xtgmf]k; 3 12/11/2024 0j k; c]t gsfdko dh k;l6 j ]t[q [75 h ,7v'dkog'y ocsj ']a f gxa oma oltw\mu j ,u 7;k,g0A ,c0'F 3xj '.l gxa ofu 9y 8vo c]t p5 8y me *** ອ່ານຕໍ່ສະບັບໜ້າ *** ່ າໍ່ ສັ ບ້ າ ໂດຍ: ວັນໄຊ ຕະວິນຍານັ ນິ ນ ໂດຍ: ຢ່າາົ່ຕົ່ງ່ງ ໂດຍ: ຄ້ອງໃໝ່້ ອ່ *ເວົ້າເລື່ອງພະຍາດບາດເຍົາ ຜູ້ ໃດກໍ່ບໍ່ປາຖະໜາ, ແຕ່ກໍ່ອະນິດຈັງ ອະນິດຈາຄືດັ່ງພະສົງ ທໍາມະຊາດ ຂອງສິ່ງມີຊີວິດ ບໍ່ມີຫຍັງທ່ຽງໝັ້ນ ຄືມະນຸດເຮົານີ້ ບໍ່ມີໃຜຫລີກການ ເຈັບເປັນປ່ວຍໄຂ້ໄດ້. ເຖິງຢ່າງໃດກໍ ່ ດີ ການຮັກສາສຸຂະພາບທີ່ດີແມ່ນ ທຸກຄົນສາມາດປະຕິບັດດ້ວຍຕົນ ເອງ ເຊິ່ງເປັນຫລັກວິທະຍາສາດທີ່ ບໍ່ຄວນຂາດ, ບໍ່ປະໝາດ ຄໍາແນະ ນໍາຂອງແພດໝໍ...ດັ່ງພະຍາດເບົາ ຫວານ ທີ່ຍົກມາເປັນຫົວຂໍ້ເພື່ອແລກ ປ່ຽນຄໍາເຫັນນໍາບັນດາທ່ານຜູ້ອ່ານ, ພະຍາດນີ້ເກີດຂຶ້ນນັບມື້ຫລາຍຢູ່ ໃນທົ່ວໂລກ. ວັນທີ 14 ພະຈິກເປັນວັນເບົາ ຫວານໂລກ (World Diabetes Day ), ຄໍາຂວັນ ປີ 20242026 ແມ່ນ “ Diabetes and Wel l-Being ”, ທຸກຄົນເປັນ ເບົາຫວານມີໂອກາດໃຊ້ຊີວິດທີ່ດີ. ທ່ານ ຄໍາປະສົງ ເສດຖາວັນໄຊ ຮອງ ອະທິການບໍດີ ມະຫາວິທະຍາໄລ ວິທະຍາສາດສຸຂະພາບ (ມວສ) ໄດ້ ກ່າວ ໃນພິທີສະເຫລີມສະຫລອງວັນ ເບົາຫວານໂລກ ປະຈຳປີ 2024, ຈັດຂຶ້ນໃນວັນທີ 8 ພະຈິກ 2024 ຜ່ານມານີ້ວ່າ: “ພະຍາດເບົາຫວານ ແມ່ນພະຍາດໜຶ່ງທີ່ເກີດມາຈາກ ການປັ່ນປ່ວນທາງດ້ານການເຜົາ *ການສ້າງທັກສະວິທີປູກ-ວິທີ ລ້ຽງແມ່ນຫນຶ່ງໃນປັດໃຈສໍາຄັນທີ່ ກ່ຽວຂ້ອງກັບນະໂຍບາຍພັກ-ລັດ ຖະບານເພື່ອຖ່າຍທອດຄວາມຮູ້ ແລະ ວິຊາການທີ່ແນ່ນອນໃຫ້ພະ ນັກງານ-ລັດຖະກອນ, ພໍ່ແມ່ປະຊາ ຊົນເຂົ້າເຖິງໂອກາດຜະຜິດເປັນສິນ ຄ້າ ແລະ ຄໍ້າປະກັນສະບຽງອາ ຫານທີ່ຍືນຍົງ. ເມື່ອບໍ່ດົນຜ່ານມານີ້ ຢູ່ພະແນກ ກະສິກຳ ແລະ ປ່າໄມ້ແຂວງບໍລິຄຳ ໄຊ ໄດ້ຈັດຊຸດຝຶກອົບຮົມເຕັກນິກ ການປູກຜັກ ແລະ ໄມ້ໃຫ້ໝາກ ໃຫ້ ບັນດາວິຊາການຂະແໜງປູກຝັງ, ຫ້ອງການກະສິກຳ-ປ່າໄມ້ເມືອງ ແລະ ບັນດາບ້ານທີ່ມີມູນເຊື້ອໃນ ການປູກຝັງ ພາຍໃນເມືອງປາກຊັນ ເພື່ອນຳໄປນຳໃຊ້ຜະລິດເປັນສິນຄ້າ ໃນຕໍ່ໜ້າ. ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ດາລາພອນ ພົນສະຫວັດດີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງ, ທ່ານ ເຈີນ ຫວາງຢຸຍ ຮອງຫົວໜ້າຂະແໜງປູກຝັງ ແລະ ປ້ອງກັນພືດ ຈາກພະແນກກະສິກໍາ ແລະ ພັດທະນາຊົນນະບົດແຂວງ ເລີມດົ່ງ ສສ ຫວຽດນາມ, ມີພະ ນັກງານ-ວິຊາການທັງສອງແຂວງ ເຂົ້າຮ່ວມ. ບົດສະເໜີ ົີ [+ 8nj o [+ xt\kf rtpkfg[q ks;ko /b dvq [Iq ,g8a doy d dkox6 dza d c]t w,h .sh \kd *ເພື່ອຈັດຕັ້ງຜັນຂະຫຍາຍ ກົດ ໝາຍວ່າດ້ວຍປ່າໄມ້ ສະບັບປັບປຸງ ເລກທີ 64/ສພຊ, ລົງວັນທີ 13 ມິຖຸນາ 2019; ມະຕິຂອງຄະນະ ບໍລິຫານງານສູນກາງພັກ ວ່າດ້ວຍ ການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໄລຍະໃໝ່ ສະ ບັບເລກທີ 026/ຄບສພ, ລົງວັນທີ 3 ສິງຫາ 2017; ມະຕິຂອງຄະນະປະ ຈໍາສະພາແຫ່ງຊາດ ວ່າດ້ວຍພິຈາ ລະນາຮັບຮອງ ການຮັບຮູ້ສິດນໍາ ໃຊ້ທີ່ດິນໃນເຂດທີ່ດິນປ່າໄມ້ ສະບັບ ເລກທີ 57/ຄປຈ, ລົງວັນທີ 31 ພຶດສະພາ 2024 ເຊິງ ສະແດງອອກ ເຖິງຄວາມເປັນຫ່ວງເປັນໄຍ ຂອງ ພັກ ແລະ ລັດຖະບານ ຕໍ່ກັບການ ປັບປຸງຊີວິດການເປັນຢູ່ ຂອງປະ ຊາຊົນບັນດາເຜົ່າ. ກະຊວງຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມ ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ໄດ້ ປະສານສົມທົບກັບ ບັນດາພາກ ສວນທີ່ກ່ຽວຂ້ອງ ຂັ້ນສູນກາງ ແລະ ທ້ອງຖີ່ນ ແລະ ບັນດາຄູ່ຮ່ວມພັດ ທະນາ ໄດ້ພ້ອມກັນຄົ້ນຄວ້າ ຂື້ນ ແຜນດໍາເນີນງານກ່ຽວກັບການຮັບ ຮູ້ສິດນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າ ໄມ້ຢູ່ ສປປລາວ. lxx ]k; deoq fczofegou o'ko Ia [I6h ly foe.-h muj fy oxj kw,h ປ່ຽນທາດທີ່ບໍ່ສົມສ່ວນເຮັດໃຫ້ເກີດ ມີພາວະທາດນໍ້າຕານສູງຂຶ້ນໃນ ເລືອດ ກາຍເປັນພະຍາດເບົາຫວານ ດົນໄປກໍຈະເຮັດໃຫ້ເກີດການທໍາ ລາຍຫລາຍອະໄວຍະວະຕ່າງໆ ໂດຍ ສະເພາະແມ່ນຫົວ ໃຈ-ເສັ້ນ ເລືອດ, ໄຂ່ຫລັງ, ຕາ, ເສັ້ນປະສາດ ແລະ ອື່ນໆ. ການສະເຫລີມສະຫລອງ ວັນເບົາຫວານໂລກ ຊຶ່ງມີການປະ ຕິບັດກິດຈະກຳຕ່າງໆ ໂດຍແນໃສ່ ໃຫ້ຄວາມຮູ້ກ່ຽວກັບການປ້ອງກັນ ພະຍາດເບົາຫວານ ການຊອກຮູ້ ບັນຫາແຕ່ຫົວທີ ການດູແລປິ່ນປົວ ຄົນທີ່ເປັນພະຍາດເບົາຫວານ ແລະ ຄົນທີ່ເປັນພະຍາດເບົາຫວານ ຮ່ວມ ກັບພະຍາດອື່ນເຊັ່ນ: ພະຍາດຫົວໃຈ ເສັ້ນເລືອດ, ພະຍາດໄຂ່ຫຼັງຊຸດໂຊມ ແລະ ອື່ນໆ. ຈໍານວນຄົນທີ່ເປັນພະ ຍາດເບົາຫວານໄດ້ມີທ່າອ່ຽງນັບ ມື້ນັບສູງຂຶ້ນ, ໂດຍສະເພາະແມ່ນ ຢູ່ໃນປະເທດກຳລັງພັດທະນາ ແລະ ປະເທດທີ່ພັດທະນາແລ້ວ ຊຶ່ງໄດ້ສົ່ງ ຜົນກະທົບອັນໃຫຍ່ຫລວງຕໍ່ສຸຂະ ພາບເປັນໄພອັນຕະລາຍຕໍ່ຊີວິດ ແລະ ຊັບສິນຂອງຄົນໃນທົ່ວໂລກຈໍາ ນວນບໍ່ໜ້ອຍ”. ຕາມທີ່ຜູ້ຂຽນໄດ້ຖາມກ່ຽວກັບ ບາງຂໍ້ມູນກ່ຽວກັບພະຍາດນີ້, ທ່ານ ຮອງອະທິການບໍດີ ມວສ ກໍ່ໄດ້ໃຫ ຮູ້ວ່າ: ພະຍາດເບົາຫວານມີ 2 ຊະ ນິດ ເບົາຫວານຕຸ້ຍ ແລະ ເບົາຫວານ ຈ່ອຍ. ເບົາຫວານຈ່ອຍແມ່ນເບົາ ຫວານປະເພດທີ 1, ມີສາເຫດມາ ຈາກມ້າມ, ມ້າມມີບັນຫາບໍ່ສາມາດ ຜະລິດແອງຊຸຍລິນໄດ້ຢ່າງພຽງພໍ, ບໍ່ ສາມາດຄວບຄຸມລະດັບນໍ້າຕານໃນ ເລືອດໄດ້ ເລີຍກາຍເປັນເບົາຫວານ. ສ່ວນເບົາຫວານຕຸ້ຍແມ່ນເບົາຫວານ ປະເພດ 2, ມີສາຍເຫດມາຈາກ ວິຖີການດຳລົງຊີວິດ ພຶດຕິກຳໃນ ທ່ານ ສົມຫວັງ ພິມມະວົງ ຫົວໜ້າກົມປ່າໄມ້ ກ່າວໃນພິທີເຊັນ ຮັບຮອງແຜນດໍາເນີນງານ ກ່ຽວກັບ ການຮັບຮູ້ສິດນໍາໃຊ້ທີ່ດິນ ໃນເຂດ ທີ່ດິນປ່າໄມ້ ຢູ່ໂຮງແຮມ ຄຣາວພ ລາຊາ ນະຄອນຫຼວງວຽງຈັນ ໃນ ທ້າຍເດືອນຕຸລາ 2024 ນີ້ວ່າ: ແຜນແມ່ບົດຈັດສັນທີ່ດິນແຫ່ງຊາດ ຮອດປີ 2030 ໄດ້ຮັບຮອງເອົາ 2 ເປົ້າໝາຍໃຫຍ່ ແລະ ຕົວເລກຄາດ ໝາຍ ໃນການຈັດສັນເນື້ອທີ່ດິນ ເປັນ ຕົ້ນ: ກຳນົດຈັດສັນເນື້ອທີ່ດິນ ທີ່ຈະ ສະຫງວນ ແລະ ອະນຸລັກໄວ້ ເພື່ອ ເປັນເນື້ອທີ່ປ່າໄມ້ປົກຫຸ້ມ70%, ເຫັນ ໄດ້ວ່າ ໃນເຂດທີ່ກໍານົດຈັດສັນເນື້ອທີ່ ດິນ ທີ່ຈະສະຫງວນ ແລະ ອະນຸລັກ ໄວ້ນັ້ນ ມີບ້ານທີ່ນອນຢູ່ໃນເຂດທີ່ດິນ ປ່າໄມ້ (ປ່າສະຫງວນ, ປ່າປ້ອງກັນ ແລະ ປ່າຜະລິດ) ຈຳນວນ 3.167 ບ້ານໃນຂອບເຂດທົ່ວປະເທດ. ໃນ ໄລຍະຜ່ານມາ, ບ້ານຈໍານວນນີ້, ຍັງ ບໍ່ທັນໄດ້ຖືກຮັບຮູ້ສິດນຳໃຊ້ທີ່ດິນ ແລະ ຍັງບໍ່ທັນ ໄດ້ອອກເອກະສານ ຢັ້ງຢືນສິດນຳໃຊ້ທີ່ດິນ ເຊິ່ງເປັນຂໍ້ ຈໍາກັດໃນການນໍາໃຊ້ທ່າແຮງບົ່ມ ຊ້ອນ ຂອງທີ່ດິນຕໍ່ການປັບປຸງຊີວິດ ການເປັນຢູ່ ຂອງປະຊາຊົນໃນເຂດ ດັ່ງກ່າວ ກໍ່ຄືການພັດທະນາເສດ ຖະກິດ-ສັງຄົມແຫ່ງຊາດ. ແຜນດຳ ເນິນງານດັ່ງກ່າວນີ້ໄດ້ກຳນົດແຜນ ການເຄືອນໄຫວລະອຽດໃນການ ຮັບຮູ້ສິດການນຳໃຊ້ທີ່ດິນ ຂອງປະ ຊາຊົນເຂດດັ່ງກ່າວ ພ້ອມທັງເປັນ ບ່ອນອີງໃນການລະດົມຊັບພະຍາ ກອນ ແລະ ທືືນຮອນເຂົ້າໃນການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວເພື່ອ ໃຫ້ບັນລຸຕາມເປົ້າໝາຍທີ່ວາງໄວ້. ຈະກາຍເປັນເຂັມທິດເຍືອງທາງ ທີ່ສຳຄັນ ໃຫ້ກັບບັນດາກະຊວງຂະ ແໜງການ ແລະ ອົງການປົກຄອງ ທ້ອງຖິ່ນ ໃນການຈັດຕັ້ງປະຕິບັດ ວຽກງານ ການຮັບຮູ້ສິດການນຳໃຊ້ ທີ່ດິນ ຂອງປະຊາຊົນທີ່ອາໄສແລະ ທຳການຜະລິດ ໃນເຂດທີ່ດິນປ່າໄມ້ ພ້ອມທັງປະກອບສວນໃນການປົກ ປັກຮັກສາປ່າໄມ້ ແລະ ຊັບພະຍາ ກອນປ່າໄມ້ ໃຫ້ມີຄວາມຍືນຍົງ. ທ່ານ ລິນຄໍາ ດວງສະຫວັນ ລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ກ່າວໃນໂອກາດດຽວກັນນີ້ ວ່າ: ໃນໄລຍະ 2ປີຜ່ານມາ, ກະຊວງ ກະສິກຳ ແລະ ປ່າໄມ້ ແລະ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໄດ້ເປັນເຈົ້າການສົມ ທົບກັບບັນດາກົມກອງ ຂອງບັນດາ ກະຊວງ, ອົງການ ແລະ ອົງການ ປົກຄອງທ້ອງຖິ່ນ ທີ່ກ່ຽວຂ້ອງສ້າງ ແຜນດໍາເນີນງານການຮັບຮູ້ສິດ ນໍາໃຊ້ທີ່ດິນ ໃນເຂດທີ່ດິນປ່າໄມ້. ພ້ອມທັງໄດ້ຈັດກອງປະຊຸມປືກສາ ຫາລື ແລະ ແລກປ່ຽນບົດຮຽນ ທັງ ພາຍໃນແລະຕ່າງປະເທດຫລາຍຄັ້ງ ໂດຍໄດ້ຮັບການສະໜັບສະໜູນຈາກ ທະນາຄານໂລກ ແລະ ບັນດາຄູ່ຮ່ວມ ພັດທະນາທີ່ກ່ຽວຂ້ອງ. ມາຮອດ ມື້ນີ້ ແຜນດຳເນີນງານດັ່ງກ່າວແມ່ນ ສຳເລັດສົມບູນແລ້ວ. ເພື່ອເປັນການຈັດຕັ້ງຜັນຂະ ຫຍາຍ ເນື້ອໃນຮ່ວມມືທີ່ໄດ້ລົງນາມ ສັນຍາ ລະຫວ່າງແຂວງເລີມດົ່ງ ແລະ ແຂວງບໍລິຄໍາໄຊ ໃນຂົງເຂດ ວຽກງານກະສິກໍາ ພະແນກກະສິ ກໍາ ແລະ ພັດທະນາຊົນນະບົດແຂວງ ເລີມດົ່ງ ແລະ ພະແນກກະສິກໍາ-ປ່າ ໄມ້ແຂວງບໍລິຄໍາໄຊ ໄດ້ມີຄວາມເປັນ ເອກະພາບກັນ ເພື່ອເຊັນສັນຍາຮ່ວມ ມືໄລຍະ 2024-2025 ໃນການຝຶກ ອົບຮົມໃຫ້ພະນັກງານ-ວິຊາການ ປູກຝັງຂອງແຂວງບໍລິຄໍາໄຊ ເພື່ອ ສ້າງເປັນຄູຝຶກໃນຫົວຂໍ້ເຕັກນິກການ ຜະລິດແນວພັນພືດ, ເຕັກນິກການ ປູກພືດຜັກ-ໄມ້ໃຫ້ໝາກ (ອາໂວ ກາໂດ, ໝາກນອດ, ຖົ່ວລຽນ ແລະ ເຕັກນິກອື່ນໆ) ເຊິ່ງພະແນກກະສິກໍາ ແລະ ພັດທະນາຊົນນະບົດແຂວງ ເລີມດົ່ງ ໄດ້ສະໜັບສະໜູນແກ່ນ ພັນພືດຈໍານວນໜຶ່ງ ພ້ອມດ້ວຍເບ້ຍ ໄມ້ ແລະ ແນະນໍາເຕັກນິກການປູກ, ວິທີການຕີລາຄາບັນດາຕົວຊີ້ວັດ ທາງດ້ານການຂະຫຍາຍໂຕ, ການ ຈະເລີນເຕີບໂຕ, ການປັບຕົວຂອງ ຕົ້ນພືດທີ່ທົດລອງປູກ. ສໍາລັບນັກສໍາມະນາກອນທີ່ເຂົ້າ ຝຶກອົບຮົມໃນຄັ້ງນີ້ແມ່ນໄດ້ພ້ອມກັນ ຮຽນຮູ້ດ້ານທິດສະດີ ແລະ ລົງປະ ຕິບັດຕົວຈິງຢູ່ສວນປະຊາຊົນ ແລະ ລົງທັດສະນະສຶກສາຕົວຈິງ ຢູ່ໂຄງ ການພັດທະນາບ້ານແບບໃໝ່ສາກົນ ບ້ານໂພນງາມ ເມືອງປາກຊັນ. ການກິນ ເສດຖະກິດດີ ບໍ່ໄດ້ອອກ ແຮງງານ ຢູ່ດີກິນດີ, ຫັດກາຍໜ້ອຍ ຫລື ບໍ່ພຽງພໍ, ດື່ມສິ່ງມຶນເມົາເກີນ ຄວາມພໍດີ...ພະລັງງານຈາກນໍ້າ ຕານບໍ່ໄດ້ເອົາໄປນໍາໃຊ້ ນໍ້າຕານສະ ສົມຫລາຍ ດົນໄປກາຍເປັນເບົາ ຫວານ, ນັ້ນກໍ່ແມ່ນສາເຫດສໍາຄັນ ອັນໜຶ່ງ. ສໍາລັບລາວເຮົາ ມີຄົນເປັນ ເບົາຫວານປະເພດທີ 2 ຫລາຍ ກວ່າປະເພດ 1 ແລະ ມີທ່າອ່ຽງ ຈະເພີ່ມຂຶ້ນເລື້ອຍໆ. ບັນຫາທີ່ຖືກຕັ້ງຂຶ້ນແມ່ນວິທີ ການປ້ອງກັນ, ຫລາຍຄົນກໍ່ມີຄວາມ ສົງໄສຕົນເອງ, ສະນັ້ນ ຕາມທາງ ການແພດແລ້ວແມ່ນຄວນກວດ ສຸຂະພາບປະຈໍາປີ ຖ້າມີເງື່ອນໄຂ. ເຖິງຢ່າງໃດກໍ່ດີ ອີງຕາມສະພາບ ເງື່ອນໄຂຂອງແຕ່ລະບຸກຄົນຕ່າງ ກັນ, ການປ້ອງກັນບໍ່ໃຫ້ເກີດແມ່ນ ສໍາຄັນທີ່ສຸດ, ປັດໄຈຂອງການດໍາ ລົງຊີວິດ ແມ່ນຕ້ອງເອົາໃຈໃສ່ດ້ວຍ ຕົນເອງໃຜລາວ, ບໍ່ມີໃຜຈະບັງຄັບ ໄດ້ ນອກຈາກຕົນເອງຄວນບັງຄັບ ຕົນເອງແດ່ໃນການຫັນປ່ຽນວິທີ ການກິນ-ດື່ມ ແລະ ພຶດຕິກໍາອື່ນໆ ໃນຊີວິດປະຈໍາວັນ ໂດຍສະເພາະ ພຶດຕິກໍາການກິນ, ການໃຫ້ຄວາມ ສໍາຄັນການຫັດກາຍບໍລິຫານ ຫລື ອອກກໍາລັງກາຍສະໝໍ່າສະເໝີ... ຕາມຂໍ້ມູນຂອງສະມາຄົມເບົາ ຫວານໂລກຮູ້ວ່າ,ທຸກໆ1ວິນາທີຈະ ມີ 3 ຄົນຖືກບົ່ງມະຕິວ່າເປັນເບົາ ຫວານ ແລະ ທຸກໆ 6 ວິນາທີຈະມີ ຄົນຕາຍຍ້ອນພະຍາດເບົາຫວານ 1 ຄົນ. ປີ 2021, ຄາດຄະເນວ່າໃນ ເກນອາຍຸ 20-79 ປີມີຫລາຍກວ່າ 6,7 ລ້ານຄົນມີການຕາຍທີ່ມີການ ພົວພັນກັບພະຍາດເບົາຫວານ. ປີ 2021, ໂຕເລກຄາດຄະເນຈະມີ 541 ລ້ານຄົນກຽມເປັນເບົາຫວານ, ຈະມີຄົນເປັນເບົາຫວານ 537 ລ້ານ ຄົນ, ຄ່າໃຊ້ຈ່າຍໂດຍກົງໃນການປິ່ນ ປົວເບົາຫວານເກືອບບັນລຸ 1.000 ຕື້ໂດລາ. ໃນປີ 2030 ຄົນເປັນເບົາຫວານ ຈະເພີ່ມຂຶ້ນເປັນ 643 ລ້ານຄົນ ແລະ ຮອດປີ 2045 ຄົນເປັນເບົາຫວານ ຈະເພີ່ມຂຶ້ນເປັນ 783 ລ້ານຄົນ, ສໍາລັບຢູ່ປະເທດລາວ ແມ່ນປະເທດ ໜຶ່ງທີ່ໄດ້ຮັບຜົນກະທົບຈາກພະຍາດ ດັ່ງກ່າວ, ສະຖິຕິຄົນເປັນພະຍາດ ເບົາຫວານຢູ່ໃນປະເທດເຮົາ ກໍ່ມີທ່າ ອ່ຽງນັບມື້ນັບສູງຂຶ້ນເຊັ່ນດຽວກັນ. ເຫັນຕົວເລກສະຕິຖິໂລກແນວນີ້ ແລ້ວ ກໍ່ບໍ່ໃຫ້ແຕກຕື່ນ, ແຕ່ກໍ່ບໍ່ຄວນ ປະໝາດ, ຄວນໃຫ້ຄວາມສໍາຄັນ ໃນການປ້ອງກັນ ດ້ວຍການຮັກສາ ສຸຂະພາບທີ່ດີ, ການກິນການຢູ່, ອອກກໍາລັງກາຍ ຢ່າງສະໝໍ່າສະ ເໝີແລະ ຖ້າມີເງື່ອນໄຂກໍ່ຄວນກວດ ສຸຂະພາບປະຈໍາປີ ຕາມຂໍ້ມູນພື້ນ ຖານການແພດ. ສ່ວນຜູ້ທີ່ມີອາການ ແລ້ວ ສໍາຄັນກໍ່ຍັງແມ່ນການຮັກສາ ສຸຂະພາບ, ປະຕິບັດຕາມຄໍາແນະ ນໍາຂອງແພດໝໍ.
RkJQdWJsaXNoZXIy MTc3MTYxMQ==