6003

xtgmf]k; 4 3]d c]t gsfdko 12/11/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp [5 odt4y o,tsklk,a d7u [= ]y 7ew-{o; mvf4;kp16j ;a frt[kffkol6 ' *** ຕໍ່ຈາກໜ້າ 1 *** ສ້າງຄວາມເຂັ້ມແຂງ... *** ຕໍ່ຈາກໜ້າ 1 *** ພະນັກງານ... ຕິບັດຕົວຈິງ. ໄລຍະຜ່ານມາ ໂຄງການແກມຊິວ ອົງການໄອຍະການປະຊາຊົນ ສປ ຈີນ ໃນແຕ່ລະໄລຍະ, ການກວດກາການ ດຳເນີນຄະດີອາຍາແບບສີສັນຂອງ ຈີນ, ການດຳເນີນຄະດີແພ່ງການຄ້າ ສາກົນແບບສີສັນຂອງຈີນ, ການສັ່ງ ຟ້ອງຄະດີທີ່ເປັນສີສັນຂອງ ສປ ຈີນ ແລະ ລະບົບການສັ່ງຟ້ອງເພື່ອສາທາ ລະນະຂອງ ສປ ຈີນ. ໂອກາດນີ້, ທ່ານ ໄຊຊະນະ ໂຄດພູ ທອນ ໄດ້ເນັ້ນໃຫ້ສໍາມະນາກອນເອົາ ໃຈໃສ່ຖອດຖອນບົດຮຽນ, ເຕັກນິກ ວິຊາການ ນຳບັນດາຄູອາຈານທີ່ຊ່ຽວ ໄດ້ເຊັນບົດບັນທຶກຄວາມເຂົ້າໃຈ ກັບ ກະຊວງ ຖວທ ຕາງໜ້າໂດຍກົມສື່ມວນ ຊົນ ແລະ ອົງການແຄຣ ນານາຊາດ ປະຈຳ ສປປ ລາວ ໂດຍມອບໝາຍໃຫ້ ສະມາ ຄົມນັກຂ່າວແຫ່ງ ສປປ ລາວ ແລະ ອົງການແຄຣ ນານາຊາດ ປະຈຳ ສປປ ລາວ ເປັນຜູ້ດຳເນີນການປະຕິບັດ ກິດຈະກຳຂອງໂຄງການ ຄື: ສື່ມວນ ຊົນຂອງລັດ ແລະ ສື່ພາກສັງຄົມທີ່ໄດ້ ລົງທະບຽນຖືກຕ້ອງຕາມກົດໝາຍ ສປປ ລາວ ຈະໄດ້ຮັບການຍົກລະດັບ ທັກສະດ້ານວິຊາຊີບ ລວມທັງການນຳ ຂປລ. ກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ຮ່ວມກັບສະຖານທູດ ແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ ຈັດພິທີເປີດການກວດກູ້ ແລະ ທໍາລາຍ ລະເບີດບໍ່ທັນແຕກເພື່ອມະນຸດສະທໍາ ປະຈໍາປີ 2024-2025 ໃນວັນທີ 10 ພະຈິກ 2024 ທີ່ເມືອງວຽງໄຊ ແຂວງ ຫົວພັນ ໂດຍການເປັນປະທານຮ່ວມ ຂອງ ທ່ານ ພົນຕີ ປະສິດ ທ່ຽງທໍາ ຮອງ ລັດຖະມົນຕີ ກະຊວງປ້ອງກັນປະເທດ ແຫ່ງສປປລາວ,ແລະທ່ານເວີລາດິມິຣ ກາລີນິນ ເອກອັກຄະລັດຖະທູດແຫ່ງ ສ ຣັດເຊຍ ປະຈໍາ ສປປ ລາວ, ທ່ານ ພຸດພັນແກ້ວ ວົງໄຊ ຮອງເຈົ້າແຂວງ ແຂວງຫົວພັນ, ຄະນະນໍາ 4 ກົມໃຫຍ່, ມີຜູ້ຕາງໜ້າລັດຖະບານ, ອໍານາດການ ປົກຄອງເມືອງວຽງໄຊ ແລະ ເມືອງຊໍາ ເໜືອ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານພັນເອກປາດຖະໜາບຸດຕິຈັກ ຮອງຫົວໜ້າຫ້ອງການເສນາທິການກ ອງທັບ, ຫົວໜ້າກອງເສນາການຮ່ວມ ມືການແກ້ໄຂລະເບີດບໍ່ທັນແຕກ ລາວລັດເຊຍ ໄດ້ລາຍງານແຜນການຮ່ວມມື ປະຈໍາປີ 2024-2025; ຄະນະວິຊາ ການກອງກວດກູ້ລະເບີດ ເພື່ອມະນຸດ ສະທຳກອງທັບປະຊາຊົນລາວຮ່ວມ ກັບຄະນະວິຊາການສູນກວດກູ້ມິນສາ ກົນກໍາລັງປະກອບອາວຸດແຫ່ງ ສ ຣັດ ເຊຍ ໄດ້ສົມທົບກັບຄະນະວິຊາການ ຂອງພະແນກແຮງງານ ແລະ ສະຫວັດ ດີການສັງຄົມແຂວງຫົວພັນ ລົງສໍາ ຫລວດ ແລະ ເກັບກຳຂໍ້ມູນໄປຄົ້ນຄວ້າ ວາງແຜນການກວດກູ້ ແລະ ທໍາລາຍ ລະເບີດບໍ່ທັນແຕກທີ່ຕົກຄ້າງຢູ່ເມືອງ ວຽງໄຊ ແລະ ເມືອງຊຳເໜືອ ແຂວງ ຫົວພັນ. ເມືອງວຽງໄຊ ມີ 5 ພື້ນທີ່ລວມ ເນື້ອທີ່ 21,52 ເຮັກຕາ ຄື: ພື້ນທີ່ທີ 1: ເປັນດິນທໍາການຜະລິດຢູ່ຂອບເຂດ ບ້ານນາໄກ່ ມີເນື້ອທີ່ 5,05 ເຮັກຕາ; ທີ 2 ເປັນພື້ນທີ່ປຸກສ້າງສຳນັກງານຫ້ອງ ວ່າການປົກຄອງ ແລະ ອົງການໄອຍະ ການ ເມືອງວຽງໄຊ ຢູ່ບ້ານນາໄກ່ ມີ ເນື້ອທີ່ 12,4 ເຮັກຕາ; ທີ 3 ເປັນພື້ນທີ່ ຈະສ້າງສະໜາມກິລາຂອງເມືອງວຽງ ໄຊ ຢູ່ບ້ານວຽງໄຊ ມີເນື້ອທີ່ 1,5 ເຮັກ ຕາ; ທີ 4 ເປັນພື້ນທີ່ຂະຫຍາຍສໍານັກ ງານ-ອົງການຂອງ ເມືອງວຽງໄຊ ມີ ເນື້ອທີ່ 1,81 ເຮັກຕາ ແລະ ພື້ນທີ່ທີ 5 ເດີນໂຮງຮຽນມັດທະຍົມສົມບູນວຽງ ໄຊ ມີເນື້ອທີ່ປະມານ 1 ເຮັກຕາກວ່າ. ເມືອງຊຳເໜືອ ເຊິ່ງມີ 5 ພື້ນທີ່ ລວມ ເນື້ອທີ່: 51 ເຮັກຕາກວ່າ ຄື: ພື້ນທີ່ທີ 1 ເປັນດິນຈະສ້າງສຳນັກງານອົງການ ໄອຍະການແຂວງ ຢູ່ຂອບເຂດບ້ານ ຊຳເໜືອ ມີເນື້ອທີ່ 0,53 ເຮັກຕາ; ທີ 2 ເປັນພື້ນທີ່ປຸກສ້າງສຳນັກງານພະແນກ ກະສິກຳແຂວງຫົວພັນ ຢູ່ບ້ານນາລິວ ໃຊ້ເຕັກໂນໂລຊີແບບດີຈິຕອນ ແລະ ສື່ ແບບໃໝ່ ເພື່ອເຮັດໃຫ້ປະຊາຊົນໄດ້ຮັບ ຂໍ້ມູນຂ່າວສານທີ່ມີຄຸນນະພາບ ໂດຍ ຜ່ານການລາຍງານທີ່ມີຄວາມຮັບຜິດ ຊອບ ແລະ ເປັນມືອາຊີບກ່ຽວກັບການ ພັດທະນາສີຂຽວ; ບັນດາຜູ້ເຂົ້າຮ່ວມ ຈາກອົງການຈັດຕັ້ງທາງສັງຄົມທີ່ ເຮັດວຽກກ່ຽວກັບການພັດທະນາສີ ຂຽວ ເຊິ່ງລະບຸຢູ່ໃນກິດຈະກຳ, ຜູ້ນໍາໃຊ້ ສື່ສັງຄົມອອນລາຍທົ່ວໄປ, ຜູ້ສ້າງວິດີ ໂອ ແລະ ຮູບເງົາ ໄດ້ຍົກລະດັບຄວາມຮູ້ ແລະ ຄວາມສາມາດຂອງຕົນໃນການ ປະກອບສ່ວນສ້າງນະໂຍບາຍ, ຕິດ ຕາມ ແລະ ຊຸກຍູ້ວຽກງານການພັດທະ ນາສີຂຽວທີ່ມີຜົນກະທົບຕໍ່ຊຸມຊົນ ລວມ ທັງ ການນຳໃຊ້ເຕັກໂນໂລຊີດີຈິຕອນ ແລະ ສື່ແບບໃໝ່ຢ່າງສ້າງສັນ. ຂ່າວ-ພາບ: ວັນເພັງ ]k;{ia fg-p gxu fdkoIj ;,,n d;fd6h c]t me]kp]tg[u f[+ ma oc8dgrnj v,to5 fltme ມີເນື້ອທີ່ 1,2 ເຮັກຕາ; ທີ 3 ເປັນພື້ນ ທີ່ຈະສ້າງສະໜາມຖິ້ມຂີ້ເຫຍື້ອຂອງເທ ສະບານເມືອງຊຳເໜືອ ຢູ່ບ້ານປ່າຈ້າ ມີເນື້ອທີ່ 28,92 ເຮັກຕາ; ທີ 4 ເປັນ ພື້ນທີ່ຂະຫຍາຍສຳນັກງານ-ອົງການ ຂອງແຂວງຫົວພັນ ຢູ່ບ້ານມີສຸກ ມີ ເນື້ອທີ່ 0,65 ເຮັກຕາ ແລະ ພື້ນທີ່ທີ 5: ເປັນພື້ນທີທຳການຜະລິດກະສິກຳຂອງ ເມືອງຊຳເໜືອ ຢູ່ເຂດໜອງຜັກຕົບ ມີ ເນື້ອທີ່ປະມານ19,7 ເຮັກຕາ. ມາຮອດ ປັດຈຸບັນກຳລັງກອງກວດກູ້ລະເບີດເພື່ອ ມະນຸດສະທຳກອງທັບປະຊາຊົນລາວ ໄດ້ຖາງປ່າອານາໄມ ແລະ ປັກໝາຍ ຂອບເຂດສະໜາມກວດກູ້ສໍາເລັດໃນ 2 ສະໜາມຢູ່ເມືອງວຽງໄຊ ລວມເນື້ອທີ່ 14,67 ເຮັກຕາ ເພື່ອກະກຽມ ໃຫ້ການ ຮວ່ມມືກວດກູ້ລະເບີດເຊິງຈະເລີ່ມແຕ່ ວັນທີ 11 ພະຈິກ 2024 ເປັນຕົ້ນໄປ. ຈາກນັ້ນ, ທ່ານ ສີວົງໄຊ ສຸລິວົງພັນ ຮັກສາການເຈົ້າເມືອງ ເມືອງວຽງໄຊ ໄດ້ກ່າວມອບດິນ (ຊົ່ວຄາວ) ໃຫ້ກະ ຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ເພື່ອປະຕິບັດວຽກງານເກັບກູ້ລະເບີດບໍ່ ທັນແຕກ, ມອບຕອນດິນ ຈຳນວນ 5 ຕອນ ໃຫ້ຄະນະຮັບຜິດຊອບວຽກງານ ຮອບດ້ານໃນການສຳຫລວດແລະ ເກັບ ກຳຂໍ້ມູນລະເບີດບໍ່ທັນແຕກ ທີ່ຖືກແຕ່ງ ຕັ້ງຈາກກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ສົມທົບກັບຄະນະຮັບຜິດ ຊອບການກວດກູ້ມິນສາກົນຂອງກໍາ ລັງປະກອບອາວຸດແຫ່ງສຣັດເຊຍເພື່ອ ຮ່ວມມືກັນໃນການກວດກູ້ລະເບີບໍ່ທັນ ແຕກໃຫ້ສຳເລັດຕາມໃນເນື້ອທີ່ທັງໝົດ 21,52 ເຮັກຕາ. ທ່ານ ພົນຕີ ປະສິດ ທ່ຽງທໍາ ໄດ້ ກ່າວວ່າ: ໃນຊຸມປີຜ່ານມາ, ພັກ-ລັດຖະ ບານລາວ ໄດ້ເອົາໃຈໃສ່ແກ້ໄຂບັນຫາ ລະເບີດບໍ່ທັນແຕກ ໂດຍຈັດເຂົ້າໃນ ເປົ້າໝາຍ ສະຫັດສະວັດຂອງການພັດ ທະນາ ໂດຍຖືເອົາການໂຄສະນາສຶກສາ ໃຫ້ພົນລະເມືອງລາວ ຮັບຮູ້ເຖິງຄວາມ ອັນຕະລາຍຂອງລະເບີດບໍ່ທັນແຕກທີ່ຕົ ກຄ້າງ, ດໍາເນີນການກວດກູ້ ແລະ ທໍາ ລາຍລະເບີດບໍ່ທັນແຕກ, ປົດປ່ອຍພື້ນທີ່ ໃຫ້ປະຊາຊົນໄດ້ທຳການຜະລິດ ແລະ ດຳລົງຊີວິດຢ່າງປອດໄພ ແລະ ຊ່ວຍ ເຫລືອຜູ້ຖືກເຄາະຮ້າຍ, ປັບປຸງລະບົບ ຄຸ້ມຄອງຂໍ້ມູນຂ່າວສານ, ຄົ້ນຄ້ວາ-ພິ ຈາລະນາຮັບ ເອົາໂຄງການຊ່ວຍເຫລືອ ຈາກ ເພື່ອນມິດ ແລະ ສາກົນ. ໃນນີ້, ກະ ຊວງປ້ອງກັນປະເທດ ສປປ ລາວ ໄດ້ ເປັນເຈົ້າການຮ່ວມມືກັບ ກະຊວງປ້ອງ ກັນປະເທດ ແຫ່ງ ສ ຣັດເຊຍ ແກ້ໄຂບັນ ຫາລະເບີດບໍ່ທັນແຕກ ໄລຍະ 6 ປີ ທີ່ຜ່ານມາຄື: ຢູ່ເມືອງຄຳເກີດ, ແຂວງ ບໍລິຄໍາໄຊ ໃນສົກ 2018-2019, ຢູ່ ເມືອງແປກ ແຂວງຊຽງຂວາງ ສົກ 2019-2020 ແລະ 2020-2021, ຢູ່ເມືອງນາກາຍແຂວງຄໍາມ່ວນ, ສົກ 2021-2022 ແລະ ສົກປີ 20222023, ຢູ່ເມືອງກາສີ ແຂວງວຽງຈັນ ສົກປີ 2023-2024 ເຊິ່ງສາມາດປົດ ປ່ອຍພື້ນທີ່ດິນ ອອກຈາກບັນຫາລະ ເບີດ ບໍ່ທັນແຕກໄດ້ 194,04 ເຮັກຕາ, ທໍາລາຍລະເບີດອອກຈາກຝືນແຜ່ນ ດິນລາວໄດ້ 3.548 ໜ່ວຍ. ພ້ອມກັນ ນັ້ນ, ສູນກວດກູ້ມິນສາກົນ ແຫ່ງ ສ ຣັດເຊຍ ໄດ້ສົ່ງຄູມາຝຶກອົບຮົມດ້ານ ການແກ້ໄຂລະເບີດບໍ່ທັນແຕກ ເພື່ອມະ ນຸດສະທຳ ໃຫ້ພະນັກງານ, ນັກຮົບ ກອງທັບປະຊາຊົນລາວໄດ້146ທ່ານ. ຜ່ານການປະຕິບັດແຜນການຮ່ວມມື ລະຫວ່າງ ສອງກະຊວງປ້ອງກັນປະ ເທດ ລາວ-ຣັດເຊຍ ເຫັນວ່າປະສົບຜົນ ສໍາເລັດດີແລະ ໄດ້ນໍາເອົາຜົນປະໂຫຍດ ມາໃຫ້ປະເທດຊາດ ແລະ ປະຊາຊົນລາວ ຢ່າງໜ້າພາກພູມໃຈ. ສະນັ້ນ, ໃນສົກ 2024-2025ນີ້ສອງກໍາລັງພວກເຮົາ ຈຶ່ງໄດ້ຮັບອະນຸມັດ ຈາກລັດຖະບານ ຂອງສອງປະເທດລາວ ແລະ ຣັດເຊຍ ມາສືບຕໍ່ກວດກູ້ແລະທຳລາຍລະເບີດບໍ່ ທັນແຕກຕົກຄ້າງ ຢູ່ເມືອງວຽງໄຊ ແລະ ເມືອງຊໍາເໜືອ ແຂວງຫົວພັນ ເພື່ອ ປະກອບສ່ວນແກ້ໄຂບັນຫາລະເບີດບໍ່ ທັນແຕກທີ່ຕົກຄ້າງ, ປົດປ່ອຍເນື້ອທີ່ທຳ ການຜະລິດໃຫ້ປະຊາຊົນບັນດາເຜົ່າ, ເພື່ອເຮັດໃຫ້ການດຳລົງຊີວິດຂອງປະ ຊາຊົນ ປາສະຈາກຄວາມອັນຕະລາຍ ຈາກລູກລະເບີດບໍ່ທັນແຕກຕົກຄ້າງ, ຄຽງຄູ່ກັນນັ້ນ ຍັງເປັນການປະກອບ ສ່ວນສໍາຄັນ ເຂົ້າໃນການຈັດຕັ້ງປະຕິ ບັດ ເປົ້າໝາຍສະຫັດສະວັດແຫ່ງການ ພັດທະນາຂອງລັດຖະບານ ແນ່ໃສ່ລົບ ລ້າງຄວາມທຸກຍາກຂອງປະຊາຊົນ ບັນດາເຜົ່າ ໃຫ້ໄດ້ໃນປີ 2030. ຂ່າວ-ພາບ: ຂັນໄຊ ຊານແລະມີປະສົບການ,ພ້ອມທັງແລກ ປ່ຽນປະກອບຄຳຄິດເຫັນບັນດາອົງ ການປະຕິບັດກົດໝາຍ, ເຮັດໃຫ້ນັກ ສຳມະນາກອນ ມີຄວາມເຂົ້າໃຈເລິກ ເຊິ່ງ ເພື່ອໝູນໃຊ້ເຂົ້າໃນການປະຕິບັດ ວງກງານຕົວຈິງ ແລະ ມີປະສິດທິ ພາບສູງ. ຂ່າວ: ສຸກ ອອປສ ຂປລ. ໃນລະຫວ່າງ ວັນທີ 8-9 ພະຈິກ 2024 ນີ້, ແຂວງບໍລິຄໍາໄຊ ແລະ ນະຄອນຫລວງວຽງຈັນ(ນວ) ໄດ້ນໍາກອງກະຖິນມະຫາສາມັກຄີ ໄປ ທອດຖວາຍຢູ່ວັດພະບາດດານສູງ ບ້ານນາຍາງ ເມືອງນາຊາຍທອງ ນະ ຄອນຫລວງວຽງຈັນ ໂດຍການເປັນ ເຈົ້າພາບ-ເຈົ້າສັດທາຂອງ ທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງ ບໍລິຄໍາໄຊພ້ອມດ້ວຍຄອບຄົວແລະ ເຈົ້າ ພາບເຈົ້າສັດທາຈາກແຂວງບໍລິຄໍາໄຊ, ນະຄອນຫລວງວຽງຈັນ ໃຫ້ກຽດຮັບ ກອງກະຖິນໂດຍ ພະອາຈານທອງເສີມ ສີບຸນເຮືອງ ເຈົ້າອະທິການວັດ ພະ ບາດດານສູງ, ມີທ່ານ ເລັດ ໄຊຍະພອນ ປະທານສູນກາງສະຫະພັນກໍາມະ ບານລາວ, ທ່ານ ວິໄລວົງ ບຸດດາຄໍາ ລັດຖະມົນຕີກະຊວງພາຍໃນ, ທ່ານ ນາງ ອິນລາວັນ ແກ້ວບຸນພັນ ຮອງ ປະທານສູນກາງແນວງ ລາວສ້າງຊາດ ແລະ ມ່ວນຊົນເຂົ້າຮ່ວມຢ່າງຫລວງ ຫລາຍ. ງານບຸນກະຖິນມະຫາສາມັກຄີ ໃນຄັ້ງນີ້, ກົງກັບມື້ຂຶ້ນ 8 ຄໍ່າ ເດືອນ 12 ພສ 2067, ວັນທີ 8 ພະຈິກເປັນມື້ ຫາກຫາກະກຽມ ແລະ ວັນທີ 9 ພະຈິກ ເປັນມື້ທອດຖວາຍກະຖິນ ເຊິ່ງໄດ້ມີ ພິທີແຫ່ ແຕ່ຈຸດຮູບປັ້ນທ້າວເວດສຸວັນ ຫາ ສາລາວັດດັ່ງກ່າວ. ພະອາຈານ ທອງເສີມ ສີບຸນເຮືອງ ເຈົ້າອະທິການວັດພຣະບາດດານສູງ ໄດ້ໃຫ້ຮູ້ວ່າ: ບຸນກະຖິນເປັນບຸນໜຶ່ງໃນ ຮີດສິບສອງ ຄອງສິບສີ່ ປະເພນີລາວ ເພື່ອເປັນການສົ່ງເສີມພຸດທະປະເພ ນີ, ເປັນການສົ່ງເສີມຄວາມສາມັກຄີ ພາຍໃນຊຸມຊົນ, ເປັນການສ້າງກຸສົນ ແລະ ອື່ນໆ. ການຈັດບຸນກະຖິນມະຫາ ສາມັກຄີ ໃນປີນີ້, ເປັນການລະດົມທຶນ ເພື່ອສ້າງສາພັດທະນາ ວັດພະບາດ ດານສູງ ໂດຍສະເພາະແມ່ນສ້າງກຸດຕິ ແລະ ສ້າງສາລາ ເພື່ອຮອງຮັບອອກ ຕົນຍາດຍົມ ເຂົ້າມາປະຕິບັດທໍາໃນວັດ ດັ່ງກ່າວ ໃຫ້ມີຄວາມສະດວກສະບາຍ, ທັງເປັນການປະກອບສ່ວນ ສ້າງວັດ ແຫ່ງນີ້ ເປັນສະຖານທີ່ທ່ອງທ່ຽວທາງ ວັດທະນາທໍາໃນອະນາຄົດ ເຊິ່ງກອງ ກະຖິນມະຫາສາມັກຄີ ໄດ້ຮັບກຽດ ເປັນເຈົ້າພາບຈາກ ທ່ານ ສອນທະນູ ທໍາມະວົງ ເຈົ້າແຂວງບໍລິຄໍາໄຊ ແລະ ການນໍາພັກ-ລັດ, ເຈົ້າພາບເຈົ້າສັດທາ ຈາກແຂວງບໍລິຄໍາໄຊ ແລະ ນະຄອນ ຫລວງວຽງຈັນ. ໂອກາດນີ້, ທ່ານ ສອນທະນູ ທໍາມະວົງ ຍັງໄດ້ສະແດງຄວາມດີໃຈ ທີ່ເຫັນມວນຊົນໃນນະຄອນຫລວງ ວຽງຈັນ ຫລັ່ງໄຫລກັນເຂົ້າມາຮ່ວມ ບຸນກະຖິນມະຫາສາມັກຄີໃນຄັ້ງນີ້ ຢ່າງຫລວງຫລາຍ, ພ້ອມທັງສະແດງ ຄວາມຂອບໃຈ ຕໍ່ມວນຊົນທີ່ໄດ້ພ້ອມ ກັນຖວາຍວັດຖຸປັດໄຈດ້ວຍຄວາມເຕັມ ໃຈ ເພື່ອປະກອບສ່ວນເຂົ້າໃນການສ້າງ ສາພັດທະນາວັດພຣະບາດດານສູງ ກາຍເປັນສະຖານທີ່ທ່ອງທ່ຽວທາງພຸດ ທະສາສະໜາ ເຮັດໃຫ້ງານບຸນໃນຄັ້ງນີ້ ດຳເນີນໄປດ້ວຍຜົນສຳເລັດ, ຮັກສາ ໄດ້ວັດທະນະທຳ, ຮີດຄອງປະເພນີ ອັນດີງາມ ຂອງຊາດລາວເຮົາ, ທັງຮັກ ສາໄດ້ຄວາມເປັນລະບຽບຮຽບຮ້ອຍ, ສະຫງົບ ແລະ ປອດໄພ. ຂ່າວ: ວີລະວັນ; ພາບ: ເກດສະໜາ

RkJQdWJsaXNoZXIy MTc3MTYxMQ==