lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 12/11/2024 xtgmf]k; ກອງປະຊຸມ... ຂປລ. ກອງປະຊຸມພົບປະທຸລະກິດ ລາວ-ຈີນ ຈັດຂຶ້ນໃນວັນທີ 9 ພະຈິກ 2024 ທີ່ນະຄອນຫາງໂຈ ແຂວງເຈີ ຈຽງສປຈີນໂດຍມີຄະນະນໍາຈາກພາກ ລັດ ແລະ ພາກທຸລະກິດຂອງ ສປປ ລາວ ແລະ ແຂວງເຈີຈຽງ, ສປ ຈີນ ເຂົ້າຮ່ວມລວມ ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດເຂົ້າຮ່ວມກ່າວ ສູນທອນພົດ ໃນກອງປະຊຸມດັ່ງກ່າວ. ກອງປະຊຸມພົບປະທຸລະກິດລາວຈີນ ຄັ້ງນີ້ ຮ່ວມຈັດໂດຍສະພາການຄ້າ ແລະອຸດສາຫະກໍາແຫ່ງຊາດລາວແລະ ສະພາສົ່ງເສີມການຄ້າສາກົນ ແຂວງ ເຈີຈຽງ ພາຍໃຕ້ການປະສານສົມທົບ ກັບ ກະຊວງແຜນການ ແລະ ການລົງ ທຶນ, ກະຊວງອຸດສາຫະກຳ ແລະ ການ ຄ້າ ແລະ ກະຊວງການຕ່າງປະເທດ ຂອງ ສປປ ລາວ. ກອງປະຊຸມ ດັ່ງກ່າວ ເປັນເວທີໜື່ງທີ່ມີຄວາມສຳຄັນໃນການ ເສີມຂະຫຍາຍສາຍພົວພັນການຮ່ວມ ມືທາງດ້ານເສດຖະກິດ-ສັງຄົມ ຂອງ ສອງປະເທດລາວ-ຈີນ ໂດຍສະເພາະ ການສະໜອງ ແລະ ແລກປ່ຽນຂໍ້ມູນ ຂ່າວສານກ່ຽວກັບນະໂຍບາຍດຶງດູດ ການລົງທຶນ, ທ່າແຮງການລົງທຶນ, ສະພາບການພັດທະນາບັນດາພື້ນຖານ ໂຄງລ່າງທາງດ້ານເສດຖະກິດ ລວມ ທັງເຂດເສດຖະກິດພິເສດ ເພື່ອສ້າງ ເງື່ອນໄຂໃຫ້ມີການເພີ່ມທະວີການຄ້າ ແລະ ການລົງທຶນ ລະຫວ່າງ 2 ປະເທດ ລາວ-ຈີນ. ກອງປະຊຸມໃນຄັ້ງນີ້, ທັງສອງຝ່າຍ ໄດ້ມີການແລກປ່ຽນຄໍາເຫັນກ່ຽວກັບ ສະພາບພົ້ນເດັ່ນ ຂອງການພັດທະນາ ລາວ-ມຽນມາ... ຂປລ. ໃນໂອກາດເຂົ້າຮ່ວມກອງປະ ຊຸມສຸດຍອດອະນຸພາກພື້ນແມ່ນໍ້າຂອງ (GMS)ຄັ້ງທີ8,ກອງປະຊຸມສຸດຍອດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV)ຄັ້ງທີ11ແລະເປັນປະທານ ກອງປະຊຸມສຸດຍອດຂອບ ຍຸດທະສາດ ການຮ່ວມມືດ້ານ ເສດຖະກິດ ແມ່ນໍ້າ ອິຣະວະດີ-ແມ່ນໍ້າເຈົ້າພະຍາ-ແມ່ນໍ້າ ຂອງ (ACMECS) ຄັ້ງທີ 10 ໃນລະ ຫວ່າງວັນທີ 6-7 ພະຈິກ 2024 ທີ່ ນະຄອນຄຸນໝິງສປຈີນ, ທ່ານສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ພົນເອກ ອາວຸໂສ ມິນ ອອງ ລາຍ ປະທານສະພາ ບໍລິຫານແຫ່ງລັດ, ນາຍົກລັດຖະມົນຕີ ແຫ່ງ ສສ ມຽນມາ ເພື່ອປຶກສາຫາລືໃນການສືບຕໍ່ເສີມຂະ ຫຍາຍການພົວພັນ ຮ່ວມມື. ໃນການພົບປະຄັ້ງນີ້, ສອງຝ່າຍໄດ້ ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືຖານບ້ານໃກ້ເຮືອນ ຄຽງທີ່ດີລະຫວ່າງສອງປະເທດລາວມຽນມາ ແລະ ມຽນມາ-ລາວ, ທັງສະ ແດງຄວາມເຊື່ອໝັ້ນວ່າການພົບປະ ລະຫວ່າງ ສອງນາຍົກ ລາວ-ມຽນມາ ໃນຄັ້ງນີ້ ຈະເປັນການປະກອບສ່ວນຮັດ ແໜ້ນສາຍພົວພັນແລະການຮ່ວມມືທີ່ດີ ລະຫວ່າງສອງປະເທດ ໃຫ້ແໜ້ນແຟ້ນ ຍິ່ງໆຂຶ້ນ ເພື່ອນໍາຜົນປະໂຫຍດອັນສູງ ສຸດມາສູ່ປະຊາຊົນສອງປະເທດ ໃຫ້ນັບ ມື້ນັບຫລາຍຂຶ້ນ; ສອງຝ່າຍໄດ້ເປັນ ເອກະພາບກັນ ແລະ ມອບໃຫ້ກະຊວງ ການຕ່າງປະເທດ ສປປ ລາວ ແລະ ສສ ມຽນມາ ປຶກສາຫາລືບັນດາກິດຈະກໍາ ຕ່າງໆ ເພື່ອສະເຫລີມສະຫລອງວັນສ້າງ ຕັ້ງສາຍພົວພັນການທູດຄົບຮອບ70ປີ ໃນປີ2025, ພ້ອມທັງປຶກສາຫາລືການ ຂປລ. ບຸນນະມັດສະການພະທາດ ຫລວງວຽງຈັນແລະ ງານວາງສະແດງ ສິນຄ້າ ປະຈຳປີ 2024 ໄດ້ເປີດຂຶ້ນ ຢ່າງເປັນທາງການໃນວັນທີ11ພະຈິກ 2024 ນີ້, ໃຫ້ກຽດເຂົ້າຮ່ວມ ມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນ ຕີ, ພ້ອມດ້ວຍ ບັນດາການນຳພັກ-ລັດ, ທູຕານຸທູດ, ຜູ້ຕາາງໜ້າອົງການຈັດຕັ້ງ ສາກົນ ພ້ອມແຂກຖືກເຊີນທັງພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ. ໂອກາດດັ່ງກ່າວ, ທ່ານ ສອນໄຊ ສີພັນດອນ ໄດ້ມີຄຳເຫັນ ກ່າວເປີດງານ ຢ່າງເປັນທາງການ ໂດຍທ່ານ ໄດ້ສະ ແດງຄວາມຊົມເຊີຍຕໍ່ຄະນະຈັດງານ, ທີ່ໄດ້ກະກຽມຄວາມພ້ອມ ໃນການຈັດ ງານບຸນນະມັດສະການພະທາດຫລວງ ແລະ ງານວາງສະແດງສິນຄ້າ ປະຈຳປີ 2024 ຕິດພັນກັບຮີດຄອງປະເພນີອັນ ດີງາມຂອງຊາດລາວເຮົາ ແລະ ຈັດໃຫ້ ມີຫລາຍກິດຈະກຳ ທີ່ໜ້າສົນໃຈຕິດພັນ ກັບຮີດຄອງປະເພນີ, ພ້ອມທັງຮຽກ ຮ້ອງໃຫ້ທຸກພາກສ່ວນ ໃນສັງຄົມຕະ ຫລອດຮອດປວງຊົນ ທັງພາຍໃນ ແລະ ຕ່າງປະເທດ ທີ່ຈະມາຮ່ວມໃນງານຕ້ອງ ໄດ້ປະຕິບັດຕາມຮີດຄອງປະເພນີອັນດີ ງາມ ຂອງຊາດລາວເຮົາ ແລະ ປະຕິບັດ ຕາມກົດລະບຽບຂອງງານຢ່າງເຂັ້ມ ງວດ ເພື່ອເຮັດໃຫ້ງານບຸນ ໃນຄັ້ງນີ້, ດຳເນີນໄປດ້ວຍບັນຍາກາດອັນຄຶກຄື້ນ ຮັກສາໄດ້ຄວາມສະຫງົບ, ປອດໄພ ແລະ ອື່ນໆ. ພ້ອມນີ້, ທ່ານນາຍົກລັດຖະ ມົນຕີ ຍັງໄດ້ຂຶ້ນຕີຄ້ອງ 9 ບາດ ເພື່ອ ເປັນສິລິມົງຄຸນ. ທ່ານ ພູວົງ ວົງຄຳຊາວ ຮອງເຈົ້າ ຄອງນະຄອນຫລວງວຽງຈັນ ໄດ້ລາຍ ງານຄວາມພ້ອມດ້ານຕ່າງໆຂອງການ ຈັດງານໃນຄັ້ງນີ້, ພ້ອມທັງຍົກໃຫ້ເຫັນ ປະຫວັດຄວາມເປັນມາ ຂອງບຸນນະມັດ ສະການພະທາດຫລວງວຽງຈັນ ທີ່ໄດ້ ປະຕິບັດກັນມາ ໃນແຕ່ລະປີ ເຊິ່ງໃນປີ ນາຍົກລັດຖະມົນຕີ... ລາວ-ຫວຽດນາມ ທີ່ມີການຂະຫຍາຍ ຕົວຢ່າງບໍ່ຢຸດຢັ້ງ, ພ້ອມທັງໄດ້ປຶກສາ ຫາລື ເພື່ອສົ່ງເສີມການຮ່ວມມືໃນຕໍ່ໜ້າ ຊຶ່ງສອງຝ່າຍໄດ້ເຫັນດີ ຈະສືບຕໍ່ຜັນຂະ ຫຍາຍຢ່າງມີປະສິດທິພາບຕໍ່ຜົນສໍາ ເລັດຂອງການເດີນທາງຢ້ຽມຢາມລັດ ຖະກິດທີ່ສສຫວຽດນາມຂອງສະຫາຍ ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ກໍຄື ຜົນການພົບປະຂອງສອງກົມການເມືອງ ລາວ-ຫວຽດນາມ ໂດຍສະເພາະບັນດາ ໂຄງການທີ່ ສອງຝ່າຍໄດ້ເປັນເອກະ ພາບກັນເປັນຕົ້ນ ການເຊື່ອມຈອດທາງ ດ້ານພື້ນຖານໂຄງລ່າງທາງດ້ານຄົມ ມະນາຄົມ ໂດຍສະເພາະໂຄງການເສັ້ນ ທາງດ່ວນ ວຽງຈັນ-ຮ່າໂນ້ຍ, ການ ເຊື່ອມໂຍງທາງດ້ານລະບົບ, ລະບຽບ, ນະໂຍບາຍ, ການເງິນ ແລະ ພະລັງງານ. ໃນໂອກາດດຽວກັນ, ຝ່າຍລາວ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ບັນດາການ ນໍາພັກ-ລັດ ແລະ ປະຊາ ຊົນຫວຽດນາມ ທີ່ໄດ້ໃຫ້ການສະໜັບ ສະໜູນ ແລະ ປະກອບສ່ວນຊ່ວຍເຫລືອ ເພື່ອໃຫ້ ສປປ ລາວ ສາມາດເຮັດສໍາ ເລັດໜ້າທີ່ການເປັນປະທານອາຊຽນ 2024 ແລະ ເປັນເຈົ້າພາບຈັດກອງ ປະຊຸມ ໄອປາ ຄັ້ງທີ 45 ໄດ້ຢ່າງຈົບ ງາມ. ພ້ອມນີ້, ສອງຝ່າຍຍັງເຫັນດີຈະ ສືບຕໍ່ສະໜັບສະໜູນເຊິ່ງກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫລາຍ ຝ່າຍ ໃນເວທີພາກພື້ນ ແລະ ສາກົນ. ໃນການຕ້ອນຮັບການເຂົ້າຢ້ຽມຂໍ່າ ນັບຂອງ ສະຫາຍ ຫວັງ ອີ້ໂປ ເລຂາພັກ ແຂວງ, ເຈົ້າແຂວງຢຸນນານ, ສະຫາຍ ຫວັງ ອີ້ໂປ ໄດ້ສະແດງຄວາມຍິນດີ ຕ້ອນຮັບອັນອົບອຸ່ນ ຕໍ່ສະຫາຍນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມ ດ້ວຍພັນລະຍາ ແລະ ຄະນະຜູ້ແທນ ລາວ, ຊຶ່ງສະຫາຍ ນາຍົກລັດຖະມົນຕີ ສອນໄຊ ສີພັນດອນ ກໍສະແດງຄວາມ ຂອບໃຈ ຕໍ່ການຕ້ອນຮັບຄະນະຜູ້ແທນ ລາວ ທີ່ເຕັມໄປດ້ວຍໄມຕີຈິດມິດຕະ ພາບອັນດູດດື່ມຖານສະຫາຍອ້າຍ ນ້ອງໃນຄັ້ງນີ້. ສອງຝ່າຍໄດ້ຕີລາຄາ ສູງ ຕໍ່ສາຍພົວພັນມິດຕະພາບອັນເປັນ ມູນເຊື້ອ ແລະ ການພົວພັນຄູ່ຮ່ວມຍຸດ ທະສາດຮອບດ້ານ ໝັ້ນຄົງຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມ ຊາຕາກໍາ ລາວ-ຈີນ, ຈີນ-ລາວ ກໍຄື ການພົບ ພັນຮ່ວມມືລະຫວ່າງ ສປປ ລາວ ແລະ ແຂວງຢຸນນານ, ສະແດງ ອອກໃນການແລກປ່ຽນການຢ້ຽມຢາມ ແລະ ການພົບປະຂອງຄະນະຜູ້ແທນ ຂັ້ນສູງຂອງສອງປະເທດ ໄດ້ດໍາເນີນ ໄປຢ່າງເປັນປົກກະຕິ ແລະ ເພີ່ມຂຶ້ນ. ໃນໂອກາດນີ້, ສອງຝ່າຍ ໄດ້ແຈ້ງ ໃຫ້ກັນຊາບກ່ຽວກັບສະພາບການພັດ ທະນາທີ່ພົ້ນເດັ່ນຂອງທັງສອງຝ່າຍ, ພ້ອມທັງໄດ້ທົບທວນຄືນການພົວພັນ ຮ່ວມມືລະຫວ່າງສປປລາວແລະແຂວງ ຢຸນນານ ໃນໄລຍະຜ່ານມາ, ທັງໄດ້ປຶກ ສາຫາລື ເພື່ອຊຸກຍູ້ການຮ່ວມມືສອງ ປະເທດ ກໍຄື ລະຫວ່າງ ສປປ ລາວ ກັບ ແຂວງຢູນນານ ໃນຕໍ່ໜ້າໂດຍຖືເອົາ ການຕົກລົງ ເປັນເອກະພາບຂອງສອງ ເລຂາທິການ ໃຫຍ່ຂອງສອງພັກ ເພື່ອ ຜັນຂະຫຍາຍ ໃຫ້ເກີດດອກອອກຜົນ ເປັນຈິງໃນແຕ່ລະດ້ານ ເປັນຕົ້ນການ ຮ່ວມກັນວາງແຜນ ແລະ ນໍາໃຊ້ໂຄງ ການທາງລົດໄຟລາວ-ຈີນ ທີ່ເປັນໂຄງ ການຮ່ວມມືລະດັບຊາດ ແລະ ເປັນປະ ຫວັດສາດຂອງສອງປະເທດ ໃຫ້ມີປະ ສິດທິຜົນສູງ, ລວມທັງ ການວາງແຜນ ການພັດທະນາໂຄງການປິ່ນອ້ອມຕາມ ແລວທາງລົດໄຟລາວ-ຈີນ ແລະ ອື່ນໆ. ສໍາລັບການຕ້ອນຮັບປະທານທະ ນາຄານພັດທະນາອາຊີ ເຂົ້າຢ້ຽມຂໍ່າ ນັບ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບ ການເປັນຄູ່ຮ່ວມມື ລະຫວ່າງ ລັດຖະ ບານແຫ່ງສປປລາວແລະທະນາຄານ ພັດທະນາອາຊີ, ລວມທັງການສະໜັບ ສະໜູນຂອງທະນາຄານພັດທະນາອາ ຊີ ໃນການສະໜອງດ້ານທຶນຮອນ ແລະ ຊ່ວຍເຫລືອດ້ານວິຊາການ ໃນຂອບ ການຮ່ວມມືອະນຸພາກພື້ນແມ່ນໍ້າຂອງ (GMS) ໂດຍສະເພາະບັນດາໂຄງ ການຮ່ວມມືດ້ານເສດຖະກິດແລະການ ຈັດຕັ້ງປະຕິບັດແຜນຍຸດທະສາດອະ ນຸພາກພື້ນແມ່ນໍ້າຂອງຈົນຮອດ2030. ພ້ອມນີ້, ສອງຝ່າຍຍັງໄດ້ຢໍ້າຄືນຄວາມ ໝາຍໝັ້ນໃນການສືບຕໍ່ຮ່ວມມື ເພື່ອບັນ ລຸການຈັດຕັ້ງປະຕິບັດ 9 ໂຄງການ ບຸລິ ມະສິດ ຂອງ ສປປ ລາວ ໃນປີ 2024 ເຊັ່ນ: ຂະແໜງສາທາລະນະສຸກ, ການ ປັບປຸງດ້ານໂຄງລ່າງພື້ນຖານ, ການ ພັດທະນາ ສິ່ງແວດລ້ອມ, ຄວາມໝັ້ນ ຄົງດ້ານສະບຽງອາຫານ, ການປັບປຸງ ນໍ້າສະອາດ, ຊັບພະຍາກອນທຳມະ ຊາດ, ການຫລຸດຜ່ອນຄວາມທຸກຍາກ ແລະ ອື່ນໆ ລວມມູນຄ່າ 312 ລ້ານໂດ ລາສະຫະລັດ, ລວມທັງສືບຕໍ່ພັດທະນາ ຂອບການຮ່ວມມືອາຊຽນ-ADB ເປັນ ຕົ້ນ ການເຊື່ອມໂຍງ ແລະ ເຊື່ອມຈອດ ໂຄງລ່າງພື້ນຖານ, ເສດຖະກິດ, ສິ່ງ ແວດລ້ອມ, ນະວັດຕະກໍາ, ພະລັງງານ ສະອາດ ແລະ ຂົງເຂດວຽກບູລິມະສິດ ອື່ນໆ ທີ່ເປັນທ່າແຮງໃນການສືບຕໍ່ຮ່ວມ ມືກັນ ໃນຕໍ່ໜ້າ. ໃນໂອກາດເຂົ້າຮ່ວມກອງປະຊຸມ ແລະ ເຄື່ອນໄຫວຢ້ຽມຢາມ ນະຄອນ ຄຸນໝິງ ສປ ຈີນ ໃນຄັ້ງນີ້, ທ່ານນາຍົກ ລັດຖະມົນຕີ ສອນໄຊ ສີພັນດອນ ພ້ອມ ດ້ວຍຄະນະ ຍັງໄດ້ໄປຢ້ຽມຢາມບໍລິສັດ ຕາຂ່າຍໄຟຟ້າພາກໃຕ້ (ສາຂາແຂວງ ຢຸນນານ) ຕື່ມອີກ. ຂ່າວ-ພາບ: ກົມການຂ່າວ ກະຊວງ ການຕ່າງປະເທດ ບຸນນະມັດສະການ... ນີ້, ໄດ້ຈັດໃຫ້ມີຫລາຍກິດຈະກຳສອດ ຄ່ອງກັບຮີດຄອງປະເພນີ ແລະ ວັດທະ ນະທຳອັນດີງາມຂອງຊາດລາວເຮົາ ນັບແຕ່ວັນທີ 11-15 ພະຈິກ 2024 ນີ້, ໂດຍມີການຄົບງັນຕາມປະເພນີເປັນ ຕົ້ນ ໃນວັນທີ 13 ເວລາ 16:00 ໂມງ ຈະມີພິທີສູດປະລິຕະມຸງຄຸນ ທີ່ພະທາດ ຫລວງ, ວັນທີ 14 ເວລາ 13:30 ໂມງ ຈະມີພິທີແຫ່ພະສາດເຜິ້ງ, ວັນທີ 15 ເວລາ 7:00 ໂມງ ຈະມີພິທີໃສ່ບາດ ຖວາຍສັງກະທານ, ເວລາ 13:00 ໂມງ ຈະມີພິທີແຫ່ລູກຄີ ແລະ ການແຂ່ງຂັນ ກິລາພື້ນບ້ານຕີຄີ ແລະ ເວລາ 19:00 ໂມງ ຈະມີພິທີວຽນທຽນ ແລະ ຈູດທູບ ທຽນ, ບັ້ງໄຟສັກກະລະບູຊາອົງພະ ທາດ. ທັງນີ້, ເພື່ອອະນຸລັກຮັກສາ ແລະ ສົ່ງເສີມວັດທະນະທຳ ຮີດຄອງປະເພນີ ອັນດີງາມ ບຸນນະມັດສະການພະທາດ ຫລວງຂອງຊາວລາວ ກໍຄື ຊາວນະ ຄອນຫລວງວຽງຈັນ ທີ່ເຄີຍສືບທອດ ກັນມາແຕ່ບຸຮານນະການ ໃຫ້ມີຄວາມ ໂດດເດັ່ນ ແລະ ເປັນທີ່ຮັບຮູ້ໃນເວທີ ສາກົນ, ທັງເປັນການສ້າງໂອກາດໃນ ການຈັດຕັ້ງປະຕິບັດ 2 ວາລະແຫ່ງ ຊາດ ກໍຄື ຟື້ນຟູເສດຖະກິດ ດ້ວຍຮຸບ ການຊຸກຍູ້ສົ່ງເສີ່ມການທ່ອງທ່ຽວ, ສົ່ງ ເສີມການຄ້າ, ສິນຄ້າຄອບຄົວຕົວແບບ ທີ່ຈະກ້າວເປັນສິນຄ້າໂອດັອບ ທີ່ໄດ້ກາ ໝາຍແຫ່ງຊາດ ແລະ ສິນຄ້າຂອງວັນ ດາວິສາຫະກິດຂະໜາດນ້ອຍແລະກາງ ໄດ້ມາວາງສະແດງ, ຈຳໜ່າຍ ສິນຄ້າ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ປະ ຊາຊົນຊາວນະຄອນຫລວງວຽງຈັນ ແລະ ແຂກຕ່າງປະເທດໄດ້ເຫັນ ແລະ ໄດ້ຊົມໃຊ້ສິນຄ້າ, ພ້ອມທັງເປັນການ ແລກປ່ຽນບົດຮຽນ ແລະ ປະສົບການ ຕ່າງໆຂອງບັນດາຫົວໜ່ວຍທຸລະກິດ ດ້ວຍກັນ. ທ່ານພູວົງວົງຄຳຊາວໃຫ້ຮູ້ຕື່ມວ່າ: ບຸນນະມັດສະການພະທາດຫລວງ ແລະ ງານວາງສະແດງສິນຄ້າ ໃນປີນີ້, ມີຫ້ອງວາງສະແດງ ຢູ່ເດີນສະໜາມ ຫລວງ 1.463 ຫ້ອງ, ຢູ່ ສູນການຄ່າ ລາວ-ໄອເຕັກ 142 ຮ້ານ. ພ້ອມນີ້, ຍັງ ໄດ້ເຊີນບັນດານະຄອນເພື່ອນມິດຕ່າງ ປະເທດ ເຂົ້າມາຮ່ວມງານ ແລະ ສ້າງ ເງື່ອນໄຂໃຫ້ມີການນຳເອົາຜະລິດຕະ ພັນສິນຄ້າມາແລກ ປ່ຽນວາງສະແດງ ແລະ ຂາຍໃນງານນຳ ເຊິ່ງມີ ຈຳນວນ 2ນະຄອນ ເຂົ້າຮ່ວມຄື: ແຂວງຢຸນນານ ສປ ຈີນ ແລະ ແຂວງໜອງຄາຍ ປະ ເທດໄທ. ນອກນັ້ນ, ຍັງມີການສະແດງ ສິລະປະວັນນະຄະດີ (ເວທີກາງ) ການ ສະແດງການຟ້ອນ, ຂັບລຳຈາກກອງ ສິລະປະກອນສູນກາງ, ສິລະປະກອນ ກອງທັບ, ສິລະປະຈາກບັນດາເມືອງ, ສູນວັດທະນະທຳເດັກແລະ ສະໂມສອນ ດ່ານຊ້າງ ເຂົ້າຮ່ວມການສະແດງ ໃນ ແຕ່ລະມື້. ພ້ອມນີ້, ຍັງມີກິດຈະກຳຂອງ ອົງການຈັດຕັ້ງມະຫາຊົນໃນການໂຄ ສະນາ ເຜີຍແຜ່ປູກຈິດສຳນຶກໃຫ້ຄົນຮຸ່ນ ໃໝ່ໄດ້ຮັບຮູ້ ແລະ ໃສ່ໃຈໃນການອາ ນຸລັກຮັກສາສະພາບແວດລ້ອມ ຕາມ ນະໂຍບາຍ ສ ສະອາດ, ສ ສີຂຽວ ຂອງ ນະຄອນຫລວງວຽງຈັນ ແລະ ມີຄວາມ ພ້ອມໃນການຮັບມືກັບເຫດສຸກເສີນ ຕ່າງໆ, ມີທີມອາສາສະໝັກກຽມພ້ອມ ໃຫ້ການຊ່ວຍເຫລືອກໍລະນີຕ່າງໆ. ຂ່າວ: ທະນູທອງ; ພາບ: ເກດສະໜາ ນາຍົກລັດຖະມົນຕີ ແຫ່ງ... ເສດຖະກິດ ແລະ ກາລະໂອກາດຂອງ ການລົງທຶນ ເພື່ອຮັດແໜ້ນການຮ່ວມມື ລະຫວ່າງພາກລັດແລະ ພາກເອກະຊົນ ແລະ ເພີ່ມທະວີຄວາມຮັບຮູ້ກ່ຽວກັບ ຄວາມສາມາດບົ່ມຊ້ອນດ້ານການລົງ ທຶນຂອງລາວ-ຈີນໃນທຸກຂົງເຂດແລະ ໄດ້ເປີດເວທີໃຫ້ມີການນໍາສະເໜີໃນ ຫົວຂໍ້ຕ່າງໆຂອງພາກທຸລະກິດ ຂອງ ສອງປະເທດ ເພື່ອຍົກໃຫ້ເຫັນກາລະ ໂອກາດແລະທ່າແຮງຂອງການລົງທຶນ ຢູ່ໃນ ສປປ ລາວ ໃນຂະແໜງການສຳ ຄັນຕ່າງໆເປັນຕົ້ນ ການພັດທະນາພະ ລັງງານທົດແທນ, ການປຸງແຕ່ງແຮ່ ທາດ, ໂລຈິສຕິກ, ການຄ້າເອເລັກໂຕຣ ນິກ, ການທ່ອງທ່ຽວ, ການລົງທຶນທີ່ ເປັນມິດຕໍ່ສິ່ງແວດລ້ອມ ລວມເຖິງການ ພັດທະນາຢູ່ໃນເຂດເສດຖະກິດພິເສດ ແລະ ອື່ນໆ. ພ້ອມກັນນີ້, ໃນກອງປະຊຸມ ໄດ້ມີພິທີລົງນາມເອກະສານຮ່ວມມື ລະຫວ່າງ ພາກທຸລະກິດຈຳນວນ 3 ສະບັບ ເພື່ອເພີ່ມທະວີການຮ່ວມມືລະ ຫວ່າງນັກທຸລະກິດລາວ ແລະ ຈີນ. ໃນໂອກາດດຽວກັນ, ທ່ານນາຍົກ ລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະ ນະຍັງໄດ້ຕ້ອນ ຮັບການເຂົ້າຢ້ຽມຂໍ່າ ນັບຂອງອຳນາດການປົກຄອງແຂວງ ເຈີຈຽງແລະທັດສະນະສຶກສາກ່ຽວກັບ ວຽກງານການຫລຸດຜ່ອນຄວາມທຸກ ຍາກ, ການພັດທະນານິຄົມອຸດສາຫະ ກໍາຈຳນວນໜຶ່ງ. ສປ ຈີນ ແມ່ນຄູ່ຄ້າອັນດັບໜຶ່ງ ແລະ ເປັນປະເທດຜູ້ລົງທຶນທີ່ມີມູນຄ່າສູງທີ່ ສຸດໃນ ສປປ ລາວ, ວິສາຫະກິດ ແລະ ນັກລົງທຶນຈາກ ສປ ຈີນ ໄດ້ມາລົງທຶນ ຢູ່ສປປລາວໃນທຸກຂະແໜງການໂດຍ ສະເພາະຂະແໜງພະລັງງານ, ບໍ່ແຮ່, ພື້ນຖານໂຄງລ່າງ, ການບໍລິການ ແລະ ກະສິກໍາ ແລະ ອື່ນໆ ເຊິ່ງລວມມີຫລາຍ ກວ່າ 900 ໂຄງການ, ມີມູນຄ່າຫລາຍ ກວ່າ 15 ຕື້ໂດລາສະຫະລັດ. ພົວພັນຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ແມ່ນ ການຮ່ວມມືດ້ານຊາຍແດນ, ແຮງງານ, ພະລັງງານ, ການຄ້າ-ການ ລົງທຶນ, ການເຊື່ອມໂຢງ-ເຊື່ອມຈອດ, ການທ່ອງ ທ່ຽວ ແລະ ອື່ນໆ. ນອກນີ້, ສອງຝ່າຍຍັງໄດ້ແລກ ປ່ຽນຄໍາຄິດຄໍາເຫັນກ່ຽວກັບສະພາບ ການໃນພາກພື້ນ ແລະ ສາກົນທີ່ສອງ ຝ່າຍມີຄວາມສົນໃຈ ຮ່ວມກັນ. ຂ່າວ-ພາບ: ກົມການຂ່າວ ກະຊວງ ການຕ່າງປະເທດ ເອົາບັນດາຜູ້ສ້າງໂຍບາຍ, ນັກວິຊາ ການ,ຜູ້ນໍາທາງດ້ານອຸດສາຫະກຳແລະ ອົງການຈັດຕັ້ງສາກົນ ຈາກທົ່ວພາກພື້ນ ອາຊຽນ ເພື່ອຊຸກຍູ້ການຮ່ວມມື ແລະ ແກ້ໄຂສິ່ງທ້າທາຍທີ່ປະເຊີນໜ້າກັບ ການສຶກສາຊັ້ນສູງ, ຄົ້ນຫາຍຸດທະສາດ ຕ່າງໆ ເພື່ອສ້າງຄວາມເຂັ້ມແຂງ ໃຫ້ບັນ ດາລະບົບການສຶກສາຊັ້ນສູງຂອງອາ ຊຽນ ແນໃສ່ການສ້າງຄວາມຍືນຍົງ, ການປັບຕົວ ແລະ ການມີສ່ວນຮ່ວມຂ ອງທຸກພາກສ່ວນໃນຂົງເຂດການສຶກ ສາຊັ້ນສູງ. ໂອກາດດັ່ງກ່າວ, ທ່ານ ຫລ້າວັນ ວົງຄໍາສານ ຫົວໜ້າກົມການສຶກສາ ຊັ້ນສູງ ກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ຮູ້ວ່າ: ສປປ ລາວ ໄດ້ຮັບ ກຽດເປັນເຈົ້າພາບຈັດກອງປະຊຸມນະ ໂຍບາຍອາຊຽນ ວ່າດ້ວຍການສຶກສາ ຊັ້ນສູງ ເປັນຄັ້ງທໍາອິດ ເຊິ່ງເປັນຂີດ ໝາຍສໍາຄັນໃນການກໍານົດນະໂຍບາຍ ດ້ານການສຶກສາຕ່າງໆ ແລະ ຊ່ວຍໃຫ້ ປະເທດສະມາຊິກອາຊຽນແລະອີຢູເຮັດ ວຽກຮ່ວມກັນຢ່າງມີປະສິດທິຜົນແນ ໃສ່ສ້າງການສຶກສາຊັ້ນສູງ ທີ່ເຊື່ອມ ໂຍງແລະ ເຊື່ອມຈອດກັນໃຫ້ຫລາຍຂຶ້ນ ເຊິ່ງໃນໄລຍະ 4 ປີຕໍ່ໜ້າຂະແໜງການ ກ່ຽວຂ້ອງ ຍັງມີແຜນຈະຈັດກອງປະ ຊຸມ ແລະ ສົນທະນາທາງດ້ານນະໂຍ ບາຍ ຈໍານວນ 6 ຄັ້ງຢູ່ປະເທດສະມາ ຊິກ ອາຊຽນ ແລະ ເອີລົບ. ການສົນທະ ນາເຫລົ່ານີ້ຈະກວມເອົາບັນດາປະເດັນ ທີ່ສໍາຄັນເຊັ່ນ: ການຈ້າງງານ, ທັກສະ ດີຈິຕອນ ແລະ ການສຶກສາແບບຍືນຍົງ ຕື່ມອີກ. ກອງປະຊຸມໃນຄັ້ງນີ້, ໄດ້ສຸມໃສ່ປຶກ ສາຫາລືຫລາຍບັນຫາສໍາຄັນ ເປັນຕົ້ນ ການພົວພັນຂອງຜູ້ມີສ່ວນຮ່ວມ ແລະ ຄວາມຫລາກຫລາຍການຂະຫຍາຍ ໂອກາດໃນການເຂົ້າເຖິງການສຶກສາ ຊັ້ນສູງ ແລະ ຄົ້ນຄວ້າວິທະຍາສາດ, ການສົ່ງເສີມຄວາມສາມາດໃນການ ຈ້າງງານ,ນະວັດຕະກຳທີ່ກ່ຽວຂ້ອງກັບ ການສຶກສາຊັ້ນສູງ, ສິ່ງທ້າທາຍ ແລະ ຄວາມຍືນຍົງໃນການຫັນເປັນດີຈິ ຕອນໃນຂົງເຂດການສຶກສາ ແລະ ການ ສົ່ງເສີມການເຄື່ອນຍ້າຍ, ການເຊື່ອມ ໂຍງລະຫວ່າງພາກພື້ນ ແລະ ສາກົນ. ທ່ານ ນາງ ແວລີ ສະເມັດ ຫົວໜ້າ ຝ່າຍຮ່ວມມື, ຄະນະຜູ້ແທນອີຢູ ປະຈຳ ລາວ ໃຫ້ຮູ້ວ່າ: ໂຄງການການສຶກສາ ຊັ້ນສູງ ຂອງອົງການ SCOPE ມີທຶນ ປະຕິບັດກິດຈະກຳທັງໝົດຈໍານວນ9,3 ລ້ານໂດລາສະຫະລັດ ເຊິ່ງໄດ້ສະແດງ ໃຫ້ເຫັນເຖິງຄວາມມຸ່ງໝັ້ນຂອງພວກ ເຮົາ ໃນການປະຕິບັດຄູ່ຮ່ວມມືຍຸດທະ ສາດ ອາຊຽນ-ອີຢູ (2023-2027) ຜ່ານການເພີ່ມທະວີການແລກປ່ຽນລ ະຫວ່າງ ປະຊາຊົນກັບປະຊາຊົນ ແລະ ການຮ່ວມມືໃນຂົງເຂດສຶກສາ, ວິທະຍາ ສາດ ແລະ ວັດທະນະທຳ. ພ້ອມນີ້, ສະ ຫະພາບເອີລົບ ຍັງມຸ່ງໝັ້ນ ໃນການສືບ ຕໍ່ເປັນຄູ່ຮ່ວມມືທີ່ເຂັ້ມແຂງ ກັບປະເທດ ອາຊຽນໃນຂົງເຂດການສຶກສາຊັ້ນ ສູງ, ໂດຍຜ່ານໂຄງການສຶກສາຊັ້ນສູງ SCOPE, ເຊັ່ນດຽວກັນກັບບັນດາ ໂຄງການ Erasmus Plus ແລະ Horizon Europe ເຊິ່ງກອງປະຊຸມ ໃນຄັ້ງນີ້ ຈະສ້າງໂຄງຮ່າງປຶກສາຫາລື ທີ່ມີຄວາມໝາຍ, ປະກອບສ່ວນເຂົ້າໃນ ການບັນລຸການພັດທະນາ ການສຶກສາ ຊັ້ນສູງອາຊຽນ ໃນປີ 2025. ຂ່າວ-ພາບ: ທະນູທອງ ລາວເປັນເຈົ້າພາບ...
RkJQdWJsaXNoZXIy MTc3MTYxMQ==