6002

xtgmf]k; 4 3]d c]t gsfdko 11/11/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp ]tfq ,dko,u lj ;oIj ;, les];f rq o]tg,n v' c]t muj 16j vkwl 7A 'mu V m6 f]k; pnj olko8k8A ' 8+ xtmkokmy [= fu l ia fg-p *** ຕໍ່ຈາກໜ້າ 1 *** ເອັດຊີຈີ... *** ຕໍ່ຈາກໜ້າ 1 *** ກອງປະຊຸມພົບປະ... ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໃນປັດຈຸບັນ. ນອກ ຈາກນີ້ ຍັງມີການເຄື່ອນໄຫວສ້າງກິດ ຈະກຳຕ່າງໆຮ່ວມກັນຕື່ມອີກ. ໃນໂອກາດທີ່ເດີນທາງມາຮ່ວມ ກອງປະຊຸມໃນຄັ້ງນີ້, ຄະນະພີ່ນ້ອງເຊື້ອ ຊາດລາວ ຈະໄດ້ໄປຢ້ຽມຊົມສະຖານ ຂປລ. ໃນວັນທີ 5 ພະຈິກ 2024 ຜ່ານມາ, ຢູ່ວັງແກຣມແລງ ນະຄອນຫລວງມົດສະກູ, ສະຫະພັນ ຣັດເຊຍ, ທ່ານ ສີພັນດອນ ອ້ອຍບົວ ບຸດດີ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ທ່ານ ວາລາດີເມຍ ວາລາດີເມຍ ໂຣວິຈ ປູຕິນ ປະທານາທິບໍດີ ແຫ່ງສະຫະ ພັນຣັດເຊຍ ເພື່ອດໍາລົງຕໍ່າແໜ່ງ ເປັນເອກອັກຄະຖະທູດ ວິສາມັນຜູ້ມີ ອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ສະຫະພັນ ຣັດເຊຍ. ໂອກາດດັ່ງກ່າວ, ທ່ານປະທາ ນາທິບໍດີ ປູຕິນ ໄດ້ສະແດງຄວາມ ຊົມເຊີຍຕໍ່ບັນດາທ່ານເອກອັກຄະ ລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງ ເປັນເອກອັກຄະລັດຖະທູດ ມາປະ ຈໍາ ຢູ່ສະຫະພັນຣັດເຊຍ ເພື່ອມາປະ ຕິບັດໜ້າທີ່ການທູດອັນສົມກຽດ ເຊິ່ງເປັນພາລະກິດທີ່ສໍາຄັນ ແລະ ມີຄວາມຮັບຜິດຊອບ ໃນການເສີມ ຂະຫຍາຍຮັດແໜ້ນສາຍພົວພັນມິດ ຕະພາບ ແລະ ການຮ່ວມມື ກັບ ສ ຣັດເຊຍ ໃນດ້ານການເມືອງ, ເສດ ຖະກິດ, ດ້ານມະນຸດສະທຳແລະ ໃນ ຂົງເຂດວຽກງານດ້ານອື່ນໆ, ພ້ອມ ທັງຍົກໃຫ້ເຫັນນະໂຍບາຍຂອງ ຣັດ ເຊຍ ທີ່ຍາມໃດກໍເປີດກວ້າງການ ພົວພັນຮ່ວມມືກັບທຸກປະເທດ ບົນ ພື້ນຖານຕ່າງຝ່າຍຕ່າງມີຜົນປະ ໂຫຍດຮ່ວມກັນ ໂດຍບໍ່ໄດ້ຈໍາແນກ ແລະ ບົນຫລັກການສະເໝີພາບ, ຂປລ. ສູນສະຖິຕິແຫ່ງຊາດ ກະ ຊວງແຜນການ ແລະ ການລົງທຶນ ຈັດ ກອງປະຊຸມ ລະດົມການມີສ່ວນຮ່ວມ ໃນການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະເທດ ຄັ້ງທີ V ປີ 2025 ໃນວັນທີ 8 ພະຈິກ 2024 ໂດຍ ການເປັນປະທານຂອງ ທ່ານ ນາງ ພອນສະຫລີ ສຸກສະຫວັດ ຫົວໜ້າສູນ ສະຖິຕິແຫ່ງຊາດ, ທ່ານ ກຳບິດ ກາບີຣີ (Kambiz Kabiri) ຜູ້ປະສານງານ ດ້ານນະໂຍບາຍ ແລະ ການສຳຫລວດ, ອົງການສະຫະປະຊາຊາດ ກອງທຶນ ສໍາລັບປະຊາກອນ (UNFPA), ມີ ຕານຸທູດ, ຜູ້ຕາງໜ້າຈາກອົງການ ຈັດ ຕັ້ງສາກົນ, ພາກເອກກະຊົນ ແລະ ບັນ ດາກະຊວງທີ່ກ່ຽວຂ້ອງ. ທ່ານນາງພອນສະຫລີສຸກສະຫວັດ ໄດ້ໃຫ້ຮູ້ເຖິງຈຸດປະສົງຕົ້ນຕໍ ຂອງກອງ ປະຊຸມຄັ້ງນີ້, ເພື່ອຮັບຟັງລາຍງານ ຄວາມຄືບໜ້າ ໃນການກະກຽມການ ສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາ ໄສທົ່ວປະເທດ ຄັ້ງທີ V ປີ 2025 ແລະ ນໍາສະເໜີກ່ຽວກັບວິທີການຈັດຕັ້ງປະ ຕິບັດ ແລະ ການນໍາໃຊ້ເຄື່ອງມືເຕັກໂນ ໂລຊີ ເຂົ້າໃນການສໍາຫລວດຄັ້ງນີ້, ປຶກ ສາຫາລືກັບບັນດາຄູ່ຮ່ວມພັດທະນາ ກ່ຽວກັບຄວາມເປັນໄປໄດ້ໃນການປະ ກອບສ່ວນທາງດ້ານງົບປະມານ ແລະ ວິຊາການ ເຊິ່ງມາຮອດປັດຈຸບັນ ສປປ ລາວ ຍັງມີຄວາມຕ້ອງການ ໃນດ້ານ ທຶນຮອນ ເພື່ອປະກອບສ່ວນເຂົ້າໃຫ້ ການຈັດຕັ້ງປະຕິບັດການສໍາຫລວດ ໃຫ້ສໍາເລັດຕາມວັດຖຸປະສົງ ແລະ ລະ ດັບຄາດໝາຍທີ່ກຳນົດໄວ້. ພົນລະ ເມືອງ ສປປ ລາວ ຈະມີການຂະຫຍາຍ ຕົວຈາກ7,4ລ້ານຄົນ ໃນປັດຈຸບັນເປັນ 7,6 ລ້ານຄົນ ໃນປີ 2025 ແລະ 8,1 ລ້ານຄົນ ໃນປີ 2030 ຊຶ່ງຂໍ້ມູນດັ່ງກ່າວ ນີ້ຕ້ອງໄດ້ຮັບການຢືນຢັນຕື່ມຈາກການ ສໍາຫລວດຄັ້ງນີ້. ເປົ້າໝາຍຂອງການສໍາຫລວດ ພົນລະເມືອງ ແລະ ທີ່ຢູ່ອາໄສທົ່ວປະ ເທດ ຄັ້ງທີ V ປີ 2025 ແມ່ນຈົດນັບ ທຸກຄົນທີ່ດຳລົງຊີວິດຢູ່ສປປລາວແລະ ມີໜ້າຢູ່ເປັນປະຈຳ6 ເດືອນຂຶ້ນໄປແລະ ເກັບກຳຂໍ້ມູນທາງດ້ານເສດຖະກິດສັງຄົມຂອງບຸກຄົນ ແລະ ຄົວເຮືອນໃຫ້ ຄົບຖ້ວນ, ຖືກຕ້ອງ ແລະ ຊັດເຈນ ເຊິ່ງ ຜ່ານການສໍາຫລວດໃນ 4 ຄັ້ງ: ຄັ້ງທີ 1 ແມ່ນໄດ້ຈັດຕັ້ງປະຕິບັດ ໃນປີ 1985, ຄັ້ງທີ II ໃນປີ 1995, ຄັ້ງທີ III ໃນປີ 2005 ແລະ ຄັ້ງທີ IV ປີ 2015 ເປັນ ການສໍາຫລວດທີ່ກວມເອົາເນື້ອໃນ ຂ້ອນຂ້າງຫລາຍ ເພື່ອສາມາດສະໜອງ ຂໍ້ມູນທີ່ສໍາຄັນກ່ຽວກັບການຂະຫຍາຍ ຕົວຂອງພົນລະເມືອງ, ຄຸນລັກສະນະ ຂອງພົນລະເມືອງ, ໂຄງປະກອບທາງ ດ້ານເພດ, ໝວດອາຍຸ, ສະພາບການ ເກີດ, ການເສຍຊີວິດ, ການ ຍົກຍ້າຍ, ຄຸນລັກສະນະຂອງທີ່ຢູ່ອາໄສ, ການປະ ກອບອາຊີບ ແລະ ການເຂົ້າເຖິງການ ບໍລິການຕ່າງໆ ຂອງປະຊາຊົນບັນດາ ເຜົ່າໃນຂອບເຂດທົ່ວປະເທດ. ເຖິງວ່າ ອັດຕາການເພີ່ມຂອງພົນລະເມືອງມີທ່ າອ່ຽງຫລຸດລົງ ແຕ່ພົນລະເມືອງກໍ່ຍັງ ມີການເພີ່ມຂຶ້ນແບບຄົງທີ່. ການສໍາຫລວດພົນລະເມືອງ ແລະ ທີ່ຢູ່ອາໄສຄັ້ງນີ້, ຈະເປັນແຫລ່ງຂໍ້ມູນທີ່ ສໍາຄັນໃນການຕີລາ ຄາສະພາບການ ດໍາລົງຊີວິດທາງດ້ານສັງຄົມ ແລະ ເສດຖະກິດສ່ວນໜຶ່ງໃນ10ປີທີ່ຜ່ານມາ ເພື່ອຮັບໃຊ້ໃຫ້ແກ່ການຕິດຕາມ ແລະ ປະເມີນການຈັດຕັ້ງປະຕິບັດ ແຜນພັດ ທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ການກະກຽມສ້າງແຜນ ພັດທະນາ ເສດຖະກິດ-ສັງຄົມແຫ່ງ ຊາດຄັ້ງທີXທັງເປັນການສ້າງບົດລາຍ ງານແຫ່ງຊາດແບບສະໝັກໃຈ(VNR) ຂອງລັດຖະບານ, ລວມທັງການຕິດຕາ ມເປົ້າໝາຍການພັດທະນາແບບຍືນຍົງ ແລະ ວິໄສທັດຮອດປີ 2030. ສະນັ້ນ, ອີງໃສ່ຄວາມຈໍາເປັນດັ່ງ ກ່າວ ເຫັນວ່າຄວາມຕ້ອງການງົບປະ ມານທັງໝົດ ສໍາລັບການສໍາຫລວດ ແມ່ນ 450 ຕື້ກີບ ຫລື ປະມານ 23,7 ລ້ານໂດລາສະຫະລັດ. ຕໍ່ກັບຄວາມ ຕ້ອງການດັ່ງກ່າວ, ລັດຖະບານ ເຫັນ ໄດ້ຄວາມສໍາຄັນຕັດສິນໃຈເພີ່ມງົບປະ ມານເບື້ອງລັດຂຶ້ນ ຈາກ 5,4 ລ້ານໂດ ລາສະຫະລັດ ເປັນ 8,2 ລ້ານໂດລາສະ ຫະລັດ ກວມປະມານ 45% ຂອງງົບ ປະມານທີ່ສາມາດ ລະດົມໄດ້ທັງໝົດ ໃນປັດຈຸບັນ. ເຖິງຢ່າງໃດກໍຕາມ, ທຽບ ໃສ່ຄວາມຕ້ອງການທັງໝົດເຫັນວ່າ ງົບປະມານຍັງບໍ່ທັນພຽງພໍຕ້ອງ ໄດ້ລະ ດົມຕື່ມ ຈໍານວນ 5,2 ລ້ານໂດລາສະ ຫະລັດ. ຍ້ອນແນວນັ້ນ ການສໍາຫລວດ ຄັ້ງ V ນີ້ມີຄວາມສໍາຄັນຫລາຍ ເພາະ ຈະເປັນພື້ນຖານໃຫ້ແກ່ການຕີລາຄາ ຜົນສໍາເລັດ ແລະ ວາງແຜນພັດທະນາ ເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ IX ແລະ ຄັ້ງທີ X ກໍຄື ການບັນລຸການ ຫລຸດພົ້ນຈາກປະເທດດ້ອຍພັດທະນາ ແລະ ເປົ້າໝາຍພັດທະນາແບບຍືນຍົງ 2030. ຂ່າວ: ວຽງສະຫວັນ ໂດຍຝ່າຍ ອູແກຣນ ເປັນຜູ້ລິເລີ່ມ, ແຕ່ຝ່າຍ ອູແກຣນ ໄດ້ປະຕິເສດຂໍ້ຕົກ ລົງດັ່ງກ່າວ. ຣັດເຊຍ ກໍາລັງພະຍາຍາມຢ່າງ ແຂງແຮງແລະຕັ້ງໜ້າເພື່ອປ້ອງກັນ ບໍ່ໃຫ້ຄວາມຂັດແຍ່ງ ລະຫວ່າງ ປາແລັດສະຕິນ-ອິດສະລາແອນ ທະວີຄວາມຮຸນແຮງເພີ່ມຂຶ້ນ ໃນປັດ ຈຸບັນ ເພື່ອບໍ່ໃຫ້ກາຍ ເປັນສົງຄາມ ໃຫຍ່ໃນຕາເວັນອອກກາງ ເຊື່ອໝັ້ນ ວ່າທຸກຝ່າຍຈະກັບຄືນໄປສູ່ເສັ້ນທາງ ແຫ່ງຄວາມປອງດອງກັນ ແລະ ບັນລຸຂໍ້ຕົກລົງທີ່ຢັ້ງຢືນ ແລະ ໄລຍະ ຍາວ ບົນພື້ນຖານການຮັບຮູ້ທາງ ກົດໝາຍ ລະຫວ່າງປະເທດ ທີ່ເປັນ ທີ່ຍອມຮັບເທົ່ານັ້ນແລະ ເງື່ອນໄຂສໍາ ຄັນໃນການຟື້ນຟູສັນຕິພາບຢູ່ພາກ ພື້ນນັ້ນຄືການດໍາເນີນການຕາມ “ສູດສອງລັດ” ເຊິ່ງໄດ້ຮັບການ ຮັບຮອງເອົາໂດຍມະຕິຂອງສະພາ ຄວາມໝັ້ນຄົງ ແລະ ກອງປະຊຸມສະ ມັດຊາໃຫຍ່ສະຫະປະຊາຊາດ. ຣັດເຊຍ ມີຄວາມມຸ່ງໝັ້ນພົວ ພັນຮ່ວມມືກັບປະເທດທີ່ເປັນມິດ, ການຮ່ວມມືກັບປະເທດເຫລົ່ານັ້ນ ແມ່ນຫລາກຫລາຍຮູບແບບ, ມີຜົນ ປະໂຫຍດຮ່ວມກັນ, ເປັນຄູ່ຮ່ວມມື ຢ່າງແທ້ຈິງແລະ ໄດ້ຮັບການກໍ່ສ້າງ ບົນພື້ນຖານການເຄົາລົບຜົນປະ ໂຫຍດ ແລະ ອະທິປະໄຕຂອງກັນ ແລະກັນ.ຣັດເຊຍຈະສືບຕໍ່ຊຸກຍູ້ການ ພົວພັນຮ່ວມມືສອງຝ່າຍ ໃນດ້ານ ການເມືອງ, ເສດຖະກິດ, ມະນຸດສະ ທຳ, ໃນຂົງ ເຂດວັດທະນະທຳ, ກິລາ ແລະ ການສຶກສາ ຢ່າງເປັນປົກກະຕິ ກັບປະເທດຄູ່ຮ່ວມ ແລະ ປະເທດ ເພື່ອນມິດຍຸດທະສາດເຫລົ່ານັ້ນ. ທີ່ສຳຄັນຕ່າງໆຢູ່ໃນນະຄອນຫລວງ ວຽງຈັນ ເຊັ່ນ: ໄປຢ້ຽມຢາມເຂດເສດ ຖະກິດກວມລວມໄຊເສດຖາແລະຢ້ຽມ ຊົມພິພິທະພັນສິລະປະລາວສະໄໝໃໝ່ (ໄມ້ແກະສະຫລັກ), ຢ້ຽມຊົມຫໍພິພິທະ ພັນ ໄກສອນ ພົມວິຫານ ແລະ ເຂົ້າຮ່ວມ ງານຣາຕີວຽງຈັນ. ນອກຈາກນັ້ນ, ຍັງ ຈະໄດ້ໄປຢ້ຽມຢາມສວນພຶກສາ ເພື່ອ ຢ້ຽມຊົມຫ້ອງວາງສະແດງບັນດາເຜົ່າ, ຮ່ວມພິທີບາສີສູ່ຂວັນ ແລະ ຮັບຊົມ ການສະແດງສິນລະປະບັນດາເຜົ່າ; ເຂົ້າ ຮ່ວມພິທີຖວາຍຜ້າປ່າສາມັກຄີຢູ່ວັດອົງ ຕື້ ແລະ ຮ່ວມພິທີແຫ່ຜາສາດເຜິ້ງ ເຂົ້າ ສູ່ກົມມະລຽນພະທາດຫລວງລວມທັງ ຮ່ວມການເຄື່ອນໄຫວກິດຈະກຳອື່ນໆ. ກອງປະຊຸມພົບປະພີ່ນ້ອງເຊື້ອຊາດ ລາວຄັ້ງປະຖົມມະລືກເທື່ອນີ້ ແມ່ນມີ ຄວາມໝາຍຄວາມສຳຄັນ ຊຶ່ງຈະເຮັດ ໃຫ້ພີ່ນ້ອງເຊື້ອຊາດລາວຢູ່ຕ່າງປະເທດ ໄດ້ເຂົ້າໃຈຢ່າງຈະແຈ້ງກ່ຽວກັບແນວ ທາງນະໂຍບາຍອັນຖືກຕ້ອງຂອງພັກລັດຖະບານ ສປປ ລາວ, ໄດ້ເຫັນເຖິງ ສະພາບການພັດທະນາເສດຖະກິດສັງ ຄົມຕົວຈິງຂອງ ສປປ ລາວ, ໄດ້ມາ ພົບປະພີ່ນ້ອງຮ່ວມຊາດ, ຮ່ວມກັນສ້າງ ກິດຈະກຳຕ່າງໆ, ເຮັດບຸນສິນກິນທານ ແລະ ນໍາເອົາຜົນສຳເລັດຂອງ ກອງປະ ຊຸມໃນເທື່ອນີ້ ໄປເຜີຍແຜ່ໃຫ້ພີ່ນ້ອງ ຊາວລາວ ຢູ່ຕ່າງປະເທດໄດ້ຮັບຊາບ ຢ່າງທົ່ວເຖິງກັນຕື່ມອີກ. ຂປລ. ແຫລ່ງຂ່າວຈາກ ເມືອງຜາ ອຸດົມ ໃຫ້ຮູ້ວ່າ: ກອງປະຊຸມ ທາບທາມ ບຸກຄະລາກອນ ເຂົ້າສະໝັກຮັບເລືອກ ຕັ້ງ ຄະນະບໍລິຫານງານສະຫະພັນແມ່ ຍິງ ເມືອງຜາອຸດົມ ຊຸດທີ IX ຮອບ II ຈັດຂຶ້ນໃນວັນທີ 7 ພະຈິກ 2024 ພາຍ ໃຕ້ການເປັນປະທານຂອງ ສະຫາຍ ນາງ ມະນີວັນ ພັນປະເສີດ ຄະນະ ປະຈໍາພັກເມືອງ, ຫົວໜ້າຄະນະຈັດຕັ້ງ ເມືອງ, ຜູ້ຊີ້ນຳອົງການຈັດຕັ້ງມະຫາ ຊົນ, ຫົວໜ້າອະນຸກຳມະການໂຄງປະ ກອບບຸກຄະລາກອນ, ມີຄະນະຄະຮັບ ຜິດຊອບຂອງເມືອງ, ຄະນະບໍລິຫານ ງານສະຫະພັນແມ່ຍິງ ພ້ອມດ້ວຍຜູ້ ແທນ ເຂົ້າຮວມ. ໂອກາດນີ້, ສະຫາຍ ນາງ ມະນີວັນ ພັນປະເສີດ ໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມ ກອງປະຊຸມ ຕ້ອງໄດ້ສຸມສະຕິປັນຍາ ເຂົ້າໃນການຄັດເລືອກເອົາບຸກຄະລາກ ອນ ທີ່ມີຄວາມຮູ້, ຄວາມສາມາດ ເພື່ອ ມາສ້າງສາປະເທດຊາດ ກໍຄື ສະຫະ ພັນແມ່ຍິງເມືອງຜາອຸດົມ ໃຫ້ຖືກຕ້ອງ ສອດຄອງຕາມເງື່ອນໄຂ ແລະ ຖືກ ຕ້ອງຕາມໂຄງປະກອບທີ່ວາງໄວ້ ເພື່ອ ມານໍາພາ-ຊີ້ນຳວຽກງານສະຫະພັນ ແມ່ຍິງເມືອງ ໃຫ້ໄດ້ຮັບການພັດທະນາ ຂຶ້ນເທື່ອລະກ້າວ. ກອງປະຊຸມ ຄະນະຮັບຜິດຊອບ ໄດ້ຜ່ານມາດຖານ, ເງື່ອນໄຂແລະ ໂຄງ ປະກອບ ຜູ້ທີ່ສະໝັກຮັບເລືອກຕັ້ງເຂົ້າ ເປັນຄະນະບໍລິຫານງານສະຫະພັນແມ່ ຍິງ ເມືອງຊຸດໃໝ່ ເຊິ່ງຕ້ອງມີຄຸນທາດ ການເມືອງ, ຄວາມຮູ້ຄວາມສາມາດ, ຄຸນສົມບັດສິນທຳປະຕິວັດ, ແບບແຜນ ນຳພາ ແລະ ວິທີເຮັດວຽກ ແລະ ມີສຸຂະ ພາບແຂງ. ຈາກນັ້ນ, ຄະນະຮັບຜິດ ຊອບໄດ້ແຈກຍາຍບັດເພື່ອໃຫ້ຜູ້ແທນ ໃຊ້ສິດປະຊາທິປະໄຕ ຂອງຕົນ ເລືອກ mk[mk,[5 d7t]kdvo 7tot[= ]y sko'ko ltstra oc,j py ' g,n v'zkv5 fq , ເອົາບຸກຄະລາກອນ ເຂົ້າສະໝັກຮັບ ເລືອກຕັ້ງ ຄະນະບໍລິຫານງານສະຫະ ພັນແມ່ຍິງເມືອງ ຊຸດທີ IX ຮອບ II ເຊິ່ງມີຜູ້ມີສິດຮັບສະໝັກເລືອກຕັ້ງທັງ ໝົດ 40 ສະຫາຍ ແລະ ຈະຄັດເລືອກ ເອົາ 35 ສະຫາຍ. ຂ່າວ-ພາບ: ພອນສະຫວັນ ເອັດຊີຈີ (SCG)ໄດ້ຈັດພິທີມອບ-ຮັບ ທຶນການສຶກສາຢ່າງເປັນທາງການ ພາຍໃຕ້ໂຄງການ “SCG Sharing the Dream” ປະຈຳປີ 2024 ເພື່ອ ສົ່ງເສີມການສຶກສາຊາວໜຸ່ມລາວ ແລະ ສ້າງຄົນລຸ້ນໃໝ່ ໃຫ້ມີຈິດສຳນຶກ ດ້ານສິ່ງແວດລ້ອມ ຮັບມືກັບສະພາວະ ໂລກຮ້ອນ ເຊິ່ງພິທີມອບ-ຮັບທຶນການ ສຶກສາຄັ້ງນີ້ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ສຳລານ ພັນຄະວົງ, ຮອງ ລັດຖະມົນຕີກະຊວງສຶກສາທິການແລະ ກິລາ, ທ່ານ ນາງ ມໍລະກົດ ສີສະຫວັດ, ເອກອັກຄະລັດຖະທູດໄທປະຈໍາ ສປປ ລາວ, ທ່ານ ປະລະເມດ ນິສາກອນ ເສນ, ຜູ້ຊ່ວຍຜູ້ຈັດການໃຫຍ່ການບໍລິ ຫານກາງ SCG ພ້ອມບັນດາເຈົ້າໜ້າ ທີ່ກ່ຽວຂ້ອງເຂົ້າຮ່ວມ. ສໍາລັບທຶນການສຶກສາສົກຮຽນ 2024-2025 ລວມທັງໝົດ 201 ທຶນ ໄດ້ກວມເອົາມີນັກຮຽນລະດັບມັດ ທະຍົມປາຍຈາກໂຮງຮຽນລັດຖະບານ ໃນເຂດນະຄອນຫລວງວຽງຈັນ ແລະ ແຂວງຄຳມ່ວນ ໄດ້ຮັບທຶນລວມ 180 ທຶນ ແລະ ນັກຮຽນລະດັບປະລິນຍາຕີ ທົ່ວປະເທດ 21 ທຶນ. ທັງນີ້ SCG ໄດ້ຮ່ວມກັບພະແນກສຶກສາ ນະຄອນ ຫລວງ ວຽງຈັນ ແລະ ພະແນກສຶກສາ ແຂວງຄຳມ່ວນ ຈັດງານມອບທຶນ SCG Sharing the Dream ຢ່າງ ຕໍ່ເນື່ອງມາເປັນປີທີ 13 ແລ້ວ. ທ່ານ ປະລະເມດ ນິສາກອນເສນ, ຜູ້ຊ່ວຍຜູ້ຈັດການໃຫຍ່ ການບໍລິຫານ ກາງ SCG ໄດ້ກ່າວວ່າ ໃນປີນີ້ SCG ເນັ້ນສົ່ງເສີມ ແລະ ໃຫ້ໂອກາດຊາວໜຸ່ມ ທີ່ມີຄວາມຕັ້ງໃຈຮຽນ ແຕ່ມີຄວາມຂາດ ເຂີນດ້ານທຶນຊັບ ແລະ ມີຈິດສຳນຶກອະ ນຸລັກສິ່ງແວດລ້ອມ ເຊິ່ງເປັນສ່ວນໜຶ່ງ ໃນແນວທາງພິຈາລະນາຄຸນສົມບັດ ຂອງຜູ້ສະໝັກ. “ພວກເຮົາກຳລັງຜະ ເຊີນກັບທຳມະຊາດທີ່ປ່ຽນແປງ ເຊິ່ງ ເກີດຈາກບັນຫາວິກິດໂລກຮ້ອນ. SCG ຈຶ່ງມຸ່ງໝັ້ນດຳເນີນທຸລະກິດຕາມແນວ ທາງ ‘Inclusive Green Growth’ ຫລື ການສ້າງເສດຖະກິດໃຫ້ເຕີບໂຕ ຄຽງຄູ່ໄປກັບສິ່ງແວດລ້ອມທີ່ຍືນຍົງ ໂດຍບໍ່ປະຖິ້ມໃຜໄວ້ຂ້າງຫລັງ. ສຳລັບ ປີນີ້, SCG ໄດ້ເປີດໂອກາດໃຫ້ຄົນລຸ້ນ ໃໝ່ມີສ່ວນຮ່ວມໃນການແກ້ໄຂບັນຫາ ສັງຄົມ ແລະ ສິ່ງແວດລ້ອມ ໂດຍມີ ທີມຊາວໜຸ່ມອາຊຽນກວ່າ 20 ທີມ ສົ່ງ ຜົນງານເຂົ້າປະກວດ ແລະ ມີຕົວແທນ ຈາກ ສປປ ລາວ ໄດ້ຮັບເລືອກເປັນ ESG Ambassador ດ້ວຍຜົນງານ ສົ່ງເສີມຊຸມຊົນພັດທະນາບັນຈຸພັນອາ ຫານຈາກໃບໄມ້ ທີ່ສ້າງລາຍໄດ້ ແລະ ຮັກສາສິ່ງແວດລ້ອມໄປພ້ອມໆກັນ. ນ້ອງຜູ້ໄດ້ຮ່ວມການເດີນທາງທັດ ສະນະສຶກສາປະສົບການສີຂຽວກັບ ໝູ່ໆ ຈາກປະເທດອື່ນ ໃນໄລຍະລົງເຮັດ ວຽກ ESG Symposium ທີ່ປະເທດ ໄທ ເມື່ອເດືອນຕຸລາທີ່ຜ່ານມາເລົ່າປະ ສົບການວ່າ: ຮູ້ສຶກດີໃຈຫລາຍທີ່ໄດ້ ເຫັນພະລັງຂອງຄົນລຸ້ນໃໝ່ ແລະ ເຊື່ອ ໝັ້ນວ່ານ້ອງໆນັກຮຽນ ນັກສຶກສາໃນ ໂຄງການ Sharing the Dream ຈະ ເຕີບໃຫຍ່ເປັນກຳລັງສຳຄັນໃນການ ພັດທະນາ ສປປ ລາວ ໃຫ້ຈະເລີນກ້າວ ໜ້າຍິ່ງຂຶ້ນຕໍ່ໄປ. ໃນໂອກາດດັ່ງກ່າວນີ້, ທ່ານ ສຳລານ ພັນຄະວົງ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ໄດ້ ກ່າວວ່າ “ຂ້າພະເຈົ້າຂໍສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ໂຄງການດັ່ງກ່າວ ໂດຍສະເພາະຕໍ່ທາງ ກຸ່ມບໍລິສັດ SCG ແຫ່ງປະເທດໄທ, ແລະ ຂໍຊົມເຊີຍ ຕໍ່ຄະ ນະກຳມະການທຸກໆທ່ານ ຈາກພະ ແນກສຶກສາທິການ ແລະ ກິລາ ນະຄອນ ຫລວງວຽງຈັນ ຕະຫລອດເຖິງຜູ້ອຳ ນວຍການໂຮງຮຽນ, ຄູ-ອາຈານ ພ້ອມ ດ້ວຍນ້ອງນັກຮຽນ ທີ່ໄດ້ພ້ອມກັນຈັດ ຕັ້ງປະຕິບັດໂຄງການ ຈົນໄດ້ຮັບຜົນສຳ ເລັດເປັນຢ່າງດີ. ໂຄງການດັ່ງກ່າວ ເປັນໂຄງການທີ່ດີ ແລະ ມີປະໂຫຍດ ຕໍ່ການສຶກສາໃນນະຄອນຫລວງວຽງ ຈັນ ທັງເປັນການປະກອບສ່ວນບັນລຸ ຕາມແຜນການທີ່ນະຄອນຫລວງວຽງ ຈັນວາງອອກ. ທ່ານ ນາງ ມໍລະກົດ ສີສະຫວັດ, ເອກອັກຄະລັດຖະທູດໄທປະຈໍາ ສປປ ລາວ ກ່າວ ທຶນການສຶກສາ SCG Sharing the Dream ເປັນໜຶ່ງໃນ ໂຄງການທີ່ SCG ດຳເນີນການເພື່ອ ເພີ່ມໂອກາດທາງການສຶກສາໃຫ້ແກ່ ຊາວໜຸ່ມ, ຫລຸດຜ່ອນຄວາມບໍ່ເທົ່າ ທຽມກັນໃນສັງຄົມ ຕາມຍຸດທະສາດ ESG 4 Plus ອັນປະກອບໄປດ້ວຍ 1. ມຸ່ງ Net Zero 2. GO Green 3. ຫລຸດຄວາມບໍ່ເທົ່າທຽມກັນ ແລະ 4. ຢ້ຳຮ່ວມມື plus ຄວາມໂປ່ງໃສ ແລະ ເປັນທຳ. ໃນແຕ່ລະປີ SCG ໄດ້ມອບ ທຶນນີ້ແກ່ຊາວໜຸ່ມໃນພາກພື້ນອາຊຽນ ໄດ້ແກ່ສປປລາວ, ຫວຽດນາມ, ອິນໂດ ເນເຊຍ, ຟິລິບປິນ, ກຳປູເຈຍ ແລະ ໄທ ລວມຫລາຍກວ່າ 5.000 ຄົນ. ບໍ່ແຊກແຊງເຂົ້າວຽກງານພາຍໃນ ຂອງກັນ ແລະ ຍຶດໝັ້ນກົດໝາຍສາ ກົນຢ່າງເຂັ້ມງວດ. ຣັດເຊຍ ຢືນຢັນ ໃນການສ້າງລະບົບການພົວພັນທາງ ດ້ານເສດຖະກິດໂລກທີ່ມີຄວາມ ຍຸຕິທຳ, ປາສະຈາກການແຂ່ງຂັນທີ່ ບໍ່ເປັນທຳການລົງໂທດຕາມລໍາພັງ ຝ່າຍດຽວແລະຂໍ້ຈຳກັດທີ່ມີທ່າແຮງ ຈູງໃຈທາງການເມືອງ.ຣັດເຊຍເຂົ້າ ຮ່ວມຢ່າງຕັ້ງໜ້າໃນເວທີສາກົນ ແລະ ດຳເນີນນະໂຍບາຍການຕ່າງ ປະເທດ ທີ່ມີລັກສະນະສ້າງສັນ ໂດຍ ຄໍານຶງເຖິງຜົນປະໂຫຍດຂອງຊາດ ແລະ ແນວໂນ້ມຈຸດປະສົງການພັດ ທະນາຂອງໂລກ. ນອກນັ້ນ, ທ່ານ ປູຕິນ ໄດ້ຊີ້ແຈງ ເຖິງທັດສະນະແລະນະໂຍບາຍຂອງ ຣັດເຊຍ ກ່ຽວກັບບັນຫາ ອູແກຣນ ແລະ ປາແລັດສະຕິນ-ອິດສະລາ ແອນ ຢ່າງກົງໄປກົງມາ ແລະ ຈະ ແຈ້ງຊັດເຈນ ເຊິ່ງທ່ານກ່າວວ່າ: ມີ ແນວໂນ້ມທີ່ໜ້າຕົກໃຈຕໍ່ຄວາມຂັດ ແຍ່ງເກົ່າ ແລະ ມີຂໍ້ຂັດແຍ່ງໃໝ່ ເກີດ ຂຶ້ນ. ຣັດເຊຍ ໄດ້ມີຄວາມພ້ອມສໍາ ລັບການເຈລະຈາ ກັບ ອູແກຣນ ມາ ແຕ່ເລີ່ມຕົ້ນທີ່ມີຄວາມຂັດແຍ່ງເກີດ ຂຶ້ນ ແລະ ຣັດເຊຍ ໄດ້ມີການດໍາເນີນ ການເຈລະຈາມາແຕ່ຕົ້ນ ແລະ ຂໍ້ຕົກ ລົງກໍເປັນທີ່ຍອມຮັບຮ່ວມກັນກັບ ອູແກຣນແລະໄດ້ຮັບການພັດທະນາ

RkJQdWJsaXNoZXIy MTc3MTYxMQ==