5990

xtgmf]k; 4 3]d c]t gsfdko 24/10/2024 gfa ffj P;xt8y [a fco;mk'dko8j k'xtgmfla o8y rk[F gvdt]kfF ,y f8trk[ c]t dkoIj ;,,n 1j k'ltg\u 8Q oltg\u xkp lkpdko[y os;Pfg9a f gxu f4h P;[y ogxa o,y f 8+ lyj 'c;f]h v, 4h P;[y omevy f0v's;Pfok, ຂປລ. ສາຍການບິນຫວຽດເຈັດ (7JFUKFU) ຢືນຢັນຄວາມມຸ່ງໝັ້ນໃນ ການຫລຸດຜ່ອນການປ່ອຍອາຍກາກ ໂບນິກ ແລະ ສົ່ງເສີມການບິນສີຂຽວ ດ້ວຍການເປີດຖ້ຽວບິນທໍາອິດທີ່ໃຊ້ ເຊື້ອໄຟການບິນແບບຍືນຍົງ (SAF) ໃນຫວຽດນາມ ຊຶ່ງຖືວ່າເປັນຄວາມສໍາ ເລັດຄັ້ງສໍາຄັນຂອງອຸດສາຫະກໍາການ ບິນຂອງປະເທດ ແລະ ມີສ່ວນສະໜັບ ສະໜູນການປ່ຽນແປງໄປສູ່ການເດີນ ທາງທາງອາກາດທີ່ຍືນຍົງທົ່ວໂລກ. ໃນຖ້ຽວບິນສອງຖ້ຽວຂອງ7JFUKFU ທີ່ໃຊ້ SAF ອອກເດີນທາງຈາກສະ ໜາມ ບິນນານາຊາດ 5BO SPO NIBU ໃນນະຄອນໂຮ່ຈີ່ມິງໄປຫານະຄອນ .FMCPVSOF ແລະ ນະຄອນຫລວງ SFPVM ໂດຍຖ້ຽວບິນເຫລົ່ານີ້ໄດ້ຮັບ ການຈັດຫາໂດຍ PFUSPMJNFYAWJBUJPO ຊຶ່ງເປັນຜູ້ໃຫ້ບໍລິການນໍ້າມັນເຊື້ອໄຟ ໃຫ້ກັບເຮືອບິນຊັ້ນນໍາໃນຫວຽດນາມ. SAFຜະລິດຈາກວັດຖຸດິບເຊັ່ນ: ນໍ້າມັນ ປຸງອາຫານທີ່ໃຊ້ແລ້ວ, ຜະລິດຕະພັນ ກະສິກຳ ແລະ ສິ່ງເສດເຫລືອຈາກຂີ້ ເຫຍື້ອ, SAF ສາມາດຫລຸດຜ່ອນການ ປ່ອຍອາຍກາກໂບນິກໄດ້ເຖິງ 0 ເມື່ອ ປຽບທຽບກັບນໍ້າມັນເຊື້ອໄຟແບບດັ້ງ ເດີມ. ການຕອບສະໜອງມາດຕະຖານ ການບິນສາກົນ SAF ຖືກນໍາໃຊ້ຢ່າງ ປອດໄພໃນການດໍາເນີນງານການບິນ ການຄ້າ ແລະ ຖືວ່າເປັນນໍ້າມັນເຊື້ອໄຟ ໃນອະນາຄົດຂອງການບິນ. ຄຽງຄູ່ກັບ ການບິນເບື້ອງຕົ້ນຄັ້ງນີ້ຢູ່ຫວຽດນາມ ແລະ ໃນທົ່ວໂລກ ໄດ້ຖືກນຳໃຊ້ຢ່າງ ກວ້າງຂວາງໃນຕໍ່ໜ້າຄາດວ່າຄ່າໃຊ້ ຈ່າຍ ໃນການຜະລິດ SAF ຈະຫລຸດ ລົງຕື່ມອີກ. ທ່ານ DJOI 7JFU 5IBOH ຜູ້ອໍານວຍການທົ່ວໄປຂອງສໍານັກ ງານການບິນພົນລະເຮືອນຂອງຫວຽດ ນາມ ໃຫ້ຮູ້ວ່າ: “7JFUKFU AJS ແລະ PFUSPMJNFY AWJBUJPO ໄດ້ດໍາເນີນ ການບິນລະຫວ່າງປະເທດຖ້ຽວທໍາອິດ ທີ່ໃຊ້ເຊື້ອໄຟການບິນຍືນຍົງໃນຫວຽດ ນາມສຳເລັດ ສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນໃນການໃຊ້ເຊື້ອໄຟຍືນ ຍົງຢ່າງຊັດເຈນ ນີ້ເປັນຄວາມພາກພູມ ໃຈຂອງອຸດສາຫະກໍາການບິນ ເນື່ອງ ຈາກເຮົາມີສ່ວນຮ່ວມໃນການປົກປ້ອງ ສິ່ງແວດລ້ອມ ແລະ ການພັດທະນາ ຢ່າງຍືນຍົງ. ນີ້ຍັງຢືນຢັນບົດບາດຂອງ 7JFUKFU ໃນຖານະສະມາຊິກທີ່ມີຄວາມ ຮັບຜິດຊອບຂອງການບິນໂລກ.” ຖ້ຽວ ບິນ 7JFUKFU ນຳໃຊ້ SAF ມີຄວາມ ໝາຍພິເສດ ສະແດງເຖິງສັນຍະລັກ ຂອງຖ້ຽວບິນສີຂຽວ ແລະ ການເດີນ ທາງທີ່ເປັນມິດກັບສິ່ງແວດລ້ອມ. ໃນ ການຄົ້ນຄວ້າ, ພັດທະນາ ແລະ ການ ນຳໃຊ້ SAF, 7JFUKFU ຍັງໃຫ້ຄຳໝັ້ນ ສັນຍາຈະສືບຕໍ່ເພີ່ມທະວີການຮ່ວມມື ກັບທຸກພາກສ່ວນ ເພື່ອຫລຸດຜ່ອນການ ປ່ອຍອາຍກາກໂບນິກໃນການບິນແລະ ຊຸກຍູ້ການເຕີບໂຕແບບຍືນຍົງ.” ໃນຖານະເປັນທຸລະກິດການບິນ ທີ່ຍືນຍົງ, 7JFUKFU ໄດ້ປັບປຸງແຫລ່ງ ຊັບພະຍາກອນຢ່າງບໍ່ຢຸດຢັ້ງ ເພື່ອປົກ ປັກຮັກສາສິ່ງແວດລ້ອມ ເປັນສາຍການ ບິນຫວຽດນາມແຫ່ງທຳອິດ ທີ່ມີບົດ ລາຍງານຄວາມຍືນຍົງຂອງ &S( ຢ່າງຮອບດ້ານ ແລະ ມຸ່ງໝັ້ນທີ່ຈະສົ່ງ ເສີມການນຳໃຊ້ SAF, ສະໜັບສະໜູນ ຍຸດທະສາດການເຕີບໂຕ ສີຂຽວຂອງ ຫວຽດນາມ ໃນນປີ 2050. ຖ້ຽວບິນ SAF ນີ້ໄດ້ຂະຫຍາຍຄວາມມຸ່ງໝັ້ນ ຂອງ 7JFUKFU ໃນການປົກປັກຮັກສາ ສິ່ງແວດລ້ອມ ແລະ ການພັດທະນາ ແບບຍືນຍົງ ເຊິ່ງໄດ້ເລີ່ມຂຶ້ນໂດຍສາຍ ການບິນມີເຮືອບິນ 3 ລໍາ. 7JFUKFU ໄດ້ ບຸກເບີກບັນດາຂໍ້ລິເລີ່ມດ້ານສິ່ງແວດ ລ້ອມຕ່າງtເຊັ່ນ: ການຫັນປ່ຽນຈາກ ເຈ້ຍໄປເປັນປີ້ເອເລັກໂທນິກ, ສົ່ງເສີມ ການເຊັກອິນ ແລະ ຊຳລະເງິນທາງ ອອນລາຍແລະນຳໃຊ້ອຸປະກອນທີ່ເປັນ ມິດກັບສິ່ງແວດລ້ອມ, ສາມາດນຳມາ ໃຊ້ຄືນໄດ້ຢູ່ເທິງເຮືອບິນ. ສາຍການບິນ ຍັງປະຕິບັດໂຄງການປະຢັດນ້ຳມັນ ແລະ ມີສ່ວນຮ່ວມຢ່າງເປັນປົກກະຕິ ດ້ານສິ່ງແວດລ້ອມເຊັ່ນ: ການປູກຕົ້ນ ໄມ້ ແລະ ການອະນາໄມມະຫາສະໝຸດ. ນອກຈາກນີ້ 7JFUKFU ຍັງສືບຕໍ່ຂະ ຫຍາຍຕາໜ່າງການບິນທົ່ວໂລກ ເພື່ອ ຕອບສະໜອງຄວາມຕ້ອງການການ ບິນທີ່ນັບມື້ນັບເພີ່ມຂຶ້ນ ໂດຍມີເຮືອບິນ ທີ່ທັນສະໄໝ, ປະຢັດນ້ຳມັນ, ສາຍການ ບິນສະເໜີຖ້ຽວບິນໂດຍກົງຈາກນະ ຄອນຫລວງວຽງຈັນ ໄປນະຄອນໂຮ່ ຈີ່ມິງ ຊຶ່ງເປັນນະຄອນໃຫຍ່ທີ່ສຸດຂອງ ຫວຽດນາມ. ເຄືອຂ່າຍທີ່ກວ້າງຂວາງ ຂອງສາຍການບິນໄດ້ອຳນວຍຄວາມ ສະດວກໃຫ້ແກ່ການເຊື່ອມຕໍ່ຢ່າງບໍ່ຢຸດ ກັບຈຸດໝາຍປາຍທາງຕ່າງtໃນທົ່ວ ອາຊີ-ປາຊີຟິກ ເພື່ອສົ່ງເສີມວິທີການ ສຳຫລວດພາກພື້ນທີ່ຍືນຍົງຫລາຍຂຶ້ນ. xtmkode,kmy dkop5 8y me rq [xtsq ;|h k7tot 7eIh v'0v'xt-k-q oltrkcsj '-kf s;Pfok, ຂປລ. ທ່ານ ພົນໂທ ສຸວອນ ເລືອງ ບຸນມີ ຮອງປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ ພົບປະກັບທ່ານ ອາມັດ ອັບດຸນວາຮິດ ກາຣາຕະ ຮອງປະທານສະພາຜູ້ແທນ ຣາຊະດອນ ແຫ່ງຣາຊະອານາຈັກ ບາເຣນ ພ້ອມຄະນະ ໃນວັນທີ 19 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ. ທ່ານ ພົນໂທ ສຸວອນ ເລືອງບຸນມີ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ອາມັດ ອັບດຸນວາຮິດ ກາຣາຕະ ພ້ອມ ຄະນະ ໃນໂອກາດທີ່ເດີນທາງມາເຂົ້າ ຮ່ວມກອງປະຊຸມສະມັດຊາໃຫຍ່ລັດ ຖະສະພາລະຫວ່າງຊາດອາຊຽນ ຄັ້ງທີ 45 (AIPA-45) ຢູ່ ສປປ ລາວ ຕີ ລາຄາສູງຕໍ່ການເຂົ້າຮ່ວມກອງປະຊຸມ ໃນຄັ້ງນີ້, ທັງເປັນການປະກອບສ່ວນ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີລະຫວ່າງສອງ ປະເທດລາວ-ບາເຣນ ກໍຄື ລະຫວ່າງ ສອງອົງການນິຕິບັນຍັດ ໃຫ້ນັບມື້ນັບ ເຕີບໃຫຍ່ຂະຫຍາຍຕົວ ແລະ ເປັນຮູບ ປະທໍາຍິ່ງtຂຶ້ນ. ພ້ອມນີ້, ທ່ານຍັງໄດ້ ຕີລາຄາສູງຕໍ່ການພັດທະນາເສດຖະ ກິດ-ສັງຄົມ ຂອງຣາຊະອານາຈັກບາ ເຣນ ເຊິ່ງເປັນປະເທດທີ່ມີທ່າແຮງ ຈາກນໍ້າມັນ ແລະ ແກັດທໍາມະຊາດ. ພ້ອມນີ້, ລັດຖະບານ ຍັງສົ່ງເສີມການ ພັດທະນາເສດຖະກິດທີ່ມີຄວາມຫລາກ ຫລາຍ ເພື່ອຫລຸດຜ່ອນການເພິ່ງພານໍ້າ ມັນ, ບາເຣນ ຍັງເປັນປະເທດທີ່ສວຍ ງາມ ເໝາະສົມສໍາລັບການທ່ອງທ່ຽວ ອີກແຫ່ງໜຶ່ງໃນຕາເວັນອອກກາງ ສອງ ປະເທດ ລາວ-ບາເຣນ ນັບແຕ່ໄດ້ສ້າງ ຕັ້ງສາຍພົວພັນການທູດນໍາກັນ ໃນວັນ ທີ15ທັນວາ2002 ເປັນຕົ້ນມາ ໄດ້ຮັບ ຂປລ. ລັດຖະບານຣັດເຊຍ ມອບ ນໍ້າມັນພືດປຸງແຕ່ງອາຫານ ຈໍານວນ 4 ໂຕນ (3.400 ແກັດ, ແຕ່ລະແກັດ ບັນຈຸນ້ຳມັນພືດ 15 ຕຸກ) ໃຫ້ລັດຖະ ບານລາວ ກໍຄື ກະຊວງສຶກສາທິການ ແລະ ກິລາ ໂດຍມອບຜ່ານອົງການອາ ຫານໂລກ ປະຈຳ ສປປ ລາວ ເພື່ອນຳ ໄປປຸງແຕ່ງອາຫານທ່ຽງ ໃຫ້ແກ່ນັກ ຮຽນຊັ້ນປະຖົມ ໃນ 12 ເມືອງ ຢູ່ແຂວງ ຫລວງນ້ຳທາ ແລະ ແຂວງຜົ້ງສາລີ ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ຕາງໜ້າມອບໂດຍ ທ່ານ ວະລາດີເມຍ ຄາລີນິນ ເອກອັກຄະລັດຖະທູດຣັດ ເຊຍ ປະຈຳ ສປປ ລາວ. ທ່ານ ວະລາດີເມຍ ຄາລີນິນ ໄດ້ໃຫ້ ຮູ້ວ່າ: ນັບແຕ່ປີ 201 ເປັນຕົ້ນມາ, ຣັດເຊຍ ໄດ້ເປັນຄູ່ຮ່ວມມືກັບອົງການ ອາຫານໂລກ ໃນການສະໜັບສະໜູນ ວຽກງານຂອງລັດຖະບານລາວ ໃນ ການສ້າງຄວາມຢືດຢຸ່ນຂອງຊຸມຊົນ ແລະ ອາຫານໃນໂຮງຮຽນ. ການຊ່ວຍ ເຫລືອອາຫານ ໃຫ້ເດັກນ້ອຍຢູ່ໂຮງ ຮຽນໃນເຂດຊົນນະບົດຂອງ ສປປ ລາວ ຄັ້ງນີ້, ແມ່ນດຳເນີນໄປຄຽງຄູ່ກັບ ລະບົບການເສີມສ້າງຄວາມເຂັ້ມແຂງ ແລະ ການສ້າງຂີດຄວາມອາດສາ ມາດຂອງຣັດເຊຍ ທີ່ມີການຈັດຕັ້ງປະ ຕິບັດຢ່າງຕໍ່ເນື່ອງ ເພື່ອສົ່ງເສີມວຽກ ງານອາຫານ ໃນໂຮງຮຽນຢູ່ 4 ແຂວງ ພາກເໜືອ ຂອງ ສປປ ລາວ. ພວກເຮົາ ເຊື່ອວ່າການເຂົ້າເຖິງອາຫານທີ່ດີຕໍ່ສຸ ຂະພາບ ໃນໂຮງຮຽນເປັນປະຈຳເປັນ ຫົນທາງທີ່ດີໃນການຕໍ່ສູ້ກັບການຂາດ ສານອາຫານ ແລະ ສ້າງກໍາລັງແຮງ ງານທີ່ເຂັ້ມແຂງສໍາລັບອະນາຄົດຂອງ ສປປ ລາວ. ທ່ານ ມາກ ອານເດຣ ໂປຣສ ຜູ້ ຕາງໜ້າອົງການອາຫານໂລກ ປະຈຳ ສປປ ລາວ ກ່າວວ່າ: ອາຫານໃນໂຮງ ຮຽນມີບົດບາດສໍາຄັນ ໃນການຮັກສາ ເດັກນ້ອຍໃຫ້ຢູ່ໃນໂຮງຮຽນ ເພາະວ່າ ອາຫານໃນໂຮງຮຽນຊ່ວຍແບ່ງເບົາ ພາລະໃຫ້ແກ່ຄອບຄົວທີ່ມີຄວາມຫຍຸ້ງ ຍາກໃນການຫາອາຫານມາລ້ຽງດູ ຄອບຄົວ ໃນແຕ່ລະວັນ ໂດຍສະເພາະ ຂປລ. ວັນທີ 1 ຕຸລາ 2024 ຜ່ານ ມາ, ຢູ່ຫໍປະຊຸມແຫ່ງຊາດ ນະຄອນ ຫລວງວຽງຈັນ ໄດ້ມີການພົບປະສອງ ຝ່າຍລະຫວ່າງ ສະຫາຍນາງ ທຸມມາລີ ວົງພະຈັນ ປະທານກຳມາທິການຍຸຕິ ທໍາສະພາແຫ່ງຊາດລາວແລະສະຫາຍ ເຢືອງ ແທງ ບິ່ງ ຫົວໜ້າຄະນະຄຳ ຮ້ອງຂອງປະຊາຊົນສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ພ້ອມດ້ວຍ ຄະນະ. ສະຫາຍ ນາງ ທຸມມາລີ ວົງພະຈັນ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ຜົນສຳເລັດການຮ່ວມມື ສອງຝ່າຍ ແລະ ລາຍງານສະພາບການ ພົ້ນເດັ່ນ ຂອງ ສປປ ລາວ ແລະ ຂອງ ສະພາແຫ່ງຊາດລາວ. ພ້ອມນີ້, ທັງໄດ້ ຢັ້ງຢືນຕໍ່ການຕີລາຄາຂອງ ສອງສະ ຫາຍປະທານສະພາແຫ່ງຊາດລາວ ແລະ ປະທານສະພາແຫ່ງຊາດ ຫວຽດ ນາມ ຕໍ່ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ກໍຄື ສອງອົງການນິຕິບັນ ຍັດ ນັບມື້ນັບໜັກແໜ້ນເຂົ້າສູ່ລວງ ເລິກ ແລະ ນຳເອົາຜົນປະໂຫຍດຕົວຈິງ ມາສູ່ປະຊາຊົນສອງຊາດ. ໃນໂອກາດ ທີ່ໄດ້ພົບປະຄັ້ງນີ້, ສອງຝ່າຍໄດ້ປຶກສາ ຫາລື ແລະ ແລກປ່ຽນບົດຮຽນ ເຊິ່ງກັນ ແລະ ກັນ ກ່ຽວກັບວຽກງານແກ້ໄຂຄໍາ ຮ້ອງຂອງປະຊາຊົນ, ຊຶ່ງບັນຫາດັ່ງ ກ່າວທັງສອງຝ່າຍຍັງຈະໄດ້ສືບຕໍ່ແລກ ປ່ຽນຂໍ້ມູນ-ຂ່າວສານ ແລະ ບົດຮຽນ ກ່ຽວກັບວຽກງານດັ່ງກ່າວ ລະອຽດ ນໍາກັນໃນຕໍ່ໜ້າ. ໃນໂອກາດນີ້, ສະຫາຍ ເຢືອງແທງ ບິ່ງ ກໍໄດ້ສະແດງຄວາມຂອບໃຈຕໍ່ການ ຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງແຈ້ງ ໃຫ້ຊາບການຈັດຕັ້ງປະຕິບັດວຽກງານ ຂອງຕົນ ແລະ ສະພາແຫ່ງຊາດ ແຫ່ງ ສສ ຫວຽດນາມ ແລະ ໄດ້ສະແດງ ຄວາມຢັ້ງຢືນວ່າ ຈະສືບຕໍ່ຮັດແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສອງອົງການນິຕິບັນຍັດ ໂດຍສະເພາະ ລະຫວ່າງ ກໍາມາທິການ ຍຸຕິທໍາ ສະພາແຫ່ງຊາດລາວ ແລະ ຄະ ນະຄໍາຮ້ອງຂອງປະຊາຊົນ ສະພາແຫ່ງ ຊາດ ແຫ່ງ ສສ ຫວຽດນາມ ໃຫ້ໄດ້ຮັບ ການຈັດຕັ້ງປະຕິບັດຢ່າງມີໝາກຜົນ ແລະ ເປັນຮູບປະທໍາ. ຂ່າວ: ມາລີດາ ]k;{[kgio glu ,0tspkpdkoIj ;,,n fh kooy 8y [a opa f ການເສີມຂະຫຍາຍຢ່າງຕໍ່ເນື່ອງ ເຖິງ ແມ່ນວ່າການແລກປ່ຽນຄະນະຜູ້ແທນ ຂັ້ນສູງ ແລະ ຂັ້ນຕ່າງtຍັງບໍ່ຫລາຍ ລວມເຖິງການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລະຫວ່າງສອງປະ ເທດ, ຫວັງວ່າ ໃນອະນາຄົດຈະມີການ ພົວພັນຮ່ວມມືນໍາກັນຫລາຍຂຶ້ນ. ທ່ານ ອາມັດ ອັບດຸນວາຮິດ ກາ ຣາຕະ ໄດ້ກ່າວສະແດງຄວາມຂອບ ໃຈເປັນຢ່າງສູງ ຕໍ່ການຕ້ອນຮັບອັນອົບ ອຸ່ນຂອງ ທ່ານ ພົນໂທ ສຸວອນ ເລືອງ ບຸນມີ ໃນຄັ້ງນີ້ ເຊິ່ງເປັນການປະກອບ ສ່ວນເສີມຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືອັນດີລະຫວ່າງ ສອງ ປະເທດ ລາວ-ບາເຣນ ກໍຄື ລະ ຫວ່າງສອງອົງການນິຕິບັນຍັດ. ພ້ອມ ນີ້, ທ່ານຍັງໄດ້ແຈ້ງໃຫ້ຊາບກ່ຽວກັບ ສະພາບການທີ່ພົ້ນເດັ່ນຂອງປະເທດ ແລະ ສະພາຜູ້ແທນຣາຊະດອນແຫ່ງ ຣາຊະອານາຈັກບາເຣນ ຕື່ມອີກ. ຂ່າວ: ກິດຕາ ພາບ: ອ່າຍຄຳ ia fg-p ,v[oE,a orn f-j ;pz6h wfh Ia [zq odtmq [9kdoE4h ;, ໃນຊຸມຊົນ ທີ່ໄດ້ຮັບຜົນກະທົບຈາກໄພ ນໍ້າຖ້ວມ ເມື່ອບໍ່ດົນມານີ້, ການສູນເສຍ ສະບຽງອາຫານ ແລະ ການເກັບກ່ຽວ ຄັ້ງຕໍ່ໄປຍິ່ງມີຄວາມສຳຄັນຫລາຍ. ນອກຈາກນີ້, ການຊ່ວຍເຫລືອດ້ານສະ ບຽງອາຫານ ຈາກປະເທດຣັດເຊຍ ຍັງ ຊ່ວຍໃຫ້ໂຄງການອາຫານທ່ຽງແຫ່ງ ຊາດ ຂອງລັດຖະບານ ສປປ ລາວ ສາ ມາດສືບຕໍ່ຈັດຕັ້ງປະຕິບັດໂດຍສະເພາະ ໃນພື້ນທີ່ ທີ່ປະສົບກັບບັນຫາການຂາດ ສານອາຫານສູງ ແລະ ຄວາມບໍ່ໝັ້ນຄົງ ທາງດ້ານອາຫານຕາມລະດູການ. ນັບແຕ່ປີ 2002 ເປັນຕົ້ນມາ, ລັດ ຖະບານ ແຫ່ງ ສປປ ລາວ ໄດ້ສ້າງລະ ບົບໂພຊະນາການຂອງໂຮງຮຽນ ໂດຍ ໄດ້ຮັບການສະໜັບສະໜູນຈາກຫລາຍ ພາກສ່ວນ ດ້ວຍການຊ່ວຍເຫລືອດັ່ງ ກ່າວ, ສປປລາວໄດ້ບັບັນລຸຜົນສຳເລັດ ຫລາຍດ້ານ ໂດຍສະເພາະການປັບປຸງ ຜົນການສຶກສາຄຽງຄູ່ ໄປກັບການ ແກ້ໄຂບັນຫາການຂາດສານອາຫານ ດ້ວຍການຈັດສັນທຶນຮອນແຫ່ງຊາດ ເຂົ້າໃນໂຄງການ ໂດຍການເຂົ້າຮ່ວມ ການເປັນສະມາຊິກສະຫະພັນອາຫານ ໃນໂຮງຮຽນສາກົນ, ສປປລາວກໍາລັງ ກ້າວເຂົ້າສູ່ໄລຍະຂອງການນຳເອົາ ໂຄງການອາຫານໃນໂຮງຮຽນຂອງ ຕົນຮວມເຂົ້າກັບນາtຊາດ ໂດຍໄດ້ຮັບ ການຊ່ວຍເຫລືອຈາກຜູ້ຊ່ຽວຊານ ແລະ ຊັບພະຍາກອນຈາກ 100 ກວ່າປະ ເທດທົ່ວໂລກ. ຂ່າວ-ພາບ: ທະນູທອງ ຍະສັກ ຮອງຫົວໜ້າກົມເອກະສານ ແຫ່ງຊາດ ກະຊວງພາຍໃນ ແລະ ພາກ ສ່ວນກ່ຽວຂ້ອງເຂົ້າຮ່ວມ. ທັງນີ້, ກໍເພື່ອ ເຜີຍແຜ່ນິຕິກໍາທີ່ສໍາຄັນແນໃສ່ ເຮັດໃຫ້ມີຄວາມຮູ້, ສ້າງຄວາມເຂົ້າໃຈ ແລະ ສິ່ງສໍາຄັນ ແມ່ນມີຄວາມສາມາດ ຈັດຕັ້ງປະຕິບັດໃຫ້ເປັນເອກະພາບ ກ່ຽວກັບວຽກງານບໍລິຫານ, ຄຸ້ມຄອງ ແລະ ສຳເນົາເອກະສານທາງການໃຫ້ ແກ່ຂະແໜງການສຶກສາ, ວິທະຍາສາດ ແລະ ກິລາ. ທ່ານ ພິມມະສອນ ສີສະອາດ ໄດ້ມີຄໍາເຫັນວ່າ: ໃນໄລຍະຜ່ານມາ, ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ຍາມໃດກໍໄດ້ໃຫ້ຄວາມສຳຄັນ ແລະ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ພາກສ່ວນ ກ່ຽວຂ້ອງຢ່າງເປັນປົກກະຕິ ເພື່ອສ້າງ ຄວາມເຂັ້ມແຂງໃຫ້ແກ່ການຈັດຕັ້ງຂັ້ນ ສູນກາງ-ທ້ອງຖິ່ນ ໃນການຈັດຕັ້ງປະ ຕິບັດກົດໝາຍວ່າດ້ວຍເອກະສານ ໃຫ້ ມີຄວາມເປັນເອກະພາບ ແນໃສ່ການ ຄຸ້ມຄອງລັດດ້ວຍກົດໝາຍ, ປະກອບ ສ່ວນເຂົ້າໃນການສ້າງສາພັດທະນາ ປະເທດຊາດ, ພ້ອມທັງຫັນວຽກງານ ເອກະສານເຂົ້າສູ່ລະບຽບການ ແລະ ເປັນທັນສະໄໝເທື່ອລະກ້າວ ເຮັດໃຫ້ ມີຜົນສໍາເລັດທີ່ພົ້ນເດັ່ນຫລາຍດ້ານ ເປັນຕົ້ນ ສໍາເລັດດໍາລັດວ່າດ້ວຍ ເອກະ ສານທາງການ (2015), ຄຳແນະນຳ ກ່ຽວກັບການຈັດຕັ້ງປະຕິບັດດໍາລັດວ່າ ດ້ວຍເອກະສານທາງການ (2016), ສໍາເລັດລັດຖະດໍາລັດກ່ຽວກັບການ ປະກາດໃຊ້ກົດໝາຍ ວ່າດ້ວຍເອກະ ສານ (2019), ຄຳແນະນຳກ່ຽວກັບ ການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍ ເອກະສານ (2021). ນອກຈາກນີ້, ຍັງໄດ້ຈັດສຳມະນາວຽກງານຄຸ້ມຄອງ ແລະ ສຳເນົາເອກະສານໃຫ້ພາກສ່ວນ ຕ່າງtເປັນແຕ່ລະໄລຍະຢ່າງຕັ້ງໜ້າ ໂດຍສະເພາະຂະແໜງການສຶກສາ, ວິທະຍາສາດແລະກິລາໄດ້ນໍາເອົາແນວ ທາງ, ກົນໄກການຄຸ້ມຄອງວຽກງານ ດັ່ງກ່າວ ມາຜັນຂະຫຍາຍ, ສ້າງຄວາມ ເຂັ້ມແຂງ ແລະ ຈັດຕັ້ງປະຕິບັດຕົວຈິງ ໃນປີ 201 ເປັນຕົ້ນມາ ທັງຂັ້ນສູນ ກາງ ແລະ ທ້ອງຖິ່ນຈົນ ເຖິງປັດຈຸບັນ. ຄຽງຄູ່ກັບຜົນສໍາເລັດ, ຍັງມີສິ່ງທ້າ ທາຍຫລາຍຢ່າງ ແລະ ເຫັນໄດ້ວ່າຍັງມີ ອີກຫລາຍພາກສ່ວນ, ຫລາຍຂະແໜງ ການນໍາໃຊ້ບໍ່ເປັນເອກະພາບ ເທົ່າທີ່ ຄວນຕໍ່ກັບວຽກງານບໍລິຫານ, ຄຸ້ມຄອງ ແລະ ສຳເນົາເອກະສານທາງການ. ການສຳມະນາໃນຄັ້ງນີ້, ຜູ້ເຂົ້າ ຮ່ວມໄດ້ຮັບຟັງການນໍາສະເໜີ ແລະ ພ້ອມກັນແລກປ່ຽນຮຽນຮູ້ຕົວຈິງ ໃນ ຫົວຂໍ້ຫລັກຂອງເອກະສານທາງການ. ຕໍ່າ‹ໜ້າ ສສກ...

RkJQdWJsaXNoZXIy MTc3MTYxMQ==