5991

xtgmf]k; 4 3]d c]t gsfdko 25/10/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp *** ຕໍ່ຈາກໜ້າ 1 *** ຫາລື... d8l xk4tdt4k;a ole7a o0v'-kf ຂປລ. ເມື່ອບໍ່ດົນມານີ້, ກົມຈັດຕັ້ງ ແລະ ພະນັກງານ, ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຈັດປາຖະ ກະຖາວັນສໍາຄັນທາງປະຫວັດສາດ ຂອງພັກຊາດ-ຂອງຊາດ ເປັນຕົ້ນວັນ ປະກາດເອກະລາດ ຄົບຮອບ 79 ປີ (12ຕຸລາ 1945-2024), ລະນຶກວັນ ສາກົນ ແລະ ວັນສັບປະດາແຫ່ງຊາດ ເພື່ອລົບລ້າງຄວາມທຸກຍາກຂອງສປປ ລາວຄົບຮອບ37ປີ(12ຕຸລາ19782024) ໂດຍການເປັນປະທານ ຂອງ ສະຫາຍ ບໍ່ວຽງຄໍາ ວົງດາລາ ກໍາມະ ການສູນກາງພັກ, ເລຂາຄະນະບໍລິ ຫານງານພັກ, ລັດຖະມົນຕີ ກຕສ, ມີ ບັນດາຄະນະປະຈໍາພັກ, ກໍາມະການ ພັກກະຊວງ, ເລຂາໜ່ວຍພັກ ກົມ/ ທຽບເທົ່າ, ພ້ອມດ້ວຍສະມາຊິກພັກພະນັກງານ ທົ່ວກະຊວງ ເຂົ້າຮ່ວມ. ໃນພິທີ, ຜູ້ເຂົ້!ຮ່ວມໄດ້ຮັບຊົມການ ສາຍຮູບເງົາວັນປະກາດເອກະລາດ ຄົບຮອບ 79 ປີ, ລະນຶກວັນສາກົນ ແລະ ສັບປະດາແຫ່ງຊາດເພື່ອລົບລ້າງຄວາມ ທຸກຍາກ ຂອງ ສປປ ລາວ ຄົບຮອບ 37 ປີ ຊຶ່ງເປັນເຫດການໜຶ່ງທີ່ມີຄວາມ ໝາຍຄວາມສໍາຄັນ ໃນການຕໍ່ສູ້ປະຕິ ວັດຕ້ານການຮຸກຮານຂອງພວກລ່າ ເມືອງຂຶ້ນທັງແບບເກົ່າ ແລະ ແບບໃໝ່, ເປັນໝາກຜົນແຫ່ງການຕໍ່ສູ້ຂອງປະຊາ ຊົນລາວບັນດາເຜົ່າ ພາຍໃຕ້ການນໍາພາ ຂອງພັກປະຊາຊົນ ປະຕິວັດລາວ ແລະ ເພື່ອໃຫ້ສະມາຊິກພັກ-ພະນັກງານ ໄດ້ ເຊື່ອມຊຶມເຖິງປະຫວັດຄວາມເປັນມາ ເຖິງຄຸນງາມຄວາມດີ ກໍາແໜ້ນກ່ຽວ ກັບບັນດາຜົນງານຂອງຜູ້ນຳພັກ-ລັດ ຮັບຮູ້ເຖິງມູນເຊື້ອປະຫວັດສາດສໍາ ຄັນຂອງຊາດ ອັນເປັນວັນແຫ່ງເອກ ອ້າງທະນົງໃຈ ຂອງປະຊາຊົນລາວ ໃນ ການຕໍ່ສູ້ອັນພິລະອາດຫານທີ່ບໍ່ຍອມ ຈໍານົນ “ບົນຈິດໃຈ” ຍອມຕາຍດີກ່ອນ ເປັນຂ້ອຍຂ້າ, ຕາຍເພື່ອເອກະລາດ ດີກວ່າຢູ່ພາຍໃຕ້ແອກການປົກຄອງ ຂອງຕ່າງຊາດ, ຮູ້ໄດ້ເຖິງມູນເຊື້ອແຫ່ງ ການຕໍ່ສູ້ມີໄຊ ຂອງຄົນລາວຜູ້ຮັກຊາດ ພາຍໃຕ້ການນໍາພາຂອງພັກ ຈົນສາ ມາດປົດປ່ອຍຊາດໄດ້ຢ່າງສົມບູນ. ພ້ອມນັ້ນ, ກໍເພື່ອໃຫ້ສະມາຊິກພັກ-ພະ ນັກງານ ຮູ້ເຖິງວັນສາກົນ ແລະ ຄວາມ ເປັນມາວັນສັບປະດາແຫ່ງຊາດເພື່ອ ລົບລ້າງຄວາມທຸກຍາກ ຂອງ ສປປ ລາວ, ລວມທັງສາເຫດ, ສະພາບຄວາມ ທຸກຍາກໃນປັດຈຸບັນ ແລະ ການແກ້ໄຂ ບັນຫາຄວາມທຸກຍາກຂອງໂລກ ລວມ ເຖິງສະພາບຄວາມທຸກຍາກ ແລະ ໄພ ເງິນເຟີ້ ໃນ ສປປ ລາວ, ທິດທາງຄາດ ໝາຍຕົ້ນຕໍ່ໃນການແກ້ໄຂວຽກງານ ການພັດທະນາໃນເຂດຊົນນະບົດເພື່ອ ລົບລ້າງຄວາມທຸກຍາກແຕ່ລະໄລຍະ ໃນວິໄສທັດຮອດປີ 2030 ແລະ ຍຸດທະ ສາດການພັດທະນາເສດຖະກິດ-ສັງ ຄົມ ໃນໄລຍະ 10 ປີ (2016-2025). ໂອກາດດຽວກັນ, ກໍໄດ້ຜ່ານມະຕິ ຕົກລົງ ສະບັບເລກທີ 521/ນຍ, ລົງວັນ ທີ 01 ຕຸລາ 2024 ວ່າດ້ວຍການອະນຸ ມັດໃຫ້ພະນັກງານການນໍາຂັ້ນສູງ ອອກ ພັກການ-ຮັບອຸດໜູນບໍານານ, ມະຕິຕົກ ລົງ ສະບັບເລກທີ 530/ນຍ, ລົງວັນທີ 03 ຕຸລາ 2024 ວ່າດ້ວຍການແຕ່ງຕັ້ງ ຫົວໜ້າຫ້ອງການກະຊວງ ເຕັກໂນໂລຊີ ແລະ ການສື່ສານ ແລະ ຂໍ້ຕົກ ລົງວ່າ ດ້ວຍການສັບຊ້ອນພະນັກງານນໍາພາຄຸ້ມຄອງຂັ້ນຮອງສູນຂອງກະຊວງເຕັກ ໂນໂລຊີ ແລະ ການສື່ສານ ຕື່ມອີກ. ເມືອງ, ມີ 100 ບ້ານ, 5.276 ຫລັງ ຄາເຮືອນ ໄດ້ຮັບຜົນກະທົບ, ມີຜູ້ບາດ ເຈັບ 25 ຄົນ, ເສຍຊີວິດ 3 ຄົນ, ລວມ ມູນຄ່າເສຍຫາຍທັງໝົດ 5.841 ຕື້ກີບ ເຊິ່ງ ທາງແຂວງສະເໜີຂໍງົບປະມານ ແກ້ໄຂສຸກເສີນເບື້ອງຕົ້ນ ຈຳນວນ 151 ຕື້ກີບ. ໂອກາດນີ້, ທ່ານ ເພັດ ພົມພິພັກ ເນັ້ນໃຫ້ຄະນະໄພພິບັດຂອງແຂວງຮີບ ຮ້ອນຂຶ້ນແຜນລະອຽດ ໃນການສະເໜີ ຂໍງົບປະມານແກ້ໄຂສຸກເສີນ ແລະ ຟື້ນ ຟູ, ໃນບັນດາຈຸດທີ່ມີຄວາມຕ້ອງການ ເລັ່ງດ່ວນ ເພື່ອເລັງຟື້ນຟູການຜະລິດ ກະສິກຳໃນລະດູແລ້ງ ແລະ ການຄົມ ມະນາຄົມຂົນສົ່ງ, ໂຄງການໃດທີ່ຍັງ ບໍ່ມີທຶນຮອນສ້ອມແປງໄດ້ໝົດ ກໍໃຫ້ ມີການປົວແປງໃຫ້ສາມາດນໍາໃຊ້ໄດ້ ກ່ອນ. ພ້ອມນີ້, ທ່ານລັດຖະມົນຕີກະ ຊວງແຜນການແລະຫານລົງທຶນພ້ອມ ດ້ວຍຄະນະ ຍັງໄດ້ລົງຕິດຕາມເບິ່ງພື້ນ ທີ່ເສຍຫາຍຈາກໄພນໍ້າຖ້ວມຢູ່ສະໜາມ ບິນ, ບ້ານຫລວງ, ບ້ານຂ້ອນ, ບ້ານປ່າ ສັກ, ບ້ານໃໝ່, ບ້ານບວມພຽງ ແລະ ຊົນລະປະທານນໍ້າທາ 3 ຕື່ມອີກ. ໃນໂອກາດເຄື່ອນໄຫວວຽກງານ ຄັ້ງນີ້, ທ່ານລັດຖະມົນຕີ ກະຊວງແຜນ ການ ແລະ ການລົງທຶນ ໄດ້ມອບເງິນ ຈໍານວນ 500 ລ້ານກີບ ໃຫ້ແຂວງ ຫລວງນໍ້າທາ ເພື່ອຊຸກຍູ້ແກ້ໄຂໄພພິບັດ ຢູ່ແຂວງຫລວງນ້ຳທາ ຕາງໜ້າຮັບ ໂດຍ ທ່ານ ວຽງສະຫວັນ ສີພັນດອນ ເຈົ້າແຂວງແຂວງຫລວງນໍ້າທາ. ຂ່າວ-ພາບ: ກະຊວງ ຜທ *** ຕໍ່ຈາກໜ້າ 1 *** ກອງປະຊຸມ... ເປັນປະທານ ຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ມີບັນ ດາທ່ານຮອງນາຍົກລັດຖະມົນຕີ, ສະ ມາຊິກລັດຖະບານ, ຜູ້ຕາງໜ້າກະຊວງ- ອົງການ ເຂົ້າຮ່ວມແບບເຊິ່ງໜ້າ; ການ ນໍາຂອງບັນດາແຂວງ ແລະ ນະຄອນ ຫລວງວຽງຈັນ ເຂົ້າຮ່ວມຜ່ານລະບົບ ກອງປະຊຸມ ທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະ ພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນ ພະຈິກ 2024. ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນ ຄວ້າ, ປຶກສາຫາລື, ປະກອບຄໍາເຫັນ ແລະ ເຫັນດີດ້ານຫລັກການຮັບຮອງ ເອົາບັນດາຫົວຂໍ້ສໍາຄັນ ຄື: ວາລະທີ 1 ລາຍງານສະຫລຸບວຽກງານພົ້ນເດັ່ນ ປະຈໍາເດືອນຕຸລາ ແລະ ທິດທາງແຜນ ການ ປະຈຳເດືອນພະຈິກ 2024 ຂອງ ລັດຖະບານ; ລາຍງານກ່ຽວກັບການ ຄົ້ນຄວ້າການເພີ່ມເງິນເດືອນໃຫ້ພະນັກ ງານ-ລັດຖະກອນ ແລະ ໂກຕ້າລັດຖະ ກອນ ປະຈຳປີ 2025; ລາຍງານການ ຄົ້ນຄວ້າມາດຕະການແກ້ໄຂລົດເຖື່ອນ; ລາຍງານຜົນສຳເລັດກອງປະຊຸມສຸດ ຍອດອາຊຽນຄັ້ງທີ44, 45 ແລະ ກອງ ປະຊຸມສຸດຍອດທີ່ກ່ຽວຂ້ອງ ລວມທັງ ການສະເໜີແບ່ງຄວາມຮັບຜິດຊອບໃນ ການຜັນຂະຫຍາຍໃນຕໍ່ໜ້າ ແລະ ລາຍ ງານຄາດໝາຍອັດຕາເງິນເຟີ້ ໃນປີ 2025. ໃນນັ້ນ, ຕໍ່ການສະຫລຸບວຽກ ງານພົ້ນເດັ່ນປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈຳເດືອນພະຈິກ 2024 ຂອງລັດຖະບານ, ກອງປະຊຸມ ໄດ້ຊີ້ນໍາໃຫ້ຫ້ອງວ່າການສໍານັກງານ ນາຍົກລັດຖະມົນຕີ ກວດກາຄືນແຜນ ວຽກຈຸດສຸມ ແລະ ບັນດາຄາດໝາຍ ຕ່າງໆ ໃນປີ 2024 ຂອງລັດຖະບານ ທີ່ໄດ້ກໍານົດໄວ້ ໃນມະຕິຂອງສູນກາງ ພັກ, ລັດຖະບານ ແລະ ສະພາແຫ່ງຊາດ ເພື່ອເຮັດໃຫ້ວຽກຈຸດສຸມທີ່ຍັງຄົງຄ້າງ ຖືກກຳນົດເຂົ້າໃນແຜນວຽກຈຸດສຸມ ແລະ ໄດ້ຮັບການຈັດຕັ້ງປະຕິບັດ ກາຍ ເປັນຮູບປະທຳຕົວຈິງ ໃນໄລຍະທ້າຍປີ 2024; ຕໍ່ການຄົ້ນຄວ້າການເພີ່ມເງິນ ເດືອນໃຫ້ພະນັກງານ-ລັດຖະກອນ ແລະໂກຕ້າລັດຖະກອນປະຈຳປີ2025 ແມ່ນເຫັນດີຕາມການສະເໜີຂອງກະ ຊວງພາຍໃນ ບົນພື້ນຖານຕ້ອງຮັບປະ ກັນ ແລະ ສາມາດຕອບສະໜອງທາງ ດ້ານງົບປະມານ ໃນການເບີກຈ່າຍເງິນ ເດືອນແລະ ເງິນນະໂຍບາຍຕ່າງໆ ເພື່ອ ປັບປຸງຊີວິດການເປັນຢູ່ຂອງພະນັກ ງານ-ລັດຖະກອນ ໃຫ້ສອດຄ່ອງກັບສະ ພາບເສດຖະກິດໃນປັດຈຸບັນ, ທັງໃຫ້ ສາມາດຮັບປະກັນ ມີພະນັກງານສືບ ທອດປ່ຽນແທນ ໃນການຈັດຕັ້ງປະຕິ ບັດໜ້າທີ່ວຽກງານ ຢ່າງຕໍ່ເນື່ອງ, ມີປະ ສິດທິພາບ ແລະ ປະສິດທິຜົນ; ຕໍ່ການ ແກ້ໄຂບັນຫາລົດເຖື່ອນ: ໃຫ້ຈັດຕັ້ງປະ ຕິບັດຕາມລະບຽບການ ແລະ ກົດໝາຍ ທີ່ກ່ຽວຂ້ອງ ຢ່າງເຂັ້ມງວດ, ເດັດຂາດ, ວ່ອງໄວ, ທັນການ, ບໍ່ແກ່ຍາວເວລາ, ຮັບປະກັນຈໍາກັດໄດ້ຊ່ອງວ່າງການສວຍ ໂອກາດຕ່າງໆ. ທັງນີ້, ເພື່ອສະກັດກັ້ນ ບັນຫາລົດເຖື່ອນ ໃຫ້ນັບມື້ຫລຸດໜ້ອຍ ຖອຍລົງ ແລະ ໄດ້ຮັບການແກ້ໄຂຢ່າງ ຂາດຕົວໃນຕໍ່ໜ້າ. ພ້ອມກັນນີ້, ລັດຖະ ບານ ໄດ້ມອບໃຫ້ຄະນະສະເພາະກິດ ຮີບຮ້ອນຮ່ວມກັບບັນດາຂະແໜງການ ກ່ຽວຂ້ອງລົງເລິກກໍານົດເງື່ອນໄຂ,ວິທີ ການແກ້ໄຂລະອຽດ ໂດຍມີຄາດໝາຍ ທາງດ້ານເວລາທີ່ຊັດເຈນ ແລະ ໃຫ້ມີ ຜົນສໍາເລັດຕົວຈິງ; ຕໍ່ຜົນສຳເລັດຂອງ ກອງປະຊຸມສຸດຍອດອາຊຽນຄັ້ງທີ44, 45 ແລະ ກອງປະຊຸມສຸດຍອດທີ່່ກ່ຽວ ຂ້ອງ: ໃຫ້ກະຊວງການຕ່າງປະເທດ ເປັນໃຈກາງປະສານສົມທົບ ກັບບັນດາ ອະນຸກໍາມະການ ເພື່ອສະຫລຸບຕີລາຄາ ໃຫ້ສາມາດເຫັນໄດ້ບັນດາຜົນສຳເລັດ ກໍຄື ດ້ານດີ, ດ້ານອ່ອນ-ຂໍ້ຄົງຄ້າງ, ສາ ເຫດແລະບົດຮຽນທີ່ຖອດຖອນໄດ້ຢ່າງ ລະອຽດຈະແຈ້ງ, ຄົບຖ້ວນສົມບູນ ເພື່ອ ໃຫ້ກາຍເປັນບົດຮຽນທີ່ດີໃນອະນາ ຄົດ. ພ້ອມກັນນັ້ນ, ກໍໃຫ້ສະຫລຸບງົບປະ ມານການໃຊ້ຈ່າຍ, ທຶນຮອນແລະອຸປະ ກອນຕ່າງໆ ທີ່ໄດ້ຮັບການຊ່ວຍເຫລືອ ຈາກພາຍໃນ ແລະ ຕ່າງປະເທດ, ລວມ ທັງການປະຕິບັດນະໂຍບາຍການຍ້ອງ ຍໍ ຕໍ່ຜູ້ທີ່ມີຜົນງານໃນການປະກອບສ່ວນ ເຂົ້າໃນການກະກຽມ ແລະ ດ ເນີນກອງ ປະຊຸມສຸດຍອດໃນຄັ້ງນີ້ ຢ່າງຖືກຕ້ອງ ແລະ ແທດເໝາະກັບຕົວຈິງ. ສຳລັບ ຄາດໝາຍອັດຕາເງິນເຟີ້ ໃນປີ 2025: ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະ ການ, ແຜນວຽກຈຸດສຸມທີ່ລັດຖະບານ ໄດ້ກຳນົດໄວ້ ກໍຄື ບັນດາທິດຊີ້ນຳ ຂອງ ກົມການເມືອງສູນກາງພັກ ໃນການແກ້ ໄຂບັນຫາຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ບັນຫາເຄັ່ງຮ້ອນ ຕ່າງໆແນໃສ່ໃຫ້ອັດຕາເງິນເຟີ້ຫລຸດລົງ. ວາລະທີ 2 ກ່ຽວກັບເນື້ອໃນບົດ ລາຍງານ ຂອງລັດຖະບານ ທີ່ຈະໄປ ຜ່ານກອງປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ເປັນຕົ້ນ ໂຄງຮ່າງຂອງ ບົດລາຍງານ ຕີລາຄາການຈັດຕັ້ງປະຕິ ບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ແຜນເງິນຕາປະຈໍາປີ 2024 ແລະ ທິດທາງແຜນການ ປີ 2025 ຕິດພັນກັບການຈັດຕັ້ງປະຕິ ບັດວາລະແຫ່ງຊາດ ວ່າດ້ວຍການແກ້ ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ແລະ ວາລະແຫ່ງຊາດ ວ່າ ດ້ວຍການແກ້ໄຂບັນຫາຢາເສບຕິດ: ກອງປະຊຸມ ໄດ້ຊີ້ນໍາໃຫ້ໃຫ້ຫ້ອງວ່າ ການສໍານັກງານນາຍົກລັດຖະມົນຕີ ເປັນໃຈກາງສົມທົບບັນດາ ຂະແໜງ ການ ແລະ ພາກສ່ວນກ່ຽວຂ້ອງປັບປຸງ ໂຄງຮ່າງບົດລາຍງານ ແລະ ເນື້ອໃນ ຕາມການປະກອບຄຳເຫັນຂອງສະມາ ຊິກລັດຖະບານໃຫ້ກະທັດຮັດ, ຄົບຖ້ວນ ສົມບູນ ໂດຍສະເພາະສ່ອງແສງໃຫ້ ເຫັນບັນດາຜົນສຳເລັດທີ່ພົ້ນເດັ່ນ, ບັນ ດາຄາດໝາຍທີ່ຈັດຕັ້ງປະຕິບັດໄດ້, ການແກ້ໄຂບັນຫາເຄັ່ງຮ້ອນທາງດ້ານ ເສດຖະກິດ-ການເງິນ, ຈຸດອ່ອນ-ຂໍ້ຄົງ ຄ້າງຕ່າງໆ, ສາເຫດ ແລະ ບົດຮຽນທີ່ ຖອດຖອນໄດ້, ການກໍານົດແຜນວຽກ ຈຸດສຸມ ໄລຍະທ້າຍປີ 2024, ທິດທາງ ແຜນການປະຈໍາປີ 2025 ແລະ ມາດ ຕະການຈັດຕັ້ງປະຕິບັດ ເຊິ່ງການສະ ຫລຸບ ແລະ ແຜນວຽກໃນຕໍ່ໜ້າແມ່ນ ໃຫ້ກວດກາ ແລະ ປັບປຸງຄືນຕາມແຜນ ວຽກຈຸດສຸມ ແລະ ຄາດໝາຍຕ່າງໆ ທີ່ ກຳນົດໄວ້ ໃນມະຕິທີ່ກ່ຽວຂ້ອງ ຂອງ ສູນກາງພັກ, ລັດຖະບານ ແລະ ສະພາ ແຫ່ງຊາດ. ວາລະທີ 3 ເນື້ອໃນບົດລາຍງານ ຂອງລັດຖະບານ ທີ່ຈະໄປຜ່ານກອງ ປະຊຸມສະໄໝສາມັນ ເທື່ອທີ8 ຂອງ ສະ ພາແຫ່ງຊາດ ຊຸດທີ IX ເປັນຕົ້ນ ການ ຈັດຕັ້ງປະຕິບັດວຽກງານສາມສ້າງ (ສ້າງແຂວງ ເປັນຫົວໜ່ວຍຍຸດທະ ສາດ, ສ້າງເມືອງເປັນຫົວໜ່ວຍເຂັ້ມ ແຂງຮອບດ້ານແລະສ້າງບ້ານເປັນຫົວ ໜ່ວຍພັດທະນາ); ການຈັດຕັ້ງປະຕິບັດ ຍຸດທະສາດການປະຕິຮູບລະບົບການ ສຶກສາ, ການພັດທະນາຊັບພະຍາກອນ ມະນຸດແຫ່ງຊາດ ໃນໄລຍະຜ່ານມາ ແລະທິດທາງແຜນການໃນຕໍ່ໜ້າ; ການ ປະເມີນຜົນການຈັດຕັ້ງປະຕິບັດກົດ ໝາຍ 4 ສະບັບ ຄື: ກົດໝາຍ ວ່າດ້ວຍ ການສຶກສາ, ກົດໝາຍ ວ່າດ້ວຍການ ຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ, ກົດ ໝາຍວ່າດ້ວຍແຮງງານແລະກົດໝາຍ ວ່າດ້ວຍປ້າຍ; ຮ່າງແຜນຍຸດທະສາດ ການຄຸ້ມຄອງ ແລະ ພັດທະນາທີ່ດິນກະ ສິກໍາ ຮອດປີ 2030 ແລະ ວິໄສທັດ ຮອດປີ 2040. ໃນນັ້ນ, ຕໍ່ການຈັດຕັ້ງ ປະຕິບັດວຽກງານສາມສ້າງ: ໃຫ້ກະ ຊວງພາຍໃນ ສົມທົບກັບຂະແໜງການ ແລະ ພາກສ່ວນກ່ຽວຂ້ອງນຳເອົາຄຳ ເຫັນຂອງກອງປະຊຸມ ໄປຄົ້ນຄວ້າປັບ ປຸງຮ່າງບົດລາຍງານຄຽງຄູ່ກັບການ ປັບປຸງບັນດານິຕິກຳ ທີ່ຕິດພັນກັບການ ຄຸ້ມຄອງ ເພື່ອເປັນບ່ອນອີງທາງດ້ານ ເງື່ອນໄຂມາດຖານຕົວຊີ້ວັດການພັດ ທະນາດ້ານຕ່າງໆ; ພ້ອມທັງ ພິຈາລະ ນາຈັດກອງປະຊຸມສະຫລຸບຖອດຖອນ ບົດຮຽນການຈັດຕັ້ງປະຕິບັດວຽກ ງານດັ່ງກ່າວ ໃນໄລຍະຜ່ານມາ ເພື່ອ ກຳນົດທິດທາງແຜນການໃນຕໍ່ໜ້າ ໃຫ້ ສອດຄ່ອງ ແລະ ການຈັດຕັ້ງປະຕິບັດ ໄດ້ຮັບໝາກຜົນຕົວຈິງຕາມທິດ ແລະ ຄາດໝາຍທີ່ກຳນົດໄວ້; ຕໍ່ການຈັດຕັ້ງ ປະຕິບັດຍຸດທະສາດ ການປະຕິຮູບລະ ບົບການສຶກສາ, ການພັດທະນາຊັບພະ ຍາກອນມະນຸດແຫ່ງຊາດ ໃນໄລຍະ ຜ່ານມາ ແລະ ທິດທາງແຜນການໃນຕໍ່ ໜ້າ: ໃຫ້ກະຊວງສຶກສາທິການ ແລະ ກິ ລານຳເອົາຄຳເຫັນຂອງກອງປະຊຸມໄປ ຄົ້ນຄວ້າປັບປຸງຮ່າງລາຍງານ, ລວມ ທັງການກຳນົດທິດທາງແຜນການໃນ ຕໍ່ໜ້າເປັນຕົ້ນແຜນການປັບປຸງນິຕິກຳ, ນະໂຍບາຍ, ແຜນການ-ແຜນງານແລະ ອື່ນໆ ໂດຍສະເພາະບັນດາຈຸດທີ່ຍັງຄົງ ຄ້າງ ແລະ ກົດໜ່ວງຖ່ວງດຶງຂົງເຂດ ວຽກງານການສຶກສາ ກໍ່ຄືການພັດທະ ນາຊັບພະຍາກອນມະນຸດໃຫ້ສອດຄ່ອງ ກັບຄວາມຮຽກຮ້ອງຕ້ອງການຂອງ ວຽກງານຕົວຈິງໃນປັດຈຸບັນ ກໍຄື ສະ ເພາະໜ້າແລະຍາວນານກໍຄືລັກສະນະ ແລະ ຫລັກມູນ ຂອງການສຶກສາ, ທັງ ເນັ້ນໜັກຍົກສູງຄວາມຮັບຜິດຊອບ ແລະ ປະດິດສ້າງໃນໜ້າທີ່ການເມືອງ ຂອງພະນັກງານ-ລັດຖະກອນ ເປັນສຳ ຄັນ; ຕໍ່ການປະເມີນຜົນການຈັດຕັ້ງປະ ຕິບັດກົດໝາຍ 4 ສະບັບ ຄື: ກົດໝາຍ ວ່າດ້ວຍການສຶກສາ, ກົດໝາຍວ່າດ້ວຍ ການຄວບຄຸມເຄື່ອງດື່ມທີ່ມີທາດເຫລົ້າ, ກົດໝາຍ ວ່າດ້ວຍແຮງງານ ແລະ ກົດ ໝາຍວ່າດ້ວຍປ້າຍ: ໃຫ້ກະຊວງຍຸຕິທຳ ເປັນໃຈກາງສົມທົບກັບຂະແໜງການ ກ່ຽວຂ້ອງນຳເອົາຄຳເຫັນຂອງກອງ ປະຊຸມ ໄປປັບປຸງຮ່າງບົດລາຍງານ ລວມແລະມອບໃຫ້ບັນດາຂະແໜງການ ກ່ຽວຂ້ອງ ກະກຽມເນື້ອໃນເພື່ອຊີ້ແຈງ ຕໍ່ຂໍ້ຊັກຖາມຕ່າງໆ ຂອງສະມາຊິກສະ ພາແຫ່ງຊາດ; ສຳລັບຮ່າງແຜນຍຸດທະ ສາດການຄຸ້ມຄອງ ແລະ ພັດທະນາ ທີ່ ດິນກະສິກໍາ ຮອດປີ 2030 ແລະ ວິໄສ ທັດຮອດປີ2040: ໃຫ້ກະຊວງກະສິກຳ ແລະປ່າໄມ້ນຳໄປປັບປຸງຕາມຄຳ ເຫັນ ຂອງກອງປະຊຸມ ເພື່ອໃຫ້ເນື້ອໃນຄົບ ຖ້ວນສົມບູນ ໂດຍສະເພາະໂຄງຮ່າງ, ແຜນວຽກຈຸດສຸມ, ຕົວເລກຄາດໝາຍ ສູ້ຊົນ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດ ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິ ຜົນ; ວຽກຈຸດສຸມຂອງລັດຖະບານ ໄລ ຍະນີ້ຮອດທ້າຍປີ ຈະໄດ້ສືບຕໍ່ສຸມໃສ່ ປະຕິບັດແຜນວຽກຈຸດສຸມ ປະຈຳປີ 2024 ທີ່ໄດ້ກຳນົດໄວ້ໃນມະຕິກອງປະ ຊຸມລັດຖະບານ ເປີດກວ້າງ ຄັ້ງທີ I ປີ 2024 ຕາມມະຕິຕົກລົງສະບັບເລກທີ 08/ລບ, ລົງວັນທີ 24 ກໍລະກົດ 2024; ສຸມໃສ່ແກ້ໄຂແລະຟື້ນຟູຜົນກະທົບຈາກ ໄພນ້ຳຖ້ວມ, ນໍ້າຊຸ ຢູ່ບັນດາແຂວງ ທີ່ໄດ້ຮັບຜົນກະທົບ ໂດຍສະເພາະຢູ່ ແຂວງຫລວງນ້ຳທາ, ແຂວງຫົວພັນ. ພ້ອມກັນນີ້, ກໍມີບາງວຽກຈຸດສຸມຈຳ ນວນໜຶ່ງຄື: ສືບຕໍ່ນໍາພາ-ຊີ້ນໍາການຈັດ ຕັ້ງປະຕິບັດແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບ ທົ່ວປວງຊົນ ຮອບດ້ານ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າແລະຕໍ່ເນື່ອງ, ສືບຕໍ່ເອົາໃຈ ໃສ່ໃນການຈັດຕັ້ງປະຕິບັດວາລະແຫ່ງ ຊາດ ວ່າດ້ວຍການແກ້ໄຂບັນຫາຢາ ເສບຕິດ ໃຫ້ເຂັ້ມງວດເລິກເຊິ່ງກວ້າງ ຂວາງກວ່າເກົ່າ ເພື່ອຮັບປະກັນໃຫ້ສັງ ຄົມມີຄວາມສະຫງົບແລະ ເປັນລະບຽບ ຮຽບຮ້ອຍ, ແກ້ໄຂບັນດາປະກົດການ ຫຍໍ້ທໍ້ໃນສັງຄົມ, ພ້ອມທັງຕິດຕາມ, ຊີ້ ແຈງ ແລະ ຕອບໂຕ້ ຫາງສຽງສັງຄົມທີ່ ບິດເບືອນຄວາມຈິງຜ່ານສື່ສັງຄົມອອນ ລາຍ ດ້ວຍຫລາຍຮູບການ ແລະ ທັນສະ ພາບການ; ສືບຕໍ່ສຸມໃສ່ຕິດຕາມ, ຊຸກ ຍູ້ການຈັດຕັ້ງປະຕິບັດບັນດາມາດຕະ ການແກ້ໄຂຄວາມຫຍຸ້ງຍາກທາງດ້ານ ເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ທີ່ກໍານົດໄວ້ ໃນແຕ່ລະໄລຍະໃຫ້ສໍາເລັດ; ສືບຕໍ່ຕິດ ຕາມ, ຊຸກຍູ້ບັນດາຂະແໜງການ ແລະ ທ້ອງຖິ່ນ ໃນການຄົ້ນຄວ້າຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດທິດຊີ້ນຳຂອງ ກົມການເມືອງສູນກາງພັກ ຕາມມະຕິ 04/ກມສພ ວ່າດ້ວຍການສ້າງເສດຖະ ກິດເອກະລາດເປັນເຈົ້າຕົນເອງ(ສອຈ) ໃນໄລຍະໃໝ່ ກໍຄື ມະຕິ 05/ລບ ຂອງ ລັດຖະບານ ໃຫ້ເປັນຮູບປະທຳ ແລະ ມີໝາກຜົນຕົວຈິງ; ສືບຕໍ່ຊຸກຍູ້ອຳນວຍ ຄວາມສະດວກການເກັບກ່ຽວເຂົ້ານາ ປີ, ຜົນຜະລິດລະດູຝົນແລະກຽມຄວາມ ພ້ອມໃຫ້ແກ່ການຜະລິດເຂົ້ານາແຊງ ແລະ ການຜະລິດລະດູແລ້ງ; ສືບຕໍ່ຕິດ ຕາມ, ກວດກາຊຸກຍູ້ບັນດາໂຄງການ ລົງທຶນຕ່າງໆ ໃຫ້ດຳເນີນໄປຕາມແຜນ ທີ່ກຳນົດ ພ້ອມທັງການຮ່າງແຜນການ ລົງທຶນຂອງລັດ ປີ 2025 ໃຫ້ສຳເລັດ ທັນກຳນົດເວລາ. ສຳລັບການລົງທຶນ ພາກເອກະຊົນພາຍໃນ ແລະ ຕ່າງປະ ເທດ ໃຫ້ສຳເລັດການກວດກາການຈັດ ຕັ້ງປະຕິບັດໂຄງການຕ່າງໆ; ສືບຕໍ່ແກ້ ໄຂບັນຫາການຂາດເຂີນຄູ, ການປະລະ ການຮຽນ ແລະ ບັນຫາອື່ນໆ ທີ່ຕິດພັນ ກັບສະຖາບັນການສຶກສາໃຫ້ດີຂຶ້ນ ໂດຍລັດຖະບານຈະໄດ້ພິຈາລະນາ ນະ ໂຍບາຍການເພີ່ມເງິນເບ້ຍລ້ຽງໃຫ້ນັກ ສຶກສາ ທີ່ຮຽນສາຍຄູ ໃຫ້ສູງຂຶ້ນ ແລະ ການກຳນົດໂກຕ້າຄູ ຕາມຈຳນວນນັກ ສຶກສາທີ່ຮຽນຈົບໃນແຕ່ລະປີ; ສືບຕໍ່ຕິດ ຕາມເຝົ້າລະວັງ, ປ້ອງກັນ ແລະ ແກ້ໄຂ ການລະບາດຂອງພະຍາດຕາມລະດູ ການ ທີ່ຈະກະທົບຕໍ່ສຸຂະພາບ, ຊີວິດ ການເປັນຢູ່ຂອງປະຊາຊົນ; ສືບຕໍ່ເອົາ ໃຈໃສ່ແກ້ໄຂບັນຫາການຂາດແຄນ ແຮງງານ ໂດຍສຸມໃສ່ການຂຶ້ນທະບຽນ ຄຸ້ມຄອງແຮງງານ, ພັດທະນາສີມືແຮງ ງານ ໃຫ້ມີຄຸນນະພາບ, ສຸມໃສ່ການຄຸ້ມ ຄອງແຮງງານຕ່າງປະເທດທີ່ມາອອກ ແຮງງານຢູ່ລາວ ໂດຍສະເພາະຢູ່ເຂດ ເສດຖະກິດພິເສດສາມຫລ່ຽມຄຳ. ພ້ອມນີ້, ສືບຕໍ່ຕິດຕາມ, ກວດກາ ການຈັດຕັ້ງປະຕິບັດສັນຍາ ລວມທັງ ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ ຈາກ ບັນດາໂຄງການພັດທະນາແຮ່ທາດ ແລະ ໂຮງງານອຸດສາຫະກຳຕ່າງໆ; ສືບຕໍ່ຕິດຕາມສະພາບພົ້ນເດັ່ນ ທີ່ເກີດ ຂຶ້ນຢູ່ພາກພື້ນ ແລະ ສາກົນ ເພື່ອລາຍ ງານ ແລະ ຂໍທິດຊີ້ນຳຈາກຂັ້ນເທິງໃຫ້ ທັນການ, ສືບຕໍ່ກະກຽມໃຫ້ແກ່ການນຳ ຂັ້ນສູງ ຂອງພັກ-ລັດ ທີ່ຈະເດີນທາງ ໄປເຄື່ອນໄຫວວຽກງານຢູ່ຕ່າງປະ ເທດ, ທັງຮີບຮ້ອນຜັນຂະຫຍາຍຜົນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45; ສືບຕໍ່ຍູ້ແຮງການທ່ອງ ທ່ຽວລາວ ເພື່ອດຶງດູດນັກທ່ອງທ່ຽວ ໃຫ້ເພີ່ມຂຶ້ນ; ສືບຕໍ່ສຸມໃສ່ກະກຽມເນື້ອ ໃນທີ່ຈະລາຍງານ ແລະ ເຂົ້າຮ່ວມກອງ ປະຊຸມຄົບຄະນະ ຄັ້ງທີ 9 ຂອງຄະນະ ບໍລິຫານງານສູນກາງພັກ ສະໄໝທີ XI ແລະ ກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX. ຂ່າວ: ສົມຫວັງ ພາບ: ກົມປະຊາສໍາພັນ ຫສນຍ

RkJQdWJsaXNoZXIy MTc3MTYxMQ==