5991

lkmk]tot]a f xt-kmy xtw8 xt-k-q o]k; \A opn oK @ 0j k; c]t gsfdko 25/10/2024 xtgmf]k; ປະທານປະເທດ... ເພື່ອປຶກສາຫາລື ໃນການເສີມຂະຫຍາຍ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດແລະການຮ່ວມມື ຮອບດ້ານລະຫວ່າງສອງພັກ,ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ໃນໂອກາດດັ່ງກ່າວ, ສອງຝ່າຍໄດ້ ຕີລາຄາການ ພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃນໄລຍະຜ່ານມາ ພ້ອມ ທັງໄດ້ປຶກສາຫາລື ເພື່ອສົ່ງເສີມການ ຮ່ວມມືໃນຕໍ່ໜ້າ ເຊິ່ງສອງຝ່າຍໄດ້ເຫັນ ດີຈະສືບຕໍ່ຜັນຂະຫຍາຍຢ່າງມີປະສິດທິ ພາບ ຕໍ່ຜົນສໍາເລັດຂອງການເດີນທາງ ຢ້ຽມຢາມລັດຖະກິດທີ່ສສຫວຽດນາມ ຂອງ ສະຫາຍເລຂາທິການໃຫຍ່, ປະ ທານປະເທດ ແຫ່ງ ສປປ ລາວ ພ້ອມ ດ້ວຍຄະນະ ກໍຄື ຜົນການພົບປະຂອງ ສອງກົມການເມືອງລາວ-ຫວຽດນາມ ໂດຍສະເພາະບັນດາ ໂຄງການທີ່ສອງ ຝ່າຍໄດ້ເປັນເອກະພາບກັນ ເຊັ່ນ: ການ ເຊື່ອມຈອດທາງດ້ານພື້ນຖານໂຄງລ່າງ ໂດຍສະເພາະແມ່ນທາງດ້ານຄົມມະ ນາຄົມ ຜ່ານໂຄງການເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ຫວຸງອ່າງ ແລະ ໂຄງການເສັ້ນທາງດ່ວນ ວຽງຈັນ-ຮ່າ ໂນ້ຍ, ການເຊື່ອມໂຍງທາງດ້ານລະ ບົບ, ລະບຽບ, ນະໂຍບາຍ, ການເງິນ ແລະ ພະລັງງານ. ພ້ອມນັ້ນ, ສອງຝ່າຍ ຍັງເຫັນດີຈະສືບຕໍ່ສະໜັບສະໜູນເຊິ່ງ ກັນ ແລະ ກັນ ທັງໃນຂອບສອງຝ່າຍ ແລະ ຫລາຍຝ່າຍ ໃນເວທີພາກພື້ນ ແລະ ສາກົນ. ໃນໂອກາດນີ້, ສະຫາຍ ທອງລຸນ ສີສຸລິດ ໄດ້ຝາກຄວາມຢ້ຽມຢາມຖາມ ຂ່າວ ເຖິງ ສະຫາຍ ເລຂາທິການໃຫຍ່ ໂຕ ເລິມ ແລະ ບັນດາສະຫາຍການນໍາ ຂອງຫວຽດນາມ, ພ້ອມທັງໄດ້ສະແດງ ຄວາມຊົມເຊີຍ ຕໍ່ ສະຫາຍ ເລືອງ ເກື່ອງ ທີ່ໄດ້ຮັບການເລືອກຕັ້ງໃຫ້ດໍາລົງຕໍາ ແໜ່ງເປັນ ປະທານປະເທດ ແຫ່ງ ສສ ຫວຽດນາມ ຄົນໃໝ່ ໃນກອງປະຊຸມ ຄັ້ງທີ 8 ຂອງສະພາແຫ່ງຊາດ ຊຸດທີ 15 ຂອງ ສສ ຫວຽດນາມ. ພ້ອມນີ້, ສະຫາຍເລຂາທິການໃຫຍ່, ປະທານ ປະເທດ ແຫ່ງ ສປປ ລາວ ໄດ້ສະແດງ ຄວາມຂອບໃຈຢ່າງຈິງໃຈຕໍ່ບັນດາ ການນໍາພັກ-ລັດແລະປະຊາຊົນຫວຽດ ນາມ ທີ່ໄດ້ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫລືອ ເພື່ອໃຫ້ ສປປ ລາວ ສາມາດເຮັດສໍາເລັດໜ້າທີ່ການເປັນປະ ທານອາຊຽນ 2024 ແລະ ເປັນເຈົ້າ ພາບຈັດກອງປະຊຸມ ໄອປາ ຄັ້ງທີ 45. ເບລາຣຸດ: ມື້ດຽວກັນນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ພົບປະສອງຝ່າຍກັບ ທ່ານ ອາເລັກຊານເດີ ລູກາເຊັນໂກ (H.E. Mr. Aleksandr Lukashenko) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ ເພື່ອຮັດແໜ້ນ ແລະ ເສີມຂະ ຫຍາຍສາຍພົວພັນມິດຕະພາບແລະການ ຮ່ວມມືອັນດີ ລະຫວ່າງ ສປປ ລາວ-ສ ເບລາຣຸດຊີ ໃຫ້ນັບມື້ເຂົ້າສູ່ລວງເລິກ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ. ໂອກາດດັ່ງກ່າວ, ສອງຝ່າຍໄດ້ຕີ ລາຄາສູງ ຕໍ່ສາຍພົວພັນມິດຕະພາບທີ່ ເປັນມູນເຊື້ອມາແຕ່ດົນນານ ແລະ ການຮ່ວມມືອັນດີ ລະຫວ່າງ ລາວ ແລະ ເບລາຣຸດຊີ ທີ່ສືບຕໍ່ຂະຫຍາຍຕົວຢ່າງ ຕໍ່ເນື່ອງ ໂດຍມີການແລກປ່ຽນການ ຢ້ຽມຢາມຂອງເຈົ້າໜ້າທີ່ລະດັບສູງ ພ້ອມທັງມີການສະໜັບສະໜູນເຊິ່ງກັນ ແລະ ກັນ ໃນເວທີພາກພື້ນແລະ ສາກົນ. ພິເສດ, ປີ 2024 ນີ້, ສອງຝ່າຍໄດ້ມີ ການສະເຫລີມ ສະຫລອງ ຄົບຮອບ 30 ປີ ແຫ່ງການສ້າງຕັ້ງສາຍພົວພັນການ ທູດນໍາກັນ ດ້ວຍບັນຍາກາດໄມຕີຈິດ ມິດຕະພາບແລະ ມີຄວາມໝາຍສໍາຄັນ. ພ້ອມກັນນີ້, ສອງຝ່າຍ ໄດ້ມີການປຶກສາ ຫາລື ລົງເລີກໃນການເສີມຂະຫຍາຍ ຮ່ວມມືທາງດ້ານເສດຖະກິດ-ສັງຄົມ ທີ່ທັງສອງຝ່າຍມີທ່າແຮງ ແລະ ເປັນ ເອກະພາບກັນ ໃຫ້ມີການຊຸກຍູ້ໃຫ້ພາກ ສ່ວນຕ່າງໆ ຂອງສອງປະເທດ ໄດ້ເພີ່ມ ທະວີແລະ ເສີມຂະຫຍາຍ ໃນວຽກງານ ດັ່ງກ່າວໃຫ້ແຕກດອກອອກຜົນ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນ ທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍ ດີ ແຫ່ງ ສ ເບລາຣຸດຊີ ເດີນທາງຢ້ຽມຢາມ ສປປ ລາວ ໃນເວລາທີ່ມີຄວາມສະດວກ ເຊິ່ງ ທ່ານປະທານາທິບໍດີແຫ່ງ ສ ເບລາຣຸດຊີ ກໍໄດ້ຕອບຮັບການເຊື້ອເຊີນດັ່ງກ່າວ. ອາແຊັກໄບຊານ: ທ່ານ ທອງລຸນ ສີສຸລິດ ປະທານປະ ເທດ ແຫ່ງ ສປປ ລາວ ໄດ້ພົບປະສອງ ຝ່າຍກັບ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ (H.E. Mr. IlhamHeydar oglu Aliyev) ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ ໃນ ໂອກາດເຂົ້າຮ່ວມກອງປະຊຸມສຸດຍອດ ກຸ່ມ BRICS ແລະ ປະເທດກໍາລັງ ພັດທະນາໃນເຂດໂລກໃຕ້ ທີ່ເມືອງກາ ຊານ, ສ ຣັດເຊຍ ເພື່ອປຶກສາຫາລືສົ່ງ ເສີມການພົວພັນຮ່ວມມືລະຫວ່າງສອງ ປະເທດ ໃຫ້ຂະຫຍາຍຕົວຍິ່ງໆຂຶ້ນ. ການພົບປະຄັ້ງນີ້, ສອງຝ່າຍໄດ້ສະ ແດງຄວາມປິຕິຍິນດີ ທີ່ໄດ້ມີໂອກາດ ພົບປະກັນໃນຄັ້ງນີ້ແລະ ໄດ້ຕີລາຄາສູງ ຕໍ່ສາຍພົວພັນມິດຕະພາບ ແລະ ການ ຮ່ວມມືທີ່ດີ ລະຫວ່າງສອງປະເທດ ລາວ ແລະ ອາແຊັກໄບຊານ ທີ່ໄດ້ຮັບ ການພັດທະນາເປັນກ້າວໆ ນັບແຕ່ສ້າງ ຕັ້ງສາຍພົວພັນການທູດນໍາກັນ ໃນປີ 1995 ເປັນຕົ້ນມາ ໂດຍໄດ້ມີການແລກ ປ່ຽນການຢ້ຽມຢາມຂອງເຈົ້າໜ້າທີ່ລະ ດັບສູງ ແລະ ມີການສະໜັບສະໜູນ ເຊິ່ງກັນແລະກັນໃນເວທີພາກພື້ນແລະ ສາກົນ; ສອງຝ່າຍ ຢືນຢັນຄວາມມຸ່ງ ໝັ້ນໃນການເສີມຂະຫຍາຍການພົວພັນ ລະຫວ່າງສອງປະເທດ ໃຫ້ນັບມື້ກວ້າງ ຂວາງ ແລະ ແໜ້ນແຟ້ນ ໂດຍສະເພາະ ໂອກາດຄົບຮອບ30ປີແຫ່ງການສ້າງ ຕັ້ງສາຍພົວພັນການທູດລະຫວ່າງສອງ ປະເທດ ທີ່ຈະມາເຖິງນີ້ ຈະໄດ້ຮ່ວມກັນ ແລກປ່ຽນການຢ້ຽມຢາມ ເຊິ່ງກັນແລະ ກັນ. ພ້ອມນັ້ນ, ສອງຝ່າຍຍັງໄດ້ແລກ ປ່ຽນຄວາມຄິດເຫັນກ່ຽວກັບການເສີມ ຂະຫຍາຍການພົວພັນຮ່ວມມືດ້ານເສດ ຖະກິດ-ສັງຄົມແລະ ເປັນເອກະພາບກັນ ໃຫ້ມີການສ້າງຕັ້ງກົນໄກປຶກສາຫາລື ແລະ ຮ່ວມມືທາງດ້ານເສດຖະກິດ-ສັງ ຄົມ ລະຫວ່າງ ສອງປະເທດ ໃນຕໍ່ໜ້າ ເພື່ອສົ່ງເສີມການຄ້າ, ການລົງທຶນ, ການສຶກສາ, ພະລັງງານ, ການທ່ອງ ທ່ຽວ ແລະ ດ້ານອື່ນໆ. ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ເຊື້ອເຊີນ ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ ປະທານາທິບໍດີ ແຫ່ງ ສ ອາແຊັກໄບຊານ ເດີນທາງ ຢ້ຽມຢາມ ສປປ ລາວ ຢ່າງເປັນທາງ ການໃນໂອກາດທີ່ສະດວກ ແລະ ເໝາະ ສົມ ເຊິ່ງ ທ່ານປະທານາທິບໍດີ ແຫ່ງ ສ ອາແຊັກໄບຊານ ກໍໄດ້ຕອບຮັບ ການເຊື້ອເຊີນດັ່ງກ່າວ. ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ (ຊ້າຍ) ທ່ານ ອາເລັກຊານເດີ ລູກາເຊັນໂກ ປະທານາທິບໍດີ ແຫ່ງ ສາທາລະນະລັດ ເບລາຣຸດຊີ (ຂວາ) ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ (ຊ້າຍ) ທ່ານ ອິວຮາມ ເຮດາ ອັກລື ອາລີເຢບ ປະທານາທິບໍດີ ແຫ່ງ ສາທາລະນະລັດ ອາແຊັກໄບຊານ (ຂວາ) ກອງປະຊຸມໃຫຍ່ສະມັດຊາລັດຖະສະ ພາລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຢູ່ ສປປ ລາວ. ທ່ານ ໄຊສົມພອນ ພົມວິຫານ ໄດ້ ຕີລາຄາສູງ ຕໍ່ການພົບປະຄັ້ງນີ້, ເຊິ່ງ ເປັນການປະກອບສ່ວນເສີມຂະຫຍາຍ ສາຍພົວພັນມິດຕະພາບແລະການຮ່ວມ ມືອັນດີ ລະຫວ່າງ 2 ປະເທດ ລາວ-ຕີມໍ ແລັດສະເຕ ແລະ ເປັນພື້ນຖານສໍາຄັນ ໃຫ້ແກ່ການພົວພັນຮ່ວມມືລະຫວ່າງ 2 ອົງການນິຕິບັນຍັດ ຂອງສອງປະເທດ ໃຫ້ໄດ້ຮັບການເສີມຂະຫຍາຍ. ພ້ອມນີ້, ຍັງຊົມເຊີຍຕໍ່ຜົນສໍາເລັດອັນໃຫຍ່ ຫລວງ ທີ່ລັດຖະບານ, ສະພາແຫ່ງຊາດ ແລະ ປະຊາຊົນຕີມໍແລັດສະເຕ ຍາດມາ ໄດ້ໃນການພັດທະນາປະເທດຊາດ, ລວມຍອດຜະລິດຕະພັນພາຍໃນ (GDP) ໃນປີ 2024 ເພີ່ມຂຶ້ນເປັນ 1.453 ໂດລາສະຫະລັດຕໍ່ຄົນ, ປະເທດ ມີສະຖຽນລະພາບທາງດ້ານການ ເມືອງ, ສັງຄົມມີຄວາມສະຫງົບປອດ ໄພ, ເສດຖະກິດ ມີການຂະຫຍາຍຕົວ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບ ການປັບປຸງດີຂຶ້ນເລື້ອຍໆ. ນັບແຕ່ 2 ປະເທດ ສ້າງຕັ້ງສາຍພົວ ພັນການທູດນໍາກັນ ໃນວັນທີ 29 ກໍລະ ກົດ 2002 ເປັນຕົ້ນມາ ສາຍພົວພັນ ມິດຕະພາບ ແລະ ການຮ່ວມມືອັນດີ ລະຫວ່າງ ສອງປະເທດລາວ ແລະ ຕີມໍແລັດສະເຕ ທີ່ສືບຕໍ່ໄດ້ຮັບການພັດ ທະນາແລະ ເຂົ້າສູ່ລວງເລິກເປັນກ້າວໆ ໂດຍສະເພາະການຮ່ວມມື ແລະ ຊ່ວຍ ເຫລືອ ເຊິ່ງກັນ ແລະ ກັນ ໃນເວທີພາກ ພື້ນ ແລະ ສາກົນ, ສປປ ລາວ ຍາມໃດກໍ ໃຫ້ການສະໜັບສະໜູນ ຕີມໍແລັດສະເຕ ເຂົ້າເປັນສະມາຊິກອາຊຽນຕະຫລອດ ມາ, ມີການແລກປ່ຽນການພົບປະຢ້ຽມ ຢາມຂອງຄະນະຜູ້ແທນຂັ້ນຕ່າງໆ ນໍາ ກັນຢ່າງເປັນປົກກະຕິ. ພິເສດແມ່ນ ຜົນສໍາເລັດຂອງການຢ້ຽມຢາມທາງ ລັດຖະກິດ ຢູ່ ສປປ ລາວ ຂອງ ທ່ານ ໂຈເຊ ຣາໂມສ ອໍຕ້າ ປະທານາທິບໍດີ ຕີມໍແລັດສະເຕ ໃນເດືອນກຸມພາ 2024 ແລະທ່ານ ເກຣາລາ ຊານານາກຸສເມົາ ນາຍົກລັດຖະມົນຕີ ແຫ່ງ ຕີມໍແລັດ ສະເຕ ກໍໄດ້ເຂົ້າຮ່ວມກອງປະຊຸມສຸດ ຍອດອາຊຽນ ຄັ້ງທີ 44 ແລະ 45 ແລະ ກອງປະຊຸມປິ່ນອ້ອມ ທີ່ ສປປ ລາວ ໃນອາທິດທີ່ຜ່ານມາ. ສໍາລັບການພົວພັນ ແລະ ຮ່ວມມື ລະຫວ່າງ ສະພາແຫ່ງຊາດລາວ ແລະ ສະພາແຫ່ງຊາດ ຕີມໍແລັດສະເຕ ເຖິງ ວ່າການແລກປ່ຽນຄະນະຜູ້ແທນສອງ ຝ່າຍ ຍັງໜ້ອຍແຕ່ກໍໄດ້ມີການແລກ ປ່ຽນສານອວຍພອນ, ສານຊົມເຊີຍ ໃນໂອກາດວັນສໍາຄັນຕ່າງໆ ຂອງສອງ ປະເທດ, ມີການພົບປະຮ່ວມມື ໃນເວທີ ລັດຖະສະພາພາກພື້້ນແລະສາກົນ ເປັນ ຕົ້ນ ສະມັດຊາລັດຖະສະພາລະຫວ່າງ ຊາດອາຊຽນ (AIPA)ໃນນາມປະ ເທດສັງເກດການ, IPU ແລະ ອົງການ ອື່ນໆ. ສ່ວນທິດທາງການພົວພັນ ແລະ ຮ່ວມມືໃນຕໍ່ໜ້າ ລະຫວ່າງ ສອງອົງ ການນິຕິບັນຍັດ, ທ່ານ ໄຊສົມພອນ ພົມວິຫານ ສະເໜີໃຫ້ສອງອົງການ ນິຕິບັນຍັດແລກປ່ຽນຄະນະຜູ້ແທນນໍາ ກັນຢ່າງເປັນປົກກະຕິ ເພື່ອການແລກ ປ່ຽນບົດຮຽນ, ຂໍ້ມູນ-ຂ່າວສານ ກ່ຽວ ກັບການປະຕິບັດພາລະບົດບາດ ຂອງ ອົງການນິຕິບັນຍັດ ແລະ ໃນຫົວຂໍ້ອື່ນໆ ທີ່ຝ່າຍສອງຝ່າຍມີຄວາມສົນໃຈ; ສືບ ຕໍ່ຊຸກຍູ້ ແລະ ສົ່ງເສີມ ໃຫ້ລັດຖະບານ ຂອງສອງປະເທດ ຈັດຕັ້ງປະຕິບັດບັນ ດາສັນຍາ, ສົນທິສັນຍາ ແລະ ຂໍ້ຕົກລົງ ຕ່າງໆ ທີ່ໄດ້ລົງນາມຮ່ວມກັນ ໃຫ້ປະ ກົດຜົນເປັນຈິງເປັນຕົ້ນ ການຮ່ວມມືໃນ ວຽກງານການຕ່າງປະເທດ, ດ້ານການ ຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ອື່ນໆ ໃຫ້ຫລາຍຂຶ້ນ; ສອງລັດຖະ ບານສອງປະເທດ ໄດ້ແລກປ່ຽນດິນ ປຸກສ້າງສໍານັກງານການທູດລະຫວ່າງ ສອງປະເທດ ທີ່ໄດ້ລົງນາມໃນເດືອນ ກຸມພາ 2024, ຫວັງວ່າ ຈະໄດ້ຮັບ ການຈັດຕັ້ງປະຕິບັດໂດຍໄວ; ສືບຕໍ່ ຮ່ວມມື ແລະ ສະໜັບສະໜູນ ເຊິ່ງກັນ ແລະກັນ ໃນການເຄື່ອນໄຫວຢູ່ເວທີລັດ ຖະສະພາພາກພື້ນ ແລະ ສາກົນ. ຂ່າວ: ກິດຕາ; ພາບ: ຂັນໄຊ ສະພາແຫ່ງຊາດ... ວາງສີລາລຶກ... ລັດຖະມົນຕີ, ລັດຖະມົນຕີກະຊວງ ປ້ອງກັນປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ພົນເອກ ຟານວັນຢາງ ກຳມະ ການກົມການເມືອງສູນກາງພັກກອມ ມູນິດຫວຽດນາມ, ລັດຖະມົນຕີກະຊວງ ປ້ອງກັນປະເທດແຫ່ງສສຫວຽດນາມ, ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍ ເຂົ້າຮ່ວມ ໂດຍປະຕິບັດຕາມແຜນການ ເຄື່ອນໄຫວຈັດຕັ້ງງານພົບປະແລກ ປ່ຽນມິດຕະພາບປ້ອງກັນຊາດ ຢູ່ເຂດ ຊາຍແດນ ລາວ-ຫວຽດນາມ ຄັ້ງທີ 2. ສະຫາຍ ພົນເອກ ຟານວັນຢາງ ໄດ້ມີຄຳເຫັນວ່າ: ໂຄງການກໍ່ສ້າງສຳ ນັກກອງຮ້ອຍທະຫານຊາຍແດນ 214 ກອງທັບປະຊາຊົນລາວ ແມ່ນໂຄງ ການໜຶ່ງທີ່ເປັນສັນຍາລັກ ລະຫວ່າງ ສອງກະຊວງປ້ອງກັນປະເທດ, ສະ ແດງອອກເຖິງໄມຕີຈິດ, ມິດຕະພາບ ຄວາມສາມັກຄີຮັກແພງ, ຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງສອງຊາດ, ສອງກອງທັບ ລາວ-ຫວຽດນາມ ໂດຍ ສະເພາະແມ່ນວຽກງານການຮ່ວມມື ປົກປັກຮັກສາຊາຍແດນ ເພື່ອຮັບປະກັນ ຄວາມໝັ້ນຄົງທາງດ້ານການເມືອງ, ສັງຄົມຢູ່ເຂດຊາຍແດນມີຄວາມເຂັ້ມ ແຂງ, ສ້າງເງື່ອນໄຂຄວາມສະດວກ, ຄວາມປອດໄພ ໃຫ້ແກ່ພໍ່ແມ່ປະຊາຊົນ ໃນການຂົນສົ່ງສິນຄ້າ ແລະ ພັດທະນາ ເສດຖະກິດ-ສັງຂອງສອງປະເທດ ກໍຄື ກໍາລັງຄຸ້ມຄອງປ້ອງກັນ ຊາຍແດນ ລາວ-ຫວຽດນາມ, ເປັນການສ້າງເງື່ອນ ໄຂຄວາມສະດວກໃຫ້ແກ່ພະນັກງານນັກຮົບ ເຮັດສໍາເລັດໜ້າທີ່ ທີ່ພັກ-ລັດ, ປະຊາຊົນແລະກອງທັບມອບໝາຍໃຫ້. ໃນພິທີ, ສະຫາຍ ພົນຈັດຕະວາ ຄໍາເມືອງ ໂຄດວົງຄຸນ ຫົວໜ້າການ ທະຫານ ກອງບັນຊາການທະຫານ ແຂວງຫົວພັນ ໄດ້ໃຫ້ຮູ້ວ່າ: ກອງຮ້ອຍ ທະຫານຊາຍແດນ 214 ປະກາດສ້າງ ຕັ້ງຂຶ້ນໃນວັນ 24 ສິງຫາ 2011 ເຊິ່ງ ໃນເມື່ອກ່ອນເປັນກອງຮ້ອຍປ້ອງກັນ ຊາຍແດນ ຂຶ້ນກັບກອງບັນຊາການທະ ຫານເມືອງສົບເບົາ, ຕໍ່ມາໃນປີ 2012 ກົມໃຫຍ່ເສນາທິການກອງທັບ ໄດ້ອອກ ຂໍ້ຕົກລົງ ສະບັບເລກທີ 1026/ກສນ, ລົງວັນທີ 16 ກໍລະກົດ 2012 ວ່າດ້ວຍ ການຫັນເອົາກອງຮ້ອຍປ້ອງກັນຊາຍ ແດນ ຂອງບັນດາເມືອງລຽບຕາມ ຊາຍແດນ ມາເປັນກອງຮ້ອຍທະຫານ ຊາຍແດນ ຂຶ້ນກັບກອງບັນຊາການ ທະຫານແຂວງ. ສະນັ້ນ, ກອງບັນຊາ ການທະຫານແຂວງຫົວພັນ ຈຶ່ງຕົກລົງ ຫັນເອົາກອງຮ້ອຍທະຫານຊາຍແດນ ຈຳນວນ 8 ກອງຮ້ອຍ ມາເປັນກອງ ຮ້ອຍທະຫານຊາຍແດນ ຂຶ້ນກັບກອງ ບັນຊາການທະຫານແຂວງ, ກອງຮ້ອຍ ທະຫານຊາຍແດນ 214 ກໍແມ່ນໜຶ່ງ ໃນ 8 ກົມກອງດັ່ງກ່າວ ເຊິ່ງມີສໍານັກ ຕັ້ງຢູ່ບ້ານປ້ອງ ເມືອງສົບເບົາ ແຂວງ ຫົວພັນ ເພື່ອຮັບປະກັນໃຫ້ແກ່ການຊີ້ ນໍາ-ບັນຊາ ກໍາລັງເຮັດໜ້າທີ່ເຄື່ອນ ໄຫວຄຸ້ມຄອງ, ປ້ອງກັນຊາຍແດນ ໃຫ້ ມີປະສິດທິຜົນ, ປະກອບສ່ວນສ້າງຊາຍ ແດນລາວ-ຫວຽດນາມ ໃຫ້ເປັນຊາຍ ແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ. ຂ່າວ: ເຄນໄຊ ເປີດງານ... ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນ ກ່ຽວຂ້ອງ ເຂົ້າຮ່ວມ. ທ່ານນາງ ສຸວິຕາ ປະເສີດ ປະທານ ສະມາຄົມຫັດຖະກໍາລາວກ່າວວ່າ: ງານ ວາງສະແດງຜ້າແພພື້ນເມືອງລາວ ແນ ໃສ່ສ່ອງແສງເຖິງຄວາມຫລາກຫລາຍ ທາງດ້ານວັດທະນະທໍາ ຂອງບັນດາ ເຜົ່າໃນປະເທດລາວ, ພ້ອມທັງຍົກໃຫ້ ເຫັນຄຸນຄ່າອັນໂດດເດັ່ນ ໃນແຕ່ລະດ້ານ ເປັນຕົ້ນຄຸນຄ່າແຫ່ງການປົກປັກຮັກສາ ແລະ ການສືບທອດສີມືຫັດຖະກໍາພື້ນ ເມືອງລາວ, ຄຸນຄ່າສິລະປະຫັດຖະກໍາ, ການສັນລະເສີນມູນມໍຣະດົກ, ຄຸນຄ່າ ແຫ່ງການຄົ້ນຄິດປະດິດສ້າງ ແລະ ຄຸນ ຄ່າຫັດຖະກໍາລາວຢູ່ເວທີສາກົນ. ຜ້າແພທີ່ຄັດເລືອກມາວາງສະແດງ ໃນຄັ້ງນີ້, ໄດ້ຄັດເລືອກເອົາຜ້າແພທີ່ມີ ເອກະລັກ, ມີຄວາມໂດດເດັ່ນ ແລະ ມີ ຄວາມຫລາກຫລາຍ ປະກອບດ້ວຍຊຸດ ແຕ່ງກາຍທີ່ເປັນຕົວແທນໃຫ້ແກ່ ຊົນ ເຜົ່າໝວດພາສາ ລາວ-ໄຕ, ຊົນເຜົ່າ ໝວດພາສາມອນ-ຂະແມ, ຊົນເຜົ່າ ໝວດພາສາ ຈີນ-ຕີເບດ, ຊົນເຜົ່າໝວດ ພາສາມົ້ງ-ອິວມຽນ, ຊຸດແຕ່ງກາຍ ໝໍມົນ-ໝໍເຢົາ, ຜ້າໃຊ້ໃນພິທີກໍາຕ່າງໆ ແລະ ຜ້າປະເພດຕົກແຕ່ງເຮືອນ. ຜ້າແພພື້ນເມືອງທີ່ນໍາມາ ວາງສະ ແດງ ແມ່ນສະມາຄົມຫັດຖະກໍາລາວ ໄດ້ຂົນຂວາຍແລະປຸກລະດົມບັນດານັກ ສະສົມຜູ້ທີ່ມີຄວາມສະໝັກໃຈໃຫ້ຢືມ ຜ້າແພ ເພື່ອເອົາມາວາງສະແດງໃນຄັ້ງ ນີ້ ເຊິ່ງເປັນຄັ້ງປະຫວັດສາດ ແລະ ຈັດ ຢູ່ໃນລະດັບຊາດ ເຊິ່ງບັນດາຜ້າແພ ພື້ນເມືອງທີ່ໄດ້ຢືມມາຈາກນັກສະສົມ ມີອາຍຸ 70 ປີຂຶ້ນໄປ, ບາງຜືນ ມີອາຍຸ ເກືອບ 300 ປີ, ຜ້າແພທັງໝົດມີຈໍາ ນວນ 100 ກວ່າຜືນ. ຜ້າແພແຕ່ລະຜືນ ໃນຈໍານວນດັ່ງກ່າວ, ແມ່ນມີຄວາມໂດດ ເດັ່ນ ແລະ ເປັນເອກະລັກທາງດ້ານສີ ສັນ ແລະ ລວດລາຍດອກດວງ ທີ່ສ່ອງ ແສງເຖິງຄວາມຫລາກຫລາຍທາງ ດ້ານວັດທະນະທໍາ ຂອງບັນດາເຜົ່າໃນ ປະເທດລາວ ແລະ ຄວາມຮັ່ງມີດ້ານ ຊັບສິນທາງປັນຍາຂອງຄົນລາວ ໃນ ເມື່ອກ່ອນ. ນອກຈາກການວາງສະແດງຜ້າ ແພພື້ນເມືອງແລ້ວ ຍັງມີກິດຈະກໍາ ຫລາກຫລາຍກິດຈະກໍາ ເຊັ່ນ: ການສາ ທິດຕໍ່າຫູກດ້ວຍກີ່ຕັ້ງກີີ່ ແລະ ການຕໍ່າ ຜ້າພົມ, ການສາວໄໝ, ການເຂັນຝ້າຍ, ການເລັ່ນຝ້າຍ-ເລັ່ນໄໝ, ຊົມຄລີບ ວິດີໂອ ກ່ຽວກັນວິຖີຊີວິດຂອງຊາວ ຊ່າງຕໍ່າຫູກ, ນໍາສະເໜີສິລະປະຫັດຖະ ກໍາລາວ ແບບປະຍຸກ ມີທັງຈັດວາງສະ ແດງ ແລະ ຈໍາໜ່າຍ ລວມທັງຮ້ານ ກາເຟ ໄວ້ບໍລິການແຂກທີ່ມາຢ້ຽມຊົມ “ຕໍານັກຜ້າລາວໄໝລາວບູຮານ” ແຫ່ງນີ້. ຂ່າວ: ທະນູທອງ; ພາບ: ເກດສະໜາ ຜູ້ແທນກອງປະຊຸມ... ສ້າງຄວາມປະທັບໃຈໃຫ້ແກ່ແຂກຕ່າງ ປະເທດ ທີ່ເດີນທາງມາຮ່ວມກອງປະ ຊຸມໄອປາ ຄັ້ງທີ 45 ໄດ້ເຫັນສະຖານ ທີ່ທ່ອງທ່ຽວທຳມະຊາດ, ວັດທະນະທຳ ແລະ ປະຫວັດສາດຂອງປະເທດລາວ ກໍຄື ແຂວງຫລວງພະບາງ ທີ່ເປັນເມືອງ ມໍລະດົກໂລກແຫ່ງທຳອິດຂອງລາວ, ພາຍຫລັງກັບປະເທດຂອງຕົນ ບັນດາ ແຂກແຕ່ລະປະເທດ ຈະໄດ້ເຊີນຊວນ ປະຊາຊົນຂອງປະເທດຕົນມາທ່ຽວປະ ເທດລາວຫລາຍຂຶ້ນ. ປະເທດ ແຫ່ງ ສປປ ລາວ ເຖິງສົມເດັດ ພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ຂອງປະເທດຊູແອດ. ພ້ອມກັນນັ້ນ, ສົມເດັດພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ແຫ່ງຣາຊະອານາຈັກ ຊູແອດ ໄດ້ສະແດງຄວາມຂອບໃຈ ແລະ ໄດ້ສົ່ງ ຄວາມຢື້ຢາມຖາມຂ່າວແລະອວຍພອນ ໄຊອັນປະເສີດ ມາຍັງທ່ານປະທານປະ ເທດ ແຫ່ງ ສປປ ລາວ ເຊັ່ນດຽວກັນ. ໃນໂອກາດດຽວກັນ, ທ່ານເອກອັກ ຄະລັດຖະທູດ ກໍໄດ້ຕາງໜ້າໃຫ້ລັດຖະ ບານ ແລະ ປະຊາຊົນລາວ, ສະແດງ ຄວາມຂອບໃຈຕໍ່ລັດຖະບານ ແລະ ປະ ຊາຊົນ ຊູແອດ ທີ່ໄດ້ໃຫ້ການສະໜັບສະ ໜູນຊ່ວຍເຫລືອຕໍ່ ສປປ ລາວ ຫລາຍ ດ້ານໃນໄລຍະຜ່ານມາ ເຊິ່ງເປັນການ ປະກອບສ່ວນອັນໃຫຍ່ຫລວງເຂົ້າໃນ ການສ້າງສາ ແລະ ພັດທະນາເສດຖະ ກິດ-ສັງຄົມຂອງລາວ. ພ້ອມນີ້, ສອງ ຝ່າຍຍັງໄດ້ແລກປ່ຽນສະພາບການ ຂອງໂລກ ແລະ ພາກພື້ນ ແລະ ປຶກສາ ຫາລືຊອກທ່າແຮງຊຸກຍູ້ສົ່ງເສີມການ ພົວພັນຮ່ວມມືຂອງສອງປະເທດ ໃນ ຂະແໜງການຄ້າ-ການລົງທຶນ, ການ ສຶກສາ ແລະ ການທ່ອງທ່ຽວ ຕື່ມອີກ. ທູດລາວ... ສປປ ລາວ ແລະ ຣາຊະອານາຈັກ ຊູແອດ ໄດ້ສ້າງຕັ້ງສາຍພົວພັນການ ທູດນຳກັນ ໃນວັນທີ 10 ຕຸລາ 1964 ເຊິ່ງປີນີ້ ຄົບຮອບ 60 ປີ. ສອງປະເທດ ໄດ້ມີການພົວພັນນຳກັນໃນລະດັບປົກ ກະຕິ ໂດຍໄດ້ແລກປ່ຽນການຢ້ຽມຢາມ ເຊິ່ງກັນແລະກັນໃນຫລາຍລະດັບໃນໄລ ຍະຜ່ານມາ. ຣາຊະອານາຈັກ ຊູແອດ ໄດ້ໃຫ້ການຊ່ວຍເຫລືອແກ່ ສປປ ລາວ, ນັບຕັ້ງແຕ່ປີ 1974 ເປັນຕົ້ນມາ, ຕະ ຫລອດໄລຍະຫລາຍປີທີ່ຜ່ານມາ, ລັດ ຖະບານຊູແອດ ໄດ້ໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ໃນຫລາຍດ້ານເປັນຕົ້ນ ດ້ານຄົມມະນາຄົມ, ກະສິກຳ-ປ່າໄມ້, ສິ່ງແວດລ້ອມ, ພະລັງງານໄຟຟ້າ, ສາ ທາລະນະສຸກ, ກົດໝາຍແລະອື່ນໆ. ມາ ເຖິງປັດຈຸບັນ, ການພົວພັນຮ່ວມມືຂອງ ສອງປະເທດ ຍັງສືບຕໍ່ຊ່ວຍເຫລືອ ເຊິ່ງ ກັນ ແລະ ກັນ ເປັນປົກກະຕິ. ຂ່າວ-ພາບ: ກຕທ ທ່ານ ບຸນທະວີ ວິລະວົງ ເອກອັກຄະລັດຖະທູດວິສາມັນຜູ້ ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົນໃໝ່ ປະຈຳ ຣາຊະອານາຈັກ ຊູແອດ (ຊ້າຍ) ສົມເດັດ ພະຣາຊາ ຄາຣ໌ ກຸດສະຕາບຟ໊ ທີ XVI ຂອງປະເທດຊູແອດ (ຂວາ)

RkJQdWJsaXNoZXIy MTc3MTYxMQ==