6013

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 26/11/2024 xtgmf]k; ເລຂາທິການໃຫຍ່... ກອງປະຊຸມລັດຖະມົນຕີປ້ອງກັນປະ ເທດ ອາຊຽນ ຄັ້ງທີ 18 ແລະ ອາຊຽນ ບວກ ຄັ້ງທີ 11 ແລະ ກອງປະຊຸມປິ່ນ ອ້ອມກ່ຽວຂ້ອງອື່ນໆຢູ່ ນະຄອນຫລວງ ວຽງຈັນ. ທ່ານ ທອງລຸນ ສີສຸລິດ ໄດ້ສະແດງ ຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ການເດີນທາງມາຮ່ວມກອງປະຊຸມ ຢູ່ ສປປ ລາວ ໃນຄັ້ງນີ້ ເຊິ່ງເປັນການ ປະກອບສ່ວນສໍາຄັນເຂົ້າໃນການເສີມ ສ້າງສາຍພົວພັນມິດຕະພາບຖານບ້ານ ໃກ້ເຮືອນຄຽງ ກໍຄື ການຮ່ວມມືຂອງ ສອງລັດຖະບານ ແລະ ປະຊາຊົນ ສອງ ຊາດ ໂດຍສະເພາະ ການພົວພັນຮ່ວມມື ວຽກງານປ້ອງກັນປະເທດ ຂອງສອງ ປະເທດ ລາວ-ໄທ, ໄທ-ລາວ ໃຫ້ໄດ້ຮັບ ການພັດທະນາ ແລະ ແຕກດອກອອກ ຜົນຍິ່ງຂຶ້ນໄປເລື້ອຍໆ ໃນອະນາຄົດ ແລະ ຍາວນານ. ທ່ານ ພູມທຳ ເວດຊະຍະໄຊ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານ ທອງລຸນສີສຸລິດ ທີ່ໄດ້ໃຫ້ການຕ້ອນຮັບ ອັນອົບອຸ່ນ, ພ້ອມທັງຖືໂອກາດນີ້, ສະ ແດງຄວາມຊົມເຊີຍຕໍ່ຜົນສຳເລັດອັນ ພົ້ນເດັ່ນຂອງ ສປປ ລາວ ໂດຍສະເພາະ ການເປັນເຈົ້າພາບຈັດກອງປະຊຸມສຸດ ຍອດອາຊຽນ ແລະ ກອງປະຊຸມສຸດ ຍອດປິ່ນອ້ອມອື່ນໆ, ພ້ອມທັງລາຍງານ ຈຸດປະສົງ ຂອງການເດີນທາງມາ ສປປ ລາວ ໃນຄັ້ງນີ້ແລະ ແຈ້ງແຜນການເຂົ້າ ຮ່ວມກອງປະຊຸມລັດຖະມົນຕີ ປ້ອງ ກັນປະເທດອາຊຽນ ຄັ້ງທີ 18 ໃຫ້ສະ ຫາຍເລຂາທິການໃຫຍ່ ຮັບຊາບ. ຂ່າວ: ກິດຕາ; ພາບ: ຂັນໄຊ ໄດ້ລົງເລິກແລກປ່ຽນກ່ຽວກັບບັນຫາ ເພື່ອສັນຕິພາບໃນໂລກ; ເສີມຂະຫຍາຍ ສາຍພົວພັນ ແລະ ຄວາມປອງດອງ ຂອງບັນດາພັກການເມືອງ ກໍຄື ບັນດາ ປະເທດ ໃນການແກ້ໄຂບັນຫາສິ່ງທ້າ ທ້າຍຂອງໂລກຮ່ວມກັນ. ໃນໂອກາດ ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ ແທນພັກປປລາວ ໄດ້ປະກອບຄຳເຫັນ ໃນ 3 ກອງປະຊຸມດັ່ງກ່າວ ໂດຍຍົກໃຫ້ ເຫັນເຖິງສະພາບການຂອງໂລກໃນປັດ ຈຸບັນ ທີ່ກຳລັງຜະເຊີນໜ້າກັບສິ່ງທ້າ ທາຍທາງດ້ານການເມືອງ ແລະ ເສດ ຖະກິດ ທີ່ຄາດຄະເນໄດ້ຍາກ ອັນໄດ້ສົ່ງ ຜົນກະທົບຢ່າງໃຫຍ່ຫລວງຕໍ່ປະຊາຄົມ ໂລກ ເຊິ່ງມີຄວາມຮຽກຮ້ອງຢ່າງຍິ່ງ ໃຫ້ບັນດາພັກການເມືອງເພີ່ມທະວີ ຄວາມສາມັກຄີແລະການຮ່ວມມືໃນແຕ່ ລະດ້ານ, ສະໜັບສະໜູນເຊິ່ງກັນ ແລະ ກັນບົນຫລັກການຢູ່ຮ່ວມກັນ ໂດຍສັນ ຕິ ແລະ ຕ່າງຝ່າຍຕ່າງໄດ້ຮັບຜົນປະ ໂຫຍດ ເພື່ອປົກປັກຮັກສາສັນຕິພາບ, ຄວາມໝັ້ນຄົງ ແລະ ນຳເອົາຄວາມສົມ ບູນພູນສຸກມາສູ່ພາກພື້ນແລະທົ່ວໂລກ. ພັກ ປປ ລາວ ເຊື່ອໝັ້ນວ່າ ໄອແຄັບ ຈະ ສາມາດເປັນກົນໄກໜຶ່ງທີ່ສໍາຄັນທີ່ ຊ່ວຍຊຸກຍູ້ການສ້າງຄວາມເຂັ້ມແຂງ ໃຫ້ແກ່ການຮ່ວມມືຫລາຍຝ່າຍ ເພື່ອ ສົ່ງເສີມການພັດທະນາ ແລະ ຈະນໍາ ເອົາຄວາມຈະເລີນຮຸ່ງເຮືອງ ມາສູ່ພາກ ພື້ນ ກໍຄື ໃນໂລກ. ໃນການເຂົ້າຮ່ວມກອງປະຊຸມຄັ້ງ ນີ້, ສະຫາຍ ນາງ ປານີ ຢາທໍ່ຕູ້ ກໍາມະ ການກົມການເມືອງສູນກາງພັກ, ຮອງ ປະທານປະເທດແຫ່ງ ສປປ ລາວ ໄດ້ ເຂົ້າຢ້ຽມຂໍ່ານັບ ສົມເດັດອັກຄະມະຫາ ເສນາບໍດີ ເຕໂຈ ຮຸນເຊນ ປະທານພັກ ປະຊາຊົນກໍາປູເຈຍ, ປະທານສະພາສູງ ແຫ່ງ ຣາຊະອານາຈັກກໍາປູເຈຍ ແລະ ພົບປະ ກັບສົມເດັດມະຫາບໍວອນທິບໍດີ ຮຸນ ມາເນັດ ຮອງປະທານພັກ ປະຊາ ຊົນກຳປູເຈຍ, ນາຍົກລັດຖະມົນຕີແຫ່ງ ຣາຊະອານາຈັກກຳປູເຈຍ. ໃນການພົບປະສອງຝ່າຍຄັ້ງນີ້, ໄດ້ ຕີລາຄາສູງ ສາຍພົວພັນມິດຕະພາບ ອັນເປັນມູນເຊື້ອແລະການຮ່ວມມືແບບ ຄູ່ຮ່ວມຍຸດທະສາດ ຮອບດ້ານໝັ້ນຄົງ ຍາວນານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ- ກຳປູ ເຈຍ; ໄດ້ແລກປ່ຽນສະພາບພາຍໃນ ພັກ, ພາຍໃນປະເທດ ໂດຍສະເພາະສະ ພາບການພັດທະນາ ເສດຖະກິດ-ສັງຄົມ ຂອງແຕ່ລະປະເທດ; ເຫັນດີເປັນເອກະ ພາບກັນໃນການສືບຕໍ່ເສີມຂະຫຍາຍ ສາຍພົວພັນຂອງສອງພັກ, ສອງລັດ ເພື່ອຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການສຶກສາ, ການທ່ອງທ່ຽວ, ວຽກງານຊາຍແດນ ແລະ ພະລັງງາານ ເພື່ອນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ລາວ-ກໍາປູເຈຍ. ກອງປະຊຸມຄັ້ງນີ້, ໄດ້ປະສົບຜົນສຳ ເລັດຢ່າງຈົບງາມ ແລະ ໄດ້ເປັນເອກະ ພາບຮັບຮອງເອົາເອກະສານສຸດທ້າຍ ຂອງກອງປະຊຸມ ເຊິ່ງມີເນື້ອໃນຍົກໃຫ້ ເຫັນເຖິງຄວາມສໍາຄັນໃນການເພີ່ມທະ ວີຄວາມສາມັກຄີຂອງບັນດາພັກການ ເມືອງ ກໍຄື ການສຸມໃສ່ຄວາມພະຍາ ຍາມຮ່ວມກັນໃນການຮັບມືກັບບັນດາ ສິ່ງທ້າທ້າຍ ຕໍ່ສັນຕິພາບ, ຄວາມໝັ້ນ ຄົງ, ເສດຖະກິດ ແລະ ການພັດທະນາ ທີ່ບັນດາປະເທດໃນໂລກກໍາລັງຜະເຊີນ ຢູ່, ທັງເປັນການເພີ່ມທະວີການຮ່ວມມື ລະຫວ່າງ ບັນດາປະເທດອາຊຽນ ແລະ ປະເທດຕ່າງໆໃນໂລກ ເພື່ອເສີມຂະ ຫຍາຍຄວາມເຂັ້ມແຂງຮອບດ້ານ, ປະກອບສ່ວນເຂົ້າໃນການສ້າງສັນຕິ ພາບ, ມິດຕະພາບ ໃນພາກພື້ນສາກົນ. ຂ່າວ-ພາບ: ຄຕພ ຕໍ່ວຽກງານຄຸ້ມຄອງ ແລະ ພັດທະນາ ທີ່ ດິນກະສິກຳ ຕາມພາລະບົດບາດ ແລະ ໜ້າທີ່ ເພາະເປັນວຽກໜຶ່ງທີ່ປະກອບ ສ່ວນຢ່າງໃຫຍ່ຫລວງ ເຂົ້າໃນການ ຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມແຫ່ງຊາດຂອງລັດຖະບານ ໂດຍສະເພາະ ແມ່ນປະກອບສ່ວນໃນ ການຈັດຕັ້ງປະຕິບັດວຽກງານຈຸດສຸມ ຂອງຂະແໜງການກະສິກຳແລະປ່າໄມ້ ກໍຄືແຜນງານຄໍ້າປະກັນສະບຽງອາ ຫານ ແລະ ຜະລິດເປັນສິນຄ້າ ເພື່ອຊົມ ໃຊ້ພາຍໃນ ແລະ ສົ່ງອອກ ໃຫ້ສາມາດ ບັນລຸຜົນ ຕາມລະດັບຄາດໝາຍ. ໃນປີ 2017ຄະນະບໍລິຫານງານສູນກາງພັກ ໄດ້ອອກມະຕິ ສະບັບ ເລກທີ 026/ ຄບສພ, ລົງວັນທີ 03 ສິງຫາ 2017 ວ່າດ້ວຍການເພີ່ມທະວີ ວຽກງານຄຸ້ມ ການຄອງ ແລະ ພັດທະນາທີ່ດິນ ໃນໄລ ຍະໃໝ່ ຊຶ່ງມະຕິດັ່ງກ່າວໄດ້ເລັ່ງໃສ່ກຳ ນົດແຜນຍຸດທະສາດ ແລະ ແຜນການ ນໍາໃຊ້ທີ່ດິນແຕ່ລະປະເພດ ໃຫ້ສົມເຫດ ສົມຜົນ ໂດຍຮັກສາເນື້ອທີ່ປ່າໄມ້ ກວມ 70% ຂອງເນື້ອທີ່ທົ່ວປະເທດ. ໃນປີ 2018, ສະພາແຫ່ງຊາດ ໄດ້ຮັບຮອງ ເອົາແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ2030 ສະບັບເລກທີ098/ສພຊ ລົງວັນທີ 28 ມິຖຸນາ 2018 ຊຶ່ງແຜນ ແມ່ບົດດັ່ງກ່າວ ໄດ້ແບ່ງທີ່ດິນໃນ ສປປ ລາວ ອອກເປັນ 8 ປະເພດ. ໃນນັ້ນ, ທີ່ດິນກະສິກຳມີເນື້ອທີ່ ປະມານ 4,5 ລ້ານເຮັກຕາຫລື19%ຂອງ ເນື້ອທີ່ດິນ ທົ່ວປະເທດ ຊຶ່ງຂະແໜງກະສິກຳ ໄດ້ ກຳນົດທີ່ດິນດັ່ງກ່າວອອກເປັນ 4 ປະ ເພດການນໍາໃຊ້ດິນ ຄື: ເນື້ອທີ່ດິນນາ 2 ລ້ານເຮັກຕາ, ກວມເອົາ 44%; ເນື້ອ ທີ່ດິນປູກພືດລົ້ມລຸກ ຫລື ພືດອາຍຸສັ້ນ 1 ລ້ານເຮັກຕາ, ກວມເອົາ 22%; ເນື້ອ ທີ່ດິນປູກໄມ້ໃຫ້ໝາກຫລື ພືດອາຍຸຍາວ 0,8 ລ້ານເຮັກຕາ, ກວມເອົາ 18% ແລະ ເນື້ອທີ່ດິນທົ່ງຫຍ້າລ້ຽງສັດ 0,7 ລ້ານເຮັກຕາ,ກວມເອົາ16%ຂອງເນື້ອ ທີ່ດິນກະສິກຳໃນທົ່ວປະເທດ. ພ້ອມກັນ ນັ້ນ, ພວກເຮົາໄດ້ສໍາເລັດການກຳນົດ ວາງແຜນນໍາໃຊ້ທີ່ດິນກະສິກຳ ແບບມີ ສ່ວນຮ່ວມຂັ້ນບ້ານ; ການສໍາຫລວດ ຂອບເຂດ ແລະ ປະເມີນຄຸນນະພາບດິນ ນາເຂດຊົນລະປະທານ; ໄດ້ປັກຫລັກ ໝາຍເຂດສະຫງວນ ສໍາລັບດິນຜະລິດ ກະສິກຳ; ໄດ້ສ້າງຊາວນາ ແລະ ຄອບ ຄົວຕົວແບບແລະ ສໍາເລັດສ້າງຂໍ້ຕົກລົງ ແລະ ນິຕິກຳຂອງກະຊວງ ໄດ້ຈຳນວນ ໜຶ່ງ. ຄຽງຄູ່ກັບຜົນສໍາເລັດຂັ້ນຕົ້ນທີ່ ກ່າວມາຂ້າງເທິງນັ້ນ, ຍັງມີຂໍ້ຄົງຄ້າງ ເຊັ່ນ: ການສໍາຫລວດ, ກຳນົດແບ່ງເຂດ ແລະ ວາງແຜນນໍາໃຊ້ທີ່ດິນກະສິກຳ ໃນຂອບເຂດທົ່ວປະເທດ ຍັງບໍ່ທັນລະ ອຽດເທົ່າທີ່ຄວນ, ບໍ່ທັນໄດ້ປັກຫລັກ ໝາຍ ແລະ ກຳນົດເຂດສະຫງວນດິນ ກະສິກຳໄວ້; ສະພາບການນໍາໃຊ້ທີ່ດິນ ກະສິກຳ ຂອງກະສິກອນບໍ່ທັນຖືກຕ້ອງ ຕາມເຕັກນິກວິຊາການ; ຍັງຂາດນິຕິ ກຳສະເພາະໃນການຄຸ້ມຄອງ ແລະ ພັດ ທະນາທີ່ດິນກະສິກຳ; ທີ່ດິນກະສິກຳ ຢູ່ ຫລາຍທ້ອງຖິ່ນ ຖືກຫັນປ່ຽນ ໄປສູ່ເປົ້າ ໝາຍອື່ນຢ່າງຊະຊາຍ ດ້ວຍຮູບແບບ ຕ່າງໆ; ການເຜີຍແຜ່ຂໍ້ມູນຂ່າວສານ ກ່ຽວກັບດິນ ແລະ ທີ່ດິນກະສິກຳ ຍັງບໍ່ ທົ່ວເຖິງ; ວິຊາການສະເພາະດ້ານຢູ່ຂັ້ນ ທ້ອງຖິ່ນຍັງມີຈຳກັດ, ບາງເມືອງຍັງບໍ່ ທັນມີໜ່ວຍງານຄຸ້ມຄອງ ແລະ ພັດທະ ນາທີ່ດິນປະຈຳເມືອງ ແລະ ງົບປະມານ ສໍາລັບນໍາໃຊ້ເຂົ້າໃນວຽກງານດັ່ງ ກ່າວ ຍັງມີບໍ່ພຽງພໍ. ເພື່ອຜັນຂະຫຍາຍມະຕິ026/ຄບສພ ແລະ ແຜນແມ່ບົດຈັດສັນທີ່ດິນແຫ່ງ ຊາດ ເລກທີ 098/ ສພຊ ແລະ ຍ້ອນ ເຫັນໄດ້ຄວາມສໍາຄັນ ຂອງທີ່ດິນກະສິ ກຳ ແລະ ເພື່ອແກ້ໄຂບັນຫາຂໍ້ຄົງຄ້າງ ທີ່ກ່າວມາຂ້າງເທິງນັ້ນ ຈຶ່ງມີຄວາມ ຈຳເປັນ ຕ້ອງໄດ້ກຳນົດວິໄສທັດ ແລະ ຍຸດທະສາດ ໃນການຄຸ້ມຄອງ ແລະ ພັດ ທະນາທີ່ດິນກະສິກຳ ສະບັບນີ້ ເພື່ອເປັນ ເອກະສານ ພື້ນຖານສໍາລັບການກຳນົດ ທິດທາງໃນການຄຸ້ມຄອງ ແລະ ພັດທະ ນາທີ່ດິນກະສິກຳ ເພື່ອປະກອບສ່ວນ ພັດທະນາ ຂະແໜງທີ່ດິນກະສິກຳ ແລະ ປ່າໄມ້ ຕາມທິດສີຂຽວ ແລະ ຍືນຍົງ, ເປັນບ່ອນອີງໃຫ້ຂະແໜງການອື່ນແລະ ອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ນໍາໄປຜັນຂະຫຍາຍໃຫ້ແທດເໝາະ ກັບ ການພັດທະນາໄລຍະໃໝ່ ຢູ່ທ້ອງຖິ່ນ ຂອງຕົນ. ທ່ານ ລິນຄໍາ ດວງສະຫວັນ ຍັງໃຫ້ ຮູ້ອີກວ່າ: ພາຍຫລັງທີ່ສໍາເລັດການ ສ້າງຮ່າງວິໄສທັດ ຮອດປີ 2040 ແລະ ຍຸດທະສາດການຄຸ້ມຄອງ ແລະ ພັດທະ ນາທີ່ດິນກະສິກຳ ຮອດປີ 2030 ຖືກ ຮັບຮອງ ແລະ ປະກາດໃຊ້ຄາດວ່າຈະ ໄດ້ຜັນຂະຫຍາຍແຜນແມ່ບົດຈັດສັນທີ່ ດິນແຫ່ງຊາດ ອອກເປັນຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະ ສິກຳ;ສາມາດກຳນົດແບ່ງປະເພດແລະ ວາງແຜນນໍາໃຊ້ທີ່ດິນກະສິກຳ 4,5 ລ້ານເຮັກຕາ ຕາມແຜນແມ່ບົດຈັດສັນ ທີ່ດິນແຫ່ງຊາດ ໃນລະດັບມະຫາພາກ ແລະ ຈຸນລະພາກ ຊຶ່ງເປັນບ່ອນອີງໃຫ້ ແກ່ຂະແໜງການ ແລະ ທ້ອງຖິ່ນ ໄດ້ນໍາ ໃຊ້ເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງຕົນ ແລະ ມີການຄຸ້ມຄອງ, ນໍາໃຊ້ຢ່າງມີປະສິດທິຜົນ; ປະກອບ ສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນ ພັດທະນາເສດຖະກິດ-ສັງຄົມຂອງປະ ເທດ ໂດຍສະເພາະແມ່ນພື້ນທີ່ດິນສໍາ ລັບການຜະລິດຄໍ້າປະກັນສະບຽງອາ ຫານ ແລະ ຜະລິດເປັນສິນຄ້າ; ສາມາດ ກຳນົດມາດຕະການ, ກົນໄກແລະ ການ ປະສານງານກັບຂະແໜງການ ແລະ ພາກສ່ວນທີ່ກ່ຽວຂ້ອງມີຄວາມຊັດ ເຈນ ແລະ ຈະແຈ້ງຂຶ້ນ ເຮັດໃຫ້ການ ຈັດຕັ້ງປະຕິບັດວຽກງານທີ່ດິນກະສິ ກຳ ມີຄວາມຄ່ອງຕົວ ແລະ ມີປະສິດທິ ຜົນດີ; ຜູ້ປະກອບການ ແລະ ນັກລົງທຶນ ສາມາດເຂົ້າເຖິງຂໍ້ມູນ ທີ່ດິນກະສິກຳ ຜ່ານລະບົບເອເລັກໂຕຣນິກ; ເປັນ ບ່ອນອີງ ໃນການນໍາສະເໜີຕໍ່ຜູ້ໃຫ້ທຶນ ແລະ ນັກລົງທຶນ ທີ່ມີຄວາມສົນໃຈວຽກ ງານການຄຸ້ມຄອງ ແລະ ພັດທະນາທີ່ ດິນກະສິກຳໃນຕໍ່ໜ້າ; ນັກວິຊາການ ແລະ ພື້ນຖານໂຄງລ່າງກະສິກຳ ຈະໄດ້ ຮັບການສ້າງ ແລະ ປັບປຸງ ການຍົກ ລະດັບໃຫ້ມີຄຸນນະພາບ ຕາມແຜນທີ່ ກຳນົດໄວ້. ຂ່າວ: ສົມຫວັງ ; ພາບ: ຂັນໄຊ ເພື່ອເຮັດໃຫ້ການຮ່ວມມືໃນການສະ ກັດກັ້ນ ແລະ ຕ້ານອາຊະຍາກໍາ, ການ ສືບສວນ-ສອບສວນແລະການດໍາເນີນ ຄະດີອາຍາ ມີປະສິດທິພາບຫລາຍຂຶ້ນ ແນໃສ່ປົກປັກຮັກສາຄວາມເປັນລະ ບຽບຮຽບຮ້ອຍ, ປົກປ້ອງສິດ ແລະ ຜົນປະໂຫຍດຂອງລັດ ແລະ ພົນລະ ເມືອງຂອງທັງສອງປະເທດ. ໂອກາດດຽວກັນ, ທ່ານຫົວໜ້າກົມ ກົດໝາຍລະຫວ່າງປະເທດແລະ ຮ່ວມມື ສາກົນ ກະຊວງຍຸຕິທໍາ ແຫ່ງ ສ ຣັດເຊຍ ກໍໄດ້ສະແດງຄວາມຂອບໃຈມາຍັງ ທ່ານຫົວໜ້າອົງການໄອຍະການປະ ຊາຊົນສູງສຸດ ທີ່ໃຫ້ການຕ້ອນຮັບຢ່າງ ອົບອຸ່ນໃນຄັ້ງນີ້, ພ້ອມທັງຖືໂອກາດນີ້ ແຈ້ງໃຫ້ຊາບເຖິງຈຸດປະສົງຂອງການ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ທາງການຢູ່ ສປປ ລາວ ອີກດ້ວຍ. ຂ່າວ-ພາບ: ອອປສ ທ້ອງຖິ່ນ ໃນການຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດວຽກງານ 3 ສ້າງ ເຂົ້າ ສູ່ລວງເລິກຊຶ່ງກະຊວງພາຍໃນ, ຄະນະ ປະເມີນຜົນວຽກງານ 3 ສ້າງຂັ້ນທ້ອງ ຖິ່ນ ກໍໄດ້ຈັດຕັ້ງການປະເມີນວຽກງານ ດັ່ງກ່າວ ໃນທົ່ວປະເທດ. ຜ່ານຂະບວນ ການປະເມີນສາມາດສັງລວມດັ່ງນີ້: ການສ້າງແຂວງເປັນຫົວໜ່ວຍຍຸດ ທະສາດ: ການປະເມີນໄລຍະປີ 20162020ຈໍານວນດ້ານທີ່ບັນລຸຂອງແຕ່ລະ ແຂວງ ແມ່ນບັນລຸ 7 ດ້ານ ມີ 3 ແຂວງ (ນະຄອນຫລວງວຽງຈັນ, ສະຫວັນ ນະເຂດ ແລະ ແຂວງຈໍາປາສັກ), ບັນລຸ 6 ດ້ານ ມີ 4 ແຂວງ (ອຸດົມໄຊ, ວຽງຈັນ, ບໍ່ແກ້ວ ແລະ ບໍລິຄໍາໄຊ), ບັນລຸ 5 ດ້ານ ມີ 3 ແຂວງ (ຫລວງ ພະບາງ, ຫລວງນໍ້າທາ, ຊຽງຂວາງ), ບັນລຸ 4 ດ້ານ 0 ແຂວງ, ບັນລຸ 3 ດ້ານມີ 4 ແຂວງ (ອັດຕະປື, ເຊກອງ, ສາລະວັນ ແລະ ຄໍາມ່ວນ), ບັນລຸ 2 ດ້ານ ມີ 3 ແຂວງ (ຫົວພັນ, ໄຊຍະບູລີ ແລະ ໄຊສົມບູນ), ບັນລຸ 1 ດ້ານ ມີ 1 ແຂວງ (ຜົ້ງສາລີ); ການປະເມີນໃນປີ 2023 ບັນລຸ 7 ດ້ານ 0 ແຂວງ, ບັນລຸ 6 ດ້ານ ມີ 1 ແຂວງ (ບໍລິຄໍາໄຊ), ບັນລຸ 5 ດ້ານ ມີ 3 ແຂວງ (ບໍ່ແກ້ວ, ອຸດົມໄຊ ແລະ ຫລວງພະບາງ), ບັນລຸ 4 ດ້ານ ມີ 2 ແຂວງ (ຄໍາມ່ວນ ແລະ ເຊກອງ), ບັນລຸ 3 ດ້ານ ມີ 4 ແຂວງ (ຫລວງ ນໍ້າທາ, ຫົວພັນ, ໄຊຍະບູລີ ແລະ ໄຊ ສົມບູນ), ບັນລຸ 2 ດ້ານ 0 ແຂວງ, ບັນລຸ 1 ດ້ານ 1 ແຂວງ (ຜົ້ງສາລີ). ພ້ອມດຽວກັນນີ້, ໃນແຕ່ລະດ້ານ ຂອງການສ້າງແຂວງເປັນຫົວໜ່ວຍ ຍຸດທະສາດ ໃນການປະເມີນປີ 2016- 2020 ດ້ານພັກ-ພະນັກງານ ບັນລຸມີ: ນະຄອນຫລວງວຽງຈັນ ແລະ 10 ແຂວງ, ບໍ່ບັນລຸ 7 ແຂວງ; ດ້ານການ ປົກຄອງ ແລະ ການບໍລິຫານລັດ ບັນລຸ ມີ: ນະຄອນຫລວງວຽງຈັນ ແລະ 9 ແຂວງ, ບໍ່ບັນລຸ 8 ແຂວງ; ດ້ານການ ຊຸກດັນການຂະຫຍາຍເສດຖະກິດແຫ່ງ ຊາດ ບັນລຸມີນະຄອນຫລວງວຽງຈັນ ແລະ 13 ແຂວງ, ບໍ່ບັນລຸ 4 ແຂວງ; ດ້ານການເງິນ ບັນລຸ ມີ ນະຄອນຫລວງ ວຽງຈັນ ແລະ 16 ແຂວງ, ບໍ່ບັນລຸ 1 ແຂວງ; ດ້ານການຄຸ້ມຄອງ, ຂຸດຄົ້ນ ແລະ ນໍາໃຊ້ແຫລ່ງຊັບພະຍາກອນທໍາ ມະຊາດ ບັນລຸມີ ນະຄອນຫລວງວຽງ ຈັນ ແລະ 7 ແຂວງ, ບໍ່ບັນລຸ 10 ແຂວງ; ດ້ານວັດທະນະທໍາ-ສັງຄົມ ແລະ ການ ພັດທະນາຊັບພະຍາກອນມະນຸດ ບັນລຸ ມີ ນະຄອນຫລວງວຽງຈັນ ແລະ 9 ແຂວງ, ບໍ່ບັນລຸ 8 ແຂວງ; ດ້ານການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ບັນລຸມີ ນະຄອນຫລວງວຽງຈັນ ແລະ 8 ແຂວງ, ບໍ່ບັນລຸ 9 ແຂວງ. ການປະເມີນປີ 2023 ດ້ານພັກພະນັກງານ ບັນລຸມີ 9 ແຂວງ, ບໍ່ບັນລຸ 2 ແຂວງ; ດ້ານການປົກຄອງ ແລະ ການບໍລິຫານລັດບັນລຸ7ແຂວງ, ບໍ່ບັນ ລຸ 4 ແຂວງ; ດ້ານການຊຸກດັນການຂະ ຫຍາຍຕົວເສດຖະກິດແຫ່ງຊາດ ບັນລຸ 9 ແຂວງ, ບໍ່ບັນລຸ 2 ແຂວງ; ດ້ານ ການເງິນ ບັນລຸ 10 ແຂວງ, ບໍ່ບັນລຸ 1 ແຂວງ;ດ້ານການຄຸ້ມຄອງ,ຂຸດຄົ້ນແລະ ນໍາໃຊ້ແຫລ່ງຊັບພະຍາກອນທໍາມະ ຊາດບັນລຸ1ແຂວງ,ບໍ່ບັນລຸ10 ແຂວງ; ດ້ານວັດທະນະທໍາ-ສັງຄົມ ແລະ ການ ພັດທະນາຊັບພະຍາກອນມະນຸດ ບັນລຸ 4 ແຂວງ ບໍ່ບັນລຸ 7 ແຂວງ; ດ້ານການ ປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ບັນລຸ 2 ແຂວງ, ບໍ່ບັນລຸ 9 ແຂວງ. ສ່ວນການສ້າງເມືອງເປັນຫົວໜ່ວຍ ເຂັ້ມແຂງຮອບດ້ານ: ການປະເມີນ ໄລຍະປີ 2016-2020 ຈໍານວນເມືອງ ທີ່ບັນລຸ 5 ດ້ານ ມີ 19 ເມືອງ, ບັນລຸ 4 ດ້ານ ມີ 21 ເມືອງ, ບັນລຸ 3 ດ້ານ ມີ 17 ເມືອງ, ບັນລຸ 2 ດ້ານ ມີ 27 ເມືອງ, ບັນລຸ 1 ດ້ານ ມີ 26 ເມືອງ, ບໍ່ບັນລຸຈັກດ້ານມີ 38 ເມືອງ; ການ ປະເມີນ ປີ 2023 ຈໍານວນເມືອງ ທີ່ບັນ ລຸ 5 ດ້ານ ມີ 3 ເມືອງ, ບັນລຸ 4 ດ້ານ ມີ 12 ເມືອງ, ບັນລຸ 3 ດ້ານ ມີ 12 ເມືອງ, ບັນລຸ 2 ດ້ານ ມີ 19 ເມືອງ, ບັນລຸ 1 ດ້ານ ມີ 15 ເມືອງ, ບໍ່ບັນລຸຈັກ ດ້ານມີ 16 ເມືອງ. ພ້ອມນີ້, ຈໍານວນ ເມືອງທີ່ບັນລຸໃນແຕ່ລະດ້ານ ຊຶ່ງການ ປະເມີນໄລຍະປີ 2016-2020 ໃນ ດ້ານພັກ-ພະນັກງານ ບັນລຸ 3 ນະຄອນ ແລະ 82 ເມືອງ, ບໍ່ບັນລຸ 63 ເມືອງ; ດ້ານການປົກຄອງ ແລະ ບໍລິຫານລັດ ບັນລຸ 3 ນະຄອນ ແລະ 34 ເມືອງ, ບໍ່ບັນລຸ 111 ເມືອງ; ດ້ານການຊຸກຍູ້ ການຂະຫຍາຍຕົວເສດຖະກິດ, ການ ເງິນ, ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ບັນລຸ 3 ນະຄອນ ແລະ 38 ເມືອງ, ບໍ່ບັນລຸ 107 ເມືອງ; ດ້ານ ການຄຸ້ມຄອງວັດທະນະທຳ-ສັງຄົມ ບັນລຸ 3 ນະຄອນ ແລະ 78 ເມືອງ, ບໍ່ບັນລຸ 67 ເມືອງ; ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ບັນລຸ 3 ນະ ຄອນ ແລະ 63 ເມືອງ, ບໍ່ບັນລຸ 82 ເມືອງ. ໃນການປະເມີນປີ 2023 ດ້ານ ພັກ-ພະນັກງານ ມີ 1 ນະຄອນ ແລະ 48 ເມືອງ, ບໍ່ບັນລຸ 28 ເມືອງ; ດ້ານ ການປົກຄອງ ແລະ ບໍລິຫານລັດ ບັນລຸ 1 ນະຄອນ ແລະ 11 ເມືອງ, ບໍ່ບັນລຸ 65 ເມືອງ; ດ້ານການຊຸກຍູ້ການຂະ ຫຍາຍຕົວເສດຖະກິດ, ການເງິນ, ຊັບ ພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ບັນລຸ 1 ນະຄອນ ແລະ 23 ເມືອງ, ບໍ່ບັນລຸ 53 ເມືອງ; ດ້ານການ ຄຸ້ມຄອງວັດທະນະທໍາ-ສັງຄົມ ບັນລຸ 1 ນະຄອນ ແລະ 35 ເມືອງ, ບໍ່ບັນລຸ 41 ເມືອງ; ດ້ານປ້ອງກັນຊາດ, ປ້ອງ ກັນຄວາມສະຫງົບ ບັນລຸ 1 ນະຄອນ ແລະ 30 ເມືອງ, ບໍ່ບັນລຸ 46 ເມືອງ. ສໍາລັບການສ້າງບ້ານເປັນຫົວໜ່ວຍ ພັດທະນາ, ນັບແຕ່ປີ 2016 ເຖິງປັດ ຈຸບັນ ສ້າງບ້ານເປັນຫົວໜ່ວຍພັດທະ ນາໄດ້ 3.618 ບ້ານ. ທ່ານ ວິໄລວົງ ບຸດດາຄໍາ ຍັງໃຫ້ ຮູ້ວ່າ: ໄລຍະປີ 2021-2022 ບັນດາ ອົງການປົກຄອງທ້ອງຖິ່ນໃນທົ່ວປະ ເທດ ໄດ້ຢຸດເຊົາການປະເມີນການຈັດ ຕັ້ງປະຕິບັດນະໂຍບາຍ 3 ສ້າງ, ເນື່ອງ ຈາກສະພາບພາຍໃນທົ່ວປະເທດມີ ຄວາມຫຍຸ້ງຍາກຍ້ອນການແພ່ລະ ບາດຂອງພະຍາດໂຄວິດ-19;ປີ2023 ກໍມີພຽງ 11 ແຂວງທີ່ສົ່ງຜົນການ ປະເມີນ (7 ແຂວງທີ່ບໍ່ສົ່ງຜົນການ ປະເມີນ); ປີ 2024 ນະຄອນຫລວງ ວຽງຈັນ, ບັນດາແຂວງ ກຳລັງສະ ຫລຸບສັງລວມການປະເມີນ. ຂ່າວ: ສົມຫວັງ; ພາບ: ເກດສະໜາ ແຕ່ເຖິງແນວໃດກໍຕາມ, ໃນຕອນທ້າຍ ຂອງກອງປະຊຸມ, ທ່ານ ໂພສີ ແກ້ວ ມະນີວົງ ໄດ້ເນັ້ນໃຫ້ບັນດາອະນຸກໍາ ມະການ ສືບຕໍ່ດໍາເນີນການໜ້າວຽກ ຂອງຕົນດ້ວຍຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບສູງ ເພື່ອຮັບປະ ກັນໃຫ້ການເປັນປະທານກອງປະຊຸມ ເວທີສື່ມວນຊົນອາຊຽນ ຄັ້ງທີ 8 ໃຫ້ ໄດ້ຮັບຜົນສໍາເລັດຢ່າງຈົບງາມ. ຂ່າວ: ສົມຫວັງ ; ພາບ: ອ່າຍຄໍາ ໃນສົກຮຽນ 2023-2024 ສະຖາບັນ ຂົງຈື ໄດ້ສໍາເລັດການຈັດສອບເສັງ ຄັດເລືອກນັກສຶກສາເຂົ້າຮຽນ ແລະ ລົງ ທະບຽນຮັບນັກສຶກສາຫລັກສູດປະລິນ ຍາຕີ ສາຂາຄູພາສາຈີນປີ 1 ສົກຮຽນ 2024 ຈໍານວນ 106 ຄົນ, ປັດຈຸບັນ ສະຖາບັນຂົງຈືມີນັກສຶກສາປີ 1 ຫາ ປີ 4 ຈໍານວນ 336 ຄົນ ຍິງ 103 ຄົນ, ໄດ້ສໍາເລັດການຝຶກອົບຮົບພາສາຈີນ ສະເພາະ ໃຫ້ຄະນະນໍາຄະນະຈັດຕັ້ງ ສູນກາງພັກ, ສໍາເລັດການຝຶກອົບຮົມ ຫລັກສູດ ບໍາລຸງພາສາຈີນ ໃຫ້ກໍາລັງ ປ້ອງກັນຄວາມສະຫງົບ ກົມໃຫຍ່ສັນ ຕິບານ, ສໍາເລັດການດໍາເນີນຂໍ້ຕົກລົງ ທຶນນະໂຍບາຍໃຫ້ແກ່ນັກສຶກສາທຸກ ຍາກ, ຮຽນດີຮຽນເກັ່ງທີ່ສະຖາບັນຂົງ ຈື ຊຸດທີ 27-28 ປະຈໍາສົກປີ 20232024 ທັງໝົດ 240 ທຶນຕໍ່ປີ, ສໍາເລັດ ການປະເມີນ ການສອນຂອງອາຈານ ໃນຫລັກສູດປະລິນຍາຕີສາຂາຄູພາສາ ຈີນ, ພາກບໍາລຸງພາສາຈີນ, ຫ້ອງຮຽນ ຂົງຈື ແລະ ຈຸດຮຽນພາສາຈີນຂອງສະ ຖາບັນຂົງຈື ປະຈໍາສົກຮຽນ 20232024 ຈໍານວນ 2 ຄັ້ງ ແລະ ອື່ນໆ. ໃນພິທີ, ຍັງໄດ້ມອບນາມມະຍົດພັດ ທະນາດີເດັ່ນໃຫ້ພະນັກງານຄູ-ອາ ຈານ, ມອບໃບຍ້ອງຍໍຂັ້ນລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ແລະ ຂັ້ນອະທິການບໍດີ ມຊ ໃຫ້ຄູ-ອາຈານ ທີ່ມີຜົນງານດີເດັ່ນໃນໄລຍະ 1 ປີຜ່ານ ມາ ແລະ ພິທີເຊັນສັນຍາສືບຕໍ່ມອບທຶນ ການສຶກສາໃຫ້ແກ່ນັກສຶກສາທຸກຍາກ, ຮຽນດີຮຽນເກັ່ງຂອງທະນາຄານ ລາວ- ຈີນ ໃຫ້ແກ່ສະຖາບັນຂົງຈື ຕື່ມອີກ. ຂ່າວ-ພາບ: ກິດຕາ ກວດກາ ແລະ ຄັດແຍກລະດັບຄວາມ ຮ້າຍແຮງຂອງຜູ້ທີ່ຖືກບາດເຈັບ (ຄົນ ເຈັບໜັກ, ຄົນເຈັບກາງ ແລະ ຄົນເຈັບ ເບົາ ), ຮ່ວມກັນກອບກູ້ ແລະ ຊ່ວຍ ເຫລືອຄົນເຈັບທີ່ມີບັນຫາກ່ຽວກັບລະ ບົບຫາຍໃຈ, ຮ່ວມກັນຝຶກແອບວີທີແກ້ ໄຂ, ປິ່ນປົວ, ການເຄື່ອນຍ້າຍ ແລະ ນຳສົ່ງຜູ້ຖືກບາດເຈັບຈາກໂຮງໝໍສະ ໜາມຂັ້ນ 2 ແລະ ໄປຫາໂຮງໝໍຂັ້ນ 3 ທີ່ຂະບວນລົດໄຟສັນຕິພາບ ດ້ວຍ ການນຳໃຊ້ລົດແພດສະໜາມນຳສົ່ງ. ຜ່ານຝຶກຊ້ອມໃນໄລຍະ 7 ວັນຜ່ານ ມາ, ເຫລົ່າຮົບເສນາຮັກ ກອງທັບປະ ຂາຊົນລາວ ຍັງໄດ້ຮຽນຮູ້ເຕັກນິກການ ເຊີດຊູ ແລະ ປີ່ນປົວຄົນເຈັບເວລາ ເຄື່ອນຍ້າຍຢູ່ເທິງລົດໄຟ, ຮຽນຮູ້ວິທີ ນຳສົ່ງຄົນເຈັບທາງອາກາດ (ນຳສົ່ງ ດ້ວຍຍົນ) ເຊິ່ງການຝຶກຂະບວນລົດໄຟ ສັນຕິພາບ 2024 ຄັ້ງນີ້ ໄດ້ສ້າງສາຍ ສຳພັນສະໜິດແໜ້ນ, ເພີ່ມຄວາມສາ ມັກຄີຮັກແພງ ລະຫວ່າງ ທີມແພດນັກຝຶກ ຂອງລາວ ແລະ ຈີນ ໂດຍ ສະເພາະແມ່ນໄດ້ແລກປ່ຽນບົດຮຽນ ຄວາມຮູ້ແລະປະສົບການໃນການກອບ ກູ້ ແລະ ຊ່ວຍເຫລືອຜູ້ທີ່ໄດ້ຮັບຜົນກະ ທົບຈາກໄພພິບັດທຳມະຊາດ ແລະ ແລກປ່ຽນບົດຮຽນໃນການປິ່ນປົວຄົນ ເຈັບຢູ່ໂຮງໝໍ ຕື່ມອີກ. ພ້ອມນີ້, ໃນພິທີກໍໄດ້ຜ່ານຂໍ້ຕົກ ລົງຂອງ ກະຊວງປ້ອງກັນປະເທດ ວ່າ ດ້ວຍການມອບຫລຽນໄຊພິລະອາດ ຫານຊັ້ນ III ໃຫ້ຝ່າຍຈີນ ຈໍານວນ 40 ສະຫາຍ; ມອບຫລຽນກາມິດຕະ ພາບກອງທັບປະຊາຊົນລາວ ໃຫ້ຈຳ ນວນ 110 ສະຫາຍ ແລະ ຕາງໜ້າ ກໍາລັງຝຶກຊ້ອມຝ່າຍລາວ 10 ສະຫາຍ. ໂອກາດນີ້, ສະຫາຍ ພົນຕີ ຄຳເພັດ ສີຊານົນ ໄດ້ມີຄໍາເຫັນວ່າ: ການຝຶກ ຊ້ອມຮ່ວມສອງກອງທັບລາວ-ຈີນ ຄັ້ງນີ້ ຈະເກີດຂຶ້ນ ແລະ ສຳເລັດລົງໄດ້ ຍ້ອນການນຳຂັ້ນສູງເຫັນໄດ້ຄວາມ ໝາຍຄວາມສຳຄັນ ໂດຍແມ່ນລັດຖະ ມົນຕີກະຊວງປ້ອງກັນປະເທດ ທັງ ສອງຝ່າຍໄດ້ອະນຸມັດໃຫ້ຈັດຕັ້ງຂະ ບວນລົດໄຟສັນຕິພາບ 2024 ນີ້, ໄດ້ ແຕ່ງຕັ້ງຄະນະຊີ້ນຳ ແລະ ມອບໝາຍ ໜ້າທີ່ໃຫ້ແຕ່ລະພາກສ່ວນຮັບຜິດຊອບ ຢ່າງລະອຽດ ໂດຍສະເພາະແມ່ນກົມ ເສນາຮັກ, ກົມໃຫຍ່ພະລາທິການ ເຊິ່ງ ຮັບຜິດຊອບໂດຍກົງກ່ຽວກັບເນື້ອ ໃນການຫັດແອບ, ບັນດາສະຫາຍທີ່ ໄດ້ຮັບການແຕ່ງຕັ້ງກໍໄດ້ຕັ້ງໜ້າປະຕິ ບັດໜ້າທີ່ຂອງຕົນຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງ, ເຖິງວ່າ ການຝຶກຊ້ອມຄັ້ງນີ້ສະພາບອາກາດບໍ່ ເອື້ອອຳນວຍ (ອາກາດຮ້ອນ), ໄລຍະ ເວລາໃນການກະກຽມ-ຝຶກຊ້ອມສັ້ນ, ແຕ່ຄະນະຮັບຜິດຊອບຊີ້ນຳ, ອະນຸກຳມະ ການ ແລະ ນັກຝຶກແອບທຸກສະຫາຍທັງ ລາວ ແລະ ຈີນ ກໍໄດ້ເອົາໃຈໃສ່ສຸມໝົດ ທຸກສະຕິ ກຳລັງເຫື່ອແຮງຂອງຕົນ ຜ່ານຜ່າ ໂດຍນຳໃຊ້ເຕັກນິກການຫັດ ແອບໄດ້ຖືກຕ້ອງຕາມຫລັກການສາ ກົນ, ພ້ອມທັງມີຄວາມປອດໄພ 100% ແລະ ການຝຶກຊ້ອມຄັ້ງນີ້, ນອກຈາກ ເປັນການສ້າງຄວາມເຂັ້ມແຂງໃຫ້ແກ່ ນັກວິຊາການ-ແພດໝໍ ແລະ ການແລກ ປ່ຽນບົດຮຽນ-ປະສົບການໃນການປິ່ນ ປົວແລ້ວ ຍັງເປັນຂີດໝາຍທີ່ສຳຄັນ ເຖິງການຮັດແໜ້ນຄວາມສາມັກຄີ ມິດຕະພາບ, ສອງພັກ, ສອງລັດກໍຄືປະ ຊາຊົນສອງຊາດ ລາວ-ຈີນ ໃນການກະ ຄວາມພ້ອມໃຫ້ການຊ່ວຍເຫລືອເຊິ່ງ ກັນ ແລະ ກັນ ໃນທຸກສະພາບການ. ຂ່າວ: ບິກໄຊ ຄະນະຜູ້ແທນລາວ... ລັດຖະບານ... ຫົວໜ້າ... ຜົນການປະເມີນ... ສະຫາຍ ພົນຈັດຕະວາ ຄໍາແພງ ພູມມາແກ້ວ ຫົວໜ້າກົມເສນາຮັກ ກົມ ໃຫຍ່ພະລາທິການກອງທັບປະຊາຊົນ ລາວ, ຄະນະຊີ້ນໍາລວມຝ່າຍລາວ ໄດ້ ລາຍງານຜົນສໍາເລັດການຈັດຕັ້ງຫັດ ແອບ-ຝຶກຊ້ອມຮ່ວມສອງກອງທັບ ລາວ-ຈີນ ຄັ້ງນີ້ ໂດຍໄດ້ນຳໃຊ້ກຳລັງ ຈາກສອງກອງທັບ ທັງໝົດ 638 ຄົນ, ພາຫະນະເຕັກນິກວິຊາສະເພາະ ຈຳ ນວນ 30 ຄັນ, ມີລົດໄຟການແພດ 1 ຂະບວນ ແລະ ຍົນຂຶ້ນຊື່ 1 ລຳ. ນອກ ຈາກນີ້, ທັງສອງພາກສ່ວນແມ່ນຮ່ວມ ກັນໄດ້ຊອກຄົ້ນ ແລະ ກອບກູ້ຜູ້ປະສົບ ໄພຢູ່ເຂດທີ່ເກີດດິນເຈື່ອນທັບຖົມ, ໄດ້ ຫາລື... ສະຖາບັນຂົງຈື... ປິດການຝຶກ...

RkJQdWJsaXNoZXIy MTc3MTYxMQ==