັນວ່າແທດ ເໝາະກັບການນຳໃຊ້ 5G. ໂອກາດດັ່ງກ່າວ, ທ່ານ ລັດຖະ ປັນຍາ ຂຽວວົງພະຈັນ ຮອງຜູ້ອຳ ນວຍການໃຫຍ່ຂະແໜງເຕັກນິກ ບໍລິສັດລາວໂທລະຄົມມະນາຄົມ ມະຫາຊົນໄດ້ໃຫ້ຮູ້ວ່າ: ໃນພິທີເປີດ ໃຫ້ບໍລິການ 5G ໃນຄັ້ງນີ້, ມີຮ້ານ ວາງສະແດງຂອງກຸ່ມບໍລິສັດລາວ ໂທລະຄົມມະນາຄົມມະຫາຊົນ, ຄູ່ ຮ່ວມທຸລະກິດ, ຕົວແທນຈໍາໜ່າຍ ແລະ ມີຫລາຍກິດຈະກໍາ ເພື່ອສາ ທິດການນໍາໃຊ້ເຕັກໂນໂລຊີ 5G ເປັນຕົ້ນເຕັກໂນໂລຊີສໍາຫລວດ ພື້ນທີ່ໂດຍນໍາໃຊ້ Drone, iFarm solutions, Virtual Reality (ທ່ອງທ່ຽວ, ເກມ), M-Money X, My TPlus, Smart Rewards, ການທົດລອງນໍາໃຊ້ອິນເຕີ ເນັດຄວາມໄວສູງ 5G ແລະ ອີກ ຫລາຍບໍລິການທີ່ໄດ້ມີການວາງ ສະແດງພາຍໃນງານ. ພ້ອມນີ້, ຍັງ ປີນີ້ເປັນປີທຳອິດຂອງການຈັດ ຕັ້ງຜັນຂະຫຍາຍແຜນແມ່ບົດວ່າ ດ້ວຍການສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວສະບັບໃໝ່.ໃນໄລຍະບໍ່ດົນ ມານີ້, ສະຫາຍນໍາພາຄະນະຜູ້ແທນ ມາຢ້ຽມຢາມຈີນ, ພວກເຮົາໄດ້ພົບ ປະ ປະຈຳປີ ແລະ ມີການແລກປ່ຽນ ກ່ຽວກັບການຈັດຕັ້ງຜັນຂະຫຍາຍ ແຜນແມ່ບົດ ແລະ ການແລກປ່ຽນ ສາຍພັກ. ຝ່າຍຈີນຍິນດີຮ່ວມກັນກັບ ຝ່າຍລາວ, ຖືຄວາມຮັບຮູ້ເປັນເອກະ ພາບກັນລະຫວ່າງການນໍາສູງສຸດ ສອງພັກ, ສອງລັດ ເປັນທິດຊີ້ນຳ, ລົງເລິກການແລກປ່ຽນ ແລະ ການ ຮ່ວມມືສາຍພັກ ແລະ ຂະແໜງ ການອື່ນໆ, ຊຸກຍູ້ການພັດທະນາ ສາຍພົວພັນ ຈີນ-ລາວ ແລະ ການ ສ້າງຄູ່ຮ່ວມຊາຕາກຳ ຈີນ-ລາວ, ສ້າງຄວາມຜາສຸກໃຫ້ແກ່ປະຊາຊົນ ສອງຊາດ. ຂໍອວຍພອນສະຫາຍຈົ່ງມີສຸຂະ ພາບເຂັ້ມແຂງ, ມີຄວາມຜາສຸກ ໃນຊີວິດຄອບຄົວ, ຍາດໄດ້ຜົນສໍາ ເລັດອັນໃຫຍ່ຫລວງກວ່າເກົ່າໃນ ຕຳແໜ່ງໃໝ່. ຂ້າພະເຈົ້າຫວັງວ່າ ພວກເຮົາສາມາດສືບຕໍ່ຮັກສາສາຍ ພົວພັນມິດຕະພາບ ແລະ ມີໂອກາດ ພົບກັນໃໝ່. ພາບ ຍິງ-ຊາຍ, ຮັກສາ ແລະ ສົ່ງ ເສີມຄຸນລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວບັນດາເຜົ່າ, ປຸກ ລະດົມແມ່ຍິງລາວ ເຂົ້າຮ່ວມໃນພາ ລະກິດປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ. ນອກນີ້, ຍັງໄດ້ກຳນົດກົດລະບຽບ, ຂໍ້ກໍານົດ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງສະຫະພັນແມ່ຍິງ ແຕ່ລະຂັ້ນ ແລະ ນິຕິກໍາໃຕ້ກົດໝາຍ ເຊິ່ງບັນດານິຕິກຳດັ່ງກ່າວ, ໄດ້ ເປັນເຄື່ອງມືໃນການຄຸ້ມຄອງ-ນຳ ພາການເຄື່ອນໄຫວຽກງານຂອງ ສະຫະພັນແມ່ຍິງທຸກຂັ້ນ. ແຕ່ອີງ ໃສ່ການຂະຫຍາຍຕົວທາງດ້ານ ເສດຖະກິດ-ສັງຄົມ ໃນປັດຈຸບັນ, ໄດ້ຮຽກຮ້ອງໃຫ້ອົງການຈັດຕັ້ງ ລັດ-ອົງການຈັດຕັ້ງມະຫາຊົນ ໂດຍ ສະເພາະການຈັດຕັ້ງສະຫະພັນແມ່ ຍິງລາວ ຕ້ອງມີການຄຸ້ມຄອງ-ນຳ ພາການເຄື່ອນໄຫວວຽກງານຂອງ ຕົນດ້ວຍກົດໝາຍ. ທ່ານນາງ ອາລີ ວົງໜໍ່ບຸນທຳ ຍັງໃຫ້ຮູ້ອີກວ່າ: ກົດໝາຍວ່າດ້ວຍ ສະຫະພັນແມ່ຍິງລາວ ສ້າງຂຶ້ນແຕ່ 2013 ໄດ້ນໍາໃຊ້ມາເປັນເວລາ 10 ກວ່າປີ. ມາເຖິງປັດຈຸບັນອີງໃສ່ທ່າ ອ່ຽງການພັດທະນາເສດຖະກິດ- ສັງຄົມ ນັບມື້ຂະຫຍາຍຕົວຢ່າງ ກວ້າງຂວາງສະນັ້ນ, ອົງການຈັດ ຕັ້ງສະຫະພັນແມ່ຍິງລາວ ແຕ່ລະ ຂັ້ນມີຄວາມຈຳເປັນຈະຕ້ອງໄດ້ປັບ ປຸງພາລະບົດບາດ, ໜ້າທີ່ຂອງຕົນ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງ ຕ້ອງການຂອງໜ້າທີ່ການເມືອງໃນ ໄລຍະໃໝ່; ກົດໝາຍສະບັບນີ້, ມີ ເນື້ອໃນລັກສະນະກວມລວມ, ບໍ່ຮັດ ກຸມ; ຖ້າທຽບໃສ່ກົດໝາຍວ່າດ້ວຍ ການສ້າງນິຕິກຳ ເຫັນວ່າໂຄງຮ່າງ ຂອງກົດໝາຍຄວນໄດ້ຮັບການປັບ ປຸງ. ສະນັ້ນ, ກົດໝາຍວ່າດ້ວຍສະ ຫະພັນແມ່ຍິງລາວ ຈິ່ງມີຄວາມຈຳ ເປັນຕ້ອງໄດ້ຮັບການປັບປຸງໃຫ້ ຂປລ. ຄະນະຜູ້ແທນສະມາຄົມ ມິດຕະພາບ ກູບາ-ລາວ ແລະ ນັກສິ ລະປະ16ສະຫາຍ,ນໍາໂດຍສະຫາຍ ນາງ ວຽງໄຊ ວານເດັດ ຮັກສາ ການປະທານສະມາຄົມມິດຕະພາບ ກູບາ-ລາວ, ຜູ້ອໍານວຍການຟ້ອນ ບາເລ່ແຫ່ງຊາດກູບາ ພ້ອມດ້ວຍ ຄະນະມາຢ້ຽມຢາມ ສປປ ລາວ ແຕ່ວັນທີ 30 ພະຈິກ-2 ທັນວາ 2024 ເພື່ອສະເຫລີມສະຫລອງ ວັນ ສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສ ກູບາ ຄົບຮອບ 50 ປີ (4 /11/19744/11/2024). ໃນວັນທີ1ທັນວາ,ຄະນະຜູ້ແທນ ສະມາຄົມມິດຕະພາບ ກູບາ-ລາວ ໄດ້ຢ້ຽມຂໍ່ານັບການນໍາຂັ້ນສູງຂອງ ພັກ, ລັດ ລວມມີສະຫາຍ ຈະເລີນ ເຍຍປາວເຮີ ກໍາມະການສູນກາງ ພັກ, ຮອງປະທານສະພາແຫ່ງຊາດ, ປະທານສະມາຄົມມິດຕະພາບ ລາວ-ກູບາ, ສະຫາຍນາງ ສວນສະ ຫວັນວິຍະເກດກໍາມະການສູນກາງ ພັກ, ລັດຖະມົນຕີກະຊວງຖະແຫລງ ຂ່າວ, ວັດທະນະທໍາ ແລະ ທ່ອງ ທ່ຽວ ແລະ ສະຫາຍ ບຸນເຫລືອ ພັນ ດານຸວົງ ຮັກສາການຫົວໜ້າຄະນະ ພົວພັນຕ່າງປະເທດສູນກາງພັກ ໂດຍບັນດາສະຫາຍການນໍາຂັ້ນສູງ ຂອງພັກ, ລັດຖະບານໄດ້ຕີລາຄາ ສູງຕໍ່ການຢ້ຽມຢາມຂອງຄະນະ ຜູ້ແທນສະມາຄົມມິດຕະພາບ ກູບາ- ລາວ. ພ້ອມນັ້ນ, ຍັງໄດ້ຕີລາຄາສູງ ຕໍ່ສາຍພົວພັນ ແລະ ການຮ່ວມມື ອັນເປັນມູນເຊື້ອລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ກູບາ ທີ່ສືບຕໍ່ໄດ້ຮັບ ການເສີມຂະຫຍາຍ ແລະ ເພີ່ມພູນ ຄູນສ້າງນັບມື້ກ້າວເຂົ້າສູ່ລວງເລິກ ແລະ ນໍາເອົາຜົນປະໂຫຍດມາສູ່ປະ ຊາຊົນສອງປະເທດ. ສະຫາຍນາງ ວຽງໄຊ ວານເດັດ ໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບ ແລະ ອໍານວຍຄວາມສະ ດວກໃຫ້ແກ່ຄະນະຜູ້ແທນສະມາ ຄົມມິດຕະພາບກູບາ-ລາວ. ໃນຕອນຄໍ່າຂອງວັນດຽວກັນ, ຄະນະຜູ້ແທນ ສ ກູບາ ໄດ້ສະແດງ ສິລະປະຟ້ອນບາເລ່ຢູ່ຫໍວັດທະນະ ທໍາແຫ່ງຊາດ ເພື່ອສະເຫລີມສະ ຫລອງວັນສ້າງຕັ້ງສາຍພົວພັນ ການທູດລະຫວ່າງ ສປປ ລາວ ແລະ ສ ກູບາ. ໃນງານດັ່ງກ່າວ, ນັກສະ ແດງໄດ້ສະແດງທັກສະການຟ້ອນ ບາເລ່ທີ່ເປັນເອກະລັກ, ມີຄວາມງົດ ງາມເຮັດໃຫ້ບັນຍາກາດໃນງານ ມີຄວາມໝາຍ ແລະ ມີຜົນສໍາເລັດ ຢ່າງຈົບງາມ.ພ້ອມນັັ້ນ, ໄດ້ມີພິທີປະ ດັບຫລຽນໄຊມິດຕະພາບໃຫ້ແກ່ສະ ຫາຍນາງ ວຽງໄຊ ວານເດັດ ເຊິ່ງ ເປັນຫລຽນສູງສົ່ງຂອງລັດຖະບານ ແຫ່ງ ສປປ ລາວ ເພື່ອຊົມເຊີຍ ແລະ ຕອບແທນຄຸນງາມຄວາມດີ ທີ່ສະຫາຍໄດ້ປະກອບສ່ວນເສີມ ຂະຫາຍ ແລະ ເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮ່ວມມືອັນດີ ລະຫວ່າງ ສປປ ລາວ ແລະ ສ ກູບາ. ການຢ້ຽມຢາມ ແລະ ສະແດງສິ ລະປະຂອງຄະນະຜູ້ແທນ ສ ກູບາ ນະເລຂາທິການສູນກາງພັກ, ປະ ທານຄະນະກວດກາສູນກາງພັກ. ໃນໂອກາດດັ່ງກ່າວ, ສະຫາຍ ບຸນທອງຈິດມະນີໄດ້ສະແດງຄວາມ ຂອບໃຈຕໍ່ ສະຫາຍ ເຈີ້ນເກີ້ມຕູ່ ທີ່ ໃຫ້ການຕ້ອນຮັບອັນອົບອຸ່ນ ແລະ ອັນສະໜິດສະໜົມ, ສະແດງຄວາມ ຊົມເຊີຍຕໍ່ສະຫາຍ ເຈີນເກິ້ມຕູ່ ທີ່ໄດ້ ຮັບການໄວ້ເນື້ອເຊື່ອໃຈຈາກກົມ ການເມືອງສູນກາງພັກ, ຄະນະເລ ຂາທິການສູນກາງພັກກອມມູນິດ ຫວຽດນາມ ແຕ່ງຕັ້ງໃຫ້ເປັນຜູ້ປະ ຈຳການຄະນະເລຂາທິການສູນ ກາງພັກກອມມູນິດຫວຽດນາມ ຄົນໃໝ່ ແລະ ສະແດງຄວາມເຊື່ອ ໝັ້ນວ່າດ້ວຍບົດຮຽນ, ປະສົບການ ອັນອຸດົມສົມບູນຂອງສະຫາຍ ເຈີນເກີ້ມຕູ່ ຈະສາມາດຍາດໄດ້ຜົນ ສຳເລັດອັນໃໝ່ ໃນຕຳແໜ່ງອັນຊົງ ກຽດຂອງຕົນ, ພ້ອມນີ້, ກໍໄດ້ແຈ້ງ ໃຫ້ຊາບກ່ຽວກັບສະພາບການພົ້ນ ເດັ່ນພາຍໃນຂອງລາວ, ໄດ້ຕີລາຄາ ສູງຕໍ່ ແລະ ຊົມເຊີຍຕໍ່ບັນດາຜົນສໍາ ເລັດຮອບດ້ານທີ່ປະຊາຊົນຫວຽດ ນາມອ້າຍນ້ອງຍາດມາໄດ້ໃນພາ ລະກິດປ່ຽນແປງໃໝ່ ພາຍໃຕ້ການ ນຳພາອັນສະຫລາດສ່ອງໃສຂອງ ພັກກອມມູນິດຫວຽດນາມ ອັນໄດ້ ເຮັດໃຫ້ ສສ ຫວຽດນາມ ມີສະ ຖຽນລະພາບທາງດ້ານການເມືອງ ຢ່າງໜັກແໜ້ນ, ວຽກງານປ້ອງກັນ ຊາດ, ປ້ອງກັນຄວາມສະຫງົບ ມີ ຄວາມເຂັ້ມແຂງ, ເສດຖະກິດມີການ ຂະຫຍາຍຕົວດ້ວຍຈັງຫວະສູງແລະ ຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະ ຊາຊົນໄດ້ຮັບການປັບປຸງດີຂຶ້ນ, ການພົວພັນຮ່ວມມື ແລະ ເຊື່ອມ ໂຍງສາກົນ ສືບຕໍ່ໄດ້ຮັບການເປີດ ກວ້າງ, ບົດບາດອິດທິພົນຂອງ ພັກ ແລະ ລັດ ຫວຽດນາມ ນັບມື້ນັບສູງ ເດັ່ນຂຶ້ນໃນເວທີພາກພື້ນ ແລະ ສາ ກົນ; ສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການນໍາພາອັນສະຫລາດ ສ່ອງໃສຂອງພັກກອມມູນິດຫວຽດ ນາມ ອັນມີສະຫາຍເລຂາທິການ ໃຫຍ່ໂຕເລິມ ເປັນຜູ້ນໍາໜ້ານັ້ນ, ປະຊາຊົນຫວຽດນາມອ້າຍນ້ອງ ຈະສືບຕໍ່ຍາດໄດ້ຜົນສໍາເລັດໃໝ່ ໃຫຍ່ຫລວງກວ່າເກົ່າ ໃນການປະ ຕິບັດມະຕິກອງປະຊຸມໃຫຍ່ສະໄໝ ທີ XIII ຂອງພັກໄດ້ຢ່າງມີໄຊ ເພື່ອ ຫັນປະເທດເປັນອຸດສາຫະກໍາຕາມ ທິດທັນສະໄໝ ແລະ ບັນລຸເປົ້າໝາຍ ປະຊາຊົນຮັ່ງມີຜາສຸກ, ປະເທດ ຊາດມັ່ງຄັ່ງເຂັ້ມແຂງ, ປະຊາທິປະ ໄຕ, ຍຸຕິທໍາ, ສີວິໄລ; ສະແດງຄວາມ ພາກພູມໃຈທີ່ເຫັນວ່າສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມ ສາມັກຄີພິເສດ ແລະ ການຮ່ວມ ມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມນັບມື້ໄດ້ຮັບການ ເສີມຂະຫຍາຍເຂົ້າສູ່ລວງເລິກສະ ແດງອອກສອງຝ່າຍໄດ້ມີການ ແລກປ່ຽນການນຳຂັ້ນສູງຢ່າງ ເປັນປະຈຳ, ການຈັດຕັ້ງຜັນຂະ ຫຍາຍຂອງບົດບັນທຶກຂອງການ ນໍາຂັ້ນສູງ ແລະ ຂໍ້ຕົກລົງຂອງສອງ ລັດຖະບານສືບຕໍ່ໄດ້ຮັບການຈັດຕັ້ງ ຜັນຂະຫຍາຍຢ່າງຕັ້ງໜ້າ, ສະແດງ ຄວາມຍິນດີຮ່ວມກັບສະຫາຍ ຫວຽດນາມ ສືບຕໍ່ຕິດຕາມຊຸກຍູ້ ການຈັດຕັ້ງຜັນຂະຫຍາຍບັນດາ ບົດບັນທຶກຂອງການນຳຂັ້ນສູງ ຂອງສອງພັກ. ສະຫາຍ ເຈີນເກິ້ມຕູ່ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາ ຄາສູງຕໍ່ການຢ້ຽມຢາມ ສສ ຫວຽດ ນາມ ຂອງຄະນະໃນຄັ້ງນີ້ ເປັນການ ປະກອບສ່ວນສຳຄັນເຂົ້າໃນການ ເພີ່ມພູນຄູນສ້າງສາຍພົວພັນມິດ ຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດແລະການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ຫວຽດນາມລາວ ໃຫ້ນັບມື້ໄດ້ຮັບການພັດທະ ນາຂຶ້ນສູ່ລະດັບໃໝ່; ສະແດງ ຄວາມພາກພູມໃຈທີ່ໄດ້ພົບປະເຮັດ ວຽກກັບສະຫາຍ ບຸນທອງ ຈິດມະນີ ພ້ອມຄະນະໃນຄັ້ງນີ້, ສະແດງ ຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ບັນດາຜົນສຳເລັດອັນໃຫຍ່ຫລວງ ຮອບດ້ານທີ່ ສປປ ລາວ ຍາດມາ ໄດ້ຕະຫລອດໄລຍະ 49 ປີຜ່ານ ມາ, ອັນໄດ້ເຮັດໃຫ້ ສປປ ລາວ ມີສະຖຽນລະພາບດ້ານການເມືອງ ຢ່າງໜັກແໜ້ນ, ສັງຄົມມີຄວາມ ສະຫງົບປອດໄພ, ເສດຖະກິດມີ ການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເປັນກ້າວໆ, ບົດບາດ ແລະ ອິດທິພົນຂອງ ສປປ ລາວ ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ໃນໂລກ; ຕີ ລາຄາສູງຕໍ່ຜົນສໍາເລັດຂອງການ ຮ່ວມມືລະຫວ່າງສອງພັກ, ສອງລັດ ຫວຽດນາມ-ລາວ ໃນໄລຍະຜ່ານ ມາ ທີ່ນັບມື້ນັບໄດ້ຮັບການພັດທະ ນາກ້າວສູ່ລ່ວງເລິກ, ການພົວພັນ ທາງດ້ານການເມືອງສືບຕໍ່ໄດ້ຮັບ ການເພີ່ມທະວີ, ການຮ່ວມມືດ້ານ ປ້ອງກັນຊາດ, ປ້ອງກັນຄວາມ ສະຫງົບ ໄດ້ຮັບການຊຸກຍູ້ຢ່າງມີ ໝາກຜົນ, ການຮ່ວມມືດ້ານເສດ ຖະກິດ, ວັດທະນະທໍາ, ສຶກສາ, ວິ ທະຍາສາດ-ເຕັກໂນໂລຊີ ມີບາດ ກ້າວປ່ຽນແປງໃໝ່ທີ່ຕັ້ງໜ້າ; ໃນສະ ພາບການພາກພື້ນສາກົນ ຍັງສືບ ຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດ ຄະເນໄດ້ຍາກໃນປັດຈຸບັນ, ສອງ ປະເທດ ຍິ່ງມີຄວາມຈຳເປັນຕ້ອງ ໄດ້ສືບຕໍ່ເພີ່ມທະວີການພົວພັນຮ່ວມ ມືຢ່າງສະໜິດແໜ້ນນຳກັນ, ໃຫ້ ການຊ່ວຍເຫລືອເຊິ່ງກັນ ແລະ ກັນ; ສະແດງຄວາມຢືນຢັນວ່າ ສາຍພົວ ພັນລາວ-ຫວຽດນາມ ເປັນມໍລະດົກ ອັນລໍ້າຄ່າຂອງສອງຊາດ, ເປັນປັດ ໄຈພາວະວິໄສ, ເປັນກົດເກນປະ ຫວັດສາດ ແລະ ເປັນກໍາລັງແຮງ ອັນໃຫຍ່ຫລວງຂອງສອງພັກ, ສອງລັດ ທີ່ຕ້ອງໄດ້ຮັບການເສີມ ຂະຫຍາຍ, ສົ່ງຕໍ່ໃຫ້ບັນດາຄົນຮຸ່ນ ໜຸ່ມຕໍ່ໄປ. ຕອນບ່າຍວັນດຽວກັນ ສະຫາຍ ບຸນທອງ ຈິດມະນີ ພ້ອມຄະນະໄດ້ ພົບປະເຮັດວຽກກັບສະຫາຍ ເລມິງ ຮືງ ກໍາມະການກົມການເມືອງສູນ ກາງພັກ, ເລຂາທິການສູນກາງພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ ເພື່ອແລກປ່ຽນບົດຮຽນດ້ານຕ່າງໆ ກັນນຳ ໂດຍສະເພາະການກະກຽມ ໃຫ້ແກ່ກອງປະຊຸມໃຫຍ່ ຄັ້ງທີ 12 ຂອງພັກ ປປ ລາວ ໃນຕໍ່ໜ້າ; ສອງ ຝ່າຍໄດ້ມີການແລກປ່ຽນບົດຮຽນ ນຳກັນຢ່າງກົງໄປກົງມາບົນຈິດ ໃຈຖານສະຫາຍອ້າຍນ້ອງ ແລະ ດຳເນີນໄປດ້ວຍບັນຍາກາດອັນອົບ ອຸ່ນ ແລະ ສະໜິດສະໜົມ. ຊາດຢ່າງອົງອາດກ້າຫານໃນ ອະດີດ. ໃນການຢ້ຽມຢາມຄັ້ງນີ້, ທ່ານນາ ຍົກລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ຈະພົບປະສອງຝ່າຍກັບສົມເດັດ ມະຫາ ບໍວໍ ທິບໍດີ ຮຸນ ມາແນດ ນາ ຍົກລັດຖະມົນຕີ ແຫ່ງ ຣາຊະອາ ນາຈັກກໍາປູເຈຍ. ພ້ອມນັ້ນ, ກໍຈະ ເຂົ້າຢ້ຽມຂ່ຳນັບບັນດາການນຳຂັ້ນ ສູງຂອງຣາຊາອານາຈັກກຳປູເຈຍ ເປັນຕົ້ນພະບາດສົມເດັດ ພະບໍຣົມ ມະນຽດ ໂນໂຣດົມ ສີຫາມຸນີ ພະມາ ຫາກະສັດ ແຫ່ງ ຣາຊະອານາຈັກ ກຳປູເຈຍ, ສົມເດັດ ມະຫາຣັດສະ ເພຍທິກາ ທິບໍດີ ຄຸນ ສຸດາຣີ ປະ ທານສະພາແຫ່ງຊາດ ແຫ່ງ ຣາຊະ ອານາຈັກກຳປູເຈຍ ແລະ ສົມເດັດ ອັກຄະມະຫາ ເສນາບໍດີ ເຕໂຈ ຮຸນ ເຊນ ປະທານສະພາສູງ ແຫ່ງ ຣາ ຊະອານາຈັກກໍາປູເຈຍ. ນອກຈາກ ນີ້, ຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ຍັງຈະໄດ້ໄປຢ້ຽມຢາມເຂດ ເສດຖະກິດພິເສດພະນົມເປັນ ແລະ ສືບຕໍ່ເຂົ້າຮ່ວມເປັນແຂກກິດຕິມະ ສັກກອງປະຊຸມພາກທຸລະກິດກໍາ ປູເຈຍ-ລາວ (Cambodia-Laos Business Forum). ຂ່າວ-ພາບ: ກົມການຂ່າວ, ກະຊວງ ການຕ່າງປະເທດ ແທດເໝາະກັບສະພາບການຕົວຈິງ ໃນແຕ່ລະໄລຍະ. ຂ່າວ: ກິດຕາ; ພາບ: ອ່າຍຄຳ ໃນຄັ້ງນີ້, ນອກຈາກເປັນການສະ ເຫລີມສະຫລອງວັນສ້າງຕັ້ງສາຍ ພົວພັນການທູດແລ້ວ, ຍັງເປັນການ ເຄື່ອນໄຫວການທູດປະຊາຊົນ ກໍຄື ການແລກປ່ຽນສິລະປະ-ວັດທະ ນະທໍາ, ທັງເປັນການປະກອບສ່ວນ ເສີມຂະຫຍາຍ ແລະ ເພີ່ມພູນຄູນ ສ້າງສາຍພົວພັນອັນເປັນມູນເຊື້ອ ແລະ ການຮ່ວມມືອັນດີງາມລະ ຫວ່າງ ສປປ ລາວ ແລະ ສ ກູບາ. ໄດ້ໃຫ້ແພັກເກັດ ດາຕ້າ 5G ສຸດພິ ເສດ ໃຫ້ແຂກທີ່ເຂົ້າຮ່ວມງານແລະ ລູກຄ້ານໍາໃຊ້ບໍລິການ 5G ຢູ່ແຂວງ ສະຫວັນນະເຂດ ທົດລອງນໍາ ໃຊ້ຟຣີ. ປັດຈຸບັນລາວໂທລະຄົມ ໄດ້ນໍາ ໃຊ້ບໍລິການລະບົບ 5G ຢູ່ນະ ຄອນ ຫລວງວຽງຈັນ, ເເຂວງບໍ່ເເກ້ວ, ຫລວງພະບາງ, ຈໍາປາສັກ ເເລະ ແຂວງສະຫວັນນະເຂດ ໂດຍກວມ ເອົາຂົງເຂດຕົວເມືອງ, ສະຖານ ທີ່ສໍາຄັນ, ແຫລ່ງທ່ອງທ່ຽວຕ່າງໆ ແລະ ມີແຜນຂະຫຍາຍໄປໃນທົ່ວ ປະເທດ ເຊິ່ງເຕັກໂນໂລຊີ 5G ແມ່ນ ເຕັກໂນໂລຊີທີ່ທັນສະໄໝນໍາຄວາມ ກ້າວໜ້າມາສູ່ສັງຄົມ ແລະ ນຳໃຊ້ ຢ່າງກວ້າງຂວາງໃນທົ່ວໂລກ ເຊັ່ນ: ທາງດ້ານທຸລະກິດ online, Ecommerce, ນໍາໃຊ້ປັນຍາປະດິດ AI, IoT, Robotic ເຂົ້າໃນຫລາຍ ຂົງເຂດອຸດສາຫະກໍາ, ກະສິກໍາ, ວຽກງານສາທານະສຸກ ເຊິ່ງລ້ວນ ແລ້ວແຕ່ເປັນການສ້າງເງື່ອນໄຂໃຫ້ ສັງຄົມ ແລະ ຜູ້ຊົມໃຊ້ໄດ້ມີວິຖີຊີ ວິດນັບມື້ນັບສະດວກສະບາຍຂຶ້ນ ດ້ວຍຄວາມວ່ອງໄວ, ມີຄວາມປອດ ໄພສູງ ແລະ ສອດຄ່ອງໃນການຈັດ ຕັ້ງຜັນຂະຫຍາຍແນວທາງຂອງ ພັກ, ນະໂຍບາຍຂອງລັດ ກໍຄື ວຽກ ງານຂອງກະຊວງເຕັກໂນໂລຊີ ເເລະ ການສື່ສານ ໃນການຫັນເປັນ ດີຈິຕອນ ຂອງ ສປປ ລາວ ຕາມ 3 ເສົາຄໍ້າຂອງລັດຖະບານຄື: ລັດຖະ ບານດີຈິຕອນ, ສັງຄົມດີຈິຕອນ ແລະ ເສດຖະກິດດີຈິຕອນ, ລາວ ໂທລະຄົມ ກໍເປັນສ່ວນໜຶ່ງໃນ ການ ນຳເອົາເຕັກໂນໂລຊີໃໝ່ໆ ເຂົ້າມາ ນຳໃຊ້ເພື່ອຮອງຮັບກັບຄວາມຕ້ອງ ການຂອງສັງຄົມ, ພ້ອມທັງຮັບ ປະກັນຄຸນນະພາບການໃຫ້ບໍລິການ ເພື່ອສະໜັບສະໜູນວຽກງານແຜນ ຍຸດທະສາດການສ້າງສາ ແລະ ພັດ ທະນາປະເທດຊາດ. ພ້ອມນີ້, ລາວໂທລະຄົມ ຍັງສືບ ຕໍ່ມຸ່ງໝັ້ນໃນການພັດທະນານໍາເອົາ ເຕັກໂນໂລຊີ ແລະ ນະວັດຕະກໍາ ໃໝ່ໆ ເຂົ້າມາຮັບໃຊ້ສັງຄົມລາວ ເພື່ອເປັນການປະກອບສ່ວນໃນ ການສ້າງສາ ແລະ ພັດທະນາປະ ເທດຊາດ ໃຫ້ມີຄວາມຮຸ່ງເຮືອງສີວິ ໄລ, ທັນສະໄໝໃນຍຸກດີຈິຕອນ, ພ້ອມທັງຢູ່ຄຽງຂ້າງກັບສັງຄົມ ລາວ ດັ່ງຄໍາຂັວນທີ່ວ່າ: ລາວໂທລະ ຄົມ ໂທລະຄົມຂອງຄົນລາວ ເພື່ອ ສັງຄົມລາວ, We are Family. ຂ່າວ-ພາບ: ລາວໂທລະຄົມ

xtgmf]k; 3 05/12/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me ໂດຍ: ຢ່າຕົ່ງ 7eG \kd{,kd .orklk]k; ຮິບໂຮມໂດຍ: ພະກາ ໂດຍ: ກິດຕາ ll- xtdv[7egsa o .lj Ij k'dq f\kp;j kfh ;p mtok7ko csj ' lxx ]k; 2/12/1975 - 2/12/2024 xtdkflh k'8A 'd5 j ,sa f4tde 8=j ks6 dm= w\ [h kofvo37 49 xu csj 'dkooerk{-U oe 0v'ra dxt-k-q o xt8y ;a f]k; * ການດຳເນີນກອງປະຊຸມສະ ໄໝສາມັນ ເທື່ອທີ 8 ຂອງສະພາ ແຫ່ງຊາດ ຊຸດທີ IX ວັນທີ 3 ທັນວາ 2024 ພາຍໃຕ້ການເປັນປະທານ ຂອງ ທ່ານ ສົມມາດ ພົນເສນາ ຮອງ ປະທານສະພາແຫ່ງຊາດ, ບັນດາ ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງ ກົດໝາຍ ວ່າດ້ວຍທະນາຄານແຫ່ງ ສປປ ລາວ ສະບັບປັັບປຸງທີ່ສະເໜີ ໂດຍ ທ່ານນາງ ວັດທະນາ ດາລາ ລອຍ ຮັກສາການຜູ້ວ່າທະນາຄານ ແຫ່ງ ສປປ ລາວ. ຈາກນັ້ນ, ສະມາ ຊິກສະພາແຫ່ງຊາດ(ສສຊ)ປະຈຳ ເຂດເລືອກຕັ້ງຕ່າງໆໄດ້ສຸມໃສ່ປະ ກອບຄຳຄິດຄຳເຫັນໃສ່ຮ່າງກົດ ໝາຍດັ່ງກ່າວ ຢ່າງກົງໄປກົງມາ ເຊິ່ງໂດຍລວມແລ້ວແມ່ນເຫັນດີເປັນ ເອກະພາບຕໍ່ໂຄງສ້າງ ແລະ ເນື້ອໃນ ຂອງຮ່າງກົດໝາຍສະບັບນີ້, ແຕ່ ຍັງມີ ສສຊ ບາງເຂດເລືອກຕັ້ງສະ ເໜີໃຫ້ຕັດອອກ, ຕື່ມໃສ່ບາງເນື້ອໃນ ຢູ່ບາງໝວດ, ບາງມາດຕາ ເພື່ອເຮັດ ໃຫ້ກົດໝາຍສະບັບນີ້ ມີເນື້ອໃນຄົບ ຖ້ວນ, ສົມບູນ, ຮັດກຸມ, ຈະແຈ້ງ ແລະ ສອດຄ່ອງຕາມແນວທາງນະ ໂຍບາຍ ຂອງພັກ, ລັດ ວາງອອກ ເພື່ອສາມາດນຳໄປຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິພາບແລະ ປະສິດ ທິຜົນພາຍຫລັງ ໄດ້ຖືກຮັບຮອງ ຢ່າງເປັນທາງການ. ທ່ານ ພົນຕີ ສາຍໃຈ ກົມມະສິດ * ວັນຊາດທີ 2 ທັນວາ ຫາກໍ ຜ່ານພົ້ນມາມາດໆ ທົ່ວປວງຊົນ ລາວທັງຊາດ ຍັງຢູ່ໃນບັນຍາກາດ ແຫ່ງ ການສ້າງຂະບວນການຕ້ອນ ຮັບວັນດັ່ງກ່າວຢ່າງຟົດຟື້ນ. ທ່ານ ຮທ ສີວິໄຊ ມົນຕີສັກ ຫົວ ໜ້າຈຸດປະຈຳການບ້ານນ້ຳທວາຍ ເມືອງຮົ່ມ ແຂວງໄຊສົມບູນ ກອງກໍ່ ສ້າງຮາກຖານການເມືອງ 920 ໃຫ້ ຮູ້ວ່າ: ຕະຫລອດໄລຍະ 49 ປີ ແຫ່ງ ການປົກປັກຮັກສາ ແລະ ສ້າງສາ ພັດທະນາປະເທດຊາດ ພັກປະຊາ ຊົນປະຕິວັດລາວ ໄດ້ເປັນຄັນທຸງ ນຳໜ້າໃນການສ້າງສາພັດທະນາ ປະເທດຊາດ, ເສີມຂະຫຍາຍຄວາມ ເປັນເຈົ້າຂອງປະເທດຊາດ ໂດຍຖື ເອົາການເພິ່ງຕົນເອງ ແລະ ບຸກບືນ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ເຮັດໃຫ້ສປປລາວມີຄວາມສະຖຽນ ລະພາບທາງດ້ານການເມືອງ, ສັງ ຄົມມີຄວາມສະຫງົບເປັນລະບຽບ ຮຽບຮ້ອຍ, ເສດຖະກິດໄດ້ຮັບການ ພັດທະນາຢ່າງຕໍ່ເນື່ອງ, ປະຊາຊົນ ລາວບັນດາເຜົ່າມີຄວາມສາມັກຄີ ເປັນປຶກແຜ່ນ, ມີຄວາມເຊື່ອໝັ້ນຕໍ່ ແນວທາງຂອງພັກ ຖານະບົດບາດ ຂອງ ສປປ ລາວ ຖືກເຊີດຊູສູງຂຶ້ນ ໃນເວທີສາກົນຢ່າງບໍ່ຢຸດຢັ້ງ. ສຳລັບກໍາລັງປ້ອງກັນຄວາມ ສະຫງົບ ແມ່ນກໍາລັງປະກອບອາວຸດ ອັນແຫລມຄົມ ໂດຍພັກປະຊາຊົນ ປະຕິວັດລາວເປັນຜູ້ກໍ່ຕັ້ງ, ນໍາພາ ເດັດຂາດ, ໂດຍກົງຮອບດ້ານ, ເປັນ ກໍາລັງທີ່ມາຈາກປະຊາຊົນ ໂດຍ ປະຊາຊົນ ແລະ ຮັບໃຊ້ສິດຜົນປະ ໂຫຍດຂອງປະຊາຊົນລາວບັນດາ ເຜົ່າ, ກໍາລັງປ້ອງກັນຄວາມສະ ຫງົບປະຊາຊົນໄດ້ກໍາເນີດແລະເຕີບ ໃຫຍ່ຂະຫຍາຍຕົວໃນຂະບວນການ ຕໍ່ສູ້ປົດປ່ອຍຊາດຕ້ານຈັກກະພັດ ຜູ້ຮຸກຮານ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ເວລາໃດກໍ່ມີມູນເຊື້ອຕໍ່ສູ້ຢ່າງອົງ ອາດກ້າຫານ, ມີນໍ້າໃຈເສຍສະຫລະ ເດັດດ່ຽວບໍ່ຍອມຈໍານົນມີຄວາມສັດ ຊື່ບໍລິສຸດ ແລະ ມີຄວາມສາມັກຄີ ເປັນປຶກແຜ່ນແໜ້ນໜາ. ໂດຍໄດ້ຮັບ ການນຳພາ-ຊີ້ນຳ ເດັດຂາດໂດຍກົງ ແລະ ຮອບດ້ານຈາກພັກ-ລັດຖະ ບານ ໄດ້ຮັບການອຸ້ມຊູ ຊ່ວຍເຫລືອ ກໍ່ສ້າງຈາກການຈັດຕັ້ງຂັ້ນເທິງໃນ ການກໍ່ສ້າງກໍາລັງປ້ອງກັນຄວາມ ສະຫງົບ ໄລຍະທີ່ຜ່ານມາ ເຮັດໃຫ້ ກໍາລັງປ້ອງກັນຄວາມສະຫງົບປະ ຊາຊົນ ມີຄວາມເຕີບໃຫຍ່ເຂັ້ມແຂງ ສາມາດຮັບປະກັນໄດ້ ສະຖຽນລະ ພາບທາງດ້ານການເມືອງ, ປະເທດ ຊາດມີຄວາມໝັ້ນຄົງ, ສັງຄົມມີ ຄວາມສະຫງົບ, ມີຄວາມເປັນລະ ບຽບຮຽບຮ້ອຍ, ປະຊາຊົນມີຄວາມ ເຊື່ອໝັ້ນ ແລະ ໃຫ້ການຮ່ວມມືອູ້ມ ຊູຊ່ວຍເຫລືອກຳລັງປ້ອງກັນຄວາມ ສະຫງົບດ້ວຍດີຕະຫລອດມາ. ຮທ ສີວິໄຊ ມົນຕີສັກ ກ່າວ. ສສຊ ເຂດເລືອກຕັ້ງ ທີ 5 ແຂວງບໍ່ ແກ້ວ ໄດ້ສະແດງຄວາມເຫັນສະໜັບ ສະໜູນຕໍ່ເຫດຜົນ ແລະ ຄວາມຈຳ ເປັນໃນການສ້າງກົດໝາຍວ່າດ້ວຍ ທະນາຄານແຫ່ງສປປລາວ. ຂະນະ ດຽວກັນ ກໍໄດ້ສະເໜີໃຫ້ ທຫລ ເພີ່ມ ເນື້ອໃນໃສ່ມາດຕາ 40 ຫົວໜ່ວຍ ເງິນຕາຂອງ ສປປ ລາວ ເຊິ່ງເງິນ ຕາຂອງ ສປປ ລາວ ແມ່ນເງິນກີບ ຂຽນຫຍໍ້ເປັນພາສາລາວ “ກີບ” ແລະ ເປັນພາສາອັງກິດ LAK, ມີ ຫົວໜ່ວຍເປັນກີບ, ໜຶ່ງກີບເທົ່າກັບ ໜຶ່ງຮ້ອຍອັດ ຕໍ່ກັບເນື້ອໃນຂອງມາດ ຕາດັ່ງກ່າວ, ເຫັນວ່າຍັງມີເນື້ອສັັ້ນ ສະເໜີໃຫ້ກຳນົດຄວາມໝາຍຄວາມ ສຳຄັນຂອງເງິນກີບເຂົ້າຕື່ມ ເພື່ອໃຫ້ ສັງຄົມ ກໍຄື ຜູ້ທີ່ຊົມໃຊ້ເງິນກັບເຂົ້າ ໃຈ ແລະ ເຫັນໄດ້ຄວາມສຳຄັນຂອງ ຄ່າເງິນກີບ. ພ້ອມນີ້, ຍັງສະເໜີໃຫ້ ທຫລ ເພີ່ມອີກມາດຕາໜຶ່ງກ່ຽວກັບ ຮູບແບບແລະຂະໜາດຂອງເງິນກີບ ເຊິ່ງໃນໄລຍະຜ່ານມາ, ເຫັນວ່າຮູບ ແບບ ແລະ ຂະໜາດຂອງເງິນກີບ ເກົ່າ ແລະ ໃໝ່ ແຕກຕ່າງກັນ ເຊັ່ນ: ໃບ10.000ກີບ, ໃບ20.000ກີບ, 50.000 ກີບ ແລະ 100.000 ກີບ ອັນໄດ້ສ້າງຄວາມສັບສົນໃຫ້ກັບຜູ້ ຊົມໃຊ້ເງິນກີບ. ສະນັ້ນ, ທຫລ ຄວນ ກຳນົດເຂົ້າໃນກົດໝາຍ ໃຫ້ຊັດເຈນ ເພື່ອສ້າງຄວາມກະຈ່າງແຈ້ງ. ທ່ານນາງວາລີເວດສະພົງສສຊ ປະຈຳເຂດເລືອກຕັ້ງ 1 ນະຄອນ ຫລວງວຽງຈັນ ໄດ້ປະກອບຄຳຄິດ ຄຳເຫັນໃສ່ ມາດຕາ 1 ເຊິ່ງຕາມທັດ ສະນະເຫັນວ່າເນື້ອໃນຂອງມາດ ຕາດດັ່ງກ່າວ, ຍັງມີລັກສະນະລວມ ຄວນກຳນົດຈຸດປະສົງຂອງກົດໝາຍ ສະບັບດັ່ງກ່າວ ໂດຍສະເພາະໃຫ້ຍົກ ສູງການດຳເນີນງານ, ຄວາມເປັນ ເອກະລາດຂອງ ທຫລ ເພື່ອເຮັດໃຫ້ ການຈັດຕັ້ງປະຕິບັດວຽກງານມີ ປະສິດທິພາບ ຕາມພາລະບົດບາດ ຂອງຕົນ, ຈຳກັດການແຊກແຊງ ຂອງຝ່າຍບໍລິຫານເຖິງແມ່ນວ່າກົງ ຈັກຂອງ ທຫລ ຈະຢູ່ໃນໂຄງສ້າງ ຂອງລັດຖະບານກໍຕາມ ແຕ່ໂດຍ ຫລັກການພື້ນຖານຂອງທົ່ວໂລກ ແລ້ວ ທະນາຄານກາງຂອງແຕ່ລະ ປະເທດຕ້ອງມີຄວາມເປັນເອກະ ລາດໃນລະດັບໃດໜຶ່ງ.ທັງນີ້,ກໍເພື່ອ ແນໃສ່ຈັດຕັ້ງປະຕິບັດວຽກງານ ໃຫ້ ມີປະສິດທີຜົນ ເນື່ອງຈາກວ່າ ທຫລ ເປັນສ່ວນໜຶ່ງຂອງເສົາຄໍ້າຂອງເສດ ຖະກິດມະຫາພາກ ແລະ ເປັນການ ທວງດຸນລະບົບການເງິນ, ການສ້າງ ສະພາບຄ່ອງເສດຖະກິດມະຫາພາກ. ພ້ອມນີ້, ສສຊ ຫລາຍທ່ານຍັງ ໄດ້ສຸມໃສ່ມີຄຳເຫັນ ໃນມາດຕາ 9 ສິດຂອງທະນາຄານແຫ່ງ ສປປ ລາວ, ມາດຕາ 40 ຫົວໜ່ວຍເງິນ ຕາຂອງ ສປປ ລາວ, ມາດຕາ 41 ການພິມເງິນ, ມາດຕາ 56 ການໃຫ້ ກູ້ຢືນແກ່ສະຖາບັນການເງິນ, ມາດ ຕາ 59 ການຄຸ້ມຄອງຄັງເງິນຕາ ຕ່າງປະເທດ, ມາດຕາ 63 ການຄຸ້ມ ຄອງຊັບສິນຂອງທະນາຄານ ແຫ່ງ ສປປ ລາວ ແລະ ອື່ນໆ. * ບັນດາຄໍາສັບໃນພາສາລາວ ຂອງພວກເຮົາ, ມີຈໍານວນໜຶ່ງມັກ ພົບເຫັນການສະກົດບໍ່ຖືກຕ້ອງ ໂດຍ ສະເພາະຈໍາພວກທີ່ພື້ນສຽງຂອງ ຕົວແກນຄ້າຍຄືກັນແລະມີສະຫລະຕົວສະກົດຄືກັນ. ບົດນີ້ ຍົກມາທົບ ທວນນໍາກັນ 4 ຄໍາ ຄື: ໝາກ, ມາກ, ໝາດ ແລະ ມາດ. ຄໍາ: “ໝາກ” ເປັນຄໍານາມ ມີ ຫລາຍຄວາມໝາຍ ຫລື ເປັນຊື່ເອີ້ນ ຕ່າງກັນໄປ ເປັນຕົ້ນ ໝາຍເຖິງ ຊື່ ໝາກໄມ້ແນວໜຶ່ງ ຕົ້ນຊື່ ບໍ່ມີແກນ, ບໍ່ມີງ່າ, ເປັນພວກຕົ້ນພ້າວ, ໝາກ ຂອງມັນເປັນໜ່ວຍລັກສະນະມົນ ແລະ ເປັນພົ້ວ, ໃຊ້ຄ້ຽວກັບພູ ກັບສີ ສຽດ. ໝາກ ຍັງໝາຍເຖິງເຄື່ອງ ຫລິ້ນ ການພະນັນບູຮານ ເອີ້ນວ່າ ໝາກ, ມີຄໍາເຕັມເປັນຕົ້ນ ໝາກຮຸກ, ໝາກຊະກາ, ໝາກເບ້ຍ, ໝາກອີ ເຕົ໋າ...ຄໍາວ່າ“ໝາກ”ຍັງໝາຍເຖິງ ໜ່ວຍ, ຜົນ, ຜົນໄມ້ ທຸກຊະນິດ ເອີ້ນ ໝາກ ເຊັ່ນ ໝາກມີ້, ໝາກແຕງ, ໝາກມ່ວງ, ໝາກຂາມ...ມັກເວົ້າ ແບບລວມໆວ່າ ໝາກໄມ້ . ໃນພາສາລາວ ມີຄໍາວ່າ ໝາກ ເປັນພະຍາງໜ້າຄໍາສອງພະຍາງ, ສາມພະຍາງ ເຊິ່ງມີຄວາມໝາຍ ຫລາຍຢ່າງຕ່າງກັນໄປ , ໂດຍສ່ວນ ຫລາຍເປັນຄໍານາມ ເຊັ່ນ: ໝາກກ້າ ໝາຍເຖິງກ້າທີ່ບໍ່ໄດ້ຫລົກໄປດໍາ ປະໃຫ້ຖອກແກ່ເປັນເຂົ້າຢູ່ຕາກ້າ ເອີ້ນ ເຂົ້າໝາກກ້າ. ໝາກເກັບ ໝາຍເຖິງ ຊື່ການຫລິ້ນຂອງເດັກ ນ້ອຍຢ່າງໜຶ່ງ ໃຊ້ກ້ອນຫີນນ້ອຍ ຫລື ຫອຍ 7 ຫລື 9 ໂຍນຂຶ້ນແລ້ວ ເກັບຮັບເອົາເທື່ອລະໜ່ວຍ, ການ ຫລິ້ນແນວນີ້ ເອີ້ນ ໝາກເກັບຫອຍ ກໍ່ວ່າ. ໝາກຈົກ ໝາຍເຖິງ ເຄື່ອງມື ສໍາລັບຂຸດ-ສັບດິນ, ເຮັດດ້ວຍເຫລັກ. ຄໍາສັບທີ່ມີຄໍາວ່າ ໝາກເປັນພະ ຍາງໜ້າ ຍັງມີຫລາຍໃນພາສາລາວ ເຊິ່ງບໍ່ອາດຍົກມາຄົບຖ້ວນໄດ້ໃນ ວັນນີ້. ນອກນັ້ນ ໝາກ ຍັງຢູ່ຫລັງ ຂອງຄໍາສອງພະຍາງອີກ ເຊັ່ນ ຂັນ ໝາກ ດັ່ງນີ້ເປັນຕົ້ນ. ສ່ວນຄໍາ “ມາກ” ເປັນຄໍາວິເສດ ຫລື ຄຸນນາມ ໝາຍເຖິງ ຫລາຍ, ເປັນຕົ້ນ ນໍ້າມາກ ໝາຍເຖິງນໍ້າ ຫລາຍ(ໃຊ້ກັບນໍ້າຕາມທໍາມະຊາດ ເປັນຕົ້ນໄລຍະລະດູຝົນນໍ້ານອງ...) ເປັນວະລີ ກໍ່ມີໃນຄວາມໝາຍຫລາຍ ເຊັ່ນ ມາກມາຍກາຍກອງ. ຄໍານີ້ ມັກ ພົບການໃຊ້ຫລາຍໃນບົດປະພັນ ວັນ ນະຄະດີ ໂດຍສະເພາະຮ້ອຍກອງ ດັ່ງ “ນັບແຕ່ໃຕ້ລຸ່ມຟ້າ ມີມາກສັງ ຂະຫຍາ” (ນິທານສິນໄຊ)... ສອງຄໍານີ້ໃຊ້ແທນກັນບໍ່ໄດ້ ເຊັ່ນວ່າຕາມຫລັກເຮົາໃຊ້ ໝາກມີ້, ຖ້າຂຽນ ຫລື ພິມເປັນ ມາກມີ້ ກໍ່ບໍ່ ຖືກ,ຫລືນໍ້າມາກຂຽນເປັນນໍ້າໝາກ ກໍ່ຈະກາຍເປັນລະຄວາມໝາຍ, “ນໍ້າໝາກ” ໝາຍເຖິງ ນໍ້າລາຍທີ່ ຖືກຖົ່ມ ຫລື ຄາຍອອກມາຈາກການ ຄ້ຽວໝາກ...ດັ່ງນີ້ເປັນຕົ້ນ. ດັ່ງນັ້ນ ຈຶ່ງນໍາມາເພື່ອສຶກສາ ຮ່ວມກັນຄືດັ່ງນີ້ແລ, ພໍ້ກັນໃໝ່ບົດ ຕໍ່ໄປ. * ບ້ານດອນໂຄເປັນບ້ານໜຶ່ງທີ່ ມີມູນເຊື້ອດີງາມ ແລະ ມີຊື່ສຽງໂດ່ງ ດັງດ້ານການຜະລິດກະສິກໍາ ແລະ ຫັດຖະກໍາໃນເມືອງຊະນະສົມບູນ ແຂວງຈໍາປາສັກ. ຫລ້າສຸດໃນວັນທີ 23 ພະຈິກ 2024 ທີ່ເຮືອນເກີດຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າ ຄອງນະຄອນຫລວງວຽງຈັນ ຊຶ່ງ ຕັ້ງຢູ່ບ້ານດອນໂຄ ເມືອງຊະນະສົມ ບູນ ແຂວງຈຳປາສັກ, ໄດ້ຈັດພິທີ ປະກາດສ້າງຕັ້ງກຸ່ມຫັດຖະກໍາຕໍ່າ ຫູກທໍໄໝ ບ້ານດອນໂຄ ເມືອງຊະ ນະສົມບູນ ແຂວງຈຳປາສັກ ຢ່າງ ເປັນທາງການ ໂດຍເປັນກຽດເຂົ້າ ຮ່ວມມີທ່ານມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ທ່ານ ອາດສະພັງ ທອງ ສີພັນດອນ ເຈົ້າຄອງນະຄອນ ຫລວງວຽງຈັນ, ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ, ມີການນຳແຂວງ, ພະແນກການ ອ້ອມຂ້າງ, ມີເຈົ້ານະຄອນ, ເຈົ້າ ເມືອງ, ຮອງເຈົ້າເມືອງ, ອຳນາດ ການປົກຄອງກຸ່ມ, ບ້ານ, ນາຍ ບ້ານໆດອນໂຄ ຜູ້ປະກອບການທຸ ລະກິດ, ປະຊາຊົນສະມາຊິກ ກຸ່ມ ຊາວຊ່າງຫັດຖະກຳຕໍ່າຫູກທໍໄໝ ເຂົ້າຮ່ວມ. ໃນພິທີ ທ່ານ ບຸນຍະເດດ ທອງ ສະຫວັນ ຫົວໜ້າພະແນກອຸດສາ ຫະກຳ ແລະ ການຄ້າແຂວງຈຳປາ ສັກ, ໄດ້ກ່າວລາຍງານການກະ ກຽມຄວາມພ້ອມໃນພິທີປະກາດ ສ້າງຕັ້ງກຸ່ມການຜະລິດຫັດຖະກຳ ຕ່ຳຫູກທໍໄໝ ທີ່ບ້ານດອນໂຄ ໃນ ຄັ້ງນີ້ວ່າ: ການກະກຽມໄດ້ເລີ່ມແຕ່ ວັນທີ 28 ຕຸລາ 2024 ເປັນຕົ້ນມາ. ໄດ້ປະສານສົມທົບກັບເມືອງ,ບ້ານ ເພື່ອດຳເນີນຂັ້ນຕອນໃນການສ້າງ ຕັ້ງເປັນກຸ່ມສຳເລັດ, ພ້ອມອະນຸມັດ ໃນວັນທີ 7 ພະຈິກ 2024, ສະຖານ ທີ່ໄດ້ກຳນົດເອົາເຮືອນ ຂອງ ທ່ານ ອາດສະພັງທອງ ສີພັນດອນ ທີ່ໄດ້ ສ້າງຂື້ນມາເກືອບ100ປີ ເປັນບ່ອນ ເປີດພິທີ ແລະ ການເຄື່ອນໄຫວກິດ ຈະການຂອງກຸ່ມຫັດຖະກຳດັ່ງ ກ່າວ, ລວມທັງການມອບໝາຍ ໃຫ້ ນາຍບ້ານ, ປະທານກຸ່ມຫັດຖະກຳ ລົງຫາພໍ່ແມ່ປະຊາຊົນທັງໝົດ 71 ຄອບຄົວ ເຂົ້າມາຮ່ວມ; ໃນນັ້ນຄອບ ຄົວທີ່ຕ່ຳຫູກທໍໄໝ ມີທັງໝົດ 58 ຄອບຄົວ ເຂົ້າເປັນສະມາຊິກກຸ່ມ ພ້ອມທັງຄັດເລືອກເອົາເປົ້າໝາຍ ຈຳນວນ 5 ກີ່ ເພຶ່ອເປັນຕົວແບບ ທັງໝົດເຂົ້າມາສາທິດການຕໍ່າຫູກ ທໍໄໝມັດໝີ່ ແລະ ນຳຜະລິດຕະພັນ ມາວາງສະແດງ ແລະ ຈຳໜ່າຍທີ່ ສູນດັ່ງກ່າວ ເປັນປະເພດ: ຕີນສິ້ນ, ຜ້າບ່ຽງ, ຜ້າຂາວມ້າ, ເຊິ່ງໃນແຕ່ ລະປີປະຊາຊົນມີລາຍຮັບ ບໍ່ຫລຸດ 870 ລ້ານກີບ, ສະເລ່ຍບໍ່ຫລຸດ 15.000.000 ກີບ/ກີ່ ດັ່ງຄຳເວົ້າ ຂອງປະຊາຊົນທີ່ເວົ້າຕິດປາກກັນ ວ່າ, ຕີນສິ້ນຢູ່ດອນໂຄ, ໂຕສິ້ນຢູ່ສະ ຜ່າຍ, ເນື່ອງຈາກຜ່ານມາຊາວ ບ້ານໄດ້ມີສີໄມ້ລາຍມືອັນປານີດ ໃນການຕ່ຳຫູກ ສົ່ງໃຫ້ບ້ານສະຜ່າຍ ເປັນບ່ອນຈຳໜ່າຍແລະ ເປັນສິນຄ້າ ໜຶ່ງເມືອງ, ໜຶ່ງຜະລິດຕະພັນ ທີ່ຮັບ ຄວາມນິຍົມຊົມຊອບ ຈາກສັງຄົມ ພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ. ການສ້າງຕັ້ງເປັນກຸ່ມຫັດຖະກຳ ຂອງບ້ານດອນໂຄກໍເພື່ອເຮັດໃຫ້ ບ້ານມີການຈັດຕັ້ງທີ່ມີຄວາມເຂັ້ມ ແຂງ, ສົ່ງເສີມສີໄມ້ລາຍມືຊາວບ້ານ ເພດຍິງໃນການຕ່ຳຫູກທໍໄໝທີ່ມີຢູ່ ແລ້ວໃຫ້ຍືນຍົງ ແລະ ສ້າງລາຍຮັບ ໃຫ້ແກ່ຄອບຄົວທັງເປັນການພັດທະ ນາບ້ານ ຕິດພັນກັບການສົ່ງເສີມ ການທ່ອງທ່ຽວ ດຶງດູດໃຫ້ນັກທ່ອງ ທ່ຽວພາຍໃນ ແລະ ຕ່າງປະເທດ ມາທ່ຽວດອນໂຄ ຊົມວິຖີຊີວິດຊາວ ບ້ານ, ຊື້ ແລະ ຊົມໃຊ້ຜະລິດຕະພັນ ຫັດຖະກຳຊາວບ້ານດອນໂຄ ໃຫ້ ຫລາຍຂຶ້ນ.ຊຶ່ງຖືກຕ້ອງ ແລະ ສອດ ຄ່ອງກັບມະຕິ 4 ຂອງກົມການ ເມືອງສູນກາງພັກ ວ່າດ້ວຍການ ສ້າງເສດຖະກິດເອກະລາດເປັນ ເຈົ້າຕົນເອງ (ສອຈ) ອີກດ້ວຍ. ໃນພິທີປະກາດສ້າງຕັ້ງກຸ່ມຫັດ ຖະກຳຕ່ຳຫູກທໍໄໝບ້ານດອນໂຄ ເມືອງຊະນະສົມບູນຄັ້ງນີ້. ທ່ານ ອາດສະພັງທອງ ສີພັນດອນ ເຈົ້າ ຄອງນະຄອນຫລວງວຽງຈັນ ໄດ້ ມອບເງິນ ເຂົ້າໃນກອງທຶນກຸ່ມຫັດ ຖະກຳແຂວງຈຳປາສັກ ຈຳນວນ 500 ລ້ານກີບ ແລະ ມອບເງິນປະ ກອບສ່ວນເຂົ້າໃນກອງທຶນກຸ່ມຫັດ ຖະກຳຕໍ່າຫູກບ້ານດອນໂຄຈຳນວນ 100 ລ້ານກີບ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດ ສາຫະກຳ ແລະ ການຄ້າ ປະກອບ ສ່ວນເຂົ້າໃນກອງທຶນກຸ່ມຫັດຖະກຳ ບ້ານດອນໂຄຈຳນວນ100ລ້ານກີບ ແລະ ທ່ານ ອາລຸນໄຊ ສູນນະລາດ ເຈົ້າແຂວງຈຳປາສັກ ມອບການ ປະກອບສ່ວນເຂົ້າໃນກອງທຶນກຸ່ມ ຫັດຖະກຳບ້ານດອນໂຄ ຈຳນວນ 100 ລ້ານກີບ.

RkJQdWJsaXNoZXIy MTc3MTYxMQ==