6016.1

29/11/2024 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d s];'oEmk dP,les];frq o]tg,n v' c]t muj 16j vkwl ot3p[kppq dg;A o;u -k 9tfb 'f6 foa dmj v'mj P;gru j ,0B o g8a doy ddkox6 d za ddkfIj v'g8h ຮຽບຮຽງໂດຍ: ແສງສະຫວັນ *ຜັກກາດຮ່ອງເຕ້ ເປັນພຶດຜັກ ຊະນິດໜຶ່ງທີ່ຄົນລາວນິຍົມນຳມາ ປຸງແຕ່ງອາຫານ ແລະ ປູກຂາຍ ເປັນສິນຄ້າສ້າງລາຍຮັບໃຫ້ແກ່ ຄອບຄົວໄດ້ເປັນກອບເປັນກຳ ເຊິ່ງ ຈະສັງເກດເຫັນໄດ້ຕາມທ້ອງຕະ ຫລາດແລະຮ້ານຂາຍຜັກຕາມບ້ານ ຈະມີຜັກກາດຊະນິດນີ້ວາງຂາຍຢູ່. ດັ່ງນັ້ນ, ມື້ນີ້ຄໍລ້ຳສຶກສາຫາຄວາມ ຮູ້ຂໍແນະນໍາວິທີການປູກຜັກກາດ ຮ່ອງເຕ້ ດັ່ງນີ້: ການກຽມໜານ: ແປງໜານ ດ້ວຍການຂຸດ ຫລື ໄຖ ພ້ອມພວນ ດິນປັບໜ້າໜານໃຫ້ລຽບພຽງດີ ໂດຍມີຄວາມກວ້າງປະມານ 1 ແມັດ, ຍົກໜານສູງ 30 ຊັງຕີແມັດ ( 20 ຊັງຕີແມັດໃນລະດູແລ້ງ ), ໄລຍະຫ່າງລະຫວ່າງໜານຕໍ່ໜານ 50 ຊັງຕີແມັດ ແລະ ຮອງພື້ນໜານ ດ້ວຍຝຸ່ນຄອກ. ການປູກ: ສາມາດເຮັດໄດ້ ດ້ວຍການຫວ່ານແກ່ນໂດຍກົງ ເຮັດເປັນແຖວ, ຫວ່ານແກ່ນບາງໆ ເພື່ອບໍ່ໃຫ້ມັນບຽດກັນເກີນໄປເມື່ອ ຕົ້ນໃຫຍ່, ແກ່ນງອກອອກມາເປັນ ຕົ້ນອ່ອນໃຫ້ຖອນແຍກໃນໄລຍະ ຫ່າງ 10 ຊັງຕີແມັດ, ເມື່ອເບ້ຍ ໃຫຍ່ຂຶ້ນອີກໃຫ້ຖອນແຍກອອກ ໃນໄລຍະຫ່າງ 20 ຊັງຕີແມັດ ແລະ ຖອນແຍກໄລຍະຫ່າງ 25 ຫາ 30 ຊັງຕີແມັດ ສໍາລັບຕົ້ນໃຫຍ່ແລ້ວ. ການໃສ່ປຸ໋ຍ: ກ່ອນໃສ່ປຸ໋ຍສູດ 15:15:15 ໃຫ້ກໍາຈັດວັດຊະພືດ ກ່ອນ; ໃນໄລຍະອາຍຸ 7 ວັນໃຫ້ໃສ່ ປຸ໋ມປະມານ 100 ກຣາມຕໍ່ຕົ້ນ, ເມື່ອອາຍຸໄດ້ 14 ວັນ ໃສ່ 50 ກຣາມ ຕໍ່ຕົ້ນ, ຫລັງຈາກນັ້ນກໍ່ບົວລະບັດ ຮັກສາໃຫ້ນໍ້າປົກກະຕິໂດຍທີ່ບໍ່ໃສ່ ປຸ໋ຍອີກກໍໄດ້. ຫລັງຈາກປູກອາຍຸປະມານ 35 ຫາ 45 ວັນ ກໍສາມາດເກັບໄດ້ ແລ້ວຢ່າປ່ອຍໃຫ້ມັນອອກດອກ ເພາະມັນຈະແກ່ເກີນໄປຄຸນນະພາບ ຈະຕໍ່າລົງ, ໃຫ້ຕັດຕົ້ນຜັກເໜືອລະ ດັບໜ້າດິນເລັກໜ້ອຍເດັດໃບເນົ່າ ເສຍ ຫລື ໃບເຫລືອງຖິ້ມ. ວິທີການປູກໃຫ້ຜົນຜະລິດສູງ: ໃຫ້ກໍາຈັດພືດທີ່ຕິດພະຍາດ, ເສດ ຊາກພືດ ແລະ ວັດຊະພືດອອກຈາກ ໜານປູກ ເພື່ອປ້ອງກັນການແຜ່ ລະບາດຂອງພະຍາດ. ພ້ອມນີ້, ກໍ ຕ້ອງປູກພືດໝູນວຽນປ້ອງກັນການ ສະສົມຂອງແມງໄມ້, ເຊື້ອພະຍາດ ແລະຄືນຄວາມອຸດົມສົມບູນໃຫ້ແກ່ ດິນປູກພືດ. ໂດຍ: CMG *ໂຄສົກ ກະຊວງການຕ່າງປະ ເທດຈີນ ໄດ້ກ່າວຢືນຢັນໃນກອງ ປະຊຸມຖະແຫລງຂ່າວທີ່ຈັດຂຶ້ນ ເມື່ອບໍ່ດົນມານີ້ວ່າ: ເພື່ອອຳນວຍ ຄວາມສະດວກໃຫ້ແກ່ການໄປ ມາຫາສູ່ກັນລະຫວ່າງບຸກຄະລາ ກອນຈີນ ແລະ ຕ່າງປະເທດຕື່ມ ອີກ, ສປ ຈີນ ຕົກລົງເປີດກວ້າງ ຂອບເຂດປະເທດທີ່ປະຕິບັດນະ ໂຍບາຍຍົກເວັ້ນວີຊາ ເຊິ່ງເລີ່ມ ແຕ່ວັນທີ 30 ພະຈິກ2024 ຈົນ ຮອດ ວັນທີ 31 ທັນວາ2025, ທົດລອງປະຕິບັດນະໂຍບາຍຍົກ ເວັ້ນວີຊາ ໃຫ້ຜູ້ຖືພາສປອດທຳມະ ດາຈາກ 9 ປະເທດເຊັ່ນ: ບຸນກາລີ, ຣູມານີ ແລະ ຍີ່ປຸ່ນ ເປັນຕົ້ນ. ນອກ ນີ້, ສປ ຈີນ ຍັງໄດ້ຕົກລົງປັບປຸງນະ ໂຍບາຍຍົກເວັ້ນວີຊາໃຫ້ດີຂຶ້ນຕື່ມ ອີກ ໂດຍຈັດເອົາການແລກປ່ຽນ ຢ້ຽມຢາມເປັນສາເຫດໜຶ່ງໃນ ການຍົກເວັ້ນວີຊາເຂົ້າເມືອງຂະນະ ທີ່ແກ່ຍາວເວລາເຂົ້າເມືອງແບບ ຍົກເວັ້ນວີຊາຈາກ 15 ວັນ ທີ່ປະຕິ ບັດໃນປັດຈຸບັນໃຫ້ເປັນ 30 ວັນ. ນັບແຕ່ວັນທີ 30 ພະຈິກ 2024 ເປັນຕົ້ນໄປ, ຜູ້ຖືພາສປອດທຳມະດາ ຂອງ 38 ປະເທດທີ່ຍົກເວັ້ນວີຊາ ເຊິ່ງລວມທັງ 9 ປະເທດດັ່ງກ່າວ ທີ່ເດີນທາງມາ ສປ ຈີນ ເຮັດທຸລະ ກິດ, ທ່ອງທ່ຽວຢ້ຽມຢາມໝູ່ເພື່ອນ, ຍາດຕິພີ່ນ້ອງ ແລກປ່ຽນຢ້ຽມຢາມ ແລະ ຜ່ານແດນບໍ່ກາຍ 30 ວັນ, ຈະສາມາດຍົກ ເ ວັ້ນວີຊາ ເ ຂົ້າ ເມືອງໄດ້. ກ່ອນໜ້ານີ້ ນັກຂ່າວວິທະຍຸໂທ ລະພາບສູນກາງຈີນ(CMG) ໄດ້ ໄປເອົາຂ່າວຢູ່ເທິງ ລົດໂດຍສານ ສາກົນ ຕາມທາງລົດໄຟ ຈີນ-ລາວ ຂະບວນໄປກັບລະຫວ່າງນະຄອນ ຄຸນໝິງ ແຂວງຢຸນນານຈີນ-ນະ ຄອນຫລວງວຽງຈັນ ໂດຍໄດ້ລົງ ເລິກສຳພາດຜູ້ໂດຍສານຢູ່ຂະບວນ ລົດໄຟຖ້ຽວ D87/88 ທີ່ແລ່ນລົດ ຕາມທາງລົດໄຟ ຈີນ-ລາວ ຕອນ ຢູ່ປະເທດຈີນ. ນັກທ່ອງທ່ຽວສາກົນ ຫລາຍຄົນໄດ້ໃຫ້ຮູ້ວ່າ: ລົດໄຟຈີນລາວມີຄວາມສະດວກສະບາຍແລະ ວ່ອງໄວ ກໍຄື ນະໂຍບາຍຍົກເວັ້ນ ວີຊາເຂົ້າເມືອງຈີນ ແມ່ນປັດໄຈ ສຳຄັນທີ່ດຶງດູດເຂົາເຈົ້າ “ຂີ່ລົດໄຟ ມາຈີນ”ຫລາຍຂຶ້ນກວ່າເກົ່າ. *ພະແນກແຜນການ ແລະ ການ ລົງທຶນ ແຂວງຫລວງນໍ້າທາ ໄດ້ ຈັດດກອງປະຊຸມຄະນະຊີ້ນໍາຂັ້ນ ແຂວງ ຄັ້ງທີ I ໃນການສຳຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວ ປະເທດ ຄັ້ງທີ V ປີ 2025 ຫວ່າງ ມໍ່ໆມານີ້ ໂດຍການເປັນປະທານ ຂອງທ່ານ ວົງມະນີ ເພື່ອປະຊາຫົວ ໜ້າພະແນະແຜນການ ແລະ ການ ລົງທຶນ ແຂວງຫລວງນໍ້າທາ ພ້ອມ ດ້ວຍພະແນການທີ່ກ່ຽວຂ້ອງ, ຂັ້ນ ແຂວງ ແລະ ຂັ້ນເມືອງເຂົ້າຮ່ວມ. ທ່ານ ນັນທະວົງ ນັນທະລາດ ຮອງຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ຜ່ານ ຮ່າງບົດລາຍງານຄວາມຄືບໜ້າ ແລະ ແຜນດຳເນີນງານການກະ ກຽມສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ຄັ້ງທີ V ປີ 2025, ຊຶ່ງ ເປັນການສຳຫລວດໃຫຍ່ ເພື່ອຈົດ ນັບທຸກຄົວເຮືອນ ແລະ ທຸກຄົນທີ່ອາ ໄສຢູ່ຜືນແຜ່ນດິນຂອງ ສປປ ລາວ ລວມເອົາຄົນລາວ, ຄົນຕ່າງປະ ເທດ, ຄົນຕ່າງດ້າວ ແລະ ຄົນບໍ່ມີສັນ ຊາດ. ນອກຈາກນີ້, ການສຳຫລວດ ຍັງຈົດນັບເອົາຄົນລາວທີ່ໄປປະຕິ ບັດໜ້າທີ່ວຽກງານອອກແຮງງານ ແລະ ສຶກສາຮ່ຳຮຽນຢູ່ຕ່າງປະເທດ ນຳອີກ. ການສໍາຫລວດ ຄັ້ງນີ້, ຈະໄດ້ຂໍ້ ມູນຈຳນວນປະຊາກອນ, ຄຸນລັກສະ ນະທາງດ້ານປະຊາກອນ, ການຂະ ຫຍາຍຕົວ ແລະ ການແຈກຢາຍ ຂອງພົນລະເມືອງ, ສະພາບທາງ ດ້ານເສດຖະກິດ-ສັງຄົມ ແລະ ທີ່ຢູ່ ອາໄສຂອງພົນລະເມືອງ, ຊຶ່ງເປັນ ຂໍ້ມູນທີ່ສຳຄັນຫລາຍໃນການຕິດ ຕາມ ແລະ ປະເມີນການຈັດຕັ້ງປະ ຕິບັດແຜນພັດທະນາເສດຖະກິດ- ສັງຄົມແຫ່ງຊາດ, ເປົ້າໝາຍການ ພັດທະນາແບບຍືນຍົງ, ການຫລຸດ ພົ້ນອອກຈາກປະເທດດ້ອຍພັດທະ ນາ ແລະ ການປັບປຸງນະໂຍບາຍ ທາງດ້ານພົນລະເມືອງຂອງລາວ. ການສຳຫລວດພົນລະເມືອງ ແລະ ທີ່ຢູ່ອາໄສ ໃນຂອບເຂດທົ່ວປະເທດ ຄັ້ງທີ V ປີ 2025 ແມ່ນການສຳ ຫລວດລະດັບຊາດ ທີ່ເປັນແຫລ່ງ ຂໍ້ມູນໜຶ່ງດຽວທີ່ສຳຄັນໃນການ ປັບປຸງຂໍ້ມູນພົນລະເມືອງແຫ່ງຊາດ ຂອງ ສປປ ລາວ ຕະຫລອດໄລຍະ 10 ປີຜ່ານມາ, ເປັນຖານຂໍ້ມູນທີ່ ຈະປະກອບດ້ວຍຂໍ້ມູນກ່ຽວກັບ ການຈະເລີນພັນ, ການເສຍຊີວິດແລະ ການເຄື່ອນຍ້າຍຂອງພົນລະເມືອງ, ລວມທັງຂໍ້ມູນລະອຽດກ່ຽວກັບ ຄຸນລັກສະນະຂອງພົນລະເມືອງ, ໂຄງປະກອບດ້ານອາຍຸ, ເພດ, ຊົນ ເຜົ່າ, ສາສະໜາ, ການຂຶ້ນທະບຽນ ການເກີດ, ການຖືບັດປະຈຳຕົວສຳມະໂນຄົວ, ການສຶກສາ, ການປະ ກອບອາຊີບ, ເງື່ອນໄຂການດຳລົງ ຊີວິດ ແລະການເຂົ້າເຖິງການບໍລິ ການຕ່າງໆ. ພາບປະກອບ ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==