6002

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 11/11/2024 xtgmf]k; ສອງປະທານປະເທດ... ຈາກ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມອ້າຍນ້ອງ ແລະ ເຊື່ອໝັ້ນ ວ່າດ້ວຍຄວາມຮູ້, ຄວາມສາມາດແລະ ປະສົບການອັນອຸດົມ ສົມບູນຂອງສະ ຫາຍ ເລືອງ ເກື່ອງ, ສະຫາຍຈະສືບຕໍ່ ຊີ້ນໍາ-ນຳພາ ເຮັດໃຫ້ ສສ ຫວຽດນາມ ຍາດໄດ້ ຜົນງານອັນໃໝ່ ໃຫຍ່ຫລວງ ກວ່າເກົ່າ ເພື່ອປະກອບສ່ວນເຂົ້າໃນພາ ລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຫວຽດ ນາມ ເພື່ອບັນລຸເປົ້າໝາຍການເປັນ ປະເທດອຸດສະຫະກຳຕາມທິດທັນສະ ໄໝ, ປະຊາຊົນຮັ່ງມີ, ປະເທດຊາດ ເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ ແລະ ສີວິໄລ. ພ້ອມນີ້, ສອງຝ່າຍ ໄດ້ສະ ແດງຄວາມຍິນດີທີ່ຈະເຮັດວຽກຮ່ວມ ກັນຢ່າງໃກ້ຊິດ ເພື່ອສືບຕໍ່ເສີມຂະ ຫຍາຍສາຍພົວພັນມິດຕະພາບອັນຍິ່ງ ໃຫຍ່, ຄວາມສາມັກຄີພິເສດ ແລະ ການ ຮ່ວມມືຮອບດ້ານອັນເປັນມູນເຊື້ອທີ່ດີ ງາມ ລະຫວ່າງ ສອງພັກ, ສອງລັດ ແລະປະຊາຊົນສອງຊາດລາວ-ຫວຽດ ນາມ ໃຫ້ນັບມື້ຈະເລີນງອກງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ ໃຫ້ສົມ ກັບການເສຍສະຫລະເລືອດເນື້ອຂອງ ບັນດາຮຸ່ນການນຳ ແລະ ນັກຮົບປະຕິ ວັດ ຂອງສອງຊາດ ຕະຫລອດໄລ ຍະຫລາຍທົດສະວັດແຫ່ງການຕໍໍ່ສູ້ກູ້ ຊາດ ແລະ ຍາດເອົາເອກະລາດ, ເສລິ ພາບ ມາໃຫ້ປະຊາຊົນສອງຊາດ ລາວຫວຽດນາມ ຫວຽດນາມ-ລາວ, ສອງ ຝ່າຍ ໄດ້ເຫັນດີເປັນເອກະພາບກັນສືບ ຕໍ່ຊຸກຍູ້ການຮ່ວມມື ໃນຂະແໜງການ ຕ່າງໆທີ່ມີທ່າແຮງຮ່ວມກັນໃຫ້ຫລາຍ ຂຶ້ນ, ຊຸກຍູ້ການຈັດຕັ້ງປະຕິບັດບັນດາ ແຜນງານ-ໂຄງການຮ່ວມມືຕ່າງໆທີ່ ສອງພັກ-ລັດຖະບານ ໄດ້ລົງນາມກັນ ແລ້ວນັ້ນ ໃຫ້ມີປະສິດທິພາບ ແລະ ປະ ສິດທິຜົນສູງສຸດ, ສະໜັບສະໜູນຊ່ວຍ ເຫລືອເຊິ່ງກັນ ແລະ ກັນ ໃນເວທີພາກ ພື້ນ ແລະ ສາກົນ. ທັງນີ້, ກໍເພື່ອນໍາເອົາ ຜົນປະໂຫຍດຕົວຈິງມາສູ່ປະຊາຊົນ ສອງຊາດ ລາວ-ຫວຽດນາມ ຫວຽດ ນາມ-ລາວ ອ້າຍນ້ອງ. ໃນໂອກາດດຽວກັນນີ້, ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ໄດ້ຕາງໜ້າໃຫ້ ພັກ, ລັດຖະບານ ແລະ ປະຊາຊົນລາວ ສະ ແດງຄວາມຂອບໃຈຢ່າງຈິງໃຈມາຍັງ ພັກ, ລັດຖະບານ ແລະ ປະຊາຊົນຫວຽດ ນາມອ້າຍນ້ອງ ຕໍ່ການຊ່ວຍເຫລືອອັນ ລໍໍ້າຄ່າ ບໍ່ວ່າຈະຢູ່ໄລຍະແຫ່ງການ ຕູ້ສູ້ ກູ້ຊາດໃນເມື່ອກ່ອນ ກໍຄື ໃນໄລຍະທີີ່ ສປປ ລາວ ກໍາລັງປະເຊີນກັບຄວາມ ຫຍຸ້ງຍາກທາງດ້ານເສດຖະກິດ ໃນປັດ ຈຸບັນ, ສົມກັບຄໍາເວົ້າທີ່ເປັນອຳມະຕະ ວ່າ: “ເຂົ້າເມັດຫັກຜັກເສັ້ນດຽວ ກໍບິ ແບ່ງກັນກິນ”. ພ້ອມນີ້, ກໍໄດ້ອວຍພອນ ໃຫ້ ສະຫາຍ ເລືອງ ເກື່ອງ ແລະ ຄອບ ຄົວ ຈົ່ງມີແຕ່ຄວາມຜາສຸກ ແລະ ປະ ສົບຜົນສໍາເລັດໃນໜ້າທີ່ວຽກງານອັນ ໃໝ່ທີ່ຍິ່ງໃຫຍ່ກວ່າເກົ່າ, ສືບຕໍ່ນໍາພາ ປະເທດຫວຽດນາມ ພັດທະນາ, ຮຸ່ງ ເຮືອງ, ສີວິໄລຍິ່ງຂຶ້ນ ແລະ ສະແດງ ຄວາມຫວັງວ່າຈະໄດ້ຕ້ອນຮັບສະຫາຍ ພ້ອມດ້ວຍພັນລະຍາ ເດີນທາງມາ ຢ້ຽມຢາມລັດຖະກິດຢູ່ ສປປ ລາວ ໃນ ອະນາຄົດນີ້. ໃນຂະນະດຽວກັນ, ສະຫາຍປະ ທານປະເທດ ເລືອງ ເກື່ອງ ກໍໄດ້ສະ ແດງຄວາມຂອບໃຈຕໍ່ຄຳເວົ້າອັນຈົບ ງາມຂອງ ສະຫາຍ ທອງລຸນ ສີສຸລິດ, ພ້ອມທັງ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດໃນການເປັນປະທານ ອາຊຽນຂອງ ສປປ ລາວ ປີ 2024 ຢ່າງຈົບງາມ, ຢືນຢັນຄືນຄວາມໝາຍ ໝັ້ນອັນແຮງກ້າຂອງພັກ, ລັດຖະບານ ແລະ ປະຊາຊົນຫວຽດນາມ ຈະເຮັດ ວຽກຮ່ວມກັນຢ່າງໃກ້ຊິດກັບຝ່າຍ ລາວ ເພື່ອຜົນສຳເລັດອັນໃໝ່ຍິ່ງໃຫຍ່ ກວ່າເກົ່າ ແລະ ສະແດງຄວາມຍິນດີທີ່ ຈະເດີນທາງໄປຢ້ຽມຢາມລັດຖະກິດຢູ່ ສປປ ລາວ ຕາມຄຳເຊື້ອເຊີນຂອງ ຝ່າຍລາວ. ການສົນທະນາຄັ້ງນີ້ ໄດ້ດຳເນີນໄປ ດ້ວຍບັນຍາກາດແຫ່ງໄມຕີຈິດມິດຕະ ພາບອັນອົບອຸ່ນ ແລະ ສະໜິດສະໜົມ, ສ່ອງແສງໃຫ້ເຫັນເຖິງສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກ ຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງປະເທດ ລາວ-ຫວຽດ ນາມ ທີ່ໄດ້ຮັບການເພີ່ມພູນຄູນສ້າງ ແລະ ໝັ້ນຄົງຂະນົງແກ່ນຕະຫລອດມາ. ພາບ: ເກດສະໜາ ສູນກາງພັກ, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະ ແຫລງຂ່າວ, ວັດທະນະທຳ ແລະ ທ່ອງ ທ່ຽວ, ມີບັນດາພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ. ໃນໂອກາດນີ້, ທ່ານ ນາງ ສີໃສ ລືເດດມູນສອນ ຫົວໜ້າຄະນະຈັດຕັ້ງ ສູນກາງພັກ ໄດ້ໃຫ້ຮູ້ວ່າ: ເພື່ອຮັບປະ ກັນໃຫ້ການສະເຫລີມສະຫລອງ 3 ວັນປະຫວັດສາດຂອງພັກ ແລະ ຂອງ ຊາດ ປີ 2025 ໃຫ້ບັນລຸຜັນຕາມຈຸດ ປະສົງຄາດໝາຍທີ່ກຳນົດໄວ້, ຄະນະ ຊີ້ນໍາລະດັບຊາດ ເພື່ອສະເຫລີມສະ ຫລອງວັນປະຫວັດ ອອກຄໍາແນະນໍາ ໂດຍມີຈຸດປະສົງຄາດໝາຍ ເພື່ອທົບ ທວນຫວນຄືນມູນເຊື້ອແຫ່ງການນໍາ ພາຕໍ່ສູ້ປົດປ່ອຍຊາດຢ່າງມີໄຊ ແລະ ຢັ້ງຢືນຄືນ ໝາກຜົນຕົວຈິງ ທີ່ພັກປະ ຊາຊົນປະຕິວັດລາວ ຍາດມາໄດ້ຕະ ຫລອດໄລຍະ 70 ປີ, ການປົກປັກຮັກ ສາ ແລະ ພັດທະນາປະເທດຊາດ ຕະ ແລະ ນາຍົກລັດຖະມົນຕີຫວຽດນາມ; ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານທະນາຄານພັດທະນາອາຊີ ແລະ ການນຳຂັ້ນສູງຂອງແຂວງຢຸນ ນານ ເພື່ອສືບຕໍ່ຮັດແໜ້ນ ແລະ ຊຸກ ຍູ້ການຮ່ວມມືໃນດ້ານຕ່າງໆ ກໍຄືການ ພັດທະນາ ເສດຖະກິດ-ສັງຄົມ ໃນຕໍ່ ໜ້າ. ນາຍົກລັດຖະມົນຕີ ເຂົ້າຮ່ວມ... ເຜີຍແຜ່... ຫລອດ 50 ປີ ແລະ ຜົນງານ, ຄຸນງາມ ຄວາມດີຂອງປະທານ ໄກສອນ ພົມວິ ຫານ ຜູ້ນຳທີ່ແສນເຄົາລົບຮັກ ຂອງປະ ຊາຊົນລາວບັນດາເຜົ່າ ໃນໄລຍະການ ປະຕິວັດ ປົດປ່ອຍຊາດ ແລະ ໄລຍະປົກ ປັກຮັກສາ ສ້າງສາພັດທະນາປະເທດ ຊາດ; ເພື່ອຍູ້ແຮງຂະບວນການແຂ່ງ ຂັນຮັກຊາດ ແລະ ພັດທະນາ ຕ້ອນຮັບ ສາມວັນປະຫວັດສາດ ໃນຂອບເຂດ ທົ່ວປະເທດ ໂດຍຕິດພັນກັບຂະບວນ ການກະກຽມປະຊຸມໃຫຍ່ຂອງອົງ ຄະ ນະພັກຂັ້ນຕ່າງໆ ໂດຍຜ່ານຂະບວນ ການແຂ່ງຂັນຮັກຊາດ ແລະ ພັດທະນາ ຕິດພັນກັບຂະບວນກໍ່ສ້າງຮາກຖານ ການເມືອງ, ພັດທະນາຊົນນະບົດ, ແກ້ໄຂ ຄວາມທຸກຍາກ, ວຽກງານສາມສ້າງ ສາມາດເສີມ ຂະຫຍາຍບົດຮຽນຢ່າງ ມີປະສິດທິພາບ ແລະ ປະສິດທິຜົນສູງ. ພ້ອມນີ້, ເພື່ອສະຫລຸບຕີລາຄາ ແລະ ປະເມີນຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຕິດພັນກັບຂະ ບວນການກະກຽມ ແລະ ດໍາເນີນກອງ ປະຊຸມໃຫຍ່ 3 ຂັ້ນ ແລະ ຂໍ່ານັບຮັບ ຕ້ອນສາມວັນປະຫວັດສາດໃນຂອບ ເຂດທົ່ວປະເທດ ເພື່ອຊອກໃຫ້ເຫັນ ຕົວແບບທີ່ດີເດັ່ນກ້າວໜ້າ, ບຸກຄົນ ແລະ ການຈັດຕັ້ງທີ່ໄດ້ປະກອບສ່ວນ ທາງດ້ານ ເຫື່ອແຮງ, ສະຕິປັນຍາ ແລະ ທາງດ້ານວັດຖຸທຶນຮອນ ໃຫ້ແກ່ພາ ລະກິດປົກປັກຮັກສາ ແລະ ສ້າງສາພັດ ທະນາປະເທດຊາດ. ຂ່າວ: ສົມຫວັງ ; ພາບ: ເກດສະໜາ ອອປສ... ສັງຄົມນິຍົມ ແລະ ສະຫະພາບໂຊວຽດ ໄດ້ກາຍເປັນກຳແພງເພັດ ແຫ່ງສັນຕິ ພາບໂລກ. ພາຍຫລັງປະເທດເຮົາ ໄດ້ ຮັບການປົດປ່ອຍຢ່າງສົມບູນ ໃນພາ ລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາປະເທດຊາດ, ສະຫະພາບໂຊ ວຽດ ໄດ້ຕັ້ງໜ້າໃຫ້ການສະໜັບສະ ໜູນຊ່ວຍເຫລືອ ຕໍ່ປະເທດເຮົາຢ່າງ ໃຫຍ່ຫລວງ ແລະ ຮອບດ້ານເປັນຕົ້ນ ແມ່ນດ້ານການເມືອງ, ເສດຖະກິດ, ສຶກ ສາ, ສາທາລະນະສຸກ, ວັດທະນະທຳ, ວິທະຍາສາດເຕັກໂນໂລຊີ, ການປ້ອງ ກັນຊາດ-ປ້ອງກັນຄວາມສະຫງົບ, ດ້ານການຕ່າງປະເທດ ແລະ ການກໍ່ ສ້າງພະນັກງານ. ນອກຈາກນີ້, ການ ຮ່ວມມື ແລະ ການຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ຂອງສະຫະພາບໂຊວຽດ ມີ ຫລາຍກິດຈະກຳທີ່ເປັນພື້ນຖານໃຫ້ແກ່ ສປປ ລາວ. ສະຫາຍ ຄຳເພັດ ສົມວໍລະຈິດ ຍັງໃຫ້ຮູ້ອີກວ່າ: ການປະຕິວັດເດືອນ ຕຸລາ ຣັດເຊຍ ປະສົບຜົນສຳເລັດບໍ່ພຽງ ແຕ່ເປັນຂີດໝາຍການກຳເນີດຂອງລັດ ທິສັງຄົມນິຍົມທຳອິດໃນໂລກເທົ່ານັ້ນ ຫາກຍັງສ້າງປະຖົມປັດໄຈໃຫ້ການກຳ ເນີດຂອງລະບົບສັງຄົມນິຍົມ, ສາເຫດ ອັດຕະວິໄສນັ້ນລ້ວນແຕ່ມີຄວາມກ່ຽວ ຂ້ອງເຖິງການຍຶດໝັ້ນ, ຈົ່ງຮັກພັກດີ, ໝູນໃຊ້, ພັດທະນາຂໍ້ລິເລີ່ມຂອງລັດທິ ມາກ-ເລນິນ ໃນວິວັດທະນາການປະຕິ ວັດສັງຄົມນິຍົມ ແລະ ພາລະກິດການ ກໍ່ສ້າງລັດທິສັງຄົມນິຍົມໄດ້ສະແດງໃຫ້ ເຫັນກຳລັງແຮງຢ່າງພຽງພໍ ແລະ ລັກ ສະນະດີເລີດຂອງລັດທິສັງຄົມນິຍົມ. ນາຍົກລັດຖະມົນຕີ ເປັນປະທານ... ໂດຍມີການນໍາຂັ້ນສູງຈາກປະເທດ ສະມາຊິກອະນຸພາກພື້ນແມ່ນໍ້າຂອງ (ກໍາປູເຈຍ, ລາວ, ມຽນມາ, ໄທ ແລະ ຫວຽດນາມ)ລວມທັງປະທານທະນາ ຄານພັດທະນາອາຊີ (ADB) ໄດ້ເຂົ້າ ຮ່ວມໃນກອງປະຊຸມຄັ້ງນີ້. ກອງປະຊຸມສຸດຍອດຄັ້ງນີ້, ໄດ້ແບ່ງ ອອກເປັນ 2 ພາກ ຄື: ກອງປະຊຸມວົງ ແຄບ (Retreat Session) ແລະ ກອງປະຊຸມຄົບຄະນະ (Plenary Session) ໂດຍມີເປົ້າໝາຍເພື່ອເສີມ ຂະຫຍາຍສາຍພົວພັນມິດຕະພາບ, ຮັດ ແໜ້ນ ແລະ ຜັນຂະຫຍາຍການຮ່ວມມື ທາງດ້ານເສດຖະກິດໃນຂົງເຂດອະນຸ ພາກພື້ນແມ່ນໍ້າຂອງ ແລະ ກໍານົດທິດ ທາງແຜນວຽກການພັດທະນາຂອງ ອະນຸພາກພື້ນແມ່ນໍ້າຂອງ ໃຫ້ມີຄວາມ ແທດເໝາະ ແລະ ຕອບສະໜອງໄດ້ ຄວາມຕ້ອງການໃນການພັດທະນາ ແລະ ການເຊື່ອມໂຍງທາງດ້ານເສດ ຖະກິດ-ສັງຄົມ ຂອງບັນດາປະເທດສາ ມາຊິກອະນຸພາກພື້ນແມ່ນ້ຳຂອງ ໂດຍ ໄດ້ສຸມໃສ່ການສ້າງ ແລະ ນຳໃຊ້ນະວັດ ຕະກຳ ເພື່ອຮັບປະກັນທາງດ້ານການ ພັດທະນາເສດຖະກິດ-ສັງຄົມ ໃຫ້ສາ ມາດເຊື່ອມໂຍງແລະທຽບທັນກັບພາກ ພື້ນອື່ນໆຢູ່ໃນໂລກ. ກ່ອນກອງປະຊຸມສຸດຍອດອະນຸ ພາກພື້ນແມ່ນ້ຳຂອງ ຄັ້ງທີ 8 ຍັງໄດ້ມີ ການດຳເນີນບັນດາກອງປະຊຸມປິ່ນອ້ອມ ທີ່ສຳຄັນຄື: ກອງປະຊຸມເຈົ້າ ແຂວງ ເພື່ອປຶກສາຫາລືກ່ຽວກັບການພັດທະ ນາ ແລວທາງເສດຖະກິດອະນຸພາກ ພື້ນແມ່ນໍ້າຂອງ; ກອງປະຊຸມເຈົ້າໜ້າ ທີ່ອາວຸໂສອະນຸພາກພື້ນແມ່ນນ້ຳຂອງ ເພື່ອປຶກສາຫາລືກ່ຽວກັບບັນດາແຜນ ວຽກ ແລະ ການຈັດຕັ້ງປະຕິບັດບັນດາ ຍຸດທະສາດຕ່າງໆໃນຂອບການຮ່ວມມື ທາງດ້ານເສດຖະກິດໃນຂົງເຂດພາກ ພື້ນ ແລະ ສາກົນ ແລະ ຄົ້ນຄວ້າເອກະ ສານເພື່ອນຳສະເໜີໃຫ້ກອງປະຊຸມສຸດ ຍອດໃນຄັ້ງນີ້ຮັບຮອງເອົາ ແລະ ກອງ ປະຊຸມຄູ່ຮ່ວມພັດທະນາອະນຸພາກພື້ນ ແມ່ນນ້ຳຂອງ ເຊິ່ງເສີມສ້າງ ແລະ ຍົກ ສູງການມີສ່ວນຮ່ວມຂອງບັນດາຄູ່ຮ່ວມ ພັດທະນາແລະຄູ່ຮ່ວມຍຸດທະສາດຂອງ ຂົງເຂດອະນຸພາກພື້ນແມ່ນ້ຳຂອງ ສົ່ງ ເສີມການຮ່ວມມື ແລະ ດຶງດູດການລົງ ທຶນຂອງຄູ່ຮ່ວມພັດທະນາ ເຂົ້າໃນຂົງ ເຂດເສດຖະກິດ ແລະ ສັງຄົມ ໃຫ້ໄດ້ ຮັບໝາກຜົນຍິ່ງຂຶ້ນ. ອັນສຳຄັນ, ກອງ ປະຊຸມຄັ້ງນີ້ ໄດ້ຮັບຮອງເອົາ 2 ເອກະ ສານສໍາຄັນ ຄື: ຖະແຫລງການຮ່ວມ ກອງປະຊຸມສຸດຍອດອະນຸພາກພື້ນແມ່ ນໍ້າຂອງ ຄັ້ງທີ 8 ແລະ ຍຸດທະສາດນະ ວັດຕະກໍາເພື່ອການພັດທະນາ ຮອດປີ 2030. ຜ່ານມາ, ອັນໄດ້ປະກອບສ່ວນສໍາຄັນ ເຂົ້າໃນຂະບວນການສ້າງປະຊາຄົມ ອາຊຽນ ກໍຄື ເປົົ້າໝາຍລວມແຫ່ງການ ສົ່ງເສີມແລະ ປົກປັກຮັກສາສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບູນ ພູນສຸກ ຢູ່ໃນພາກພື້ນ ແລະ ໃນໂລກ ໂດຍລວມ. ພ້ອມນີ້, ທ່ານຮອງນາຍົກ ລັດຖະມົນຕີ ຍັງໄດ້ຕີລາຄາສູງຕໍ່ການ ຍົກລະດັບການພົວພັນອາຊຽນ-ສ ເກົາຫລີ ຂຶ້ນເປັນຄູ່ຮ່ວມມືຍຸດທະສາດ ຮອບດ້ານອາຊຽນ-ສ ເກົາຫລີ ໃນ ກອງປະຊຸມສຸດຍອດອາຊຽນ-ສ ເກົາ ຫລີ ຄັ້ງທີ 25 ໃນເດືອນຕຸລາ 2024 ທີ່ ນະຄອນຫລວງວຽງຈັນ ເຊິ່ງການ ຍົກລະດັບການພົວພັນຮ່ວມມືດັ່ງກ່າວ ໄດ້ສະແດງໃຫ້ເຫັນຄວາມໝາຍໝັ້ນ ຂອງອາຊຽນ ແລະ ສ ເກົາຫລີ ທີ່ຈະ ສືບຕໍ່ຮ່ວມມືກັນ ເພື່ອຮັດແໜ້ນການພົວ ພັນໃຫ້ແໜ້ນແຟ້ນຂຶ້ນກວ່າເກົ່າ. ນອກຈາກນີ້, ກອງປະຊຸມ ຍັງໄດ້ ປຶກສາຫາລື ແລະ ແລກປ່ຽນຄໍາເຫັນ ເພື່ອກໍານົດທິດທາງຕໍ່ໜ້າໃນການຜັນ ຂະຫຍາຍ ການເປັນຄູ່ຮ່ວມມືຍຸດທະ ສາດຮອບດ້ານໃຫ້ເປັນຮູບປະທຳ ໂດຍ ສະເພາະ ເນັ້ນໃສ່ການເພີ່ມທະວີການ ຮ່ວມມືໃນຫລາຍຂົງເຂດ ເຊັ່ນ: ດ້ານ ການຄ້າ,ການລົງທຶນ,ທ່ອງທ່ຽວ,ການ ໄປມາຫາສູ່ລະຫວ່າງປະຊາຊົນ, ການ ສຶກສາ, ການແລກປ່ຽນດ້ານວັດທະນະ ທໍາ ໂດຍຜ່ານບັນດາກິດຈະກໍາ ພາຍໃຕ້ ສູນອາຊຽນ-ສ ເກົາຫລີ. ໃນໂອກາດດຽວກັນ, ທ່ານ ສະ ເຫລີມໄຊ ກົມມະສິດ ຍັງໄດ້ພົບປະສອງ ຝ່າຍກັບ ທ່ານ ໂຈ ແທ ຢຸນ (Cho Tae-yul) ລັດຖະມົນຕີຕ່າງ ປະເທດ ແຫ່ງ ສ ເກົາຫລີ ເພື່ອປຶກສາຫາລື ກ່ຽວກັບການພົວພັນຮ່ວມມືໃນໄລຍະ ທີ່ຜ່ານມາ ໂດຍສະເພາະຜົນການພົບ ປະສອງຝ່າຍ ລະຫວ່າງ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ທ່ານ ຢຸນ ຊອກ ຢອນ ປະທານາທິບໍດີ ແຫ່ງ ສ ເກົາຫລີ ເນື່ອງ ໃນໂອກາດມາຢ້ຽມຢາມເຮັດວຽກ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດອາ ຊຽນ-ສ ເກົາຫລີ ຄັ້ງທີ 25 ທີ່ ນະຄອນ ຫລວງວຽງຈັນ ເຊິ່ງສອງຝ່າຍໄດ້ຕີລາ ຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມລະຫວ່າງສອງ ປະເທດ ທີ່ໄດ້ຮັບການເສີມຂະຫຍາຍ ຢ່າງຕໍ່ເນື່ອງ ໃນຕະຫລອດໄລຍະ 3 ທົດສະວັດຜ່ານມາ ໂດຍເຫັນໄດ້ຈາກ ການແລກປ່ຽນການຢ້ຽມຢາມ ຂອງ ການນໍາຂັ້ນສູງຂອງສອງປະ ທດຢ່າງ ເປັນປົກກະຕິ, ລວມທັງການຮ່ວມມື ດ້ານເສດຖະກິດ-ການຄ້າ, ການສົ່ງ ເສີມດ້ານການທ່ອງທ່ຽວ, ຊຸກຍູ້ຂົງ ເຂດການລົງທຶນ, ຂົງເຂດອຸດສາຫະກໍາ ການຜະລິດ, ອຸດສາຫະກໍາຍານຍົນ, ອຸດສາຫະກໍາປຸງແຕ່ງຜົນຜະລິດກະສິ ກໍາ ແລະ ອື່ນໆ. ທ່ານ ສະເຫລີມໄຊ ກົມມະສິດ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງ ໃຈ ຕໍ່ການສະໜັບສະໜູນຊ່ວຍເຫລືອ ອັນລ້ຳຄ່າຈາກລັດຖະບານແລະປະຊາ ຊົນ ສ ເກົາຫລີ ໃນໄລຍະຜ່ານມາ ເຊິ່ງ ໄດ້ສຸມໃສ່ຂະແໜງການບຸລິມະສິດຂອງ ສປປ ລາວ ເປັນຕົ້ນ ການພັດທະນາ ຂະແໜງ ສາທາລະນະສຸກ, ການເກັບກູ້ ລະເບີດບໍ່ທັນແຕກ (UXO) ແລະ ການພັດທະນາຊົນນະບົດ, ການພັດທະ ນາ ຊັບພະຍາກອນມະນຸດ, ການຊ່ວຍ ເຫລືອດ້ານແຮງງານແລະອື່ນໆ,ພິເສດ ແມ່ນການສະໜັບສະໜູນ ສປປ ລາວ ໃນການເປັນປະທານອາຊຽນ 2024. ພ້ອມນີ້, ກໍໄດ້ສະເໜີໃຫ້ສອງຝ່າຍ ປຶກສາຫາລືກ່ຽວກັບການກະກຽມຈັດ ພິທີສະເຫລີມສະຫລອງ 30 ປີ ແຫ່ງ ການສ້າງຕັ້ງການພົວພັນທາງການທູດ ລະຫວ່າງສອງປະເທດ ໃຫ້ມີຄວາມຟົດ ຟື້ນ ແລະ ມີຄວາມໝາຍອັນເລິກເຊິ່ງ ເພື່ອສະແດງໃຫ້ເຫັນເຖິງການຮ່ວມມື ອັນມີໝາກຜົນ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ ຕະຫລອດ ໄລຍະ 30 ປີ ຜ່ານມາ. ຂ່າວ-ພາບ: ກຕທ ກອງປະຊຸມ... ກອງປະຊຸມ ໄດ້ຮັບຊາບຄວາມ ຄືບໜ້າ ແລະ ຕີລາຄາຄືນໝາກຜົນ ຂອງການຈັດຕັ້ງປະຕິບັດແຜນແມ່ບົດ ACMECS ໄລຍະ2019-2023ແລະ ຮ່ວມກັນປຶກສາຫາລືທິດທາງແຜນ ການຮ່ວມມືໃນຕໍ່ໜ້າ ແນໃສ່ການສ້າງ ເງື່ອນໄຂເພື່ອການເຊື່ອມຈອດອະນຸ ພາກພື້ນທີ່ມີປະສິດທິພາບ ກໍຄື ການ ເຊື່ອມໂຍງດ້ານເສດຖະກິດກັບ ປະ ເທດສະມາຊິກ ແອັກແມັກ, ພາກພື້ນ ແລະ ສາກົນ. ກອງປະຊຸມຄັ້ງນີ້ ໄດ້ຮັບ ຮອງເອົານິວຊີແລນ ເຂົ້າເປັນຄູ່ຮ່ວມພັດ ທະນາ ຂອງ ACMECS ຊຸດທີສອງ ແລະ ຮັບຮອງເອົາ 2 ເອກະສານສໍາຄັນ ຄື: ຖະແຫລງການວຽງຈັນ ຂອງກອງ ປະຊຸມ ສຸດຍອດACMECS ຄັ້ງທີ 10 ແລະ ເອກະສານແນວຄວາມຄິດວ່າ ດ້ວຍການຄຸ້ມຄອງຊັບພະຍາກອນນໍ້າ ໃນອະນຸພາກພື້ນແມ່ນ້ຳຂອງ. ພ້ອມກັນ ນີ້, ກອງປະຊຸມ ໄດ້ມອບຕໍ່ການເປັນປະ ທານກອງປະຊຸມສຸດຍອດACMECS ຄັ້ງທີ 11 ໃຫ້ແກ່ ສສ ມຽນມາ. ຄົບຮອບ 35 ປີ ໃນປີ 2024, ການຍົກ ລະດັບຂຶ້ນເປັນຄູ່ຮ່ວມຍຸດທະສາດຮອບ ດ້ານ ອາຊຽນ - ສ ເກົາຫລີ ແລະ ສະ ເຫລີມສະຫລອງຄົບຮອບ 15 ປີ ແຫ່ງ ການສ້າງຕັ້ງສູນອາຊຽນ-ສ ເກົາຫລີ. ໂອກາດດັ່ງກ່າວ,ທ່ານສະເຫລີມໄຊ ກົມມະສິດ ໄດ້ຕີລາຄາສູງຕໍ່ໝາກຜົນ ຂອງການການພົວ ພັນຮ່ວມມືອາຊຽນ- ສ ເກົາຫລີ ຕະຫລອດໄລຍະ 35 ປີ ຜູ້ແທນລາວ...

RkJQdWJsaXNoZXIy MTc3MTYxMQ==