5991

xtgmf]k; 6 25/10/2024 glf4tdy f{la '7q , glu ,0tspkp,tsklk,a d7u mq j ;x;'-q oma '-kf rkp.8h dkooerk0v'ra d ໂດຍ: ເກີດຂວັນໃຈ ມາລີຈັນສີີ ດັ ນີ ຈັນີ *ຕອນເຊົ້າວັນທີ 20 ຕຸລານີ້, ຂະບວນລົດໄຟຂົນສົ່ງສິນຄ້າສາກົນ “ປັກກິ່ງ-ຢຸນນານ-ແມ່ນ້ຳລ້ານ ຊ້າງ-ແມ່ນ້ຳຂອງ” ຕາມທາງລົດ ໄຟຈີນ-ລາວ ທີ່ບັນທຸກໝາກກ້ວຍ ສົດຂອງລາວງວດທຳອິດຈຳນວນ 390 ໂຕນ ໄດ້ເດີນທາງໄປຮອດ ສູນຈໍລະຈອນສິນຄ້າສັງລວມຈິ່ງ ຜິງທີ່ນະຄອນຫລວງປັກກິ່ງຂອງ ຈີນ ເຊິ່ງເປັນຄັ້ງທຳອິດທີ່ປັກກິ່ງ ນຳເຂົ້າໝາກໄມ້ຈາກອາຊີຕາເວັນ ອອກສຽງໃຕ້ໂດຍຜ່ານທາງລົດໄຟ ຈີນ-ລາວ. ຕາມຂ່າວແຈ້ງວ່າ: ລົດ ໄຟຂົນສົ່ງສິນຄ້າສາກົນຂະບວນນີ້ ແມ່ນເດີນທາງອອກຈາກສະຖານີ ວຽງຈັນໃຕ້ໃນວັນທີ 12 ຕຸລານີ້ ແລະ ເຂົ້າຊາຍແດນຈີນຜ່ານດ່ານບໍ່ ຫານ. ລົດໄຟຂະບວນນີ້ນຳໃຊ້ຕູ້ແຊ່ ເຢັນຂົນສົ່ງຕະຫລອດເສັ້ນທາງແລະ ໄດ້ເດີນທາງຫລາຍກວ່າ 4.000 ກິ ໂລແມັດຈຶ່ງມາເຖິງປັກກິ່ງ. ຕາມຂ່າວແຈ້ງວ່າ: ດິນ ແລະ ອາກາດຂອງລາວເໝາະກັບການ ປູກໝາກກ້ວຍ. ໝາກກ້ວຍທີ່ປູກຢູ່ ລາວຫອມ, ຫວານ ແລະ ແຊບທັງ ໄດ້ຮັບຄວາມນິຍົມຊົມຊອບຈາກ ຊາວນະຄອນຫຼວງປັກກິ່ງ. ໝາກ ກ້ວຍຈຳນວນ 15 ຕູ້ທີ່ຂົນສົ່ງມາ ຮອດປັກກິ່ງໃນເທື່ອນີ້ໄດ້ຖືກຍາດຊື້ ໝົດຢູ່ກັບທີ່ ແລະ ຈະຈຳໜ່າຍໂດຍ *ຕາມການລາຍງານກຸ່ມບໍລິສັດ ສື່ໂຄສະນາທ່ອງທ່ຽວແຖວຫນ້າ ສາກົນຂອງປະເທດອົດສະຕາລີ ມີຊື່ວ່າ“ Lonely Planet“ ໄດ້ ເປີດເຜີຍລາຍຊື່ 30 ສະຖານທີ່ທີ່ ຄວນໄປຢ້ຽມຢາມໃນປີ 2025, ເຊິ່ງ ສປປ.ລາວ ໄດ້ຮັບການຄັດ ເລືອກໃຫ້ເປັນໜຶ່ງໃນຈຸດໝາຍ ປາຍທາງທີ່ໜ້າສົນໃຈທີ່ສຸດ, ໂດຍ ສະເພາະຄວາມງົດງາມຂອງ ພູມສັນຖານທີ່ສີຂຽວອຸ່ມທຸ່ມ, ພູ ຜາປ່າດົງທີ່ມີອາກາດບໍລິສຸດແລະ ເມືອງບູຮານທີ່ງົດງາມ. ໃນນັ້ນ, ສປປ ລາວ ຖືກຈັດໃຫ້ຢູ່ໃນອັນ ດັບທີ 4 ໃນໝວດປະເທດທີ່ຄວນ ໄປຢ້ຽມຢາມໃນປີ 2025. ຈຸດເດັ່ນສຳຄັນຂອງ ສປປ ລາວແມ່ນເສັ້ນທາງລົດໄຟຄວາມ ໄວສູງທີ່ມີໄລຍະທາງ 1,000 ກິ ໂລແມັດ ເຊື່ອມໂຍງຈາກລາວໄປ 0t[;o]q fw2wfh 0q olqj'\kddh ;plq f 0v']k; 390 38og4y 'xa ddyj'c]h ; -k;3]dpq d.sh ]k;gxa oxkpmk' mj v'mj P;fu l5 fxu 2025 ຜ່ານຮ້ານອິນເຕີເນັດ, ຊຸບເປີມາເກັດ ແລະ ຊ່ອງທາງອື່ນໆ. ການເປີດ ນຳໃຊ້ຂະບວນລົດໄຟຂົນສົ່ງສິນຄ້າ ສາກົນໃນຄັ້ງນີ້ ໄດ້ເຮັດໃຫ້ໝາກ ກ້ວຍ ແລະ ໝາກໄມ້ອື່ນໆຂອງລາວ ສາມາດຂົນສົ່ງໄປສູ່ຕະຫຼາດຂອງ ຈີນຢ່າງສະດວກ ແລະ ວ່ອງໄວ, ສ້າງຄວາມອຸດົມສົມບູນໃຫ້ແກ່ “ກະຕ່າໝາກໄມ້” ຂອງລູກຄ້າຈີນ. ນັບແຕ່ເປີດນຳໃຊ້ໃນວັນທີ 3 ທັນວາປີ 2021 ເປັນຕົ້ນມາ, ທາງ ລົດໄຟຈີນ-ລາວໄດ້ກາຍເປັນຂົວ ເຊື່ອມຕໍ່ອັນສຳຄັນລະຫວ່າງຈີນກັບ ອາຊີຕາເວັນອອກສຽງໃຕ້ ເຊິ່ງໄດ້ ຊຸກຍູ້ການຄ້າລະຫວ່າງຈີນກັບລາວ, ຫລຸດຕົ້ນທຶນການຈໍລະຈອນສິນຄ້າ, ຍົກສູງປະສິດທິພາບການຂົນສົ່ງ, ຍິ່ງໄດ້ສ້າງຜົນປະໂຫຍດຕົວຈິງໃຫ້ ແກ່ວິສາຫະກິດສອງປະເທດ. ໂດຍ ຜ່ານທາງລົດໄຟຈີນ-ລາວ, ຜະລິດ ຕະພັນຕ່າງໆຂອງຈີນ ເຊັ່ນ: ຜະລິດ ຕະພັນກົນຈັກແລະ ເຄື່ອງໄຟຟ້າ, ຜະ ລິດຕະພັນກະສິກຳ, “ຜະລິດຕະພັນ ໃໝ່ 3 ຢ່າງ” ເຊັ່ນ ຜະລິດຕະພັນຜະ ລິດໄຟຟ້າດ້ວຍພະລັງງານແສງຕາ ເວັນ, ລົດໃຊ້ພະລັງງານໃໝ່ ເປັນຕົ້ນ ໂດຍ:ວິເຄາະສະຖານະການິ ເ ຍັງແຂວງຢຸນນານ, ປະເທດຈີນ, ເຮັດໃຫ້ນັກທ່ອງທ່ຽວສາມາດ ເດີນທາງສະດວກ ແລະ ຊົມທຳ ມະຊາດທີ່ສວຍງາມ ແລະ ວິຖີ ຊີວິດທ້ອງຖິ່ນທີ່ຍັງຄົງຄວາມ ເປັນເອກະລັກ. ນອກຈາກ ສປປ ລາວ ແລ້ວ ຍັງມີອີກຫລາຍປະ ເທດທີ່ຕິດອັນດັບໃນປຶ້ມ Best In Travel 2025 ເຊິ່ງຈັດອັນດັບ ໂດຍຜູ້ຊ່ຽວຊານຂອງ Lonely- Planet, ລວມທັງ ແຄເມຣູນ, ລິທົວເນຍ ແລະ ຟິຈິ ທີ່ໄດ້ຮັບການ ຍົກຍ້ອງໃນດ້ານການພັດທະນາ ທີ່ຍືນຍົງ ແລະ ການນຳສະເໜີ ປະສົບການທ່ອງທ່ຽວທີ່ບໍ່ຄືໃຜ. ສາມາດເຂົ້າສູ່ຕະຫຼາດອາຊີຕາເວັນ ອອກສຽງໃຕ້ຢ່າງສະດວກວ່ອງໄວ; ໃນຂະນະດຽວກັນ, ຢາງພາລາ, ໝາກໄມ້ ແລະ ຜະລິດຕະພັນທີ່ມີ ເອກະລັກພິເສດຂອງລາວ ແລະ ໄທ ກໍສາມາດຂົນສົ່ງເຂົ້າມາຈີນ ແລະ ຕະຫລາດອັນກວ້າງໃຫຍ່ກວ່ານີ້ ຢ່າງສະດວກວ່ອງໄວ. ອີງຕາມຂໍ້ມູນທີ່ກ່ຽວຂ້ອງ ສະແດງໃຫ້ເຫັນວ່າ: ນັບມາຮອດ ເດືອນກັນຍາປີນີ້, ດ່ານພາສີຄຸນ ໝີງຂອງຈີນໄດ້ກວດກາສິນຄ້າຂາ ເຂົ້າ-ຂາອອກ ແລະ ອະນຸຍາດຜ່ານ ດ່ານ ໂດຍຜ່ານທາງລົດໄຟຈີນລາວຈຳນວນ 10 ລ້ານໂຕນ, ມູນ ຄ່າສິນຄ້າບັນລຸເຖິງ 40,77 ຕື້ ໂດລາ. ປະເພດສິນຄ້າຂ້າມຊາດກໍ ໄດ້ເພີ່ມຂຶ້ນຈາກ 10 ກວ່າຊະນິດ ໃນເບື້ອງຕົ້ນມາເປັນ 2.900 ກວ່າ ຊະນິດໃນປັດຈຸບັນ, ການແລ່ນລົດ ໄຟໄດ້ເພີ່ມຂຶ້ນຈາກ 2 ຂະບວນໃນ ເບື້ອງຕົ້ນມາເປັນ 17 ຂະບວນໃນ ປັດຈຸບັນ. ຂໍ້ມູນດັ່ງກ່າວຕ່າງກໍໄດ້ ສ່ອງແສງໃຫ້ເຫັນເຖິງທ່ວງທ່າ ການພັດທະນາອັນແຂງແຮງ ແລະ ກຳລັງບົ່ມຊ້ອນອັນໃຫຍ່ຫລວງຂອງ ທາງລົດໄຟຈີນ-ລາວໃນດ້ານການ ຂົນສົ່ງສິນຄ້າຂ້າມຊາຍແດນ ພ້ອມ ທັງສ່ອງແສງໃຫ້ເຫັນເຖິງກຳລັງ ບົ່ມຊ້ອນອັນໃຫຍ່ຫລວງ ແລະ ອະ ນາຄົດອັນກວ້າງຂວາງໃນການ ຮ່ວມມືດ້ານເສດຖະກິດການຄ້າ ລະຫວ່າງຈີນກັບບັນດາປະເທດອາ ຊີຕາເວັນອອກສຽງໃຕ້. ໃນຫລາຍປີຜ່ານມາ, ການເປີດ ນຳໃຊ້ທາງລົດໄຟຈີນ-ລາວບໍ່ພຽງ ແຕ່ໄດ້ສ້າງໂອກາດ ແລະ ເວທີໃໝ່ ໃຫ້ແກ່ການຮ່ວມມືດ້ານເສດຖະກິດ ການຄ້າລະຫວ່າງຈີນກັບລາວເທົ່າ ນັ້ນ, ຍັງໄດ້ສ້າງພະລັງຂັບເຄື່ອນໃໝ່ ໃຫ້ແກ່ການຮ່ວມມືດ້ານເສດຖະກິດ ການຄ້າລະຫວ່າງຈີນກັບບັນດາປະ ເທດອາຊີຕາເວັນອອກສຽງໃຕ້ ກໍຄື ໂລກອີກດ້ວຍ. ຄຽງຄູ່ກັບການຊຸກຍູ້ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໃຫ້ເຂົ້າສູ່ລວງເລິກ ແລະ ການ ເຊື່ອມໂຍງເຂົ້າກັນຂອງເສດຖະກິດ ພາກພື້ນໄດ້ພັດທະນາຢ່າງວ່ອງໄວ, ທາງລົດໄຟຈີນ-ລາວຍ່ອມຈະເສີມ ຂະຫຍາຍບົດບາດອັນສຳຄັນກວ່າ ເກົ່າໃນຂົງເຂດການຈໍລະຈອນສິນ ຄ້າຂ້າມຊາຍແດນ. ພວກເຮົາກໍ ຫວັງວ່າ ທາງລົດໄຟຈີນ-ລາວຈະມີ ຂະບວນລົດໄຟທີ່ມີເອກະລັກພິເສດ ໃຫ້ຫຼາຍກວ່າເກົ່າ ເພື່ອເຮັດໃຫ້ເສັ້ນ ທາງແຫ່ງໄມຕີຈິດມິຕະພາບ, ເສັ້ນ ທາງແຫ່ງຄວາມຮັ່ງມີ ແລະ ເສັ້ນ ທາງແຫ່ງຄວາມສຸກສາຍນີ້ມີຄວາມ ໜັກແໜ້ນ ແລະ ຄວາມກວ້າງຂວາງ ຫລາຍກວ່າເກົ່າ ການຕິດອັນດັບຄັ້ງນີ້ ຖືເປັນ ໂອກາດສຳຄັນທີ່ຈະສະແດງໃຫ້ ໂລກເຫັນເຖິງຄວາມສວຍງາມ ຂອງ ສປປ.ລາວ ເຊິ່ງຈະຊ່ວຍ ດຶງດູດນັກທ່ອງທ່ຽວຈາກທົ່ວ ໂລກໃຫ້ມາຢ້ຽມຢາມ ແລະ ສຳ ຜັດກັບມົນສະເໜ່ຂອງລາວເຮົາ ອີກດ້ວຍ. ແຕ່ເຖິງແນວໃດກໍດີ ຜູ້ປະກອບ ການທຸລະກິດທ່ອງທ່ຽວ, ໂຮງ ແຮມ, ເຮືອນພັກ ແລະ ຮ້ານອາ ຫານຢືນຢືນວ່າບັນຍາກາດເປີດປີ ທ່ອງທ່ຽວປະຈໍາປີ 2024 ອາດ ສ້າງປະຫວັດສາດໜ້າໃໝ່ສໍາ ລັບ ສປປ ລາວ ຍ້ອນວ່າແຕ່ລະ ມື້ມີນັກທ່ອງທ່ຽວເຂົ້າມາລາວ ຢ່າງຫລວງຫລາຍໂດຍສະເພາະ ເມືອງມໍລະດົກໂລກຫລວງພະ ບາງສະເລ່ຍ 10.000-20.000 ຄົນຕໍ່ມື້ ໃນນັ້ນນັກທ່ອງທ່ຽວຈີນ ຕິດອັນດັບທີ 1, ຮອງລົງມາຊາວ ເອີຣົບ-ອາເມລິກາ, ໄທ, ເກົາຫລີ ແລະ ຊາດອື່ນໆ. ນາງ ຈັນຖະໜອມ ແມ່ຄ້າຊາຍ ເຂົ້າປຽກບອກວ່າໄດ້ຂາຍເຂົ້າ ປຽກ-ໝີ່ເຫລືອງ100-200ກິໂລ ຕໍ່ມື້ ປັດຈູບັນເຮັດຂາຍນໍາກໍບໍ່ທັນ ຍ້ອນນັກທ່ອງທ່ຽວຫລາຍໂພດ ໂດຍສະເພາະຊາວຈີນ ເຫັນວ່າມີ ຈໍານວນຫລາຍນັບແຕ່ເປີດໃຫ້ບໍ ລິການແລ່ນລົດໄຟຂ່າມຊາຍ ແດນລາວ-ຈີນ.ຈໍານວນຕົວເລກ ເພີ່ມຂຶ້ນຂອງນັກທ່ອງທ່ຽວຄັ້ງນີ້ ເປັນທ່າອ່ຽງທີ່ດີສຸດຕໍ່ເສດຖະ ກິດລາວ. ເຈົ້າຫນ້າທີ່ຮັບຜິດຊອບວຽກ ງານໃນຂະແຫນງທ່ອງທ່ຽວ ຈາກກະຊວງ ຖວທ ຄາດວ່າເປັນ ໄປໄດ້ຕົວເລກນັກທ່ອງທ່ຽວຈະ ເພີ່ມຂຶ້ນເຖິງ 4-5 ລ້ານປີນີ້ ຖ້າ ສະຖານະການເປັນແບບນີ້ຕໍ່ໄປ.

RkJQdWJsaXNoZXIy MTc3MTYxMQ==