5994

xtgmf]k; 6 30/10/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີີ ດັ ນີ ຈັນີ *ສປປ ລາວອາດເປັນຜູ້ສົ່ງອອກ ໝາກຖົ່ວລຽນຕິດອັນດັບ 1 ໃນ 4 ຂອງອາຊຽນ ພາຍຫລັງພົບວ່າ ເນື້ອທີ່ປູກໝາກຖົ່ວລຽນໃນລາວມີ ທ່າອ່ຽງເພີ່ມຂຶ້ນແບບກ້າວກະໂດດ ໂດຍປັດຈຸບັນມີເນື້ອທີ່ປູກຖົ່ວລຽນ ໄປແລ້ວ 20 ພັນກວ່າເຮັກຕາ ແລະ ຄາດວ່າພາຍໃນປີ 2030 ອາດ ເພີ່ມຂຶ້ນເຖິງ 50 ພັນກວ່າເຮັກຕາ. ຫວ່າງບໍ່ດົນມານີ້, ອົງການອາ ຫານ ແລະ ການກະເສດຂອງ ສະຫະ ປະຊາຊາດ(FAO)ລາຍງານວ່າ ສິນຄ້າກະສິກໍາປະເພດໝາກຖົ່ວ ລຽນມີມູນຄ່າສູງເປັນອັນດັບຕົ້ນ ຂອງໂລກ ໃນບັນດາປະເທດທີ່ມີ ການປູກຖົ່ວລຽນເປັນມູນເຊື້ອ ຫລາຍກວ່າໝູ່ແມ່ນປະເທດໄທ ເປັນອັນດັບທີ 1, ມີເນື້ອທີ່ທັງໝົດ 186,000 ກວ່າເຮັກຕາ, ການສົ່ງ ອອກສະເລ່ຍແຕ່ລະປີ 1 ລ້ານກວ່າ ໂຕນ ແລະ ສ້າງລາຍໄດ້ເກືອບ2 ຕື້ ກວ່າໂດລາ;ອັນດັບທີ2ແມ່ນປະເທດ ຫວຽດນາມມີເນື້ອທີ່ປູກຖົ່ວລຽນປະ ມານ 100,000 ກວ່າເຮັກຕາ, ສົ່ງ ອອກປະມານ800,000ກວ່າໂຕນ; ອັນດັບທີ 3 ແມ່ນປະເທດມາເລ ເຊຍມີເນື້ອທີ່ປູກຖົ່ວລຽນທັງໝົດ 87 ພັນກວ່າເຮັກຕາ ແລະ ປະເທດ ລາວມີເນື້ອທີ່ປູກໝາກຖົ່ວລຽນປະ ມານ 20 ພັນກວ່າເຮັກຕາ ນັ້ນໝາຍ *ທ່ານ ສີສະຫວາດ ແສງພະຈັນ ຫົວໜ້າພະແນກຖະແຫລງຂ່າວ, ວັດ ທະນະທຳ ແລະ ທ່ອງທ່ຽວແຂວງ ວຽງຈັນ (ຖວທ) ໄດ້ໃຫ້ສໍາພາດ ຕໍ່ນັກຂ່າວສໍານັກຂ່າວສານປະເທດ ລາວ ໃນວັນທີ 24 ຕຸລາ 2024 ວ່າ: ແຂວງວຽງຈັນ ຖືເອົາວຽກງານ ທ່ອງທ່ຽວ ເປັນຂະແໜງການທີ່ສໍາ ຄັນ ເພື່ອຊຸກຍູ້ສົ່ງເສີມເສດຖະກິດ ແຂວງໃຫ້ມີຄວາມເຂັ້ມແຂງ, ທັງນີ້ ກໍເພື່ອເຮັດໃຫ້ເງິນຕາຕ່າງປະເທດ ໝູນວຽນໃນລະບົບເສດຖະກິດໄດ້ ເປັນຢ່າງດີ, ສາມາດຕອບສະໜອງ ການສ້າງວຽກເຮັດງານທໍາປະຊາ ຊົນ ໃນຕົວເມືອງ ແລະ ຊົນນະບົດ. ສະນັ້ນ, ວຽກງານການທ່ອງ ທ່ຽວ ຈຶ່ງເປີດກວ້າງການຮ່ວມມື ກັບພາກພື້ນ ແລະ ສາກົນ ເພື່ອເຮັດ ໃຫ້ເສດຖະກິດໃຫ້ມີການຂະຫຍາຍ ຕົວຢ່າງຕໍ່ເນື່ອງ ຕາມທິດສົ່ງເສີມ ການທ່ອງ ທ່ຽວທາງທໍາມະຊາດ, ປະຫວັດສາດ, ວັດທະນະທໍາ ແລະ ]k;9tdkpgxa oz6hlqj'vvd4qj;]Po 1 .o 4 0v'vk-Po c0;';P'9a o 8A 'gxQ k9tfb 'f6 foa d mj v'mj P;1 ]h kod;j k7q o rkp.oxu 2025 ວ່າເຮັດໃຫ້ອາຊຽນກາຍເປັນຂົງ ເຂດມີພື້ນທີ່ປູກໝາກຖົ່ວລຽນຫລາຍ ເປັນອັນດັບທີ 1 ຂອງໂລກ ແລະ ຄອງຕະຫລາດການສົ່ງອອກໝາກ ຖົ່ວລຽນ 90% ຂອງໂລກ. ເຖິງແນວໃດກໍດີ ການທີ່ບັນດາ ປະເທດສະມາຊິກອາຊຽນເຂົ້າຮ່ວມ ການຈັດຕັ້ງປະຕິບັດຂໍ້ລິເລີ່ມໜຶ່ງ ແລວໜຶ່ງເສັ້ນທາງກັບ ສປ ຈີນ ແລະ ວົງຄະນະສາກົນນັ້ນຈະເຮັດໃຫ້ອາ ຊຽນກາຍເປັນເສືອເສດຖະກິດທີ່ໜ້າ ສົນໃຈໃນການປະກອບສ່ວນເຂົ້າ ຊຸກຍູ້ ແລະ ສົ່ງເສີມຄວາມເຂັ້ມແຂງ ດ້ານການຄ້າ, ການລົງທຶນ, ການ ບໍລິການ, ການທ່ອງທ່ຽວ ແລະ ອື່ນໆພົ້ນເດັ່ນຂຶ້ນຢ່າງຕໍ່ເນື່ອງໂດຍ ສະເພາະ ສປປ ລາວແມ່ນໜຶ່ງໃນ ບັນດາ 10 ປະເທດສະມາຊິກອາ ຊຽນທີ່ມີປະຊາກອນພຽງ 7 ລ້ານ ກວ່າຄົນກັບເນື້ອທີ່ຂອງປະເທດ ປະມານ 236,000 ກິໂລຕາແມັດ ໂດຍມີເສັ້ນທາງລົດໄຟລາວ-ຈີນ ພາດຜ່ານ ແລະ ເຊື່ອມໂຍງ-ເຊື່ອມ ຈອດກັນກັບອາຊຽນທີ່ມີປະຊາກອນ 600 ລ້ານຄົນ, ສປ ຈີນມີຊາກອນ 1.4 ຕື້ຄົນ, ເອີຣົບ 500 ລ້ານຄົນ ເຊິ່ງລັກສະນະພິເສດ ແລະ ການ ເຊື່ອມໂຍງ-ເຊື່ອມຈອດນັ້ນຍິ່ງຈະ ເຮັດໃຫ້ພາກພື້ນ ແລະ ສາກົນມີ ຄວາມເຂັ້ມແຂງດ້ານການຄ້າ, ການ ໂດຍ: ເກີດຂວັນໃຈ ມາລີຈັນີ ດັ ນີ ຈັນ ກະສິກໍາ ໂດຍລວມແລ້ວ ທົ່ວແຂວງ ມີແຫລ່ງທ່ອງທ່ຽວທີ່ຂຶ້ນບັນຊີ ຄຸ້ມຄອງແລ້ວ 211 ແຫ່ງ. ໃນໄລຍະ 9 ເດືອນປີ2024 ມີນັກ ທ່ອງທ່ຽວທັງພາຍໃນ ແລະ ຕ່າງປະ ເທດ ເຂົ້າມາທ່ອງທ່ຽວ ແຂວງວຽງ ຈັນ ທັງໝົດ 1.031.756 ເທື່ອຄົນ. ໃນນັ້ນ, ນັກທ່ອງທ່ຽວຕ່າງປະເທດ 281.891 ເທື່ອຄົນ, ທຽບໃສ່ໄລຍະ ດຽວກັນຂອງປີ 2023 ເພີ່ມຂຶ້ນ 366.917 ຄົນ, ສ້າງລາຍຮັບທົ່ວ ສັງຄົມໄດ້ທັງໝົດ 707 ຕື້ກ່ວາກີບ, ທຽບໃສ່ປີ 2023 ເພີ່ມຂຶ້ນ 489 ຕື້ ກີບ. ຂະນະທີ່ ປີ 2025 ວາງຄາດ ໝາຍດຶງດູນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ອງທ່ຽວ ແຂວງວຽງຈັນ ໃຫ້ໄດ້ຈໍານວນ 1,3 ລ້ານເທື່ອຄົນ, ສ້າງລາຍຮັບໃຫ້ໄດ້ ຫລາຍກ່ວາ 782 ຕື້ກີບ. ໃນນີ້, ມີແຫລ່ງທ່ອງທ່ຽວທາງ ທໍາມະຊາດ 180 ແຫ່ງ, ວັດທະ ນະທຳ 22 ແຫ່ງ ແລະ ປະຫວັດສາດ 9 ແຫ່ງ, ໄດ້ພັດທະນາ ແລະ ເປີດ ນຳໃຊ້ບໍລິການເປັນສະຖານທີ່ທ່ອງ ທ່ຽວແລ້ວ 60 ແຫ່ງ, ສະຖານທີ່ ທ່ອງທ່ຽວທຳມະຊາດ 55 ແຫ່ງ, ວັດທະນະທຳ 5 ແຫ່ງ, ໃນນັ້ນພາກ ເອກະຊົນລົງທຶນ 55 ແຫ່ງ, ປະຊາ ຊົນເປັນຜູ້ພັດທະນາ ແລະ ຄຸ້ມຄອງ 5 ແຫ່ງ ໂດຍມອບໃຫ້ຫ້ອງການ ຖວທ ເມືອງ ເປັນຜູ້ຄຸ້ມຄອງຕິດຕາມ ກວດກາໃນດ້ານວິຊາການ, ໃນຕົ້ນ ປີ 2024 ໄດ້ສົມທົບກັບຂະແໜງ ການກ່ຽວຂ້ອງລົງສໍາຫລວດ ເພື່ອ ປັກຫລັກໝາຍ ຂອບເຂດແຫລ່ງ ທ່ອງທ່ຽວ 2 ແຫ່ງຢູ່ເມືອງເຟືອງ. ສໍາລັບ ຫົວໜ່ວຍທຸລະກິດການ ທ່ອງທ່ຽວ ທີ່ໄດ້ຮັບອະນຸຍາດໃຫ້ ດໍາເນີນທຸລະກິດຢ່າງຖືກຕ້ອງຕາມ ກົດໝາຍ ມີທັງໝົດ 1.052 ຫົວ ໜ່ວຍ. ໃນນັ້ນ, ມີທຸລະກິດໂຮງ ແຮມ 45 ແຫ່ງ, ຣີສອດ 28 ແຫ່ງ, ເຮືອນ ພັກ365ແຫ່ງ, ຮ້ານອາຫານກິນດື່ມ 377 ແຫ່ງ, ຮ້ານບັນເທີງ 34 ແຫ່ງ, ບໍລິສັດທ່ອງທ່ຽວ 55 ບໍລິສັດແລະ ໜ່ວຍບໍລິການທ່ອງທ່ຽວ 73 ໜ່ວຍ ເພື່ອຮອງຮັບນັກທ່ອງທ່ຽວທີ່ຈະ ເຂົ້າມາທ່ອງທ່ຽວແຂວງວຽງຈັນ. ລົງທຶນ, ການຂົນສົ່ງ ແລະ ສິ່ງອໍາ ນວຍຄວາມສະດວກອື່ນໆ. ດັ່ງທີ່ຮູ້ນໍາກັນ, ການບໍລິການ ຂົນສົ່ງສິນຄ້າ ແລະ ຂົນສົ່ງຜູ້ໂດຍ ສານດ້ວຍລະບົບລົດໄຟນັ້ນບໍ່ພຽງ ເຮັດໃຫ້ມີຄວາມປອດໄພສູງເທົ່ານັ້ນ ຫາກຍັງເຮັດໃຫ້ປະຢັດເງິນ, ປະຢັດ ເວລາ, ບັນທຸກສິນຄ້າໄດ້ຫລາຍແລະ ຈະເຮັດໃຫ້ສິນຄ້າບໍ່ບູດເໜົ່າງ່າຍ ດ້ວຍລະບົບທັນສະໄໝ ສະນັ້ນໝາກ ຖົ່ວລຽນເປັນອີກໜຶ່ງສິນຄ້າປະເພດ ກະສິກໍາທີ່ເພີ່ງພາອາໃສຂົນສົ່ງດ້ວຍ ລະບົບລົດໄຟເພື່ອຮັບປະກັນຄວາມ ສົດ, ໄປເຖິງມືລູກຄ້າໄວຂຶ້ນ ແລະ ບັນທຸກໄດ້ປະລິມານຫລາຍທີ່ສຸດ, ຄາດວ່າຜົນຜະລິດໝາກຖົ່ວລຽນ 90% ໃນບາງສະມາຊິກອາຊຽນ ຈະຖືກລໍາລຽງຂົນສົ່ງຜ່ານລະບົບ ລົດໄຟໂດຍສະເພາະໄທ,ລາວ,ມາເລ ເຊຍ, ຫວຽດນາມ ແລະ ອື່ນໆ. ອີງຕາມຕົວເລກເປັນຂໍ້ມູນຈາກ ອົງການອາຫານ ແລະ ການກະເສດ ຂອງ ສະຫະປະຊາຊາດ ໃຫ້ຮູ້ວ່າ: ໝາກຖົ່ວລຽນ 95% ໃນທົ່ວໂລກ ໄດ້ສົ່ງເຂົ້າປະເທດຈີນ ຂະນະທີ່ ຕາມສະຖິຕິຂອງ ອົງການພາສີແຫ່ງ ຊາດຈີນ ສະແດງໃຫ້ເຫັນວ່າ: ຍອດ ປະລິມານການນຳເຂົ້າ ໝາກຖົ່ວ ທຽນສົດຂອງຈີນ ໃນປີ 2023 ໄດ້ ບັນລຸເຖິງ6,7ຕື້ໂດລາ ໃນນັ້ນ, ສ່ວນ ຫລວງຫລາຍແມ່ນມາຈາກພາກ ພື້ນອາຊີຕາເວັນອອກສຽງໃຕ້. ເພື່ອ ຕອບສະໜອງຕາມຄວາມຕ້ອງການ ອັນມະຫາສານຂອງຕະຫລາດຈີນທີ່ ມີຕໍ່ໝາກຖົ່ວລຽນ, ຫລາຍປະເທດ ໃນອາຊີຕາເວັນອອກສຽງໃຕ້ ໄດ້ ເລີ່ມມີການເຄື່ອນໄຫວຕົວຈິງ. ຕະຫລອດ 12 ປີຜ່ານມາ, ຜົນຜະ ລິດໝາກຖົ່ວລຽນຂອງໄທ ໄດ້ເພີ່ມ ຂຶ້ນເກືອບ 2 ເທົ່າ, ຊາວກະສິກອນ ຫວຽດນາມ ຈຳນວນຫລວງຫລາຍ ທີ່ເຄີຍປູກກາເຟ ໃນເມື່ອກ່ອນກໍ ໄດ້ຫັນມາປູກໝາກຖົ່ວລຽນ. ໃນ ຊຸມປີຜ່ານມາ, ລາວ ເລີ່ມພັດທະນາ ຂະແໜງ ການປູກໝາກຖົ່ວລຽນ ເຊັ່ນດຽວກັນ. ຕາມການລາຍງານຂ່າວຂອງ ໜັງສືພິມວຽງຈັນທາມ, ໃນໄລຍະ ມໍ່ໆມານີ້, ບໍລິສັດກະສິກຳແຫ່ງໜຶ່ງ ຂອງ ເມືອງປາກຊ່ອງ ທາງພາກໃຕ້ ຂອງລາວ ກຽມຈະຂະຫຍາຍສວນ ປູກໝາກຖົ່ວລຽນ ຂອງຕົນເພື່ອ ຕອບສະໜອງຕາມຄວາມຕ້ອງການ ພາຍໃນປະເທດລາວທີ່ນັບມື້ນັບເຕີບ ໃຫຍ່ຂະຫຍາຍຕົວ ແລະ ກຽມຈະ ສົ່ງອອກໄປ ຕະຫລາດຈີນ ໃນປີ 2025. ສ່ວນສະມາຄົມການຄ້າກະ ສິກຳລາວ, ຜູ້ຕາງໜ້າຂະແໜງ ການປູກໝາກຖົ່ວລຽນລາວ ແລະ ນັກທຸລະກິດນຳເຂົ້າຜະລິດຕະພັນ ກະສິກຳຈີນ ກໍໄດ້ຈັດກອງປະຊຸມ 3 ຝ່າຍ, ນັກທຸລະກິດປູກໝາກຖົ່ວ ລຽນລາວກໍຕັ້ງໜ້າຄົ້ນຄວ້າໂອກາດ ເຂົ້າສູ່ຕະຫລາດຈີນເ ຊັ່ນດຽວ ກັນ.ການຂົນສົ່ງໝາກໄມ້ເຂດຮ້ອນ ຕ່າງໆເຊັ່ນ: ໝາກຖົ່ວລຽນ, ໝາກ ກ້ວຍ ເປັນຕົ້ນຕ້ອງແຂ່ງກັບເວລາ ຍ້ອນວ່າໝາກໄມ້ສົດສຸກແລ້ວຈະ ເປື່ອຍງ່າຍ. ການຂົນສົ່ງຕາມທາງລົດໄຟເປັນ ຮູບແບບການຂົນສົ່ງທີ່ລາຄາຖືກ ແລະ ໄວ້ໃຈໄດ້ທີ່ສຸດ. ໃນຖານະເປັນ ພາກສ່ວນສຳຄັນໃນການຮ່ວມກັນ ສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”, ທາງລົດໄຟ ຈີນ-ລາວ ໄດ້ເປັນພະ ລັງຂັບເຄື່ອນ ທີ່ແຂງແຮງໃຫ້ແກ່ ການພັດທະນາຂອງປະເທດລາວ. ທາງລົດໄຟສາຍນີ້ ເລີ່ມເປີດ ບໍລິການຕັ້ງແຕ່ເດືອນທັນວາປີ 2021, ຖ້າຂີ່ລົດໄຟຕາມທາງລົດ ໄຟ ຈີນ-ລາວ ຈາກນະຄອນຫລວງ ວຽງຈັນ ໄປເຖິງນະຄອນຄຸນໝິງ ທີ່ເປັນສູນການຄ້າຕົ້ນຕໍທາງພາກ ຕາເວັນຕົກສຽງໃຕ້ຂອງຈີນ, ດຽວນີ້ ເສຍເວລາບໍ່ເຖິງ 10 ຊົ່ວໂມງແລ້ວ. ທາງລົດໄຟ ຈີນ-ລາວ ໄດ້ປ່ຽນແປງ ສະພາບການສົ່ງອອກໝາກໄມ້ເຂດ ຮ້ອນຂອງໄທ ແລະ ລາວ ຢ່າງເຖິງ ຖອງ, ໝາກຖົ່ວລຽນຂອງໄທ ແລະ ໝາກກ້ວຍຂອງລາວ ໄດ້ສົ່ງເຂົ້າ ຕະຫລາດຈີນ ໂດຍຜ່ານທາງລົດໄຟ ສາຍນີ້ນັບມື້ນັບຫລາຍຂຶ້ນ. ຫວ່າງມໍ່ໆມານີ້, ຂະບວນລົດໄຟ ຂົນສົ່ງສິນຄ້າແຊ່ເຢັນຈາກນະຄອນ ຫລວງວຽງ ຈັນຂອງລາວ ຫານະ ຄອນຫລວງປັກກິ່ງຂອງຈີນ ໄດ້ ຂົນສົ່ງ ໝາກກ້ວຍຄຸນນະພາບດີ 390 ໂຕນ ໄດ້ເດີນທາງອອກຈາກ ສະຖານີ ວຽງຈັນໃຕ້ ຜ່ານທາງລົດ ໄຟ ຈີນ-ລາວ ເດີນທາງໄປເຖິງນະ ຄອນຫລວງ ປັກກິ່ງຂອງຈີນ. ພາຍ ຫລັງເປີດຂະບວນລົດໄຟແຊ່ ເຢັນດັ່ງ ກ່າວແລ້ວ, ສ່ວນແບ່ງໃນຕະຫລາດ ນະຄອນຫລວງປັກກິ່ງ ຂອງໝາກ ກ້ວຍລາວ ຈະສາມາດເພີ່ມຂຶ້ນຈາກ 30% ເປັນ 50% ຂຶ້ນໄປ. ຫວ່າງບໍ່ດົນມານີ້, ວັນທີ 14 ຕຸລາ 2024, ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ຮ່ວມ ກັບກຸ່ມບໍລິສັດຈາກສປຈີນຈັດກອງ ປະຊຸມປຶກສາຫາລື ກ່ຽວກັບການ ພັດທະນາຂະແໜງທຸລະກິດ ຖົ່ວ ລຽນລາວ ເພື່ອເປັນສິນຄ້າສົ່ງອອກ ໄປ ສປ ຈີນ ໂດຍການເປັນປະທານ ຂອງທ່ານ ບຸນເລີດ ຫລວງປະເສີດ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ທ່ານວາງຈູນ(WANGJUN) ຫົວໜ້າຄະນະກຸ່ມບໍລິສັດຈາກ ສປ ຈີນ ໄດ້ກ່າວວ່າ: ກຸ່ມບໍລິສັດຈາກ ສປ ຈີນ ມີຄວາມສົນໃຈຢາກສະເໜີ ໃຫ້ຝ່າຍລາວ ສ້າງຕັ້ງສະມາຄົມ ທຸລະກິດຖົ່ວລຽນລາວ, ສ້າງຕັ້ງສະ ມາຄົມວິຊາຊີບຖົ່ວລຽນ, ສູນຄົ້ນ ຄວ້າຖົ່ວລຽນ, ນັກຄົ້ນຄວ້າກ່ຽວ ກັບພືດຖົ່ວລຽນ, ພະຍາດພືດ, ຄັດ ເລືອກເອົາແນວພັນທີ່ທົນທານຕໍ່ເຊື້ອ ພະຍາດ, ຄົ້ນຄວ້າແນວພັນໃໝ່ທີ່ດີມີ ຄຸນນະພາບ, ວິໄຈດິນປູກ ແລະ ຝຸ່ນ ຊີວະພາບ ໃຫ້ຜົນຜະລິດສີຂຽວ. ທັງ ນີ້, ກໍເພື່ອເຮັດໃຫ້ຖົ່ວລຽນລາວມີຄຸນ ນະພາບ ຄືກັບປະເທດໃກ້ຄຽງ. ປັດຈຸບັນ, ຖົ່ວລຽນລາວມີການ ຂະຫຍາຍຕົວຢ່າງໄວວາ, ມີສິ່ງອໍາ ນວຍຄວາມສະດວກ ໃນການຂົນ ສົ່ງຫລາຍດ້ານເປັນຕົ້ນ ທາງລົດໄຟ ລາວ-ຈີນ, ພ້ອມນີ້, ຍັງມີເນື້ອທີ່ດິນ ປູກຝັງທີ່ກວ້າງຂວາງໂດຍກະຊວງ ກະສິກຳ ແລະ ປ່າໄມ້ ໄດ້ຮັບອະນຸ ຍາດໃຫ້ສົ່ງອອກ 16-17 ຊະນິດພືດ ແລະ ກຳລັງສະເໜີອີກ 7 ຊະນິດພືດ ເຊິ່ງຝ່າຍ ຈີນ ໃຫ້ສິດທິພິເສດ 98% ແມ່ນບໍ່ເສຍພາສີ. ໃນກຸ່ມທີ່ຢູ່ໃນສະມາຄົມຖົ່ວ ລຽນລາວມີທັງໝົດ 170 ສວນ ມີ ເນື້ອທີ່ທັງໝົດ 20.000 ເຮັກຕາ ໃນ ນີ້ມີຈຳນວນໜຶ່ງທີ່ເລີ່ມເກັບກ່ຽວ ແລ້ວມີຈຳນວນ 10.000 ກວ່າຕົ້ນ, ມີຜົນຜະລິດປະມານ900ໂຕນ, ເປົ້າ ຫມາຍໃນປີ 2029 ຄາດວ່າຈະເກັບ ກ່ຽວປະມານ 270.000 ຕົ້ນ, ຄາດ ວ່າຈະເກັບກ່ຽວໄດ້ 24.300 ໂຕນ ຄາດຄະເນມູນຄ່າ 155 ລ້ານ ໂດລາ.

RkJQdWJsaXNoZXIy MTc3MTYxMQ==