6013

26/11/2024 xtgmf]k; 6 glf4tdy f{la '7q , glu ,0tspkp,tsklk,a d7u mj q ;x;'-q oma '-kf rkp.8h dkooerk0v'ra d *ລຳສາລະວັນ ເປັນລໍາພື້ນບ້ານ ຍອດນິຍົມທີ່ີມີຕົ້ນກໍາເນີດມາຈາກ ແຂວງສາລະວັນ ໂດຍເຄື່ອງດົນ ຕີຫລັກທີ່ໃຊ້ເຂົ້າໃນການຂັບລໍາ ສາລະວັນ ຄື ແຄນ , ແຊັງ , ກອງ ປະສົມປະສານກັນ ຈຶ່ງເຮັດໃຫ້ເນື້ອ ຮ້ອງ, ທໍານອງເພງ ທີ່ອອກມາ ມ່ວນ ແລະ ອອນຊອນ ດຶງດູດຈິດ ໃຈຜູ້ຟັງລໍາ ຈຶ່ງເຮັດໃຫ້ລໍາສາລະ ວັນມີຊື່ສຽງໂດ ງດັງໄປທັງພາຍ ໃນ ແລະ ຕ່າງປະເທດ. ສະນັ້ນ, ເພື່ອ ເຮັດໃຫ້ມໍລະດົກອັນລ້ຳຄ່າ ທີ່ເປັນພູມປັນຍາຂອງຊາວລາວ ເຮົາຄຽງຄູ່ສັງຄົມລາວຕະຫລອດ ໄປ ຈຶ່ງມີການຮັບຮອງເອົາລໍາສາ ລະວັນ ເປັນມໍລະດົກແຫ່ງຊາດ ລະດັບທ້ອງຖິ່ນທີ່ເປັນນາມມະທຳ ໃນອາທິດຜ່ານມານີ້. ທ່ານ ມະໄລວອນ ສີປະເສີດ ຫົວ ໜ້າພະແນກຖະແຫລງຂ່າວວັດທະ ນະທຳ ແລະ ທ່ອງທ່ຽວແຂວງ ໄດ້ກ່າວວ່າ: ລໍາສາລະວັນ ແມ່ນຂັບ ]elk]t;a o wfh Ia [Iv'gxa o,= ]tfq dcsj '-kf ]tfa [mh v'4yj o “ ” ລຳໜຶ່ງທີ່ເກີດມີມາແຕ່ດົນນານ ແລ້ວຢູ່ໃນເຂດແຄວ້ນທ້ອງຖິ່ນ ແຂວງສາລະວັນ ເຊິ່ງແມ່ນປະຊາ ຊົນແຂວງສາລະວັນ ເປັນຜູ້ປະດິດ ຄິດແຕ່ງຂຶ້ນມາ ແລະ ໄດ້ຮັບການ ສືບທອດຈາກຮຸ່ນສູ່ຮຸ່ນ, ຖິ່ນກໍາເນີດ ຂອງກອນຜະຫຍາລໍາ“ສາລະວັນ” ຢູ່ແຄມແມ່ນໍ້າເຊໂດນ ຕາມບໍລິເວນ ເຂດທົ່ງພຽງ ແມ່ນພູມປັນຍາຊາວ ບ້ານຂອງທ້ອງຖິ່ນສາລະວັນ ໄດ້ ມີການສືບທອດເສີມຂະຫຍາຍ ແຕ່ອະດີດຈົນເຖິງປັດຈຸບັນ ໃນລະ ຫວ່າງ ຄສ 1800 ແຕ່ມີບາງຄໍາ ເຫັນໄດ້ຢັ້ງຢືນວ່າ: “ສາລະວັນ” ເກີດທີ່ເຂດສະພາດ ເມືອງວາປີ ໃນ ປັດຈຸບັນເຂດຄໍາທອງຫລວງໃນ ເມື່ອກ່ອນ ປັດຈຸບັນກໍ່ສັນນິຖານວ່າ: ເຂດດັ່ງກ່າວຍັງມີການສືບທອດ ຫລາຍກວ່າເຂດອື່ນ. ກອນພະຫຍາ “ລໍາສາລະວັນ” ແມ່ນໝາກຜົນ ອັນຍອດລວມຂອງໝໍລໍາພື້ນເມືອງ ຄືກັບລໍາອື່ນໆ ທີ່ມີເອກະລັກສະ ເພາະຂອງເນື້ອໃນທໍານອງລໍາ ແລະ ກອນລໍາໃຜມັນສະເພາະແລ້ວແມ່ນ ໃຊ້ຕໍ່ແຍກ້ຽວພາລາສີກັນລະຫວ່າງ ຄູ່ບ່າວສາວ ເພື່ອສ້າງສັນບັນຍາ ກາດໃຫ້ມີຄວາມເບີກບານມ່ວນຊື່ນ ເຊິ່ງມີກອນຜະຫຍາທີ່ແຕກຕ່າງກັນ ເຊັ່ນ: ກອນຜະຫຍາ “ສາລະວັນ” ມາຈາກປະກົດການຂອງຮູບແບບ *** ຕໍ່ຈາກໜ້າ 1 *** ຢ່າງໜ້ອຍສອງຄັ້ງໃນຊ່ວງຊີວິດ ຂອງຕົນ. ໃນປີທີ່ຜ່ານມາ ແມ່ຍິງ ແລະ ເດັກຍິງ ອາຍຸລະຫວ່າງ 1549 ປີ 1 ໃນ 8 ຄົນ ໄດ້ຜະເຊີນກັບ ການໃຊ້ຄວາມຮຸນແຮງຈາກຄູ່ ຮ່ວມຊີວິດ. ວັນທີ 25 ພະຈິກ 2024 ເປັນ ອີກປີໜຶ່ງ ທີ່ ສປປ ລາວ ແລະ ບັນດາ ປະເທດໃນທົ່ວໂລກ ພ້ອມກັນລະ ນຶກເຖິງວັນສາກົນ ເພື່ອລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ຍິງ ເພື່ອສະແດງຄວາມໝາຍໝັ້ນ ຂອງຕົນໃນການປ້ອງກັນ ແລະ ແກ້ໄຂຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ຊຶ່ງການດຳເນີນຂະ ບວນການລະນຶກວັນສາກົນ ເພື່ອ ລຶບລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງໃນປີນີ້ ແມ່ນພາຍໃຕ້ ຫົວຂໍ້: “ກ້າວເຂົ້າສູ່ 30 ປີ ຂອງຖະ ແຫລງການ ແລະ ແຜນປະຕິບັດ ງານປັກກິ່ງ: ຮ່ວມກັນ ເພື່ອຢຸດຕິ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ” ເຊິ່ງຮຽກຮ້ອງບັນ ດາປະເທດໃນໂລກ ຕ້ອງໄດ້ພ້ອມ ກັນທົບທວນຄວາມຄືບໜ້າໃນ ການຈັດຕັ້ງປະຕິບັດຖະແຫລງ ການ ແລະ ແຜນປະຕິບັດງານປັກ ກິ່ງ ຄົບຮອບ 30 ປີ ເວົ້າລວມ, ເວົ້າສະເພາະບັນດາຄວາມໝາຍ ໝັ້ນ, ຄວາມຮັບຜິດຊອບ ແລະ ການ ຈັດສັນງົບປະມານເຂົ້າໃນການ ຈັດຕັ້ງປະຕິບັດວຽກງານປ້ອງກັນ ແລະ ການແກ້ໄຂຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ໃນປະ ເທດຕົນ. • ພີ່ນ້ອງຮ່ວມຊາດທີ່ຮັກແພງ ທັງຫລາຍ! ຂ້າພະເຈົ້າ ຕາງໜ້າໃຫ້ລັດຖະ ສານຂອງນາຍົກລັດຖະມົນຕີ... ບານ ແຫ່ງ ສປປ ລາວ ຮ່ວມກັບວົງ ຄະນາຍາດສາກົນ ໃນທົ່ວໂລກ ພ້ອມກັນລະນຶກເຖິງວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ ຍິງ ປະຈຳ ປີ 2024 ພາຍໃຕ້ຫົວ ຂໍ້ “ກ້າວເຂົ້າສູ່ 30 ປີ ຂອງຖະ ແຫລງການ ແລະ ແຜນປະຕິບັດ ງານປັກກິ່ງ: ຮ່ວມກັນເພື່ອຢຸດຕິ ການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ”. ປີ 2024 ນີ້, ລັດຖະບານເວົ້າ ລວມ, ເວົ້າສະເພາະຄະນະກຳມາ ທິການແຫ່ງຊາດ ເພື່ອຄວາມກ້າວ ໜ້າຂອງແມ່ຍິງ ແລະ ແມ່ເດັກ (ຄຊກມດ) ໄດ້ມີການທົບທວນຄືນ ການຈັດຕັ້ງປະຕິບັດຖະແຫລງການ ແລະ ແຜນປະຕິບັດປະຕິບັດງານ ປັກກິ່ງຄົບຮອບ30ປີຢູ່ສປປລາວ ໃນ 12 ຂົງເຂດທີ່ໜ້າເປັນຫ່ວງ, ພິເສດຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ໄດ້ເຂົ້າຮ່ວມການ ພິຈາລະນາກ່ຽວກັບບົດລາຍງານ ແຫ່ງຊາດປະຈຳໄລຍະທີ 10 ໃນ ການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍການລຶບລ້າງທຸກຮູບການ ຈຳແນກຕໍ່ແມ່ຍິງ ຢູ່ ສປປ ລາວ ລະຫວ່າງລັດຖະບານ ລາວ ແລະ ຄະນະກຳມະການຊີດສາກົນອົງ ການສະຫະປະຊາຊາດ ຊຶ່ງເຫັນ ໄດ້ວ່າມີຄວາມຄືບໜ້າທີ່ພົ້ນເດັ່ນ ຫລາຍດ້ານໂດຍສະເພາະການປ້ອງ ກັນ ແລະ ລຶບລ້າງຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກຍິງ ໃນໄລຍະ ຜ່ານມາ ສປປ ລາວ ໄດ້ມີຫລາຍ ບົດຮຽນ ແລະ ພາກປະຕິບັດຕົວ ຈິງອັນດີເປັນຕົ້ນ: ລັດຖະບານ ແຫ່ງ ສປປ ລາວ ເວົ້າລວມ, ເວົ້າສະເພາະ ຄຊກມດ ໄດ້ມີຄວາມພະຍາຍາມໃນການຕິດ ຕາມ ການຈັດຕັ້ງປະຕິບັດກົດໝາຍ, ບັນດາແຜນການ, ແຜນງານພ້ອມ ທັງອອກນິຕິກຳລະບຽບການ ຕ່າງໆ ເພື່ອຮັບປະກັນການຈຳກັດ ທຸກຮູບແບບໃນການໃຊ້ຄວາມຮຸນ ແຮງ ໂດຍສະເພາະແຜນດຳເນີນ ງານແຫ່ງຊາດ ເພື່ອປ້ອງກັນຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ຄວາມ ຮຸນແຮງຕໍ່ເດັກໃນແຕ່ລະໄລຍະ. ພ້ອມກັນນັ້ນ, ສປປ ລາວ ຍັງມີ ມາດຕະການຊ່ວຍເຫລືອແມ່ຍິງ ທີ່ເຄີຍຖືກຄວາມຮຸນແຮງ ແລະ ຖືກບາດເຈັບຈາກການໃຊ້ຄວາມ ຮຸນແຮງໃຫ້ສາມາດເຂົ້າເຖິງຂະ ບວນການຍຸຕິທໍາ ແລະ ໄດ້ຮັບການ ຊ່ວຍເຫລືອຕ່າງໆ ໂດຍລັດຖະບານ ໄດ້ອອກດຳລັດ ວ່າດ້ວຍການແກ້ ໄຂຂໍ້ຂັດແຍ່ງຂັ້ນບ້ານ ສະບັບເລກທີ 626/ລບ,ລົງວັນທີ 22 ຕຸລາ2021; ສປປ ລາວ ໄດ້ມີການປຶກສາຫາລື ຮ່ວມກັບບັນດາຂະແໜງການ ເພື່ອໃຫ້ຄວາມຮູ້ກັບຂະແໜງການ ພາກລັດ ກ່ຽວກັບຊຸດບໍລິການທີ່ຈຳ ເປັນຂັ້ນພື້ນຖານໃນການຊ່ວຍ ເຫລືອດ້ານສຸຂະພາບ, ຍຸຕິທໍາ ແລະ ສັງຄົມ ສໍາລັບຜູ້ລອດຊີວິດຈາກ ຄວາມຮຸນແຮງ; ສປປ ລາວ ໄດ້ຜັນ ຂະຫຍາຍຊຸດບໍລິການທີ່ຈຳເປັນ ເຂົ້າໃນແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມ ຮຸນແຮງຕໍ່ແມ່ຍິງ 5 ປີ ຄັ້ງທີ II (2021-2025) ໂດຍການສະ ໜັບສະໜູນຈາກອົງການ UNFPA ປະຈຳພາກພື້ນອາຊີປາຊີຟິກ ແລະ ປະຈຳ ສປປ ລາວ ຊຶ່ງແຜນດຳ ເນີນງານດັ່ງກ່າວໄດ້ລະບຸແຜນ ວຽກບູລິມະສິດ ແລະ ຕົວຊີ້ບອກ ທີ່ຈໍາເປັນໃນການພັດທະນາມາດ ຕະຖານດຳເນີນງານໃນແຕ່ລະຂະ ແໜງການ ໂດຍໃຫ້ສອດຄ່ອງກັບ ຊຸດບໍລິການທີ່ຈຳເປັນ. ເພື່ອສະໜັບສະໜູນການຈັດຕັ້ງ ປະຕິບັດແຜນດຳເນີນງານແຫ່ງ ຊາດ ເພື່ອປ້ອງກັນ ແລະ ລຶບລ້າງ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເພື່ອ ຮັບປະກັນໃຫ້ຜູ້ລອດຊີວິດສາມາດ ເຂົ້າເຖິງ ແລະ ໄດ້ຮັບການບໍລິການ ອັນຈຳເປັນທີ່ຕ້ອງແກ້ໄຂ ແລະ ທັນເວລານັ້ນ, ມາດຕະຖານດຳ ເນີນງານສຳລັບການບໍລິການດ້ານ ສຸຂະພາບ, ການບໍລິການດ້ານສັງ ຄົມ, ການບໍລິການດ້ານຂະບວນ ການຍຸຕິທໍາ ແລະ ມາດຕະຖານດຳ ເນີນງານການປະສານງານ, ຄຸ້ມ ຄອງການປະສານງານ ແລະ ການ ສົ່ງຕໍ່ໄດ້ຖືກໂຄສະນາເຜີຍແຜ່ ແລະ ຈັດຕັ້ງປະຕິບັດໃນຂັ້ນສູນກາງ ແລະ ທ້ອງຖິ່ນຂອງ ສປປ ລາວ. ໃນປີ 2024 ນີ້, ສປປ ລາວ ໄດ້ ເອົາໃຈໃສ່ສ້າງຄວາມເຂັ້ມແຂງ ໃຫ້ກົນໄກທີ່ໃຫ້ບໍລິການຊ່ວຍເຫລືອ ແມ່ຍິງ ແລະ ເດັກທີ່ຖືກເຄາະຮ້າຍ ຈາກຄວາມຮຸນແຮງ ໂດຍໄດ້ຮັບ ຮອງເອົາຫລັກການຊ່ວຍເຫລືອ ທີ່ວ່າ “ບໍ່ມີປະຕູໃດ ທີ່ຜິດ’’(No Wrong Door). ພ້ອມນັ້ນ ກໍໄດ້ ຝຶກອົບຮົມໃຫ້ກັບພະນັກງານ, ເຈົ້າ ໜ້າທີ່ ທີ່ໃຫ້ບໍລິການຊ່ວຍເຫລືອ ຜູ້ຖືກເຄາະຮ້າຍຂັ້ນສູນກາງ ໃນ 6 ແຂວງແລະ10 ເມືອງລວມທັງໝົດ 700 ເທື່ອຄົນ, ຍິງ 630 ເທື່ອຄົນ, ຊາຍ 70 ເທື່ອຄົນ. ແຕ່ງຕັ້ງຄະນະ ປະສານງານ ແລະ ສົ່ງຕໍ່ ໃນ 6 ແຂວງ ແລະ 6 ເມືອງ; ຂະຫຍາຍ ສູນໃຫ້ຄຳປຶກສາ ແລະ ປົກປ້ອງແມ່ ຍິງ-ເດັກນ້ອຍ ໄດ້ 5 ສູນ, ປັບປຸງ ສະຖານທີ່ບໍລິການຊ່ວຍເຫລືອຜູ້ ຖືກເຄາະຮ້າຍໃຫ້ໂຮງໝໍສູນກາງ 2 ແຫ່ງ ຄື: ໂຮງໝໍມະໂຫສົດ, ໂຮງ ໝໍແມ່ ແລະ ເດັກ ເເລະ ສ້າງຈຸດບໍລິ ການປະຕູດຽວ (ການບໍລິການສຸ ຂະພາບ) ແຫ່ງທຳອິດຂອງ ສປປ ລາວ ທີ່ໂຮງໝໍມະໂຫສົດ ແລະ ມີເບີສາຍດ່ວນ 1527. ຄຽງຄູ່ກັນນັ້ນ, ໄດ້ສ້າງຄວາມ ເຂັ້ມແຂງທາງດ້ານເສດຖະກິດ ໃຫ້ແມ່ຍິງໄດ້ເຂົ້າເຖິງແຫລ່ງທຶນ ເພື່ອສາມາດປະກອບ ແລະ ດຳເນີນ ທຸລະກິດຜ່ານກອງທຶນພັດທະນາ SME ດ້ວຍການສ້າງຄວາມເຂັ້ມ ແຂງໃນການເຂົ້າເຖິງດ້ານການ ເງິນ, ການພັດທະນາຂີດຄວາມສາ ມາດໃນການປັບປຸງການບໍລິການ ດ້ານການເງິນ, ເພີ່ມຄວາມຮູ້ໃຫ້ກັບ ຜູ້ບໍລິການດ້ານການເງິນ ກ່ຽວກັບ ການປະຕິບັດທີ່ດີໃນການອອກ ແບບ ແລະ ສົ່ງເສີມຜະລິດຕະພັນ ຂອງສະມາຊິກ SME ເພື່ອໃຫ້ເຂົາ ເຈົ້າດຳເນີນທຸລະກິດຂະໜາດ ນ້ອຍ ແລະ ຂະໜາດກາງໃນແຕ່ລະ ຂະແໜງການ, ສົ່ງເສີມແມ່ຍິງ ຊາວກະສິກອນໄດ້ຮັບການຝຶກອົບ ຮົມວິຊາຊີບ, ເຕັກນິກວິຊາການ ເປັນຕົ້ນການຜະລິດກະສິກຳ, ການ ປູກຝັງ, ການລ້ຽງສັດ, ຫັດຖະກຳ, ການບໍລິການດ້ານການເງິນ, ການ ດຳເນີນທຸລະກິດສົ່ງຜົນໃຫ້ຊາວ ກະສິກອນເພດຍິງ ໄດ້ເຂົ້າເຖິງຊັບ ພະຍາກອນເສດຖະກິດ, ທີ່ດິນປູກ ຝັງ-ລ້ຽງສັດ; ໃຫ້ເງິນສົດ ເພື່ອອຸດ ໜູນແກ່ແມ່ຍິງຖືພາ ແລະ ເດັກ ກ່ອນໄວຮຽນສຳລັບເມືອງທີ່ທຸກ ຍາກໃນ ສປປ ລາວ; ພັດທະນາສີ ມືແຮງງານ ແລະ ຝຶກອົບຮົມເຄື່ອນ ທີ່ຕາມສາຂາອາຊີບຕ່າງໆ ພ້ອມ ທັງສົ່ງເສີມການຈັດຫາວຽກເຮັດ ງານທຳເຂົ້າສູ່ຕະຫລາດ ແຮງງານ ພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ ແມ່ຍິງ ແລະ ໄວໜຸ່ມ ທີ່ຢູ່ເຂດ ຫ່າງໄກສອກຫລີກ, ຜູ້ທຸກຍາກ ແລະ ຜູ້ດ້ອຍໂອກາດ. ທັງໝົດນີ້, ກໍເພື່ອຮັບປະກັນໃຫ້ແມ່ຍິງມີລາຍ ຮັບ, ສາມາດເພິ່ງພາຕົນເອງໄດ້, ພັດທະນາຊີວິດການເປັນຢູ່ໃຫ້ດີ ຂຶ້ນເປັນກ້າວໆ ເຮັດໃຫ້ແມ່ຍິງປາ ສະຈາກການຖືກຄວາມຮຸນແຮງ, ຄອບຄົວມີຄວາມສະຫງົບສຸກ, ສັງຄົມມີຄວາມສີວິໄລ. • ພີ່ນ້ອງຮ່ວມຊາດ ທີ່ຮັກແພງ ທັງຫລາຍ! ຂ້າພະເຈົ້າ, ຂໍຖືໂອກາດນີ້ ຕາງ ໜ້າໃຫ້ລັດຖະບານສະແດງຄວາມ ຊົມເຊີຍມາຍັງການຈັດຕັ້ງພັກລັດ, ແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າ ແລະ ອົງການຈັດ ຕັ້ງມະຫາຊົນ, ອົງການປົກຄອງ ທ້ອງຖິ່ນ, ພາກເອກະຊົນຕະຫລອດ ຮອດປະຊາຊົນບັນດາເຜົ່າ ທີ່ໄດ້ປະ ກອບສ່ວນໃນວຽກງານຕ້ານ ແລະ ສະກັດກັ້ນຄວາມຮຸນແຮງ ເພື່ອ ປ້ອງກັນ ແລະ ລຶບລ້າງຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກຍິງຢ່າງ ຕັ້ງໜ້າ. ສະແດງຄວາມຂອບໃຈຢ່າງຈິງ ໃຈ ມາຍັງບັນດາປະເທດເພື່ອນມິດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງ ສາກົນ ແລະ ອົງການຈັດຕັ້ງທາງ ສັງຄົມ ທີ່ໄດ້ໃຫ້ການສະໜັບສະໜູນ ສປປ ລາວ ໃນການຈັດຕັ້ງປະຕິບັດ ນະໂຍບາຍຂອງລັດຖະບານໃນ ວຽກງານດັ່ງກ່າວ. ພວກເຮົາຕ້ອງສະແດງຈຸດຢືນ ຮ່ວມກັນ ເພື່ອປ້ອງກັນ ແລະ ລຶບ ລ້າງຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ; ຮຽກຮ້ອງໃຫ້ທຸກພາກ ສ່ວນໃນຂະແໜງການພາກລັດ, ຄູ່ຮ່ວມພັດທະນາ, ອົງການຈັດຕັ້ງ ສັງຄົມ ແລະ ພາກທຸລະກິດເອກະຊົນ ຈົ່ງໄດ້ພ້ອມກັນຈັດຕັ້ງປະຕິບັດກົດ ໝາຍ ແລະ ນະໂຍບາຍທີ່ເປັນການ ສົ່ງ ເ ສີມຄວາມກ້າວໜ້າຂອງ ແມ່ຍິງ, ຄວາມສະເໝີພາບຍິງຊາຍ ແລະ ລຶບລ້າງທຸກຮູບການຈຳ ແນກຕໍ່ແມ່ຍິງ ກໍຄື ການຈັດຕັ້ງປະຕິ ບັດແຜນດຳເນີນງານແຫ່ງຊາດ ເພື່ອປ້ອງກັນ ແລະ ລຶບລ້າງຄວາມ ຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ໃນຊຸມປີຕໍ່ໜ້າໃຫ້ມີປະສິດທິພາບ ແລະ ປະສິດທິຜົນກວ່າເກົ່າ, ເອົາໃຈ ໃສ່ຢ່າງຕັ້ງໜ້າໃນການເພີ່ມທະວີ ການສ້າງຄວາມເຂັ້ມແຂງໃຫ້ກົນ ໄກແລະບຸກຄະລາກອນທີ່ເຮັດວຽກ ງານດັ່ງກ່າວຢ່າງເປັນລະບົບຕໍ່ ເນື່ອງ. ເຮັດໃຫ້ຜູ້ກະທໍາຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກຍິງຕ້ອງມີ ຄວາມຮັບຜິດຊອບຕໍ່ການກະທໍາ ຂອງຕົນ ແລະ ຕໍ່ໜ້າກົດໝາຍ; ຈັດສັນຊັບພະຍາກອນ ແລະ ລົງ ທຶນໃສ່ການຈັດຕັ້ງປະຕິບັດວຽກ ງານຄວາມກ້າວໜ້າຂອງແມ່ຍິງ, ຄວາມສະເໝີພາບຍິງ-ຊາຍ ແລະ ລຶບລ້າງທຸກຮູບການຈຳແນກຕໍ່ແມ່ ຍິງ ຜ່ານຂະບວນການ ແລະ ວິທີ ການຕ່າງໆ ເພື່ອໃຫ້ທຸກຄົນໃນສັງ ຄົມປັບປ່ຽນທັດສະນະຄະຕິ ແລະ ພຶດຕິກໍາ ທີ່ເປັນການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກຍິງ ແລະ ຕ້ອງເຂົ້າໃຈຮ່ວມກັນວ່າການກະ ທໍາຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ ເປັນການລະເມີດສິດທິມະ ນຸດພື້ນຖານຂອງແມ່ຍິງ ແລະ ມີ ຄວາມຜິດທາງດ້ານກົດໝາຍ. ທ້າຍສຸດນີ້, ຂ້າພະເຈົ້າຂໍອວຍ ພອນໃຫ້ການລະນຶກເຖິງວັນສາກົນ ເພື່ອລຶບລ້າງຄວາມຮຸນແຮງຕໍ່ແມ່ ຍິງ ແລະ ເດັກຍິງ ພາຍໃຕ້ຄຳຂວັນ “ກ້າວເຂົ້າສູ່ 30 ປີ ຂອງຖະແຫລງ ການ ແລະ ແຜນປະຕິບັດງານປັກ ກິ່ງ: ຮ່ວມກັນ ເພື່ອຢຸດຕິການໃຊ້ ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກຍິງ” ໃນປີ 2024 ນີ້ ຈົ່ງບັນ ລຸຜົນສຳເລັດຕາມລະດັບຄາດ ໝາຍທີ່ວາງໄວ້, ອວຍພອນໃຫ້ພີ່ ນ້ອງຮ່ວມຊາດ ປາສະຈາກຄວາມ ຮຸນແຮງທຸກປະເພດ, ສັງຄົມມີ ຄວາມສະເໝີພາບຍິງ-ຊາຍ, ປະ ເທດຊາດ ມີຄວາມສີວິໄລ. ທໍາມະຊາດ ເປັນຕົ້ນ: ລະດູໃບໄມ້ ຫລົ່ນ, ລະດູໃບໄມ້ປົ່ງ, ລະດູບານ ໃໝ່, ປະກົດການຂອງສຽງຝົນຕົກ, ນົກຮ້ອງຫາກັນຕາມທົ່ງໄຮ່ ທົ່ງນາ, ກອນຜະຫຍາ “ສາລະວັນ” ຈາກ ສຽງແມ່ກ່ອມລູກໃຫ້ນອນແລ້ວ; ເກີດມາຈາກການເຊື່ອຖື, ການຜະ ລິດ, ການລ້ຽງດູ, ຊ້ອງເຢົາຜີຟ້າ, ຜີເທວະດາ, ຜີໄທ້ຂອງຄົນສະໄໝ ບູຮານໃນລະຫວ່າງເດືອນສາມຫາ ເດືອນສີ່ລາວ ຜູ້ທີ່ມີຄວາມເຊື່ອຖື ກໍ່ໄດ້ເຕົ້າໂຮມກັນ, ຫາດອກໄມ້ທູບ ທຽນອາຫານຄາວ-ຫວານ, ເຫລົ້າ ກ້ອງ, ໄຂ່ໜ່ວຍ, ສິ້ນຜືນ, ແພວາ ແລະ ມາຈາກການອອກແຮງງານ ຂອງປະຊາຊົນ, ການເລົ່ານິທານ ປາກຕໍ່ປາກ, ຈາກການອ່ານໜັງສື ຜູກໃບລານ. ທໍານອງລໍາສາລະວັນ ເປັນທໍານອງທີ່ຟົດຟື້ນມ່ວນຊື່ນ, ນໍ້າສຽງຕັດຍາວເປັນເຄືອ ແລະ ກໍ່ປົງໄປຕາມຈັງຫວະຂອງທ້ອງ ຖິ່ນ ມີ 2 ທໍານອງຄື: ທໍານອງສາ ລະວັນ ແລະ ທໍານອງຄົງເຊໂດນ. ກອນລໍາຜະຫຍາ“ສາລະວັນ” ໄດ້ຂຸດຄົ້ນມາຈາກໝໍຂັບ, ໝໍລໍາທັງ ຍິງ-ຊາຍ, ຜູ້ອາວຸໂສ ແລະ ຮຸ່ນສານຸ ສິດທັງຫລາຍທີ່ບົ່ມຊ້ອນຄຸນຄ່າ ມະຫາສານທາງດ້ານຈິດໃຈໃຫ້ມີ ອຸດົມຄະຕິເຊັ່ນ: ໝໍລໍາສາລະວັນ ໄດ້ນໍາເອົາກອນຜະຫຍາພາສິດ, ຄະ ຕິເຕືອນໃຈ, ນິທານຕ່າງໆ ເພື່ອສຶກ ສາໃຫ້ມວນຊົນມີນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ ທີ່ປະດັບ ເອ້ດ້ວຍທໍາມະຊາດທີ່ອຸດົມສົມບູນ ຈາກສະໄໝປູ່ຍ່າຕາຍາຍເຖິງເຊັ່ນ ລູກຫລານທັງນີ້ກໍ່ເພື່ອໂຮມເອົາສະ ຕິປັນຍາຂອງຜູ້ອາວຸໂສກໍ່ຄືພອນສະ ຫວັນ, ຄວາມດຸໝັ່ນຂະຫຍັນພຽນ ອອກແຮງງານທາງດ້ານມັນສະ ໝອງ ເພື່ອໃຫ້ລູກຫລານໄດ້ສືບ ທອດໄວ້ຢ່າງຍາວນານ. ຈາກນັ້ນ, ຈຶ່ງໄດ້ມີພິທີຢັ້ງຢືນລຳສາລະວັນ ເປັນມໍລະດົກແຫ່ງຊາດ ລະດັບທ້ອງ ຖິ່ນ ພ້ອມທັງມອບໃບຢັ້ງຢືນເຊິ່ງ ໃຫ້ກຽດມອບໂດຍທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ ຮັບໂດຍທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກ ຖວທ ແຂວງ, ພ້ອມນັ້ນ, ໄດ້ຮ່ວມກັນລັ່ນຄ້ອງ 9 ບາດ ເພື່ອຮັບຮອງເອົາຢ່າງເປັນ ທາງການ. ພາບປະກອບ

RkJQdWJsaXNoZXIy MTc3MTYxMQ==